ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 14

ພະ​ເຢໂຫວາ​ຈັດ​ກຽມ “ຄ່າໄຖ່​ໃຫ້​ຄົນ​ຈຳນວນ​ຫຼາຍ”

ພະ​ເຢໂຫວາ​ຈັດ​ກຽມ “ຄ່າໄຖ່​ໃຫ້​ຄົນ​ຈຳນວນ​ຫຼາຍ”

1, 2. ຄຳພີ​ໄບເບິນ​ບອກ​ແນວ​ໃດ​ກ່ຽວກັບ​ສະພາບ​ທີ່​ເຮົາ​ເຈິ ແລະ​ແມ່ນ​ຫຍັງ​ແມ່ນ​ວິທີ​ແກ້​ພຽງ​ທາງ​ດຽວ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ສະພາບ​ນັ້ນ?

 “ທຸກ​ສິ່ງ​ທີ່​ພະເຈົ້າ​ສ້າງ​ພາກັນ​ເຈັບ​ປວດ​ແລະ​ຮ້ອງ​ຄາງ​ຈົນ​ຮອດ​ຕອນນີ້.” (ໂຣມ 8:22) ໂດຍ​ຄຳ​ເວົ້າ​ນີ້​ອັກຄະສາວົກ​ໂປໂລ​ໄດ້​ອະທິບາຍ​ສະພາບ​ທີ່​ເປັນ​ຕາ​ອີ່ຕົນ​ທີ່​ເຮົາ​ເຈິ​ຢູ່. ເຮົາ​ອາດ​ຄິດ​ວ່າ​ບາບ ຄວາມ​ທຸກ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ມື້​ໝົດ​ດອກ. ແຕ່​ພະ​ເຢໂຫວາ​ບໍ່​ມີ​ຂີດ​ຈຳກັດ​ຄື​ກັບ​ທີ່​ມະນຸດ​ມີ. ເພິ່ນ​ເຮັດ​ໄດ້​ທຸກ​ຢ່າງ. (ຈົດເຊັນ​ບັນຊີ 23:19) ພະເຈົ້າ​ທີ່​ມີ​ຄວາມ​ຍຸຕິທຳ​ໄດ້​ຈັດ​ກຽມ​ທາງ​ແກ້​ບັນຫາ​ເພື່ອ​ຊ່ວຍ​ເຮົາ ເຊິ່ງ​ກໍ​ແມ່ນ​ຄ່າໄຖ່.

2 ຄ່າໄຖ່​ເປັນ​ຂອງຂວັນ​ທີ່​ມີ​ຄ່າ​ທີ່​ສຸດ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ມະນຸດ. ຄ່າໄຖ່​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາ​ຍ. (ເອເຟໂຊ 1:7) ຄ່າໄຖ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ບໍ່​ວ່າ​ຈະ​ຢູ່​ສະຫວັນ​ຫຼື​ຢູ່​ໂລກ​ທີ່​ເປັນ​ອຸທິຍານ. (ລູກາ 23:43; ໂຢຮັນ 3:16; 1 ເປໂຕ 1:4) ແຕ່​ຄ່າໄຖ່​ແມ່ນ​ຫຍັງ? ຄ່າໄຖ່​ສອນ​ເຮົາ​ໃຫ້​ຮູ້​ຫຍັງ​ກ່ຽວກັບ​ຄວາມ​ຍຸຕິທຳ​ທີ່​ດີ​ທີ່​ສຸດ​ຂອງ​ພະ​ເຢໂຫວາ?

ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ​ຄ່າໄຖ່

3. (ກ) ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ​ຄ່າ​ໄຖ່? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ບໍ່​ໃຫ້​ລູກ​ຫຼານ​ທີ່​ບໍ່​ສົມບູນ​ແບບ​ຂອງ​ອາດາມ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ?

3 ເຮົາ​ຕ້ອງ​ມີ​ຄ່າໄຖ່​ຍ້ອນ​ອາດາມ​ເຮັດ​ບາບ. ເມື່ອ​ອາດາມ​ບໍ່​ເຊື່ອຟັງ​ພະເຈົ້າ ລາວ​ໄດ້​ເຮັດ​ໃຫ້​ລູກ​ຫຼານ​ຂອງ​ລາວ​ຕ້ອງ​ເຈັບ​ປ່ວຍ ເຈິ​ກັບ​ຄວາມ​ທຸກ ແລະ​ຄວາມ​ຕາຍ. (ປະຖົມມະການ 2:17; ໂຣມ 8:20) ພະເຈົ້າ​ຕ້ອງ​ຈັດການ​ກັບ​ເລື່ອງ​ທີ່​ເກີດຂຶ້ນ​ນີ້ ເພາະ​ຖ້າ​ເພິ່ນ​ໃຫ້​ລູກ​ຫຼານ​ທີ່​ບໍ່​ສົມບູນ​ແບບ​ຂອງ​ອາດາມ​ມີ​ຊີວິດ​ຕະຫຼອດ​ໄປ​ກໍ​ສ່ຳ​ກັບ​ວ່າ​ເພິ່ນ​ບໍ່​ໄດ້​ເຮັດ​ຕາມ​ກົດ​ໝາຍ​ຂອງ​ເພິ່ນ​ທີ່​ກຳນົດ​ວ່າ: “ຄ່າ​ຈ້າງ​ທີ່​ບາບ​ຈ່າຍ​ແມ່ນ​ຄວາມ​ຕາ​ຍ.” (ໂຣມ 6:23) ອີກ​ເລື່ອງ​ໜຶ່ງ ຖ້າ​ພະ​ເຢໂຫວາ​ບໍ່​ເຮັດຕາມ​ມາດຕະຖານ​ຄວາມ​ຍຸຕິທຳ​ຂອງ​ເພິ່ນ​ເອງ ເອກະພົບ​ກໍ​ຄື​ຊິ​ມີ​ແຕ່​ຄວາມ​ວຸ່ນວາຍ ເພາະ​ທັງ​ທູດສະຫວັນ​ແລະ​ມະນຸດ​ອາດ​ຮູ້ສຶກ​ວ່າ​ບໍ່​ຈຳເປັນ​ຕ້ອງ​ເຊື່ອຟັງ​ກົດ​ໝາຍ​ຂອງ​ພະເຈົ້າ​ກໍໄດ້.

4, 5. (ກ) ຊາຕານ​ໃສ່​ຮ້າຍ​ພະເຈົ້າ​ວ່າ​ແນວ​ໃດ ແລະ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຕ້ອງ​ຈັດການ​ກັບ​ຂໍ້​ກ່າວຫາ​ເຫຼົ່າ​ນັ້ນ? (ຂ) ຊາຕານ​ກ່າວຫາ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ແນວ​ໃດ?

4 ຄື​ກັບ​ທີ່​ເຮົາ​ໄດ້​ເຫັນ​ແລ້ວ​ໃນ​ບົດ​ທີ 12 ການ​ບໍ່​ເຊື່ອຟັງ​ໃນ​ສວນ​ເອເດັນ​ເຮັດ​ໃຫ້​ເກີດ​ຄຳ​ຖາມ​ທີ່​ສຳຄັນ​ຫຼາຍ. ຊາຕານ​ເຮັດ​ໃຫ້​ພະເຈົ້າ​ເສຍ​ຊື່​ສຽງ. ມັນ​ກ່າວ​ຫາ​ພະ​ເຢໂຫວາ​ວ່າ​ເປັນ​ຜູ້​ເວົ້າ​ຕົວະ ໃຊ້​ອຳນາດ​ຢ່າງ​ຜິດໆ ແລະ​ເຮັດ​ໃຫ້​ຜູ້​ທີ່​ເພິ່ນ​ສ້າງ​ບໍ່​ມີ​ອິດສະຫຼະ. (ປະຖົມມະການ 3:1-5) ເມື່ອ​ຊາຕານ​ເຮັດ​ໃຫ້​ອາດາມ​ກັບ​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ ມັນ​ກໍ​ເລີຍ​ເຮັດ​ໃຫ້​ເບິ່ງ​ວ່າ​ພະ​ເຢໂຫວາ​ບໍ່​ສາມາດ​ເຮັດ​ໃຫ້​ຄຳ​ສັນຍາ​ຕ່າງໆ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້​ແລະ​ບໍ່​ສາມາດ​ເຮັດ​ໃຫ້​ຄົນ​ດີ​ໄດ້​ຢູ່​ເທິງ​ໂລກ​ຕະຫຼອດ​ໄປ. (ປະຖົມມະການ 1:28; ເອຊາຢາ 55:10, 11) ຖ້າ​ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ໃຫ້​ເຫັນ​ວ່າ​ຊາຕານ​ຂີ້​ຕົວະ ທູດສະຫວັນ​ຈຳນວນ​ຫຼາຍ​ແລະ​ມະນຸດກໍ​ຈະ​ສົງໄສ​ວ່າ​ເພິ່ນ​ເປັນ​ຜູ້​ປົກຄອງ​ທີ່​ດີ​ທີ່​ສຸດ​ແທ້ໆ​ບໍ.

5 ຊາຕານ​ຍັງ​ໃສ່​ຮ້າຍ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ນຳ​ອີກ. ມັນ​ກ່າວຫາ​ວ່າ​ເຂົາເຈົ້າ​ຮັບໃຊ້​ເພິ່ນ​ຍ້ອນ​ໄດ້​ຜົນ​ປະໂຫຍດ ແລະ​ຖ້າ​ເຂົາເຈົ້າ​ເຈິ​ຄວາມ​ລຳບາກ​ເຂົາເຈົ້າ​ກໍ​ຈະ​ບໍ່​ສັດຊື່​ຕໍ່​ເພິ່ນ. (ໂຢບ 1:9-11) ການ​ພິສູດ​ວ່າ​ຊາຕານ​ເວົ້າ​ຕົວະ​ສຳຄັນ​ຫຼາຍ​ກວ່າ​ການ​ຊ່ວຍ​ມະນຸດ​ໃຫ້​ພົ້ນ​ຈາກ​ຄວາມ​ຍາກ​ລຳບາກ. ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ຈັດການ​ກັບ​ຂໍ້​ກ່າວຫາ​ທີ່​ຊາຕານ​ໃສ່​ຮ້າຍ​ເພິ່ນ​ກ່ອນ. ແຕ່​ພະເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ແລະ​ຈະ​ຊ່ວຍ​ມະນຸດ​ຊາດ​ໃຫ້​ລອດ​ໄດ້​ແນວ​ໃດ?

ຄ່າໄຖ່​ຕ້ອງ​ມີ​ຄ່າ​ເທົ່າ​ກັນ

6. ຄຳພີ​ໄບເບິນ​ໃຊ້​ຄຳ​ຫຍັງ​ແດ່​ເພື່ອ​ອະທິບາຍ​ວິທີ​ທີ່​ພະເຈົ້າ​ຊ່ວຍ​ມະນຸດ​ໃຫ້​ລອດ?

6 ພະ​ເຢໂຫວາ​ຈັດການ​ກັບ​ຂໍ້​ກ່າວຫາ​ໃນ​ແບບ​ທີ່​ຍຸຕິທຳ​ແລະ​ສະແດງ​ຄວາມ​ເມດຕາ. ວິທີ​ຂອງ​ເພິ່ນ​ບໍ່​ຊັບຊ້ອນ​ແລະ​ສະຫຼາດ ເຊິ່ງ​ບໍ່​ມີ​ມະນຸດ​ຄົນ​ໃດ​ຈະ​ຄິດ​ອອກ​ໄດ້. ມີ​ການ​ເວົ້າ​ເຖິງ​ວິທີ​ນັ້ນ​ວ່າ​ເປັນ​ຄ່າ​ໄຖ່ ການ​ໃຫ້​ອະໄພ​ຄວາມ​ຜິດ ແລະ​ການ​ຄືນດີ. (ເພງ​ສັນລະເສີນ 49:8, ໄຂເງື່ອນ; ດານີເອນ 9:24; ຄາລາເຕຍ 3:13; ໂກໂລຊາຍ 1:20; ເຮັບເຣີ 2:17) ຄຳ​ເວົ້າ​ຂອງ​ພະ​ເຢຊູ​ອະທິບາຍ​ເລື່ອງ​ນີ້​ໄດ້​ດີ​ທີ່​ສຸດ ເພິ່ນ​ບອກ​ວ່າ: ‘ລູກ​ມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້​ຄົນ​ອື່ນ ແລະ​ສະລະ​ຊີວິດ​ເປັນ​ຄ່າໄຖ່ [ພາສາ​ກຣີກ, ລູຕຣອນ] ໃຫ້​ຄົນ​ຈຳນວນ​ຫຼາຍ.’—ມັດທາຍ 20:28

7, 8. (ກ) ໃນ​ຄຳພີ​ໄບເບິນ​ຄຳ​ວ່າ “ຄ່າໄຖ່” ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ? (ຂ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຄ່າໄຖ່​ຕ້ອງ​ມີ​ຄ່າ​ເທົ່າ​ກັນ?

7 ຄ່າໄຖ່​ແມ່ນ​ຫຍັງ? ຄຳ​ພາສາ​ກຣີກ​ທີ່​ໃຊ້​ຄຳ​ນີ້​ມາ​ຈາກ​ຄຳ​ກຳມະ​ເຊິ່ງ​ໝາຍ​ຄວາມ​ວ່າ “ປ່ອຍ ປົດ​ປ່ອຍ.” ມີ​ການ​ໃຊ້​ຄຳ​ນີ້​ເພື່ອ​ອະທິບາຍ​ກ່ຽວກັບ​ເງິນ​ທີ່​ຈ່າຍ​ເພື່ອ​ແລກ​ກັບ​ການ​ປ່ອຍ​ໂຕ​ຊະເລີຍ​ໃນ​ສົງຄາມ. ດັ່ງນັ້ນ ອາດ​ອະທິບາຍ​ຄ່າໄຖ່​ໄດ້​ວ່າ​ເປັນ​ສິ່ງ​ທີ່​ຈ່າຍ​ໄປ​ເພື່ອ​ຊື້​ສິ່ງ​ໃດ​ສິ່ງ​ໜຶ່ງ​ຄືນ​ມາ. ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ ຄຳ​ທີ່​ແປ​ວ່າ “ຄ່າໄຖ່” (ໂຄເຟີ) ມາ​ຈາກ​ຄຳ​ກຳມະ​ທີ່​ໝາຍ​ເຖິງ “ປົກ​ຄຸມ.” ຕົວຢ່າງ​ເຊັ່ນ ພະເຈົ້າ​ສັ່ງ​ໂນອາ​ວ່າ​ລາວ​ຕ້ອງ “ທາ” [ປົກ​ຄຸມ] (ຮູບ​ຄຳ​ດຽວ​ກັນ) ເຮືອ​ດ້ວຍ​ຢາງໝາກຕອຍ​ຈາກ​ທຳມະຊາດ​ທັງ​ທາງ​ໃນ​ແລະ​ທາງ​ນອກ. (ປະຖົມມະການ 6:14) ເລື່ອງ​ນີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ຄ່າ​ໄຖ່​ຍັງ​ໝາຍ​ເຖິງ​ການ​ປົກ​ຄຸມ​ບາບ​ນຳ​ອີກ.—ເພງ​ສັນລະເສີນ 85:2, ໄຂເງື່ອນ

8 ເປັນ​ຕາ​ໜ້າ​ສັງເກດ​ທີ່​ວັດຈະນານຸກົມ​ເທວະ​ວິທະຍາ​ຂອງ​ຄຳພີ​ພາກ​ພັນທະ​ສັນຍາ​ໃໝ່ (ພາສາ​ອັງກິດ) ເວົ້າ​ເຖິງ​ຄຳ​ນີ້ (ໂຄເຟີ) ວ່າ: “ໝາຍ​ເຖິງ​ສິ່ງ​ທີ່​ມີ​ຄ່າ​ເທົ່າ​ກັນ​ສະເໝີ” ຫຼື​ກົງ​ກັນ. ດັ່ງ​ນັ້ນ ເພື່ອ​ຈະ​ໄຖ່​ຫຼື​ປົກ​ຄຸມ​ບາບ ກໍ​ຕ້ອງ​ຈ່າຍ​ດ້ວຍ​ລາຄາ​ທີ່​ເທົ່າ​ກັນ ຫຼື​ຊົດໄຊ້​ຄ່າ​ເສຍຫາຍ​ທີ່​ເກີດ​ຈາກ​ບາບ​ນັ້ນ​ຢ່າງ​ຄົບ​ຖ້ວນ. ດັ່ງນັ້ນ ກົດໝາຍ​ຂອງ​ພະເຈົ້າ​ທີ່​ໃຫ້​ກັບ​ພວກ​ອິດສະຣາເອນ​ຈຶ່ງ​ບອກ​ວ່າ: “ຊີວິດ​ຕ້ອງ​ແທນ​ຊີວິດ ຕາ​ແທນ​ຕາ ແຂ້ວ​ແທນ​ແຂ້ວ ມື​ແທນ​ມື ແລະ​ຕີນ​ແທນ​ຕີນ.”—ພະ​ບັນຍັດ 19:21

9. ເປັນ​ຫຍັງ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຈຶ່ງ​ໄດ້​ເອົາ​ສັດ​ໄປ​ເປັນ​ເຄື່ອງ​ບູຊາ ແລະ​ພະ​ເຢໂຫວາ​ຖື​ວ່າ​ເຄື່ອງ​ບູຊາ​ເຫຼົ່າ​ນັ້ນ​ເປັນ​ແນວ​ໃດ?

9 ນັບ​ຕັ້ງແຕ່​ສະໄໝ​ອາເບັນ​ເປັນ​ຕົ້ນ​ມາ ຜູ້​ຮັບໃຊ້​ທີ່​ສັດຊື່​ໄດ້​ເອົາ​ສັດ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ. ເມື່ອ​ເຮັດ​ແນວ​ນັ້ນ ເຂົາເຈົ້າ​ຍອມຮັບ​ວ່າ​ໂຕເອງ​ເປັນ​ຄົນ​ບາບ​ແລະ​ຕ້ອງ​ໄດ້​ຮັບ​ການ​ໃຫ້​ອະໄພ​ແລະ​ເຊື່ອ​ວ່າ​ພະເຈົ້າ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ພົ້ນ​ຈາກ​ບາບ​ໂດຍ​ທາງ “ເຊື້ອສາຍ” ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ. (ປະຖົມມະການ 3:15; 4:1-4; ລະບຽບ​ພວກ​ເລວີ 17:11; ເຮັບເຣີ 11:4) ພະ​ເຢໂຫວາ​ພໍໃຈ​ເຄື່ອງ​ບູຊາ​ເຫຼົ່າ​ນັ້ນ​ຂອງ​ເຂົາເຈົ້າ​ແລະ​ຖື​ວ່າ​ເຂົາເຈົ້າ​ເປັນ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ແຕ່​ເຄື່ອງ​ບູຊາ​ທີ່​ເປັນ​ສັດ​ທີ່​ດີ​ທີ່​ສຸດ​ກໍ​ຍັງ​ບໍ່​ສາມາດ​ປົກ​ຄຸມ​ບາບ​ຂອງ​ມະນຸດ​ໄດ້​ແທ້ໆ​ຍ້ອນ​ສັດ​ມີ​ຄ່າ​ໜ້ອຍ​ກວ່າ​ມະນຸດ. (ເພງ​ສັນລະເສີນ 8:4-8) ຄຳພີ​ໄບເບິນ​ຈຶ່ງ​ບອກ​ວ່າ: “ເລືອດ​ງົວ​ໂຕ​ຜູ້​ແລະ​ເລືອດ​ແບ້​ກຳຈັດ​ບາບ​ບໍ່​ໄດ້.” (ເຮັບເຣີ 10:1-4) ເຄື່ອງ​ບູຊາ​ເຫຼົ່າ​ນັ້ນ​ເປັນ​ພຽງ​ພາບ​ສະແດງ​ເຖິງ​ຫຼື​ສັນຍະລັກ​ຂອງ​ເຄື່ອງ​ບູຊາ​ໄຖ່​ທີ່​ແທ້​ຈິງ​ທີ່​ຈະ​ມາ​ພາຍ​ຫຼັງ.

‘ຄ່າໄຖ່​ແມ່ນ​ສິ່ງ​ທີ່​ມີ​ຄ່າ​ເທົ່າ​ກັບ​ສິ່ງ​ທີ່​ສູນ​ເສຍ​ໄປ’

10. (ກ) ຄ່າໄຖ່​ຂອງ​ພະ​ເຢຊູ​ຕ້ອງ​ມີ​ຄ່າ​ເທົ່າ​ທຽມ​ກັບ​ໃຜ ແລະ​ຍ້ອນຫຍັງ? (ຂ) ເປັນ​ຫຍັງ​ຄ່າໄຖ່​ຂອງ​ມະນຸດ​ພຽງ​ຄົນ​ດຽວ​ຈຶ່ງ​ພຽງ​ພໍ​ແລ້ວ?

10 ອັກຄະສາວົກ​ໂປໂລ​ບອກ​ວ່າ: “ທຸກ​ຄົນ​ຕາຍ​ຍ້ອນ​ອາດາມ.” (1 ໂກຣິນໂທ 15:22) ດັ່ງນັ້ນ ຄົນ​ທີ່​ສະລະ​ຊີວິດ​ເປັນ​ຄ່າໄຖ່​ຕ້ອງ​ເປັນ​ມະນຸດ​ທີ່​ສົມບູນແບບ​ຄື​ກັບ​ອາດາມ. (ໂຣມ 5:14) ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ກໍ​ຕ້ອງ​ມີ​ຄົນ​ທີ່​ສົມບູນ​ແບບ​ທີ່​ບໍ່​ໄດ້​ຮັບ​ບາບ​ແລະ​ຄວາມ​ຕາຍ​ຈາກ​ອາດາມ​ມາ​ແທນ​ຈຶ່ງ​ຈະ​ເປັນ “ຄ່າໄຖ່​ສຳລັບ​ທຸກຄົນ” ທີ່​ມີ​ຄ່າ​ເທົ່າ​ກັບ​ຊີວິດ​ສົມບູນ​ແບບ​ທີ່​ອາດາມ​ເຮັດ​ເສຍ​ໄປ. (1 ຕີໂມທຽວ 2:6) ບໍ່​ຈຳເປັນ​ທີ່​ມະນຸດ​ຫຼາຍ​ລ້ານ​ຄົນ​ຕ້ອງ​ສະລະ​ຊີວິດ​ຂອງ​ໂຕເອງ​ເປັນ​ຄ່າໄຖ່. ອັກຄະສາວົກ​ໂປໂລ​ໄດ້​ອະທິບາຍ​ໄວ້​ວ່າ: “ບາບ​ໄດ້​ເຂົ້າ​ມາ​ໃນ​ໂລກ​ຍ້ອນ​ຄົນ​ຜູ້​ດຽວ [ອາດາມ] ແລະ​ຄວາມ​ຕາຍ​ກໍ​ເກີດຂຶ້ນ​ຍ້ອນ​ບາບ​ນັ້ນ.” (ໂຣມ 5:12) ເນື່ອງ​ຈາກ “ຄວາມ​ຕາຍ​ເກີດຂຶ້ນ​ຍ້ອນ​ຄົນໆ​ດຽວ” ພະເຈົ້າ​ຈຶ່ງ​ໄດ້​ຈັດ​ກຽມ​ຄ່າໄຖ່​ເພື່ອ​ຊ່ວຍ​ມະນຸດ “ຍ້ອນ​ຄົນໆ​ດຽວ​ຄື​ກັນ.” (1 ໂກຣິນໂທ 15:21) ພະ​ເຢໂຫວາ​ຈະ​ເຮັດ​ແບບ​ນັ້ນ​ແນວ​ໃດ?

‘ຄ່າໄຖ່​ໝາຍເຖິງ​ສິ່ງ​ທີ່​ມີ​ຄ່າ​ເທົ່າ​ກັບ​ສິ່ງ​ທີ່​ສູນ​ເສຍ​ໄປ’

11. (ກ) ຜູ້​ໄຖ່​ຈະ​ຕ້ອງ “ຍອມ​ຕາຍ​ເພື່ອ​ເປັນ​ຄ່າໄຖ່​ສຳລັບ​ທຸກ​ຄົນ” ແນວ​ໃດ? (ຂ) ເປັນ​ຫຍັງ​ອາດາມ​ແລະ​ເອວາ​ຈະ​ບໍ່​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່? (ເບິ່ງ​ໄຂເງື່ອນ)

11 ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ໃຫ້​ມີ​ມະນຸດ​ສົມບູນ​ແບບ​ຄົນ​ໜຶ່ງ​ທີ່​ພ້ອມ​ຈະ​ສະລະ​ຊີວິດ​ຂອງ​ໂຕ​ເອງ​ເປັນ​ຄ່າໄຖ່. ໂຣມ 6:23 ບອກ​ວ່າ: “ຄ່າ​ຈ້າງ​ທີ່​ບາບ​ຈ່າຍ​ແມ່ນ​ຄວາມ​ຕາຍ” ໃນ​ການ​ສະລະ​ຊີວິດ​ຂອງ​ໂຕ​ເອງ​ເປັນ​ຄ່າ​ໄຖ່ ຜູ້​ໄຖ່​ຈະ​ຕ້ອງ “ຕາຍ​ແທນ​ທຸກ​ຄົນ.” ລາວ​ຕ້ອງ​ຊົດໄຊ້​ຄ່າ​ຈ້າງ​ສຳລັບ​ບາບ​ຂອງ​ອາດາມ. (ເຮັບເຣີ 2:9; 2 ໂກຣິນໂທ 5:21; 1 ເປໂຕ 2:24) ເລື່ອງ​ນີ້​ຈະ​ເປັນ​ປະໂຫຍດ​ຫຼາຍ​ແທ້ໆ. ຄ່າໄຖ່​ຈະ​ເຮັດ​ໃຫ້​ລູກ​ຫຼານ​ຂອງ​ອາດາມ​ທີ່​ເຊື່ອຟັງ​ພະເຈົ້າ​ພົ້ນ​ຈາກ​ຄວາມ​ຕາຍ. ໂດຍ​ວິທີ​ນີ້​ບາບ​ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ອຳນາດ​ເໜືອ​ເຂົາເຈົ້າ. aໂຣມ 5:16

12. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ການ​ໄຊ້​ໜີ້​ຂອງ​ຄົນ​ດຽວ​ອາດ​ເປັນ​ປະໂຫຍດ​ຕໍ່​ຫຼາຍ​ຄົນ​ໄດ້​ແນວ​ໃດ.

12 ຕົວຢ່າງ​ເຊັ່ນ ຂໍ​ໃຫ້​ນຶກພາບ​ວ່າ​ເຈົ້າ​ຢູ່​ໃນ​ເມືອງ​ໜຶ່ງ​ເຊິ່ງ​ຄົນ​ສ່ວນ​ຫຼາຍ​ລວມ​ທັງ​ເຈົ້າ​ເຮັດ​ວຽກ​ໃຫ້​ບໍລິສັດ​ໃຫຍ່​ແຫ່ງ​ໜຶ່ງ. ເຈົ້າ​ແລະ​ຄົນ​ອື່ນ​ໄດ້​ເງິນ​ເດືອນ​ດີ​ແລະ​ມີ​ຊີວິດ​ທີ່​ສະດວກ​ສະບາຍ. ແຕ່​ຢູ່​ມາ​ມື້​ໜຶ່ງ​ບໍລິສັດ​ໄດ້​ຢຸດ​ກິດຈະການ. ຍ້ອນ​ຜູ້​ຈັດການ​ບໍລິສັດ​ໄດ້​ສໍ້​ໂກງ​ເງິນ​ແລະ​ເຮັດ​ໃຫ້​ບໍລິສັດ​ລົ້ມລະລາຍ ເຈົ້າ​ກັບ​ຄົນ​ອື່ນໆຈຶ່ງ​ຕົກ​ວຽກ ບໍ່​ມີ​ເງິນ​ສຳລັບ​ຄ່າ​ໃຊ້​ຈ່າຍ​ຕ່າງໆ​ໃນ​ຄອບຄົວ ແລະ​ເຈົ້າ​ໜີ້​ຂອງ​ບໍລິສັດ​ຕ້ອງ​ເດືອດຮ້ອນ​ຍ້ອນ​ການ​ສໍ້​ໂກງ​ຂອງ​ຄົນ​ຜູ້​ດຽວ. ມີ​ວິທີ​ແກ້​ບັນຫາ​ນີ້​ບໍ? ມີ​ແທ້! ມີ​ຄົນ​ໃຈ​ດີ​ທີ່​ລວຍ​ຫຼາຍ​ຜູ້​ໜຶ່ງ​ໄດ້​ຕັດສິນ​ໃຈ​ຈະ​ເຂົ້າ​ມາ​ຊ່ວຍ​ເຫຼືອ. ລາວ​ຮູ້​ວ່າ​ບໍລິສັດ​ນີ້​ມີ​ປະໂຫຍດ​ຕໍ່​ຄົນ​ໃນ​ເມືອງ​ແລະ​ລາວ​ຍັງ​ຮູ້ສຶກ​ອີ່ຕົນ​ພະນັກງານ​ແລະ​ຄົນ​ໃນ​ຄອບຄົວ​ຂອງ​ເຂົາເຈົ້າ​ນຳ​ອີກ. ດັ່ງ​ນັ້ນ ລາວ​ຈຶ່ງ​ໄຊ້​ໜີ້​ໃຫ້​ແລະ​ເຮັດ​ໃຫ້​ບໍລິສັດ​ນີ້​ເປີດ​ກິດຈະການ​ໄດ້​ອີກ. ການ​ຈ່າຍ​ໜີ້​ຂອງ​ລາວ​ຊ່ວຍ​ພະນັກງານ​ແລະ​ຄອບຄົວ​ຂອງ​ເຂົາເຈົ້າ​ລວມ​ທັງ​ພວກ​ເຈົ້າ​ໜີ້​ນຳ​ອີກ. ຄ້າຍຄື​ກັນ ເມື່ອ​ພະ​ເຢຊູ​ໄຊ້​ໜີ້​ຂອງ​ອາດາມ​ເພິ່ນ​ໄດ້​ຊ່ວຍ​ຫຼາຍ​ລ້ານ​ຄົນ​ໃຫ້​ໄດ້​ຮັບ​ປະໂຫຍດ.

ໃຜ​ເປັນ​ຜູ້​ຈັດ​ກຽມ​ຄ່າໄຖ່?

13, 14. (ກ) ພະ​ເຢໂຫວາ​ກຽມ​ຄ່າໄຖ່​ໃຫ້​ມະນຸດ​ແນວ​ໃດ? (ຂ) ມີ​ການ​ຈ່າຍ​ຄ່າໄຖ່​ໃຫ້​ໃຜ ແລະ​ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວກັບ​ພະ​ເຢໂຫວາ?

13 ມີ​ແຕ່​ພະ​ເຢໂຫວາ​ທີ່​ສາມາດ​ຈັດ​ກຽມ “ແກະ​ນ້ອຍ . . . ທີ່​ຈະ​ກຳຈັດ​ບາບ​ຂອງ​ໂລກ​ໃຫ້​ໝົດ​ໄປ.” (ໂຢຮັນ 1:29) ເພິ່ນບໍ່ໄດ້​ເລືອກ​ທູດສະຫວັນ​ອົງ​ໃດ​ກະ​ໄດ້​ໃຫ້​ມາ​ຊ່ວຍ​ມະນຸດ ແຕ່ເພິ່ນ​ໄດ້​ສົ່ງ​ຜູ້​ທີ່​ຈະ​ຕອບ​ຂໍ້​ກ່າວຫາ​ຂອງ​ຊາຕານ​ໄດ້​ດີ​ທີ່​ສຸດ​ມາ. ພະ​ເຢໂຫວາ​ເສຍ​ສະລະ​ຫຼາຍ​ແທ້ໆ. ເພິ່ນ​ໄດ້​ສົ່ງ​ລູກ​ຊາຍ​ຜູ້​ດຽວ​ທີ່ “ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ” ມາ​ເປັນ​ຄ່າໄຖ່​ໃຫ້​ເຮົາ. (ສຸພາສິດ 8:30) ລູກ​ຊາຍ​ຂອງ​ພະເຈົ້າ “ຍອມ​ສະລະ​ທຸກ​ສິ່ງ” ນີ້​ໝາຍ​ຄວາມ​ວ່າ​ເພິ່ນ​ເຕັມໃຈ​ສະລະ​ທຸກ​ສິ່ງ​ທີ່​ເພິ່ນ​ເຄີຍ​ມີ​ຢູ່​ໃນ​ສະຫວັນ. (ຟີລິບປອຍ 2:7) ພະ​ເຢໂຫວາ​ໃຊ້​ການ​ອັດສະຈັນ​ເພື່ອ​ໃຫ້​ລູກ​ຂອງ​ເພິ່ນ​ມາ​ຢູ່​ໃນ​ທ້ອງ​ຂອງ​ຜູ້​ສາວ​ບໍລິສຸດ​ທີ່​ຊື່​ມາຣີອາ. (ລູກາ 1:27, 35) ຕອນ​ທີ່​ເປັນ​ມະນຸດ ເພິ່ນ​ຖືກ​ເອີ້ນ​ວ່າ​ພະ​ເຢຊູ ແລະ​ຄຳພີ​ໄບເບິນ​ເອີ້ນ​ເພິ່ນ​ວ່າ​ອາດາມ​ຄົນ​ທີ່​ມາ​ນຳ​ຫຼັງ​ຍ້ອນ​ເພິ່ນ​ເປັນ​ຄົນ​ສົມບູນ​ແບບ​ຄື​ກັບ​ອາດາມ. (1 ໂກຣິນໂທ 15:45, 47) ດັ່ງ​ນັ້ນ ພະ​ເຢຊູ​ຈຶ່ງ​ໃຫ້​ຊີວິດ​ທີ່​ສົມບູນ​ແບບ​ຂອງ​ເພິ່ນ​ເປັນ​ຄ່າໄຖ່​ສຳລັບ​ມະນຸດ​ທີ່​ຜິດ​ບາບ​ທຸກ​ຄົນ​ໄດ້.

14 ແລ້ວ​ຕ້ອງ​ຈ່າຍ​ຄ່າໄຖ່​ນັ້ນ​ໃຫ້​ໃຜ? ເພງ​ສັນລະເສີນ 49:7 ບອກ​ຢ່າງ​ເຈາະຈົງ​ວ່າ​ຕ້ອງ​ຈ່າຍ​ຄ່າໄຖ່​ໃຫ້ “ພະເຈົ້າ.” ແຕ່​ເປັນ​ຫຍັງ​ຕ້ອງ​ຈ່າຍ​ຄ່າໄຖ່​ໃຫ້​ພະ​ເຢໂຫວາ​ທັງໆ​ທີ່​ເພິ່ນ​ເປັນ​ຜູ້​ຈັດ​ກຽມ​ຄ່າໄຖ່. ການ​ເຮັດ​ແນວນີ້​ຄື​ກັບ​ເອົາ​ເງິນ​ຈາກ​ຖົງ​ໜຶ່ງ​ໄປ​ໃສ່​ອີກ​ຖົງ​ໜຶ່ງ​ບໍ? ບໍ່​ແມ່ນ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຄ່າໄຖ່​ສອນ​ເລື່ອງ​ທີ່​ສຳຄັນ​ກ່ຽວກັບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ. ການ​ທີ່​ພະ​ເຢໂຫວາ​ໃຫ້​ລູກ​ຂອງ​ເພິ່ນ​ມາ​ເປັນ​ຄ່າໄຖ່​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເຮັດ​ຕາມ​ມາດຕະຖານ​ເລື່ອງ​ຄວາມ​ຍຸຕິທຳ​ສະເໝີ​ເຖິງ​ວ່າ​ເພິ່ນ​ຈະ​ຮູ້ສຶກ​ເຈັບ​ປວດ​ຫຼາຍ​ກໍ​ຕາມ.—ປະຖົມມະການ 22:7, 8, 11-13; ເຮັບເຣີ 11:17; ຢາໂກໂບ 1:17

15. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕ້ອງ​ທົນທຸກ​ທໍລະມານ​ແລະ​ຕາຍ?

15 ໃນ​ໄລຍະ​ຕົ້ນ​ປີ 33 ພະ​ເຢຊູ​ຄລິດ​ເຕັມໃຈ​ທົນ​ຄວາມ​ທຸກ​ທໍລະມານ​ເພື່ອ​ເປັນ​ຄ່າໄຖ່. ເພິ່ນ​ຍອມ​ຖືກ​ຈັບ​ຍ້ອນ​ຂໍ້​ກ່າວຫາ​ຕົວະ ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ ແລະ​ຖືກ​ຕອກ​ເທິງ​ເສົາ​ທໍລະມານ. ຈຳເປັນ​ແທ້ໆ​ບໍ​ທີ່​ພະ​ເຢຊູ​ຕ້ອງ​ເຈັບ​ປວດ​ທໍລະມານ​ຫຼາຍ​ປານ​ນັ້ນ? ຈຳເປັນ​ແທ້ ຍ້ອນ​ຕ້ອງ​ພິສູດ​ວ່າ​ຂໍ້​ກ່າວຫາ​ຂອງ​ຊາຕານ​ເປັນ​ເລື່ອງ​ຕົວະ. ມັນ​ເວົ້າ​ວ່າ​ບໍ່​ມີ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຄົນ​ໃດ​ຈະ​ສັດຊື່​ຕໍ່​ເພິ່ນ​ດອກ. ເປັນ​ຕາ​ໜ້າສົນໃຈ​ທີ່​ພະເຈົ້າ​ບໍ່​ຍອມ​ໃຫ້​ເຮໂຣດ​ຂ້າ​ພະ​ເຢຊູ​ຕອນ​ທີ່​ຍັງ​ເປັນ​ເດັກນ້ອຍ. (ມັດທາຍ 2:13-18) ແຕ່​ເມື່ອ​ພະ​ເຢຊູ​ເປັນ​ຜູ້​ໃຫຍ່​ແລ້ວ ພະເຈົ້າ​ຈຶ່ງ​ຍອມ​ໃຫ້​ຊາຕານ​ໂຈມຕີ​ເພິ່ນ​ຢ່າງ​ໜັກ. ພະ​ເຢຊູ​ເຂົ້າໃຈ​ຂໍ້​ກ່າວຫາ​ທັງໝົດ​ທີ່​ຊາຕານ​ຍົກ​ຂຶ້ນ​ມາ​ແລະ​ສາມາດ​ພິສູດ​ເລື່ອງ​ນັ້ນ​ໄດ້. b ທັງໆ​ທີ່​ຖືກ​ທົດສອບ​ຢ່າງ​ໜັກ ເພິ່ນກໍ​ຍັງ “ສັດຊື່​ຕໍ່​ພະເຈົ້າ ບໍ່​ເຄີຍ​ເຮັດ​ຜິດ ບໍລິສຸດ ຕ່າງ​ຈາກ​ຄົນ​ທີ່​ມີ​ບາບ” ແລະ​ເພິ່ນ​ໄດ້​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ຜູ້​ຮັບໃຊ້​ທີ່​ຍັງ​ຮັກສາ​ຄວາມ​ສັດຊື່​ເຖິງ​ວ່າ​ເຈິ​ການ​ທົດ​ສອບ. (ເຮັບເຣີ 7:26) ເລື່ອງ​ນີ້​ຊ່ວຍ​ໃຫ້​ເຮົາ​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ເພິ່ນ​ຮ້ອງ​ສຽງ​ດັງ​ວ່າ: “ສຳເລັດ​ແລ້ວ” ຕອນ​ທີ່​ເພິ່ນ​ກຳລັງ​ຈະ​ເສຍ​ຊີວິດ.—ໂຢຮັນ 19:30

ພະ​ເຢຊູ​ຂໍ​ພະ​ເຢໂຫວາ​ໃຫ້​ຮັບ​ຄ່າ​ໄຖ່

16, 17. (ກ) ພະ​ເຢຊູ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຄ່າ​ໄຖ່​ຈະ​ມີ​ຜົນ​ບັງຄັບ​ໃຊ້? (ຂ) ເປັນ​ຫຍັງ​ພະ​ເຢຊູ​ຕ້ອງ​ໄປ​ຢູ່ “ຕໍ່​ໜ້າ​ພະເຈົ້າ​ສຳລັບ​ພວກ​ເຮົາ”?

16 ພະ​ເຢຊູ​ຍັງ​ຕ້ອງ​ເຮັດ​ວຽກ​ໃນ​ການ​ໄຖ່​ໃຫ້​ແລ້ວ. ຫຼັງ​ຈາກ​ທີ່​ພະ​ເຢຊູ​ຕາຍ​ໄດ້ 3 ມື້ ພະ​ເຢໂຫວາ​ໄດ້​ປຸກ​ເພິ່ນ​ໃຫ້​ຟື້ນ​ຄືນ​ມາ. (ກິດຈະການ 3:15; 10:40) ພະ​ເຢໂຫວາ​ເຮັດ​ການ​ອັດສະຈັນ​ນີ້​ເພື່ອ​ເປັນ​ລາງວັນ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ທີ່​ຮັບໃຊ້​ຢ່າງ​ສັດຊື່. ເພິ່ນ​ຍັງ​ແຕ່ງຕັ້ງ​ລູກ​ຂອງ​ເພິ່ນ​ໃຫ້​ເປັນ​ປະໂລຫິດ​ໃຫຍ່. ພະ​ເຢຊູ​ຕ້ອງ​ເຮັດ​ບາງ​ຢ່າງ​ທີ່​ສຳຄັນ​ເພື່ອ​ຄ່າໄຖ່​ຈະ​ມີ​ຜົນ​ບັງຄັບ​ໃຊ້. (ໂຣມ 1:4; 1 ໂກຣິນໂທ 15:3-8) ອັກຄະສາວົກ​ໂປໂລ​ເວົ້າ​ເຖິງ​ສິ່ງ​ທີ່​ພະ​ເຢຊູ​ຕ້ອງ​ເຮັດ​ວ່າ: “ເມື່ອ​ພະຄລິດ​ມາ​ໃນ​ຖານະ​ປະໂລຫິດ​ໃຫຍ່ . . . ເພິ່ນ​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ​ໂດຍ​ເອົາ​ເລືອດ​ຂອງ​ເພິ່ນ​ເອງ​ເຂົ້າ​ໄປ​ນຳ ບໍ່​ແມ່ນ​ເລືອດ​ແບ້​ແລະ​ເລືອດ​ງົວ​ໂຕ​ຜູ້. ເພິ່ນ​ເຂົ້າ​ໄປ​ແຕ່​ເທື່ອ​ດຽວ​ແລະ​ຮັບ​ເອົາ​ຄວາມ​ລອດ​ຕະຫຼອດ​ໄປ​ມາ​ໃຫ້​ພວກ​ເຮົາ. ພະຄລິດ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ​ທີ່​ມະນຸດ​ສ້າງ​ທີ່​ເປັນ​ແຕ່​ແບບ​ຈຳລອງ​ຈາກ​ຂອງ​ແທ້ ແຕ່​ເພິ່ນ​ເຂົ້າ​ໄປ​ໃນ​ສະຫວັນ​ເພື່ອ​ໄປ​ຢູ່​ຕໍ່​ໜ້າ​ພະເຈົ້າ​ສຳລັບ​ພວກ​ເຮົາ.”—ເຮັບເຣີ 9:11, 12, 24

17 ພະຄລິດ​ບໍ່​ໄດ້​ເອົາ​ເລືອດ​ແທ້ໆ​ຂອງ​ໂຕ​ເອງ​ເຂົ້າ​ໄປ​ໃນ​ສະຫວັນ. (1 ໂກຣິນໂທ 15:50) ແຕ່​ນີ້​ເປັນ​ພາບ​ປຽບທຽບ​ຊີວິດ​ມະນຸດ​ສົມບູນ​ແບບ​ທີ່​ເພິ່ນ​ມອບ​ໃຫ້​ກັບ​ພະ​ເຢໂຫວາ. ຕອນ​ທີ່​ເຂົ້າ​ໄປ​ຫາ​ພະ​ເຢໂຫວາ​ເພິ່ນ​ກໍ​ຂໍ​ໃຫ້​ພະອົງ​ຍອມຮັບ​ຄ່າ​ໄຖ່​ຂອງ​ເພິ່ນ​ເພື່ອ​ແລກ​ກັບ​ບາບ​ທັງໝົດ​ຂອງ​ມະນຸດ. ພະ​ເຢໂຫວາ​ຍອມຮັບ​ຄ່າໄຖ່​ນັ້ນ​ບໍ? ຍອມຮັບ​ແທ້. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ໃນ​ວັນ​ເພັນເຕກອດ​ປີ 33 ເມື່ອ​ພະ​ເຢໂຫວາ​ໃຫ້​ພະລັງ​ບໍລິສຸດ​ກັບ​ພວກ​ລູກສິດ​ປະມານ 120 ຄົນ​ໃນ​ເມືອງ​ເຢຣູຊາເລັມ. (ກິດຈະການ 2:1-4) ນີ້​ເປັນ​ເຫດການ​ທີ່​ເຮັດ​ໃຫ້​ຕື່ນເຕັ້ນ​ຫຼາຍ ແຕ່​ກໍ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ສິ່ງ​ດີໆ​ທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ຜ່ານ​ທາງ​ຄ່າໄຖ່.

ປະໂຫຍດ​ຂອງ​ຄ່າໄຖ່

18, 19. (ກ) ຄົນ 2 ກຸ່ມ​ທີ່​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ແມ່ນ​ໃຜ​ແດ່? (ຂ) ຄ່າໄຖ່​ມີ​ປະໂຫຍດ​ຫຍັງ​ກັບ “ຄົນ​ກຸ່ມ​ໃຫຍ່” ທັງ​ໃນ​ຕອນນີ້​ແລະ​ໃນ​ອະນາຄົດ?

18 ໃນ​ຈົດ​ໝາຍ​ທີ່​ຂຽນ​ເຖິງ​ຄລິດສະຕຽນ​ໃນ​ເມືອງ​ໂກໂລຊາຍ ໂປໂລ​ອະທິບາຍ​ວ່າ ໂດຍ​ທາງ​ຄ່າໄຖ່​ພະເຈົ້າ​ພໍໃຈ​ທີ່​ຈະ​ເຮັດ​ໃຫ້​ມະນຸດ​ທຸກ​ຄົນ​ກັບ​ມາ​ຄືນດີ​ກັບ​ພະເຈົ້າ​ເຊິ່ງ​ຖືກ​ເອີ້ນ​ວ່າ “ທຸກ​ສິ່ງ​ທັງ​ໃນ​ສະຫວັນ​ແລະ​ໃນ​ໂລກ.” (ໂກໂລຊາຍ 1:19, 20; ເອເຟໂຊ 1:10) ‘ທຸກ​ສິ່ງ​ໃນ​ສະຫວັນ’ ແມ່ນ​ຄລິດສະຕຽນ 144.000 ຄົນ​ທີ່​ຈະ​ເປັນ​ປະໂລຫິດ​ແລະ​ປົກຄອງ​ເປັນ​ກະສັດ​ຮ່ວມ​ກັບ​ພະ​ເຢຊູ​ໃນ​ສະຫວັນ. (ພະ​ນິມິດ 5:9, 10; 7:4; 14:1-3) ໃນ​ໄລຍະ​ໜຶ່ງ​ພັນ​ປີ ເຂົາເຈົ້າ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢຊູ​ເພື່ອ​ຊ່ວຍ​ຄົນ​ທີ່​ເຊື່ອຟັງ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ​ຈາກ​ຄ່າໄຖ່.—1 ໂກຣິນໂທ 15:24-26; ພະ​ນິມິດ 20:6; 21:3, 4

19 ‘ທຸກ​ສິ່ງ​ໃນ​ແຜ່ນດິນ​ໂລກ’ ແມ່ນ​ຄົນ​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ. ໃນ​ພະ​ນິມິດ 7:9-17 ເອີ້ນ​ເຂົາເຈົ້າ​ວ່າ: “ຄົນ​ກຸ່ມ​ໃຫຍ່” ເຊິ່ງ​ຈະ​ລອດ​ຜ່ານ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່.” ແຕ່​ຕອນນີ້ ເຂົາເຈົ້າ​ກໍ​ໄດ້​ຮັບ​ຜົນ​ປະໂຫຍດ​ຈາກ​ຄ່າໄຖ່​ນຳ. ເຂົາເຈົ້າ “ໄດ້​ຊັກ​ເສື້ອ​ຄຸມ​ຂອງ​ໂຕເອງ​ແລະ​ເຮັດ​ໃຫ້​ຂາວ​ດ້ວຍ​ເລືອດ​ຂອງ​ແກະ​ນ້ອຍ​ຂອງ​ພະເຈົ້າ.” ຍ້ອນ​ເຂົາເຈົ້າ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່ ຕອນນີ້​ເຂົາເຈົ້າ​ຈຶ່ງ​ໄດ້​ຮັບ​ສິ່ງ​ດີໆ​ຫຼາຍ​ຢ່າງ​ຈາກ​ພະ​ເຢໂຫວາ ເຊັ່ນ ເຂົາເຈົ້າ​ໄດ້​ເປັນ​ໝູ່​ກັບ​ພະ​ເຢໂຫວາ. (ຢາໂກໂບ 2:23) ຄ່າໄຖ່​ຂອງ​ພະ​ເຢຊູ​ຍັງ​ເຮັດ​ໃຫ້​ເຂົາເຈົ້າ “ເຂົ້າ​ໄປ​ໃກ້ໆ​ແລະ​ອະທິດຖານ​ດ້ວຍ​ຄວາມ​ໝັ້ນໃຈ​ຕໍ່​ໜ້າ​ບັນລັງ​ຂອງ​ພະເຈົ້າ​ຜູ້​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່.” (ເຮັບເຣີ 4:14-16) ເມື່ອ​ເຂົາເຈົ້າ​ເຮັດ​ຜິດ ພະ​ເຢໂຫວາ​ກໍ​ຍົກໂທດ​ໃຫ້​ເຂົາເຈົ້າ​ໄດ້. (ເອເຟໂຊ 1:7) ເຖິງ​ວ່າ​ບໍ່​ສົມບູນ​ແບບ ແຕ່​ເຂົາເຈົ້າ​ກໍ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ​ໄດ້. (ເຮັບເຣີ 9:9; 10:22; 1 ເປໂຕ 3:21) ເຂົາເຈົ້າ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ​ໄດ້​ຕັ້ງແຕ່​ຕອນ​ນີ້. (2 ໂກຣິນໂທ 5:19, 20) ໃນ​ໄລຍະ​ການ​ປົກຄອງ 1.000 ປີ ເຂົາເຈົ້າ​ຈະ​ຄ່ອຍໆ “ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ການ​ເປັນ​ທາດ​ຂອງ​ຄວາມ​ເນົ່າ​ເປື່ອຍ” ແລະ​ໃນ​ທີ່​ສຸດ​ເຂົາເຈົ້າ “ຈະ​ມີ​ອິດສະຫຼະ​ແບບ​ທີ່​ລູກ​ຂອງ​ພະເຈົ້າ​ມີ.”—ໂຣມ 8:21

20. ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ຄິດ​ຕຶກຕອງ​ເລື່ອງ​ຄ່າໄຖ່​ຫຼາຍ​ຂຶ້ນ?

20 ເຮົາ “ຂອບໃຈ​ພະເຈົ້າ​ໂດຍ​ທາງ​ພະ​ເຢຊູ​ຄລິດ” ສຳລັບ​ຄ່າໄຖ່​ນັ້ນ. (ໂຣມ 7:25) ຄ່າໄຖ່​ເປັນ​ວິທີ​ທີ່​ບໍ່​ຊັບຊ້ອນ​ແລະ​ດີ​ຫຼາຍ​ແທ້ໆ ແລະ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ສະຕິ​ປັນຍາ​ທີ່​ເລິກ​ເຊິ່ງ. (ໂຣມ 11:33) ເມື່ອ​ເຮົາ​ຄິດ​ຕຶກຕອງ​ເລື່ອງ​ຄ່າໄຖ່ ເຮົາ​ກໍ​ຈະ​ປະທັບ​ໃຈ​ແລະ​ຢາກ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ພະເຈົ້າ​ທີ່​ມີ​ຄວາມ​ຍຸຕິທຳ​ຫຼາຍ​ຂຶ້ນ​ອີກ. ຄື​ກັບ​ຜູ້​ຂຽນ​ເພງ​ສັນລະເສີນ ເຮົາ​ມີ​ເຫດຜົນ​ຫຼາຍ​ແທ້ໆ​ທີ່​ຈະ​ສັນລະເສີນ​ພະ​ເຢໂຫວາ​ຍ້ອນ “ເພິ່ນ​ຮັກ​ຄວາມ​ຖືກຕ້ອງ​ແລະ​ຮັກ​ຄວາມ​ຍຸຕິທຳ.”—ເພງ​ສັນລະເສີນ 33:5

a ອາດາມ​ແລະ​ເອວາ​ຈະ​ບໍ່​ໄດ້​ຮັບ​ຜົນ​ປະໂຫຍດ​ຈາກ​ຄ່າໄຖ່. ກົດໝາຍ​ຂອງ​ໂມເຊ​ເວົ້າ​ເຖິງ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ຕັ້ງໃຈ​ວ່າ: “ລາວ​ຈະ​ຕ້ອງ​ຕາຍ​ຢ່າງ​ແນ່ນອນ. ຢ່າ​ຮັບ​ເອົາ​ເງິນ​ສິນບົນ [ຄ່າໄຖ່​ຊີວິດ] ຈາກ​ລາວ.” (ຈົດ​ເຊັນ​ບັນຊີ 35:31) ເຫັນ​ໄດ້​ແຈ້ງ​ວ່າ ອາດາມ​ກັບ​ເອວາ​ສົມຄວນ​ຕາຍ​ຍ້ອນ​ເຂົາເຈົ້າ​ຕັ້ງໃຈ​ບໍ່​ເຊື່ອຟັງ​ພະເຈົ້າ​ທັງໆ​ທີ່​ຮູ້​ວ່າ​ມັນ​ຜິດ. ເຂົາເຈົ້າ​ຈຶ່ງ​ບໍ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ.

b ເພື່ອ​ພະ​ເຢຊູ​ຈະ​ໃຫ້​ຊີວິດ​ຂອງ​ເພິ່ນ​ເປັນ​ຄ່າໄຖ່​ທີ່​ມີ​ຄ່າ​ເທົ່າ​ກັບ​ຊີວິດ​ສົມບູນ​ແບບ​ທີ່​ອາດາມ​ເຮັດ​ໃຫ້​ເສຍ​ໄປ ເພິ່ນ​ຕ້ອງ​ຕາຍ​ຕອນ​ເປັນ​ມະນຸດ​ສົມບູນ​ແບບ​ທີ່​ເປັນ​ຜູ້​ໃຫຍ່ ບໍ່​ແມ່ນ​ຕອນ​ທີ່​ຍັງ​ເປັນ​ເດັກນ້ອຍ. ຢ່າ​ລືມ​ວ່າ​ອາດາມ​ເລືອກ​ທີ່​ຈະ​ບໍ່​ເຊື່ອຟັງ​ທັງໆ​ທີ່​ຮູ້​ດີ​ວ່າ​ສິ່ງ​ທີ່​ລາວ​ເຮັດ​ນັ້ນ​ຜິດ​ແລະ​ຈະ​ມີ​ຜົນ​ຫຍັງ​ຕາມ​ມາ. ດັ່ງນັ້ນ ເພື່ອ​ຈະ​ເປັນ “ອາດາມ​ຜູ້​ທີ່​ມາ​ນຳ​ຫຼັງ” ແລະ​ເພື່ອ​ປົກ​ຄຸມ​ບາບ​ນັ້ນ ພະ​ເຢຊູ​ຕ້ອງ​ເປັນ​ຜູ້​ໃຫຍ່​ເພື່ອ​ຈະ​ເຂົ້າໃຈ​ແທ້ໆ​ວ່າ​ສິ່ງ​ທີ່​ເພິ່ນ​ເຮັດ​ເປັນ​ການ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ. (1 ໂກຣິນໂທ 15:45, 47) ເມື່ອ​ພະ​ເຢຊູ​ສັດຊື່​ແລະ​ສະລະ​ຊີວິດ​ເປັນ​ຄ່າໄຖ່ ເພິ່ນ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ຍອມຮັບ​ຄົນ​ທຸກ​ປະເພດ​ໄດ້​ໂດຍ “ການ​ພິສູດ​ຄວາມ​ສັດຊື່​ແຕ່​ເທື່ອ​ດຽວ.”—ໂຣມ 5:18, 19