ບົດຄວາມສຶກສາທີ 17
ໃຫ້ພະເຢໂຫວາຊ່ວຍເຮົາຕໍ່ສູ້ກັບພວກຜີປີສາດ
“ເຮົາ . . . ຕໍ່ສູ້ . . . ວິນຍານອັນຊົ່ວທີ່ຢູ່ໃນຟ້າອາກາດ [ສະຫວັນ].”—ເອເຟ. 6:12
ເພງ 55 ຢ່າຢ້ານພວກເຂົາເລີຍ!
ໃຈຄວາມສຳຄັນ *
1. ຕາມທີ່ອະທິບາຍໃນເອເຟດ 6:10-13 ວິທີໜຶ່ງທີ່ສະແດງວ່າພະເຢໂຫວາຮັກແລະເປັນຫ່ວງເຮົາຫຼາຍທີ່ສຸດແມ່ນຫຍັງ? ຂໍໃຫ້ອະທິບາຍ.
ວິທີໜຶ່ງທີ່ສະແດງວ່າພະເຢໂຫວາຮັກແລະເປັນຫ່ວງເຮົາຫຼາຍທີ່ສຸດຄື ພະອົງຊ່ວຍເຮົາໃຫ້ຕໍ່ສູ້ກັບສັດຕູ. ສັດຕູຕົ້ນຕໍຂອງເຮົາແມ່ນຊາຕານແລະພວກຜີປີສາດ. ພະເຢໂຫວາເຕືອນເຮົາໃຫ້ລະວັງສັດຕູພວກນີ້ ແລະໄດ້ໃຫ້ສິ່ງທີ່ຈຳເປັນກັບເຮົາເພື່ອຈະຕໍ່ສູ້ກັບພວກມັນ. (ອ່ານເອເຟດ 6:10-13) ເມື່ອເຮົາຍອມຮັບຄວາມຊ່ວຍເຫຼືອຈາກພະເຢໂຫວາແລະໝາຍເພິ່ງພະອົງຢ່າງເຕັມທີ ເຮົາກໍຈະຕໍ່ສູ້ຊາຕານພະຍາມານໄດ້ສຳເລັດ. ເຮົາຈະມີຄວາມໝັ້ນໃຈຄືກັບອັກຄະສາວົກໂປໂລທີ່ບອກວ່າ: “ຖ້າພະເຈົ້າຢູ່ຝ່າຍພວກເຮົາຜູ້ໃດຈະຕໍ່ສູ້ເຮົາໄດ້?”—ໂລມ 8:31
2. ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
2 ເຮົາທີ່ເປັນຄລິດສະຕຽນແທ້ ເຮົາໃຫ້ການຮຽນຮູ້ເລື່ອງພະເຢໂຫວາແລະການຮັບໃຊ້ພະອົງເປັນເລື່ອງສຳຄັນທີ່ສຸດ. ເຮົາບໍ່ໄດ້ໃຫ້ຄວາມສົນໃຈກັບຊາຕານແລະພວກຜີປີສາດ. (ເພງ. 25:5) ແນວໃດກໍຕາມ ເຮົາກໍຕ້ອງຮູ້ກ່ຽວກັບສິ່ງທີ່ຊາຕານເຮັດ. ຍ້ອນຫຍັງ? ເພື່ອເຮົາຈະບໍ່ຖືກມັນຫຼອກລວງ. (2 ໂກ. 2:11) ໃນບົດຄວາມນີ້ ເຮົາຈະພິຈາລະນາວິທີຫຼັກຢ່າງໜຶ່ງທີ່ຊາຕານແລະພວກຜີປີສາດໃຊ້ເພື່ອຫຼອກລວງຄົນເຮົາ. ເຮົາຍັງຈະພິຈາລະນາວິທີທີ່ເຮົາຈະຕໍ່ສູ້ພວກມັນໄດ້ສຳເລັດ.
ວິທີທີ່ພວກຜີປີສາດໃຊ້ເພື່ອຫຼອກລວງຄົນເຮົາ
3-4. (ກ) ໄສຍະສາດແມ່ນຫຍັງ? (ຂ) ຄວາມເຊື່ອເລື່ອງໄສຍະສາດແພ່ຂະຫຍາຍຫຼາຍສ່ຳໃດ?
3 ເລື່ອງໄສຍະສາດແມ່ນວິທີຫຼັກຢ່າງໜຶ່ງທີ່ຊາຕານແລະພວກຜີປີສາດພະຍາຍາມໃຊ້ເພື່ອຫຼອກລວງຄົນເຮົາ. ຜູ້ທີ່ກ່ຽວຂ້ອງກັບໄສຍະສາດອ້າງວ່າເຂົາ *
ເຈົ້າຮູ້ຫຼືຄວບຄຸມສິ່ງທີ່ມະນຸດທົ່ວໄປບໍ່ຮູ້ຫຼືຄວບຄຸມບໍ່ໄດ້. ຕົວຢ່າງ: ບາງຄົນອ້າງວ່າເຂົາເຈົ້າຮູ້ຈັກອະນາຄົດໄດ້ ໂດຍໃຊ້ໂຫລາສາດຫຼືການສ່ຽງທາຍເບິ່ງດວງຊາຕາ. ບາງຄົນເຮັດຄືກັບວ່າສື່ສານກັບຄົນຕາຍໄດ້. ສ່ວນບາງຄົນໃຊ້ວິຊາອາຄົມຫຼືເວດມົນຄາຖາ ແລະອາດພະຍາຍາມໃສ່ສະເໜ່ຄົນອື່ນ.4 ຄວາມເຊື່ອເລື່ອງໄສຍະສາດແພ່ຂະຫຍາຍຫຼາຍສ່ຳໃດ? ການສຳຫຼວດໜຶ່ງໃນ 18 ປະເທດຢູ່ເຂດອາເມຣິກາລາຕິນແລະເຂດຄາຣິບຽນບອກວ່າ 1 ສ່ວນ 3 ຂອງຄົນທີ່ຖືກສຳຫຼວດເຊື່ອໃນເລື່ອງເວດມົນຄາຖາ ວິຊາອາຄົມ ແລະຍັງມີຈຳນວນຄົນທີ່ເກືອບເທົ່າກັນນັ້ນກໍເຊື່ອວ່າສາມາດຕິດຕໍ່ຫຼືລົມກັບພວກວິນຍານໄດ້. ການສຳຫຼວດອີກອັນໜຶ່ງໃນ 18 ປະເທດຢູ່ເຂດອາຝຼິກກາບອກວ່າໂດຍສະເລ່ຍຫຼາຍກວ່າເຄິ່ງໜຶ່ງຂອງຜູ້ທີ່ຖືກສຳຫຼວດເຊື່ອເລື່ອງໝໍຜີ. ແນ່ນອນບໍ່ວ່າເຮົາຈະຢູ່ໃສ ເຮົາຕ້ອງປົກປ້ອງຕົວເອງຈາກເລື່ອງໄສຍະສາດເພາະຊາຕານກຳລັງພະຍາຍາມຫຼອກລວງຜູ້ຄົນ “ທົ່ວແຜ່ນດິນໂລກ.”—ຄຳປ. 12:9
5. ພະເຢໂຫວາຮູ້ສຶກແນວໃດກັບເລື່ອງໄສຍະສາດ?
5 ພະເຢໂຫວາເປັນ “ພະເຈົ້າແຫ່ງຄວາມຈິງ.” (ເພງ. 31:5) ດັ່ງນັ້ນ ພະອົງຮູ້ສຶກແນວໃດກັບເລື່ອງໄສຍະສາດ? ພະອົງກຽດຊັງມັນແທ້ໆ! ພະເຢໂຫວາບອກຊາວອິດສະລາແອນວ່າ: “ໃນທ່າມກາງເຈົ້າຢ່າໃຫ້ມີຜູ້ໃດທີ່ຈະຍົກລູກຊາຍຫຼືຍິງເຜົາດ້ວຍໄຟ ຢ່າໃຫ້ມີໝໍທວາຍທີ່ເຮັດການທວາຍ ຢ່າໃຫ້ມີໝໍດູສະກົດຍາມ ຫຼືໝໍດູຈັບຍາມ ຫຼືໝໍມໍ ຫຼືໝໍເຢົາ ຢ່າໃຫ້ມີຜູ້ໃດທີ່ປຶກສາກັນກັບຜີທັງຫຼາຍ ຫຼືໝໍທຳນວາຍບຸນ ຫຼືຜູ້ໃດທີ່ສືບຖາມຄົນຕາຍແລ້ວ. ເຫດວ່າຄົນທຸກຄົນທີ່ກະທຳການທັງຫຼາຍນີ້ເປັນທີ່ໜ່າຍແໜງ [ກຽດຊັງ] ແກ່ພະເຢໂຫວາ.” (ບັນຍັດ. 18:10-12) ເຖິງວ່າຄລິດສະຕຽນບໍ່ໄດ້ຢູ່ພາຍໃຕ້ກົດໝາຍທີ່ພະເຢໂຫວາໃຫ້ຊາດອິດສະລາແອນ ແຕ່ພວກເຮົາຮູ້ວ່າຄວາມຮູ້ສຶກຂອງພະອົງທີ່ມີຕໍ່ເລື່ອງໄສຍະສາດບໍ່ປ່ຽນແປງ.—ມລກີ. 3:6
6. (ກ) ຊາຕານໃຊ້ໄສຍະສາດເພື່ອກໍ່ຄວາມເສຍຫາຍໃຫ້ຄົນເຮົາແນວໃດ? (ຂ) ຕາມທີ່ບອກໃນຜູ້ເທສະໜາປ່າວປະກາດ 9:5 ຄົນຕາຍແລ້ວເປັນແນວໃດ?
6 ພະເຢໂຫວາເຕືອນເຮົາກ່ຽວກັບເລື່ອງໄສຍະສາດເພາະພະອົງຮູ້ວ່າຊາຕານໃຊ້ສິ່ງນີ້ເພື່ອກໍ່ຄວາມເສຍຫາຍໃຫ້ຄົນເຮົາ. ຊາຕານໃຊ້ໄສຍະສາດເພື່ອສົ່ງເສີມຄຳຕົວະຂອງມັນ ເຊັ່ນ: ຄຳຕົວະທີ່ວ່າຄົນຕາຍແລ້ວຍັງມີຊີວິດຢູ່ບ່ອນອື່ນ. (ອ່ານຜູ້ເທສະໜາປ່າວປະກາດ 9:5) ຊາຕານຍັງໃຊ້ໄສຍະສາດເພື່ອເຮັດໃຫ້ຄົນເຮົາຢ້ານແລະຫັນໜີຈາກພະເຢໂຫວາ. ຈຸດປະສົງຂອງມັນຄືໃຫ້ທຸກຄົນທີ່ພົວພັນກັບໄສຍະສາດໝາຍເພິ່ງພວກຜີປີສາດແທນທີ່ຈະໝາຍເພິ່ງພະເຢໂຫວາ.
ວິທີທີ່ເຮົາຈະຕໍ່ສູ້ກັບພວກຜີປີສາດ
7. ພະເຢໂຫວາບອກຫຍັງເຮົາ?
7 ດັ່ງທີ່ເວົ້າມາແລ້ວ ພະເຢໂຫວາບອກສິ່ງທີ່ເຮົາຄວນຮູ້ເພື່ອຈະບໍ່ຖືກຊາຕານແລະພວກຜີປີສາດຫຼອກລວງ. ໃຫ້ເຮົາມາເບິ່ງສິ່ງທີ່ເຮົາເຮັດໄດ້ເພື່ອຈະຕໍ່ສູ້ຊາຕານແລະພວກຜີປີສາດ.
8. (ກ) ວິທີຫຼັກທີ່ຈະຕໍ່ສູ້ກັບພວກຜີປີສາດແມ່ນຫຍັງ? (ຂ) ຄຳເພງ 146:4 ເປີດໂປງຄຳຕົວະຂອງຊາຕານກ່ຽວກັບຄົນຕາຍແນວໃດ?
8 ອ່ານຄຳພີໄບເບິນແລະຄິດຕຶກຕອງ. ນີ້ເປັນວິທີຫຼັກທີ່ເຮົາຕ້ອງເຮັດເພື່ອຈະບໍ່ເຊື່ອຄຳຕົວະຂອງພວກຜີປີສາດ. ຄຳພີໄບເບິນເປັນເໝືອນດາບຄົມເຊິ່ງສາມາດແທງທະລຸຫຼືເປີດໂປງຄຳຕົວະຂອງຊາຕານໄດ້. (ເອເຟ. 6:17) ຕົວຢ່າງ: ຄຳພີໄບເບິນເປີດໂປງຄຳຕົວະທີ່ວ່າຄົນຕາຍສາມາດສື່ສານກັບຄົນເປັນໄດ້. (ອ່ານຄຳເພງ 146:4) ຄຳພີໄບເບິນຍັງເຕືອນເຮົາວ່າ ມີພຽງແຕ່ ພະເຢໂຫວາເທົ່ານັ້ນທີ່ຮູ້ຈັກອະນາຄົດແທ້ໆ. (ເອຊາ. 45:21; 46:10) ຖ້າເຮົາອ່ານຄຳພີໄບເບິນແລະຄິດຕຶກຕອງເປັນປະຈຳ ເຮົາກໍກຽມພ້ອມທີ່ຈະປະຕິເສດແລະກຽດຊັງຄຳຕົວະທີ່ພວກມັນຢາກໃຫ້ເຮົາເຊື່ອ.
9. ເຮົາບໍ່ຄວນເຮັດສິ່ງໃດແດ່ເຊິ່ງກ່ຽວຂ້ອງກັບໄສຍະສາດ?
9 ຢ່າເຮັດສິ່ງໃດກໍຕາມທີ່ກ່ຽວຂ້ອງກັບໄສຍະສາດ. ເພາະເຮົາເປັນຄລິດສະຕຽນແທ້ ເຮົາຈຶ່ງບໍ່ຫຍຸ້ງກ່ຽວກັບໄສຍະສາດທຸກຮູບແບບ. ຕົວຢ່າງ: ເຮົາຈະບໍ່ພະຍາຍາມຕິດຕໍ່ກັບຄົນຕາຍໂດຍການໄປຫາຄົນຊົງ ຫຼືໂດຍທາງອື່ນໆ. ດັ່ງທີ່ເຮົາໄດ້ເວົ້າໄປແລ້ວໃນບົດຄວາມກ່ອນ ເຮົາຫຼີກລ່ຽງທຳນຽມງານສົບທີ່ເຊື່ອກັນວ່າຄົນທີ່ຕາຍແລ້ວຍັງມີຊີວິດຢູ່ບ່ອນອື່ນ. ເຮົາບໍ່ພະຍາຍາມຢາກຮູ້ຢາກເຫັນອະນາຄົດໂດຍການສ່ຽງທາຍເບິ່ງດວງຊາຕາ ເຊັ່ນ ໃຊ້ໂຫລາສາດ. (ເອຊາ. 8:19) ເຮົາຮູ້ວ່າທຳນຽມທຸກຢ່າງນັ້ນອັນຕະລາຍຫຼາຍ ແລະອາດເຮັດໃຫ້ເຮົາຕິດຕໍ່ພົວພັນກັບຊາຕານແລະພວກຜີປີສາດໂດຍກົງ.
10-11. (ກ) ບາງຄົນໃນສະຕະວັດທຳອິດໄດ້ເຮັດຫຍັງເມື່ອໄດ້ຮຽນຄວາມຈິງ? (ຂ) ຕາມ 1 ໂກລິນໂທ 10:21 ເປັນຫຍັງເຮົາຄວນຮຽນແບບຄລິດສະຕຽນໃນສະຕະວັດທຳອິດ ແລະເຮົາຈະຮຽນແບບເຂົາເຈົ້າໄດ້ແນວໃດ?
10 ທຳລາຍວັດຖຸສິ່ງຂອງທີ່ກ່ຽວຂ້ອງກັບໄສຍະສາດ. ບາງຄົນທີ່ຢູ່ເມືອງເອເຟດໃນສະໄໝສະຕະວັດທຳອິດເຄີຍຫຍຸ້ງກ່ຽວກັບໄສຍະສາດ. ເມື່ອເຂົາເຈົ້າໄດ້ຮຽນຄວາມຈິງ ເຂົາເຈົ້າກໍລົງມືເຮັດຕາມທັນທີ. ຄຳພີໄບເບິນບອກວ່າ: “ຫຼາຍຄົນທີ່ໄດ້ເຄີຍກະທຳການຫູຮາກໍໄດ້ເອົາປຶ້ມໜັງສືຂອງເຂົາຂົນມາເຜົາໄຟເສຍຕໍ່ໜ້າຄົນທັງປວງ.” (ກິດ. 19:19) ເຂົາເຈົ້າໄດ້ເຮັດທຸກຢ່າງເພື່ອຕໍ່ສູ້ກັບຜີປີສາດ. ເຖິງວ່າປຶ້ມກ່ຽວກັບເວດມົນຄາຖາຈະມີລາຄາແພງຫຼາຍ ແຕ່ແທນທີ່ເຂົາເຈົ້າຈະເອົາຖິ້ມຫຼືເອົາໄປຂາຍຕໍ່ ເຂົາເຈົ້າພັດເອົາໄປທຳລາຍ. ເຂົາເຈົ້າຢາກເຮັດໃຫ້ພະເຢໂຫວາພໍໃຈຫຼາຍກວ່າມູນຄ່າຂອງປຶ້ມພວກນັ້ນ.
11 ເຮົາຈະຮຽນແບບຄລິດສະຕຽນໃນສະຕະວັດທຳອິດ1 ໂກລິນໂທ 10:21
ເຫຼົ່ານັ້ນໄດ້ແນວໃດ? ເປັນເລື່ອງສະຫຼາດທີ່ຈະທຳລາຍສິ່ງຂອງທຸກຢ່າງທີ່ກ່ຽວຂ້ອງກັບໄສຍະສາດທີ່ອາດເຮັດໃຫ້ເຮົາພົວພັນກັບມັນ ເຊັ່ນ: ເຄື່ອງລາງ ວັດຖຸມຸງຄຸນ ຫຼືສິ່ງອື່ນໆທີ່ຜູ້ຄົນໃສ່ເພື່ອປົກປ້ອງເຂົາເຈົ້າຈາກພວກຜີປີສາດ.—ອ່ານ12. ເຮົາຄວນຖາມຕົວເອງແນວໃດໃນເລື່ອງການພັກຜ່ອນຢ່ອນໃຈຂອງເຮົາ?
12 ກວດເບິ່ງການພັກຜ່ອນຢ່ອນໃຈຂອງເຈົ້າຢ່າງຄັກແນ່. ໃຫ້ຖາມຕົວເອງວ່າ: ‘ປຶ້ມ ວາລະສານ ຫຼືເລື່ອງໃນອິນເຕີເນັດທີ່ຂ້ອຍອ່ານ ເພງທີ່ຂ້ອຍຟັງ ໜັງແລະລາຍການໂທລະທັດທີ່ຂ້ອຍເບິ່ງ ຫຼືເກມທີ່ຂ້ອຍຫຼິ້ນກ່ຽວຂ້ອງກັບສິ່ງເລິກລັບບໍ? ສິ່ງທີ່ຂ້ອຍເຮັດເພື່ອພັກຜ່ອນຢ່ອນໃຈກ່ຽວຂ້ອງໄສຍະສາດບໍ? ມັນມີແວມພາຍ (ຜີດູດເລືອດ) ຊອມບີ້ (ຜີດິບ) ຫຼືພະລັງເໜືອທຳມະຊາດບໍ? ຫຼືມັນສະແດງໃຫ້ເຫັນວ່າເລື່ອງເວດມົນແລະຄາຖາອາຄົມເປັນເລື່ອງຕະຫຼົກບໍ?’ ທີ່ຈິງ ຄວາມບັນເທີງທຸກຢ່າງທີ່ເປັນເລື່ອງຈິນຕະນາການ ຫຼືເທບນິຍາຍບໍ່ໄດ້ກ່ຽວຂ້ອງກັບເລື່ອງໄສຍະສາດສະເໝີໄປ. ຕອນທີ່ກວດສອບສິ່ງທີ່ເຈົ້າເຮັດເພື່ອພັກຜ່ອນຢ່ອນໃຈ ຂໍໃຫ້ເຈົ້າເລືອກຢ່າງດີເພື່ອຈະບໍ່ໄປຫຍຸ້ງກ່ຽວກັບສິ່ງໃດກໍຕາມທີ່ພະເຢໂຫວາກຽດຊັງ. ເຮົາຢາກເຮັດສຸດຄວາມສາມາດເພື່ອຈະ “ມີໃຈຮູ້ຜິດແລະຊອບປາສະຈາກຕິຕຽນ” ຕໍ່ໜ້າພະເຈົ້າ.—ກິດ. 24:16 *
13. ເຮົາບໍ່ຄວນເລົ່າເລື່ອງຫຍັງ?
13 ຢ່າເລົ່າເລື່ອງກ່ຽວກັບພວກຜີປີສາດ. ເຮົາຄວນຮຽນແບບຕົວຢ່າງຂອງພະເຍຊູໃນເລື່ອງນີ້. (1 ເປ. 2:21) ກ່ອນທີ່ພະເຍຊູຈະລົງມາໂລກ ເພິ່ນເຄີຍຢູ່ໃນສະຫວັນແລະເພິ່ນຮູ້ຫຼາຍຢ່າງກ່ຽວກັບເລື່ອງຂອງຊາຕານແລະພວກຜີປີສາດ. ແຕ່ເພິ່ນກໍບໍ່ໄດ້ເລົ່າເລື່ອງກ່ຽວກັບ ສິ່ງທີ່ພວກມັນເຮັດ. ພະເຍຊູຢາກເປັນພະຍານຂອງພະເຢໂຫວາ ບໍ່ແມ່ນເປັນຜູ້ໂຄສະນາໃຫ້ກັບຊາຕານ. ເຮົາສາມາດຮຽນແບບພະເຍຊູໄດ້ໂດຍການບໍ່ເລົ່າ ຫຼືບໍ່ສົ່ງຕໍ່ເລື່ອງຕ່າງໆກ່ຽວກັບເລື່ອງພວກຜີປີສາດ. ແທນທີ່ຈະເຮັດແນວນັ້ນ ເຮົາຄວນ “ຕື່ນເຕັ້ນ” ທີ່ຈະເວົ້າ “ເລື່ອງດີໆ” ກ່ຽວກັບຄວາມຈິງທີ່ຢູ່ໃນຄຳພີໄບເບິນ.—ເພງ. 45:1, ລ.ມ.
14-15. (ກ) ເປັນຫຍັງເຮົາບໍ່ຄວນຢ້ານພວກຜີປີສາດ? (ຂ) ມີຫຼັກຖານຫຍັງແດ່ທີ່ສະແດງວ່າພະເຢໂຫວາປົກປ້ອງປະຊາຊົນຂອງພະອົງໃນທຸກມື້ນີ້?
14 ຢ່າຢ້ານພວກຜີປີສາດ. ໃນໂລກປັດຈຸບັນນີ້ ສິ່ງທີ່ບໍ່ດີອາດເກີດຂຶ້ນກັບເຮົາໂດຍບໍ່ຄາດຄິດ ເຊັ່ນ: ອຸບັດຕິເຫດ ຄວາມເຈັບປ່ວຍ ຫຼືແມ່ນແຕ່ຄວາມຕາຍ. ແຕ່ເຮົາບໍ່ຄວນໂທດວ່າພວກຜີປີສາດເປັນຜູ້ເຮັດ. ຄຳພີໄບເບິນບອກວ່າ: “ເຫດການທີ່ບໍ່ຄາດຄິດອາດເກີດຂຶ້ນ” ກັບທຸກຄົນ “ໃນເວລາທີ່ຄາດບໍ່ເຖິງ.” (ຜູ້ປ. 9:11, ລ.ມ.) ພະເຢໂຫວາສະແດງໃຫ້ເຫັນແລ້ວວ່າມີພະລັງອຳນາດຫຼາຍກວ່າພວກຜີປີສາດ. ຕົວຢ່າງ: ພະອົງບໍ່ອະນຸຍາດໃຫ້ຊາຕານຂ້າໂຢບ. (ໂຢບ 2:6) ໃນສະໄໝຂອງໂມເຊ ພະເຢໂຫວາໄດ້ສະແດງວ່າມີພະລັງອຳນາດຫຼາຍກວ່າພວກໝໍວິຊາອາຄົມຂອງເອຢິບ. (ອົບ. 8:18; 9:11) ພະເຍຊູໄດ້ຮັບພະລັງອຳນາດຈາກພະເຢໂຫວາ ແລະຂັບໄລ່ພວກຜີປີສາດອອກຈາກສະຫວັນໃຫ້ລົງມາແຜ່ນດິນໂລກ ນີ້ສະແດງໃຫ້ເຫັນວ່າເພິ່ນມີພະລັງອຳນາດຫຼາຍກວ່າຊາຕານ. ແລະໃນອະນາຄົດອັນໃກ້ນີ້ ພວກມັນຈະຖືກຖິ້ມລົງໃນເຫວເລິກ ໃນບ່ອນທີ່ພວກມັນບໍ່ສາມາດກໍ່ຄວາມເສຍຫາຍໃຫ້ໃຜໄດ້.—ຄຳປ. 12:9; 20:2, 3
15 ເຮົາເຫັນຫຼັກຖານຫຼາຍຢ່າງທີ່ສະແດງວ່າພະເຢໂຫວາປົກປ້ອງປະຊາຊົນຂອງພະອົງໃນທຸກມື້ນີ້. ລອງຄິດເບິ່ງ ເຮົາເຮັດວຽກປະກາດແລະສອນຄວາມຈິງຢູ່ທົ່ວໂລກ. (ມັດ. 28:19, 20) ການເຮັດແບບນີ້ກໍເທົ່າກັບວ່າເຮົາກຳລັງເປີດໂປງຄວາມຊົ່ວຂອງຊາຕານ. ແນ່ນອນ ຖ້າຊາຕານຢຸດເຮົາໄດ້ ມັນເຮັດແຕ່ດົນແລ້ວ ແຕ່ມັນເຮັດບໍ່ໄດ້. ດັ່ງນັ້ນ ເຮົາບໍ່ຄວນຢ້ານພວກຜີປີສາດ. ເຮົາຮູ້ວ່າ “ພະເຢໂຫວາແນມເບິ່ງທົ່ວໂລກເພື່ອຈະໃຊ້ອຳນາດຂອງພະອົງຊ່ວຍເຫຼືອຄົນທີ່ຮັບໃຊ້ພະອົງສຸດຫົວໃຈ.” (2 ຂ່າວ. 16:9, ລ.ມ.) ຖ້າເຮົາສັດຊື່ຕໍ່ພະເຢໂຫວາ ພວກຜີປີສາດກໍບໍ່ສາມາດສ້າງຄວາມເສຍຫາຍໃຫ້ເຮົາໃນແບບທີ່ແກ້ໄຂບໍ່ໄດ້.
ພອນຕ່າງໆສຳລັບຄົນທີ່ໃຫ້ພະເຢໂຫວາຊ່ວຍ
16-17. ຂໍໃຫ້ຍົກຕົວຢ່າງທີ່ສະແດງເຖິງຄວາມກ້າຫານໃນການຕໍ່ສູ້ກັບຜີປີສາດ.
16 ເຮົາຕ້ອງກ້າຫານທີ່ຈະຕໍ່ສູ້ກັບຜີປີສາດ ໂດຍສະເພາະຕອນທີ່ໝູ່ແລະຍາດພີ່ນ້ອງທີ່ຫວັງດີຕໍ່ຕ້ານເຮົາເພາະຢ້ານວ່າຈະມີສິ່ງທີ່ບໍ່ດີເກີດຂຶ້ນກັບເຮົາ ຖ້າເຮົາບໍ່ເຮັດຕາມທຳນຽມນຳເຂົາເຈົ້າ. ແຕ່ພະເຢໂຫວາອວຍພອນຄົນທີ່ກ້າຫານ. ຂໍໃຫ້ຄິດເຖິງຕົວຢ່າງຂອງພີ່ນ້ອງຍິງຊື່ເອຣິກາຢູ່ປະເທດການາ ລາວເລີ່ມສຶກສາຄຳພີໄບເບິນຕອນອາຍຸ 21 ປີ. ເນື່ອງຈາກພໍ່ລາວເປັນໝໍຜີ ລາວຈຶ່ງຖືກຄາດໝາຍໃຫ້ເຮັດຕາມທຳນຽມຢ່າງໜຶ່ງທີ່ກ່ຽວຂ້ອງກັບໄສຍະສາດ ນັ້ນຄືໃຫ້ກິນຊີ້ນທີ່ເອົາໄປບູຊາຜີບັນພະບຸລຸດ. ເມື່ອເອຣິກາບໍ່ຍອມກິນ ຄອບຄົວຈຶ່ງຖືວ່າລາວດູຖູກຜີບັນພະບຸລຸດ. ຄອບຄົວເຊື່ອວ່າຜີບັນພະບຸລຸດຈະມາລົງໂທດເຂົາເຈົ້າໃຫ້ເຈັບປ່ວຍແລະເປັນບ້າ.
17 ຄອບຄົວເອຣິກາພະຍາຍາມບັງຄັບລາວໃຫ້ເຮັດຕາມທຳນຽມນັ້ນ ແຕ່ລາວບໍ່ຍອມເຮັດ ເຊິ່ງໃນທີ່ສຸດລາວຕ້ອງອອກຈາກບ້ານໄປ. ພະເຢໂຫວາໄດ້ອວຍພອນຄວາມກ້າຫານຂອງລາວ. ມີພະຍານພະເຢໂຫວາບາງຄົນໃຫ້ລາວພັກຢູ່ນຳ ເຂົາເຈົ້າເປັນຄືກັບອ້າຍເອື້ອຍນ້ອງແລະເປັນຄອບຄົວໃໝ່ຂອງລາວ. (ມໂກ. 10:29, 30) ເຖິງວ່າຍາດພີ່ນ້ອງຈະຕັດຂາດກັບລາວແລະເຖິງຂັ້ນຈູດເຄື່ອງລາວຖິ້ມ ແຕ່ເອຣິກາກໍຮັກສາຄວາມສັດຊື່ຕໍ່ພະເຢໂຫວາ ຮັບບັບເຕມາ ແລະປັດຈຸບັນກໍເປັນໄພໂອເນຍປະຈຳ. ລາວບໍ່ໄດ້ຢ້ານພວກຜີປີສາດ. ເອຣິກາເວົ້າເຖິງຄອບຄົວຂອງລາວວ່າ: “ຂ້ອຍອະທິດຖານທຸກມື້ຢາກໃຫ້ຄອບຄົວມີຄວາມສຸກທີ່ໄດ້ຮູ້ຈັກພະເຢໂຫວາແລະຮັບໃຊ້ພະອົງຜູ້ປ່ຽມດ້ວຍຄວາມຮັກເຊິ່ງເຮັດໃຫ້ເຂົາເຈົ້າຫຼຸດພົ້ນຈາກທຳນຽມເຫຼົ່ານັ້ນ.”
18. ຖ້າເຮົາໝາຍເພິ່ງພະເຢໂຫວາ ເຮົາຈະໄດ້ຮັບພອນຫຍັງແດ່?
18 ເຖິງວ່າບໍ່ແມ່ນເຮົາທຸກຄົນເຈິສະຖານະການໜັກແບບນັ້ນ ແຕ່ເຮົາທຸກຄົນກໍຕ້ອງຕໍ່ສູ້ກັບພວກຜີປີສາດແລະໝາຍເພິ່ງພະເຢໂຫວາ. ຖ້າເຮົາເຮັດແບບນັ້ນ ເຮົາຈະໄດ້ຮັບພອນຫຼາຍຢ່າງແລະຈະບໍ່ຖືກຊາຕານຫຼອກລວງ. ເຮົາຈະບໍ່ຢ້ານພວກຜີປີສາດຈົນເຊົາຮັບໃຊ້ພະເຢໂຫວາ. ທີ່ສຳຄັນທີ່ສຸດ ເຮົາຈະມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ. ສາວົກຢາໂກໂບຂຽນວ່າ: “ທ່ານທັງຫຼາຍຈົ່ງນ້ອມຍອມຟັງພະເຈົ້າ ຈົ່ງຂັດຂວາງຕໍ່ສູ້ພະຍາມານ ແລະມັນຈະປົບໜີໄປຈາກພວກທ່ານ. ທ່ານທັງຫຼາຍຈົ່ງຫຍັບເຂົ້າມາໃກ້ພະເຈົ້າແລະພະອົງຈະຫຍັບເຂົ້າມາໃກ້ທ່ານທັງຫຼາຍ.”—ຢໂກ. 4:7, 8
ເພງ 150 ຈົ່ງຊອກຫາພະເຈົ້າເພື່ອເຈົ້າຈະລອດ
^ ຂໍ້ 5 ຍ້ອນພະເຢໂຫວາຮັກເຮົາ ພະອົງຈຶ່ງເຕືອນເຮົາກ່ຽວກັບພວກວິນຍານຊົ່ວຫຼືພວກຜີປີສາດ ແລະຄວາມເສຍຫາຍທີ່ພວກມັນກໍ່ຂຶ້ນ. ພວກຜີປີສາດໃຊ້ວິທີໃດແດ່ເພື່ອຫຼອກລວງຜູ້ຄົນ? ເຮົາຈະເຮັດຫຍັງໄດ້ແດ່ເພື່ອຕໍ່ສູ້ກັບພວກມັນ? ບົດຄວາມນີ້ຈະພິຈາລະນາວ່າພະເຢໂຫວາຊ່ວຍເຮົາແນວໃດເພື່ອຈະບໍ່ຖືກພວກຜີປີສາດຫຼອກລວງ.
^ ຂໍ້ 3 ການອະທິບາຍສຳນວນ: ໄສຍະສາດໝາຍເຖິງຄວາມເຊື່ອແລະການກະທຳທີ່ກ່ຽວຂ້ອງກັບພວກຜີປີສາດ ແລະຍັງລວມເອົາຄວາມເຊື່ອທີ່ວ່າມີວິນຍານອອກຈາກຄົນຕາຍແລະສາມາດສື່ສານກັບຄົນທີ່ຍັງມີຊິວິດໄດ້ໂດຍສະເພາະຜ່ານທາງຄົນຊົງ. ໄສຍະສາດຍັງລວມເຖິງການໃຊ້ວິຊາອາຄົມແລະການສ່ຽງທາຍເບິ່ງດວງຊາຕາ. ໃນບົດຄວາມນີ້ຄຳວ່າເວດມົນຄາຖາກ່ຽວຂ້ອງກັບພະລັງເລິກລັບເໜືອທຳມະຊາດ ແລະຍັງລວມເອົາການໃສ່ສະເໜ່ຫຼືການແກ້ສະເໜ່.
^ ຂໍ້ 12 ຜູ້ເຖົ້າແກ່ບໍ່ມີສິດທີ່ຈະກຳນົດວ່າຄວາມບັນເທີງແບບໃດດີຫຼືບໍ່ດີ. ແຕ່ຄລິດສະຕຽນແຕ່ລະຄົນຕ້ອງໃຊ້ສະຕິຮູ້ສຶກຜິດຊອບທີ່ຖືກຝຶກຈາກຄຳພີໄບເບິນເພື່ອເລືອກວ່າຈະອ່ານ ເບິ່ງ ຫຼືຫຼິ້ນເກມແບບໃດ. ຫົວໜ້າຄອບຄົວທີ່ສະຫຼາດຈະໃຊ້ຫຼັກການໃນຄຳພີໄບເບິນເພື່ອເລືອກຄວາມບັນເທີງໃຫ້ຄອບຄົວ.—ເບິ່ງບົດຄວາມຊື່ “ພະຍານພະເຢໂຫວາຫ້າມເບິ່ງໜັງ ອ່ານໜັງສື ຫຼືຟັງເພງບໍ?” ໃນເວັບໄຊ jw.org® (ພາສາໄທ) ໄປທີ່ກ່ຽວກັບເຮົາ > ຄຳຖາມທີ່ພົບເລື້ອຍໆ.
^ ຂໍ້ 54 ຄຳອະທິບາຍຮູບ: ພະເຍຊູກະສັດທີ່ມີພະລັງອຳນາດໃນສະຫວັນເປັນຜູ້ນຳກອງທັບທູດສະຫວັນ. ບັນລັງຂອງພະເຢໂຫວາຢູ່ເທິງເຂົາເຈົ້າ.