ບົດຄວາມສຶກສາທີ 5
ການທີ່ເຮົາມາປະຊຸມສະແດງວ່າເຮົາເປັນຄົນແນວໃດ?
“ປ່າວປະກາດຄວາມຕາຍຂອງພະອົງເຈົ້າຈົນເຖິງພະອົງຈະສະເດັດມາອີກ.”—1 ໂກ. 11:26
ເພງ 18 ຂອບໃຈສຳລັບຄ່າໄຖ່
ໃຈຄວາມສຳຄັນ *
1-2. (ກ) ຕອນທີ່ຫຼາຍລ້ານຄົນເຂົ້າຮ່ວມການປະຊຸມອະນຸສອນ ພະເຢໂຫວາສັງເກດເບິ່ງຫຍັງ? (ເບິ່ງຮູບໜ້າປົກ) (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
ຂໍໃຫ້ຄິດເຖິງສິ່ງທີ່ພະເຢໂຫວາສັງເກດຕອນທີ່ຫຼາຍລ້ານຄົນທົ່ວໂລກມາການປະຊຸມອະນຸສອນເພື່ອລະນຶກເຖິງການຕາຍຂອງພະເຍຊູ. ພະອົງບໍ່ໄດ້ສັງເກດເບິ່ງແຕ່ຄົນກຸ່ມໃຫຍ່ ແຕ່ພະອົງຍັງເບິ່ງແຕ່ລະຄົນເປັນສ່ວນຕົວ. ຕົວຢ່າງ: ພະອົງເຫັນວ່າຫຼາຍຄົນມາປະຊຸມອະນຸສອນທຸກປີຢ່າງສັດຊື່ ເຖິງວ່າບາງຄົນຈະຖືກຂົ່ມເຫງຢ່າງຮຸນແຮງ. ສ່ວນຄົນອື່ນໆທີ່ບໍ່ມາປະຊຸມເປັນປະຈຳກໍຖືວ່າການມາປະຊຸມອະນຸສອນເປັນສິ່ງສຳຄັນທີ່ຂາດບໍ່ໄດ້. ພະອົງຍັງສັງເກດເຫັນຄົນທີ່ມາປະຊຸມອະນຸສອນເທື່ອທຳອິດຍ້ອນຢາກຮູ້ວ່າການປະຊຸມນັ້ນເປັນແນວໃດ.
2 ແນ່ນອນວ່າພະເຢໂຫວາດີໃຈທີ່ເຫັນຫຼາຍຄົນເຂົ້າຮ່ວມການປະຊຸມອະນຸສອນ. (ລືກາ 22:19) ພະອົງບໍ່ໄດ້ສົນໃຈສະເພາະຈຳນວນຄົນທີ່ເຂົ້າຮ່ວມປະຊຸມ ແຕ່ພະອົງສົນໃຈເຫດຜົນທີ່ເຂົາເຈົ້າມາປະຊຸມຫຼາຍກວ່າ ເພາະແຮງກະຕຸ້ນສຳຄັນສຳລັບພະອົງ. ໃນບົດຄວາມນີ້ ເຮົາຈະພິຈາລະນາຄຳຖາມທີ່ສຳຄັນຄື: ເປັນຫຍັງເຮົາບໍ່ພຽງແຕ່ເຂົ້າຮ່ວມການປະຊຸມອະນຸສອນທຸກປີ ແຕ່ຍັງຕ້ອງເຂົ້າຮ່ວມການປະຊຸມປະຈຳອາທິດທີ່ພະເຢໂຫວາຈັດກຽມໃຫ້ຄົນທີ່ຮັກພະອົງນຳ?
ຄວາມຖ່ອມກະຕຸ້ນໃຫ້ເຮົາມາປະຊຸມ
3-4. (ກ) ເປັນຫຍັງເຮົາຈຶ່ງເຂົ້າຮ່ວມການປະຊຸມ? (ຂ) ການທີ່ເຮົາມາປະຊຸມສະແດງວ່າເຮົາເປັນຄົນແນວໃດ? (ຄ) ຕາມທີ່ຂຽນໃນ 1 ໂກລິນໂທ 11:23-26 ເປັນຫຍັງເຮົາບໍ່ຄວນຂາດການປະຊຸມອະນຸສອນ?
3 ການເຂົ້າຮ່ວມການປະຊຸມປະຈຳປະຊາຄົມສຳຄັນຫຼາຍ ຍ້ອນວ່າເປັນສ່ວນໜຶ່ງຂອງການນະມັດສະການພະເຢໂຫວາ ແລະຢູ່ການປະຊຸມເຮົາໄດ້ຮັບການສອນຈາກພະອົງ. ຄົນຍິ່ງຄິດວ່າເຂົາເຈົ້າບໍ່ຕ້ອງໃຫ້ໃຜມາສອນ. (3 ໂຢ. 9) ແຕ່ສຳລັບເຮົາ ເຮົາຢາກໃຫ້ພະເຢໂຫວາແລະອົງການຂອງພະອົງສອນແທ້ໆ.—ເອຊາ. 30:20; ໂຢ. 6:45
1 ໂກລິນໂທ 11:23-26) ການປະຊຸມນັ້ນເຮັດໃຫ້ເຮົາໝັ້ນໃຈຫຼາຍຂຶ້ນໃນຄວາມຫວັງເລື່ອງອະນາຄົດ ແລະເຕືອນເຮົາວ່າພະເຢໂຫວາຮັກເຮົາຫຼາຍສ່ຳໃດ. ແຕ່ພະອົງຮູ້ວ່າເຮົາຕ້ອງການກຳລັງໃຈແລະຄວາມໝັ້ນໃຈຫຼາຍກວ່າໜຶ່ງເທື່ອຕໍ່ປີ. ດັ່ງນັ້ນ ພະອົງຈຶ່ງຈັດໃຫ້ມີການປະຊຸມແຕ່ລະອາທິດແລະຢາກໃຫ້ເຮົາເຂົ້າຮ່ວມນຳ. ຄວາມຖ່ອມກະຕຸ້ນເຮົາໃຫ້ເຊື່ອຟັງ. ເຮົາຈຶ່ງໃຊ້ເວລາຫຼາຍຊົ່ວໂມງແຕ່ລະອາທິດເພື່ອກຽມສ່ວນແລະເຂົ້າຮ່ວມການປະຊຸມເຫຼົ່ານັ້ນ.
4 ການທີ່ເຮົາມາປະຊຸມສະແດງວ່າເຮົາເປັນຄົນຖ່ອມ ພ້ອມແລະເຕັມໃຈຮັບການສອນ. ເຮົາມາປະຊຸມອະນຸສອນບໍ່ແມ່ນຍ້ອນພຽງໜ້າທີ່ ແຕ່ແມ່ນຍ້ອນເຮົາຖ່ອມໃຈເຊື່ອຟັງຄຳສັ່ງຂອງພະເຍຊູທີ່ວ່າ: “ຈົ່ງກະທຳການນີ້ເປັນທີ່ລະນຶກຄຶດຮອດເຮົາ.” (ອ່ານ5. ເປັນຫຍັງຄົນທີ່ຖ່ອມຈຶ່ງຕອບຮັບຄຳເຊີນຂອງພະເຢໂຫວາ?
5 ແຕ່ລະປີ ພະເຢໂຫວາເຊີນຜູ້ຄົນໃຫ້ຮັບເອົາການສອນຈາກພະອົງແລະຄົນຖ່ອມຫຼາຍຄົນກໍຕອບຮັບຄຳເຊີນນັ້ນ. (ເອຊາ. 50:4) ເຂົາເຈົ້າມັກການປະຊຸມອະນຸສອນແລະເລີ່ມເຂົ້າຮ່ວມການປະຊຸມອື່ນໆນຳ. (ຊກາ. 8:20-23) ທັງເຮົາແລະຄົນໃໝ່ຮູ້ສຶກດີໃຈທີ່ໄດ້ຮັບການສອນແລະການຊີ້ນຳຈາກພະເຢໂຫວາເຊິ່ງ ‘ເປັນຜູ້ຊ່ອຍເຮົາ ຜູ້ໃຫ້ເຮົາລອດພົ້ນ.’ (ເພງ. 40:17) ຈະມີຫຍັງບໍທີ່ສຳຄັນຫຼືເຮັດໃຫ້ມີຄວາມສຸກຫຼາຍກວ່າການຕອບຮັບການສອນຈາກພະເຢໂຫວາແລະພະເຍຊູລູກຊາຍທີ່ຮັກຂອງພະອົງ?—ມັດ. 17:5; 18:20; 28:20
6. ຄວາມຖ່ອມຊ່ວຍຜູ້ຊາຍຄົນໜຶ່ງໃຫ້ມາການປະຊຸມອະນຸສອນແນວໃດ?
6 ແຕ່ລະປີເຮົາຈະພະຍາຍາມເຊີນຄົນໃຫ້ເຂົ້າຮ່ວມການປະຊຸມອະນຸສອນໃຫ້ຫຼາຍທີ່ສຸດ. ຄົນຖ່ອມຫຼາຍຄົນທີ່ຕອບຮັບຄຳເຊີນໄດ້ຮັບປະໂຫຍດ. ຂໍໃຫ້ມາເບິ່ງຕົວຢ່າງໜຶ່ງນຳກັນ. ຫຼາຍປີມາແລ້ວຜູ້ຊາຍຄົນໜຶ່ງໄດ້ຮັບໃບເຊີນການປະຊຸມອະນຸສອນ ລາວບອກພີ່ນ້ອງວ່າລາວໄປບໍ່ໄດ້. ແຕ່ໃນຄືນການປະຊຸມອະນຸສອນ ພີ່ນ້ອງທີ່ເຊີນລາວກໍຮູ້ສຶກແປກໃຈທີ່ເຫັນລາວຍ່າງເຂົ້າມາໃນຫໍປະຊຸມ. ຜູ້ຊາຍຄົນນັ້ນປະທັບໃຈກັບການຕ້ອນຮັບທີ່ອົບອຸ່ນຂອງພີ່ນ້ອງແລະກໍເລີ່ມມາການປະຊຸມປະຈຳອາທິດ. ທີ່ຈິງທັງປີນັ້ນລາວຂາດການປະຊຸມແຕ່ 3 ເທື່ອ. ອັນໃດເຮັດໃຫ້ລາວຕັດສິນໃຈມາທຸກໆການປະຊຸມ? ຍ້ອນວ່າລາວຖ່ອມຕົວຫຼາຍຈຶ່ງເຮັດໃຫ້ລາວປ່ຽນໃຈ. ພີ່ນ້ອງທີ່ໃຫ້ໃບເຊີນລາວບອກວ່າ: “ຜູ້ຊາຍຄົນນີ້ຖ່ອມຕົວຫຼາຍ.” ແນ່ນອນ ພະເຢໂຫວາຄົງຈະຊັກນຳລາວໃຫ້ມານະມັດສະການພະອົງ. ຕອນນີ້ລາວຮັບບັບເຕມາແລະເປັນພີ່ນ້ອງແລ້ວ.—2 ຊາມ. 22:28; ໂຢ. 6:44
7. ສິ່ງທີ່ເຮົາຮຽນຈາກການປະຊຸມແລະການອ່ານຄຳພີໄບເບິນຊ່ວຍເຮົາແນວໃດ?
7 ສິ່ງທີ່ເຮົາໄດ້ຮຽນຈາກການປະຊຸມແລະຈາກການອ່ານຄຳພີໄບເບິນສາມາດຊ່ວຍເຮົາໃຫ້ເປັນຄົນຖ່ອມ. ຫຼາຍອາທິດກ່ອນການປະຊຸມອະນຸສອນ ການປະຊຸມຂອງເຮົາສ່ວນຫຼາຍຈະເນັ້ນຕົວຢ່າງຂອງພະເຍຊູແລະຄວາມຖ່ອມທີ່ເພິ່ນສະລະຊີວິດເປັນຄ່າໄຖ່. ໃນໄລຍະກ່ອນມື້ປະຊຸມອະນຸສອນ ເປັນເລື່ອງທີ່ດີທີ່ເຮົາຈະອ່ານຄຳພີໄບເບິນກ່ຽວກັບເຫດການຕ່າງໆກ່ອນການຕາຍແລະການຟື້ນຄືນຈາກຕາຍຂອງພະເຍຊູ. ສິ່ງທີ່ເຮົາໄດ້ຮຽນຈາກການປະຊຸມແລະເຫດການທີ່ເຮົາອ່ານໃນຄຳພີໄບເບິນຈະເຮັດໃຫ້ເຮົາຮູ້ຄຸນຄ່າການເສຍສະລະທີ່ພະເຍຊູເຮັດເພື່ອເຮົາ ແລະຍັງກະຕຸ້ນເຮົາໃຫ້ຢາກຮຽນແບບຄວາມຖ່ອມຂອງເພິ່ນແລະເຮັດຕາມຄວາມຕ້ອງການຂອງພະເຢໂຫວາ ເຖິງວ່າຈະປະສົບຄວາມຍາກລຳບາກ.—ລືກາ 22:41, 42
ຄວາມກ້າຫານຊ່ວຍໃຫ້ເຮົາມາປະຊຸມ
8. ພະເຍຊູສະແດງຄວາມກ້າຫານແນວໃດ?
8 ເຮົາຍັງພະຍາຍາມຮຽນແບບພະເຍຊູໃນການສະແດງຄວາມກ້າຫານ. ຂໍໃຫ້ຄິດເຖິງວິທີທີ່ພະເຍຊູສະແດງຄວາມກ້າຫານໃນຫຼາຍມື້ກ່ອນທີ່ເພິ່ນຈະຕາຍ. ເພິ່ນຮູ້ດີວ່າສັດຕູກຳລັງຈະມາເຮັດໃຫ້ເພິ່ນອັບອາຍ ຂ້ຽນຕີ ແລະປະຫານຊີວິດເພິ່ນ. (ມັດ. 20:17-19) ແຕ່ເພິ່ນກໍເຕັມໃຈທີ່ຈະປະເຊີນໜ້າກັບຄວາມຕາຍ. ເມື່ອເວລານັ້ນມາ ຮອດ ເພິ່ນໄດ້ເວົ້າກັບອັກຄະສາວົກທີ່ສັດຊື່ໃນສວນເຄດເຊມາເນວ່າ: “ຈົ່ງລຸກຂຶ້ນເຖີ້ນ ເຮົາທັງຫຼາຍໄປເບິ່ງເຖີ້ນ. ຜູ້ມອບເຮົາໄວ້ [“ຄົນທີ່ທໍລະຍົດ,” ລ.ມ.] ໄດ້ຫຍັບມາແລ້ວ.” (ມັດ. 26:36, 46) ຕອນທີ່ກຸ່ມຄົນທີ່ຖືອາວຸດເຂົ້າມາເພື່ອຈະຈັບພະເຍຊູ ເພິ່ນກ້າວອອກມາຫາເຂົາເຈົ້າແລະບອກວ່າເພິ່ນແມ່ນໃຜ ແລະສັ່ງທະຫານໃຫ້ປ່ອຍພວກອັກຄະສາວົກໄປ. (ໂຢ. 18:3-8) ພະເຍຊູກ້າຫານຫຼາຍແທ້ໆ! ທຸກມື້ນີ້ ທັງຄລິດສະຕຽນຜູ້ຖືກເຈີມແລະແກະອື່ນພະຍາຍາມຮຽນແບບເພິ່ນໃນການສະແດງຄວາມກ້າຫານ. ເຂົາເຈົ້າເຮັດແນວໃດ?
9. (ກ) ເປັນຫຍັງເຮົາອາດຕ້ອງກ້າຫານເພື່ອຈະເຂົ້າຮ່ວມການປະຊຸມເປັນປະຈຳ? (ຂ) ຕົວຢ່າງຂອງເຮົາສົ່ງຜົນແນວໃດຕໍ່ພີ່ນ້ອງທີ່ຕິດຄຸກຍ້ອນຄວາມເຊື່ອ?
9 ເພື່ອຈະເຂົ້າຮ່ວມການປະຊຸມເປັນປະຈຳ ເຮົາອາດຕ້ອງສະແດງຄວາມກ້າຫານໃນສະພາບການທີ່ຍາກລຳບາກ. ພີ່ນ້ອງຂອງເຮົາບາງຄົນໄປປະຊຸມເຖິງວ່າຈະກຳລັງໂສກເສົ້າ ໝົດກຳລັງໃຈ ຫຼືມີບັນຫາສຸຂະພາບ. ສ່ວນບາງຄົນກໍຖືກຕໍ່ຕ້ານຢ່າງໜັກຈາກຄອບຄົວຫຼືເຈົ້າໜ້າທີ່ບ້ານເມືອງ. ຕອນນີ້ ຂໍໃຫ້ນຶກພາບວ່າຕົວຢ່າງຂອງເຮົາຈະສົ່ງຜົນແນວໃດຕໍ່ພີ່ນ້ອງທີ່ຕິດຄຸກຍ້ອນຄວາມເຊື່ອ. (ເຫບ. 13:3) ເມື່ອເຂົາເຈົ້າໄດ້ຍິນວ່າເຮົາຍັງຮັບໃຊ້ພະເຢໂຫວາຢູ່ສະເໝີເຖິງວ່າຈະມີບັນຫາ ເຂົາເຈົ້າກໍມີກຳລັງໃຈທີ່ຈະຮັກສາຄວາມເຊື່ອ ຄວາມກ້າຫານ ແລະຄວາມສັດຊື່ຕໍ່ໄປ. ໂປໂລກໍມີປະສົບການໃນເລື່ອງນີ້. ຕອນທີ່ລາວຖືກກັກບໍລິເວນຢູ່ໃນເມືອງໂລມ ລາວມີຄວາມຍິນດີຫຼາຍທີ່ໄດ້ຍິນຂ່າວວ່າພີ່ນ້ອງຮັບໃຊ້ພະເຈົ້າຢ່າງສັດຊື່. (ຟີລິບ 1:3-5, 12-14) ບໍ່ດົນກ່ອນຫຼືຫຼັງທີ່ໂປໂລຖືກປ່ອຍຕົວ ລາວຂຽນຈົດໝາຍເຖິງພີ່ນ້ອງຊາວເຫບເລີ. ໃນຈົດໝາຍໂປໂລໄດ້ກະຕຸ້ນພີ່ນ້ອງທີ່ສັດຊື່ເຫຼົ່ານີ້ວ່າ: “ຂໍໃຫ້ພວກເຈົ້າຮັກກັນແບບພີ່ນ້ອງຕໍ່ໄປ” ແລະຢ່າຂາດການປະຊຸມ.—ເຫບ. 10:24, 25; 13:1, ລ.ມ.
10-11. (ກ) ເຮົາຄວນເຊີນໃຜແດ່ມາການປະຊຸມອະນຸສອນ? (ຂ) ຕາມທີ່ຂຽນໃນເອເຟດ 1:7 ເປັນຫຍັງເຮົາຄວນເຊີນເຂົາເຈົ້າ?
10 ເຮົາສະແດງຄວາມກ້າຫານເມື່ອເຮົາຊວນຍາດພີ່ນ້ອງ ໝູ່ຢູ່ບ່ອນເຮັດວຽກ ແລະເພື່ອນບ້ານມາການປະຊຸມອະນຸສອນ. ເປັນຫຍັງເຮົາຈຶ່ງຢາກຊວນເຂົາເຈົ້າ? ເພາະເຮົາຮູ້ຄຸນຄ່າຫຼາຍແທ້ໆຕໍ່ສິ່ງທີ່ພະເຢໂຫວາແລະພະເຍຊູເຮັດເພື່ອເຮົາຈົນເຮັດໃຫ້ເຮົາຢາກຊວນຄົນອື່ນໃຫ້ມາການປະຊຸມອະນຸສອນ. ເຮົາຢາກໃຫ້ເຂົາເຈົ້າຮູ້ວ່າເຂົາເຈົ້າກໍໄດ້ຮັບປະໂຫຍດຄືກັນຈາກ “ພະຄຸນ” ຫຼືຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາທີ່ສະແດງອອກໂດຍທາງຄ່າໄຖ່.—ອ່ານເອເຟດ 1:7; ຄຳປ. 22:17
11 ເມື່ອເຮົາສະແດງຄວາມກ້າຫານໂດຍມາປະຊຸມນຳກັນ ເຮົາກໍສະແດງຄຸນລັກສະນະທີ່ສຳຄັນອີກຢ່າງໜຶ່ງ ເຊິ່ງເປັນຄຸນລັກສະນະທີ່ພະເຢໂຫວາແລະລູກຊາຍຂອງພະອົງສະແດງອອກຢ່າງສົມບູນແບບ.
ຄວາມຮັກກະຕຸ້ນໃຫ້ເຮົາມາປະຊຸມ
12. (ກ) ການປະຊຸມເຮັດໃຫ້ເຮົາຮັກພະເຢໂຫວາແລະພະເຍຊູຫຼາຍຂຶ້ນໄດ້ແນວໃດ? (ຂ) 2 ໂກລິນໂທ 5:14, 15 ຊ່ວຍເຮົາແນວໃດໃຫ້ຮຽນແບບພະເຍຊູ?
12 ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາແລະພະເຍຊູກະຕຸ້ນເຮົາໃຫ້ມາປະຊຸມ. ສິ່ງທີ່ເຮົາຮຽນຮູ້ຈາກການປະຊຸມເຮັດໃຫ້ເຮົາຮັກພະເຢໂຫວາແລະພະເຍຊູຫຼາຍຂຶ້ນ. ການປະຊຸມຕ່າງໆເຕືອນເຮົາເລື້ອຍໆວ່າພວກເພິ່ນເຮັດໂລມ 5:8) ການປະຊຸມອະນຸສອນແຮ່ງເຮັດໃຫ້ເຮົາເຫັນແຈ້ງວ່າພວກເພິ່ນຮັກເຮົາຫຼາຍສ່ຳໃດ ແລະຮັກແມ່ນແຕ່ຄົນທີ່ຍັງບໍ່ຮູ້ຈັກຄ່າໄຖ່ດ້ວຍຊ້ຳ. ຍ້ອນເຮົາເຫັນຄຸນຄ່າຫຼາຍແທ້ໆ ເຮົາຈຶ່ງພະຍາຍາມຮຽນແບບພະເຍຊູໃນການໃຊ້ຊີວິດຂອງເຮົາ. (ອ່ານ 2 ໂກລິນໂທ 5:14, 15) ນອກຈາກນັ້ນ ຫົວໃຈເຮົາຍັງກະຕຸ້ນໃຫ້ສັນລະເສີນພະເຢໂຫວາທີ່ພະອົງໄດ້ໃຫ້ຄ່າໄຖ່ກັບເຮົາ. ວິທີໜຶ່ງທີ່ເຮົາຈະສັນລະເສີນພະອົງກໍຄື ການອອກຄວາມຄິດເຫັນຈາກໃຈໃນການປະຊຸມ.
ຫຍັງແດ່ເພື່ອເຮົາ. (13. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຮັກພະເຢໂຫວາແລະພະເຍຊູຫຼາຍ? ຂໍໃຫ້ອະທິບາຍ.
13 ເຮົາສາມາດສະແດງວ່າເຮົາຮັກພະເຢໂຫວາແລະພະເຍຊູຫຼາຍໂດຍພ້ອມທີ່ຈະເສຍສະລະເພື່ອພວກເພິ່ນ. ຫຼາຍເທື່ອ ເຮົາຕ້ອງເສຍສະລະຫຼາຍຢ່າງເພື່ອຈະເຂົ້າຮ່ວມການປະຊຸມໄດ້ ເຊັ່ນ: ຫຼາຍປະຊາຄົມຈັດການປະຊຸມກາງອາທິດໃນຕອນແລງເຊິ່ງເຮົາແຕ່ລະຄົນກໍຮູ້ສຶກເມື່ອຍ ແລະຍັງມີອີກການປະຊຸມໜຶ່ງທີ່ຈັດໃນວັນເສົາຫຼືວັນອາທິດເຊິ່ງເປັນເວລາທີ່ຜູ້ຄົນພັກຜ່ອນ. ພະເຢໂຫວາສັງເກດເບິ່ງບໍເມື່ອເຮົາເຂົ້າຮ່ວມປະຊຸມເຖິງວ່າຈະເມື່ອຍ? ແນ່ນອນ! ທີ່ຈິງ ພະເຢໂຫວາເຫັນຄຸນຄ່າຄວາມພະຍາຍາມຂອງເຮົາເພື່ອຈະມາປະຊຸມ.—ມໂກ. 12:41-44
14. ພະເຍຊູວາງແບບຢ່າງໃຫ້ເຮົາແນວໃດໃນເລື່ອງການສະແດງຄວາມຮັກແບບເສຍສະລະ?
14 ພະເຍຊູວາງແບບຢ່າງໃຫ້ເຮົາໃນເລື່ອງການສະແດງຄວາມຮັກແບບເສຍສະລະ. ເພິ່ນເຕັມໃຈບໍ່ພຽງແຕ່ຕາຍເພື່ອລູກສິດ ແຕ່ຍັງໃຊ້ຊີວິດແຕ່ລະມື້ໂດຍຈັດໃຫ້ຜົນປະໂຫຍດຂອງລູກສິດມາກ່ອນຂອງຕົວເອງ. ຕົວຢ່າງ: ເຖິງວ່າພະເຍຊູຈະຮູ້ສຶກເມື່ອຍຫຼືເຄັ່ງຕຶງ ແຕ່ເພິ່ນກໍຍັງມາຫາພວກລູກສິດຂອງເພິ່ນ. (ລືກາ 22:39-46) ເພິ່ນຈົດຈໍ່ກັບສິ່ງທີ່ເພິ່ນຈະໃຫ້ເຂົາເຈົ້າ ບໍ່ແມ່ນສິ່ງທີ່ຈະໄດ້ຮັບຈາກເຂົາເຈົ້າ. (ມັດ. 20:28) ເມື່ອຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາແລະພີ່ນ້ອງຫຼາຍຂຶ້ນ ເຮົາກໍຈະເຮັດທຸກສິ່ງເພື່ອເຮົາຈະເຂົ້າຮ່ວມບໍ່ພຽງແຕ່ການປະຊຸມອະນຸສອນ ແຕ່ຍັງເຂົ້າຮ່ວມທຸກການປະຊຸມປະຈຳປະຊາຄົມ.
15. ເຮົາຄວນສົນໃຈຊ່ວຍເຫຼືອໃຜເປັນພິເສດ?
15 ເຮົາເປັນສ່ວນໜຶ່ງຂອງສັງຄົມພີ່ນ້ອງຄລິດສະຕຽນແທ້ທີ່ມີພຽງກຸ່ມດຽວໃນໂລກ ແລະເຮົາດີໃຈທີ່ໄດ້ໃຊ້ເວລາຫຼາຍເທົ່າທີ່ຈະເຮັດໄດ້ເພື່ອເຊີນຄົນໃໝ່ໆເຂົ້າມາສົມທົບກັບເຮົາ. ເຮົາສົນໃຈເປັນພິເສດທີ່ຈະຊ່ວຍພີ່ນ້ອງ “ຮ່ວມຄວາມເຊື່ອຂອງເຮົາ” ເຊິ່ງເຊົາໄປປະກາດຫຼືເຊົາໄປປະຊຸມ. (ຄລາ. 6:10, ລ.ມ.) ເຮົາສະແດງຄວາມຮັກຕໍ່ເຂົາເຈົ້າໂດຍໃຫ້ກຳລັງໃຈເຂົາເຈົ້າເພື່ອຈະມາປະຊຸມໂດຍສະເພາະການປະຊຸມອະນຸສອນ. ຄືກັບພະເຢໂຫວາ ແລະພະເຍຊູ ເຮົາມີຄວາມສຸກຫຼາຍເມື່ອເຫັນຄົນທີ່ເຊົາປະກາດຫຼືເຊົາປະຊຸມກັບມາຫາພະເຢໂຫວາຜູ້ເປັນທັງພໍ່ແລະຜູ້ລ້ຽງແກະຂອງເຮົາ.—ມັດ. 18:14
16. (ກ) ເຮົາຈະໃຫ້ກຳລັງໃຈກັນແລະກັນໄດ້ແນວໃດ ແລະການປະຊຸມຈະຊ່ວຍເຮົາໃຫ້ເຮັດແບບນັ້ນໄດ້ແນວໃດ? (ຂ) ເປັນຫຍັງໃນໄລຍະນີ້ຈຶ່ງເປັນເລື່ອງທີ່ດີທີ່ຈະຄິດເຖິງສິ່ງທີ່ພະເຍຊູເວົ້າໃນໂຢຮັນ 3:16?
16 ໃນໄລຍະນີ້ໃຫ້ເຮົາເຊີນຜູ້ຄົນໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ມາການປະຊຸມອະນຸສອນໃນຕອນແລງວັນສຸກທີ 19 ເມສາ 2019. (ເບິ່ງຂອບ “ ເຈົ້າຈະເຊີນເຂົາເຈົ້າບໍ?”) ຕະຫຼອດທັງປີ ເຮົາຢາກເຮັດທຸກສິ່ງເພື່ອໃຫ້ກຳລັງໃຈກັນແລະກັນໂດຍເຂົ້າຮ່ວມທຸກການປະຊຸມເປັນປະຈຳທີ່ພະເຢໂຫວາຈັດເພື່ອເຮົາ. ໃນຂະນະທີ່ລະບົບຊົ່ວນີ້ໃກ້ຈະເຖິງຈຸດຈົບ ເຮົາແຮ່ງຕ້ອງເຂົ້າຮ່ວມປະຊຸມເພື່ອຈະຊ່ວຍເຮົາໃຫ້ຖ່ອມຕົວ ກ້າຫານ ແລະສະແດງຄວາມຮັກຕໍ່ໆໄປ. (1 ເທ. 5:8-11) ຂໍໃຫ້ເຮົາສະແດງຄວາມຮູ້ສຶກຢ່າງສຸດຫົວໃຈວ່າເຮົາຮູ້ສຶກແນວໃດທີ່ໄດ້ຮູ້ວ່າພະເຢໂຫວາແລະພະເຍຊູຮັກເຮົາຫຼາຍຂະໜາດນີ້!—ອ່ານໂຢຮັນ 3:16
ເພງ 126 ຈົ່ງຕື່ນຕົວ ເຂັ້ມແຂງ ໝັ້ນຄົງ
^ ຂໍ້ 5 ການປະຊຸມອະນຸສອນເພື່ອລະນຶກເຖິງການຕາຍຂອງພະຄລິດຈະຈັດຂຶ້ນໃນວັນສຸກທີ 19 ເມສາ 2019 ການປະຊຸມນີ້ເປັນການປະຊຸມທີ່ສຳຄັນທີ່ສຸດຂອງປີ. ອັນໃດກະຕຸ້ນເຮົາໃຫ້ເຂົ້າຮ່ວມການປະຊຸມນີ້? ຍ້ອນເຮົາຢາກເຮັດໃຫ້ພະເຢໂຫວາພໍໃຈ. ໃນບົດຄວາມນີ້ ເຮົາຈະພິຈາລະນາວ່າການເຂົ້າຮ່ວມການປະຊຸມອະນຸສອນຈົນເຖິງການປະຊຸມປະຈຳອາທິດສະແດງໃຫ້ເຫັນວ່າເຮົາເປັນຄົນແນວໃດ.
^ ຂໍ້ 52 ການອະທິບາຍຮູບພາບ: ພີ່ນ້ອງຊາຍຄົນໜຶ່ງຕິດຄຸກຍ້ອນຄວາມເຊື່ອໄດ້ຮັບກຳລັງໃຈຈາກຈົດໝາຍທີ່ຄອບຄົວສົ່ງມາໃຫ້. ລາວດີໃຈທີ່ຮູ້ວ່າຄອບຄົວຍັງບໍ່ລືມລາວແລະຮູ້ວ່າຄອບຄົວຂອງລາວຍັງສັດຊື່ຕໍ່ພະເຢໂຫວາເຖິງວ່າສະພາບການບ້ານເມືອງບໍ່ສະຫງົບ.