ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ມີ​ຄຳເວົ້າ​ທີ່​ຂຽນ​ຊ້ຳ​ກັນ?

ບາງ​ເທື່ອ​ຜູ້​ຂຽນ​ຄຳພີ​ໄບເບິນ​ກໍ​ຂຽນ​ຄຳເວົ້າ​ບາງ​ຄຳ​ຊ້ຳ​ກັນ. ໃຫ້​ເບິ່ງ​ເຫດຜົນ 3 ຢ່າງ​ທີ່​ອາດ​ເຮັດ​ໃຫ້​ເຂົາເຈົ້າ​ເຮັດ​ແບບ​ນັ້ນ.

ໄລຍະ​ເວລາ​ທີ່​ຂຽນ. ໃນ​ສະໄໝ​ອິດສະຣາເອນ​ບູຮານ ປະຊາຊົນ​ສ່ວນ​ຫຼາຍ​ບໍ່​ມີ​ສຳເນົາ​ກົດໝາຍ​ຂອງ​ໂມເຊ. ເຂົາເຈົ້າ​ໄດ້​ຟັງ​ການ​ອ່ານ​ກົດໝາຍ​ນີ້​ຕອນ​ທີ່​ຄົນ​ໝົດ​ຊາດ​ມາ​ຢູ່​ນຳ​ກັນ​ໃນ​ຍາມ​ເທດສະການ​ຕ່າງ​ໆ​ເທົ່າ​ນັ້ນ. (ພບຍ. 31:10-12) ເປັນ​ໄປ​ໄດ້​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ເສຍ​ສະມາທິ​ຕອນ​ທີ່​ຢືນ​ຟັງ​ເປັນ​ກຸ່ມ​ໃຫຍ່​ດົນ​ຫຼາຍ​ຊົ່ວໂມງ. (ນຮຢ. 8:2, 3, 7) ໃນ​ສະພາບການ​ແບບ​ນັ້ນ ການ​ເວົ້າ​ຊ້ຳ​ຄຳ​ສຳຄັນ​ຫຼາຍ​ໆ​ເທື່ອ​ອາດ​ຊ່ວຍ​ປະຊາຊົນ​ໃຫ້​ຈື່​ຂໍ້​ຄຳພີ​ຕ່າງ​ໆ​ແລະ​ເອົາ​ໄປ​ໃຊ້​ໃນ​ຊີວິດ​ໄດ້. ການ​ເນັ້ນ​ແບບ​ນີ້​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຈື່​ກົດໝາຍ​ແລະ​ຄຳ​ສັ່ງ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໃຫ້​ເຂົາເຈົ້າ.—ລລວ. 18:4-22; ພບຍ. 5:1

ຮູບແບບ​ການ​ຂຽນ. ເນື້ອ​ໃນ​ບາງ​ສ່ວນ​ໃນ​ຄຳພີ​ໄບເບິນ​ເປັນ​ເພງ ເຊັ່ນ: ປຶ້ມ​ເພງ​ສັນລະເສີນ ເພງ​ຂອງ​ໂຊໂລໂມນ ແລະ​ເພງ​ໂສກເສົ້າ. ບາງ​ເທື່ອ​ໃຊ້​ຄຳ​ຊ້ຳ​ກັນ​ເພື່ອ​ໃຫ້​ຄວາມ​ໝາຍ​ໄປ​ໃນ​ທາງ​ດຽວ​ກັນ​ແລະ​ເພື່ອ​ຊ່ວຍ​ຜູ້​ຟັງ​ໃຫ້​ຈື່​ເນື້ອເພງ​ໄດ້. ຕົວຢ່າງ​ເຊັ່ນ: ເພງ​ສັນລະເສີນ 115:9-11 ບອກ​ວ່າ: “ພວກ​ອິດສະຣາເອນ​ເອີ້ຍ ໃຫ້​ໄວ້ໃຈ​ພະ​ເຢໂຫວາ. ເພິ່ນ​ເປັນຜູ້​ຊ່ວຍ​ແລະ​ເປັນ​ໂລ້​ຂອງ​ພວກ​ເຈົ້າ. ລູກ​ຫຼານ​ຂອງ​ອາໂຣນ​ເອີ້ຍ ໃຫ້​ໄວ້ໃຈ​ພະ​ເຢໂຫວາ. ເພິ່ນ​ເປັນ​ຜູ້​ຊ່ວຍ​ແລະ​ເປັນ​ໂລ້​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ທີ່​ນັບຖື​ພະ​ເຢໂຫວາ ໃຫ້​ໄວ້ໃຈ​ພະເຢໂຫວາ. ເພິ່ນ​ເປັນ​ຜູ້​ຊ່ວຍ​ແລະ​ເປັນ​ໂລ້​ຂອງ​ພວກ​ເຈົ້າ.” ເຈົ້າ​ເຫັນ​ແລ້ວ​ແມ່ນ​ບໍ​ວ່າ​ການ​ໃຊ້​ຄຳ​ຊ້ຳ​ໆ​ກັນ​ແບບ​ນີ້​ຈະ​ຊ່ວຍ​ນັກຮ້ອງ​ໃຫ້​ຈື່​ເນື້ອເພງ​ໄດ້​ຂຶ້ນ​ໃຈ?

ຈຸດປະສົງ​ຂອງ​ການ​ຂຽນ. ບາງ​ເທື່ອ​ຜູ້​ຂຽນ​ຄຳພີ​ໄບເບິນ​ຈຳເປັນ​ຕ້ອງ​ເນັ້ນ​ຄຳເວົ້າ​ທີ່​ສຳຄັນ​ຫຼາຍ​ເທື່ອ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພະ​ເຢໂຫວາ​ຫ້າມ​ຄົນ​ອິດ​ສະ​ເອນ​ບໍ່​ໃຫ້​ກິນ​ເລືອດ ເພິ່ນ​ກໍ​ໃຫ້​ໂມເຊ​ເວົ້າ​ເຖິງ​ເຫດຜົນ​ນັ້ນ​ຫຼາຍ​ເທື່ອ. ພະ​ເຢໂຫວາ​ຢາກ​ເນັ້ນ​ວ່າ​ຊີວິດ​ຢູ່​ໃນ​ເລືອດ ເຊິ່ງ​ໝາຍ​ຄວາມ​ວ່າ​ເລືອດ​ໝາຍເຖິງ​ຊີວິດ. (ລລວ. 17:11, 14) ຕໍ່ມາ ຕອນ​ທີ່​ພວກອັກຄະສາວົກ​ແລະ​ຜູ້​ເບິ່ງແຍງ​ໃນ​ເມືອງເຢຣູຊາເລັມ​ເວົ້າ​ເຖິງ​ສິ່ງ​ທີ່​ຄລິດສະຕຽນ​ຄວນ​ຫຼີກລ່ຽງ​ເພື່ອ​ຈະ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ ເຂົາເຈົ້າ​ກໍ​ເນັ້ນ​ອີກ​ເທື່ອ​ໜຶ່ງ​ວ່າ​ໃຫ້​ງົດ​ເວັ້ນ​ຈາກ​ເລືອ​ດ.—ກຈກ. 15:20, 29

ເຖິງ​ວ່າ​ຄຳພີ​ໄບເບິນ​ມີ​ຄຳເວົ້າ​ທີ່​ຂຽນ​ຊ້ຳ​ກັນ ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ທ່ອງ​ຄຳ​ເຫຼົ່າ​ນັ້ນ. ພະ​ເຢຊູ​ບອກ​ວ່າ: “ຕອນ​ທີ່​ພວກ​ເຈົ້າ​ອະທິດຖານ ຢ່າ​ເວົ້າ​ຊ້ຳ​ຄຳ​ເກົ່າ.” (ມທ. 6:7) ຈາກນັ້ນ ເພິ່ນ​ກໍ​ເວົ້າ​ເຖິງ​ເລື່ອງ​ທີ່​ເຮົາ​ຄວນ​ອະທິດຖານ​ເຊິ່ງ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ. (ມທ. 6:9-13) ດັ່ງນັ້ນ ເຖິງ​ວ່າ​ເຮົາ​ບໍ່​ໄດ້​ອະທິດຖານ​ຄຳ​ເກົ່າ​ຊ້ຳ​ໄປ​ຊ້ຳ​ມາ ແຕ່​ເຮົາ​ສາມາດ​ອະທິດຖານ​ກ່ຽວກັບ​ເລື່ອງ​ເກົ່າ​ໄດ້​ຫຼາຍ​ເທື່ອ.—ມທ. 7:7-11

ພະ​ເຢໂຫວາ​ຄູ​ຜູ້​ຍິ່ງໃຫຍ່​ມີ​ເຫດຜົນ​ທີ່​ດີ​ທີ່​ໃຫ້​ຄຳພີ​ໄບເບິນ​ມີ​ບາງ​ຄຳ​ທີ່​ເວົ້າ​ຊ້ຳ​ກັນ. ນີ້​ເປັນ​ໜຶ່ງ​ໃນ​ຫຼາຍ​ໆ​ວິທີ​ທີ່​ພະ​ເຢໂຫວາ​ໃຊ້​ໃນ​ການ​ສອນ​ເຮົາ​ເພື່ອ​ປະໂຫຍດ​ຂອງ​ເຮົາ​ເອງ.—ອຊຢ. 48:17, 18