ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 6

ວິທີ​ເລືອກ​ຄວາມ​ບັນເທີງ​ທີ່​ດີ​ງາມ

ວິທີ​ເລືອກ​ຄວາມ​ບັນເທີງ​ທີ່​ດີ​ງາມ

“ຈົ່ງ​ກະທຳ​ທຸກ​ສິ່ງ​ໃຫ້​ເປັນ​ທີ່​ຖວາຍ​ລັດສະຫມີ​ແກ່​ພະເຈົ້າ.”—1 ໂກລິນໂທ 10:31.

1, 2. ໃນ​ເລື່ອງ​ຄວາມ​ບັນເທີງ​ເຮົາ​ຕ້ອງ​ເລືອກ​ແບບ​ໃດ?

ຂໍ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ກຳລັງ​ຈະ​ກິນ​ຫມາກ​ໄມ້​ປ່ຽງ​ຫນຶ່ງ​ທີ່​ເປັນ​ຕາ​ແຊບ ແຕ່​ສັງເກດ​ເຫັນ​ວ່າ​ມີ​ສ່ວນ​ຫນຶ່ງ​ທີ່​ເນົ່າ. ເຈົ້າ​ຈະ​ເຮັດ​ແນວ​ໃດ? ເຈົ້າ​ອາດ​ກິນ​ຫມາກ​ໄມ້​ປ່ຽງ​ນັ້ນ​ທັງ​ຫມົດ​ແມ່ນ​ແຕ່​ສ່ວນ​ທີ່​ເນົ່າ; ຫລື​ເຈົ້າ​ອາດ​ຖິ້ມ​ຫມົດ​ປ່ຽງ​ເລີຍ; ຫລື​ເຈົ້າ​ອາດ​ຕັດ​ສ່ວນ​ທີ່​ເນົ່າ​ອອກ​ແລະ​ກິນ​ສ່ວນ​ທີ່​ດີ. ເຈົ້າ​ຈະ​ເລືອກ​ເຮັດ​ວິທີ​ໃດ?

2 ໃນ​ບາງ​ແງ່ ຄວາມ​ບັນເທີງ​ເປັນ​ຄື​ຫມາກ​ໄມ້​ປ່ຽງ​ນັ້ນ. ໃນ​ບາງ​ຄັ້ງ ເຈົ້າ​ຢາກ​ເພີດເພີນ​ກັບ​ການ​ພັກຜ່ອນ​ຢ່ອນ​ໃຈ ແຕ່​ພັດ​ສຳນຶກ​ວ່າ​ຄວາມ​ບັນເທີງ​ສ່ວນ​ຫລາຍ​ທີ່​ມີ​ໃນ​ທຸກ​ມື້​ນີ້​ບໍ່​ເຫມາະ​ສົມ ເຖິງ​ຂັ້ນ​ວ່າ​ເສື່ອມຊາມ​ທາງ​ສິນລະທຳ​ດ້ວຍ​ຊໍ້າ. ດັ່ງ​ນັ້ນ ເຈົ້າ​ຈະ​ເຮັດ​ແນວ​ໃດ? ບາງ​ຄົນ​ອາດ​ຍອມ​ໃຫ້​ກັບ​ສິ່ງ​ທີ່​ບໍ່​ດີ​ແລະ​ຍອມ​ຮັບ​ຄວາມ​ບັນເທີງ​ແບບ​ໃດ​ກໍ​ຕາມ​ທີ່​ໂລກ​ນີ້​ສະເຫນີ​ໃຫ້. ສ່ວນ​ຄົນ​ອື່ນ​ອາດ​ຫລີກ​ລ່ຽງ​ຄວາມ​ບັນເທີງ​ທຸກ​ຢ່າງ​ເພື່ອ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສິ່ງ​ໃດໆທີ່​ກໍ່​ຄວາມ​ເສຍຫາຍ. ຍັງ​ມີ​ບາງ​ຄົນ​ທີ່​ອາດ​ລະ​ມັດ​ລະວັງ​ໂດຍ​ຫລີກ​ລ່ຽງ​ຄວາມ​ບັນເທີງ​ເຊິ່ງ​ກໍ່​ຄວາມ​ເສຍຫາຍ ແຕ່​ກໍ​ເພີດເພີນ​ໃນ​ບາງ​ຄັ້ງ​ຄາວ​ກັບ​ຄວາມ​ບັນເທີງ​ທີ່​ຂ້ອນ​ຂ້າງ​ດີ​ງາມ. ເຈົ້າ​ຈະ​ເລືອກ​ແນວ​ໃດ​ເພື່ອ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ?

3. ໃນ​ຕອນ​ນີ້​ເຮົາ​ຈະ​ພິຈາລະນາ​ຫຍັງ?

3 ພວກ​ເຮົາ​ສ່ວນ​ຫລາຍ​ຄົງ​ຈະ​ເລືອກ​ແບບ​ທີ​ສາມ. ເຮົາ​ຍອມ​ຮັບ​ວ່າ​ຕ້ອງ​ມີ​ການ​ພັກຜ່ອນ​ຢ່ອນ​ໃຈ​ແດ່ ແຕ່​ເຮົາ​ກໍ​ຕ້ອງການ​ເລືອກ​ເອົາ​ສະເພາະ​ຄວາມ​ບັນເທີງ​ທີ່​ດີ​ງາມ​ທາງ​ດ້ານ​ສິນລະທຳ. ດັ່ງ​ນັ້ນ ເຮົາ​ຕ້ອງ​ພິຈາລະນາ​ວ່າ​ເຮົາ​ຈະ​ຕັດສິນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄວາມ​ບັນເທີງ​ແບບ​ໃດ​ທີ່​ດີ​ງາມ ແລະ​ແບບ​ໃດ​ທີ່​ບໍ່​ເຫມາະ​ສົມ. ແຕ່​ກ່ອນ​ອື່ນ​ໃຫ້​ພິຈາລະນາ​ວ່າ​ການ​ເລືອກ​ຄວາມ​ບັນເທີງ​ຂອງ​ເຮົາ​ອາດ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ການ​ນະມັດສະການ​ທີ່​ເຮົາ​ໃຫ້​ກັບ​ພະ​ເຢໂຫວາ.

“ຈົ່ງ​ກະທຳ​ທຸກ​ສິ່ງ​ໃຫ້​ເປັນ​ທີ່​ຖວາຍ​ລັດສະຫມີ​ແກ່​ພະເຈົ້າ”

4. ການ​ອຸທິດ​ຕົວ​ຂອງ​ເຮົາ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ການ​ເລືອກ​ຄວາມ​ບັນເທີງ?

4 ເມື່ອ​ບໍ່​ດົນ​ມາ​ນີ້ ພະຍານ​ພະ​ເຢໂຫວາ​ທີ່​ສູງ​ອາຍຸ​ຄົນ​ຫນຶ່ງ​ເຊິ່ງ​ຮັບ​ບັບເຕມາ​ໃນ​ປີ 1946 ໄດ້​ກ່າວ​ວ່າ “ຂ້ອຍ​ຖື​ວ່າ​ສຳຄັນ​ທີ່​ຈະ​ຢູ່​ຟັງ​ຄຳ​ບັນລະຍາຍ​ຮັບ​ບັບເຕມາ​ທຸກ​ຄັ້ງ ແລະ​ຕັ້ງ​ໃຈ​ຟັງ​ຄື​ກັບ​ວ່າ​ເປັນ​ການ​ຮັບ​ບັບເຕມາ​ຂອງ​ຂ້ອຍ​ເອງ.” ເພາະ​ເຫດ​ໃດ? ລາວ​ອະທິບາຍ​ວ່າ “ການ​ເຮັດ​ໃຫ້​ການ​ອຸທິດ​ຕົວ​ຂອງ​ຂ້ອຍ​ແຈ່ມແຈ້ງ​ຢູ່​ໃນ​ຄວາມ​ຄິດ​ສະເຫມີ​ເປັນ​ສິ່ງ​ສຳຄັນ​ຢ່າງ​ຫນຶ່ງ​ໃນ​ການ​ຮັກສາ​ຄວາມ​ສັດ​ຊື່.” ແນ່ນອນ​ວ່າ​ເຈົ້າ​ຈະ​ເຫັນ​ດີ​ກັບ​ທັດສະນະ​ດັ່ງ​ກ່າວ. ການ​ເຕືອນ​ຕົວ​ເອງ​ໃຫ້​ນຶກ​ເຖິງ​ວ່າ​ເຈົ້າ​ໄດ້​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ​ຈະ​ໃຊ້​ຊີວິດ​ທັງ​ຫມົດ​ເພື່ອ​ຮັບໃຊ້​ພະອົງ​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ອົດ​ທົນ. (ຜູ້ເທສະໜາປ່າວປະກາດ 5:4; ເຫບເລີ 10:7) ທີ່​ຈິງ ການ​ຄິດ​ຕຶກຕອງ​ເຖິງ​ການ​ອຸທິດ​ຕົວ​ຂອງ​ເຈົ້າ​ຈະ​ກະທົບ​ໃສ່​ບໍ່​ພຽງ​ແຕ່​ທັດສະນະ​ຂອງ​ເຈົ້າ​ໃນ​ເລື່ອງ​ວຽກ​ຮັບໃຊ້​ຂອງ​ຄລິດສະຕຽນ​ເທົ່າ​ນັ້ນ ແຕ່​ໃນ​ແງ່​ມຸມ​ອື່ນໆຂອງ​ຊີວິດ ນັ້ນ​ລວມ​ເຖິງ​ຄວາມ​ບັນເທີງ. ອັກຄະສາວົກ​ໂປໂລ​ເນັ້ນ​ຄວາມ​ຈິງ​ດັ່ງ​ກ່າວ​ເມື່ອ​ລາວ​ຂຽນ​ເຖິງ​ຄລິດສະຕຽນ​ໃນ​ສະໄຫມ​ຂອງ​ລາວ​ວ່າ “ຖ້າ​ທ່ານ​ທັງ​ຫລາຍ​ກິນ​ກໍ​ດີ ດື່ມ​ກໍ​ດີ ຫລື​ກະທຳ​ການ​ໃດ​ກໍ​ດີ ຈົ່ງ​ກະທຳ​ທຸກ​ສິ່ງ ໃຫ້​ເປັນ​ທີ່​ຖວາຍ​ລັດສະຫມີ​ແກ່​ພະເຈົ້າ.”—1 ໂກລິນໂທ 10:31.

5. ພວກເລວີ 22:18-20 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຫັນ​ຄຳ​ເຕືອນ​ທີ່​ແຝງ​ຢູ່​ໃນ​ໂລມ 12:1?

5 ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ໃນ​ຊີວິດ​ສົ່ງ​ຜົນ​ຕໍ່​ການ​ນະມັດສະການ​ພະ​ເຢໂຫວາ. ໃນ​ຈົດຫມາຍ​ທີ່​ຂຽນ​ໄປ​ເຖິງ​ຊາວ​ໂລມັນ ໂປໂລ​ໃຊ້​ຖ້ອຍຄຳ​ທີ່​ມີ​ຄວາມຫມາຍ​ເລິກ​ເຊິ່ງ​ເພື່ອ​ເນັ້ນ​ຄວາມ​ຈິງ​ຂໍ້​ນີ້​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. ລາວ​ກະຕຸ້ນ​ເຕືອນ​ເຂົາ​ເຈົ້າ​ວ່າ “ຈົ່ງ​ເອົາ​ຕົວ​ຂອງ​ຕົນ​ຖວາຍ​ແກ່​ພະອົງ​ເປັນ​ເຄື່ອງ​ບູຊາ​ອັນ​ມີ​ຊີວິດ​ຢູ່​ອັນ​ບໍລິສຸດ​ແລະ​ເປັນ​ທີ່​ຊອບ​ໃຈ​ແກ່​ພະເຈົ້າ ເປັນ​ການ​ບົວລະບັດ​ສົມຄວນ​ທີ່​ທ່ານ​ທັງ​ຫລາຍ​ກະທຳ.” (ໂລມ 12:1) ຕົວ​ຂອງ​ເຈົ້າ​ແມ່ນ​ລວມ​ເອົາ​ຈິດ​ໃຈ ຫົວໃຈ ແລະ​ເຫື່ອ​ແຮງ​ຂອງ​ເຈົ້າ. ເຈົ້າ​ໃຊ້​ສິ່ງ​ທັງ​ຫມົດ​ນີ້​ເພື່ອ​ຮັບໃຊ້​ພະເຈົ້າ. (ມາລະໂກ 12:30) ໂປໂລ​ກ່າວ​ເຖິງ​ການ​ຮັບໃຊ້​ສຸດ​ຊີວິດ​ເຊັ່ນ​ນັ້ນ​ເປັນ​ຄື​ກັບ​ເຄື່ອງ​ບູຊາ. ຄຳ​ວ່າ “ເຄື່ອງ​ບູຊາ” ໃນ​ທີ່​ນີ້​ມີ​ຄຳ​ເຕືອນ​ແຝງ​ຢູ່. ພາຍ​ໃຕ້​ພະບັນຍັດ​ຂອງ​ໂມເຊ ການ​ເອົາ​ສັດ​ພິການ​ມາ​ເປັນ​ເຄື່ອງ​ບູຊາ​ຈະ​ຖືກ​ພະເຈົ້າ​ປະຕິເສດ. (ພວກເລວີ 22:18-20) ຄ້າຍ​ກັນ ຖ້າ​ການ​ຮັບໃຊ້​ພະເຈົ້າ​ທີ່​ປຽບ​ເຫມືອນ​ເຄື່ອງ​ບູຊາ​ຂອງ​ຄລິດສະຕຽນ​ມີ​ມົນທິນ​ໃນ​ທາງ​ໃດ​ທາງ​ຫນຶ່ງ ພະເຈົ້າ​ກໍ​ຈະ​ປະຕິເສດ​ເຄື່ອງ​ບູຊາ​ນັ້ນ. ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ໄດ້​ແນວ​ໃດ?

6, 7. ຄລິດສະຕຽນ​ອາດ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ຕົນ​ເປັນ​ມົນທິນ​ໄດ້​ແນວ​ໃດ​ແລະ​ອາດ​ກໍ່​ຜົນ​ແນວ​ໃດ?

6 ໂປໂລ​ເຕືອນ​ຄລິດສະຕຽນ​ທີ່​ຢູ່​ໃນ​ເມືອງ​ໂລມ​ວ່າ “ຢ່າ​ມອບ​ອະໄວຍະວະ [“ສ່ວນ​ຕ່າງໆຂອງ​ຮ່າງກາຍ,” ສະບັບ​ແປ​ນິວ ອິນເຕີເນຊັນແນວ] ຂອງ​ພວກ​ເຈົ້າ​ໃຫ້​ແກ່​ຄວາມ​ຜິດ​ບາບ.” ໂປໂລ​ຍັງ​ບອກ​ເຂົາ​ເຈົ້າ​ວ່າ​ໃຫ້ “ທຳລາຍ​ການ​ຂອງ​ຝ່າຍ​ເນື້ອ​ກາຍ​ເສຍ.” (ໂລມ 6:12-14; 8:13, ປ.ມ.) ໃນ​ຕອນ​ຕົ້ນໆຂອງ​ຈົດຫມາຍ ລາວ​ໄດ້​ຍົກ​ບາງ​ຕົວຢ່າງ​ຂອງ “ການ​ຂອງ​ຝ່າຍ​ເນື້ອ​ກາຍ” ດັ່ງ​ກ່າວ. ເຮົາ​ອ່ານ​ກ່ຽວ​ກັບ​ມະນຸດ​ທີ່​ຜິດ​ບາບ​ວ່າ “ປາກ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ຄຳ​ປ້ອຍ​ດ່າ.” “ຕີນ​ຂອງ​ເຂົາ​ເຮວ​ຈະ​ກະທຳ​ເລືອດ​ຄົນ​ໃຫ້​ໄຫລ​ອອກ.” “ຕໍ່​ຕາ ຂອງ​ເຂົາ ຄວາມ​ຢ້ານ​ກົວ​ພະເຈົ້າ​ກໍ​ບໍ່​ມີ.” (ໂລມ 3:13-18) ຄລິດສະຕຽນ​ຈະ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ຕົນ​ເປັນ​ມົນທິນ​ຖ້າ​ລາວ​ໃຊ້ “ອະໄວຍະວະ” ຫລື​ສ່ວນ​ຕ່າງໆຂອງ​ຮ່າງກາຍ​ໃນ​ການ​ກະທຳ​ທີ່​ຜິດ​ບາບ​ດັ່ງ​ກ່າວ. ຕົວຢ່າງ ຖ້າ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ເຈຕະນາ​ເບິ່ງ​ເລື່ອງ​ທີ່​ເສື່ອມຊາມ​ເຊັ່ນ ພາບ​ລາມົກ​ຫລື​ເບິ່ງ​ພາບ​ການທາ​ລຸນ​ທີ່​ໂຫດ​ຮ້າຍ ລາວ​ກໍ “ມອບ [ຕາ​ຂອງ​ຕົນ] ໃຫ້​ແກ່​ຄວາມ​ຜິດ​ບາບ” ແລະ​ດ້ວຍ​ເຫດ​ນີ້​ຈຶ່ງ​ເຮັດ​ໃຫ້​ຮ່າງກາຍ​ທຸກ​ສ່ວນ​ເປັນ​ມົນທິນ. ການ​ນະມັດສະການ​ໃດໆກໍ​ຕາມ​ທີ່​ລາວ​ຖວາຍ​ຄົງ​ຈະ​ກາຍ​ເປັນ​ເຄື່ອງ​ບູຊາ​ທີ່​ບໍ່​ບໍລິສຸດ​ອີກ​ຕໍ່​ໄປ​ແລະ​ພະເຈົ້າ​ກໍ​ບໍ່​ຍອມ​ຮັບ. (ພະບັນຍັດ 15:21; 1 ເປໂຕ 1:14-16; 2 ເປໂຕ 3:11) ການ​ເລືອກ​ຄວາມ​ບັນເທີງ​ທີ່​ບໍ່​ຈົບ​ງາມ​ກໍ່​ຜົນ​ເສຍຫາຍ​ຫລາຍ​ແທ້ໆ!

7 ເຫັນ​ໄດ້​ແຈ້ງ​ວ່າ​ການ​ເລືອກ​ຄວາມ​ບັນເທີງ​ຂອງ​ຄລິດສະຕຽນ​ສາມາດ​ກໍ່​ຜົນ​ຮ້າຍແຮງ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ຕ້ອງການ​ທີ່​ຈະ​ເລືອກ​ຄວາມ​ບັນເທີງ​ທີ່​ຈະ​ເພີ່ມ​ຄຸນຄ່າ​ເຄື່ອງ​ບູຊາ​ທີ່​ເຮົາ​ຖວາຍ​ແກ່​ພະເຈົ້າ ບໍ່​ແມ່ນ​ເຮັດ​ໃຫ້​ເຄື່ອງ​ບູຊາ​ນັ້ນ​ເປັນ​ມົນທິນ. ຕອນ​ນີ້​ຂໍ​ໃຫ້​ພິຈາລະນາ​ວ່າ​ເຮົາ​ຈະ​ຕັດສິນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄວາມ​ບັນເທີງ​ແບບ​ໃດ​ທີ່​ດີ​ງາມ​ແລະ​ແບບ​ໃດ​ທີ່​ເສື່ອມ​ຊາມ.

“ຈົ່ງ​ກຽດ​ຊັງ​ການ​ຊົ່ວ”

8, 9. (ກ) ໂດຍ​ລວມ​ແລ້ວ​ຄວາມ​ບັນເທີງ​ອາດ​ແບ່ງ​ອອກ​ເປັນ​ສອງ​ປະເພດ​ຄື​ແນວ​ໃດ​ແດ່? (ຂ) ເຮົາ​ຕ້ອງ​ປະຕິເສດ​ຄວາມ​ບັນເທີງ​ແບບ​ໃດ​ແດ່ ແລະ​ເພາະ​ເຫດ​ໃດ?

8 ໂດຍ​ລວມ​ແລ້ວ​ມີ​ການ​ແບ່ງ​ຄວາມ​ບັນເທີງ​ອອກ​ເປັນ​ສອງ​ປະເພດ. ປະເພດ​ທີ​ຫນຶ່ງ​ຄື​ຄວາມ​ບັນເທີງ​ທີ່​ຄລິດສະຕຽນ​ຫລີກ​ລ່ຽງ​ຢ່າງ​ແນ່ນອນ; ອີກ​ປະເພດ​ຫນຶ່ງ​ແມ່ນ​ຄວາມ​ບັນເທີງ​ທີ່​ຄລິດສະຕຽນ​ອາດ​ຍອມ​ຮັບ​ໄດ້​ຫລື​ຍອມ​ຮັບ​ບໍ່​ໄດ້. ຂໍ​ໃຫ້​ເຮົາ​ເລີ່ມ​ຕົ້ນ​ໂດຍ​ການ​ພິຈາລະນາ​ປະເພດ​ທຳອິດ​ກ່ອນ ເຊິ່ງ​ເປັນ​ຄວາມ​ບັນເທີງ​ທີ່​ຄລິດສະຕຽນ​ຕ້ອງ​ຫລີກ​ລ່ຽງ.

9 ດັ່ງ​ທີ່​ກ່າວ​ໄວ້​ໃນ​ບົດ​ທີ 1 ຄວາມ​ບັນເທີງ​ບາງ​ແບບ​ເນັ້ນ​ການ​ກະທຳ​ທີ່​ມີ​ການ​ຕຳຫນິ​ຢ່າງ​ຈະ​ແຈ້ງ​ໃນ​ຄຳພີ​ໄບເບິນ. ຕົວຢ່າງ ຂໍ​ໃຫ້​ຄິດ​ເຖິງ​ເວັບໄຊ ພາບພະຍົນ ລາຍການ​ໂທລະພາບ ແລະ​ເພງ​ທີ່​ມີ​ເນື້ອ​ໃນ​ກ່ຽວ​ຂ້ອງ​ກັບ​ຄວາມ​ໂຫດ​ຮ້າຍ​ທາລຸນ​ແລະ​ຜີ​ປີ​ສາດ ມີ​ພາບ​ລາມົກ ຫລື​ການ​ກະທຳ​ທີ່​ສົ່ງເສີມ​ການ​ເຮັດ​ຜິດ​ສິນລະທຳ​ທີ່​ຫນ້າ​ລັງກຽດ. ເນື່ອງ​ຈາກ​ຄວາມ​ບັນເທີງ​ທີ່​ຕໍ່າ​ຊາມ​ດັ່ງ​ກ່າວ​ມີ​ການ​ນຳ​ສະເຫນີ​ການ​ກະທຳ​ທີ່​ລະເມີດ​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ຫລື​ຂັດ​ກັບ​ກົດຫມາຍ​ໃນ​ພະ​ຄຳພີ​ໃນ​ແບບ​ທີ່​ຜິດໆວ່າ​ເປັນ​ການ​ກະທຳ​ທີ່​ຍອມ​ຮັບ​ໄດ້ ຄລິດສະຕຽນ​ແທ້​ຈຶ່ງ​ຄວນ​ຫລີກ​ລ່ຽງ​ຄວາມ​ບັນເທີງ​ດັ່ງ​ກ່າວ. (ກິດຈະການ 15:28, 29; 1 ໂກລິນໂທ 6:9, 10; ຄຳປາກົດ 21:8) ໂດຍ​ການ​ປະຕິເສດ​ຄວາມ​ບັນເທີງ​ທີ່​ເສື່ອມຊາມ​ເຊັ່ນ​ນັ້ນ ເຈົ້າ​ພິສູດ​ຕໍ່​ກັບ​ພະ​ເຢໂຫວາ​ວ່າ​ເຈົ້າ “ກຽດ​ຊັງ​ການ​ຊົ່ວ” ຢ່າງ​ແທ້​ຈິງ ແລະ “ເວັ້ນ​ຫນີ​ຈາກ​ການ​ຊົ່ວ” ສະເຫມີ. ໂດຍ​ວິທີ​ນັ້ນ ເຈົ້າ​ຈຶ່ງ​ມີ “ຄວາມ​ເຊື່ອ​ອັນ​ສັດ​ຊື່.”—ໂລມ 12:9; ຄຳເພງ 34:14; 1 ຕີໂມເຕ 1:5.

10. ການ​ຫາ​ເຫດຜົນ​ແບບ​ໃດ​ໃນ​ເລື່ອງ​ຄວາມ​ບັນເທີງ​ທີ່​ເປັນ​ອັນຕະລາຍ ແລະ​ເພາະ​ເຫດ​ໃດ?

10 ແຕ່​ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ການ​ເບິ່ງ​ຄວາມ​ບັນເທີງ​ທີ່​ສະແດງ​ພາບ​ພຶດຕິກຳ​ທີ່​ຜິດ​ສິນລະທຳ​ຢ່າງ​ຈະ​ແຈ້ງ​ນັ້ນ​ບໍ່​ມີ​ພິດ​ມີ​ໄພ​ຫຍັງ. ເຂົາ​ເຈົ້າ​ຫາ​ເຫດຜົນ​ວ່າ ‘ຂ້ອຍ​ອາດ​ເບິ່ງ​ເລື່ອງ​ນັ້ນ​ໃນ​ພາບພະຍົນ​ຫລື​ໃນ​ໂທລະພາບ ແຕ່​ຂ້ອຍ​ຈະ​ບໍ່​ມີ​ວັນ​ເຮັດ​ແບບ​ນັ້ນ​ດອກ.’ ການ​ອ້າງ​ເຫດຜົນ​ແບບ​ນັ້ນ​ເປັນ​ການ​ຫລອກ​ລວງ​ແລະ​ເປັນ​ອັນຕະລາຍ. (ເຢເຣມີ 17:9) ຖ້າ​ເຮົາ​ຮູ້ສຶກ​ເພີດເພີນ​ໃນ​ການ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ​ຕຳຫນິ ເຮົາ “ກຽດ​ຊັງ​ການ​ຊົ່ວ” ແທ້ໆບໍ? ການ​ປ່ອຍ​ຕົວ​ເອງ​ໃຫ້​ເບິ່ງ ອ່ານ ແລະ​ຟັງ​ເລື່ອງ​ຄວາມ​ປະພຶດ​ທີ່​ຊົ່ວ​ຊໍ້າ​ແລ້ວ​ຊໍ້າ​ອີກ​ຈະ​ເຮັດ​ໃຫ້​ຄວາມ​ຮູ້ສຶກ​ຂອງ​ເຮົາ​ຕາຍ​ດ້ານ. (ຄຳເພງ 119:70; 1 ຕີໂມເຕ 4:1, 2) ກິດ​ປະຕິບັດ​ແບບ​ນັ້ນ​ອາດ​ມີ​ຜົນ​ກະທົບ​ຕໍ່​ສິ່ງ​ທີ່​ເຮົາ​ເຮັດ​ຫລື​ທັດສະນະ​ຂອງ​ເຮົາ​ຕໍ່​ການ​ປະພຶດ​ຜິດ​ຂອງ​ຄົນ​ອື່ນ.

11. ຄາລາຊີ 6:7 ປາກົດ​ວ່າ​ເປັນ​ຈິງ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ບັນເທີງ?

11 ນີ້​ເປັນ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ແທ້ໆ. ຄລິດສະຕຽນ​ບາງ​ຄົນ​ໄດ້​ເຮັດ​ຜິດ​ສິນລະທຳ​ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຄວາມ​ບັນເທີງ​ທີ່​ເຂົາ​ເຈົ້າ​ເບິ່ງ​ເປັນ​ປະຈຳ. ສະເພາະ​ເມື່ອ​ໄດ້​ຮັບ​ປະສົບການ​ອັນ​ເຈັບ​ປວດ​ເທົ່າ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຮຽນ​ຮູ້​ວ່າ “ຄົນ​ຜູ້​ຫນຶ່ງ​ໄດ້​ຫວ່ານ​ກ້າ​ເມັດ​ຢ່າງ​ໃດ ເພິ່ນ​ຈະ​ກ່ຽວ​ເກັບ​ຫມາກ​ຢ່າງ​ນັ້ນ.” (ຄາລາຊີ 6:7) ແຕ່​ຜົນ​ໄດ້​ຮັບ​ທີ່​ຫນ້າ​ເສົ້າ​ແບບ​ນັ້ນ​ສາມາດ​ຫລີກ​ລ່ຽງ​ໄດ້. ຖ້າ​ເຈົ້າ​ເອົາໃຈໃສ່​ຢ່າງ​ດີ​ໃນ​ການ​ຫວ່ານ​ສິ່ງ​ທີ່​ສະອາດ​ທາງ​ສິນລະທຳ​ໃນ​ຄວາມ​ຄິດ​ຂອງ​ເຈົ້າ ເຈົ້າ​ກໍ​ຈະ​ເກັບ​ກ່ຽວ​ຜົນ​ທີ່​ດີ​ງາມ​ໃນ​ຊີວິດ​ດ້ວຍ​ຄວາມ​ຍິນດີ.—ເບິ່ງ​ຂອບ “ ຂ້ອຍ​ຄວນ​ເລືອກ​ຄວາມ​ບັນເທີງ​ແບບ​ໃດ?

ການ​ຕັດສິນ​ໃຈ​ສ່ວນ​ຕົວ​ໂດຍ​ອີງ​ໃສ່​ຫລັກ​ການ​ໃນ​ຄຳພີ​ໄບເບິນ

12 ຄາລາຊີ 6:5 ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຄວາມ​ບັນເທີງ ແລະ​ເຮົາ​ມີ​ການ​ຊີ້​ນຳ​ແນວ​ໃດ​ໃນ​ການ​ຕັດສິນ​ໃຈ​ສ່ວນ​ຕົວ?

12 ຕອນ​ນີ້​ຂໍ​ໃຫ້​ພິຈາລະນາ​ປະເພດ​ທີ​ສອງ ນັ້ນ​ຄື​ຄວາມ​ບັນເທີງ​ເຊິ່ງ​ມີ​ຮູບ​ແບບ​ທີ່​ພະ​ຄຳ​ຂອງ​ພະເຈົ້າ​ບໍ່​ໄດ້​ຕຳຫນິ​ໂດຍ​ກົງ​ຫລື​ບໍ່​ໄດ້​ລະບຸ​ຊັດເຈນ​ວ່າ​ຍອມ​ຮັບ​ໄດ້. ເມື່ອ​ເລືອກ​ຄວາມ​ບັນເທີງ​ດັ່ງ​ກ່າວ ຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ເອົາ​ເອງ​ໃນ​ສິ່ງ​ທີ່​ຕົນ​ຮູ້ສຶກ​ວ່າ​ເປັນ​ສິ່ງ​ທີ່​ດີ​ງາມ. (ຄາລາຊີ 6:5) ແນວ​ໃດ​ກໍ​ຕາມ ເມື່ອ​ປະເຊີນ​ກັບ​ການ​ເລືອກ​ແບບ​ນີ້ ບໍ່​ແມ່ນ​ວ່າ​ພວກ​ເຮົາ​ຈະ​ບໍ່​ໄດ້​ຮັບ​ການ​ຊີ້​ນຳ. ຄຳພີ​ໄບເບິນ​ມີ​ຫລັກ​ການ ຫລື​ຄວາມ​ຈິງ​ພື້ນຖານ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ແນວ​ຄິດ​ຂອງ​ພະ​ເຢໂຫວາ. ໂດຍ​ການ​ເອົາໃຈໃສ່​ຕໍ່​ຫລັກ​ການ​ເຫລົ່າ​ນັ້ນ ເຮົາ​ຈະ​ສາມາດ​ເຂົ້າ​ໃຈ​ໃນ​ທຸກ​ສິ່ງ​ວ່າ “ນໍ້າໃຈ​ພະອົງ​ເຈົ້າ​ເປັນ​ຢ່າງ​ໃດ” ເຊິ່ງ​ລວມ​ເຖິງ​ການ​ເລືອກ​ຄວາມ​ບັນເທີງ​ຂອງ​ເຮົາ​ນຳ.—ເອເຟດ 5:17.

13. ສິ່ງ​ໃດ​ຈະ​ກະຕຸ້ນ​ເຮົາ​ໃຫ້​ຫລີກ​ລ່ຽງ​ຄວາມ​ບັນເທີງ​ທີ່​ອາດ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ?

13 ເປັນ​ເລື່ອງ​ທີ່​ເຂົ້າ​ໃຈ​ໄດ້ ບໍ່​ແມ່ນ​ຄລິດສະຕຽນ​ທຸກ​ຄົນ​ພັດທະນາ​ຄວາມ​ຮັບ​ຮູ້​ຫລື​ຄວາມ​ເຂົ້າ​ໃຈ​ທາງ​ສິນລະທຳ​ໃນ​ລະດັບ​ດຽວ​ກັນ. (ຟີລິບ 1:9) ຍິ່ງ​ກວ່າ​ນັ້ນ ຄລິດສະຕຽນ​ສຳນຶກ​ວ່າ​ໃນ​ເລື່ອງ​ກ່ຽວ​ກັບ​ຄວາມ​ບັນເທີງ​ນັ້ນ ຍ່ອມ​ມີ​ລົດ​ນິຍົມ​ທີ່​ຕ່າງ​ກັນ. ດັ່ງ​ນັ້ນ ເຮົາ​ບໍ່​ຄາດ​ຫມາຍ​ວ່າ​ຄລິດສະຕຽນ​ທຸກ​ຄົນ​ຈະ​ເຮັດ​ການ​ຕັດສິນ​ໃຈ​ທຸກ​ຢ່າງ​ແບບ​ດຽວ​ກັນ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ແຮ່ງ​ເຮົາ​ຍອມ​ໃຫ້​ຫລັກ​ການ​ຂອງ​ພະເຈົ້າ​ມີ​ອິດທິພົນ​ຕໍ່​ຈິດ​ໃຈ​ແລະ​ຫົວໃຈ​ຂອງ​ເຮົາ ເຮົາ​ແຮ່ງ​ຮູ້ສຶກ​ໄວ​ຫລາຍ​ເທົ່າ​ນັ້ນ​ທີ່​ຈະ​ຫລີກ​ລ່ຽງ​ຄວາມ​ບັນເທີງ​ແບບ​ໃດ​ກໍ​ຕາມ​ທີ່​ອາດ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ.—ຄຳເພງ 119:11, 129; 1 ເປໂຕ 2:16.

14. (ກ) ເຮົາ​ຄວນ​ຄິດ​ເຖິງ​ປັດໄຈ​ອັນ​ໃດ​ເມື່ອ​ເລືອກ​ຄວາມ​ບັນເທີງ? (ຂ) ເຮົາ​ຈະ​ຈັດ​ໃຫ້​ຜົນ​ປະໂຫຍດ​ໃນ​ເລື່ອງ​ລາຊະອານາຈັກ​ຢູ່​ໃນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ໄດ້​ແນວ​ໃດ?

14 ເມື່ອ​ເລືອກ​ຄວາມ​ບັນເທີງ ມີ​ປັດໄຈ​ສຳຄັນ​ອີກ​ຢ່າງ​ຫນຶ່ງ​ທີ່​ຄວນ​ຄິດ​ເຖິງ ນັ້ນ​ຄື​ເວລາ​ຂອງ​ເຈົ້າ. ໃນ​ຂະນະ​ທີ່​ເນື້ອ​ຫາ​ຂອງ​ຄວາມ​ບັນເທີງ​ເປີດ​ເຜີຍ​ໃຫ້​ເຫັນ​ສິ່ງ​ທີ່​ເຈົ້າ​ຍອມ​ຮັບ​ໄດ້ ແຕ່​ເວລາ​ທີ່​ເຈົ້າ​ໃຊ້​ກັບ​ຄວາມ​ບັນເທີງ​ນັ້ນ​ເປີດ​ເຜີຍ​ວ່າ​ອັນ​ໃດ​ສຳຄັນ​ສຳລັບ​ເຈົ້າ. ແນ່ນອນ​ວ່າ​ສຳລັບ​ຄລິດສະຕຽນ ເລື່ອງ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ພະເຈົ້າ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ. (ມັດທາຍ 6:33) ຖ້າ​ເຊັ່ນ​ນັ້ນ ເຈົ້າ​ຈະ​ເຮັດ​ໃຫ້​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ຜົນ​ປະໂຫຍດ​ໃນ​ເລື່ອງ​ລາຊະອານາຈັກ​ຍັງ​ຢູ່​ໃນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ເຈົ້າ? ອັກຄະສາວົກ​ໂປໂລ​ກ່າວ​ວ່າ “ຈົ່ງ​ລະວັງ​ໃຫ້​ດີ​ທ່ານ​ທັງ​ຫລາຍ​ທຽວ​ໄປ​ຢ່າງ​ໃດ ບໍ່​ໃຊ່​ເຫມືອນ​ດັ່ງ​ຄົນ​ບໍ່​ຮູ້​ແຕ່​ວ່າ​ເຫມືອນ​ດັ່ງ​ຄົນ​ສະຫລາດ ຈົ່ງ​ໄຖ່​ເວລາ​ທີ່​ສົມຄວນ​ໃຊ້​ເຖີ້ນ.” (ເອເຟດ 5:15, 16) ທີ່​ຈິງ ການ​ກຳນົດ​ເວລາ​ໄວ້​ຢ່າງ​ຊັດເຈນ​ສຳລັບ​ຄວາມ​ບັນເທີງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ເວລາ​ທີ່​ຈຳເປັນ​ສຳລັບ ‘ສິ່ງ​ທີ່​ສຳຄັນ​ກວ່າ’ ນັ້ນ​ຄື​ກິດຈະກຳ​ທີ່​ຈະ​ເປັນ​ປະໂຫຍດ​ຕໍ່​ສະຫວັດດີພາບ​ຝ່າຍ​ວິນຍານ​ຂອງ​ເຈົ້າ.—ຟີລິບ 1:10.

15. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສະຫລາດ​ສຸຂຸມ​ທີ່​ຈະ​ຢູ່​ໃນ​ໄລຍະ​ທີ່​ປອດໄພ​ໄວ້​ກ່ອນ​ເມື່ອ​ເລືອກ​ຄວາມ​ບັນເທີງ?

15 ນອກ​ຈາກ​ນີ້ ເປັນ​ເລື່ອງ​ສະຫລາດ​ທີ່​ຈະ​ຢູ່​ໃນ​ໄລຍະ​ທີ່​ປອດໄພ​ໄວ້​ກ່ອນ​ເມື່ອ​ເລືອກ​ຄວາມ​ບັນເທີງ. ນີ້​ຫມາຍ​ຄວາມ​ວ່າ​ແນວ​ໃດ? ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ເລື່ອງ​ຫມາກ​ໄມ້​ອີກ​ເທື່ອ​ຫນຶ່ງ. ເພື່ອ​ຫລີກ​ລ່ຽງ​ການ​ກິນ​ຫມາກ​ໄມ້​ສ່ວນ​ທີ່​ເນົ່າ​ນັ້ນ​ໂດຍ​ບໍ່​ຕັ້ງ​ໃຈ ເຈົ້າ​ຈະ​ຕັດ​ບໍ່​ແມ່ນ​ແຕ່​ສ່ວນ​ທີ່​ເນົ່າ​ເທົ່າ​ນັ້ນ ແຕ່​ຈະ​ຕັດ​ສ່ວນ​ທີ່​ຢູ່​ອ້ອມໆບ່ອນ​ເນົ່າ​ນັ້ນ​ອອກ​ນຳ. ຄ້າຍ​ກັນ ເປັນ​ເລື່ອງ​ສະຫລາດ​ທີ່​ຈະ​ກຳນົດ​ໄລຍະ​ທີ່​ປອດໄພ​ໄວ້​ກ່ອນ​ໃນ​ການ​ເລືອກ​ຄວາມ​ບັນເທີງ. ຄລິດສະຕຽນ​ທີ່​ສະຫລາດ​ສຸຂຸມ​ບໍ່​ພຽງ​ແຕ່​ຫລີກ​ລ່ຽງ​ຄວາມ​ບັນເທີງ​ທີ່​ລະເມີດ​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ຢ່າງ​ຈະ​ແຈ້ງ ແຕ່​ຍັງ​ຫລີກ​ລ່ຽງ​ຄວາມ​ບັນເທີງ​ປະເພດ​ທີ່​ເປັນ​ຕາ​ຫນ້າ​ສົງໄສ​ຫລື​ອາດ​ກໍ່​ຄວາມ​ເສຍຫາຍ​ຕໍ່​ສາຍ​ສຳພັນ​ແລະ​ຈຸດ​ຢືນ​ຂອງ​ຕົນ​ທີ່​ມີ​ຕໍ່​ພະ​ເຢໂຫວາ. (ສຸພາສິດ 4:25-27) ການ​ປະຕິບັດ​ຕາມ​ຄຳ​ແນະນຳ​ໃນ​ພະ​ຄຳ​ຂອງ​ພະເຈົ້າ​ຢ່າງ​ເຄັ່ງ​ຄັດ​ຈະ​ຊ່ວຍ​ເຮົາ​ໃຫ້​ຫລີກ​ລ່ຽງ​ຄວາມ​ບັນເທີງ​ດັ່ງ​ກ່າວ​ນັ້ນ.

“ສິ່ງ​ທັງ​ຫລາຍ​ທີ່​ເປັນ​ບໍລິສຸດ”

ການ​ໃຊ້​ຫລັກ​ການ​ຂອງ​ພະເຈົ້າ​ເມື່ອ​ເລືອກ​ຄວາມ​ບັນເທີງ​ຈະ​ຊ່ວຍ​ປົກ​ປ້ອງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະເຈົ້າ

16. (ກ) ເຮົາ​ອາດ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ເຮົາ​ມີ​ທັດສະນະ​ແບບ​ດຽວ​ກັບ​ພະ​ເຢໂຫວາ​ໃນ​ເລື່ອງ​ສິນລະທຳ? (ຂ) ການ​ໃຊ້​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ຈະ​ກາຍ​ເປັນ​ແນວ​ທາງ​ຊີວິດ​ຂອງ​ເຈົ້າ​ໄດ້​ແນວ​ໃດ?

16 ເມື່ອ​ເລືອກ​ຄວາມ​ບັນເທີງ ກ່ອນ​ອື່ນ​ຫມົດ​ຄລິດສະຕຽນ​ແທ້​ຄຳນຶງ​ເຖິງ​ທັດສະນະ​ຂອງ​ພະ​ເຢໂຫວາ. ຄຳພີ​ໄບເບິນ​ເປີດ​ເຜີຍ​ເຖິງ​ຄວາມ​ຮູ້ສຶກ​ແລະ​ມາດຕະຖານ​ຂອງ​ພະ​ເຢໂຫວາ. ຕົວຢ່າງ ກະສັດ​ຊາໂລໂມນ​ເຮັດ​ລາຍການ​ຕ່າງໆທີ່​ພະ​ເຢໂຫວາ​ກຽດ​ຊັງ​ເຊັ່ນ ‘ລີ້ນ​ທີ່​ເວົ້າ​ບໍ່​ຈິງ ກັບ​ມື​ທີ່​ໃຫ້​ເລືອດ​ບໍ່​ຜິດ​ໄຫລ​ອອກ ໃຈ​ທີ່​ຄຶດ​ຜິປອງ​ການ​ອະທຳ ຕີນ​ທີ່​ຮີບ​ແລ່ນ​ໄປ​ເຮັດ​ການ​ຮ້າຍ.’ (ສຸພາສິດ 6:16-19) ທັດສະນະ​ຂອງ​ພະ​ເຢໂຫວາ​ຄວນ​ສົ່ງ​ຜົນ​ກະທົບ​ແນວ​ໃດ​ຕໍ່​ທັດສະນະ​ຂອງ​ເຈົ້າ? ຜູ້​ປະພັນ​ຄຳເພງ​ກະຕຸ້ນ​ເຕືອນ​ວ່າ “ຄົນ​ທັງ​ຫລາຍ​ທີ່​ຮັກ​ພະ​ເຢໂຫວາ​ຈົ່ງ​ກຽດ​ຊັງ​ການ​ຊົ່ວ​ຮ້າຍ.” (ຄຳເພງ 97:10) ການ​ເລືອກ​ຄວາມ​ບັນເທີງ​ຂອງ​ເຈົ້າ​ຕ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ກຽດ​ຊັງ​ແທ້ໆໃນ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ. (ຄາລາຊີ 5:19-21) ຂໍ​ໃຫ້​ຈື່​ໄວ້​ດ້ວຍ​ວ່າ​ສິ່ງ​ທີ່​ເຈົ້າ​ເຮັດ​ໃນ​ບ່ອນ​ລັບ​ຕາ​ຄົນ​ເຜີຍ​ໃຫ້​ເຫັນ​ວ່າ​ເຈົ້າ​ເປັນ​ຄົນ​ປະເພດ​ໃດ​ແທ້ໆ ຫລາຍ​ກວ່າ​ສິ່ງ​ທີ່​ເຈົ້າ​ເຮັດ​ຕໍ່​ຫນ້າ​ຄົນ​ອື່ນ. (ຄຳເພງ 11:4; 16:8) ດັ່ງ​ນັ້ນ ຖ້າ​ເຈົ້າ​ມີ​ຄວາມ​ປາຖະຫນາ​ຢ່າງ​ຈິງ​ໃຈ​ທີ່​ຈະ​ສະທ້ອນ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ສິນລະທຳ​ໃນ​ທຸກ​ແງ່​ມຸມ​ຂອງ​ຊີວິດ ເຈົ້າ​ຈະ​ເລືອກ​ແບບ​ທີ່​ສອດຄ່ອງ​ກັບ​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ສະເຫມີ. ການ​ເຮັດ​ແນວ​ນັ້ນ​ຈະ​ກາຍ​ເປັນ​ແນວ​ທາງ​ຊີວິດ​ຂອງ​ເຈົ້າ.—2 ໂກລິນໂທ 3:18.

17. ກ່ອນ​ຈະ​ເລືອກ​ຄວາມ​ບັນເທີງ ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ​ແນວ​ໃດ?

17 ໃນ​ການ​ເລືອກ​ຄວາມ​ບັນເທີງ ເຈົ້າ​ຕ້ອງ​ເຮັດ​ຫຍັງ​ຕື່ມ​ອີກ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຈົ້າ​ຈະ​ປະຕິບັດ​ແບບ​ທີ່​ສອດຄ່ອງ​ກັບ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ? ຂໍ​ໃຫ້​ຄິດ​ຕຶກຕອງ​ຄຳຖາມ​ທີ່​ວ່າ ‘ເລື່ອງ​ນີ້​ຈະ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຂ້ອຍ​ແລະ​ຕໍ່​ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ພະເຈົ້າ?’ ຕົວຢ່າງ ກ່ອນ​ຈະ​ຕັດສິນ​ໃຈ​ເບິ່ງ​ພາບພະຍົນ​ເລື່ອງ​ຫນຶ່ງ​ຫລື​ບໍ່​ນັ້ນ ຈົ່ງ​ຖາມ​ຕົວ​ເອງ​ວ່າ ‘ເນື້ອ​ໃນ​ຂອງ​ເລື່ອງ​ນີ້​ຈະ​ສົ່ງ​ຜົນ​ກະທົບ​ແນວ​ໃດ​ຕໍ່​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຂ້ອຍ?’ ຂໍ​ໃຫ້​ເຮົາ​ພິຈາລະນາ​ວ່າ​ຈະ​ເອົາ​ຫລັກ​ການ​ອັນ​ໃດ​ມາ​ໃຊ້​ໃນ​ເລື່ອງ​ນີ້.

18, 19. (ກ) ຫລັກ​ການ​ທີ່​ຢູ່​ຟີລິບ 4:8 ຊ່ວຍ​ເຮົາ​ໄດ້​ແນວ​ໃດ​ໃນ​ການ​ຕັດສິນ​ໃຈ​ວ່າ​ຄວາມ​ບັນເທີງ​ຂອງ​ເຮົາ​ເປັນ​ສິ່ງ​ທີ່​ດີ​ງາມ​ຫລື​ບໍ່? (ຂ) ມີ​ຫລັກ​ການ​ອັນ​ໃດ​ອີກ​ແດ່​ທີ່​ສາມາດ​ຊ່ວຍ​ເຮົາ​ໃນ​ການ​ເລືອກ​ຄວາມ​ບັນເທີງ​ທີ່​ດີ​ງາມ? (ເບິ່ງ​ຂໍ້​ຄວາມ​ໄຂ​ເງື່ອນ.)

18 ຫລັກ​ການ​ສຳຄັນ​ຂໍ້​ຫນຶ່ງ​ແມ່ນ​ຢູ່​ຟີລິບ 4:8 ເຊິ່ງ​ກ່າວ​ວ່າ “ສິ່ງ​ທັງ​ຫລາຍ​ທີ່​ເປັນ​ສັດ​ຊື່ ສິ່ງ​ທັງ​ຫລາຍ​ທີ່​ເປັນ​ທີ່​ນັບຖື ສິ່ງ​ທັງ​ຫລາຍ​ທີ່​ເປັນ​ຊອບທຳ ສິ່ງ​ທັງ​ຫລາຍ​ທີ່​ເປັນ​ບໍລິສຸດ ສິ່ງ​ທັງ​ຫລາຍ​ທີ່​ເປັນ​ທີ່​ຮັກ ສິ່ງ​ທັງ​ຫລາຍ​ທີ່​ມີ​ຊື່ສຽງ​ດີ ຖ້າ​ມີ​ການ​ດີ​ປະການ​ໃດ ແລະ​ຖ້າ​ມີ​ການ​ສັນລະເສີນ​ສິ່ງ​ໃດ ຈົ່ງ​ຄຶດ​ຢູ່​ເຖິງ​ສິ່ງ​ທັງ​ປວງ​ນັ້ນ.” ແມ່ນ​ຢູ່ ໂປໂລ​ບໍ່​ໄດ້​ພິຈາລະນາ​ເລື່ອງ​ຄວາມ​ບັນເທີງ ແຕ່​ກຳລັງ​ພິຈາລະນາ​ການ​ຄຶດ​ຕຶກຕອງ​ໃນ​ຫົວໃຈ​ເຊິ່ງ​ຄວນ​ຈະ​ເລັງ​ໃສ່​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ. (ຄຳເພງ 19:14) ແນວ​ໃດ​ກໍ​ຕາມ ຫລັກ​ການ​ໃນ​ຖ້ອຍຄຳ​ຂອງ​ໂປໂລ​ສາມາດ​ເອົາ​ມາ​ໃຊ້​ໄດ້​ກັບ​ເລື່ອງ​ຄວາມ​ບັນເທີງ. ໂດຍ​ວິທີ​ໃດ?

19 ຈົ່ງ​ຖາມ​ຕົວ​ເອງ​ວ່າ ‘ການ​ເລືອກ​ພາບພະຍົນ​ຂອງ​ຂ້ອຍ ວີ​ດີ​ໂອ​ເກມ ເພງ ຫລື​ຄວາມ​ບັນເທີງ​ໃນ​ຮູບ​ແບບ​ອື່ນໆເຮັດ​ໃຫ້​ຈິດ​ໃຈ​ຂອງ​ຂ້ອຍ​ເຕັມ​ໄປ​ດ້ວຍ “ສິ່ງ​ທັງ​ຫລາຍ​ທີ່​ເປັນ​ບໍລິສຸດ” ບໍ?’ ຕົວຢ່າງ ພາຍ​ຫລັງ​ທີ່​ເບິ່ງ​ພາບພະຍົນ​ແລ້ວ ພາບ​ອັນ​ໃດ​ທີ່​ຍັງ​ຄົງ​ຄອບງຳ​ຈິດ​ໃຈ​ຂອງ​ເຈົ້າ​ຢູ່? ຖ້າ​ແມ່ນ​ພາບ​ທີ່​ເປັນ​ຕາ​ເບິ່ງ ສະອາດ ແລະ​ໃຫ້​ຄວາມ​ສົດ​ຊື່ນ ເຈົ້າ​ກໍ​ຮູ້​ວ່າ​ຄວາມ​ບັນເທີງ​ຂອງ​ເຈົ້າ​ເປັນ​ສິ່ງ​ທີ່​ດີ​ງາມ. ແນວ​ໃດ​ກໍ​ຕາມ ຖ້າ​ພາບພະຍົນ​ທີ່​ເຈົ້າ​ເບິ່ງ​ເຮັດ​ໃຫ້​ເຈົ້າ​ຄິດ​ເຖິງ​ສິ່ງ​ທີ່​ບໍ່​ບໍລິສຸດ ຄວາມ​ບັນເທີງ​ນັ້ນ​ທັງ​ບໍ່​ເຫມາະ​ສົມ ແລະ​ເປັນ​ອັນຕະລາຍ. (ມັດທາຍ 12:33; ມາລະໂກ 7:20-23) ເປັນ​ຫຍັງ​ຈຶ່ງ​ເປັນ​ອັນຕະລາຍ? ເພາະ​ການ​ຄິດ​ເຖິງ​ສິ່ງ​ທີ່​ບໍ່​ສະອາດ​ດ້ານ​ສິນລະທຳ​ລົບກວນ​ຄວາມ​ສະຫງົບ​ໃນ​ໃຈ​ເຈົ້າ ເຮັດ​ໃຫ້​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຈົ້າ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ຈາກ​ຄຳພີ​ໄບເບິນ​ເປັນ​ຮອຍ​ແປ້ວ​ທີ່​ຕາຍ​ດ້ານ ແລະ​ສາມາດ​ທຳລາຍ​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະເຈົ້າ​ໄດ້. (ເອເຟດ 5:5; 1 ຕີໂມເຕ 1:5, 19) ເນື່ອງ​ຈາກ​ຄວາມ​ບັນເທີງ​ດັ່ງ​ກ່າວ​ກໍ່​ຜົນ​ເສຍຫາຍ​ຕໍ່​ເຈົ້າ​ເປັນ​ສ່ວນ​ຕົວ ຈົ່ງ​ຕັ້ງ​ໃຈ​ທີ່​ຈະ​ຫລີກ​ລ່ຽງ​ຄວາມ​ບັນເທີງ​ນັ້ນ. * (ໂລມ 12:2) ຈົ່ງ​ເປັນ​ຄື​ກັບ​ຜູ້​ປະພັນ​ຄຳເພງ​ທີ່​ອະທິດຖານ​ເຖິງ​ພະ​ເຢໂຫວາ​ວ່າ “ຂໍ​ໂຜດ​ໃຫ້​ຕາ​ຂ້າ​ນ້ອຍ​ຫລຽວ​ຈາກ​ເບິ່ງ​ຄວາມ​ເປົ່າໆ.”—ຄຳເພງ 119:37.

ຄຳນຶງ​ເຖິງ​ປະໂຫຍດ​ຂອງ​ຄົນ​ອື່ນ

20, 21. ຫນຶ່ງ​ໂກລິນໂທ 10:23, 24 ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ການ​ເລືອກ​ຄວາມ​ບັນເທີງ​ທີ່​ດີ​ງາມ?

20 ໂປໂລ​ກ່າວ​ເຖິງ​ຫລັກ​ການ​ທີ່​ສຳຄັນ​ໃນ​ຄຳພີ​ໄບເບິນ​ທີ່​ຕ້ອງ​ຄຳນຶງ​ເຖິງ​ເມື່ອ​ເຮັດ​ການ​ຕັດສິນ​ໃຈ​ເປັນ​ສ່ວນ​ຕົວ​ໃນ​ເລື່ອງ​ຕ່າງໆ. ລາວ​ກ່າວ​ວ່າ “ສິ່ງ​ສາລະພັດ​ເຮົາ​ທຳ​ໄດ້​ແຕ່​ວ່າ​ບໍ່​ໃຊ່​ສິ່ງ​ສາລະພັດ​ນັ້ນ​ເປັນ​ເຫດ​ໃຫ້​ຈຳເລີນ​ຂຶ້ນ. ຢ່າ​ໃຫ້​ຜູ້​ໃດ​ຫາ​ປະໂຫຍດ​ຂອງ​ຕົວ​ເອງ ແຕ່​ວ່າ​ໃຫ້​ທຸກ​ຄົນ​ຫາ​ປະໂຫຍດ​ຂອງ​ເພື່ອນ​ບ້ານ.” (1 ໂກລິນໂທ 10:23, 24) ຫລັກ​ການ​ຂໍ້​ນີ້​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ການ​ເລືອກ​ຄວາມ​ບັນເທີງ​ທີ່​ດີ​ງາມ? ເຈົ້າ​ຕ້ອງ​ຖາມ​ຕົວ​ເອງ​ວ່າ ‘ຄວາມ​ບັນເທີງ​ທີ່​ຂ້ອຍ​ເລືອກ​ນັ້ນ​ຈະ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຄົນ​ອື່ນ?’

21 ສະຕິ​ຮູ້ສຶກ​ຜິດ​ຊອບ​ອາດ​ຍອມ​ໃຫ້​ເຈົ້າ​ເຂົ້າ​ຮ່ວມ​ໃນ​ຄວາມ​ບັນເທີງ​ບາງ​ຢ່າງ​ທີ່​ເຈົ້າ​ຖື​ວ່າ “ທຳ​ໄດ້” ບໍ່​ມີ​ຂໍ້​ຫ້າມ​ຫລື​ຍອມ​ຮັບ​ໄດ້. ແນວ​ໃດ​ກໍ​ຕາມ ຖ້າ​ເຈົ້າ​ສັງເກດ​ວ່າ​ພີ່​ນ້ອງ​ບາງ​ຄົນ​ທີ່​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ເຄັ່ງ​ຄັດ​ຫລາຍ​ກວ່າ​ຮູ້ສຶກ​ວ່າ​ຄວາມ​ບັນເທີງ​ດັ່ງ​ກ່າວ​ເປັນ​ຕາ​ຫນ້າ​ລັງກຽດ ເຈົ້າ​ອາດ​ຕັດສິນ​ໃຈ​ທີ່​ຈະ​ບໍ່​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ຄວາມ​ບັນເທີງ​ນັ້ນ. ຍ້ອນ​ຫຍັງ? ຍ້ອນ​ເຈົ້າ​ບໍ່​ຢາກ ‘ທຳ​ຜິດ​ຕໍ່​ພວກ​ພີ່​ນ້ອງ’—ຫລື​ແມ່ນ​ແຕ່ “ທຳ​ຜິດ​ຕໍ່​ພະ​ຄລິດ” ດັ່ງ​ທີ່​ໂປໂລ​ກ່າວ—ໂດຍ​ເຮັດ​ໃຫ້​ມັນ​ເປັນ​ເລື່ອງ​ຍາກ​ຫລາຍ​ຂຶ້ນ​ສຳລັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ທີ່​ຈະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະເຈົ້າ​ຕໍ່ໆໄປ. ເຈົ້າ​ຄວນ​ໃສ່​ໃຈ​ຄຳ​ຕັກ​ເຕືອນ​ທີ່​ວ່າ “ຢ່າ​ກະທຳ​ເຫດ​ໃຫ້​ຊູນ​ສະດຸດ.” (1 ໂກລິນໂທ 8:12; 10:32) ຄລິດສະຕຽນ​ແທ້​ໃນ​ທຸກ​ມື້​ນີ້​ເອົາໃຈໃສ່​ຄຳ​ແນະນຳ​ຂອງ​ໂປໂລ​ທີ່​ສະແດງ​ເຖິງ​ການ​ຄຳນຶງ​ເຖິງ​ຜູ້​ອື່ນ​ແລະ​ເຫັນ​ອົກ​ເຫັນ​ໃຈ​ໂດຍ​ຫລີກ​ລ່ຽງ​ຄວາມ​ບັນເທີງ​ທີ່​ອາດ “ທຳ​ໄດ້” ແຕ່​ວ່າ​ບໍ່​ໄດ້ “ເປັນ​ເຫດ​ໃຫ້​ຈຳເລີນ​ຂຶ້ນ.”—ໂລມ 14:1; 15:1.

22. ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ຍອມ​ໃຫ້​ກັບ​ການ​ມີ​ທັດສະນະ​ທີ່​ແຕກ​ຕ່າງ​ກັນ​ໃນ​ເລື່ອງ​ສ່ວນ​ຕົວ?

22 ແນວ​ໃດ​ກໍ​ດີ​ມີ​ອີກ​ແງ່​ຫນຶ່ງ​ກ່ຽວ​ກັບ​ການ​ຄຳນຶງ​ເຖິງ​ຜົນ​ປະໂຫຍດ​ຂອງ​ຄົນ​ອື່ນ. ຄລິດສະຕຽນ​ທີ່​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ເຄັ່ງ​ຄັດ​ກວ່າ​ບໍ່​ຄວນ​ຮຽກ​ຮ້ອງ​ໃຫ້​ຄລິດສະຕຽນ​ທຸກ​ຄົນ​ໃນ​ປະຊາຄົມ​ເຮັດ​ຕາມ​ທັດສະນະ​ທີ່​ເຄັ່ງ​ຄັດ​ຂອງ​ຕົນ​ໃນ​ເລື່ອງ​ຄວາມ​ບັນເທີງ​ທີ່​ເຫມາະ​ສົມ. ຖ້າ​ລາວ​ຮຽກ​ຮ້ອງ​ແບບ​ນັ້ນ ລາວ​ອາດ​ເປັນ​ຄື​ຄົນ​ຂັບ​ລົດ​ຄົນ​ຫນຶ່ງ​ຢູ່​ໃນ​ທາງ​ຫລວງ​ເຊິ່ງ​ຮຽກ​ຮ້ອງ​ໃຫ້​ຄົນ​ຂັບ​ລົດ​ທຸກ​ຄົນ​ທີ່​ໃຊ້​ທາງ​ເສັ້ນ​ນັ້ນ​ຂັບ​ດ້ວຍ​ຄວາມ​ໄວ​ຕາມ​ທີ່​ລາວ​ມັກ. ການ​ຮຽກ​ຮ້ອງ​ແບບ​ນັ້ນ​ແມ່ນ​ບໍ່​ມີ​ເຫດຜົນ. ດ້ວຍ​ຄວາມ​ຮັກ​ແບບ​ຄລິດສະຕຽນ ບາງ​ຄົນ​ທີ່​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ເຄັ່ງ​ຄັດ​ກວ່າ​ຕ້ອງ​ນັບຖື​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ເຊິ່ງ​ມີ​ທັດສະນະ​ໃນ​ເລື່ອງ​ຄວາມ​ບັນເທີງ​ທີ່​ແຕກຕ່າງ​ຈາກ​ຕົນ ແຕ່​ກໍ​ຍັງ​ຢູ່​ພາຍ​ໃນ​ຂອບ​ເຂດ​ຫລັກ​ການ​ຂອງ​ຄລິດສະຕຽນ. ໂດຍ​ວິທີ​ນີ້ ລາວ​ໃຫ້ ‘ຄວາມ​ອ່ອນ​ຫວານ [“ຄວາມ​ມີ​ເຫດຜົນ,” ລ.ມ.] ປາກົດ​ແກ່​ຄົນ​ທັງ​ປວງ.’—ຟີລິບ 4:5; ຜູ້ເທສະໜາປ່າວປະກາດ 7:16.

23. ເຈົ້າ​ຈະ​ເຮັດ​ໃຫ້​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ເຈົ້າ​ເລືອກ​ຄວາມ​ບັນເທີງ​ທີ່​ດີ​ງາມ?

23 ສະຫລຸບ​ແລ້ວ ເຈົ້າ​ຈະ​ເຮັດ​ໃຫ້​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ເຈົ້າ​ເລືອກ​ຄວາມ​ບັນເທີງ​ທີ່​ດີ​ງາມ? ຈົ່ງ​ປະຕິເສດ​ຄວາມ​ບັນເທີງ​ປະເພດ​ໃດ​ກໍ​ຕາມ​ທີ່​ສະແດງ​ພາບ​ຢ່າງ​ຊັດເຈນ​ກ່ຽວ​ກັບ​ການ​ກະທຳ​ທີ່​ຕໍ່າ​ຊາມ ຜິດ​ສິນລະທຳ ເຊິ່ງ​ພະ​ຄຳ​ຂອງ​ພະເຈົ້າ​ຕຳຫນິ​ຢ່າງ​ຈະ​ແຈ້ງ. ຈົ່ງ​ປະຕິບັດ​ຕາມ​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ເອົາ​ມາ​ໃຊ້​ໄດ້​ກັບ​ຄວາມ​ບັນເທີງ​ຊະນິດ​ທີ່​ບໍ່​ໄດ້​ກ່າວ​ຢ່າງ​ເຈາະ​ຈົງ​ໃນ​ພະ​ຄຳພີ. ຈົ່ງ​ຫລີກ​ລ່ຽງ​ຄວາມ​ບັນເທີງ​ແບບ​ທີ່​ກໍ່​ຜົນ​ເສຍຫາຍ​ຕໍ່​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຕົນ​ເອງ ແລະ​ເຕັມ​ໃຈ​ທີ່​ຈະ​ສະລະ​ຄວາມ​ບັນເທີງ​ທີ່​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ສະບາຍ​ໃຈ ໂດຍ​ສະເພາະ​ແລ້ວ​ແມ່ນ​ຜູ້​ທີ່​ເປັນ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. ຂໍ​ໃຫ້​ການ​ຕັດສິນ​ໃຈ​ທີ່​ຫນັກ​ແຫນ້ນ​ຂອງ​ເຈົ້າ​ໃນ​ການ​ເຮັດ​ເຊັ່ນ​ນີ້​ນຳ​ເອົາ​ຄຳ​ສັນລະເສີນ​ມາ​ໃຫ້​ພະເຈົ້າ​ແລະ​ເຮັດ​ໃຫ້​ເຈົ້າ​ແລະ​ຄອບຄົວ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະອົງ​ຕໍ່ໆໄປ.

^ ຂໍ້ 19 ຫລັກ​ການ​ອື່ນ​ອີກ​ບາງ​ຂໍ້​ທີ່​ໃຊ້​ໄດ້​ກັບ​ຄວາມ​ບັນເທີງ​ແມ່ນ​ຢູ່​ສຸພາສິດ 3:31; 13:20; ເອເຟດ 5:3, 4; ແລະ​ໂກໂລດ 3:5, 8, 20.