ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂມເຊຕີຫີນ

ໂມເຊຕີຫີນ

ບົດ 40

ໂມເຊ​ຕີ​ຫີນ

ປີ​ແລ້ວ​ປີ​ເລົ່າ​ຜ່ານ​ໄປ—10 ປີ 20 ປີ 30 ປີ 39 ປີ! ແລະ​ຊົນ​ຍິດສະລາເອນ​ຍັງ​ຄົງ​ຢູ່​ໃນ​ປ່າ​ທຸລະກັນດານ. ແຕ່​ໃນ​ປີ​ທັງ​ໝົດ​ເຫຼົ່າ​ນີ້​ພະ​ເຢໂຫວາ​ເອົາໃຈໃສ່​ເບິ່ງ​ແຍງ​ຜູ້​ຄົນ​ຂອງ​ພະອົງ. ພະອົງ​ລ້ຽງ​ເຂົາ​ດ້ວຍ​ມານາ. ພະອົງ​ນຳ​ພວກ​ເຂົາ​ດ້ວຍ​ເສົາ​ເມກ​ເວລາ​ກາງເວັນ ແລະ​ເວລາ​ກາງຄືນ​ດ້ວຍ​ເສົາ​ໄຟ. ແລະ​ໃນ​ປີ​ທັງ​ຫຼາຍ​ເຫຼົ່າ​ນີ້​ເສື້ອ​ຜ້າ​ຂອງ​ເຂົາ​ບໍ່​ຂາດ​ແລະ​ຕີນ​ຂອງ​ເຂົາ​ກໍ່​ບໍ່​ບວມ​ຊ້ຳ​ຫຼື​ເຈັບ​ປວດ​ເລີຍ.

ຂະນະ​ນີ້​ເປັນ​ເດືອນ​ທຳອິດ​ຂອງ​ປີ​ທີ 40 ນັບ​ແຕ່​ອອກ​ມາ​ຈາກ​ອີຢີບ. ຊົນ​ຍິດສະລາເອນ​ຕັ້ງ​ຄ້າຍ​ພັກ​ຢູ່​ທີ່​ກາເດເຊ​ອີກ. ບ່ອນ​ນີ້​ເປັນ​ບ່ອນ​ທີ່​ເຂົາ​ຢູ່​ເມື່ອ​ໄດ້​ສົ່ງ​ຄົນ​ສອດແນມ 12 ຄົນ​ອອກ​ໄປ​ກວດ​ເບິ່ງ​ແຜ່ນດິນ​ການາອານ​ເກືອບ​ສີ່​ສິບ​ປີ​ມາ​ແລ້ວ. ມີລີອາມ​ເອື້ອຍ​ຂອງ​ໂມເຊ​ຕາຍ​ທີ່​ກາເດເຊ. ແລະ​ໃນ​ບ່ອນ​ນີ້​ບັນຫາ​ຫຍຸ້ງຍາກ​ເກີດ​ຂຶ້ນ​ຄື​ກັນ​ກັບ​ຄາວ​ກ່ອນ.

ຜູ້​ຄົນ​ຫາ​ນ້ຳ​ບໍ່​ໄດ້. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຈົ່ມ​ກັບ​ໂມເຊ​ວ່າ: ‘ຖ້າ​ພວກ​ເຮົາ​ໄດ້​ຕາຍ​ໄປ​ກໍ່​ຈະ​ເປັນ​ການ​ດີ​ກວ່າ. ເປັນ​ຫຍັງ​ທ່ານ​ຈຶ່ງ​ນຳ​ພວກ​ເຮົາ​ອອກ​ຈາກ​ອີຢີບ​ມາ​ຍັງ​ທີ່​ແຫ້ງ​ແລ້ງ​ຊຶ່ງ​ບໍ່​ມີ​ພືດ​ຜັກ​ຫຍັງ​ງອກ​ຂຶ້ນ​ເລີຍ? ເຂົ້າ​ກໍ່​ບໍ່​ມີ ໝາກ​ເດື່ອ ໝາກ​ອະງຸ່ນ​ແລະ​ໝາກ​ທັບທິມ​ກໍ່​ບໍ່​ມີ. ແມ່ນ​ແຕ່​ນ້ຳ​ດື່ມ​ກໍ່​ບໍ່​ມີ.’

ເມື່ອ​ໂມເຊ​ແລະ​ອາໂລນ​ໄປ​ທີ່​ຈຳ​ໜັກ​ອາໄສ​ເພື່ອ​ອະທິດຖານ ພະ​ເຢໂຫວາ​ສັ່ງ​ໂມເຊ​ວ່າ: ‘ຈົ່ງ​ເອີ້ນ​ຜູ້​ຄົນ​ໃຫ້​ມາ​ປະຊຸມ​ກັນ. ແລ້ວ​ຈົ່ງ​ກ່າວ​ແກ່​ຫີນ​ທີ່​ນັ້ນ​ຕໍ່​ໜ້າ​ພວກ​ຄົນ​ທັງ​ປວງ. ແລ້ວ​ຈະ​ມີ​ນ້ຳ​ອອກ​ມາ​ຈາກ​ຫີນ​ນັ້ນ​ສຳລັບ​ປະຊາຊົນ​ແລະ​ຝູງ​ສັດ​ຂອງ​ພວກ​ເຂົາ​ດ້ວຍ.’

ດັ່ງ​ນັ້ນ​ໂມເຊ​ຈຶ່ງ​ເອີ້ນ​ຜູ້​ຄົນ​ມາ​ປະຊຸມ​ກັນ ແລະ​ກ່າວ​ວ່າ: ‘ຈົ່ງ​ຟັງ​ເຖີດ ເຈົ້າ​ຜູ້​ບໍ່​ມີ​ຄວາມ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ! ອາໂລນ​ແລະ​ເຮົາ​ຈະ​ຕ້ອງ​ເອົາ​ນ້ຳ​ອອກ​ມາ​ຈາກ​ຫີນ​ນີ້​ໃຫ້​ເຈົ້າ​ທັງ​ຫຼາຍ​ຫຼື?’ ຄັນ​ແລ້ວ​ໂມເຊ​ກໍ່​ເອົາ​ໄມ້​ເທົ້າ​ຕີ​ຫີນ​ສອງ​ເທື່ອ ແລະ​ນ້ຳ​ກໍ່​ຫຼັ່ງ​ໄຫຼ​ອອກ​ມາ​ມາກ​ຫຼາຍ​ຈາກ​ຫີນ. ມີ​ນ້ຳ​ພຽງ​ພໍ​ສຳລັບ​ຜູ້​ຄົນ​ທັງ​ປວງ​ແລະ​ຝູງ​ສັດ​ດື່ມ.

ແຕ່​ພະ​ເຢໂຫວາ​ຄຽດ​ໂມເຊ​ແລະ​ອາໂລນ. ເຈົ້າ​ຮູ້​ບໍ​ວ່າ​ເພາະ​ເຫດ​ໃດ? ກໍ່​ເພາະ​ໂມເຊ​ແລະ​ອາໂລນ​ໄດ້​ບອກ​ວ່າ ເຂົາ ຈະ​ເອົາ​ນ້ຳ​ອອກ​ມາ​ຈາກ​ຫີນ. ແຕ່​ທີ່​ແທ້​ຈິງ​ແລ້ວ​ແມ່ນ​ພະ​ເຢໂຫວາ​ເປັນ​ຜູ້​ກະທຳ​ການ​ນັ້ນ. ແລະ​ເພາະ​ເຫດ​ວ່າ​ໂມເຊ​ແລະ​ອາໂລນ​ບໍ່​ໄດ້​ບອກ​ຄວາມ​ຈິງ​ກ່ຽວ​ກັບ​ເລື່ອງ​ນີ້ ພະ​ເຢໂຫວາ​ຈຶ່ງ​ຕັດ​ວ່າ​ພະອົງ​ຈະ​ລົງໂທດ​ເຂົາ. ພະອົງ​ກ່າວ​ວ່າ: ‘ເຈົ້າ​ຈະ​ບໍ່​ນຳ​ຜູ້​ຄົນ​ຂອງ​ເຮົາ​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ.’

ບໍ່​ຊ້າ​ບໍ່​ນານ​ຊົນ​ຍິດສະລາເອນ​ກໍ່​ອອກ​ຈາກ​ກາເດເຊ. ພາຍ​ຫຼັງ​ນັ້ນ​ບໍ່​ດົນ​ພວກ​ເຂົາ​ກໍ່​ມາ​ເຖິງ​ພູ​ໂຫເຣ. ນະ​ທີ່​ນີ້ ເທິງ​ຍອດ​ພູເຂົາ​ອາໂລນ​ຕາຍ. ເຂົາ​ຕາຍ​ເມື່ອ​ມີ​ອາຍຸ​ໄດ້ 123 ປີ. ຊົນ​ຍິດສະລາເອນ​ເສົ້າໃຈ​ຫຼາຍ ແລະ​ດັ່ງ​ນັ້ນ​ຜູ້​ຄົນ​ຮ້ອງໄຫ້​ໄວ້​ທຸກ​ສຳລັບ​ອາໂລນ​ລະຫວ່າງ 30 ມື້. ເອເລອາຊາ​ລູກ​ຂອງ​ອາໂລນ​ໄດ້​ສືບ​ຕຳແໜ່ງ​ເປັນ​ມະຫາ​ປະໂລຫິດ​ແຫ່ງ​ຊາດ​ຍິດສະລາເອນ.

ຈົດ​ເຊັນ​ບານ​ຊີ 20:1-13, 22-29; ພະບັນຍັດຕິທີ2 29:5.