ບົດຄວາມສຶກສາທີ 25
“ເຮົາຈະຊອກຫາຝູງແກະຂອງເຮົາ”
“ເຮົາຈະຊອກຫາຝູງແກະຂອງເຮົາແລະບຳລຸງລ້ຽງເຂົາ.”—ເອເຊກ. 34:11
ເພງ 105 ພະເຈົ້າເປັນຄວາມຮັກ
ໃຈຄວາມສຳຄັນ *
1. ພະເຢໂຫວາເປັນຄືກັບແມ່ລູກອ່ອນແນວໃດ?
ໃນສະໄໝຂອງຜູ້ພະຍາກອນເອຊາຢາ ພະເຢໂຫວາໄດ້ຖາມວ່າ: “ຄົນທີ່ເປັນແມ່ຈະລືມລູກທີ່ຍັງບໍ່ຢ່ານົມ . . . ບໍ?” ພະອົງໄດ້ບອກປະຊາຊົນຂອງພະອົງວ່າ: “ເຖິງວ່າລາວຈະລືມ ແຕ່ເຮົາບໍ່ມີທາງລືມເຈົ້າເລີຍ.” (ເອຊາ. 49:15, ລ.ມ.) ທີ່ຈິງພະເຢໂຫວາບໍ່ຄ່ອຍສົມທຽບພະອົງເປັນຄືກັບແມ່ ແຕ່ເທື່ອນີ້ພະອົງສົມທຽບຄວາມຜູກພັນລະຫວ່າງແມ່ກັບລູກເພື່ອສະແດງໃຫ້ເຫັນວ່າພະອົງຮັກປະຊາຊົນຂອງພະອົງຫຼາຍສ່ຳໃດ. ຜູ້ຍິງສ່ວນຫຼາຍຈະເຂົ້າໃຈສິ່ງທີ່ພີ່ນ້ອງແຈັດສະມິນບອກວ່າ: “ເມື່ອເຈົ້າລ້ຽງລູກ ເຈົ້າຈະຮູ້ສຶກຜູກພັນກັບລູກເປັນພິເສດໄປຕະຫຼອດຊີວິດ.”
2. ພະເຢໂຫວາຮູ້ສຶກແນວໃດຕອນທີ່ລູກຂອງພະອົງເຊົາຮັບໃຊ້ພະອົງ?
2 ເມື່ອພະເຢໂຫວາເຫັນລູກຂອງພະອົງແມ່ນແຕ່ຄົນດຽວທີ່ເຊົາໄປປະຊຸມແລະເຊົາໄປປະກາດກໍເຮັດໃຫ້ພະອົງເສຍໃຈແລ້ວ. ລອງຄິດເບິ່ງວ່າພະເຢໂຫວາຈະຮູ້ສຶກເຈັບປວດໃຈຫຼາຍສ່ຳໃດທີ່ຜູ້ຮັບໃຊ້ພະອົງຫຼາຍພັນຄົນໄດ້ເຊົາປະກາດ * ໃນແຕ່ລະປີ.
3. ພະເຢໂຫວາຕ້ອງການຫຍັງ?
3 ພີ່ນ້ອງຫຼາຍຄົນທີ່ເຄີຍເຊົາຮັບໃຊ້ພະເຢໂຫວາໄດ້ກັບມາຫາປະຊາຄົມ ແລະເຮົາກໍດີໃຈຫຼາຍແທ້ໆ! ພະເຢໂຫວາຢາກໃຫ້ເຂົາເຈົ້າກັບມາ ແລະເຮົາກໍ1 ປຕ. 2:25) ແລ້ວເຮົາຈະຊ່ວຍເຂົາເຈົ້າໃຫ້ກັບມາໄດ້ແນວໃດ? ກ່ອນຈະຕອບຄຳຖາມນີ້ ເຮົາຕ້ອງຮູ້ກ່ອນວ່າເປັນຫຍັງເຂົາເຈົ້າຈຶ່ງເຊົາໄປປະຊຸມແລະເຊົາໄປປະກາດ.
ຢາກໃຫ້ເຂົາເຈົ້າກັບມາຄືກັນ. (ເປັນຫຍັງບາງຄົນຈຶ່ງເຊົາຮັບໃຊ້ພະເຢໂຫວາ?
4. ວຽກອາຊີບສາມາດເຮັດໃຫ້ບາງຄົນເປັນແນວໃດ?
4 ບາງຄົນໝົກມຸ້ນກັບວຽກອາຊີບ. ພີ່ນ້ອງຮຸ່ງ * ທີ່ຢູ່ອາຊີບອກວ່າ: “ຂ້ອຍໃຊ້ເວລາແລະເຫື່ອແຮງກັບການທຳມາຫາກິນຫຼາຍໂພດ. ຂ້ອຍຄິດວ່າຖ້າມີເງິນຫຼາຍໆຂ້ອຍຈະຮັບໃຊ້ພະເຢໂຫວາໄດ້ງ່າຍຂຶ້ນ ດັ່ງນັ້ນຂ້ອຍຈຶ່ງເຮັດວຽກຫຼາຍຂຶ້ນ. ຂ້ອຍເລີ່ມຂາດການປະຊຸມຈົນສຸດທ້າຍກໍບໍ່ໄດ້ໄປປະຊຸມເລີຍ. ເບິ່ງຄືວ່າຊາຕານໃຊ້ໂລກນີ້ຄ່ອຍໆດຶງເຮົາອອກຈາກພະເຢໂຫວາຈົນເຊົາຮັບໃຊ້ພະອົງ.”
5. ພີ່ນ້ອງແອນເປັນແນວໃດເມື່ອມີບັນຫາຫຼາຍຢ່າງ?
5 ພີ່ນ້ອງບາງຄົນມີບັນຫາຫຼາຍຢ່າງທີ່ເຮັດໃຫ້ທໍ້ໃຈ. ພີ່ນ້ອງແອນທີ່ຢູ່ອັງກິດເຊິ່ງມີລູກ 5 ຄົນບອກວ່າ: “ລູກຊາຍຂອງຂ້ອຍຄົນໜຶ່ງເກີດມາພິການ ຕໍ່ມາລູກສາວກໍຖືກຕັດສຳພັນແລະລູກຊາຍອີກຄົນໜຶ່ງກໍມີບັນຫາທາງຈິດ ຂ້ອຍຮູ້ສຶກທໍ້ໃຈຫຼາຍຈົນເຊົາໄປປະຊຸມແລະເຊົາໄປປະກາດ.” ເຮົາຮູ້ສຶກອີ່ຕົນພີ່ນ້ອງແອນແລະຄົນອື່ນໆທີ່ມີບັນຫາແບບນີ້!
6. ການບໍ່ເຮັດຕາມໂກໂລຊາຍ 3:13 ອາດເຮັດໃຫ້ເຮົາຄ່ອຍໆອອກໄປຈາກປະຊາຄົມແນວໃດ?
6 ອ່ານໂກໂລຊາຍ 3:13. ພີ່ນ້ອງບາງຄົນກໍຮູ້ສຶກຄຽດຍ້ອນພີ່ນ້ອງຄົນອື່ນ. ອັກຄະສາວົກໂປໂລບອກວ່າບາງເທື່ອເຮົາອາດມີ “ສາເຫດຈະຈົ່ມ” ໃຫ້ພີ່ນ້ອງ ຫຼືເຮົາອາດຖືກປະຕິບັດແບບບໍ່ຍຸຕິທຳ. ຖ້າເຮົາບໍ່ລະວັງ ເຮົາອາດຮູ້ສຶກຄຽດແຮງຈົນຄ່ອຍໆອອກໄປຈາກປະຊາຄົມ. ໃຫ້ເຮົາມາເບິ່ງປະສົບການຂອງພີ່ນ້ອງພາບໂລທີ່ຢູ່ອາເມຣິກາໃຕ້ ລາວຖືກກ່າວຫາແບບຜິດໆຈົນສູນເສຍສິດທິພິເສດໃນປະຊາຄົມ. ພີ່ນ້ອງພາບໂລເຮັດແນວໃດ? ລາວບອກວ່າ: “ຂ້ອຍຄຽດຫຼາຍແທ້ໆຈົນສຸດທ້າຍກໍອອກໄປຈາກປະຊາຄົມ.”
7. ຄົນທີ່ຮູ້ສຶກຜິດອາດຈະເຮັດຫຍັງ?
7 ບາງຄົນທີ່ເຄີຍເຮັດຜິດຮ້າຍແຮງໃນອະດີດອາດຈະຍັງຮູ້ສຶກຜິດຈົນຄິດວ່າພະເຈົ້າຄືຊິບໍ່ຮັກລາວຄືເກົ່າ. ເຖິງວ່າລາວໄດ້ກັບໃຈແລະໄດ້ຮັບຄວາມຊ່ວຍເຫຼືອແລ້ວ ແຕ່ລາວອາດຈະຮູ້ສຶກວ່າຕົວເອງບໍ່ສົມຄວນທີ່ຈະເປັນປະຊາຊົນຂອງພະເຈົ້າ. ພີ່ນ້ອງຊາຍຄົນໜຶ່ງຊື່ ຟຣານຊິດໂກກໍຮູ້ສຶກແບບນັ້ນຄືກັນ ລາວບອກວ່າ: “ຂ້ອຍຖືກວ່າກ່າວຍ້ອນເຮັດຜິດສິນລະທຳທາງເພດ ທຳອິດຂ້ອຍກໍໄປປະຊຸມ ແຕ່ຕໍ່ມາຂ້ອຍກໍຮູ້ສຶກທໍ້ໃຈຈົນຄິດວ່າຕົວເອງບໍ່ສົມຄວນທີ່ຈະຢູ່ກັບຄົນຂອງພະເຈົ້າ. ຂ້ອຍຍັງຮູ້ສຶກຜິດແລະຄິດວ່າພະເຢໂຫວາບໍ່ໄດ້ໃຫ້ອະໄພຂ້ອຍແທ້ໆ ໃນທີ່ສຸດຂ້ອຍກໍເຊົາໄປປະຊຸມແລະເຊົາໄປປະກາດ.” ເຈົ້າຮູ້ສຶກແນວໃດຕໍ່ພີ່ນ້ອງທີ່ມີບັນຫາຄືກັບທີ່ເວົ້າຜ່ານມາ? ເຈົ້າຮູ້ສຶກອີ່ຕົນເຂົາເຈົ້າບໍ? ແລ້ວພະເຢໂຫວາເດ ພະອົງຮູ້ສຶກແນວໃດຕໍ່ເຂົາເຈົ້າ?
ພະເຢໂຫວາຮັກແກະຂອງພະອົງ
8. ພະເຢໂຫວາລືມຜູ້ທີ່ເຄີຍຮັບໃຊ້ພະອົງບໍ? ຂໍໃຫ້ອະທິບາຍ.
8 ພະເຢໂຫວາບໍ່ເຄີຍລືມຜູ້ຮັບໃຊ້ຂອງພະອົງທີ່ເຄີຍຫຼົງອອກໄປຈາກປະຊາຄົມໄລຍະໜຶ່ງ ແລະພະອົງກໍຍັງບໍ່ລືມວຽກທີ່ເຂົາເຈົ້າເຄີຍເຮັດນຳ. (ຮຣ. 6:10) ຜູ້ພະຍາກອນເອຊາຢາໄດ້ເວົ້າເຖິງຕົວຢ່າງທີ່ເໝາະສົມທີ່ສະແດງໃຫ້ເຫັນວ່າພະເຢໂຫວາເປັນຫ່ວງປະຊາຊົນຂອງພະອົງ ລາວເວົ້າວ່າ: “ພະອົງຈະລ້ຽງຝູງແກະຂອງພະອົງເໝືອນດັ່ງຜູ້ລ້ຽງແກະ ພະອົງຈະໂຮມເອົາຝູງລູກແກະອູ້ມໄວ້ດ້ວຍແຂນ.” (ເອຊາ. 40:11) ຜູ້ລ້ຽງແກະຈະຮູ້ສຶກແນວໃດເມື່ອແກະໂຕໜຶ່ງຫຼົງອອກໄປຈາກຝູງ? ພະເຢຊູບອກໃຫ້ຮູ້ເຖິງຄວາມຮູ້ສຶກຂອງພະເຢໂຫວາຕອນທີ່ເພິ່ນຖາມພວກລູກສິດວ່າ: “ເຈົ້າຄິດ ແນວໃດ? ຖ້າຄົນໜຶ່ງມີແກະ 100 ໂຕ ແລ້ວມີໂຕໜຶ່ງຫຼົງຫາຍໄປ ລາວຈະປະແກະ 99 ໂຕໄວ້ເທິງພູເຂົາ ແລ້ວໄປຊອກຫາໂຕທີ່ຫຼົງຫາຍໄປບໍ່ແມ່ນບໍ? ຂ້ອຍຈະບອກໃຫ້ຮູ້ວ່າ ລາວຈະດີໃຈທີ່ໄດ້ເຫັນແກະໂຕນັ້ນຫຼາຍກວ່າທີ່ລາວມີແກະ 99 ໂຕ ເຊິ່ງບໍ່ໄດ້ຫຼົງຫາຍໄປ.”—ມທ. 18:12, 13
9. ຜູ້ລ້ຽງແກະທີ່ດີໃນສະໄໝກ່ອນຈະເຮັດແນວໃດກັບແກະ? (ເບິ່ງຮູບໜ້າປົກ)
9 ເປັນຫຍັງຈຶ່ງເໝາະສົມທີ່ຈະສົມທຽບພະເຢໂຫວາເປັນຄືກັບຜູ້ລ້ຽງແກະ? ກໍເພາະວ່າຜູ້ລ້ຽງແກະໃນສະໄໝກ່ອນຮັກແລະເປັນຫ່ວງແກະຂອງລາວຫຼາຍ ເຊັ່ນ ດາວິດທີ່ເຄີຍສູ້ກັບສິງແລະໝີເພື່ອປົກປ້ອງຝູງແກະຂອງລາວ. (1 ຊາມ. 17:34, 35) ຜູ້ລ້ຽງແກະທີ່ດີຈະສັງເກດເຫັນໂລດວ່າແກະໂຕໃດໂຕໜຶ່ງຫາຍໄປ. (ຢຮ. 10:3, 14) ຜູ້ລ້ຽງແກະທີ່ດີຈະເອົາແກະ 99 ໂຕໄປໄວ້ໃນບ່ອນທີ່ປອດໄພຫຼືຝາກໄວ້ກັບຜູ້ລ້ຽງຄົນອື່ນແລ້ວຈຶ່ງໄປຊອກຫາໂຕທີ່ຫາຍໄປ. ພະເຢຊູເລົ່າຕົວຢ່າງປຽບທຽບນີ້ເພື່ອສອນບົດຮຽນທີ່ສຳຄັນໃຫ້ເຮົາຮູ້ວ່າ: “ພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນ . . . ບໍ່ຢາກໃຫ້ຄົນທີ່ຕ່ຳຕ້ອຍເຫຼົ່ານີ້ແມ່ນແຕ່ຄົນດຽວຕ້ອງຫາຍສາບສູນໄປ.”—ມທ. 18:14
ພະເຢໂຫວາຊອກຫາແກະຂອງພະອົງ
10. ຕາມເອເຊກຽນ 34:11-16 ພະເຢໂຫວາສັນຍາວ່າຈະເຮັດຫຍັງກັບແກະທີ່ຫຼົງຫາຍ?
10 ພະເຢໂຫວາຮັກເຮົາທຸກຄົນລວມທັງ “ຄົນທີ່ຕ່ຳຕ້ອຍ” ທີ່ຫຼົງອອກໄປຈາກປະຊາຄົມ. ພະເຢໂຫວາໄດ້ໃຫ້ເອເຊກຽນຂຽນຄຳສັນຍາຂອງພະອົງວ່າ ພະອົງຈະຊອກຫາແກະທີ່ຫຼົງຫາຍໄປແລະຊ່ວຍເຂົາເຈົ້າໃຫ້ກັບມາເປັນໝູ່ຂອງພະອົງອີກເທື່ອໜຶ່ງ. ໃນຂໍ້ນີ້ພະເຢໂຫວາເວົ້າເຖິງສິ່ງທີ່ພະອົງຈະເຮັດເພື່ອຊ່ວຍເຂົາເຈົ້າ ເຊິ່ງເປັນສິ່ງທີ່ຄົນລ້ຽງແກະໃນອິດສະຣາເອນໄດ້ເຮັດເມື່ອແກະໂຕໜຶ່ງຫຼົງຫາຍໄປ. (ອ່ານເອເຊກຽນ 34:11-16) ທຳອິດ ຜູ້ລ້ຽງແກະຈະໃຊ້ເວລາແລະຄວາມພະຍາຍາມເພື່ອຈະຊອກຫາແກະ. ຈາກນັ້ນເມື່ອເຫັນມັນແລ້ວ ລາວກໍຈະພາມັນກັບເຂົ້າໄປໃນຝູງ. ຖ້າແກະໂຕນັ້ນເຈັບລາວກໍຈະອູ້ມແລະເອົາຜ້າພັນມັນໄວ້ ແຕ່ຖ້າມັນຫິວລາວກໍຈະເອົາອາຫານມາໃຫ້ມັນກິນ. ຜູ້ດູແລທີ່ ເປັນຜູ້ລ້ຽງ “ຝູງແກະຂອງພະເຈົ້າ” ກໍເຮັດແບບດຽວກັນນີ້ເພື່ອຊ່ວຍຄົນທີ່ຫຼົງອອກໄປຈາກປະຊາຄົມ. (1 ປຕ. 5:2, 3) ຜູ້ດູແລຈະໄປຫາເຂົາເຈົ້າ ພະຍາຍາມຊ່ວຍເຂົາເຈົ້າໃຫ້ກັບມາຫາປະຊາຄົມ ແລະຊ່ວຍເຂົາເຈົ້າໃຫ້ກັບມາເປັນໝູ່ຂອງພະເຢໂຫວາອີກ. *
11. ຜູ້ລ້ຽງແກະທີ່ດີເຂົ້າໃຈວ່າແກະອາດຈະເປັນແນວໃດ?
11 ຜູ້ລ້ຽງແກະທີ່ດີເຂົ້າໃຈວ່າແກະໂຕໃດໂຕໜຶ່ງອາດຈະຫຼົງຫາຍໄດ້ ແລ້ວຖ້າມັນຫຼົງອອກໄປຈາກຝູງ ລາວກໍບໍ່ໄດ້ລົງໂທດມັນ. ໃຫ້ເຮົາມາເບິ່ງສິ່ງທີ່ພະເຢໂຫວາໄດ້ເຮັດເພື່ອຊ່ວຍຜູ້ຮັບໃຊ້ຂອງພະອົງບາງຄົນທີ່ບໍ່ໄດ້ເຮັດຕາມສິ່ງທີ່ພະອົງບອກໄລຍະໜຶ່ງ.
12. ພະເຢໂຫວາໄດ້ເຮັດແນວໃດກັບໂຢນາ?
12 ເຖິງວ່າຜູ້ພະຍາກອນໂຢນາບໍ່ໄດ້ເຮັດຕາມທີ່ພະເຢໂຫວາບອກທີ່ໃຫ້ໄປເມືອງນີນີເວ ແຕ່ພະອົງກໍຍັງບໍ່ໝົດຫວັງໃນຕົວລາວ. ຄືກັບຜູ້ລ້ຽງແກະທີ່ດີພະເຢໂຫວາໄດ້ຊ່ວຍລາວໃຫ້ມີກຳລັງທີ່ຈະເຮັດວຽກຂອງພະອົງຕໍ່ໄປ. (ໂຢນາ 2:7; 3:1, 2) ຕໍ່ມາພະເຢໂຫວາໃຊ້ເຄືອໝາກນ້ຳເຕົ້າເພື່ອຊ່ວຍໂຢນາໃຫ້ເຂົ້າໃຈວ່າຊີວິດຂອງມະນຸດທຸກຄົນມີຄ່າ. (ໂຢນາ 4:10, 11) ເຮົາໄດ້ບົດຮຽນຫຍັງ? ຜູ້ດູແລບໍ່ຄວນໝົດຫວັງກັບຄົນທີ່ເຊົາຮັບໃຊ້ພະເຢໂຫວາ ແຕ່ລາວຄວນຈະຊ່ວຍແລະພະຍາຍາມເຂົ້າໃຈວ່າເປັນຫຍັງຄົນນັ້ນຈຶ່ງເຊົາຄົບຫາກັບປະຊາຄົມ ແລະເມື່ອຄົນນັ້ນກັບມາ ຜູ້ດູແລກໍຄວນສະແດງຄວາມຮັກແລະຊ່ວຍລາວຕໍ່ໆໄປ.
13. ເຮົາໄດ້ຮຽນຫຍັງຈາກວິທີທີ່ພະເຢໂຫວາຊ່ວຍຜູ້ຂຽນຄຳເພງບົດ 73?
13 ຜູ້ຂຽນຄຳເພງບົດ 73 ຮູ້ສຶກທໍ້ໃຈເມື່ອເຫັນວ່າຄົນຊົ່ວມີຊີວິດທີ່ສະດວກສະບາຍ ລາວສົງໄສວ່າການທີ່ລາວຮັບໃຊ້ພະເຢໂຫວາມັນຄຸ້ມຄ່າບໍ. (ເພງ. 73:12, 13, 16) ແລະພະເຢໂຫວາເຮັດແນວໃດ? ພະອົງບໍ່ໄດ້ຕຳໜິລາວ ແຕ່ພະອົງພັດໃຫ້ລາວບັນທຶກເລື່ອງນີ້ໄວ້ໃນຄຳພີໄບເບິນ. ໃນທີ່ສຸດລາວກໍເຂົ້າໃຈວ່າ ຊີວິດນີ້ບໍ່ມີຫຍັງທີ່ຈະດີໄປກວ່າການເປັນໝູ່ກັບພະເຢໂຫວາ. (ເພງ. 73:23, 24, 26, 28) ເຮົາໄດ້ບົດຮຽນຫຍັງ? ຜູ້ດູແລບໍ່ຄວນຟ້າວຕັດສິນຄົນທີ່ເລີ່ມສົງໄສວ່າການຮັບໃຊ້ພະເຢໂຫວາຄຸ້ມຄ່າບໍ. ແທນທີ່ຈະຕຳໜິລາວ ຜູ້ດູແລ ຄວນພະຍາຍາມເຂົ້າໃຈວ່າເປັນຫຍັງລາວຈຶ່ງຄິດແບບນັ້ນ ແລ້ວຜູ້ດູແລກໍຈະຮູ້ວ່າຈະໃຊ້ຂໍ້ພະຄຳພີໃດເພື່ອຊ່ວຍລາວ.
14. ເປັນຫຍັງເອລີຢາຈຶ່ງຕ້ອງໄດ້ຮັບການຊ່ວຍເຫຼືອ ແລະພະເຢໂຫວາຊ່ວຍລາວແນວໃດ?
14 ຜູ້ພະຍາກອນເອລີຢາໜີຈາກລາຊີນີເຢເຊເບນ. (1 ກະ. 19:1-3) ລາວຄິດວ່າລາວຮັບໃຊ້ພະເຢໂຫວາຜູ້ດຽວແລະຮູ້ສຶກວ່າວຽກທີ່ຕົວເອງເຮັດບໍ່ມີຄ່າ ລາວທໍ້ໃຈຫຼາຍຈົນຢາກຕາຍ. (1 ກະ. 19:4, 10) ແທນທີ່ພະເຢໂຫວາຈະຕຳໜິເອລີຢາ ພະອົງໄດ້ຕັ້ງໃຈຟັງລາວ ເຮັດໃຫ້ລາວໝັ້ນໃຈວ່າລາວບໍ່ໄດ້ຖືກຖິ້ມ ພະອົງໄດ້ໃຫ້ກຳລັງກັບລາວແລະບອກວ່າຍັງມີວຽກອີກຫຼາຍຢ່າງທີ່ລາວຕ້ອງເຮັດ. ນອກຈາກນັ້ນ ພະອົງຍັງໃຫ້ວຽກມອບໝາຍໃໝ່ກັບລາວອີກ. (1 ກະ. 19:11-16, 18) ເຮົາໄດ້ບົດຮຽນຫຍັງ? ເຮົາທຸກຄົນໂດຍສະເພາະຜູ້ດູແລຄວນຊ່ວຍແກະຂອງພະເຢໂຫວາຢ່າງເຫັນອົກເຫັນໃຈ. ເຖິງວ່າບາງຄົນຈະໃຈຮ້າຍແລະຮູ້ສຶກວ່າຕົວເອງບໍ່ມີຄ່າ ຜູ້ດູແລກໍຄວນຈະຕັ້ງໃຈຟັງເຂົາເຈົ້າລະບາຍຄວາມຮູ້ສຶກອອກມາ. ຈາກນັ້ນ ຜູ້ດູແລກໍຈະພະຍາຍາມຊ່ວຍລາວໃຫ້ໝັ້ນໃຈວ່າພະເຢໂຫວາຮັກລາວຫຼາຍແທ້ໆ.
ເຮົາຄວນຮູ້ສຶກແນວໃດຕໍ່ແກະຂອງພະເຈົ້າທີ່ຫຼົງຫາຍ?
15. ຕາມໂຢຮັນ 6:39 ພະເຢຊູຮູ້ສຶກແນວໃດຕໍ່ແກະຂອງພະເຢໂຫວາ?
15 ພະເຢໂຫວາຢາກໃຫ້ເຮົາຮູ້ສຶກແນວໃດຕໍ່ແກະຂອງພະອົງທີ່ຫຼົງຫາຍ? ເຮົາຮຽນເລື່ອງນີ້ໄດ້ຈາກຕົວຢ່າງຂອງພະເຢຊູ. ພະເຢຊູຮູ້ວ່າແກະທຸກໂຕມີຄ່າຕໍ່ພະມທ. 15:24; ລກ. 19:9, 10) ເນື່ອງຈາກພະເຢຊູເປັນຜູ້ລ້ຽງແກະທີ່ດີ ເພິ່ນຈຶ່ງເຮັດທຸກຢ່າງເພື່ອບໍ່ໃຫ້ແກະຂອງພະເຢໂຫວາຫຼົງຫາຍແມ່ນແຕ່ໂຕດຽວ.—ອ່ານໂຢຮັນ 6:39
ເຢໂຫວາດັ່ງນັ້ນເພິ່ນຈຶ່ງເຮັດທຸກຢ່າງເພື່ອຊ່ວຍ ‘ຊາວອິດສະຣາເອນ . . . ທີ່ເປັນຄືກັບແກະທີ່ຫຼົງທາງ’ ໃຫ້ກັບມາຫາພະເຢໂຫວາ. (16-17. ຜູ້ດູແລຄວນຮູ້ສຶກແນວໃດຕໍ່ການຊ່ວຍຄົນທີ່ຫຼົງຫາຍໃຫ້ກັບຄືນມາ? (ເບິ່ງຂອບ “ ແກະທີ່ຫຼົງຫາຍອາດຮູ້ສຶກແນວໃດ?”)
16 ອັກຄະສາວົກໂປໂລໄດ້ກະຕຸ້ນໃຫ້ຜູ້ດູແລໃນປະຊາຄົມເມືອງເອເຟໂຊຮຽນແບບພະເຢຊູ. ລາວບອກວ່າ: “ພວກເຈົ້າຕ້ອງເຮັດວຽກໜັກແບບນີ້ແຫຼະເພື່ອຊ່ວຍຄົນທີ່ອ່ອນແອ ແລະຢ່າລືມສິ່ງທີ່ພະເຢຊູຜູ້ເປັນນາຍເຄີຍເວົ້າໄວ້ວ່າ: ‘ການໃຫ້ເຮັດໃຫ້ມີຄວາມສຸກຫຼາຍກວ່າການຮັບ.’” (ກຈກ. 20:17, 35) ຂໍ້ພະຄຳພີນີ້ບອກໃຫ້ຮູ້ວ່າ ຜູ້ດູແລມີໜ້າທີ່ຮັບຜິດຊອບທີ່ສຳຄັນໃນການເບິ່ງແຍງປະຊາຊົນຂອງພະເຢໂຫວາ. ພີ່ນ້ອງເຊົາວະດໍເຊິ່ງເປັນຜູ້ດູແລໃນແອັດສະປາຍບອກວ່າ: “ເມື່ອຂ້ອຍຄິດວ່າພະເຢໂຫວາຮັກແລະເປັນຫ່ວງແກະຂອງພະອົງທີ່ຫຼົງຫາຍຫຼາຍສ່ຳໃດ ຂ້ອຍກໍແຮ່ງຮູ້ສຶກຢາກຈະຊ່ວຍເຂົາເຈົ້າເທົ່າທີ່ຂ້ອຍເຮັດໄດ້. ໃນຖານະທີ່ເປັນຜູ້ດູແລ ຂ້ອຍໝັ້ນໃຈວ່າພະເຢໂຫວາຢາກໃຫ້ຂ້ອຍເບິ່ງແຍງເຂົາເຈົ້າ.”
17 ທຸກຄົນທີ່ເວົ້າເຖິງໃນບົດຄວາມນີ້ເຊິ່ງເປັນຄືກັບແກະທີ່ຫຼົງຫາຍໄດ້ຮັບການຊ່ວຍເຫຼືອໃຫ້ກັບມາຫາພະເຢໂຫວາແລ້ວ. ຕອນນີ້ກໍຍັງມີຫຼາຍຄົນທີ່ຢາກກັບມາຫາພະເຢໂຫວາຄືກັນ. ໃນບົດຄວາມຕໍ່ໄປເຮົາຈະມາເບິ່ງວ່າ ເຮົາສາມາດເຮັດຫຍັງໄດ້ເພື່ອຊ່ວຍເຂົາເຈົ້າໃຫ້ກັບມາຫາພະເຢໂຫວາ.
ເພງ 139 ນຶກພາບເມື່ອທຸກສິ່ງກາຍເປັນສິ່ງໃໝ່
^ ຂໍ້ 5 ເປັນຫຍັງບາງຄົນທີ່ຮັບໃຊ້ພະເຢໂຫວາມາຫຼາຍປີໄດ້ຫຼົງອອກໄປຈາກປະຊາຄົມ? ແລະພະເຢໂຫວາຮູ້ສຶກແນວໃດຕໍ່ເຂົາເຈົ້າ? ເຮົາຈະຕອບຄຳຖາມເຫຼົ່ານີ້ໃນບົດຄວາມນີ້. ນອກຈາກນັ້ນ ເຮົາຍັງຈະມາເບິ່ງວ່າເຮົາໄດ້ຮຽນຫຍັງຈາກວິທີທີ່ພະເຢໂຫວາຊ່ວຍບາງຄົນໃນສະໄໝກ່ອນທີ່ເຄີຍຫຼົງອອກໄປຈາກພະອົງ.
^ ຂໍ້ 2 ການອະທິບາຍສຳນວນ: ຜູ້ທີ່ເຊົາປະກາດແມ່ນຜູ້ປະກາດທີ່ບໍ່ໄດ້ສົ່ງລາຍງານເປັນເວລາ 6 ເດືອນຫຼືຫຼາຍກວ່ານັ້ນ. ແຕ່ເຂົາເຈົ້າກໍຍັງເປັນພີ່ນ້ອງຂອງເຮົາຢູ່ແລະເຮົາກໍຍັງຮັກເຂົາເຈົ້າ.
^ ຂໍ້ 4 ບາງຊື່ເປັນຊື່ສົມມຸດ.
^ ຂໍ້ 10 ບົດຄວາມຕໍ່ໄປຈະອະທິບາຍວິທີທີ່ຜູ້ດູແລເຮັດສາມສິ່ງເຫຼົ່ານັ້ນ.
^ ຂໍ້ 60 ຄຳອະທິບາຍຮູບພາບ: ຜູ້ລ້ຽງແກະໃນອິດສະຣາເອນຈະພະຍາຍາມຊອກຫາແກະທີ່ຫຼົງຫາຍ ແລະຊ່ວຍມັນກັບໄປຫາຝູງຍ້ອນເປັນຫ່ວງມັນ. ຜູ້ດູແລໃນທຸກມື້ນີ້ກໍເຮັດແບບນີ້ຄືກັນ.
^ ຂໍ້ 64 ຄຳອະທິບາຍຮູບພາບ: ຕອນທີ່ພີ່ນ້ອງຍິງຄົນໜຶ່ງເຊິ່ງເຊົາຄົບຫາກັບປະຊາຄົມນັ່ງຖ້າຢູ່ລົດເມ ລາວເຫັນພະຍານພະເຢໂຫວາສອງຄົນມີຄວາມສຸກກັບການເຮັດວຽກປະກາດ.