ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈະ​ເປັນ​ໝູ່​ແທ້​ໄດ້​ແນວ​ໃດ?

ຈະ​ເປັນ​ໝູ່​ແທ້​ໄດ້​ແນວ​ໃດ?

ເຈົ້າ​ເຄີຍ​ຮູ້ສຶກ​ວ່າ​ຕ້ອງ​ຮັບມື​ກັບ​ບັນຫາ​ພຽງ​ຄົນ​ດຽວ​ບໍ? ເຮົາ​ມີ​ຊີວິດ​ຢູ່​ໃນ “ໄລຍະ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງ​ຍາກ​ລຳບາກ​ແລະ​ອັນຕະລາຍ” ເຊິ່ງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ທໍ້ໃຈ​ແລະ​ໂດດ​ດ່ຽວ. (2ຕມ. 3:1) ເຖິງ​ຈະ​ເປັນ​ແນວ​ນັ້ນ ເຮົາ​ບໍ່​ຈຳເປັນ​ຕ້ອງ​ຮັບມື​ກັບ​ບັນຫາ​ຕ່າງໆ​ພຽງ​ຄົນ​ດຽວ. ຄຳພີ​ໄບເບິນ​ບອກ​ວ່າ​ໝູ່​ແທ້​ສາມາດ​ຊ່ວຍ​ເຮົາ “ໃນ​ຍາມ​ທີ່​ຍາກ​ລຳບາກ.”—ສພສ. 17:17

ໝູ່​ແທ້​ຈະ​ຊ່ວຍ​ເຮົາ​ແນວ​ໃດ?

ເຖິງ​ວ່າ​ໂປໂລ​ຈະ​ຖືກ​ກັກ​ບໍລິເວນ​ໃຫ້​ຢູ່​ແຕ່​ໃນ​ເຮືອນ ແຕ່​ລາວ​ກໍ​ເຮັດ​ວຽກ​ຮັບໃຊ້​ໄດ້​ສຳເລັດ​ຍ້ອນ​ລາວ​ມີ​ໝູ່​ທີ່​ພັກດີ​ຊ່ວຍ​ເຫຼືອ​ລາວ

ຕອນ​ທີ່​ໂປໂລ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ ໝູ່​ຂອງ​ລາວ​ບາງ​ຄົນ​ໄດ້​ເດີນທາງ​ໄປ​ນຳ​ແລະ​ເຂົາເຈົ້າ​ໄດ້​ຊ່ວຍ​ລາວ​ຫຼາຍ​ຢ່າງ. (ກລຊ. 4:7-11) ຕອນ​ທີ່​ໂປໂລ​ຖືກ​ກັກ​ບໍລິເວນ​ຢູ່​ເມືອງ​ໂຣມ ໝູ່​ຂອງ​ລາວ​ໄດ້​ຊ່ວຍ​ເຮັດ​ວຽກ​ທີ່​ລາວ​ບໍ່​ສາມາດ​ເຮັດ​ໄດ້. ຕົວຢ່າງ​ເຊັ່ນ: ເອປາໂຟດີໂຕ​ໄດ້​ເອົາ​ສິ່ງ​ຂອງ​ທີ່​ຈຳເປັນ​ບາງ​ຢ່າງ​ຈາກ​ພີ່ນ້ອງ​ຢູ່​ເມືອງ​ຟີລິບປອຍ​ໄປ​ໃຫ້​ໂປໂລ. (ຟລປ. 4:18) ຕີຂີໂກ​ໄດ້​ສົ່ງ​ຈົດໝາຍ​ຂອງ​ໂປໂລ​ໄປ​ໃຫ້​ປະຊາຄົມ​ຕ່າງໆ. (ກລຊ. 4:7) ຍ້ອນ​ມີ​ໝູ່​ຊ່ວຍ ໂປໂລ​ຈຶ່ງ​ສາມາດ​ເຮັດ​ວຽກ​ຮັບໃຊ້​ໄດ້​ເຖິງ​ວ່າ​ຈະ​ຖືກ​ກັກ​ບໍລິເວນ​ໃຫ້​ຢູ່​ແຕ່​ໃນ​ເຮືອນ​ຫຼື​ຖືກ​ຂັງ​ດ່ຽວ. ໃນ​ທຸກ​ມື້​ນີ້​ເຈົ້າ​ຈະ​ເປັນ​ໝູ່​ແທ້​ໄດ້​ແນວ​ໃດ?

ຕົວຢ່າງ​ຂອງ​ພີ່ນ້ອງ​ໃນ​ທຸກ​ມື້​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ໝູ່​ແທ້​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ເຫຼືອ​ກັນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ພິສູດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ເປັນ​ໝູ່​ແທ້​ຂອງ​ເອລີຊາເບັດ​ທີ່​ເປັນ​ໄພໂອເນຍ​ປະຈຳ​ຢູ່​ປະເທດ​ສະເປນ. ຕອນ​ທີ່​ທ່ານ​ໝໍ​ກວດ​ພົບ​ວ່າ​ແມ່​ຂອງ​ເອລີຊາເບັດ​ເປັນ​ມະເຮັງ​ຂັ້ນ​ສຸດທ້າຍ ພີ່ນ້ອງ​ຍິງ​ຄົນ​ນີ້​ໄດ້​ສົ່ງ​ຂໍ້​ຄວາມ​ທີ່​ໃຫ້​ກຳລັງ​ໃຈ​ທີ່​ມາ​ຈາກ​ຄຳພີ​ໄບເບິນ​ໄປ​ໃຫ້​ເອລີຊາເບັດ​ຫຼາຍ​ເທື່ອ. ເອລີຊາເບັດ​ເວົ້າ​ວ່າ: “ຂໍ້​ຄວາມ​ເຫຼົ່າ​ນີ້​ເຮັດ​ໃຫ້​ຂ້ອຍ​ມີ​ກຳລັງ​ທີ່​ຈະ​ຮັບມື​ໃນ​ແຕ່​ລະ​ມື້​ໄດ້​ໂດຍ​ທີ່​ບໍ່​ຮູ້ສຶກ​ໂດດ​ດ່ຽວ.”—ສພສ. 18:24

ເຮົາ​ສາມາດ​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ​ໄດ້​ຖ້າ​ເຮົາ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຮັດ​ວຽກ​ປະກາດ​ຫຼື​ໄປ​ປະຊຸມ. ຕົວຢ່າງ​ເຊັ່ນ: ເຈົ້າ​ໄປ​ຮັບ​ໄປ​ສົ່ງ​ພີ່ນ້ອງ​ທີ່​ສູງ​ອາຍຸ​ໄປ​ປະຊຸມ​ຫຼື​ໄປ​ປະກາດ​ໄດ້​ບໍ? ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຂົາເຈົ້າ​ກໍ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ເຈົ້າ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ຄື​ກັນ. (ຣມ. 1:12) ແນວ​ໃດ​ກໍ​ຕາມ ພີ່ນ້ອງ​ບາງ​ຄົນ​ບໍ່​ສາມາດ​ອອກ​ຈາກ​ເຮືອນ​ໄດ້ ຄັນຊັ້ນ​ ເຮົາ​ຈະ​ເປັນ​ໝູ່​ແທ້​ສຳລັບ​ເຂົາເຈົ້າ​ໄດ້​ແນວ​ໃດ?

ເປັນ​ໝູ່​ແທ້​ສຳລັບ​ຜູ້​ທີ່​ອອກ​ຈາກ​ເຮືອນ​ບໍ່​ໄດ້

ພີ່ນ້ອງ​ບາງ​ຄົນ​ບໍ່​ສາມາດ​ເຂົ້າ​ຮ່ວມ​ການ​ປະຊຸມ​ແບບ​ເຈິ​ໂຕ​ກັນ​ໄດ້​ຍ້ອນ​ມີ​ບັນຫາ​ສຸຂະພາບ​ຫຼື​ບັນຫາ​ອື່ນໆ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ເດວິດ​ທີ່​ເປັນ​ມະເຮັງ​ຕ່ອມ​ນ້ຳ​ເຫຼືອງ. ລາວ​ໄດ້​ຮັບ​ການ​ປິ່ນປົວ​ໂດຍ​ເຮັດ​ເຄມີ​ບຳບັດ​ຫຼາຍ​ກວ່າ 6 ເດືອນ. ຕະຫຼອດ​ໄລຍະ​ທີ່​ປິ່ນປົວ ເດວິດ​ກັບ​ລິເດຍ​ເມຍ​ຂອງ​ລາວ​ຕ້ອງ​ເຂົ້າ​ຮ່ວມ​ການ​ປະຊຸມ​ທາງ​ຊູມ.

ພີ່ນ້ອງ​ໃນ​ປະຊາຄົມ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ແນວ​ໃດ? ຫຼັງ​ຈາກ​ເລີກ​ປະຊຸມ​ແຕ່​ລະ​ເທື່ອ ພີ່ນ້ອງ​ບາງ​ຄົນ​ທີ່​ຢູ່​ຫໍປະຊຸມ​ຈະ​ພະຍາຍາມ​ທັກທາຍ​ເຂົາເຈົ້າ​ຜ່ານ​ທາງ​ຊູມ. ນອກ​ຈາກ​ນັ້ນ ເມື່ອ​ເດວິດ​ກັບ​ລິເດຍ​ອອກ​ຄຳ​ຄິດ​ເຫັນ​ໃນ​ການ​ປະຊຸມ ພີ່ນ້ອງ​ຈະ​ສົ່ງ​ຂໍ້​ຄວາມ​ໄປ​ຂອບໃຈ​ແລະ​ບອກ​ວ່າ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ຈາກ​ຄຳ​ຕອບ​ຂອງ​ເຂົາເຈົ້າ. ຜົນ​ເປັນ​ແນວ​ໃດ? ເດວິດ​ກັບ​ລິເດຍ​ຮູ້ສຶກ​ສະໜິດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ຫຼາຍ​ຂຶ້ນ​ແລະ​ບໍ່​ຮູ້ສຶກ​ໂດດ​ດ່ຽວ.

ຈັດ​ເວລາ​ໄປ​ປະກາດ​ກັບ​ພີ່ນ້ອງ​ທີ່​ບໍ່​ສາມາດ​ອອກ​ຈາກ​ເຮືອນ​ໄດ້

ເຮົາ​ຈະ​ຊ່ວຍ​ພີ່ນ້ອງ​ທີ່​ບໍ່​ສາມາດ​ອອກ​ຈາກ​ເຮືອນ​ໃຫ້​ເຮັດ​ວຽກ​ປະກາດ​ໄດ້​ບໍ? ເຮົາ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ປັບ​ປ່ຽນ​ຕາຕະລາງ​ຂອງ​ເຮົາ​ໜ້ອຍ​ໜຶ່ງ​ເພື່ອ​ຈະ​ສາມາດ​ປະກາດ​ກັບ​ເຂົາເຈົ້າ​ໄດ້. ໂດຍ​ວິທີ​ນີ້ ເຮົາ​ກໍ​ເຮັດ​ໃຫ້​ເຂົາເຈົ້າ​ເຫັນ​ວ່າ​ເຮົາ​ບໍ່​ໄດ້​ລືມ​ເຂົາເຈົ້າ. (ສພສ. 3:27) ເຈົ້າ​ອາດ​ຈັດ​ເວລາ​ເພື່ອ​ຈະ​ຂຽນ​ຈົດໝາຍ​ຫຼື​ປະກາດ​ທາງ​ໂທລະສັບ​ນຳ​ກັນ​ກັບ​ເຂົາເຈົ້າ. ຜູ້​ເບິ່ງແຍງ​ອາດ​ຈະ​ຈັດການ​ປະຊຸມ​ເພື່ອ​ການ​ປະກາດ​ທາງ​ຊູມ​ນຳ​ເພື່ອ​ເຂົາເຈົ້າ​ຈະ​ເຂົ້າ​ຮ່ວມ​ໄດ້. ເດວິດ​ກັບ​ລິເດຍ​ຮູ້ສຶກ​ຂອບໃຈ​ແທ້ໆ​ທີ່​ພີ່ນ້ອງ​ໃນ​ປະຊາຄົມ​ໄດ້​ເຮັດ​ແບບ​ນັ້ນ. ເດວິດ​ເວົ້າ​ວ່າ: “ການ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ເພື່ອ​ການ​ປະກາດ​ແລະ​ລົມ​ກັນ​ສັ້ນໆ​ແລະ​ອະທິດຖານ​ນຳ​ກັນ​ກັບ​ພີ່ນ້ອງ​ກໍ​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແລ້ວ.” ນອກ​ຈາກ​ນັ້ນ ບາງ​ເທື່ອ​ເຈົ້າ​ອາດ​ຖາມ​ພີ່ນ້ອງ​ທີ່​ອອກ​ຈາກ​ເຮືອນ​ບໍ່​ໄດ້​ວ່າ​ເຂົາເຈົ້າ​ສະດວກ​ບໍ​ຖ້າ​ເຈົ້າ​ຈະ​ພາ​ນັກສຶກສາ​ໄປ​ສຶກສາ​ກັບ​ເຂົາເຈົ້າ​ຢູ່​ເຮືອນ.

ເມື່ອ​ເຮົາ​ຮັບໃຊ້​ກັບ​ພີ່ນ້ອງ​ທີ່​ບໍ່​ສາມາດ​ອອກ​ຈາກ​ເຮືອນ​ໄດ້ ເຮົາ​ກໍ​ຈະ​ເຫັນ​ຄຸນລັກສະນະ​ທີ່​ດີ​ຂອງ​ເຂົາເຈົ້າ​ແລະ​ຈະ​ສະໜິດ​ກັບ​ເຂົາເຈົ້າ​ຫຼາຍ​ຂຶ້ນ. ຕົວຢ່າງ​ເຊັ່ນ: ເມື່ອ​ເຈົ້າ​ເຫັນ​ວິທີ​ທີ່​ເຂົາເຈົ້າ​ສອນ​ໂດຍ​ໃຊ້​ຄຳພີ​ໄບເບິນ​ໃນ​ແບບ​ທີ່​ເຂົ້າ​ເຖິງ​ຫົວໃຈ ເຈົ້າ​ກໍ​ແຮ່ງ​ຈະ​ນັບຖື​ແລະ​ຢາກ​ສະໜິດ​ກັບ​ເຂົາເຈົ້າ​ຫຼາຍ​ຂຶ້ນ. ເຈົ້າ​ຈະ​ມີ​ໝູ່​ໃໝ່ໆ​ຫຼາຍ​ຂຶ້ນ​ເມື່ອ​ເຈົ້າ​ຊ່ວຍ​ພີ່ນ້ອງ​ໃຫ້​ໄປ​ປະຊຸມ​ແລະ​ໄປ​ປະກາດ.—2ກຣ. 6:13

ຕອນ​ທີ່​ໂປໂລ​ລຳບາກ ຕີໂຕ​ໄດ້​ໄປ​ຢູ່​ກັບ​ລາວ​ເຊິ່ງ​ເຮັດ​ໃຫ້​ລາວ​ໄດ້​ກຳລັງ​ໃຈ​ຫຼາຍ. (2ກຣ. 7:5-7) ເລື່ອງ​ນີ້​ສອນ​ເຮົາ​ວ່າ​ເຮົາ​ສາມາດ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໄດ້​ບໍ່​ພຽງ​ແຕ່​ໂດຍ​ການ​ສະແດງ​ຄວາມ​ເຫັນອົກເຫັນໃຈ​ຕໍ່​ເຂົາເຈົ້າ​ເທົ່າ​ນັ້ນ ແຕ່​ເຮົາ​ຍັງ​ສາມາດ​ໄປ​ຢູ່​ເປັນ​ໝູ່​ເຂົາເຈົ້າ​ແລະ​ເຮັດ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຊ່ວຍ​ເຂົາເຈົ້າ.—1ຢຮ. 3:18

ເປັນ​ໝູ່​ແທ້​ສຳລັບ​ຜູ້​ທີ່​ຖືກ​ຂົ່ມເຫງ

ພີ່ນ້ອງ​ທີ່​ຢູ່​ລັດເຊຍ​ເປັນ​ຕົວຢ່າງ​ທີ່​ດີ​ຫຼາຍ​ໃນ​ການ​ຊ່ວຍ​ເຫຼືອ​ກັນ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ເຊີ​ເກ​ກັບ​ພີ່ນ້ອງ​ຕັດຢານາ​ເມຍ​ຂອງ​ລາວ. ຫຼັງ​ຈາກ​ຕຳຫຼວດ​ໄດ້​ຄົ້ນ​ອາພາດເມັນ​ຂອງ​ເຂົາເຈົ້າ​ແລ້ວ ເຂົາເຈົ້າ​ກໍ​ຖືກ​ພາ​ໄປ​ສອບ​ສວນ​ຢູ່​ສະຖານີ​ຕຳຫຼວດ. ຕັດຢານາ​ຖືກ​ປ່ອຍ​ໃຫ້​ກັບ​ເມືອ​ກ່ອນ. ເຊີ​ເກ​ເລົ່າ​ວ່າ: “ທັນທີ​ທີ່ [ຕັດຢານາ] ເມືອ​ຮອດ​ອາພາດເມັນ ພີ່ນ້ອງ​ຍິງ​ທີ່​ກ້າຫານ​ຄົນ​ໜຶ່ງ​ໄດ້​ມາ​ຫາ​ລາວ. ຈາກ​ນັ້ນ​ກໍ​ມີ​ພີ່ນ້ອງ​ອີກ​ຫຼາຍ​ຄົນ​ມາ​ຫາ​ແລະ​ຊ່ວຍ​ມ້ຽນ​ເຄື່ອງ​ແລະ​ອະນາໄມ​ອາພາດເມັນ​ຂອງ​ເຮົາ.”

ເຊີ​ເກ​ເວົ້າ​ວ່າ: “ຂໍ້​ພະຄຳພີ​ທີ່​ຂ້ອຍ​ມັກ​ທີ່​ສຸດ​ແມ່ນ​ສຸພາສິດ 17:17 ທີ່​ບອກ​ວ່າ: ‘ໝູ່​ແທ້​ສະແດງ​ຄວາມ​ຮັກ​ສະເໝີ ແລະ​ເປັນ​ຄື​ກັບ​ອ້າຍ​ນ້ອງ​ທີ່​ເກີດ​ມາ​ເພື່ອ​ຊ່ວຍ​ກັນ​ໃນ​ຍາມ​ທີ່​ຍາກ​ລຳບາກ.’ ພະຄຳພີ​ຂໍ້​ນີ້​ເປັນ​ຈິງ​ແທ້ໆ​ສຳລັບ​ຂ້ອຍ​ໃນ​ຕອນ​ທີ່​ເຈິ​ການ​ຂົ່ມເຫງ​ຍ້ອນ​ຂ້ອຍ​ບໍ່​ສາມາດ​ຮັບມື​ຄົນ​ດຽວ​ໄດ້. ພະ​ເຢໂຫວາ​ໃຫ້​ຂ້ອຍ​ມີ​ໝູ່​ທີ່​ກ້າຫານ​ຢູ່​ຄຽງ​ຂ້າງ.” a

ຕອນ​ທີ່​ເຈິ​ຄວາມ​ຍາກ​ລຳບາກ ເຮົາ​ຈຳເປັນ​ຕ້ອງ​ມີ​ໝູ່​ທີ່​ຊ່ວຍ​ເຫຼືອ​ກັນ. ເຮົາ​ແຮ່ງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຫຼາຍ​ກວ່າ​ນັ້ນ​ອີກ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. ສະນັ້ນ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ພະຍາຍາມ​ເຕັມທີ​ທີ່​ຈະ​ເປັນ​ໝູ່​ແທ້​ຂອງ​ກັນ​ແລະ​ກັນ​ຕັ້ງແຕ່​ຕອນນີ້!—1ປຕ. 4:7, 8

a ເບິ່ງ​ບົດ​ຄວາມ “ພະ​ເຢໂຫວາ​ໃຫ້​ຂ້ອຍ​ມີ​ໝູ່​ທີ່​ກ້າຫານ​ຢູ່​ຄຽງ​ຂ້າງ” ໃນ​ເວັບໄຊ jw.org. (ພາສາ​ໄທ)