ບົດຄວາມສຶກສາທີ 27
ຢ່າຄິດເຖິງຕົວເອງຫຼາຍເກີນໄປ
“ຂ້ອຍຈຶ່ງຂໍບອກພວກເຈົ້າທຸກຄົນວ່າ ຢ່າຄິດເຖິງຕົວເອງຫຼາຍເກີນໄປ ແຕ່ໃຫ້ຄິດແບບສົມເຫດສົມຜົນ.”—ຣມ. 12:3
ເພງ 130 ເຮົາຕ້ອງໃຫ້ອະໄພກັນ
ໃຈຄວາມສຳຄັນ *
1. ຟີລິບປອຍ 2:3 ບອກໃຫ້ເຮົາເຮັດຫຍັງ ແລະການເຮັດແບບນັ້ນຈະເປັນປະໂຫຍດຕໍ່ເຮົາແນວໃດ?
ເນື່ອງຈາກພະເຢໂຫວາຮູ້ວ່າອັນໃດດີທີ່ສຸດສຳລັບເຮົາ ເຮົາຈຶ່ງເຊື່ອຟັງພະອົງຢ່າງຖ່ອມໃຈ. (ອຟຊ. 4:22-24) ຄວາມຖ່ອມຈະຊ່ວຍເຮົາໃຫ້ຄິດວ່າພະເຢໂຫວາຢູ່ເໜືອເຮົາ ແລະຄົນອື່ນດີກວ່າເຮົາ. ການທີ່ເຮົາຄິດແບບນັ້ນຈະເຮັດໃຫ້ເຮົາສະໜິດກັບພະເຢໂຫວາແລະພີ່ນ້ອງໃນປະຊາຄົມ.—ອ່ານຟີລິບປອຍ 2:3
2. ໂປໂລຮູ້ວ່າເຮົາຕ້ອງເບິ່ງຕົວເອງແນວໃດ ແລະເຮົາຈະມາເບິ່ງຫຍັງໃນບົດຄວາມນີ້?
2 ເຮົາອາດຈະກາຍເປັນຄົນຍິ່ງແລະເຫັນແກ່ຕົວ * ຄືກັບຜູ້ຄົນໃນໂລກນີ້ໄດ້ຖ້າເຮົາບໍ່ລະວັງ. ເບິ່ງຄືວ່າຄລິດສະຕຽນບາງຄົນໃນສະຕະວັດທຳອິດທີ່ຢູ່ໃນເມືອງໂຣມກໍເປັນແບບນັ້ນ. ອັກຄະສາວົກໂປໂລຈຶ່ງຂຽນເຖິງເຂົາເຈົ້າວ່າ: “ຂ້ອຍຈຶ່ງຂໍບອກພວກເຈົ້າທຸກຄົນວ່າ ຢ່າຄິດເຖິງຕົວເອງຫຼາຍເກີນໄປ ແຕ່ໃຫ້ຄິດແບບສົມເຫດສົມຜົນ.” (ຣມ. 12:3) ໂປໂລຮູ້ວ່າເຮົາແຕ່ລະຄົນກໍຕ້ອງຄິດເຖິງຕົວເອງໃນລະດັບໜຶ່ງ ແຕ່ຄວາມຖ່ອມຈະຊ່ວຍເຮົາໃຫ້ເບິ່ງຕົວເອງແບບສົມເຫດສົມຜົນ. ໃນບົດຄວາມນີ້ເຮົາຈະມາເບິ່ງວ່າຄວາມຖ່ອມຈະຊ່ວຍເຮົາແນວໃດບໍ່ໃຫ້ຄິດເຖິງຕົວເອງຫຼາຍເກີນໄປໃນ 3 ຂອບເຂດຕໍ່ໄປນີ້: (1) ໃນຊີວິດຄູ່ (2) ວຽກມອບໝາຍໃນປະຊາຄົມ ແລະ (3) ການໃຊ້ສື່ສັງຄົມອອນລາຍ.
ສະແດງຄວາມຖ່ອມໃນຊີວິດຄູ່
3. ເປັນຫຍັງຈຶ່ງອາດມີບັນຫາໃນຊີວິດຄູ່ ແລະບາງຄົນໄດ້ພະຍາຍາມແກ້ໄຂບັນຫາແນວໃດ?
3 ພະເຢໂຫວາຢາກໃຫ້ຜົວແລະເມຍມີຄວາມສຸກໃນຊີວິດຄູ່ ແຕ່ຍ້ອນຄວາມບໍ່ສົມບູນແບບເຂົາເຈົ້າຈຶ່ງອາດຈະຜິດຖຽງກັນໄດ້. ທີ່ຈິງໂປໂລບອກວ່າຄົນທີ່ແຕ່ງດອງຈະມີຄວາມຫຍຸ້ງຍາກລຳບາກ. (1 ກຣ. 7:28) ບາງຄູ່ມັກຜິດກັນຕະຫຼອດ ຈົນເຂົາເຈົ້າຄິດວ່າບໍ່ໜ້າຈະແຕ່ງດອງເລີຍ. ຖ້າເຂົາເຈົ້າຄິດຄືກັບຄົນໃນໂລກນີ້ ເຂົາເຈົ້າກໍຈະຄິດເຖິງແຕ່ຕົວເອງແລະຄິດວ່າການຢ່າຮ້າງເປັນທາງອອກທີ່ດີທີ່ສຸດແລະເຮັດໃຫ້ມີຄວາມສຸກຫຼາຍກວ່າ.
4. ເຮົາຕ້ອງຫຼີກລ່ຽງຄວາມຄິດແບບໃດ?
4 ເຮົາຕ້ອງຫຼີກລ່ຽງທີ່ຈະບໍ່ຄິດໃນແງ່ລົບຕໍ່ຄູ່ຂອງເຮົາ. ເຮົາຮູ້ວ່າຫຼັກການໃນຄຳພີໄບເບິນຍອມໃຫ້ຢ່າຮ້າງກັນໄດ້ດ້ວຍເຫດຜົນດຽວເຊິ່ງກໍຄື ການເຮັດຜິດສິນລະທຳທາງເພດ. (ມທ. 5:32) ດັ່ງນັ້ນ ຕອນທີ່ມີບັນຫາໃນຊີວິດຄູ່ເຮົາຕ້ອງບໍ່ຍອມໃຫ້ຄວາມເຫັນແກ່ຕົວມາເຮັດໃຫ້ເຮົາຄິດວ່າ: ‘ຄູ່ຂອງຂ້ອຍບໍ່ສົນໃຈຂ້ອຍເລີຍ. ຂ້ອຍໜ້າຈະໄດ້ຮັບຄວາມຮັກຫຼາຍກວ່ານີ້. ຂ້ອຍຄືຊິມີຄວາມສຸກຫຼາຍກວ່ານີ້ຖ້າໄດ້ແຕ່ງດອງກັບຄົນອື່ນ.’ ຖ້າເຮົາຄິດແບບນີ້ ເຮົາກໍກຳລັງຄິດເຖິງແຕ່ຕົວເອງ ແລະບໍ່ໄດ້ຄິດເຖິງຄູ່ຂອງເຮົາ. ຄວາມຄິດຂອງຄົນໃນໂລກນີ້ຈະບອກເຈົ້າໃຫ້ເຮັດຕາມໃຈຕົວເອງແລະເຮັດໃນສິ່ງທີ່ເຮັດໃຫ້ເຈົ້າ ມີຄວາມສຸກເຖິງວ່າຈະຕ້ອງຢ່າຮ້າງກັນກໍຕາມ. ແຕ່ຄຳພີໄບເບິນບອກວ່າ “ຢ່າເຫັນແກ່ຜົນປະໂຫຍດສ່ວນຕົວເທົ່ານັ້ນ ໃຫ້ເຫັນແກ່ຜົນປະໂຫຍດຂອງຄົນອື່ນນຳ.” (ຟລປ. 2:4) ພະເຢໂຫວາຢາກໃຫ້ເຈົ້າຢູ່ນຳຄູ່ຂອງເຈົ້າໄປຕະຫຼອດຊີວິດ ບໍ່ໃຫ້ຢ່າຮ້າງກັນ. (ມທ. 19:6) ພະເຢໂຫວາຢາກໃຫ້ເຈົ້າຄິດເຖິງພະອົງກ່ອນ ບໍ່ແມ່ນຄິດເຖິງແຕ່ຕົວເອງ.
5. ຕາມເອເຟໂຊ 5:33 ຜົວແລະເມຍຄວນປະຕິບັດຕໍ່ກັນແນວໃດ?
5 ຜົວແລະເມຍຄວນປະຕິບັດຕໍ່ກັນດ້ວຍຄວາມຮັກແລະຄວາມນັບຖື. (ອ່ານເອເຟໂຊ 5:33) ຄຳພີໄບເບິນ ສອນເຮົາໃຫ້ຄິດເຖິງການໃຫ້ຫຼາຍກວ່າການຮັບ. (ກຈກ. 20:35) ອັນໃດຈະຊ່ວຍໃຫ້ຜົວແລະເມຍສະແດງຄວາມຮັກແລະຄວາມນັບຖືຕໍ່ກັນ? ສິ່ງນັ້ນກໍຄື ຄວາມຖ່ອມ. ຜົວແລະເມຍທີ່ຖ່ອມຕົວຈະບໍ່ຄິດເຖິງປະໂຫຍດຂອງຕົວເອງເທົ່ານັ້ນແຕ່ຈະ “ຄິດເຖິງປະໂຫຍດຂອງຄົນອື່ນນຳ.”—1 ກຣ. 10:24
6. ເຮົາໄດ້ບົດຮຽນຫຍັງຈາກປະສົບການຂອງສະຕີເວັນແລະສະເຕຟານີ?
6 ຄວາມຖ່ອມຊ່ວຍໃຫ້ຄລິດສະຕຽນຫຼາຍຄົນມີຄວາມສຸກຫຼາຍຂຶ້ນໃນຊີວິດຄູ່ເຊັ່ນ: ສະຕີເວັນຜູ້ເປັນຜົວບອກວ່າ: “ເຈົ້າກັບຄູ່ຂອງເຈົ້າຕ້ອງເຮັດວຽກນຳກັນເປັນທີມ ໂດຍສະເພາະຕອນທີ່ມີບັນຫາ. ແທນທີ່ເຈົ້າຈະຄິດວ່າ ‘ອັນໃດດີທີ່ສຸດສຳລັບຂ້ອຍ?’ ເຈົ້າຄວນຈະຄິດວ່າ‘ອັນໃດດີທີ່ສຸດສຳລັບພວກເຮົາ?’” ສະເຕຟານີຜູ້ເປັນເມຍກໍຮູ້ສຶກຄ້າຍໆກັນ ລາວບອກວ່າ “ບໍ່ມີໃຜທີ່ຈະຢາກຢູ່ກັບຄົນທີ່ມັກຜິດຖຽງກັນຕະຫຼອດ. ເມື່ອມີບັນຫາພວກເຮົາຈະພະຍາຍາມເບິ່ງວ່າອັນໃດເປັນຕົ້ນເຫດຂອງບັນຫາ ພວກເຮົາຈະອະທິດຖານນຳກັນ ຈາກນັ້ນກໍຊອກຫາຄຳແນະນຳໃນຄຳພີໄບເບິນແລະລົມກັນວ່າຈະແກ້ໄຂບັນຫາແນວໃດ. ແທນທີ່ເຮົາຈະຜິດຖຽງກັນ ເຮົາຈະພະຍາຍາມແກ້ໄຂທີ່ບັນຫາ.” ຜົວແລະເມຍຈະມີຄວາມສຸກຫຼາຍຂຶ້ນຖ້າເຂົາເຈົ້າບໍ່ໄດ້ຄິດເຖິງຕົວເອງຫຼາຍເກີນໄປ.
ຮັບໃຊ້ພະເຢໂຫວາຢ່າງ “ຖ່ອມຕົວ”
7. ພີ່ນ້ອງຊາຍຄວນຄິດແບບໃດຕອນທີ່ລາວໄດ້ຮັບວຽກມອບໝາຍໃນປະຊາຄົມ?
7 ເຮົາຖືວ່າການຮັບໃຊ້ພະເຢໂຫວາທຸກຮູບແບບເປັນສິດທິພິເສດ. (ເພງ. 27:4; 84:10) ຖ້າພີ່ນ້ອງຊາຍເຕັມໃຈເຮັດວຽກຮັບໃຊ້ໃນປະຊາຄົມຫຼາຍຂຶ້ນນັ້ນກໍເປັນສິ່ງທີ່ດີ ເພາະຄຳພີໄບເບິນບອກວ່າ: “ຖ້າຜູ້ຊາຍຄົນໃດພະຍາຍາມທີ່ຈະໄດ້ເປັນຜູ້ດູແລກໍສະແດງວ່າລາວຢາກເຮັດວຽກທີ່ດີ.” (1 ຕມ. 3:1) ແຕ່ຕອນທີ່ລາວໄດ້ຮັບວຽກມອບໝາຍໃນປະຊາຄົມລາວບໍ່ຄວນຄິດວ່າຕົວເອງສຳຄັນກວ່າຄົນອື່ນ. (ລກ. 17:7-10) ແຕ່ລາວຄວນຮັບໃຊ້ຄົນອື່ນຢ່າງຖ່ອມໃຈ.—2 ກຣ. 12:15
8. ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງດີໂອເທເຟ ໂອເຊຍເຊ ແລະອາບຊາໂລມ?
8 ຄຳພີໄບເບິນມີຕົວຢ່າງຂອງຄົນທີ່ຄິດເຖິງແຕ່ຕົວເອງຫຼາຍເກີນໄປເຊັ່ນ: ດີໂອເທເຟ ທີ່ຢາກ “ເປັນໃຫຍ່” ໃນປະຊາຄົມ. (3 ຢຮ. 9) ໂອເຊຍເຊ ທີ່ຍິ່ງແລະພະຍາຍາມເຜົາເຄື່ອງຫອມດ້ວຍຕົວເອງທັງໆທີ່ບໍ່ແມ່ນໜ້າທີ່ລາວ. (2 ຂ່າວ. 26:16-21) ແລະອາບຊາໂລມ ທີ່ຢາກເປັນກະສັດໄດ້ທຳທ່າຮັກປະຊາຊົນເພື່ອຈະເຮັດໃຫ້ເຂົາເຈົ້າສະໜັບສະໜູນລາວ. (2 ຊາມ. 15:2-6) ຈາກຕົວຢ່າງຂອງ 3 ຄົນນີ້ສະແດງໃຫ້ເຫັນວ່າພະເຢໂຫວາບໍ່ພໍໃຈຄົນທີ່ຖືວ່າຕົວເອງສຳຄັນ. (ສຸພາ. 25:27) ໃນທີ່ສຸດຄວາມຍິ່ງແລະຄວາມທະເຍີທະຍານຈະເຮັດໃຫ້ເກີດຄວາມເສຍຫາຍຫຼາຍຢ່າງ.—ສຸພາ. 16:18
9. ພະເຢຊູເປັນຕົວຢ່າງໃຫ້ເຮົາແນວໃດ?
9 ພະເຢຊູ ບໍ່ໄດ້ເປັນຄົນຍິ່ງຄືກັບ 3 ຄົນນັ້ນ. ຄຳພີໄບເບິນບອກວ່າ: “ເຖິງວ່າເພິ່ນມີສະພາບແບບພະເຈົ້າ ແຕ່ເພິ່ນບໍ່ເຄີຍຄິດຈະຍາດອຳນາດເພື່ອຈະມີຖານະເທົ່າທຽມກັບພະເຈົ້າ.” (ຟລປ. 2:6) ເຖິງວ່າພະເຢຊູຈະມີອຳນາດຫຼາຍເຊິ່ງຮອງຈາກພະເຢໂຫວາ ແຕ່ເພິ່ນກໍບໍ່ໄດ້ຄິດວ່າຕົວເອງເປັນຄົນສຳຄັນ. ເພິ່ນບອກພວກລູກສິດວ່າ: “ຜູ້ທີ່ເຮັດຕົວເປັນຄົນຕ່ຳຕ້ອຍໃນໝູ່ພວກເຈົ້າ ຜູ້ນັ້ນແຫຼະຈະໄດ້ເປັນໃຫຍ່.” (ລກ. 9:48) ເປັນສິ່ງທີ່ດີຫຼາຍແທ້ໆທີ່ເຮົາໄດ້ຮັບໃຊ້ຮ່ວມກັບໄພໂອເນຍ ຜູ້ຊ່ວຍວຽກຮັບໃຊ້ ຜູ້ດູແລ ແລະຜູ້ດູແລໝວດທີ່ຖ່ອມຕົວຄືກັບພະເຢຊູ! ເມື່ອຜູ້ຮັບໃຊ້ຂອງພະເຢໂຫວາຖ່ອມຕົວແລະສະແດງຄວາມຮັກຕໍ່ກັນ ເຂົາເຈົ້າກໍສະແດງໃຫ້ເຫັນວ່າເປັນລູກສິດແທ້ຂອງພະເຢຊູ.—ຢຮ. 13:35
10. ເຈົ້າຈະເຮັດແນວໃດຖ້າຮູ້ສຶກວ່າບັນຫາໃນປະຊາຄົມຍັງບໍ່ໄດ້ຮັບການແກ້ໄຂຢ່າງເໝາະສົມ?
10 ເຈົ້າຈະເຮັດແນວໃດຖ້າມີບັນຫາໃນປະຊາຄົມແລະຮູ້ສຶກວ່າຜູ້ດູແລຍັງບໍ່ໄດ້ແກ້ໄຂຢ່າງເໝາະສົມ? ຮຣ. 13:17) ແຕ່ເພື່ອຈະເຊື່ອຟັງແບບນັ້ນໄດ້ ເຈົ້າຕ້ອງຖາມຕົວເອງວ່າ: ‘ບັນຫາທີ່ຂ້ອຍເຫັນມັນເປັນເລື່ອງໃຫຍ່ຈົນຕ້ອງໄດ້ຮັບການແກ້ໄຂບໍ? ນີ້ເປັນເວລາທີ່ເໝາະສົມທີ່ຈະຕ້ອງແກ້ໄຂບໍ? ມັນເປັນໜ້າທີ່ທີ່ຂ້ອຍຕ້ອງຈັດການບໍ? ແທ້ໆແລ້ວຂ້ອຍພະຍາຍາມທີ່ຈະສົ່ງເສີມຄວາມເປັນນ້ຳໜຶ່ງໃຈດຽວກັນບໍ ຫຼືຂ້ອຍພະຍາຍາມຍົກຍ້ອງຕົວເອງ?’
ແທນທີ່ຈະຈົ່ມ ເຈົ້າຄວນສະແດງຄວາມຖ່ອມໂດຍເຊື່ອຟັງຄົນທີ່ນຳໜ້າໃນປະຊາຄົມ. (11. ຕາມເອເຟໂຊ 4:2, 3 ຈະເປັນແນວໃດຖ້າເຮົາຮັບໃຊ້ພະເຢໂຫວາຢ່າງຖ່ອມຕົວ?
11 ພະເຢໂຫວາຖືວ່າຄວາມຖ່ອມສຳຄັນກວ່າຄວາມສາມາດ ແລະຄວາມເປັນນ້ຳໜຶ່ງໃຈດຽວກັນສຳຄັນກວ່າປະສິດທິພາບໃນການເຮັດວຽກໃນປະຊາຄົມ. ດັ່ງນັ້ນ ຂໍໃຫ້ເຈົ້າຮັບໃຊ້ພະເຢໂຫວາຢ່າງຖ່ອມຕົວເພາະການເຮັດແບບນັ້ນກໍເປັນການສົ່ງເສີມຄວາມເປັນນ້ຳໜຶ່ງໃຈດຽວກັນໃນປະຊາຄົມ. (ອ່ານເອເຟໂຊ 4:2, 3) ໃຫ້ເຮັດວຽກຮັບໃຊ້ສຸດຄວາມສາມາດຂອງເຈົ້າ ຊອກຫາວິທີທີ່ຈະຊ່ວຍເຫຼືອຄົນອື່ນໂດຍເຮັດສິ່ງທີ່ດີເພື່ອເຂົາເຈົ້າ ແລະໃຫ້ມີນ້ຳໃຈຕ້ອນຮັບທຸກຄົນລວມເຖິງຄົນທີ່ບໍ່ມີໜ້າທີ່ຮັບຜິດຊອບໃນປະຊາຄົມ. (ມທ. 6:1-4; ລກ. 14:12-14) ເມື່ອເຈົ້າເຮັດວຽກຮ່ວມກັບພີ່ນ້ອງໃນປະຊາຄົມຢ່າງຖ່ອມຕົວ ເຂົາເຈົ້າກໍຈະບໍ່ພຽງແຕ່ເຫັນຄວາມສາມາດຂອງເຈົ້າແຕ່ຈະເຫັນຄວາມຖ່ອມຂອງເຈົ້ານຳ.
ສະແດງຄວາມຖ່ອມເມື່ອໃຊ້ສື່ສັງຄົມອອນລາຍ
12. ຄຳພີໄບເບິນສະໜັບສະໜູນເຮົາໃຫ້ມີໝູ່ບໍ? ຂໍໃຫ້ອະທິບາຍ.
12 ພະເຢໂຫວາຢາກໃຫ້ເຮົາມີຄວາມສຸກທີ່ໄດ້ໃຊ້ເວລາຢູ່ກັບຄອບຄົວແລະໝູ່. (ເພງ. 133:1) ພະເຢຊູເອງກໍມີໝູ່ທີ່ດີ. (ຢຮ. 15:15) ຄຳພີໄບເບິນບອກວ່າ ການມີໝູ່ແທ້ເປັນປະໂຫຍດຕໍ່ເຮົາ. (ສຸພາ. 17:17; 18:24) ແລະຍັງບອກວ່າເປັນເລື່ອງອັນຕະລາຍຫຼາຍທີ່ເຮົາຈະແຍກ ຕົວຢູ່ຕ່າງຫາກ. (ສຸພາ. 18:1) ຫຼາຍຄົນຮູ້ສຶກວ່າການໃຊ້ສື່ສັງຄົມອອນລາຍເປັນວິທີທີ່ເຮັດໃຫ້ມີໝູ່ຫຼາຍແລະບໍ່ຮູ້ສຶກເຫງົາ ແຕ່ເຮົາກໍຕ້ອງລະວັງເມື່ອໃຊ້ສື່ສັງຄົມອອນລາຍ.
13. ເປັນຫຍັງບາງຄົນທີ່ໃຊ້ສື່ສັງຄົມອອນລາຍຈຶ່ງຮູ້ສຶກເສົ້າແລະເຫງົາ?
13 ມີການສຳຫຼວດວ່າຄົນທີ່ໃຊ້ເວລາໄປກັບການເບິ່ງຮູບແລະຄວາມຄິດເຫັນຂອງຄົນອື່ນມັກຈະຮູ້ສຶກເສົ້າແລະເຫງົາ. ຍ້ອນຫຍັງ? ເຫດຜົນໜຶ່ງກໍຄືຫຼາຍຄົນມັກໂພດສ໌ຮູບທີ່ເຂົາເຈົ້າໄປທ່ຽວບ່ອນງາມໆກັບຄອບຄົວແລະໝູ່ຄູ່ຂອງເຂົາເຈົ້າ ເຊິ່ງອາດເຮັດໃຫ້ຄົນທີ່ເບິ່ງຮູບນັ້ນຮູ້ສຶກວ່າຕົວເອງບໍ່ມີຊີວິດທີ່ດີຄືກັບຄົນອື່ນ. ພີ່ນ້ອງຍິງຄົນໜຶ່ງທີ່ອາຍຸ 19 ປີບອກວ່າ: “ຂ້ອຍຮູ້ສຶກອິດສາເມື່ອເຫັນຄົນອື່ນໄປຫຼິ້ນໄປທ່ຽວຢ່າງມີຄວາມສຸກໃນທ້າຍອາທິດແຕ່ຂ້ອຍພັດບໍ່ໄດ້ໄປໃສເລີຍ.”
14. ຫຼັກການໃນ 1 ເປໂຕ 3:8 ຊ່ວຍເຮົາໃຫ້ໃຊ້ສື່ສັງຄົມອອນລາຍແນວໃດ?
14 ທີ່ຈິງການໃຊ້ສື່ສັງຄົມອອນລາຍເປັນປະໂຫຍດຕໍ່ເຮົາເພາະເຮົາສາມາດໃຊ້ເພື່ອຕິດຕໍ່ກັບຄອບຄົວແລະໝູ່ຄູ່ໄດ້. ແຕ່ບາງຄົນກໍໃຊ້ສື່ສັງຄົມອອນລາຍເພື່ອຈະໂພດສ໌ຮູບ ວິດີໂອ ແລະຄວາມຄິດຂອງຕົວເອງເພື່ອຢາກໃຫ້ຄົນອື່ນມາສົນໃຈເຂົາເຈົ້າ ແລະບາງຄົນເຖິງຂັ້ນຂຽນຄຳເວົ້າທີ່ລາມົກແລະຫຍາບຄາຍໃສ່ຮູບຂອງຕົວເອງແລະຮູບຂອງຄົນອື່ນ. ແຕ່ຄລິດສະຕຽນບໍ່ຄວນໃຊ້ສື່ສັງຄົມອອນລາຍແບບນັ້ນ ເຂົາເຈົ້າຄວນຈະຖ່ອມຕົວແລະເຫັນອົກເຫັນໃຈຄົນອື່ນ.—ອ່ານ 1 ເປໂຕ 3:8
15. ຄຳພີໄບເບິນຊ່ວຍເຮົາບໍ່ໃຫ້ເບິ່ງວ່າຕົວເອງສຳຄັນແນວໃດ?
15 ຖ້າເຈົ້າໃຊ້ສື່ສັງຄົມອອນລາຍ ຂໍໃຫ້ເຈົ້າຖາມຕົວເອງວ່າ: ‘ຮູບ ວິດີໂອ ແລະຄວາມເວົ້າທີ່ຂ້ອຍໂພດສ໌ກຳລັງເຮັດໃຫ້ຄົນອື່ນສົນໃຈຂ້ອຍບໍ? ແລະສິ່ງນັ້ນເຮັດໃຫ້ຄົນອື່ນຮູ້ສຶກອິດສາຂ້ອຍບໍ?’ ຄຳພີໄບເບິນບອກວ່າ: “ທຸກສິ່ງໃນໂລກນີ້ ບໍ່ວ່າຈະເປັນຄວາມຕ້ອງການຂອງຮ່າງກາຍທີ່ມີບາບ ຄວາມຕ້ອງການທີ່ເກີດຈາກຕາ ຫຼືການໂອ້ອວດຊັບສົມບັດ ບໍ່ໄດ້ມາຈາກພະເຈົ້າຜູ້ເປັນພໍ່ ແຕ່ມາຈາກໂລກ.” (1 ຢຮ. 2:16) ຄຳວ່າ “ການໂອ້ອວດຊັບສົມບັດ” ໝາຍເຖິງ “ການໂອ້ອວດສິ່ງທີ່ຕົວເອງມີ.” ດັ່ງນັ້ນ ຄລິດສະຕຽນບໍ່ຄວນຄິດວ່າຕົວເອງສຳຄັນແລະຢາກໃຫ້ຄົນອື່ນມາສົນໃຈ ແຕ່ເຂົາເຈົ້າຄວນຈະເຮັດຕາມຄຳແນະນຳໃນຄຳພີໄບເບິນທີ່ບອກວ່າ: “ຢ່າຖືວ່າ ຕົວເອງສຳຄັນກວ່າຄົນອື່ນ ຢ່າຍົວະໃຫ້ມີການແຂ່ງຂັນກັນ ແລະຢ່າອິດສາກັນ.” (ຄລຕ. 5:26) ຄວາມຖ່ອມຈະຊ່ວຍເຮົາບໍ່ໃຫ້ເປັນຄືກັບຄົນໃນໂລກນີ້ທີ່ຍິ່ງແລະຢາກເຮັດໃຫ້ຄົນອື່ນຄິດວ່າຕົວເອງສຳຄັນ.
“ໃຫ້ຄິດແບບສົມເຫດສົມຜົນ”
16. ເປັນຫຍັງເຮົາບໍ່ຄວນເປັນຄົນຍິ່ງ?
16 ເຮົາຕ້ອງພັດທະນາຄວາມຖ່ອມ ເພາະຄົນທີ່ຍິ່ງຈະບໍ່ “ຄິດແບບສົມເຫດສົມຜົນ.” (ຣມ. 12:3) ຄົນຍິ່ງຈະມັກຖຽງແລະຄິດເຖິງແຕ່ຕົວເອງ ສິ່ງທີ່ເຂົາເຈົ້າເວົ້າແລະເຮັດມັກເຮັດໃຫ້ຕົວເຂົາເຈົ້າເອງແລະຄົນອື່ນເສຍໃຈ. ຖ້າເຂົາເຈົ້າບໍ່ປ່ຽນວິທີຄິດ ຊາຕານກໍຈະເຮັດໃຫ້ຈິດໃຈຂອງເຂົາເຈົ້າມືດໄປ. (2 ກຣ. 4:4; 11:3) ແຕ່ຄົນຖ່ອມຈະຄິດແບບສົມເຫດສົມຜົນ. ລາວຈະບໍ່ຄິດເຖິງຕົວເອງຫຼາຍເກີນໄປ ແຕ່ຈະເບິ່ງວ່າຄົນອື່ນດີກວ່າລາວໃນຫຼາຍໆດ້ານ. (ຟລປ. 2:3) ລາວຮູ້ວ່າ “ພະເຈົ້າຕໍ່ຕ້ານຄົນຍິ່ງ ແຕ່ພະອົງສະແດງຄວາມກະລຸນາທີ່ຍິ່ງໃຫຍ່ຕໍ່ຄົນອ່ອນນ້ອມຖ່ອມຕົວ.” (1 ປຕ. 5:5) ດັ່ງນັ້ນ ຄົນທີ່ຄິດແບບສົມເຫດສົມຜົນຈະບໍ່ຢາກໃຫ້ພະເຢໂຫວາຕໍ່ຕ້ານເຂົາເຈົ້າ.
17. ເພື່ອຈະເປັນຄົນຖ່ອມຢູ່ສະເໝີເຮົາຕ້ອງເຮັດຫຍັງ?
17 ເພື່ອຈະເປັນຄົນຖ່ອມຢູ່ສະເໝີ ເຮົາຕ້ອງເຮັດຕາມຫຼັກການໃນຄຳພີໄບເບິນທີ່ໃຫ້ “ຖິ້ມລັກສະນະນິດໄສເກົ່າກັບສິ່ງຕ່າງໆທີ່ເຄີຍເຮັດ ແລ້ວປູກຝັງລັກສະນະນິດໄສໃໝ່.” ການເຮັດແບບນີ້ບໍ່ງ່າຍ ດັ່ງນັ້ນເຮົາຕ້ອງເຮັດຕາມຕົວຢ່າງຂອງພະເຢຊູແລະພະຍາຍາມຮຽນແບບເພິ່ນໃຫ້ຫຼາຍເທົ່າທີ່ຈະເຮັດໄດ້. (ກລຊ. 3:9, 10; 1 ປຕ. 2:21) ແລ້ວເຮົາຈະເຫັນວ່າການເຮັດແບບນັ້ນມັນຄຸ້ມຄ່າແທ້ໆ. ຖ້າເຮົາພັດທະນາຄວາມຖ່ອມເຮົາກໍຈະມີຊີວິດຄອບຄົວທີ່ມີຄວາມສຸກ ສົ່ງເສີມຄວາມເປັນນ້ຳໜຶ່ງໃຈດຽວກັນໃນປະຊາຄົມ ແລະເຮົາກໍຈະບໍ່ໃຊ້ສື່ສັງຄົມອອນລາຍໃນທາງທີ່ຜິດ ແລະທີ່ສຳຄັນທີ່ສຸດຄື ພະເຢໂຫວາກໍຈະພໍໃຈແລະອວຍພອນເຮົາ.
ເພງ 117 ປູກຝັງຄວາມດີແບບພະເຈົ້າ
^ ຂໍ້ 5 ໃນທຸກມື້ນີ້ເຮົາຢູ່ໃນໂລກທີ່ມີແຕ່ຄົນທີ່ຍິ່ງແລະເຫັນແກ່ຕົວ ດັ່ງນັ້ນເຮົາຕ້ອງລະວັງທີ່ຈະບໍ່ເປັນຄືກັບເຂົາເຈົ້າ. ໃນບົດຄວາມນີ້ເຮົາຈະມາເບິ່ງ 3 ຂອບເຂດທີ່ເຮົາບໍ່ຄວນຄິດເຖິງຕົວເອງຫຼາຍເກີນໄປ.
^ ຂໍ້ 2 ການອະທິບາຍສຳນວນ: ຄົນຍິ່ງຈະຄິດເຖິງຕົວເອງຫຼາຍເກີນໄປແລະບໍ່ໄດ້ຄິດເຖິງຄົນອື່ນເລີຍ ດັ່ງນັ້ນຄົນຍິ່ງຈຶ່ງເປັນຄົນທີ່ເຫັນແກ່ຕົວ ແຕ່ຄວາມຖ່ອມຈະຊ່ວຍເຮົາບໍ່ໃຫ້ເຫັນແກ່ຕົວ. ຖ້າເຮົາຖ່ອມຕົວເຮົາຈະບໍ່ຍິ່ງແລະບໍ່ຄິດວ່າເຮົາສຳຄັນກວ່າຄົນອື່ນ.
^ ຂໍ້ 56 ຄຳອະທິບາຍຮູບພາບ: ຜູ້ດູແລຄົນໜຶ່ງທີ່ບັນລະຍາຍໄດ້ດີໃນການປະຊຸມພາກແລະເບິ່ງແຍງໂຄງການກໍ່ສ້າງຂອງອົງການ ຍັງໄດ້ເຫັນຄ່າສິດທິພິເສດທີ່ລາວໄດ້ຮັບໃນການນຳໜ້າການປະຊຸມເພື່ອການປະກາດແລະອະນາໄມຫໍປະຊຸມ.