ບົດຄວາມສຶກສາທີ 6
ເພງທີ 18 ຂອບໃຈສຳລັບຄ່າໄຖ່
ເປັນຫຍັງເຮົາຈຶ່ງເຫັນຄ່າທີ່ພະເຢໂຫວາໃຫ້ອະໄພເຮົາ
“ພະເຈົ້າຮັກຄົນໃນໂລກຫຼາຍ ຈົນເຖິງຂັ້ນຍອມສະລະລູກຄົນດຽວຂອງເພິ່ນ.”—ຢຮ. 3:16
ຈຸດສຳຄັນ
ເພື່ອເຂົ້າໃຈວ່າພະເຢໂຫວາໄດ້ເຮັດຫຍັງແດ່ເພື່ອບາບຂອງເຮົາຈະໄດ້ຮັບການໃຫ້ອະໄພ ແລະການເຂົ້າໃຈເລື່ອງນີ້ຈະຊ່ວຍເຮົາໃຫ້ເຫັນຄ່າຫຼາຍຂຶ້ນທີ່ພະເຢໂຫວາໃຫ້ອະໄພເຮົາ.
1-2. ໃນແງ່ໃດທີ່ເຮົາເປັນຄືກັບຊາຍໜຸ່ມທີ່ເວົ້າເຖິງໃນຂໍ້ 1?
ໃຫ້ນຶກພາບວ່າຊາຍໜຸ່ມຄົນໜຶ່ງໃຫຍ່ມາໃນຄອບຄົວທີ່ຮັ່ງຫຼາຍ. ມີມື້ໜຶ່ງພໍ່ແມ່ຂອງລາວຕາຍຍ້ອນອຸບັດຕິເຫດ ແລະເລື່ອງນີ້ເຮັດໃຫ້ລາວເສຍໃຈຫຼາຍ. ແຕ່ຍັງມີຂ່າວຮ້າຍອີກເລື່ອງໜຶ່ງ ລາວໄດ້ຮູ້ວ່າພໍ່ແມ່ຕິດໜີ້ມະຫາສານ. ແທນທີ່ລາວຈະໄດ້ຊັບສົມບັດເປັນມໍລະດົກ ລາວພັດໄດ້ໜີ້ມະຫາສານເປັນມໍລະດົກແທນ ແລະພວກເຈົ້າໜີ້ກໍຮຽກຮ້ອງໃຫ້ລາວໄຊ້ໜີ້ຄືນ. ໜີ້ກ້ອນນີ້ມັນເກີນຄວາມສາມາດຂອງລາວທີ່ຈະໄຊ້ຄືນ.
2 ໃນບາງແງ່ ເຮົາກໍເປັນຄືກັບຊາຍໜຸ່ມຜູ້ນີ້. ອາດາມກັບເອວາພໍ່ແມ່ຄູ່ທຳອິດຂອງເຮົາເປັນຄົນສົມບູນແບບແລະມີຊີວິດຢູ່ໃນສວນທີ່ງາມໆ. (ປຖກ. 1:27; 2:7-9) ເຂົາເຈົ້າມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປທີ່ມີຄວາມສຸກ. ແຕ່ອາດາມກັບເອວາໄດ້ເຮັດຜິດຮ້າຍແຮງ ພະເຢໂຫວາຈຶ່ງບໍ່ໃຫ້ເຂົາເຈົ້າຢູ່ໃນສວນນັ້ນແລະເຂົາເຈົ້າສູນເສຍໂອກາດທີ່ຈະມີຊີວິດຕະຫຼອດໄປ. ລູກຫຼານຂອງເຂົາເຈົ້າໄດ້ຮັບຫຍັງເປັນມໍລະດົກ? ຄຳພີໄບເບິນບອກວ່າ: “ບາບໄດ້ເຂົ້າມາໃນໂລກຍ້ອນຄົນຜູ້ດຽວ [ອາດາມ] ແລະຄວາມຕາຍກໍເກີດຂຶ້ນຍ້ອນບາບນັ້ນ ແລ້ວຄວາມຕາຍຈຶ່ງລາມໄປຮອດທຸກຄົນຍ້ອນທຸກຄົນເປັນຄົນບາບ.” (ຣມ. 5:12) ມໍລະດົກທີ່ເຮົາໄດ້ຮັບຈາກອາດາມແມ່ນບາບ ເຊິ່ງເຮັດໃຫ້ເຮົາຕ້ອງຕາຍ. ບາບທີ່ເຮົາໄດ້ຮັບເປັນຄືກັບໜີ້ມະຫາສານທີ່ບໍ່ມີໃຜໃນພວກເຮົາສາມາດໄຊ້ຄືນໄດ້.—ພສ. 49:8
3. ບາບເປັນຄືກັບ “ໜີ້” ແນວໃດ?
3 ພະເຢຊູສົມທຽບບາບເປັນຄືກັບ “ໜີ້.” (ມທ. 6:12, ໄຂເງື່ອນ; ລກ. 11:4) ເມື່ອເຮົາເຮັດຜິດ ກໍເປັນຄືກັບວ່າເຮົາຕິດໜີ້ພະເຢໂຫວາແລະເພິ່ນມີສິດຮຽກຮ້ອງໃຫ້ເຮົາໄຊ້ໜີ້. ຖ້າເຮົາບໍ່ສາມາດໄຊ້ໜີ້ໄດ້ ວິທີດຽວທີ່ຈະຍົກເລີກໜີ້ໄດ້ແມ່ນຕອນທີ່ເຮົາຕາຍ.—ຣມ. 6:7, 23
4. (ກ) ຖ້າບໍ່ມີໃຜຊ່ວຍ ທຸກຄົນທີ່ເປັນຄົນບາບຈະເປັນແນວໃດ? (ເພງສັນລະເສີນ 49:7-9) (ຂ) ຄຳວ່າ “ບາບ” ໃນຄຳພີໄບເບິນໝາຍເຖິງຫຍັງ? (ເບິ່ງຂອບ “ ບາບ”)
4 ເປັນໄປໄດ້ບໍທີ່ເຮົາຈະໄດ້ທຸກສິ່ງທີ່ອາດາມກັບເອວາເຮັດສູນເສຍໄປກັບຄືນມາ? ເຮົາເຮັດບໍ່ໄດ້ດ້ວຍໂຕເອງ. (ອ່ານເພງສັນລະເສີນ 49:7-9) ຖ້າບໍ່ມີໃຜຊ່ວຍ ເຮົາຈະບໍ່ມີຄວາມຫວັງສຳລັບຊີວິດຕະຫຼອດໄປ ຫຼືບໍ່ມີຄວາມຫວັງທີ່ຈະຖືກປຸກໃຫ້ຄືນມາຈາກຕາຍ. ເຮົາຈະຕາຍຕະຫຼອດໄປຄືກັບສັດ.—ປຍຈ. 3:19; 2ປຕ. 2:12
5. ພະເຢໂຫວາພໍ່ທີ່ມີຄວາມຮັກຊ່ວຍເຮົາແນວໃດເພື່ອໄຊ້ໜີ້? (ເບິ່ງຮູບໜ້າປົກນຳ)
5 ໃຫ້ຄິດກ່ຽວກັບຊາຍໜຸ່ມທີ່ເວົ້າເຖິງໃນຕອນຕົ້ນຂອງບົດນີ້. ລາວຈະຮູ້ສຶກແນວໃດຖ້າມີເສດຖີໃຈດີຄົນໜຶ່ງສະເໜີທີ່ຈະໄຊ້ໜີ້ທັງໝົດໃຫ້ລາວ? ແນ່ນອນວ່າລາວຈະດີໃຈຫຼາຍແລະຍອມຮັບເອົາຂໍ້ສະເໜີນີ້. ຄ້າຍຄືກັນ ພະເຢໂຫວາພໍ່ທີ່ມີຄວາມຮັກໄດ້ໃຫ້ຂອງຂວັນເຮົາເພື່ອໄຊ້ໜີ້ ເຊິ່ງກໍຄືບາບທີ່ເຮົາໄດ້ຮັບຈາກອາດາມ. ພະເຢຊູເວົ້າວ່າ: “ພະເຈົ້າຮັກຄົນໃນໂລກຫຼາຍ ຈົນເຖິງຂັ້ນຍອມສະລະລູກຄົນດຽວຂອງເພິ່ນ ເພື່ອທຸກຄົນທີ່ສະແດງຄວາມເຊື່ອໃນຜູ້ນັ້ນຈະບໍ່ຖືກທຳລາຍ ແຕ່ຈະມີຊີວິດຕະຫຼອດໄປ.” (ຢຮ. 3:16) ນອກຈາກນັ້ນ ຂອງຂວັນນີ້ຍັງເຮັດໃຫ້ເປັນໄປໄດ້ທີ່ເຮົາຈະມີສາຍສຳພັນທີ່ດີກັບພະເຢໂຫວາ.
6. ເຮົາຈະຮຽນຫຍັງໃນບົດນີ້ ແລະຍ້ອນຫຍັງ?
6 ເຮົາຈະໄດ້ຮັບປະໂຫຍດແນວໃດຈາກຂອງຂວັນທີ່ພິເສດນີ້ເພື່ອເຮົາຈະໄດ້ຮັບການຍົກ “ໜີ້” ຫຼືໄດ້ຮັບການໃຫ້ອະໄພບາບ? ເພື່ອຕອບຄຳຖາມນີ້ເຮົາຈະເບິ່ງຄຳຕ່າງໆທີ່ໃຊ້ໃນຄຳພີໄບເບິນ ເຊັ່ນ: ການຄືນດີກັບພະເຈົ້າ ການໄຖ່ຄວາມຜິດ ຄ່າໄຖ່ ແລະການເປັນຄົນທີ່ພະເຈົ້າຍອມຮັບ. ໃນບົດນີ້ ເຮົາຈະເບິ່ງຄວາມໝາຍຂອງຄຳເຫຼົ່ານີ້. ເມື່ອເຮົາຄິດຕຶກຕອງຄຳອະທິບາຍຂອງຄຳເຫຼົ່ານີ້ ເຮົາກໍຈະເຫັນຄ່າຫຼາຍຂຶ້ນໃນສິ່ງທີ່ພະເຢໂຫວາເຮັດເພື່ອໃຫ້ອະໄພເຮົາ.
ຈຸດປະສົງທີ່ພະເຢໂຫວາໃຫ້ອະໄພ: ຄືນດີກັບພະເຈົ້າ
7. (ກ) ອາດາມກັບເອວາສູນເສຍຫຍັງອີກ? (ຂ) ເຮົາທີ່ເປັນລູກຫຼານຂອງອາດາມກັບເອວາຕ້ອງເຮັດຫຍັງ? (ໂຣມ 5:10, 11)
7 ເມື່ອອາດາມກັບເອວາເຮັດຜິດ ນອກຈາກເຂົາເຈົ້າສູນເສຍໂອກາດທີ່ຈະມີຊີວິດຕະຫຼອດໄປແລ້ວ ເຂົາເຈົ້າຍັງສູນເສຍສາຍສຳພັນທີ່ມີຄ່າກັບພະເຢໂຫວານຳ. ໃນຕອນທຳອິດ ອາດາມກັບເອວາເປັນສ່ວນໜຶ່ງຂອງຄອບຄົວພະເຢໂຫວາ. (ລກ. 3:38) ແຕ່ເມື່ອເຂົາເຈົ້າບໍ່ເຊື່ອຟັງ ເຂົາເຈົ້າກໍບໍ່ໄດ້ຢູ່ໃນຄອບຄົວຂອງເພິ່ນອີກຕໍ່ໄປເຊິ່ງເລື່ອງນີ້ເກີດຂຶ້ນກ່ອນທີ່ເຂົາເຈົ້າຈະມີລູກ. (ປຖກ. 3:23, 24; 4:1) ບໍ່ມີລູກຫຼານຂອງເຂົາເຈົ້າຈັກຄົນລວມທັງເຮົານຳໄດ້ຢູ່ໃນຄອບຄົວຂອງພະເຢໂຫວາ ຍ້ອນແນວນີ້ເຮົາຕ້ອງຄືນດີກັບພະເຢໂຫວາແລະມີສາຍສຳພັນທີ່ດີ ກັບເພິ່ນ. (ອ່ານໂຣມ 5:10, 11) ເຮົາຕ້ອງເຊົາເປັນສັດຕູຂອງເພິ່ນແລະມາເປັນໝູ່ກັບເພິ່ນແທນ. ດີແທ້ໆທີ່ພະເຢໂຫວາເປັນຝ່າຍເລີ່ມຕົ້ນເຮັດໃຫ້ເລື່ອງນີ້ເປັນໄປໄດ້. ເພິ່ນເຮັດແນວໃດ?
ການຈັດກຽມເພື່ອພະເຢໂຫວາຈະໃຫ້ອະໄພ: ການໄຖ່ຄວາມຜິດ
8. ການໄຖ່ຄວາມຜິດແມ່ນຫຍັງ?
8 ການໄຖ່ຄວາມຜິດແມ່ນການຈັດກຽມຂອງພະເຢໂຫວາເພື່ອຊ່ວຍມະນຸດທີ່ມີບາບໃຫ້ກັບມາມີສາຍສຳພັນທີ່ດີກັບເພິ່ນ. ພະເຢໂຫວາເອົາສິ່ງທີ່ອາດາມເຮັດສູນເສຍໄປກັບຄືນມາໂດຍໃຊ້ສິ່ງທີ່ມີຄ່າເທົ່າກັນມາແລກ. ພະຄຳພີພາກພາສາກຣີກກໍເວົ້າເຖິງວິທີທີ່ພະເຢໂຫວາໃຊ້ເພື່ອຜູ້ໃດຜູ້ໜຶ່ງຈະຄືນດີກັບເພິ່ນແລະເປັນໝູ່ກັບເພິ່ນ.—ຣມ. 3:25
9. ພະເຢໂຫວາໄດ້ກຽມຫຍັງຊົ່ວຄາວເພື່ອໃຫ້ອະໄພຄວາມຜິດຂອງຄົນອິດສະຣາເອນ?
9 ພະເຢໂຫວາໄດ້ກຽມວິທີໜຶ່ງຊົ່ວຄາວເພື່ອໃຫ້ອະໄພຄວາມຜິດຂອງຄົນອິດສະຣາເອນແລະເພື່ອໃຫ້ເຂົາເຈົ້າມີສາຍສຳພັນທີ່ດີກັບເພິ່ນ. ໃນແຕ່ລະປີ ຄົນອິດສະຣາເອນຕ້ອງສະຫຼອງເທດສະການພິເສດ 1 ມື້ເຊິ່ງເອີ້ນວ່າວັນໄຖ່ຄວາມຜິດ. ໃນມື້ນັ້ນ ປະໂລຫິດໃຫຍ່ຈະເຜົາສັດເປັນເຄື່ອງບູຊາເພື່ອປະຊາຊົນ. ແນ່ນອນວ່າການເຜົາສັດເປັນເຄື່ອງບູຊາບໍ່ສາມາດປົກປິດຄວາມຜິດໄດ້ຢ່າງຄົບຖ້ວນ ຍ້ອນວ່າຊີວິດສັດມີຄ່າໜ້ອຍກວ່າຊີວິດຄົນ. ແຕ່ຖ້າຄົນອິດສະຣາເອນທີ່ກັບໃຈເຜົາສັດເປັນເຄື່ອງບູຊາຕາມທີ່ພະເຢໂຫວາຮຽກຮ້ອງ ເພິ່ນກໍເຕັມໃຈໃຫ້ອະໄພເຂົາເຈົ້າ. (ຮຣ. 10:1-4) ນອກຈາກນັ້ນ ການຈັດກຽມເລື່ອງວັນໄຖ່ຄວາມຜິດແລະເລື່ອງການເຜົາເຄື່ອງບູຊາໄຖ່ບາບໃຫ້ພະເຢໂຫວາເປັນປະຈຳເຮັດໃຫ້ຄົນອິດສະຣາເອນສຳນຶກວ່າເຂົາເຈົ້າເປັນຄົນບາບແລະຕ້ອງການໃຫ້ພະເຢໂຫວາໃຫ້ອະໄພເຂົາເຈົ້າແທ້ໆ.
10. ພະເຢໂຫວາໄດ້ເຮັດຫຍັງເພື່ອບາບຂອງມະນຸດຈະໄດ້ຮັບການໃຫ້ອະໄພແບບຖາວອນ?
10 ພະເຢໂຫວາໄດ້ເຮັດຫຍັງເພື່ອບາບຂອງມະນຸດຈະໄດ້ຮັບການໃຫ້ອະໄພແບບຖາວອນ? ເພິ່ນໄດ້ໃຫ້ລູກຊາຍທີ່ເພິ່ນຮັກຫຼາຍ “ມອບໂຕເອງເປັນເຄື່ອງບູຊາແຕ່ເທື່ອດຽວເພື່ອຮັບເອົາບາບຂອງຄົນຈຳນວນຫຼາຍໄປ.” (ຮຣ. 9:28) ພະເຢຊູໄດ້ສະລະ “ຊີວິດເປັນຄ່າໄຖ່ໃຫ້ຄົນຈຳນວນຫຼາຍ.” (ມທ. 20:28) ຄ່າໄຖ່ແມ່ນຫຍັງ?
ສິ່ງທີ່ຕ້ອງຈ່າຍເພື່ອພະເຢໂຫວາຈະໃຫ້ອະໄພ: ຄ່າໄຖ່
11. (ກ) ໃນຄຳພີໄບເບິນ ຄ່າໄຖ່ໝາຍເຖິງຫຍັງ? (ຂ) ຜູ້ທີ່ຈະຈ່າຍຄ່າໄຖ່ໄດ້ຕ້ອງເປັນຄົນແບບໃດ?
11 ໃນຄຳພີໄບເບິນ ຄຳວ່າຄ່າໄຖ່ໝາຍເຖິງສິ່ງທີ່ຕ້ອງຈ່າຍເພື່ອໃຫ້ມີການໄຖ່ບາບແລະເພື່ອໃຫ້ເຮົາສາມາດຄືນດີກັບພະເຢໂຫວາໄດ້. ພະເຢໂຫວາເບິ່ງວ່າຄ່າໄຖ່ສາມາດຊ່ວຍໃຫ້ສິ່ງທີ່ສູນເສຍໄປກັບຄືນມາໄດ້. ເປັນໄປໄດ້ແນວໃດ? ໃຫ້ຈື່ໄວ້ວ່າອາດາມກັບເອວາເຮັດໃຫ້ຊີວິດສົມບູນແບບແລະຄວາມຫວັງທີ່ຈະມີຊີວິດຕະຫຼອດໄປສູນເສຍໄປ. ດັ່ງນັ້ນ ຄ່າໄຖ່ຈະຕ້ອງມີຄ່າເທົ່າກັບສິ່ງທີ່ສູນເສຍໄປ. (1ຕມ. 2:6) ຜູ້ທີ່ຈະຈ່າຍຄ່າໄຖ່ຕ້ອງເປັນຄົນທີ່ (1) ສົມບູນແບບ (2) ສາມາດມີຊີວິດຕະຫຼອດໄປໃນໂລກນີ້ ແລະ (3) ເຕັມໃຈສະລະຊີວິດເພື່ອເຮົາ. ຜູ້ທີ່ຈະມາໄຖ່ສິ່ງທີ່ສູນເສຍໄປຕ້ອງເປັນຄົນແບບນີ້ເທົ່ານັ້ນ.
12. ເປັນຫຍັງພະເຢຊູຈຶ່ງສາມາດເປັນຄ່າໄຖ່ໄດ້?
12 ໃຫ້ເຮົາມາເບິ່ງ 3 ເຫດຜົນວ່າເປັນຫຍັງພະເຢຊູຈຶ່ງສາມາດຈ່າຍຄ່າໄຖ່ໄດ້. (1) ເພິ່ນເປັນຄົນສົມບູນແບບ “ເພິ່ນບໍ່ເຄີຍເຮັດຫຍັງຜິດ.” (1ປຕ. 2:22) (2) ຍ້ອນເປັນຄົນສົມບູນແບບ ເພິ່ນຈຶ່ງສາມາດມີຊີວິດຕະຫຼອດໄປໃນໂລກ. (3) ເພິ່ນເຕັມໃຈສະລະຊີວິດເພື່ອເຮົາ. (ຮຣ. 10:9, 10) ຍ້ອນພະເຢຊູເປັນຄົນສົມບູນແບບ ເພິ່ນຈຶ່ງເທົ່າທຽມກັບອາດາມມະນຸດຄົນທຳອິດ ກ່ອນທີ່ລາວຈະເຮັດຜິດ. (1ກຣ. 15:45) ດັ່ງນັ້ນ ການຕາຍຂອງພະເຢຊູຈຶ່ງສາມາດໄຖ່ບາບທີ່ອາດາມເຮັດແລະເອົາສິ່ງທີ່ອາດາມເຮັດສູນເສຍໄປກັບຄືນມາ. (ຣມ. 5:19) ຍ້ອນແນວນີ້ ພະເຢຊູຈຶ່ງເປັນ “ອາດາມຜູ້ທີ່ມານຳຫຼັງ.” ເມື່ອພະເຢຊູສະລະຊີວິດແລ້ວກໍບໍ່ຈຳເປັນຕ້ອງມີມະນຸດທີ່ສົມບູນແບບອີກຜູ້ໜຶ່ງມາຊົດໄຊ້ສິ່ງທີ່ອາດາມເຮັດສູນເສຍໄປ. ພະເຢຊູຕາຍ “ພຽງເທື່ອດຽວສຳລັບຕະຫຼອດໄປ.”—ຮຣ. 7:27; 10:12
13. ການໄຖ່ຄວາມຜິດກັບຄ່າໄຖ່ຕ່າງກັນແນວໃດ?
13 ການໄຖ່ຄວາມຜິດກັບຄ່າໄຖ່ຕ່າງກັນແນວໃດ? ການໄຖ່ຄວາມຜິດແມ່ນສິ່ງທີ່ພະເຢໂຫວາເຮັດເພື່ອຊ່ວຍມະນຸດໃຫ້ມີສາຍສຳພັນທີ່ດີກັບເພິ່ນ. ສ່ວນຄ່າໄຖ່ແມ່ນສິ່ງທີ່ຕ້ອງຈ່າຍເພື່ອຈະໄຖ່ມະນຸດທີ່ມີບາບ. ສິ່ງທີ່ຕ້ອງຈ່າຍໝາຍເຖິງຊີວິດຂອງພະເຢຊູທີ່ສະລະເປັນຄ່າໄຖ່ເພື່ອເຮົາທຸກຄົນ.—ອຟຊ. 1:7; ຮຣ. 9:14
ຜົນໄດ້ຮັບຈາກການທີ່ພະເຢໂຫວາໃຫ້ອະໄພ: ໄດ້ຮັບການໄຖ່ແລະເປັນຄົນທີ່ພະເຈົ້າຍອມຮັບ
14. ຕອນນີ້ເຮົາຈະຮຽນຫຍັງ ແລະຍ້ອນຫຍັງ?
14 ເຮົາໄດ້ຮັບປະໂຫຍດຫຍັງຈາກສິ່ງທີ່ພະເຢໂຫວາເຮັດເພື່ອເຮົາ? ເພື່ອຕອບຄຳຖາມນີ້ ເຮົາຈະເບິ່ງຄວາມໝາຍຂອງ 2 ຄຳທີ່ຄຳພີໄບເບິນໃຊ້ເພື່ອຊ່ວຍເຮົາໃຫ້ເຂົ້າໃຈວ່າເຮົາຈະໄດ້ຮັບປະໂຫຍດແນວໃດຈາກການໃຫ້ອະໄພຂອງພະເຢໂຫວາ. ຕອນທີ່ເບິ່ງຄຳເຫຼົ່ານີ້ ເຮົາຈະເຫັນວ່າເຮົາແຕ່ລະຄົນໄດ້ຮັບປະໂຫຍດເປັນສ່ວນໂຕແນວໃດ.
15-16. (ກ) ຜົນເປັນແນວໃດເມື່ອມີການຈ່າຍຄ່າໄຖ່? (ຂ) ເມື່ອຖືກປົດປ່ອຍຈາກບາບແລະຄວາມຕາຍ ເຮົາຮູ້ສຶກແນວໃດ?
15 ໃນຄຳພີໄບເບິນ ຄຳວ່າໄດ້ຮັບການໄຖ່ໝາຍເຖິງການປົດປ່ອຍໃຫ້ເປັນອິດສະຫຼະເຊິ່ງເປັນຜົນຈາກການຈ່າຍຄ່າໄຖ່. ເປໂຕເວົ້າເຖິງເລື່ອງນີ້ຈັ່ງຊີ້: “ພວກເຈົ້າກໍຮູ້ວ່າພວກເຈົ້າຖືກປົດປ່ອຍໃຫ້ເປັນອິດສະຫຼະ [ແປຕາມໂຕວ່າ “ພວກເຈົ້າຖືກໄຖ່”] ຈາກຮູບແບບຊີວິດທີ່ບໍ່ມີປະໂຫຍດເຊິ່ງສືບທອດກັນມາຈາກປູ່ຍ່າຕານາຍ. ພວກເຈົ້າບໍ່ໄດ້ຖືກປົດປ່ອຍດ້ວຍສິ່ງທີ່ເນົ່າເປື່ອຍຜຸພັງໄດ້ເຊັ່ນເງິນຫຼືຄຳ ແຕ່ຖືກປົດປ່ອຍດ້ວຍເລືອດທີ່ມີຄ່າຫຼາຍຂອງພະຄລິດເຊິ່ງເປັນຄືກັບເລືອດຂອງແກະນ້ອຍທີ່ສົມບູນດີແລະບໍ່ມີຕຳໜິ.”—1ປຕ. 1:18, 19
16 ຍ້ອນຄ່າໄຖ່ເຮົາຈຶ່ງຖືກປົດປ່ອຍຈາກບາບແລະຄວາມຕາຍ ເຊິ່ງເຮັດໃຫ້ເຮົາທຸກທໍລະມານຫຼາຍ. (ຣມ. 5:21) ເຮົາຂອບໃຈພະເຢໂຫວາແລະພະເຢຊູຫຼາຍແທ້ໆທີ່ເຮົາຖືກໄຖ່ດ້ວຍເລືອດທີ່ມີຄ່າຫຼາຍຂອງພະເຢຊູ.—1ກຣ. 15:22
17-18. (ກ) ການເປັນຄົນທີ່ພະເຈົ້າຍອມຮັບໝາຍຄວາມວ່າແນວໃດ? (ຂ) ເຮົາໄດ້ຮັບປະໂຫຍດຫຍັງເມື່ອພະເຢໂຫວາຍອມຮັບເຮົາ?
17 ການເປັນຄົນທີ່ພະເຈົ້າຍອມຮັບໝາຍຄວາມວ່າເພິ່ນລົບລ້າງຄວາມຜິດທັງໝົດຂອງເຮົາແລະເພິ່ນເບິ່ງວ່າເຮົາບໍ່ມີຄວາມຜິດ. ເຖິງວ່າພະເຢໂຫວາເຮັດແບບນີ້ ເພິ່ນກໍຍັງຮັກສາມາດຕະຖານທີ່ຍຸຕິທຳຂອງເພິ່ນໄວ້. ພະເຢໂຫວາຍອມຮັບເຮົາບໍ່ແມ່ນຍ້ອນເຮົາສົມຄວນໄດ້ຮັບສິ່ງນີ້ແລະບໍ່ແມ່ນຍ້ອນເພິ່ນເຫັນດີກັບຄວາມຜິດທີ່ເຮົາເຮັດ ແຕ່ພະເຢໂຫວາເຕັມໃຈໃຫ້ອະໄພເຮົາຍ້ອນເຮົາສະແດງຄວາມເຊື່ອໃນສິ່ງທີ່ເພິ່ນແລະພະເຢຊູໄດ້ເຮັດໃນການຈັດກຽມຄ່າໄຖ່.—ຣມ. 3:24; ຄລຕ. 2:16
18 ເຮົາໄດ້ຮັບປະໂຫຍດຫຍັງເມື່ອພະເຢໂຫວາຍອມຮັບເຮົາ? ບາງຄົນຖືກເລືອກໃຫ້ປົກຄອງກັບພະເຢຊູໃນສະຫວັນແລະໄດ້ເປັນລູກຂອງພະເຈົ້າ. (ຕຕ. 3:7; 1ຢຮ. 3:1) ພະເຢໂຫວາໄດ້ໃຫ້ອະໄພບາບຂອງເຂົາເຈົ້າເຊິ່ງເປັນຄືກັບວ່າເຂົາເຈົ້າບໍ່ເຄີຍເຮັດຜິດເລີຍ. ຍ້ອນແນວນີ້ ເຂົາເຈົ້າຈຶ່ງເໝາະສົມທີ່ ຈະໄດ້ຢູ່ໃນການປົກຄອງຂອງພະເຈົ້າ. (ຣມ. 8:1, 2, 30) ບາງຄົນຈະມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກ. ພະເຢໂຫວາໄດ້ໃຫ້ອະໄພບາບຂອງເຂົາເຈົ້າແລະເຂົາເຈົ້າໄດ້ເປັນໝູ່ຂອງເພິ່ນ. (ຢກບ. 2:21-23) ຄົນຝູງໃຫຍ່ທີ່ຈະລອດຜ່ານສົງຄາມອາມາເຄໂດນມີຄວາມຫວັງທີ່ຈະບໍ່ຕາຍ. (ຢຮ. 11:26) “ຄົນດີແລະຄົນຊົ່ວ” ທີ່ຕາຍໄປແລ້ວຈະຖືກປຸກໃຫ້ຄືນມາຈາກຕາຍ. (ກຈກ. 24:15; ຢຮ. 5:28, 29) ໃນທີ່ສຸດ ຜູ້ຮັບໃຊ້ທຸກຄົນຂອງພະເຢໂຫວາທີ່ເຊື່ອຟັງທີ່ມີຊີວິດຢູ່ໃນໂລກຈະ “ມີອິດສະຫຼະແບບທີ່ລູກຂອງພະເຈົ້າມີ.” (ຣມ. 8:21) ນີ້ເປັນສິ່ງທີ່ດີຫຼາຍທີ່ເຮົາຈະໄດ້ຮັບຈາກການຈັດກຽມເລື່ອງຄ່າໄຖ່ເຊິ່ງຈະເຮັດໃຫ້ເຮົາໄດ້ຄືນດີກັບພະເຢໂຫວາພໍ່ຂອງເຮົາແທ້ໆ!
19. ສະພາບການຂອງເຮົາປ່ຽນໄປແນວໃດຍ້ອນສິ່ງທີ່ພະເຢໂຫວາແລະພະເຢຊູໄດ້ເຮັດ? (ເບິ່ງຂອບ “ ການໃຫ້ອະໄພຂອງພະເຢໂຫວາ” ນຳ)
19 ທີ່ຈິງ ສະພາບການຂອງເຮົາເຄີຍເປັນຄືກັບສະພາບການຂອງຊາຍໜຸ່ມທີ່ເວົ້າເຖິງກ່ອນໜ້ານີ້ທີ່ສູນເສຍທຸກຢ່າງແລະໄດ້ຮັບໜີ້ມະຫາສານເປັນມໍລະດົກເຊິ່ງລາວບໍ່ມີທາງໄຊ້ຄືນໄດ້. ແຕ່ເຮົາຂອບໃຈພະເຢໂຫວາແທ້ໆທີ່ເພິ່ນໄດ້ຊ່ວຍເຮົາ. ສະພາບການຂອງເຮົາປ່ຽນໄປຍ້ອນພະເຢໂຫວາໄດ້ກຽມຄ່າໄຖ່ເພື່ອເຮັດໃຫ້ບາບຂອງເຮົາໄດ້ຮັບການໃຫ້ອະໄພ ແລະພະເຢຊູໄດ້ຈ່າຍຄ່າໄຖ່ນັ້ນ. ຄວາມເຊື່ອທີ່ເຮົາມີຕໍ່ພະເຢຊູຊ່ວຍເຮົາໃຫ້ໄດ້ຮັບການປົດປ່ອຍໃຫ້ເປັນອິດສະຫຼະຈາກບາບແລະຄວາມຕາຍ. ເມື່ອພະເຢໂຫວາໃຫ້ອະໄພບາບຂອງເຮົາກໍເປັນຄືກັບວ່າບາບນັ້ນບໍ່ເຄີຍມີເລີຍ. ສິ່ງທີ່ສຳຄັນທີ່ສຸດໃນຕອນນີ້ແມ່ນເຮົາສາມາດມີສາຍສຳພັນທີ່ດີກັບພະເຢໂຫວາພໍ່ຂອງເຮົາຜູ້ທີ່ມີຄວາມຮັກ.
20. ເຮົາຈະຮຽນຫຍັງໃນບົດຕໍ່ໄປ?
20 ເມື່ອເຮົາຄິດຕຶກຕອງກ່ຽວກັບທຸກສິ່ງທີ່ພະເຢໂຫວາແລະພະເຢຊູໄດ້ເຮັດເພື່ອເຮົາ ເຮົາກໍຮູ້ສຶກຂອບໃຈແລະຮູ້ຄຸນຄ່າພວກເພິ່ນຫຼາຍແທ້ໆ. (2ກຣ. 5:15) ຖ້າພວກເພິ່ນບໍ່ຊ່ວຍ ເຮົາຈະບໍ່ມີຄວາມຫວັງຫຍັງເລີຍ! ການໃຫ້ອະໄພຈາກພະເຢໂຫວາມີຄວາມໝາຍແນວໃດແທ້ໆສຳລັບເຮົາເປັນສ່ວນໂຕ? ເຮົາຈະຮຽນເລື່ອງນີ້ໃນບົດຕໍ່ໄປ.
ເພງທີ 10 ສັນລະເສີນເຢໂຫວາພະເຈົ້າຂອງພວກເຮົາ!