ໃຫ້ກຳລັງໃຈແລະເສີມສ້າງກັນດ້ວຍຄວາມຮັກຕໍ່ໆໄປ
“ຄວາມຮັກໃຫ້ຈຳເລີນຂຶ້ນ.”—1 ໂກລິນໂທ 8:1
1. ໃນຄືນສຸດທ້າຍທີ່ພະເຍຊູຢູ່ກັບລູກສິດ ເພິ່ນເວົ້າເຖິງເລື່ອງຫຍັງທີ່ສຳຄັນຫຼາຍ?
ໃນຄືນສຸດທ້າຍທີ່ພະເຍຊູຢູ່ກັບລູກສິດກ່ອນທີ່ເພິ່ນຈະຕາຍ ເພິ່ນເວົ້າເຖິງຄວາມຮັກເກືອບ 30 ຄັ້ງ. ເພິ່ນບອກລູກສິດວ່າເຂົາເຈົ້າຕ້ອງ “ຮັກກັນແລະກັນ.” (ໂຢຮັນ 15:12, 17) ຄວາມຮັກຂອງເຂົາເຈົ້າຕ້ອງເຮັດໃຫ້ຄົນອື່ນເຫັນຊັດເຈນວ່າເຂົາເຈົ້າເປັນລູກສິດແທ້ຂອງພະຄລິດ. (ໂຢຮັນ 13:34, 35) ຄວາມຮັກທີ່ພະເຍຊູເວົ້າເຖິງບໍ່ເປັນພຽງແຕ່ຄວາມຮູ້ສຶກ ແຕ່ເປັນຄຸນລັກສະນະທີ່ມີພະລັງຫຼາຍແລະເປັນການເສຍສະລະ. ພະເຍຊູບອກວ່າ: “ບໍ່ມີຜູ້ໃດມີຄວາມຮັກອັນໃຫຍ່ກວ່ານີ້ ຄືວ່າໄດ້ປົງຊີວິດແຫ່ງຕົນຕາງສ່ຽວທັງຫຼາຍແຫ່ງຕົນ. ຖ້າທ່ານທັງຫຼາຍກະທຳສັບພະທຸກສິ່ງທີ່ເຮົາສັ່ງແກ່ທ່ານ ທ່ານເປັນສ່ຽວຂອງເຮົາ.”—ໂຢຮັນ 15:13, 14
2. (ກ) ຜູ້ຮັບໃຊ້ພະເຈົ້າເປັນທີ່ຮູ້ຈັກໃນເລື່ອງໃດ? (ຂ) ມີຄຳຖາມຫຍັງທີ່ເຮົາຈະໄດ້ຮັບຄຳຕອບໃນບົດຄວາມນີ້?
2 ຜູ້ຮັບໃຊ້ຂອງພະເຢໂຫວາໃນທຸກມື້ນີ້ເປັນທີ່ຮູ້ຈັກວ່າເປັນຄົນທີ່ມີຄວາມຮັກທີ່ເສຍສະລະແລະເປັນໜຶ່ງດຽວກັນແທ້ໆ. (1 ໂຢຮັນ 3:10, 11) ບໍ່ວ່າເຮົາຈະ ມາຈາກເຊື້ອຊາດໃດ ເວົ້າພາສາໃດ ມາຈາກປະເທດໃດ ຫຼືເຕີບໃຫຍ່ມາແນວໃດ ເຮົາທີ່ເປັນຜູ້ຮັບໃຊ້ພະເຢໂຫວາທົ່ວໂລກກໍຮັກກັນແທ້ໆ. ເປັນຫຍັງຄວາມຮັກຈຶ່ງສຳຄັນຫຼາຍໃນທຸກມື້ນີ້? ພະເຢໂຫວາແລະພະເຍຊູໃຫ້ກຳລັງໃຈເຮົາດ້ວຍຄວາມຮັກແນວໃດ? ເຮົາຈະປອບໃຈແລະໃຫ້ກຳລັງໃຈຄົນອື່ນດ້ວຍຄວາມຮັກໄດ້ແນວໃດ?—1 ໂກລິນໂທ 8:1
ເປັນຫຍັງຄວາມຮັກຈຶ່ງສຳຄັນຫຼາຍໃນທຸກມື້ນີ້?
3. “ຊ່ວງເວລາວິກິດ” ສົ່ງຜົນຕໍ່ຜູ້ຄົນແນວໃດ?
3 ເຮົາມີຊີວິດຢູ່ໃນ “ຊ່ວງເວລາວິກິດ” ແລະ “ເຕັມໄປດ້ວຍຄວາມລຳບາກແລະຄວາມທຸກ.” (2 ຕີໂມເຕ 3:1-5, ລ.ມ.; ຄຳເພງ 90:10, ລ.ມ.) ຫຼາຍຄົນປະສົບກັບຄວາມທຸກຫຼາຍຈົນເຮັດໃຫ້ເຂົາເຈົ້າຮູ້ສຶກວ່າບໍ່ຢາກມີຊີວິດອີກຕໍ່ໄປ. ທຸກໆປີມີຄົນຂ້າຕົວຕາຍຫຼາຍກວ່າ 800.000 ຄົນ ສະເລ່ຍແລ້ວ 1 ຄົນຕໍ່ 40 ວິນາທີ. ໜ້າເສົ້າ ພີ່ນ້ອງຂອງເຮົາບາງຄົນກໍມີຄວາມຮູ້ສຶກແບບນັ້ນແລະເຖິງຂັ້ນຂ້າຕົວຕາຍ.
4. ມີໃຜແດ່ໃນຄຳພີໄບເບິນທີ່ເຄີຍຮູ້ສຶກຢາກຕາຍ?
4 ໃນສະໄໝຄຳພີໄບເບິນ ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າບາງຄົນກໍຮູ້ສຶກທຸກໃຈຫຼາຍຈົນຢາກຕາຍຍ້ອນປະສົບກັບບັນຫາທີ່ໜັກໜ່ວງ. ຕົວຢ່າງ: ໂຢບເຈັບປວດຫຼາຍຈົນເວົ້າວ່າ: “ຂ້ອຍຊັງຊີວິດຂອງຂ້ອຍ ຂ້ອຍບໍ່ຢາກຢູ່ອີກຕໍ່ໄປແລ້ວ.” (ໂຢບ 7:16, ລ.ມ.; 14:13) ໂຢນາຮູ້ສຶກຜິດຫວັງຫຼາຍຈົນເວົ້າວ່າ: “ດຽວນີ້ຂໍເຊີນພະເຢໂຫວາເອົາຊີວິດຂ້ານ້ອຍອອກໄປ ເຫດວ່າຄວາມຕາຍດີກວ່າຊີວິດແກ່ຂ້ານ້ອຍ.” (ໂຢນາ 4:3) ຜູ້ພະຍາກອນເອລີຢາຮູ້ສຶກໝົດຫວັງຈົນເວົ້າວ່າ: “ພໍແລ້ວ. ດຽວນີ້ ໂອ້ພະເຢໂຫວາເຊີນເອົາ [ຊີວິດ] ຈິດໃຈຂ້ານ້ອຍໄປເຖີ້ນ.” (1 ກະສັດ 19:4) ແຕ່ພະເຢໂຫວາກໍຮັກຜູ້ຮັບໃຊ້ທີ່ສັດຊື່ແລະຢາກໃຫ້ເຂົາເຈົ້າມີຊີວິດຕະຫຼອດໄປ. ພະເຢໂຫວາບໍ່ໄດ້ຕຳໜິເຂົາເຈົ້າທີ່ຮູ້ສຶກແບບນັ້ນ ກົງກັນຂ້າມ ພະອົງຊ່ວຍເຂົາເຈົ້າໃຫ້ຢາກມີຊີວິດແລະຮັບໃຊ້ພະອົງຢ່າງສັດຊື່ຕໍ່ໆໄປ.
5. ເປັນຫຍັງພີ່ນ້ອງຈຶ່ງຕ້ອງການຄວາມຮັກຈາກເຮົາແທ້ໆໃນທຸກມື້ນີ້?
5 ທຸກມື້ນີ້ພີ່ນ້ອງຊາຍຍິງຫຼາຍຄົນຕ້ອງຮັບມືກັບສະພາບການທີ່ເຄັ່ງຕຶງຫຼາຍແລະຕ້ອງການຄວາມຮັກຈາກເຮົາ. ພີ່ນ້ອງບາງຄົນຖືກເຍາະເຍີ້ຍຫຼືຖືກຂົ່ມເຫງ ບາງຄົນກໍຕ້ອງທົນກັບການຖືກເຮັດບໍ່ດີໃສ່ຫຼືຖືກນິນທາຢູ່ບ່ອນເຮັດວຽກ ແລະສ່ວນບາງຄົນກໍຮູ້ສຶກເມື່ອຍຫຼາຍເພາະຕ້ອງເຮັດວຽກໜັກຫຼາຍຊົ່ວໂມງຫຼືເຈິວຽກທີ່ເຄັ່ງຕຶງຫຼາຍ. ສ່ວນຄົນອື່ນໆກໍມີບັນຫາຮ້າຍແຮງໃນຄອບຄົວເຊິ່ງອາດເປັນຍ້ອນຄູ່ແຕ່ງດອງບໍ່ໄດ້ຮັບໃຊ້ພະເຢໂຫວາແລະກໍມັກຫາເລື່ອງເວົ້າໃຫ້ຢູ່ເລື້ອຍໆ. ຍ້ອນແນວນີ້ ຫຼາຍຄົນຈຶ່ງຮູ້ສຶກໝົດແຮງແລະເລີ່ມຄິດວ່າຕົວເອງບໍ່ມີຄ່າ. ໃຜຈະຊ່ວຍເຂົາເຈົ້າໄດ້?
ຄວາມຮັກຂອງພະເຢໂຫວາເຮັດໃຫ້ເຮົາມີກຳລັງໃຈ
6. ຄວາມຮັກຂອງພະເຢໂຫວາເຮັດໃຫ້ຜູ້ຮັບໃຊ້ຂອງພະອົງມີກຳລັງໃຈແນວໃດ?
6 ພະເຢໂຫວາເຮັດໃຫ້ຜູ້ຮັບໃຊ້ໝັ້ນໃຈວ່າພະອົງຮັກເຂົາເຈົ້າທັງຕອນນີ້ແລະຕະຫຼອດໄປ. ຂໍໃຫ້ຄິດເບິ່ງວ່າຊາດອິດສະລາແອນຈະຮູ້ສຶກແນວໃດຕອນທີ່ພະເຢໂຫວາບອກເຂົາເຈົ້າວ່າ: “ພວກເຈົ້າມີຄ່າສຳລັບເຮົາ ເຮົາໃຫ້ກຽດພວກເຈົ້າ ແລະຮັກພວກເຈົ້າສະເໝີມາ” ແລະ “ເຮົາຢູ່ກັບພວກເຈົ້າ ບໍ່ມີອັນໃດຕ້ອງຢ້ານ.” (ເອຊາອີ 43:4, 5, ລ.ມ.) ເຮົາຮູ້ວ່າເຮົາທຸກຄົນມີຄ່າຫຼາຍຕໍ່ພະເຈົ້າ. * (ເບິ່ງໄຂເງື່ອນ) ຄຳພີໄບເບິນສັນຍາວ່າ: ‘ພະອົງມີລິດເດດ ພະອົງຈະຊ່ອຍໃຫ້ພົ້ນ. ພະອົງຈະຊົມຊື່ນດ້ວຍຄວາມຍິນດີຍ້ອນເຈົ້າ.’—ໂຊໂຟນີ 3:16, 17
7. ຄວາມຮັກຂອງພະເຢໂຫວາເປັນຄືກັບແມ່ທີ່ຮັກລູກແນວໃດ? (ເບິ່ງຮູບທຳອິດ)
ເອຊາອີ 66:12, 13) ຂໍໃຫ້ຄິດເບິ່ງວ່າແອນ້ອຍຈະຮູ້ສຶກປອດໄພສໍ່າໃດຕອນທີ່ແມ່ອູ້ມແລະໄດ້ຢອກຫຼິ້ນກັບແມ່! ພະເຢໂຫວາກໍຮັກເຈົ້າຫຼາຍແລະຢາກໃຫ້ເຈົ້າຮູ້ສຶກປອດໄພຄືກັນ. ດັ່ງນັ້ນ ເຈົ້າສາມາດໝັ້ນໃຈໄດ້ວ່າເຈົ້າມີຄ່າຫຼາຍຕໍ່ພະອົງ.—ເຢເຣມີ 31:3
7 ພະເຢໂຫວາສັນຍາວ່າຈະໃຫ້ກຳລັງໃຈແລະປອບໂຍນຄົນຂອງພະອົງບໍ່ວ່າເຂົາເຈົ້າຈະປະສົບບັນຫາໃດກໍຕາມ. ພະອົງບອກວ່າ: “ທ່ານທັງຫຼາຍຈະກິນນໍ້ານົມ. ແລະເຂົາຈະອູ້ມທ່ານທັງຫຼາຍໄປ ແລະຈະດົມທ່ານທັງຫຼາຍທີ່ຕັກຂອງເຂົາ. ເຮົາຈະອອຍໃຈທ່ານທັງຫຼາຍເໝືອນດັ່ງແມ່ອອຍໃຈລູກຊາຍແຫ່ງຕົນ.” (8, 9. ຄວາມຮັກຂອງພະເຍຊູເຮັດໃຫ້ເຮົາມີກຳລັງໃຈໄດ້ແນວໃດ?
8 ອີກເຫດຜົນໜຶ່ງທີ່ເຮັດໃຫ້ເຮົາຮູ້ວ່າພະເຢໂຫວາຮັກເຮົາຄື: “ພະເຈົ້າໄດ້ຮັກມະນຸດສະໂລກຫຼາຍປານນັ້ນຈົນໄດ້ປະທານໃຫ້ພະບຸດອົງດຽວຂອງພະອົງ ເພື່ອຄົນທຸກຄົນທີ່ເຊື່ອໃນພະບຸດນັ້ນຈະບໍ່ຈິບຫາຍ ແຕ່ວ່າຈະມີຊີວິດອັນຕະຫຼອດໄປເປັນນິດ.” (ໂຢຮັນ 3:16) ການເສຍສະລະຂອງພະເຍຊູພິສູດໃຫ້ເຫັນວ່າເພິ່ນຮັກເຮົາຄືກັນແລະຄວາມຮັກນີ້ເຮັດໃຫ້ເຮົາມີກຳລັງໃຈ. ຄຳພີໄບເບິນບອກວ່າແມ່ນແຕ່ “ຄວາມທຸກເວທະນາ ຫຼືຄວາມລຳບາກ” ກໍບໍ່ສາມາດເຮັດ “ໃຫ້ພວກເຮົາຂາດຈາກຄວາມຮັກຂອງພະເຈົ້າທີ່ຢູ່ໃນພະຄລິດ.”—ໂລມ 8:35, 38, 39
9 ບາງຄັ້ງເຮົາອາດມີບັນຫາບາງຢ່າງທີ່ເຮັດໃຫ້ເຮົາໝົດແຮງທາງຮ່າງກາຍແລະຈິດໃຈ ຫຼືເຮັດໃຫ້ເຮົາບໍ່ມີຄວາມຍິນດີໃນການຮັບໃຊ້ພະເຢໂຫວາ. ແຕ່ຂໍໃຫ້ຄິດເຖິງວ່າພະຄລິດຮັກເຮົາຫຼາຍສໍ່າໃດເຊິ່ງເຮັດໃຫ້ເຮົາມີກຳລັງທີ່ຈະອົດທົນໄດ້. (ອ່ານ 2 ໂກລິນໂທ 5:14, 15) ຄວາມຮັກຂອງພະເຍຊູຊ່ວຍເຮົາໃຫ້ຢາກມີຊີວິດ ແລະຮັບໃຊ້ພະເຢໂຫວາຕໍ່ໆໄປ ແລະຍັງເຮັດໃຫ້ເຮົາບໍ່ຍອມແພ້ ເຖິງວ່າຈະປະສົບຄວາມທຸກຈາກໄພທຳມະຊາດ ການຂົ່ມເຫງ ຄວາມຜິດຫວັງ ແລະຄວາມກັງວົນ.
ພີ່ນ້ອງຕ້ອງການຄວາມຮັກຈາກເຮົາ
10, 11. ໃຜມີໜ້າທີ່ໃຫ້ກຳລັງໃຈພີ່ນ້ອງທີ່ທໍ້ໃຈ? ຂໍໃຫ້ອະທິບາຍ.
10 ພະເຢໂຫວາຍັງໃຊ້ປະຊາຄົມເພື່ອເສີມສ້າງເຮົາດ້ວຍຄວາມຮັກ. ເມື່ອເຮົາຮັກພີ່ນ້ອງ ເຮົາກໍພິສູດໃຫ້ເຫັນວ່າເຮົາຮັກພະເຢໂຫວາ. ເຮົາຈະເຮັດທຸກສິ່ງທຸກຢ່າງເພື່ອຊ່ວຍໃຫ້ພີ່ນ້ອງຮູ້ວ່າເຂົາເຈົ້າມີຄ່າແລະພະເຢໂຫວາກໍຮັກເຂົາເຈົ້າ. (1 ໂຢຮັນ 4:19-21) ອັກຄະສາວົກໂປໂລຂຽນວ່າ: “ຈົ່ງເລົ້າໂລມກັນແລະກັນ ແລະຈົ່ງກະທຳໃຫ້ກັນແລະກັນຈຳເລີນຂຶ້ນເໝືອນດັ່ງທ່ານທັງຫຼາຍກະທຳຢູ່ນັ້ນເຖີ້ນ.” (1 ເທຊະໂລນີກ 5:11) ບໍ່ແມ່ນສະເພາະແຕ່ຜູ້ເຖົ້າແກ່ເທົ່ານັ້ນທີ່ຕ້ອງເຮັດແບບນີ້. ເຮົາແຕ່ລະຄົນສາມາດຮຽນແບບຢ່າງຂອງພະເຢໂຫວາແລະພະເຍຊູໄດ້ໂດຍໃຫ້ກຳລັງໃຈພີ່ນ້ອງ.—ອ່ານໂລມ 15:1, 2
11 ພີ່ນ້ອງບາງຄົນໃນປະຊາຄົມເປັນໂລກຊຶມເສົ້າຫຼືມັກວິຕົກກັງວົນເຊິ່ງອາດຈະຕ້ອງໄປຫາໝໍແລະກິນຢາ. (ລືກາ 5:31) ຜູ້ເຖົ້າແກ່ແລະພີ່ນ້ອງຄົນອື່ນໆໃນປະຊາຄົມຮູ້ວ່າເຂົາເຈົ້າບໍ່ແມ່ນໝໍ ແຕ່ການຊ່ວຍເຫຼືອແລະການໃຫ້ກຳລັງໃຈກໍເປັນສິ່ງສຳຄັນຫຼາຍ. ດັ່ງນັ້ນ ທຸກຄົນໃນປະຊາຄົມສາມາດ “ເວົ້າປອບໃຈຄົນທີ່ຊຶມເສົ້າ ຊ່ວຍເຫຼືອຄົນອ່ອນແອ ແລະອົດກັ້ນກັບທຸກຄົນ.” (1 ເທຊະໂລນີກ 5:14, ລ.ມ.) ເຮົາຕ້ອງພະຍາຍາມເຂົ້າໃຈຄວາມຮູ້ສຶກຂອງພີ່ນ້ອງ. ເຮົາຈຳເປັນຕ້ອງອົດທົນກັບເຂົາເຈົ້າແລະເວົ້າໃຫ້ກຳລັງໃຈເມື່ອເຂົາເຈົ້າຮູ້ສຶກທໍ້ໃຈ. ເຈົ້າພະຍາຍາມໃຫ້ກຳລັງໃຈຄົນອື່ນບໍ? ເຈົ້າສາມາດເຮັດຫຍັງໄດ້ແດ່ເພື່ອຈະປອບໃຈແລະໃຫ້ກຳລັງໃຈຄົນອື່ນຫຼາຍຂຶ້ນ?
12. ໃຫ້ຍົກຕົວຢ່າງຂອງຄົນທີ່ໄດ້ຮັບກຳລັງໃຈຈາກຄວາມຮັກຂອງພີ່ນ້ອງໃນປະຊາຄົມ.
* (ເບິ່ງໄຂເງື່ອນ)
12 ພີ່ນ້ອງຍິງຄົນໜຶ່ງໃນເອີຣົບບອກວ່າ: “ບາງເທື່ອ ຂ້ອຍຄິດຢາກຂ້າຕົວຕາຍ ແຕ່ຂ້ອຍໄດ້ຮັບຄວາມຊ່ວຍເຫຼືອທີ່ດີຜ່ານທາງປະຊາຄົມ ແລະສິ່ງນີ້ໄດ້ຊ່ວຍຊີວິດຂ້ອຍໄວ້ແທ້ໆ. ພີ່ນ້ອງໃຫ້ກຳລັງໃຈຂ້ອຍສະເໝີແລະກໍຮັກຂ້ອຍຫຼາຍ. ເຖິງວ່າຈະມີບໍ່ເທົ່າໃດຄົນຮູ້ວ່າຂ້ອຍເປັນໂລກຊຶມເສົ້າ ແຕ່ທຸກຄົນກໍພ້ອມສະເໝີທີ່ຈະຊ່ວຍຂ້ອຍ. ຄູ່ຜົວເມຍໜຶ່ງເປັນຄືກັບພໍ່ແມ່ຂອງຂ້ອຍ. ເຂົາເຈົ້າເບິ່ງແຍງຂ້ອຍດີຫຼາຍ ແລະເຂົາເຈົ້າກໍພ້ອມທີ່ຈະຊ່ວຍຂ້ອຍຕະຫຼອດ 24 ຊົ່ວໂມງ.” ແນ່ນອນ ແຕ່ລະຄົນຊ່ວຍໄດ້ບໍ່ເທົ່າກັນ. ແຕ່ເຮົາທຸກຄົນສາມາດຊ່ວຍເຫຼືອພີ່ນ້ອງໄດ້ຫຼາຍແທ້ໆ.ເຮົາຈະໃຫ້ກຳລັງໃຈພີ່ນ້ອງດ້ວຍຄວາມຮັກໄດ້ແນວໃດ?
13. ເຮົາຕ້ອງເຮັດຫຍັງເພື່ອຈະໃຫ້ກຳລັງໃຈຄົນອື່ນ?
13 ເປັນຜູ້ຟັງທີ່ດີ. (ຢາໂກໂບ 1:19) ເຮົາສະແດງຄວາມຮັກເມື່ອເຮົາຟັງດ້ວຍຄວາມເຫັນອົກເຫັນໃຈ. ການຖາມຢ່າງອ່ອນໂຍນຈະຊ່ວຍເຈົ້າໃຫ້ເຂົ້າໃຈວ່າພີ່ນ້ອງຮູ້ສຶກແນວໃດ. ພີ່ນ້ອງຈະຮູ້ວ່າເຈົ້າເປັນຫ່ວງລາວແທ້ໆ ພຽງແຕ່ສັງເກດເບິ່ງສີໜ້າຂອງເຈົ້າ. ຕອນທີ່ລາວລະບາຍຄວາມຮູ້ສຶກອອກມາ ຂໍໃຫ້ເຈົ້າອົດທົນຟັງແລະບໍ່ຕ້ອງຂັດຈັງຫວະ. ໂດຍການເປັນຜູ້ຟັງທີ່ດີ ເຈົ້າຈະເຂົ້າໃຈລາວຫຼາຍຂຶ້ນແລະເຮັດໃຫ້ລາວໄວ້ໃຈເຈົ້າ. ແລ້ວມັນກໍຈະງ່າຍຂຶ້ນທີ່ລາວຈະຟັງສິ່ງທີ່ເຈົ້າພະຍາຍາມຈະຊ່ວຍລາວ. ຖ້າເຈົ້າເປັນຫ່ວງຄົນອື່ນແທ້ໆ ເຈົ້າກໍຈະໃຫ້ກຳລັງໃຈເຂົາເຈົ້າໄດ້ຫຼາຍ.
14. ເປັນຫຍັງເຮົາບໍ່ຄວນເວົ້າແບບບໍ່ຄິດ?
14 ຢ່າເວົ້າແບບບໍ່ຄິດ. ຄົນທີ່ເປັນໂລກຊຶມເສົ້າຈະແຮ່ງຮູ້ສຶກບໍ່ດີຕື່ມອີກຖ້າລາວຄິດວ່າເຮົາກຳລັງເວົ້າໃຫ້ລາວ ແລະເຮົາຈະຊ່ວຍລາວໄດ້ຍາກຂຶ້ນ. ຄຳພີໄບເບິນບອກວ່າ: “ຄຳເວົ້າທີ່ບໍ່ຄິດເປັນຄືດາບທີ່ສຽບແທງ ແຕ່ຄຳເວົ້າຂອງຄົນສະຫຼາດຈະຊ່ວຍຢຽວຢາຮັກສາ.” (ສຸພາສິດ 12:18, ລ.ມ.) ເຖິງວ່າເຮົາບໍ່ໄດ້ຕັ້ງໃຈເວົ້າທຳຮ້າຍຄວາມຮູ້ສຶກຂອງຄົນທີ່ເປັນໂລກຊຶມເສົ້າ ແຕ່ເມື່ອເຮົາເວົ້າແບບບໍ່ຄິດອາດເຮັດໃຫ້ລາວປວດໃຈໄດ້. ເພື່ອຈະໃຫ້ກຳລັງໃຈພີ່ນ້ອງ ເຮົາຕ້ອງເຮັດໃຫ້ລາວໝັ້ນໃຈວ່າເຮົາກຳລັງພະຍາຍາມເຂົ້າໃຈສະພາບການຂອງລາວແທ້ໆ.—ມັດທາຍ 7:12
15. ມີຫຍັງແດ່ທີ່ຊ່ວຍເຮົາໃຫ້ກຳລັງໃຈຄົນອື່ນໄດ້?
15 ໃຊ້ຄຳພີໄບເບິນໃຫ້ກຳລັງໃຈຄົນອື່ນ. (ອ່ານໂລມ 15:4, 5) ຄຳພີໄບເບິນມາຈາກ “ພະເຈົ້າແຫ່ງຄວາມພຽນແລະຄວາມເລົ້າໂລມ” ດັ່ງນັ້ນ ເຮົາຈຶ່ງບໍ່ແປກໃຈທີ່ເຮົາໄດ້ກຳລັງໃຈຫຼາຍເມື່ອອ່ານຄຳພີໄບເບິນ. ນອກຈາກນັ້ນ ເຮົາຍັງມີດັດຊະນີສັບພະໜັງສືຂອງວັອດທາວເວີ (ພາສາອັງກິດ) ແລະຄູ່ມືການຄົ້ນຄວ້າຂອງພະຍານພະເຢໂຫວາ. ເມື່ອໃຊ້ເຄື່ອງມືເຫຼົ່ານີ້ ເຮົາຈະພົບຂໍ້ຄຳພີແລະໜັງສືຕ່າງໆເພື່ອໃຫ້ກຳລັງໃຈແລະປອບໃຈພີ່ນ້ອງໄດ້.
16. ເຮົາຕ້ອງເປັນຄົນແບບໃດເພື່ອຈະໃຫ້ກຳລັງໃຈຄົນທີ່ເປັນໂລກຊຶມເສົ້າ?
16 ເປັນຄົນອົບອຸ່ນແລະອ່ອນໂຍນ. ພະເຢໂຫວາເປັນ “ພະບິດາແຫ່ງຄວາມອີ່ດູ ແລະພະເຈົ້າແຫ່ງຄວາມເລົ້າໂລມໝົດສິ້ນ” ແລະພະອົງມີ “ໃຈສັງເວດແຫ່ງຄວາມອີ່ດູ” ຜູ້ຮັບໃຊ້ຂອງພະອົງ. (ອ່ານ 2 ໂກລິນໂທ 1:3-6; ລືກາ 1:78; ໂລມ 15:13) ໂປໂລວາງຕົວຢ່າງທີ່ດີໃນເລື່ອງນີ້ເພາະລາວຮຽນແບບພະເຢໂຫວາ. ລາວຈຶ່ງເວົ້າໄດ້ວ່າ: “ພວກເຮົາໄດ້ມີໃຈອ່ອນໃຈຫວານຢູ່ທ່າມກາງພວກທ່ານ ເໝືອນດັ່ງແມ່ລ້ຽງກໍ ແພງລູກທັງຫຼາຍຂອງຕົນເອງ. ຢ່າງນີ້ເພາະພວກເຮົາແພງທ່ານທັງຫຼາຍເປັນອັນມາກ ເຮົາຊອບໃຈຫຼາຍຈະໃຫ້ຄຳປະເສີດແຫ່ງພະເຈົ້າແກ່ທ່ານທັງຫຼາຍ ບໍ່ໃຊ່ເທົ່ານັ້ນ ແຕ່ວ່າຍັງຊີວິດຈິດໃຈຂອງເຮົາດ້ວຍ ເພາະທ່ານທັງຫຼາຍກາຍເປັນທີ່ຮັກຂອງພວກເຮົາມາກຫຼາຍ.” (1 ເທຊະໂລນີກ 2:7, 8) ເມື່ອເຮົາເປັນຄົນອົບອຸ່ນຄືກັບພະເຢໂຫວາ ເຮົາອາດຊ່ວຍພີ່ນ້ອງຂອງເຮົາໃຫ້ໄດ້ຮັບການປອບໃຈດັ່ງທີ່ເຂົາໄດ້ອະທິດຖານຂໍຢູ່ກໍໄດ້.
17. ເຮົາຈະເບິ່ງພີ່ນ້ອງຕາມຄວາມເປັນຈິງແນວໃດ?
17 ຢ່າຄາດໝາຍຄວາມສົມບູນແບບຈາກພີ່ນ້ອງ. ໃຫ້ເບິ່ງຕາມຄວາມເປັນຈິງ. ຖ້າເຈົ້າຄາດໝາຍຄວາມສົມບູນແບບຈາກພີ່ນ້ອງ ເຈົ້າຈະຜິດຫວັງ. (ຜູ້ເທສະໜາປ່າວປະກາດ 7:21, 22) ຂໍຈື່ໄວ້ວ່າພະເຢໂຫວາຄາດໝາຍເຮົາຕາມຄວາມເປັນຈິງ. ດັ່ງນັ້ນ ເຮົາຕ້ອງອົດທົນກັນແລະກັນ. (ເອເຟດ 4:2, 32) ເຮົາບໍ່ຄວນເຮັດໃຫ້ພີ່ນ້ອງຮູ້ສຶກວ່າເຂົາເຈົ້າເຮັດໄດ້ບໍ່ດີພໍ ແລະບໍ່ຄວນສົມທຽບເຂົາເຈົ້າກັບຄົນອື່ນ. ກົງກັນຂ້າມ ເຮົາຈະໃຫ້ກຳລັງໃຈເຂົາເຈົ້າແລະຊົມເຊີຍສິ່ງດີໆທີ່ເຂົາເຈົ້າເຮັດ. ການເຮັດແບບນີ້ຈະຊ່ວຍເຂົາເຈົ້າໃຫ້ຮັບໃຊ້ພະເຢໂຫວາຢ່າງມີຄວາມສຸກ.—ຄາລາຊີ 6:4
18. ເປັນຫຍັງເຮົາຢາກໃຫ້ກຳລັງໃຈກັນດ້ວຍຄວາມຮັກ?
18 ຜູ້ຮັບໃຊ້ຂອງພະເຢໂຫວາທຸກຄົນມີຄ່າຫຼາຍສຳລັບພະອົງແລະພະເຍຊູ. (ຄາລາຊີ 2:20) ເຮົາຮັກພີ່ນ້ອງຫຼາຍແທ້ໆ ດັ່ງນັ້ນເຮົາຈຶ່ງຕ້ອງສະແດງຄວາມອ່ອນໂຍນກັບເຂົາເຈົ້າ. ເຮົາ “ຕິດຕາມສິ່ງທັງຫຼາຍນັ້ນທີ່ເປັນເຫດໃຫ້ມີຄວາມສຸກສຳລານແລະໃຫ້ຈຳເລີນກັນແລະກັນ.” (ໂລມ 14:19) ເຮົາຄອຍຖ້າທີ່ຈະໄດ້ຢູ່ໃນສວນອຸທິຍານທີ່ຈະບໍ່ມີອັນໃດເຮັດໃຫ້ເຮົາທໍ້ໃຈ ບໍ່ມີຄວາມເຈັບປ່ວຍ ບໍ່ມີສົງຄາມ ບໍ່ມີຄວາມຕາຍທີ່ເກີດຈາກບາບ ບໍ່ມີການຂົ່ມເຫງ ບໍ່ມີບັນຫາຄອບຄົວ ແລະບໍ່ຕ້ອງຜິດຫວັງກັບຊີວິດ. ເມື່ອສິ້ນສຸດສະໄໝພັນປີ ມະນຸດທຸກຄົນຈະສົມບູນແບບ. ພະເຢໂຫວາຈະຍອມຮັບຄົນທີ່ຮັກສາຄວາມສັດຊື່ໃນການທົດສອບຄັ້ງສຸດທ້າຍໃຫ້ເປັນລູກຂອງພະອົງທີ່ຢູ່ເທິງໂລກ ແລະເຂົາເຈົ້າຈະ “ມີເສລີພາບທີ່ງົດງາມແບບທີ່ລູກຂອງພະເຈົ້າມີ.” (ໂລມ 8:21) ດັ່ງນັ້ນ ຂໍໃຫ້ເຮົາທຸກຄົນໃຫ້ກຳລັງໃຈກັນດ້ວຍຄວາມຮັກແລະຊ່ວຍກັນໃຫ້ຜ່ານເຂົ້າສູ່ໂລກໃໝ່ຂອງພະເຈົ້າ.
^ ຂໍ້ 6 ເບິ່ງປຶ້ມຫຍັບເຂົ້າໃກ້ພະເຢໂຫວາ ບົດທີ 24.
^ ຂໍ້ 12 ເພື່ອຊ່ວຍຄົນທີ່ຄິດຈະຂ້າຕົວຕາຍ ຂໍໃຫ້ເບິ່ງປຶ້ມຕື່ນເຖີດ! (ບໍ່ມີໃນພາສາລາວ) ໃນບົດຄວາມທີ່ຊື່: “ເປັນຫຍັງຕ້ອງກ້າວເດີນຕໍ່ໄປ? 3 ເຫດຜົນທີ່ຊ່ວຍໃຫ້ພົ້ນຈາກຄວາມສິ້ນຫວັງ” (ເມສາ 2014 ໜ້າ 6, 7, 8, 9) “ຖ້າເຈົ້າບໍ່ຢາກມີຊີວິດຢູ່ຕໍ່ໄປ” (ມັງກອນ 2012) ແລະ “ຊີວິດຍັງມີຄ່າ” (8 ພະຈິກ 2001 ໜ້າ 3, 5, 8).