ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກຜະໜວກ

ເຫດຜົນທີ່ຄລິດສະຕຽນແທ້ບໍ່ໃຊ້ໄມ້ກາງເຂນໃນການນະມັດສະການ

ເຫດຜົນທີ່ຄລິດສະຕຽນແທ້ບໍ່ໃຊ້ໄມ້ກາງເຂນໃນການນະມັດສະການ

ຜູ້ຄົນຫຼາຍລ້ານເຫຼື້ອມໃສແລະເຄົາລົບນັບຖືໄມ້ກາງເຂນ. ສາລານຸກົມບຣິແທນນິກາ ກ່າວວ່າໄມ້ກາງເຂນເປັນ “ເຄື່ອງໝາຍສຳຄັນຂອງສາສະໜາຄລິດສະຕຽນ.” ແຕ່ຄລິດສະຕຽນແທ້ບໍ່ໃຊ້ໄມ້ກາງເຂນໃນການນະມັດສະການ. ຍ້ອນຫຍັງ?

ເຫດຜົນສຳຄັນຢ່າງໜຶ່ງຄືພະເຍຊູຄລິດບໍ່ໄດ້ສິ້ນຊີວິດຢູ່ເທິງໄມ້ກາງເຂນ. ຄຳພາສາກະເລັກທີ່ມັກແປກັນໂດຍທົ່ວໄປວ່າ “ໄມ້ກາງເຂນ” ຄືສະເຕົາໂຣສ. ໂດຍພື້ນຖານຄຳນີ້ໝາຍເຖິງ “ເສົາຫຼືຫຼັກທີ່ຕັ້ງຊື່.” ເດິ ຄອມແພນຽນ ໄບເບິນ ຊີ້ແຈງວ່າ “[ສະເຕົາໂຣສ] ບໍ່ເຄີຍໝາຍເຖິງໄມ້ສອງທ່ອນວາງຕັດກັນຢູ່ມຸມໃດໆ . . . ບໍ່ມີບັນທຶກໃດໃນພາສາກະເລັກຂອງ [ຄຳພີພາກພັນທະສັນຍາໃໝ່] ທີ່ໝາຍເຖິງໄມ້ສອງທ່ອນ.”

ໃນຂໍ້ຄວາມຫຼາຍຕອນ ຜູ້ຂຽນພະຄຳພີໃຊ້ອີກຄຳໜຶ່ງສຳລັບເຄື່ອງມືປະຫານພະເຍຊູ. ຄືຄຳພາສາກະເລັກທີ່ວ່າຊີລອນ. (ກິດຈະການ 5:30; 10:39; 13:29; ຄາລາຊີ 3:13; 1 ເປໂຕ 2:24) ຄຳນີ້ພຽງແຕ່ໝາຍເຖິງ “ທ່ອນໄມ້” ຫຼື “ກິ່ງໄມ້ຫຼືຕົ້ນໄມ້.”

ໃນການອະທິບາຍເຫດຜົນທີ່ມີການໃຊ້ເສົາທຳມະດາສຳລັບການປະຫານຊີວິດ ໜັງສືໄມ້ກາງເຂນແລະການຂ້າໂດຍຄຶງຕິດໃສ່ໄມ້ກາງເຂນ (ພາສາເຢຍລະມັນ) ຂຽນໂດຍເຮີມັນ ຟຸດາ ກ່າວວ່າ “ຕົ້ນໄມ້ບໍ່ແມ່ນຈະຫາໄດ້ໃນທຸກບ່ອນທີ່ເລືອກໄວ້ສຳລັບເປັນບ່ອນປະຫານຊີວິດຕໍ່ໜ້າປະຊາຊົນ. ດັ່ງນັ້ນ ຈຶ່ງມີການປັກຫຼັກໄມ້ທຳມະດາລົງໃນດິນ. ມືຂອງຄົນຮ້າຍຈະຖືກມັດຫຼືຕອກໄວ້ທາງເທິງຫົວ ແລະຫຼາຍຄັ້ງຕີນທີ່ຢຽດຢູ່ກໍຈະຖືກມັດຫຼືຕອກຕິດກັບຫຼັກນີ້ດ້ວຍ.”

ເຖິງແນວນັ້ນ ໃນບັນດາຂໍ້ພິສູດທັງໝົດ ຂໍ້ພິສູດທີ່ໜ້າເຊື່ອຖືຫຼາຍທີ່ສຸດແມ່ນມາຈາກພະຄຳຂອງພະເຈົ້າ. ອັກຄະສາວົກໂປໂລກ່າວວ່າ “ພະຄລິດໄດ້ໄຖ່ເຮົາທັງຫຼາຍໃຫ້ພົ້ນຈາກຄວາມດ່າແຫ່ງພະບັນຍັດດ້ວຍພະອົງກາຍເປັນທີ່ຖືກດ່າແທນເຮົາທັງຫຼາຍເພາະມີຄຳຂຽນໄວ້ແລ້ວວ່າ ‘ຄົນທຸກຄົນທີ່ຕ້ອງແຂວນໄວ້ທີ່ຕົ້ນໄມ້ກໍເປັນທີ່ດ່າແລ້ວ.’” (ຄາລາຊີ 3:13) ໃນຂໍ້ນີ້ໂປໂລຍົກພະບັນຍັດ 21:22, 23 ຂຶ້ນມາກ່າວ ເຊິ່ງເວົ້າຢ່າງຈະແຈ້ງເຖິງຕົ້ນໄມ້ ບໍ່ແມ່ນໄມ້ກາງເຂນ. ເນື່ອງຈາກເຄື່ອງມືປະຫານຊີວິດແບບນັ້ນເຮັດໃຫ້ຄົນເຮົາຖືກ “ດ່າ” ຄົງຈະບໍ່ເໝາະສົມທີ່ຄລິດສະຕຽນຈະປະດັບເຮືອນຂອງຕົນດ້ວຍຮູບຕ່າງໆຂອງພະຄລິດທີ່ຖືກຄຶງໄວ້.

ບໍ່ມີຫຼັກຖານທີ່ສະແດງວ່າຕະຫຼອດໄລຍະເວລາ 300 ປີທຳອິດຫຼັງຈາກທີ່ພະຄລິດສິ້ນຊີວິດ ຜູ້ທີ່ອ້າງວ່າເປັນຄລິດສະຕຽນໄດ້ໃຊ້ໄມ້ກາງເຂນໃນການນະມັດສະການ. ແຕ່ໃນຊຸມປີ 300 ຄອນສະແຕນຕິນ ຈອມຈັກກະພັດນອກຮີດໄດ້ປ່ຽນສາສະໜາມາເປັນຄລິດສະຕຽນທີ່ນອກຮີດ ແລະໄດ້ສົ່ງເສີມໃຫ້ໃຊ້ໄມ້ກາງເຂນເປັນເຄື່ອງໝາຍຂອງສາສະໜາຄລິດສະຕຽນ. ບໍ່ວ່າຄອນສະແຕນຕິນຈະມີເຈຕະຄະຕິແນວໃດກໍຕາມ ໄມ້ກາງເຂນບໍ່ມີຫຍັງກ່ຽວຂ້ອງກັບພະເຍຊູ. ທີ່ຈິງແລ້ວ ໄມ້ກາງເຂນມີຕົ້ນກຳເນີດມາຈາກສາສະໜານອກຮີດ. ສາລານຸກົມກາໂຕລິກສະບັບໃໝ່ ຍອມຮັບວ່າ “ມີການພົບເຫັນໄມ້ກາງເຂນທັງໃນວັດທະນະທຳກ່ອນຍຸກຄລິດສະຕຽນແລະໃນວັດທະນະທຳທີ່ບໍ່ແມ່ນຄລິດສະຕຽນ.” ແຫຼ່ງອ້າງອີງອື່ນໆໄດ້ລວມເອົາໄມ້ກາງເຂນເຂົ້າກັບການນະມັດສະການທຳມະຊາດແລະພິທີຮ່ວມເພດຂອງພວກນອກຮີດ.

ຖ້າເປັນແນວນັ້ນ ເປັນຫຍັງຈຶ່ງມີການສົ່ງເສີມເຄື່ອງໝາຍນອກຮີດນີ້? ເບິ່ງຄືວ່າເພື່ອເຮັດໃຫ້ພວກນອກຮີດຍອມຮັບສາສະໜາທີ່ເອີ້ນວ່າ “ຄລິດສະຕຽນ” ງ່າຍຂຶ້ນ. ແນວໃດກໍຕາມ ຄຳພີໄບເບິນຕຳໜິຢ່າງຊັດເຈນວ່າການສະແດງຄວາມເຫຼື້ອມໃສຕໍ່ເຄື່ອງໝາຍໃດໆກໍຕາມຂອງພວກນອກຮີດເປັນສິ່ງທີ່ຜິດ. (2 ໂກລິນໂທ 6:14-18) ພະຄຳພີຍັງຫ້າມການບູຊາຮູບປັ້ນທຸກຊະນິດ. (ອົບພະຍົບ 20:4, 5; 1 ໂກລິນໂທ 10:14) ສະນັ້ນ ດ້ວຍເຫດຜົນທີ່ດີຄລິດສະຕຽນແທ້ຈຶ່ງບໍ່ໃຊ້ໄມ້ກາງເຂນໃນການນະມັດສະການ. *

^ ຂໍ້ 1 ເພື່ອຈະໄດ້ຂໍ້ມູນເລື່ອງໄມ້ກາງເຂນລະອຽດຫຼາຍກວ່ານີ້ ຂໍໃຫ້ເບິ່ງປຶ້ມການຫາເຫດຜົນຈາກພະຄຳພີ (ພາສາອັງກິດ) ໜ້າ 89-93 ຈັດພິມໂດຍພະຍານພະເຢໂຫວາ.