ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເປໂຕໄປຢ້ຽມຢາມໂຄເນເລຍ

ເປໂຕໄປຢ້ຽມຢາມໂຄເນເລຍ

ບົດ 109

ເປໂຕ​ໄປ​ຢ້ຽມ​ຢາມ​ໂຄເນເລຍ

ຜູ້​ທີ່​ຢືນ​ຢູ່​ທີ່​ນັ້ນ​ຄື​ອັກຄະສາວົກ​ເປໂຕ ແລະ​ຄົນ​ທີ່​ຢືນ​ຂ້າງ​ຫຼັງ​ເພິ່ນ​ຄື​ພວກ​ເພື່ອນ​ຂອງ​ເພິ່ນ. ແຕ່​ເປັນ​ຫຍັງ​ຊາຍ​ຜູ້​ນີ້​ຄູ້​ເຂົ່າ​ລົງ​ຕໍ່​ໜ້າ​ເປໂຕ? ເຂົາ​ຄວນ​ເຮັດ​ຢ່າງ​ນັ້ນ​ບໍ? ເຈົ້າ​ຮູ້​ບໍ​ວ່າ​ເຂົາ​ຄື​ໃຜ?

ຊາຍ​ຜູ້​ນີ້​ຄື​ໂຄເນເລຍ. ທ່ານ​ເປັນ​ນາຍ​ຮ້ອຍ​ທະຫານ​ໂລມ​ມັນ. ໂຄເນເລຍ​ບໍ່​ຮູ້​ຈັກ​ເປໂຕ​ແຕ່​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ເຊີນ​ເພິ່ນ​ມາ​ທີ່​ເຮືອນ​ຂອງ​ເຂົາ. ໃຫ້​ເຮົາ​ສືບ​ເບື້ອງ​ຫຼັງ​ເຫດການ​ນີ້

ສາວົກ​ຮຸ່ນ​ທຳອິດ​ຂອງ​ພະ​ເຍຊູ​ແມ່ນ​ພວກ​ຍິວ ແຕ່​ໂຄເນເລຍ​ບໍ່​ແມ່ນ​ຊາດ​ຍິວ. ຢ່າງ​ໃດ​ກໍ່​ດີ ທ່ານ​ຮັກ​ພະເຈົ້າ ທ່ານ​ອະທິດຖານ​ເຖິງ​ພະອົງ ແລະ​ທ່ານ​ເຮັດ​ຄວາມ​ກະລຸນາ​ຫຼາຍ​ຢ່າງ​ແກ່​ຜູ້​ຄົນ. ເອົາ​ລະ ບ່າຍ​ມື້​ນຶ່ງ​ທູດ​ສະຫວັນ​ອົງ​ນຶ່ງ​ມາ​ປາກົດ​ແກ່​ທ່ານ​ແລະ​ບອກ​ວ່າ: ‘ພະເຈົ້າ​ພໍ​ພະໄທ​ກັບ​ທ່ານ ແລະ​ພະອົງ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ທ່ານ. ຈົ່ງ​ສົ່ງ​ບາງ​ຄົນ​ໄປ​ເຊີນ​ຊາຍ​ທີ່​ຊື່​ເປໂຕ​ມາ. ເຂົາ​ພັກ​ຢູ່​ເຮືອນ​ຊີໂມນ​ໃນ​ເມືອງ​ຢົບເປ​ຮິມ​ຝັ່ງ​ທະເລ.’

ເອົາ​ລະ ໂຄເນເລຍ​ຈຶ່ງ​ໃຊ້​ບາງ​ຄົນ​ໄປ​ຫາ​ເປໂຕ​ທັນທີ. ວັນ​ຖັດ​ໄປ ເມື່ອ​ຄົນ​ພວກ​ນັ້ນ​ໃກ້​ເຖິງ​ເມືອງ​ຢົບເປ ເປໂຕ​ພວມ​ຢູ່​ເທິງ​ຫຼັງຄາ​ຮາບ​ພຽງ​ເຮືອນ​ຂອງ​ຊີໂມນ. ທີ່​ນັ້ນ​ພະເຈົ້າ​ເຮັດ​ໃຫ້​ເປໂຕ​ຄິດ​ວ່າ​ຕົນ​ເຫັນ​ຜ້າ​ຜືນ​ໃຫຍ່​ຢ່ອນ​ລົງ​ມາ​ຈາກ​ສະຫວັນ. ໃນ​ຜ້າ​ຜືນ​ນັ້ນ​ມີ​ສັດ​ທຸກ​ຊະນິດ. ຕາມ​ກົດໝາຍ​ຂອງ​ພະເຈົ້າ ສັດ​ເຫຼົ່າ​ນີ້​ເປັນ​ສັດ​ບໍ່​ສະອາດ​ທີ່​ຈະ​ໃຊ້​ເປັນ​ອາຫານ ແຕ່​ເຖິງ​ຢ່າງ​ນັ້ນ​ກໍ່​ດີ​ສຽງ​ນັ້ນ​ບອກ​ວ່າ: ‘ເປໂຕ​ເອີຍ ຈົ່ງ​ລຸກ​ຂຶ້ນ​ຂ້າ​ແລະ​ກິນ​ເຖີດ.’

ເປໂຕ​ຕອບ​ວ່າ: ‘ບໍ່​ເປັນ​ເຊັ່ນ​ນັ້ນ! ຂ້າພະເຈົ້າ​ບໍ່​ເຄີຍ​ໄດ້​ກິນ​ສິ່ງ​ທີ່​ບໍ່​ສະອາດ.’ ແຕ່​ສຽງ​ນັ້ນ​ບອກ​ເປໂຕ​ວ່າ: ‘ສິ່ງ​ຊຶ່ງ​ບັດ​ນີ້​ພະເຈົ້າ​ໄດ້​ຊຳລະ​ລ້າງ​ແລ້ວ ຢ່າ​ຖື​ວ່າ​ເປັນ​ສິ່ງ​ທີ່​ບໍ່​ສະອາດ.’ ເຫດການ​ຢ່າງ​ນີ້​ເກີດ​ຂຶ້ນ​ເຖິງ​ສາມ​ເທື່ອ. ຂະນະ​ທີ່​ເປໂຕ​ຄິດ​ສົງໄສ​ຢູ່​ວ່າ​ທັງ​ໝົດ​ນີ້​ມີ​ຄວາມ​ໝາຍ​ຢ່າງ​ໃດ ຄົນ​ທີ່​ໂຄເນເລຍ​ໃຊ້​ໄປ​ນັ້ນ​ກໍ່​ພໍ​ດີ​ມາ​ເຖິງ​ເຮືອນ​ແລະ​ຖາມ​ຫາ​ເປໂຕ.

ເປໂຕ​ລົງ​ໄປ​ຊັ້ນ​ລຸ່ມ​ແລະ​ກ່າວ​ວ່າ: ‘ຂ້າພະເຈົ້າ​ຄື​ຄົນ​ທີ່​ທ່ານ​ຊອກ​ຫາ. ທ່ານ​ມີ​ທຸລະ​ອັນ​ໃດ?’ ເມື່ອ​ຄົນ​ເຫຼົ່າ​ນີ້​ອະທິບາຍ​ວ່າ​ທູດ​ສະຫວັນ​ໄດ້​ບອກ​ໂຄເນເລຍ​ໃຫ້​ມາ​ເຊີນ​ເປໂຕ​ໄປ​ທີ່​ເຮືອນ ເປໂຕ​ເຫັນ​ດ້ວຍ​ທີ່​ຈະ​ໄປ​ກັບ​ພວກ​ເຂົາ. ວັນ​ຖັດ​ມາ​ເປໂຕ​ແລະ​ເພື່ອນໆກໍ່​ອອກ​ເດີນ​ທາງ​ໄປ​ເມືອງ​ເຊຊາເຣ​ເພື່ອ​ຢ້ຽມ​ຢາມ​ໂຄເນເລຍ.

ໂຄເນເລຍ​ໄດ້​ເຊີນ​ຍາດ​ພີ່​ນ້ອງ​ແລະ​ເພື່ອນ​ໃກ້​ຊິດ​ຂອງ​ທ່ານ​ໃຫ້​ມາ​ຮ່ວມ​ກັນ​ຢູ່. ເມື່ອ​ເປໂຕ​ມາ ໂຄເນເລຍ​ກໍ່​ຕ້ອນຮັບ​ເພິ່ນ. ເຂົາ​ຄູ້​ເຂົ່າ​ກົ້ມ​ລົງ​ແທບ​ຕີນ​ຂອງ​ເປໂຕ​ດັ່ງ​ທີ່​ເຈົ້າ​ເຫັນ​ທີ່​ນີ້. ແຕ່​ເປໂຕ​ເວົ້າ​ວ່າ: ‘ຈົ່ງ​ລຸກ​ຂຶ້ນ​ເຖີດ ເຮົາ​ເອງ​ເປັນ​ພຽງ​ແຕ່​ມະນຸດ.’ ຖືກ​ແລ້ວ ຄຳພີ​ໄບເບິນ​ສະແດງ​ວ່າ ບໍ່​ສົມຄວນ​ທີ່​ຈະ​ຄູ້​ເຂົ່າ​ລົງ​ນະມັດສະການ​ມະນຸດ. ເຮົາ​ຄວນ​ນະມັດສະການ​ພະ​ເຢໂຫວາ​ແຕ່​ຜູ້​ດຽວ.

ຕອນ​ນີ້​ເປໂຕ​ປະກາດ​ແກ່​ຄົນ​ເຫຼົ່າ​ນັ້ນ​ທີ່​ມາ​ຮ່ວມ​ກັນ. ເພິ່ນ​ເວົ້າ​ວ່າ: ‘ເຮົາ​ເຫັນ​ແລ້ວ​ວ່າ​ພະເຈົ້າ​ຍອມ​ຮັບ​ທຸກ​ຄົນ​ຜູ້​ທີ່​ຕ້ອງການ​ຮັບໃຊ້​ພະອົງ.’ ແລະ​ຂະນະ​ທີ່​ເພິ່ນ​ພວມ​ເວົ້າ​ຢູ່ ພະເຈົ້າ​ສົ່ງ​ພະ​ວິນຍານ​ບໍລິສຸດ​ຂອງ​ພະອົງ​ລົງ​ມາ ແລະ​ຄົນ​ທັງ​ປວງ​ກໍ່​ເລີ່ມ​ເວົ້າ​ພາສາ​ຕ່າງໆກັນ. ນີ້​ກໍ່​ເຮັດ​ໃຫ້​ສາວົກ​ຊາວ​ຍິວ​ຜູ້​ທີ່​ມາ​ກັບ​ເປໂຕ​ແປກ​ໃຈ ເພາະ​ເຂົາ​ເຄີຍ​ຄິດ​ວ່າ​ພະເຈົ້າ​ພໍ​ພະໄທ​ຊາວ​ຍິວ​ເທົ່າ​ນັ້ນ. ເລື່ອງ​ນີ້​ສອນ​ໃຫ້​ພວກ​ເຂົາ​ຮູ້​ວ່າ​ພະເຈົ້າ​ບໍ່​ໄດ້​ເຫັນ​ວ່າ​ຄົນ​ນຶ່ງ​ຄົນ​ໃດ​ຈາກ​ເຊື້ອ​ຊາດ​ນຶ່ງ​ເຊື້ອ​ຊາດ​ໃດ​ດີ​ກວ່າ​ກັນ​ຫຼື​ສຳຄັນ​ກວ່າ​ກັນ​ຕໍ່​ພະເຈົ້າ. ສິ່ງ​ນີ້​ເປັນ​ການ​ດີ​ທີ່​ເຮົາ​ທຸກ​ຄົນ​ໜ້າ​ຈະ​ຈື່​ໄວ້​ແມ່ນ​ບໍ?

ກິດຈະການ 10:​1-48; 11:​1-18; ຄຳປາກົດ 19:⁠10.