ບົດຄວາມສຶກສາທີ 47
ເຮົາຈະຮັກກັນຢູ່ສະເໝີໄດ້ແນວໃດ?
“ໃຫ້ພວກເຮົາຮັກກັນຕໍ່ໆໄປ ເພາະຄວາມຮັກມາຈາກພະເຈົ້າ.”—1ຢຮ. 4:7
ເພງ 109 ຮັກທີ່ແຮງກ້າສຸດຫົວໃຈ
ໃຈຄວາມສຳຄັນ a
1-2. (ກ) ເປັນຫຍັງໂປໂລຈຶ່ງເວົ້າວ່າຄວາມຮັກເປັນສິ່ງສຳຄັນທີ່ສຸດ? (ຂ) ມີຄຳຖາມຫຍັງແດ່ທີ່ເຮົາຈະເບິ່ງນຳກັນ?
ເມື່ອໂປໂລເວົ້າເຖິງຄວາມເຊື່ອ ຄວາມຫວັງ ແລະຄວາມຮັກ ລາວສະຫຼຸບວ່າໃນ 3 ສິ່ງນີ້ “ຄວາມຮັກຍິ່ງໃຫຍ່ທີ່ສຸດ.” (1ກຣ. 13:13) ເປັນຫຍັງໂປໂລຈຶ່ງເວົ້າແບບນັ້ນ? ຍ້ອນວ່າໃນອະນາຄົດພວກເຮົາບໍ່ຈຳເປັນຕ້ອງມີຄວາມເຊື່ອໃນຄຳສັນຍາຂອງພະເຈົ້າເລື່ອງໂລກໃໝ່ຫຼືຫວັງວ່າຄຳສັນຍາເຫຼົ່ານັ້ນຈະເກີດຂຶ້ນແທ້ ເພາະຄຳສັນຍາເຫຼົ່ານັ້ນເປັນຈິງແລ້ວ. ແຕ່ເຮົາຍັງຕ້ອງຮັກພະເຢໂຫວາແລະຮັກຄົນອື່ນຕໍ່ໆໄປ. ທີ່ຈິງ ເຮົາຕ້ອງຮັກພະເຢໂຫວາແລະຮັກພີ່ນ້ອງຕະຫຼອດໄປ.
2 ຍ້ອນວ່າເຮົາຕ້ອງມີຄວາມຮັກຕໍ່ໆໄປ ເຮົາຈະມາເບິ່ງ 3 ຄຳຖາມຕໍ່ໄປນີ້: (1) ເປັນຫຍັງເຮົາຕ້ອງຮັກກັນ? (2) ເຮົາຈະສະແດງຄວາມຮັກຕໍ່ກັນໄດ້ແນວໃດ? ແລະ (3) ເຮົາຈະຮັກກັນຢູ່ສະເໝີໄດ້ແນວໃດ?
ເປັນຫຍັງເຮົາຕ້ອງຮັກກັນ?
3. ເຮົາມີເຫດຜົນຫຍັງແດ່ທີ່ຈະຮັກກັນ?
3 ເປັນຫຍັງການສະແດງຄວາມຮັກຕໍ່ກັນຈຶ່ງສຳຄັນ? ເມື່ອເຮົາສະແດງຄວາມຮັກຕໍ່ພີ່ນ້ອງ ກໍສະແດງໃຫ້ເຫັນວ່າເຮົາເປັນຄລິດສະຕຽນແທ້. ພະເຢຊູບອກພວກລູກສິດຂອງເພິ່ນວ່າ: “ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ ເມື່ອພວກເຈົ້າຮັກກັນ.” (ຢຮ. 13:35) ນອກຈາກນັ້ນ ຄວາມຮັກຈະເຮັດໃຫ້ເຮົາເປັນອັນໜຶ່ງອັນດຽວກັນ. ໂປໂລບອກວ່າ: “ຄວາມຮັກຜູກພັນຜູ້ຄົນໃຫ້ເປັນນ້ຳໜຶ່ງໃຈດຽວກັນ.” (ກລຊ. 3:14) ແຕ່ຍັງມີເຫດຜົນສຳຄັນອີກຢ່າງໜຶ່ງທີ່ເຮົາຄວນຮັກກັນ. ອັກຄະສາວົກໂຢຮັນຂຽນຫາພີ່ນ້ອງ ຮ່ວມຄວາມເຊື່ອວ່າ: “ຄົນທີ່ຮັກພະເຈົ້າກໍຕ້ອງຮັກພີ່ນ້ອງຄືກັນ.” (1ຢຮ. 4:21) ເມື່ອເຮົາຮັກກັນກໍສະແດງວ່າເຮົາຮັກພະເຈົ້າ.
4-5. ຄວາມຮັກທີ່ເຮົາມີຕໍ່ພະເຈົ້າກ່ຽວຂ້ອງແນວໃດກັບຄວາມຮັກທີ່ເຮົາມີຕໍ່ກັນ? ຂໍໃຫ້ຍົກຕົວຢ່າງ
4 ຄວາມຮັກທີ່ເຮົາມີຕໍ່ພະເຈົ້າກ່ຽວຂ້ອງແນວໃດກັບຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງ? ເພື່ອເປັນຕົວຢ່າງ ໃຫ້ເບິ່ງວ່າສ່ວນຕ່າງໆຂອງຮ່າງກາຍກັບຫົວໃຈກ່ຽວຂ້ອງກັນແນວໃດ. ຖ້າທ່ານໝໍຢາກຮູ້ວ່າຫົວໃຈຂອງເຮົາເປັນແນວໃດ ລາວຈະຈັບຊີບພະຈອນຢູ່ຂໍ້ແຂນຂອງເຮົາວ່າມັນເຕັ້ນໄວຫຼືເຕັ້ນຊ້າ. ການເຮັດແບບນີ້ອາດຊ່ວຍທ່ານໝໍໃຫ້ຮູ້ວ່າຫົວໃຈຂອງເຮົາແຂງແຮງຫຼືມີບັນຫາ. ເຮົາຮຽນຫຍັງຈາກຕົວຢ່າງນີ້?
5 ຄືກັບທີ່ທ່ານໝໍຮູ້ວ່າຫົວໃຈຂອງເຮົາເປັນແນວໃດຕອນທີ່ຈັບເບິ່ງຊີບພະຈອນຂອງເຮົາ ເຮົາກໍສາມາດກວດເບິ່ງວ່າຄວາມຮັກທີ່ເຮົາມີຕໍ່ພະເຈົ້າຄືເກົ່າຫຼືບໍ່ໂດຍສັງເກດເບິ່ງວ່າຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງເປັນແນວໃດ. ຖ້າເຮົາສັງເກດວ່າເຮົາບໍ່ໄດ້ສະແດງຄວາມຮັກຕໍ່ພີ່ນ້ອງຄືກັບແຕ່ກີ້ ເລື່ອງນີ້ກໍເປັນສັນຍານບອກໃຫ້ຮູ້ວ່າຄວາມຮັກທີ່ເຮົາມີຕໍ່ພະເຈົ້າກຳລັງໜ້ອຍລົງຄືກັນ. ແຕ່ຖ້າເຮົາສະແດງຄວາມຮັກຕໍ່ພີ່ນ້ອງຢູ່ສະເໝີ ເຮົາກໍຈະຮູ້ວ່າຄວາມຮັກທີ່ເຮົາມີຕໍ່ພະເຈົ້າຍັງຄືເກົ່າ.
6. ຖ້າຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງກຳລັງໜ້ອຍລົງ ເປັນຫຍັງເຮົາຄວນເບິ່ງໂຕເອງຕື່ມ? (1 ໂຢຮັນ 4:7-9, 11)
6 ຖ້າຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງກຳລັງໜ້ອຍລົງ ເຮົາຄວນເບິ່ງໂຕເອງຕື່ມ. ຍ້ອນຫຍັງ? ຍ້ອນວ່າຖ້າເປັນແບບນັ້ນກໍໝາຍຄວາມວ່າສາຍສຳພັນຂອງເຮົາກັບພະເຢໂຫວາກໍກຳລັງອ່ອນລົງຄືກັນ. ອັກຄະສາວົກໂຢຮັນເວົ້າແຈ້ງໆວ່າ: “ຄົນທີ່ບໍ່ຮັກພີ່ນ້ອງທີ່ລາວເບິ່ງເຫັນຈະຮັກພະເຈົ້າທີ່ລາວເບິ່ງບໍ່ເຫັນໄດ້ແນວໃດ?” (1ຢຮ. 4:20) ເຮົາໄດ້ບົດຮຽນຫຍັງ? ພະເຢໂຫວາຈະພໍໃຈເຮົາຖ້າເຮົາ “ຮັກກັນ.”—ອ່ານ 1 ໂຢຮັນ 4:7-9, 11
ເຮົາຈະສະແດງຄວາມຮັກຕໍ່ກັນແນວໃດ?
7-8. ມີວິທີໃດແດ່ທີ່ສະແດງວ່າເຮົາຮັກກັນ?
7 ໃນຄຳພີໄບເບິນເຮົາເຫັນຫຼາຍເທື່ອທີ່ພະເຢໂຫວາສັ່ງວ່າ ໃຫ້ “ຮັກກັນ.” (ຢຮ. 15:12, 17; ຣມ. 13:8; 1ທຊ. 4:9; 1ປຕ. 1:22; 1ຢຮ. 4:11) ແຕ່ຄວາມຮັກເປັນຄວາມຮູ້ສຶກທີ່ຢູ່ໃນໃຈເຮົາທີ່ບໍ່ມີໃຜເຫັນ. ຄັນຊັ້ນ ເຮົາຈະສະແດງໃຫ້ພີ່ນ້ອງເຫັນແນວໃດວ່າເຮົາຮັກເຂົາເຈົ້າ? ກໍໂດຍທາງຄຳເວົ້າແລະການກະທຳ.
8 ມີຫຼາຍວິທີທີ່ເຮົາເຮັດໃຫ້ພີ່ນ້ອງເຫັນວ່າເຮົາຮັກເຂົາເຈົ້າ. ຕໍ່ໄປນີ້ແມ່ນບາງຕົວຢ່າງ. “ເວົ້າຄວາມຈິງຕໍ່ກັນ.” (ຊກາ. 8:16, ລ.ມ) “ຢູ່ນຳກັນຢ່າງສະຫງົບສຸກ.” (ມຣກ. 9:50) “ເປັນຝ່າຍເລີ່ມຕົ້ນໃຫ້ກຽດຄົນອື່ນກ່ອນ.” (ຣມ. 12:10) “ຕ້ອນຮັບກັນແລະກັນ.” (ຣມ. 15:7) “ໃຫ້ອະໄພກັນ . . . ຕໍ່ໄປ.” (ກລຊ. 3:13) “ຊ່ວຍແບ່ງເບົາພາລະຂອງກັນແລະກັນ.” (ຄລຕ. 6:2) “ໃຫ້ກຳລັງໃຈກັນສະເໝີ.” (1ທຊ. 4:18) “ເສີມສ້າງກັນໃຫ້ເຂັ້ມແຂງຢູ່ສະເໝີ.” (1ທຊ. 5:11) “ອະທິດຖານເພື່ອກັນແລະກັນ.”—ຢກບ. 5:16
9. ເປັນຫຍັງການໃຫ້ກຳລັງໃຈຈຶ່ງເປັນວິທີທີ່ສຳຄັນທີ່ສະແດງວ່າເຮົາຮັກກັນ? (ເບິ່ງຮູບ)
9 ໃຫ້ເຮົາມາເບິ່ງວິທີໜຶ່ງທີ່ສະແດງໃຫ້ເຫັນວ່າເຮົາຮັກກັນ. ເຮົາຈະເບິ່ງຄຳເວົ້າຂອງໂປໂລທີ່ວ່າ “ໃຫ້ກຳລັງໃຈກັນສະເໝີ.” ເປັນຫຍັງການໃຫ້ກຳລັງໃຈຈຶ່ງເປັນວິທີທີ່ສຳຄັນທີ່ສະແດງວ່າເຮົາຮັກກັນ? ຕາມປຶ້ມອ້າງອີງຫົວໜຶ່ງກ່ຽວກັບຄຳພີໄບເບິນ ຄຳເວົ້າທີ່ໂປໂລໃຊ້ສຳລັບ “ໃຫ້ກຳລັງໃຈ” ໝາຍເຖິງ “ການຢືນຢູ່ທາງຂ້າງຜູ້ໃດຜູ້ໜຶ່ງເພື່ອໃຫ້ກຳລັງໃຈລາວຕອນທີ່ລາວເຈິບັນຫາທີ່ໜັກໆ.” ເມື່ອເຮົາໃຫ້ກຳລັງໃຈພີ່ນ້ອງທີ່ຢູ່ໃນສະພາບແບບນັ້ນ ເຮົາກໍຊ່ວຍລາວໃຫ້ຮັບໃຊ້ພະເຢໂຫວາຢ່າງສັດຊື່ຕໍ່ໆໄປ. ທຸກເທື່ອທີ່ເຮົາໃຫ້ກຳລັງໃຈພີ່ນ້ອງກໍສະແດງໃຫ້ເຫັນວ່າເຮົາຮັກລາວ.—2ກຣ. 7:6, 7, 13
10. ຄວາມເຫັນອົກເຫັນໃຈແລະການໃຫ້ກຳລັງໃຈກ່ຽວຂ້ອງກັນແນວໃດ?
10 ຄວາມເຫັນອົກເຫັນໃຈແລະການໃຫ້ກຳລັງໃຈກ່ຽວຂ້ອງກັນແນວໃດ? ເມື່ອເຮົາເຫັນອົກເຫັນໃຈຜູ້ໃດຜູ້ໜຶ່ງທີ່ກຳລັງເຈິຄວາມຍາກລຳບາກ ເຮົາຈະໃຫ້ກຳລັງໃຈລາວແລະຈະເຮັດບາງຢ່າງເພື່ອຊ່ວຍລາວ. ດັ່ງນັ້ນ ເມື່ອເຮົາເຫັນອົກເຫັນໃຈຜູ້ໃດຜູ້ໜຶ່ງ ເຮົາກໍຈະໃຫ້ກຳລັງໃຈລາວ. ໂປໂລອະທິບາຍວ່າ ຄວາມເຫັນອົກເຫັນໃຈທີ່ພະເຢໂຫວາມີຕໍ່ຄົນເຮົາກະຕຸ້ນເພິ່ນໃຫ້ຢາກໃຫ້ກຳລັງໃຈເຂົາເຈົ້າ. ໂປໂລເວົ້າວ່າ ພະເຢໂຫວາເປັນ “ພໍ່ທີ່ມີຄວາມເມດຕາກະລຸນາແລະເປັນພະເຈົ້າທີ່ໃຫ້ກຳລັງໃຈໃນທຸກສະຖານະການ.” (2ກຣ. 1:3) ໃນຂໍ້ນີ້ໂປໂລໃຊ້ຄຳວ່າ “ເມດຕາກະລຸນາ” ເພື່ອເວົ້າເຖິງການເຫັນອົກເຫັນໃຈຄົນອື່ນ. ພະເຢໂຫວາຖືກເອີ້ນວ່າ “ເປັນພໍ່ຫຼືເປັນບໍ່ເກີດຂອງຄວາມເມດຕາກະລຸນາກໍຍ້ອນເພິ່ນເປັນພະເຈົ້າທີ່ມີຄວາມເຫັນອົກເຫັນໃຈຫຼາຍ.” ຄວາມເຫັນອົກເຫັນໃຈແບບນີ້ກະຕຸ້ນເພິ່ນໃຫ້ກຳລັງໃຈເຮົາ “ທຸກຄັ້ງທີ່ເຈິຄວາມຍາກລຳບາກ.” (2ກຣ. 1:4) ຄືກັບທີ່ນ້ຳເຮັດໃຫ້ຄົນທີ່ຫິວນ້ຳສົດຊື່ນ ກຳລັງໃຈຈາກພະເຢໂຫວາກໍເຮັດໃຫ້ຄົນທີ່ທຸກໃຈສົດຊື່ນ. ເຮົາຈະຮຽນແບບພະເຢໂຫວາແນວໃດໃນການເຫັນອົກເຫັນໃຈຄົນອື່ນແລະໃຫ້ກຳລັງໃຈເຂົາເຈົ້າ? ວິທີໜຶ່ງກໍຄືການປູກຝັງຄຸນລັກສະນະຕ່າງໆທີ່ຈະຊ່ວຍເຮົາໃຫ້ເຫັນອົກເຫັນໃຈແລະໃຫ້ກຳລັງໃຈຄົນອື່ນ. ຄຸນລັກສະນະເຫຼົ່ານັ້ນມີຫຍັງແດ່?
11. ຕາມໂກໂລຊາຍ 3:12 ແລະ 1 ເປໂຕ 3:8 ມີຄຸນລັກສະນະຫຍັງແດ່ທີ່ຈະຊ່ວຍເຮົາໃຫ້ຮັກພີ່ນ້ອງແລະໃຫ້ກຳລັງໃຈເຂົາເຈົ້າ?
11 ສິ່ງໃດຈະຊ່ວຍເຮົາໃຫ້ຮັກກັນຕໍ່ໆໄປແລະ “ໃຫ້ກຳລັງໃຈກັນສະເໝີ” ໃນທຸກໆມື້? ເຮົາຕ້ອງປູກຝັງຄຸນລັກສະນະຕ່າງໆເຊັ່ນ: ຄວາມເຫັນອົກເຫັນໃຈ ການຮັກກັນແບບພີ່ນ້ອງ ແລະຄວາມເມດຕາ. (ອ່ານໂກໂລຊາຍ 3:12; 1 ເປໂຕ 3:8) ຄຸນລັກສະນະເຫຼົ່ານີ້ຈະຊ່ວຍເຮົາແນວໃດ? ເມື່ອເຮົາເຫັນອົກເຫັນໃຈພີ່ນ້ອງແລະສົນໃຈເຂົາເຈົ້າແທ້ໆເຮົາກໍຈະໃຫ້ກຳລັງໃຈເຂົາເຈົ້າເມື່ອເຂົາເຈົ້າເຈິຄວາມຍາກລຳບາກ. ຄືກັບທີ່ພະເຢຊູເວົ້າວ່າ: “ໃຈເຕັມໄປດ້ວຍສິ່ງໃດ ປາກກໍເວົ້າສິ່ງນັ້ນອອກມາ. ຄົນດີເວົ້າແຕ່ສິ່ງດີໆທີ່ຢູ່ໃນໃຈຂອງລາວ.” (ມທ. 12:34, 35) ການໃຫ້ກຳລັງໃຈພີ່ນ້ອງໃນຍາມທີ່ເຂົາເຈົ້າຕ້ອງການເປັນວິທີທີ່ສຳຄັນຫຼາຍທີ່ສະແດງວ່າເຮົາຮັກເຂົາເຈົ້າ.
ເຮົາຈະຮັກກັນຢູ່ສະເໝີໄດ້ແນວໃດ?
12. (ກ) ເປັນຫຍັງເຮົາຕ້ອງລະວັງທີ່ຈະບໍ່ໃຫ້ຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງໜ້ອຍລົງ? (ຂ) ຕອນນີ້ເຮົາຈະຕອບຄຳຖາມຫຍັງ?
12 ເຮົາຢາກ “ຮັກກັນຕໍ່ໆໄປ.” (1ຢຮ. 4:7) ເປັນເລື່ອງສຳຄັນທີ່ເຮົາຈະຈື່ຄຳເຕືອນຂອງພະເຢຊູທີ່ວ່າ “ຄວາມຮັກຂອງຄົນສ່ວນຫຼາຍ [ຈະ] ໜ້ອຍລົງ.” (ມທ. 24:12) ພະເຢຊູບໍ່ໄດ້ບອກວ່າລູກສິດຂອງເພິ່ນສ່ວນຫຼາຍຈະເຊົາຮັກກັນ. ແຕ່ເຮົາຕ້ອງລະວັງທີ່ຈະບໍ່ປ່ອຍໃຫ້ຄວາມຄິດຂອງຄົນໃນໂລກທີ່ບໍ່ຮັກກັນມີຜົນກະທົບຕໍ່ວິທີທີ່ເຮົາປະຕິບັດກັບຄົນອື່ນ. ຕອນທີ່ຄິດເຖິງເລື່ອງນີ້ ເຮົາຈະເບິ່ງຄຳຖາມສຳຄັນທີ່ວ່າ ສິ່ງໃດຈະຊ່ວຍເຮົາໃຫ້ຮູ້ວ່າຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງຍັງຄືເກົ່າຫຼືບໍ່?
13. ສິ່ງໃດຈະຊ່ວຍເຮົາໃຫ້ຮູ້ວ່າເຮົາຍັງຮັກພີ່ນ້ອງຄືເກົ່າຫຼືບໍ່?
13 ວິທີໜຶ່ງທີ່ຈະຮູ້ວ່າເຮົາຍັງຮັກພີ່ນ້ອງຄືເກົ່າຫຼືບໍ່ ແມ່ນໃຫ້ເຮົາເບິ່ງວ່າເມື່ອມີບາງສະຖານະການເກີດຂຶ້ນ ເຮົາເຮັດແນວໃດ. (2ກຣ. 8:8) ເປໂຕບອກວ່າ: “ສຳຄັນທີ່ສຸດແມ່ນ ໃຫ້ຮັກກັນຫຼາຍໆເພາະຄວາມຮັກປົກຄຸມບາບ [ຄວາມຜິດ] ໄດ້ຢ່າງຫຼວງຫຼາຍ.” (1ປຕ. 4:8) ສິ່ງທີ່ເຮົາເຮັດເມື່ອພີ່ນ້ອງເຮັດຜິດຕໍ່ເຮົາຫຼືເຮັດໃຫ້ເຮົາເສຍໃຈຈະຊ່ວຍເຮົາໃຫ້ຮູ້ວ່າຄວາມຮັກທີ່ເຮົາມີຕໍ່ເຂົາເຈົ້າຍັງຄືເກົ່າຫຼືບໍ່.
14. ຕາມ 1 ເປໂຕ 4:8 ເຮົາຕ້ອງມີຄວາມຮັກແບບໃດ? ຂໍໃຫ້ຍົກຕົວຢ່າງ
14 ໃຫ້ເຮົາເບິ່ງຄຳເວົ້າຂອງເປໂຕແບບລະອຽດ. ສ່ວນທຳອິດຂອງຂໍ້ 8 ເວົ້າເຖິງຄວາມຮັກທີ່ເຮົາຕ້ອງມີຕໍ່ພີ່ນ້ອງ ນັ້ນຄືໃຫ້ເຮົາ “ຮັກກັນຫຼາຍໆ.” ຄຳວ່າ “ຫຼາຍໆ” ທີ່ເປໂຕໃຊ້ ແປຕາມໂຕວ່າ “ພືອອກ.” ສ່ວນທີ 2 ຂອງຂໍ້ນີ້ເວົ້າເຖິງສິ່ງທີ່ເຮົາຈະເຮັດເມື່ອເຮົາຮັກກັນຫຼາຍໆ. ຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງສາມາດປົກປິດຄວາມຜິດຂອງເຂົາເຈົ້າໄດ້. ໃຫ້ເຮົານຶກພາບແບບນີ້ ຢູ່ໜ້າໂຕະໜ່ວຍໜຶ່ງມີຮອຍຂູດຫຼາຍບ່ອນ. ຖ້າເຮົາເອົາຜ້າຜືນໜຶ່ງມາແລ້ວພືອອກຈົນສຸດເພື່ອປົກໂຕະໜ່ວຍນັ້ນ ເຮົາກໍຈະປົກຮອຍຂູດທີ່ຢູ່ເທິງໂຕະໄດ້ທັງໝົດ ບໍ່ແມ່ນຮອຍຂູດໜຶ່ງຫຼືສອງບ່ອນເທົ່ານັ້ນ. ຄ້າຍຄືກັນ ຖ້າເຮົາຮັກກັນຫຼາຍໆເຮົາກໍຈະປົກຄວາມຜິດທີ່ເກີດຈາກຄວາມບໍ່ສົມບູນແບບຂອງພີ່ນ້ອງໄດ້ ບໍ່ແມ່ນຄວາມຜິດໜຶ່ງຫຼືສອງຢ່າງເທົ່ານັ້ນ ແຕ່ເຮົາຈະປົກຄຸມ “ບາບ [ຄວາມຜິດ] ໄດ້ຢ່າງຫຼວງຫຼາຍ.”
15. ຖ້າເຮົາຮັກພີ່ນ້ອງຫຼາຍພໍ ເຮົາຈະເຮັດຫຍັງໄດ້? (ໂກໂລຊາຍ 3:13)
15 ຖ້າເຮົາຮັກພີ່ນ້ອງຫຼາຍພໍ ມັນຈະຊ່ວຍເຮົາໃຫ້ຍົກໂທດໃຫ້ເຂົາເຈົ້າໄດ້ຍ້ອນຄວາມບໍ່ສົມບູນແບບຂອງເຂົາເຈົ້າ ເຖິງວ່າບາງເທື່ອມັນກໍຍາກຫຼາຍ. (ອ່ານໂກໂລຊາຍ 3:13) ເມື່ອເຮົາຍົກໂທດໃຫ້ພີ່ນ້ອງກໍສະແດງວ່າເຮົາຮັກເຂົາເຈົ້າຫຼາຍແລະເຮົາກຳລັງເຮັດໃຫ້ພະເຢໂຫວາພໍໃຈ. ມີຫຍັງອີກທີ່ຈະຊ່ວຍເຮົາໃຫ້ຍົກໂທດໃຫ້ພີ່ນ້ອງແລະເບິ່ງຂ້າມສິ່ງທີ່ເຂົາເຈົ້າເຮັດໃຫ້ເຮົາຄຽດ?
16-17. ມີສິ່ງໃດອີກທີ່ຈະຊ່ວຍເຮົາໃຫ້ເບິ່ງຂ້າມຈຸດທີ່ບໍ່ດີເລັກໆນ້ອຍໆຂອງພີ່ນ້ອງ? ຂໍໃຫ້ຍົກຕົວຢ່າງ (ເບິ່ງຮູບ)
16 ໃຫ້ເບິ່ງຈຸດດີຂອງພີ່ນ້ອງແທນທີ່ຈະເບິ່ງຈຸດເສຍຂອງເຂົາເຈົ້າ. ໃຫ້ເຮົາມາເບິ່ງຕົວຢ່າງປຽບທຽບເລື່ອງໜຶ່ງນຳກັນ. ສົມມຸດວ່າເຈົ້າໄປກິນເຂົ້າກັບພີ່ນ້ອງກຸ່ມໜຶ່ງ. ຕອນນັ້ນທຸກຄົນມ່ວນຫຼາຍ ຫຼັງຈາກກິນເຂົ້າແລ້ວໆທຸກຄົນກໍຖ່າຍຮູບນຳກັນ. ຕອນທີ່ຖ່າຍຮູບ ເຈົ້າຈະບໍ່ຖ່າຍແຕ່ຮູບດຽວ ເຈົ້າຈະຖ່າຍສອງສາມຮູບເພື່ອກັນໄວ້. ຮູບທີ່ເຈົ້າຖ່າຍມີທັງໝົດ 3 ຮູບ ແຕ່ມີຮູບໜຶ່ງປາກົດວ່າພີ່ນ້ອງຄົນໜຶ່ງບໍ່ຍິ້ມ. ເຈົ້າຈະເຮັດແນວໃດກັບຮູບນັ້ນ? ເຈົ້າຄືຊິລຶບຮູບນັ້ນຖິ້ມ ຍ້ອນເຈົ້າມີອີກ 2 ຮູບແລະທຸກຄົນກໍຍິ້ມ.
17 ຮູບໃນຕົວຢ່າງປຽບທຽບເປັນຄືກັບຄວາມຊົງຈຳດີໆທີ່ເຮົາຈະເກັບໄວ້. ປົກກະຕິແລ້ວຕອນທີ່ເຮົາຢູ່ກັບພີ່ນ້ອງ ມັນຈະເປັນເວລາທີ່ດີແລະມີຄວາມສຸກ. ແຕ່ບາງເທື່ອພີ່ນ້ອງອາດເວົ້າຫຼືເຮັດບາງຢ່າງທີ່ເຮົາບໍ່ມັກ. ຖ້າເປັນແບບນັ້ນ ເຮົາຈະເຮັດແນວໃດ? ເຮົາຄວນພະຍາຍາມລືມເລື່ອງນັ້ນ ຄືກັບທີ່ເຮົາໄດ້ລຶບຮູບທີ່ບໍ່ງາມນັ້ນຖິ້ມ. (ສຸພາ. 19:11; ອຟຊ. 4:32) ເຮົາຄວນເລືອກທີ່ຈະບໍ່ຈື່ຈຸດທີ່ບໍ່ດີເລັກໆນ້ອຍໆຂອງພີ່ນ້ອງ ແຕ່ເລືອກທີ່ຈະຈື່ຈຸດດີທີ່ເຂົາເຈົ້າເຮັດ. ຄວາມຊົງຈຳແບບນີ້ແຫຼະທີ່ເຮົາຢາກເກັບໄວ້.
ເປັນຫຍັງຕອນນີ້ຄວາມຮັກຈຶ່ງສຳຄັນຫຼາຍ
18. ໃນບົດຄວາມນີ້ ເຮົາໄດ້ຮຽນຈຸດສຳຄັນຫຍັງກ່ຽວກັບຄວາມຮັກ?
18 ເປັນຫຍັງເຮົາຕ້ອງຮັກກັນຢູ່ສະເໝີ? ຄືກັບທີ່ໄດ້ຮຽນໄປແລ້ວ ເມື່ອເຮົາສະແດງຄວາມຮັກຕໍ່ພີ່ນ້ອງກໍສ່ຳກັບວ່າເຮົາສະແດງຄວາມຮັກຕໍ່ພະເຢໂຫວາ. ເຮົາຈະສະແດງຄວາມຮັກຕໍ່ພີ່ນ້ອງໄດ້ແນວໃດ? ວິທີໜຶ່ງແມ່ນໃຫ້ກຳລັງໃຈກັນ. ເຮົາສາມາດໃຫ້ກຳລັງໃຈກັນໄດ້ສະເໝີຖ້າເຮົາເຫັນອົກເຫັນໃຈກັນ. ເຮົາຈະຮັກສາຄວາມຮັກທີ່ມີຕໍ່ກັນໃຫ້ເຂັ້ມແຂງຢູ່ສະເໝີໄດ້ແນວໃດ? ເຮົາຈະເຮັດແບບນັ້ນໄດ້ໂດຍພະຍາຍາມເຕັມທີທີ່ຈະຍົກໂທດໃຫ້ກັນ.
19. ເປັນຫຍັງຕອນນີ້ການສະແດງຄວາມຮັກຕໍ່ກັນຈຶ່ງເປັນເລື່ອງທີ່ສຳຄັນ?
19 ເປັນຫຍັງຕອນນີ້ການສະແດງຄວາມຮັກຕໍ່ກັນຈຶ່ງເປັນເລື່ອງທີ່ສຳຄັນ? ເປໂຕໃຫ້ເຫດຜົນວ່າ “ຈຸດຈົບຂອງທຸກສິ່ງມາໃກ້ແລ້ວ ດັ່ງນັ້ນ . . . ໃຫ້ຮັກກັນຫຼາຍໆ.” (1ປຕ. 4:7, 8) ແຮ່ງຈຸດຈົບຂອງໂລກຊົ່ວໃກ້ເຂົ້າມາ ເຮົາກໍແຮ່ງຄາດໝາຍໄດ້ວ່າສິ່ງທີ່ພະເຢຊູເວົ້າໄວ້ຈະເກີດຂຶ້ນແນ່ນອນທີ່ວ່າ: “ທຸກປະເທດຈະກຽດຊັງພວກເຈົ້າຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ.” (ມທ. 24:9) ເພື່ອຈະຮັບມືໄດ້ ເຮົາຕ້ອງເປັນນ້ຳໜຶ່ງໃຈດຽວກັນ. ຖ້າເຮົາເຮັດແບບນັ້ນ ຊາຕານກໍບໍ່ສາມາດເຮັດໃຫ້ເຮົາແຕກແຍກກັນໄດ້ຍ້ອນເຮົາຮັກກັນ. ຄວາມຮັກແບບນີ້ແຫຼະທີ່ “ຜູກພັນຜູ້ຄົນໃຫ້ເປັນນ້ຳໜຶ່ງໃຈດຽວກັນ.”—ກລຊ. 3:14; ຟລປ. 2:1, 2
ເພງ 130 ເຮົາຕ້ອງໃຫ້ອະໄພກັນ
a ຕອນນີ້ເປັນເລື່ອງສຳຄັນຫຼາຍທີ່ເຮົາຕ້ອງສະແດງຄວາມຮັກຕໍ່ພີ່ນ້ອງຫຼາຍກວ່າແຕ່ກ່ອນ. ເປັນຫຍັງເຮົາຕ້ອງເຮັດແບບນັ້ນ? ແລ້ວເຮົາຈະເຮັດແບບນັ້ນໄດ້ແນວໃດ?