“ຂ້ານ້ອຍຈະທຽວໄປໃນຄວາມຈິງຂອງພະອົງ”
“ໂອ້ພະເຢໂຫວາ ຂໍໂຜດສັ່ງສອນຂ້ານ້ອຍໃຫ້ຮູ້ຈັກທາງຂອງພະອົງ. ຂ້ານ້ອຍຈະທຽວໄປໃນຄວາມຈິງຂອງພະອົງ.”—ຄຳເພງ 86:11
1-3. (ກ) ເຮົາຄວນຮູ້ສຶກແນວໃດກັບຄວາມຈິງໃນຄຳພີໄບເບິນ? ຂໍໃຫ້ຍົກຕົວຢ່າງ. (ເບິ່ງຮູບທຳອິດ) (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
ໃນທຸກມື້ນີ້ເປັນເລື່ອງທຳມະດາທີ່ຫຼາຍຄົນຈະຊື້ເຄື່ອງຢູ່ຮ້ານຄ້າແລ້ວກໍເອົາໄປສົ່ງຄືນ. ຫຼືເມື່ອຊື້ບາງຢ່າງທາງອອນລາຍ ເຂົາເຈົ້າກໍແຮ່ງມັກຈະເອົາໄປສົ່ງຄືນ ຍ້ອນວ່າເຂົາເຈົ້າບໍ່ພໍໃຈເພາະມັນບໍ່ຄືກັບທີ່ຄິດໄວ້ ຫຼືເຄື່ອງນັ້ນມີຕຳໜິ. ດັ່ງນັ້ນ ເຂົາເຈົ້າຈຶ່ງຢາກເອົາໄປປ່ຽນໃໝ່ຫຼືໄປຂໍເງິນຄືນ.
2 ເຮົາບໍ່ຢາກເຮັດແບບນັ້ນກັບຄວາມຈິງໃນຄຳພີໄບເບິນ. ເມື່ອເຮົາ “ຊື້” ຄວາມຈິງ ເຮົາກໍບໍ່ຢາກ “ຂາຍ” ຄວາມຈິງ ຄ້າຍຄືກັນ ເມື່ອຮຽນຮູ້ຄວາມຈິງ ເຮົາກໍບໍ່ຢາກຖິ້ມຄວາມຈິງໄປ. (ອ່ານສຸພາສິດ 23:23; 1 ຕີໂມເຕ 2:4) ໃນບົດຄວາມກ່ອນໜ້ານີ້ ເຮົາໄດ້ໃຊ້ເວລາຫຼາຍເພື່ອຈະຮຽນຮູ້ຄວາມຈິງ. ເຮົາອາດຈະຖິ້ມວຽກອາຊີບທີ່ໄດ້ເງິນຫຼາຍໆ ແລະເຮົາອາດຍອມເສຍສາຍສຳພັນກັບຄົນອື່ນ. ເຮົາອາດຕ້ອງປ່ຽນວິທີຄິດແລະການກະທຳຂອງເຮົາ ຫຼືເຊົາເຮັດຕາມທຳນຽມແລະປະເພນີທີ່ພະເຢໂຫວາບໍ່ພໍໃຈ. ແຕ່ເຮົາກໍໝັ້ນໃຈໄດ້ວ່າສິ່ງທີ່ເຮົາເສຍສະລະໄປນັ້ນທຽບບໍ່ໄດ້ກັບພອນຕ່າງໆທີ່ເຮົາໄດ້ຮັບຈາກການຮູ້ຈັກຄວາມຈິງ.
ມັດທາຍ 13:45, 46) ເມື່ອເຮົາຮຽນຮູ້ຄວາມຈິງໃໝ່ໆ ເຊິ່ງເປັນຄວາມຈິງທີ່ມີຄ່າກ່ຽວກັບລາຊະອານາຈັກຂອງພະເຈົ້າແລະເລື່ອງອື່ນໆທັງໝົດໃນຄຳພີໄບເບິນ ພວກເຮົາກໍເຕັມໃຈເສຍສະລະທຸກຢ່າງຄືກັນເພື່ອຈະໄດ້ຄວາມຈິງ. ຖ້າເຮົາເຫັນຄ່າຂອງຄວາມຈິງແທ້ໆ ເຮົາກໍຈະບໍ່ຖິ້ມມັນໄປ. ແຕ່ໜ້າເສົ້າຜູ້ຮັບໃຊ້ພະເຈົ້າບາງຄົນເຊົາເຫັນຄ່າຂອງຄວາມຈິງ ແລະເຖິງກັບຖິ້ມມັນໄປ. ເຮົາບໍ່ຢາກເຮັດແບບນັ້ນ! ດັ່ງນັ້ນ ເຮົາຕ້ອງເຮັດຕາມຄຳແນະນຳໃນຄຳພີໄບເບິນທີ່ວ່າ: ໃຫ້ “ກະທຳ [“ໃຊ້ຊີວິດ, ລ.ມ.”] ຕາມຄວາມຈິງ.” (ອ່ານ 3 ໂຢຮັນ 2-4) ນີ້ໝາຍຄວາມວ່າເຮົາຕ້ອງໃຫ້ຄວາມຈິງມາເປັນສິ່ງສຳຄັນທີ່ສຸດແລະເຮົາສະແດງອອກໂດຍວິທີທີ່ເຮົາໃຊ້ຊີວິດ. ແຕ່ຄົນເຮົາອາດ “ຂາຍ” ຫຼືຖິ້ມຄວາມຈິງໄດ້ແນວໃດ ແລະຍ້ອນຫຍັງ? ເຮົາຈະໝັ້ນໃຈໄດ້ແນວໃດວ່າເຮົາຈະບໍ່ຖິ້ມຄວາມຈິງ? ແລະເຮົາຈະຕັ້ງໃຈຫຼາຍຂຶ້ນໄດ້ແນວໃດວ່າຈະ “ກະທຳ [“ໃຊ້ຊີວິດ, ລ.ມ.”] ຕາມຄວາມຈິງ.”?
3 ພະເຍຊູຍົກຕົວຢ່າງປຽບທຽບເລື່ອງພໍ່ຄ້າຄົນໜຶ່ງທີ່ໄປຊອກຫາໄຂ່ມຸກທີ່ລໍ້າຄ່າ. ເມື່ອລາວໄດ້ພົບແລ້ວ ລາວກໍຂາຍທຸກສິ່ງທີ່ມີທັນທີເພື່ອຈະໄປຊື້ໄຂ່ມຸກທີ່ມີຄ່າຫຼາຍນັ້ນ. ໄຂ່ມຸກປຽບເໝືອນຄວາມຈິງກ່ຽວກັບລາຊະອານາຈັກຂອງພະເຈົ້າ. ການປຽບທຽບຂອງພະເຍຊູເຮັດໃຫ້ເຫັນວ່າ ຄວາມຈິງມີຄ່າຫຼາຍສໍ່າໃດຕໍ່ຄົນທີ່ຊອກຫາ. (ບາງຄົນ “ຂາຍ” ຫຼືຖິ້ມຄວາມຈິງໄດ້ແນວໃດແລະຍ້ອນຫຍັງ?
4. ເປັນຫຍັງບາງຄົນໃນສະໄໝຂອງພະເຍຊູບໍ່ໃຊ້ຊີວິດຕາມຄວາມຈິງ?
4 ໃນສະໄໝຂອງພະເຍຊູ ບາງຄົນທີ່ຮັບເອົາຄວາມຈິງໃນຕອນທຳອິດບໍ່ໄດ້ໃຊ້ຊີວິດຕາມຄວາມຈິງຕໍ່ໆໄປ. ຕົວຢ່າງ: ຫຼັງຈາກພະເຍຊູເຮັດການອັດສະຈັນແລະລ້ຽງອາຫານຝູງຄົນຈຳນວນຫຼາຍ ຜູ້ຄົນກໍຕິດຕາມເພິ່ນໄປຮອດອີກຟາກໜຶ່ງຂອງທະເລຄາລິເລ. ແຕ່ຕໍ່ມາພະເຍຊູໄດ້ເວົ້າບາງຢ່າງທີ່ເຮັດໃຫ້ເຂົາເຈົ້າຮັບບໍ່ໄດ້ທີ່ວ່າ: ‘ຖ້າທ່ານທັງຫຼາຍບໍ່ກິນເນື້ອຕົວຂອງບຸດມະນຸດ ບໍ່ດື່ມເລືອດຂອງພະອົງ ທ່ານຈະບໍ່ໄດ້ຊີວິດ.’ ແທນທີ່ຈະຂໍໃຫ້ພະເຍຊູອະທິບາຍໃຫ້ຟັງ ເຂົາເຈົ້າພັດເວົ້າວ່າ: “ຖ້ອຍຄຳນີ້ເປັນແຂງແຮງໃຜອາດຟັງໄດ້?” ຜົນກໍຄື “ຜູ້ລາງຄົນໃນພວກລູກສິດແຫ່ງຕົນໄດ້ແຍກອອກແລະບໍ່ໄດ້ທຽວໄປນຳພະອົງຕໍ່ໄປ.”—ໂຢຮັນ 6:53-66
5, 6. (ກ) ເປັນຫຍັງໃນທຸກມື້ນີ້ບາງຄົນລອຍຫ່າງອອກຈາກຄວາມຈິງ? (ຂ) ຄົນເຮົາຈະລອຍຫ່າງອອກຈາກຄວາມຈິງໄດ້ແນວໃດ?
5 ໜ້າເສຍດາຍ ໃນທຸກມື້ນີ້ບາງຄົນຍັງຕັ້ງໃຈອອກຈາກຄວາມຈິງ. ຍ້ອນຫຍັງ? ຍ້ອນບາງຄົນສະດຸດກັບການປັບປ່ຽນຄວາມເຂົ້າໃຈໃນຄຳພີໄບເບິນ ຫຼືສະດຸດໃນຄຳເວົ້າຫຼືການກະທຳຂອງພີ່ນ້ອງທີ່ຫຼາຍຄົນຮູ້ຈັກດີ. ຄົນອື່ນໆອາດບໍ່ມັກຄຳແນະນຳຂອງບາງຄົນເຖິງວ່າຈະມາຈາກຄຳພີໄບເບິນ ຫຼືຂັດແຍ່ງກັບບາງຄົນໃນປະຊາຄົມ. ສ່ວນບາງຄົນກໍກຳລັງຕິດຕາມຄຳສອນຜິດໆຂອງຄົນທີ່ທໍລະຍົດພະເຈົ້າຫຼືຄົນທີ່ເວົ້າຕົວະກ່ຽວກັບຄວາມຈິງ. ນີ້ເປັນພຽງບໍ່ເທົ່າໃດເຫດຜົນທີ່ເຮັດໃຫ້ບາງຄົນຕັ້ງໃຈອອກຫ່າງຈາກພະເຢໂຫວາແລະປະຊາຄົມ. (ເຫບເລີ 3:12-14) ທີ່ຈິງຈະດີກວ່າຖ້າເຂົາເຈົ້າເຮັດຄືກັບເປໂຕທີ່ໄວ້ວາງໃຈພະເຍຊູ! ເມື່ອຫຼາຍຄົນຮັບບໍ່ໄດ້ກັບຄຳເວົ້າຂອງພະເຍຊູ ເພິ່ນກໍຖາມພວກອັກຄະສາວົກວ່າພວກເຈົ້າກໍຢາກຖິ້ມເຮົາໄປຄືກັນບໍ? ເປໂຕຕອບວ່າ: “ພະອົງເຈົ້າຂ້າ ພວກຂ້າພະເຈົ້າຈະໄປຫາຜູ້ໃດ? ພະອົງມີຖ້ອຍຄຳທັງຫຼາຍແຫ່ງຊີວິດອັນຕະຫຼອດໄປເປັນນິດ.”—ໂຢຮັນ 6:67-69
6 ບາງຄົນລອຍຫ່າງອອກຈາກຄວາມຈິງເທື່ອລະເຫບເລີ 2:1, ລ.ມ.) ປົກກະຕິແລ້ວຄົນທີ່ອອກຫ່າງຈາກຄວາມຈິງບໍ່ໄດ້ໝາຍຄວາມວ່າລາວຢາກເຮັດແບບນັ້ນ. ແຕ່ລາວປ່ອຍໃຫ້ສາຍສຳພັນຂອງລາວກັບພະເຢໂຫວາອ່ອນແອ ແລະໃນທີ່ສຸດກໍສູນເສຍໄປ. ເຮົາຈະເຮັດແນວໃດເພື່ອບໍ່ໃຫ້ເລື່ອງນີ້ເກີດຂຶ້ນກັບເຮົາ?
ໜ້ອຍໂດຍບໍ່ຮູ້ສຶກຕົວ. ຄົນທີ່ຄ່ອຍໆລອຍອອກຈາກຄວາມຈິງເປັນຄືກັບເຮືອທີ່ຄ່ອຍໆລອຍອອກຈາກແຄມຝັ່ງແມ່ນໍ້າ. ຄຳພີໄບເບິນຈຶ່ງເຕືອນໃຫ້ເຮົາລະວັງ ຖ້າບໍ່ຈັ່ງຊັ້ນ “ເຮົາຈະຄ່ອຍໆລອຍຫ່າງອອກໄປ.” (ເຮົາຈະໝັ້ນໃຈໄດ້ແນວໃດວ່າຈະບໍ່ຂາຍຄວາມຈິງ?
7. ອັນໃດຈະຊ່ວຍເຮົາບໍ່ໃຫ້ຂາຍຄວາມຈິງ?
ເຮົາເລືອກບໍ່ໄດ້ວ່າຈະຍອມຮັບຫຼືບໍ່ຍອມຮັບຄວາມຈິງເລື່ອງໃດໃນຄຳພີໄບເບິນ
7 ເພື່ອຈະທຽວຫຼືໃຊ້ຊີວິດຕາມຄວາມຈິງຕໍ່ໆໄປ ເຮົາຕ້ອງຍອມຮັບແລະເຊື່ອຟັງທຸກສິ່ງທີ່ພະເຢໂຫວາບອກ. ເຮົາຕ້ອງເຮັດໃຫ້ຄວາມຈິງເປັນສິ່ງສຳຄັນທີ່ສຸດແລະເຮັດຕາມຫຼັກການໃນຄຳພີໄບເບິນທຸກແງ່ມຸມຂອງຊີວິດ. ໃນຄຳອະທິດຖານຂອງກະສັດດາວິດ ລາວສັນຍາກັບພະເຢໂຫວາວ່າ: “ຂ້ານ້ອຍຈະທຽວໄປໃນຄວາມຈິງຂອງພະອົງ.” (ຄຳເພງ 86:11) ດາວິດຕັ້ງໃຈຈະໃຊ້ຊີວິດໃນຄວາມຈິງຕໍ່ໆໄປແລະເຮົາກໍຄວນເຮັດຄືກັນ. ຖ້າເຮົາບໍ່ເຮັດ ເຮົາກໍອາດເລີ່ມຄິດເຖິງສິ່ງທີ່ເຮົາສະລະເພື່ອຄວາມຈິງແລະເຖິງກັບຢາກໄດ້ບາງຢ່າງຄືນມາ. ເຮົາເລືອກບໍ່ໄດ້ວ່າຈະຍອມຮັບຫຼືບໍ່ຍອມຮັບຄວາມຈິງເລື່ອງໃດໃນຄຳພີໄບເບິນ ແຕ່ເຮົາຄວນໃຊ້ຊີວິດຕາມ ‘ຄວາມຈິງທັງໝົດ.’ (ໂຢຮັນ 16:13) ໃນບົດຄວາມກ່ອນ ເຮົາໄດ້ເບິ່ງ 5 ສິ່ງທີ່ເຮົາເສຍສະລະເພື່ອຈະຮຽນຮູ້ແລະໃຊ້ຄວາມຈິງ. ຕອນນີ້ ເຮົາຈະມາເບິ່ງວ່າເຮົາຈະໝັ້ນໃຈໄດ້ແນວໃດວ່າເຮົາຈະບໍ່ກັບໄປຫາສິ່ງເຫຼົ່ານີ້ທີ່ເຮົາຖິ້ມໄວ້ທາງຫຼັງ.—ມັດທາຍ 6:19
8. ການໃຊ້ເວລາຂອງຄລິດສະຕຽນອາດເຮັດໃຫ້ລອຍຫ່າງອອກຈາກຄວາມຈິງໄດ້ແນວໃດ? ຂໍໃຫ້ຍົກຕົວຢ່າງ.
8 ເວລາ. ເພື່ອຈະເຮັດໃຫ້ໝັ້ນໃຈວ່າເຮົາບໍ່ມີທາງອອກຫ່າງຈາກຄວາມຈິງ ເຮົາຕ້ອງໃຊ້ເວລາຢ່າງສະຫຼາດສະເໝີ. ຖ້າເຮົາບໍ່ລະວັງ ເຮົາອາດໃຊ້ເວລາຫຼາຍເກີນໄປກັບການພັກຜ່ອນ ກິດຈະກຳ ຫຼິ້ນອິນເຕີເນັດ ແລະເບິ່ງໂທລະທັດ. ເຖິງວ່າການເຮັດສິ່ງເຫຼົ່ານີ້ບໍ່ມີຫຍັງຜິດ ແຕ່ເຮົາອາດເອົາເວລາທີ່ເຄີຍສຶກສາສ່ວນຕົວແລະໄປປະກາດມາເຮັດສິ່ງເຫຼົ່ານີ້ ຄືກັບເອັມມາ. * (ເບິ່ງໄຂເງື່ອນ) ຕັ້ງແຕ່ຕອນຍັງນ້ອຍໆ ເອັມມາມັກໂຕມ້າຫຼາຍແລະເມື່ອມີເວລາວ່າງລາວກໍໄປຂີ່ມ້າ. ແຕ່ລາວກໍເລີ່ມຮູ້ສຶກບໍ່ສະບາຍໃຈທີ່ໃຊ້ເວລາຫຼາຍເກີນໄປໃນການເຮັດກິດຈະກຳທີ່ລາວມັກ ລາວຈຶ່ງຕັດສິນໃຈປ່ຽນແປງລຳດັບຄວາມສຳຄັນ. ເອັມມາຍັງໄດ້ຮຽນຮູ້ຈາກປະສົບການຂອງພີ່ນ້ອງຍິງຊື່ຄໍຣີ ແວວ ເຊິ່ງເຄີຍເປັນນັກກິລາແຂ່ງຂັນທີ່ສະແດງຄວາມສາມາດໃນການຂີ່ມ້າ. * (ເບິ່ງໄຂເງື່ອນ) ຕອນນີ້ເອັມມາໃຊ້ເວລາຮັບໃຊ້ພະເຢໂຫວາຫຼາຍຂຶ້ນ ແລະຍັງໃຊ້ເວລາກັບຄອບຄົວແລະເພື່ອນຄລິດສະຕຽນຫຼາຍຂຶ້ນ. ລາວຮູ້ສຶກໃກ້ຊິດກັບພະເຢໂຫວາແລະມີຄວາມສຸກທີ່ຮູ້ວ່າຕົວເອງໃຊ້ເວລາຢ່າງສະຫຼາດ.
9. ຊັບສິນເງິນຄຳອາດກາຍເປັນສິ່ງສຳຄັນທີ່ສຸດສຳລັບເຮົາໄດ້ແນວໃດ?
2 ຕີໂມເຕ 4:10) ເດມາອາດຮັກຊັບສິນເງິນຄຳຫຼາຍກວ່າການຮັບໃຊ້ພະເຈົ້າ ຫຼືບາງເທື່ອລາວອາດບໍ່ຢາກເສຍສະລະຕົວເອງເພື່ອຮັບໃຊ້ກັບໂປໂລ. ເຮົາໄດ້ບົດຮຽນຫຍັງ? ເມື່ອກ່ອນເຮົາອາດເຄີຍຮັກຊັບສິນເງິນຄຳຫຼາຍ ແຕ່ຖ້າເຮົາບໍ່ລະວັງ ຄວາມຮູ້ສຶກແບບນັ້ນຈະມີຫຼາຍຂຶ້ນເລື້ອຍໆໃນຫົວໃຈຈົນເຮັດໃຫ້ເຮົາສູນເສຍຄວາມຮັກຕໍ່ຄວາມຈິງ.
9 ຊັບສິນເງິນຄຳ. ເພື່ອຈະໃຊ້ຊີວິດຕາມຄວາມຈິງຕໍ່ໆໄປ ເຮົາຕ້ອງບໍ່ໃຫ້ຊັບສິນເງິນຄຳມາເປັນສິ່ງສຳຄັນທີ່ສຸດ. ເມື່ອເຮົາຮຽນຮູ້ຄວາມຈິງ ເຮົາສຳນຶກວ່າການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນຫຼາຍກວ່າຊັບສິນເງິນຄຳ ແລະເຮົາເຕັມໃຈສະລະສິ່ງເຫຼົ່ານັ້ນເພື່ອຄວາມຈິງ. ແຕ່ເມື່ອເວລາຜ່ານໄປ ເຮົາອາດເຫັນຄົນອື່ນຊື້ເຄື່ອງເອເລັກໂຕຣນິກໃໝ່ຫຼ້າສຸດຫຼືມີຄວາມສຸກກັບສິ່ງທີ່ເງິນຊື້ໄດ້. ເຮົາອາດເລີ່ມຮູ້ສຶກວ່າຕົວເອງຂາດຫຍັງໄປບາງຢ່າງ. ເຮົາອາດບໍ່ພໍໃຈກັບສິ່ງທີ່ເຮົາມີແລະເລີ່ມສົນໃຈກັບຊັບສິນເງິນຄຳຫຼາຍກວ່າການຮັບໃຊ້ພະເຢໂຫວາ. ກໍລະນີແບບນີ້ເຮັດໃຫ້ເຮົາຄິດເຖິງສິ່ງທີ່ເກີດຂຶ້ນກັບເດມາ. ລາວ “ໄດ້ຮັກໂລກນີ້” ຫຼາຍຈົນຖິ້ມວຽກມອບໝາຍທີ່ເຮັດກັບໂປໂລ. (10. ເຮົາຕ້ອງຕ້ານທານອິດທິພົນຫຍັງ?
10 ສາຍສຳພັນກັບຄົນອື່ນ. ເພື່ອຈະໃຊ້ຊີວິດຕາມຄວາມຈິງຕໍ່ໆໄປ ເຮົາຕ້ອງບໍ່ຍອມໃຫ້ຄົນທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາມາມີອິດທິພົນຕໍ່ເຮົາ. ຕອນທີ່ເຮົາຮຽນຮູ້ຄວາມຈິງ ສາຍສຳພັນຂອງເຮົາກັບໝູ່ທີ່ບໍ່ແມ່ນພະຍານແລະສາຍສຳພັນຂອງເຮົາກັບຄົນໃນຄອບຄົວກໍປ່ຽນໄປ. ບາງຄົນອາດນັບຖືຄວາມເຊື່ອໃໝ່ຂອງເຮົາແຕ່ບາງຄົນກໍຕໍ່ຕ້ານ. (1 ເປໂຕ 4:4) ແນ່ນອນວ່າເຮົາພະຍາຍາມເຮັດສຸດຄວາມສາມາດແລ້ວທີ່ຈະຢູ່ຮ່ວມກັບຄົນໃນຄອບຄົວແລະເຮັດດີກັບເຂົາເຈົ້າ. ແຕ່ເຮົາບໍ່ສາມາດປະຕິເສດມາດຕະຖານຂອງພະເຢໂຫວາເພື່ອເຮັດໃຫ້ເຂົາເຈົ້າພໍໃຈ. ໃນ 1 ໂກລິນໂທ 15:33 ເຮົາໄດ້ຮຽນຮູ້ວ່າໝູ່ສະໜິດຂອງເຮົາຄວນເປັນຄົນທີ່ຮັກພະເຢໂຫວາ.
11. ເຮົາຈະບໍ່ຄິດແລະບໍ່ເຮັດສິ່ງທີ່ບໍ່ສະອາດໄດ້ແນວໃດ?
11 ຄວາມຄິດແລະການກະທຳທີ່ບໍ່ສະອາດ. ເພື່ອຈະໃຊ້ຊີວິດຕາມຄວາມຈິງ ເຮົາຕ້ອງເປັນຄົນບໍລິສຸດຫຼືສະອາດໃນສາຍຕາຂອງພະເຈົ້າ. (ເອຊາອີ 35:8; ອ່ານ 1 ເປໂຕ 1:14-16) ຕອນທີ່ເຮົາຮຽນຮູ້ຄວາມຈິງ ເຮົາປ່ຽນແປງຊີວິດຂອງເຮົາເພື່ອເຮັດຕາມມາດຕະຖານຂອງຄຳພີໄບເບິນ. ບາງຄົນປ່ຽນແປງຊີວິດຄັ້ງໃຫຍ່. ແຕ່ເຮົາຍັງຕ້ອງລະວັງທີ່ຈະບໍ່ເອົາຊີວິດທີ່ສະອາດໄປແລກກັບຊີວິດທີ່ຜິດສິນລະທຳ. ອັນໃດຈະຊ່ວຍເຮົາໃຫ້ຕ້ານທານການລໍ້ໃຈທີ່ຈະເຮັດຜິດສິນລະທຳ? ເຮົາຕ້ອງຄິດເຖິງສິ່ງທີ່ພະເຢໂຫວາໃຫ້ເຮົາເພື່ອຈະເປັນຄົນບໍລິສຸດ. ພະອົງໃຫ້ຊີວິດທີ່ມີຄ່າຂອງພະເຍຊູລູກຊາຍທີ່ຮັກຂອງພະອົງກັບເຮົາ. (1 ເປໂຕ 1:18, 19) ເພື່ອຈະຊ່ວຍເຮົາເປັນຄົນສະອາດໃນສາຍຕາຂອງພະເຈົ້າຕໍ່ໄປ ເຮົາຕ້ອງຈື່ໄວ້ສະເໝີວ່າຄ່າໄຖ່ຂອງພະເຍຊູມີຄ່າຫຼາຍສໍ່າໃດ.
12, 13. (ກ) ເປັນຫຍັງເຮົາຄວນເບິ່ງວັນພັກຕ່າງໆຄືກັບພະເຢໂຫວາເບິ່ງ? (ຂ) ເຮົາຈະພິຈາລະນາເລື່ອງຫຍັງຕໍ່ໄປໃນບົດຄວາມນີ້?
12 ທຳນຽມແລະປະເພນີທີ່ພະເຈົ້າບໍ່ພໍໃຈ. ຄົນໃນຄອບຄົວ ເພື່ອນຮ່ວມງານ ແລະໝູ່ນັກຮຽນອາດພະຍາຍາມໃຫ້ເຮົາໄປມ່ວນຊື່ນກັບເຂົາເຈົ້າໃນບຸນເທສະການຕ່າງໆ. ອັນໃດຈະຊ່ວຍເຮົາໃຫ້ກ້າປະຕິເສດທີ່ຈະບໍ່ຮ່ວມໃນປະເພນີແລະວັນພັກຕ່າງໆເຊິ່ງເຮັດໃຫ້ພະເຈົ້າບໍ່ພໍໃຈ? ເຮົາຕ້ອງເຂົ້າໃຈຢ່າງຈະແຈ້ງວ່າເປັນຫຍັງພະເຢໂຫວາບໍ່ຍອມຮັບວັນພັກຕ່າງໆເຫຼົ່ານີ້. ເຮົາສາມາດຊອກເບິ່ງຂໍ້ມູນໃນໜັງສືຕ່າງໆ ແລະເຕືອນຕົວເອງວ່າວັນພັກເຫຼົ່ານີ້ມີຄວາມເປັນມາແນວເອເຟດ 5:10) ຖ້າເຮົາວາງໃຈພະເຢໂຫວາແລະຄຳພີໄບເບິນ ເຮົາກໍຈະບໍ່ຢ້ານ ບໍ່ວ່າຄົນອື່ນຈະຄິດແນວໃດ.—ສຸພາສິດ 29:25
ໃດ. ເມື່ອເຮົາຄິດຕຶກຕອງເຫດຜົນຕາມຫຼັກການຂອງຄຳພີໄບເບິນໃນເລື່ອງທີ່ເຮົາບໍ່ສະຫຼອງເທສະການແລະວັນພັກຕ່າງໆ ເຮົາກໍໝັ້ນໃຈໄດ້ວ່າເຮົາກຳລັງໃຊ້ຊີວິດໃນທາງທີ່ ‘ພະອົງເຈົ້າຊອບໃຈ.’ (13 ເຮົາມີຄວາມຫວັງທີ່ຈະໄດ້ໃຊ້ຊີວິດຕາມຄວາມຈິງຕະຫຼອດໄປ. ອັນໃດຈະຊ່ວຍເຮົາໃຫ້ຕັ້ງໃຈແນວແນ່ຫຼາຍຂຶ້ນທີ່ຈະໃຊ້ຊີວິດຕາມຄວາມຈິງ? ມີ 3 ສິ່ງທີ່ຈະຊ່ວຍເຮົາໃຫ້ເຮັດແບບນັ້ນ
ຕັ້ງໃຈແນວແນ່ຫຼາຍຂຶ້ນທີ່ຈະໃຊ້ຊີວິດຕາມຄວາມຈິງ
14. (ກ) ການສຶກສາຄຳພີໄບເບິນເປັນປະຈຳຈະຊ່ວຍເຮົາໃຫ້ບໍ່ຖິ້ມຄວາມຈິງໄດ້ແນວໃດ? (ຂ) ເປັນຫຍັງເຮົາຕ້ອງການສະຕິປັນຍາ ການສັ່ງສອນ ແລະຄວາມເຂົ້າໃຈ?
14 ທຳອິດ ໃຫ້ສຶກສາຄຳພີໄບເບິນເປັນປະຈຳແລະຄິດຢ່າງເລິກເຊິ່ງກັບສິ່ງທີ່ເຈົ້າໄດ້ຮຽນ. ໃຫ້ເຮັດຕາມຕາຕະລາງເປັນປະຈຳ. ແຮ່ງເຈົ້າສຶກສາຫຼາຍ ເຈົ້າກໍແຮ່ງຈະຮັກຄວາມຈິງຫຼາຍຂຶ້ນແລະຕັ້ງໃຈບໍ່ຖິ້ມມັນໄປແນ່ນອນ. ໃນສຸພາສິດ 23:23 ບອກໃຫ້ເຮົາ ‘ຊື້ຄວາມຈິງ’ ແລະຍັງບອກໃຫ້ຊື້ “ຄວາມປັນຍາກັບຄວາມສັ່ງສອນກັບຄວາມເຂົ້າໃຈ.” ການຮູ້ຄວາມຈິງໃນຄຳພີໄບເບິນຍັງບໍ່ພໍ ເຮົາຕ້ອງໃຊ້ມັນໃນຊີວິດຂອງເຮົານຳ. ເພື່ອຈະມີຄວາມເຂົ້າໃຈ ເຮົາຕ້ອງເອົາສິ່ງທີ່ໄດ້ຮຽນຮູ້ໃໝ່ມາລວມເຂົ້າກັບສິ່ງທີ່ເຮົາຮູ້ຢູ່ແລ້ວ. ສະຕິປັນຍາຈະກະຕຸ້ນເຮົາໃຫ້ລົງມືເຮັດຕາມສິ່ງທີ່ເຮົາຮູ້. ບາງເທື່ອຄວາມຈິງສັ່ງສອນເຮົາໂດຍເຮັດໃຫ້ເຮົາເຫັນວ່າຕ້ອງປ່ຽນຈຸດໃດແດ່ ແລະເຮົາກໍຕ້ອງຟ້າວປ່ຽນຕາມທັນທີ ຄຳພີໄບເບິນບອກວ່າການສັ່ງສອນມີຄ່າກວ່າເງິນຄຳ.—ສຸພາສິດ 8:10
15. ຄວາມຈິງຈະປົກປ້ອງເຮົາຄືກັບສາຍແອວແນວໃດ?
15 ສອງ ໃຫ້ຕັ້ງໃຈແນວແນ່ທີ່ຈະໃຊ້ຄວາມຈິງທຸກມື້ໃນຊີວິດ. ຄຳພີໄບເບິນສົມທຽບຄວາມຈິງກັບສາຍແອວຂອງທະຫານ. (ເອເຟດ 6:14) ໃນສະໄໝຂຽນຄຳພີໄບເບິນ ສາຍແອວຂອງທະຫານມີສ່ວນຊ່ວຍຄໍ້າຊູແອວແລະຈະປົກປ້ອງລາວໃນສົງຄາມຖ້າມັນຮັດແໜ້ນພໍດີ. ແຕ່ຖ້າບໍ່ແໜ້ນພໍ ມັນກໍຈະບໍ່ຊ່ວຍລາວເລີຍ. ແລ້ວຄວາມຈິງຈະປົກປ້ອງເຮົາຄືກັບສາຍແອວແນວໃດ? ຖ້າເຮົາຄິດເຖິງຄວາມຈິງແລະໃຊ້ຫຼັກການໃນຄຳພີໄບເບິນສະເໝີ ມັນກໍຈະປົກປ້ອງເຮົາບໍ່ໃຫ້ຄິດໄປໃນທາງທີ່ຜິດແລະຈະຊ່ວຍເຮົາໃຫ້ຕັດສິນໃຈຢ່າງສະຫຼາດ. ຕອນທີ່ເຮົາມີບັນຫາຮ້າຍແຮງຫຼືຖືກລໍ້ໃຈໃຫ້ເຮັດຜິດ ຄວາມຈິງກໍຈະຊ່ວຍເຮົາໃຫ້ຕັ້ງໃຈແນວແນ່ທີ່ຈະເຮັດສິ່ງທີ່ຖືກຕ້ອງ. ເຮົາຈະບໍ່ປະຄວາມຈິງຈັກເທື່ອ ຄ້າຍຄືກັບທະຫານຈະບໍ່ປະສາຍແອວເມື່ອອອກໄປສູ້ຮົບ. ດັ່ງນັ້ນ ເຮົາຕ້ອງເອົາຄວາມຈິງໃນຄຳພີໄບເບິນໄປໃຊ້ໃນທຸກແງ່ມຸມຂອງຊີວິດ. ນອກຈາກນັ້ນ ທະຫານຍັງເໜັບດາບໄວ້ຢູ່ສາຍແອວ. ໃຫ້ເຮົາມາເບິ່ງວ່າເຮົາຈະເຮັດແບບນັ້ນໄດ້ແນວໃດ.
16. ການສອນຄວາມຈິງຊ່ວຍເຮົາໃຫ້ໃຊ້ຊີວິດຕາມຄວາມຈິງຕໍ່ໆໄປໄດ້ແນວໃດ?
ເອເຟດ 6:17) ເຮົາທຸກຄົນສາມາດເປັນຜູ້ສອນທີ່ດີຂຶ້ນແລະ “ໃຊ້ຖ້ອຍຄຳຂອງພະອົງທີ່ເປັນຄວາມຈິງຢ່າງຖືກຕ້ອງ.” (2 ຕີໂມເຕ 2:15, ລ.ມ.) ເມື່ອເຮົາໃຊ້ຄຳພີໄບເບິນສອນຄົນອື່ນ ເຮົາກໍຈະມີຄວາມຮູ້ແລະຮັກຄວາມຈິງຫຼາຍຂຶ້ນ. ເຮົາຈະຕັ້ງໃຈແນ່ວແນ່ຫຼາຍຂຶ້ນທີ່ຈະໃຊ້ຊີວິດຕາມຄວາມຈິງຕໍ່ໆໄປ.
16 ສາມ ສອນຄວາມຈິງໃນຄຳພີໄບເບິນໃຫ້ຄົນອື່ນໃຫ້ຫຼາຍທີ່ສຸດເທົ່າທີ່ເຈົ້າເຮັດໄດ້. ຄືກັບທະຫານທີ່ດີທີ່ຕ້ອງກຳດາບໄວ້ໃຫ້ແໜ້ນ ເຮົາກໍຕ້ອງໃຊ້ຄຳພີໄບເບິນສະເໝີເມື່ອສອນຄົນອື່ນ. (ຄວາມຈິງເປັນຂອງຂວັນທີ່ລໍ້າຄ່າຈາກພະເຢໂຫວາ
17. ເປັນຫຍັງຄວາມຈິງຈຶ່ງມີຄ່າຫຼາຍຕໍ່ເຈົ້າ?
17 ຄວາມຈິງເປັນຂອງຂວັນທີ່ລໍ້າຄ່າຈາກພະເຢໂຫວາ. ຄວາມຈິງນີ້ຍັງເຮັດໃຫ້ເຮົາມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາພະເຈົ້າຜູ້ເປັນພໍ່ໃນສະຫວັນເຊິ່ງເປັນສິ່ງທີ່ມີຄ່າຫຼາຍທີ່ສຸດ. ພະເຢໂຫວາໄດ້ສອນເຮົາຫຼາຍສິ່ງຫຼາຍຢ່າງແລ້ວ ແຕ່ນີ້ກໍເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ! ພະອົງສັນຍາວ່າພະອົງຈະສອນເຮົາຕະຫຼອດໄປ. ດັ່ງນັ້ນ ເຮົາຕ້ອງເບິ່ງວ່າຄວາມຈິງທີ່ມີຄ່ານີ້ເປັນຄືກັບໄຂ່ມຸກທີ່ລໍ້າຄ່າຕໍ່ເຮົາ. ຂໍໃຫ້ເຮົາ ‘ຊື້ຄວາມຈິງເອົາໄວ້ແລະຢ່າຂາຍອີກສັກເທື່ອ.’ ຈາກນັ້ນ ເຮົາຈະເຮັດຄືກັບດາວິດໂດຍສັນຍາກັບພະເຢໂຫວາວ່າ: “ຂ້ານ້ອຍຈະທຽວໄປໃນຄວາມຈິງຂອງພະອົງ.”—ຄຳເພງ 86:11
^ ຂໍ້ 8 ຊື່ສົມມຸດ.
^ ຂໍ້ 8 ເບິ່ງລາຍການໂທລະທັດ JW ໃນຫົວຂໍ້ການສຳພາດແລະປະສົບການ > ຄວາມຈິງປ່ຽນຊີວິດຄົນ