“ພວກເຮົາຈະໄປນຳພວກທ່ານ”
“ພວກເຮົາຈະໄປນຳພວກທ່ານ ເຫດວ່າພວກເຮົາໄດ້ຍິນຂ່າວວ່າພະເຈົ້າສະຖິດຢູ່ຝ່າຍພວກທ່ານ.”—ຊາກາລີ 8:23
ເພງ: 65, 122
1, 2. (ກ) ພະເຢໂຫວາບອກວ່າຈະເກີດຫຍັງຂຶ້ນໃນສະໄໝຂອງເຮົາ? (ຂ) ເຮົາຈະພິຈາລະນາຄຳຖາມຫຍັງແດ່ໃນບົດຄວາມນີ້? (ເບິ່ງຮູບທຳອິດ)
ພະເຢໂຫວາກ່າວວ່າໃນສະໄໝຂອງເຮົາ “ຊາວປະເທດທັງປວງ 10 ຄົນຈະຈັບຊາຍເສື້ອ ແມ່ນແລ້ວຈະກຳເອົາຊາຍເສື້ອຂອງຊາວຢູເດ [ຄົນຢິວ] ຜູ້ໜຶ່ງຈຶ່ງກ່າວວ່າ ‘ພວກເຮົາຈະໄປນຳພວກທ່ານ ເຫດວ່າພວກເຮົາໄດ້ຍິນຂ່າວວ່າພະເຈົ້າສະຖິດຢູ່ຝ່າຍພວກທ່ານ.’” (ຊາກາລີ 8:23) ຄົນຢິວເປັນພາບສະແດງເຖິງຄົນທີ່ພະເຈົ້າໄດ້ເຈີມດ້ວຍພະລັງບໍລິສຸດ. ເຂົາເຈົ້າຍັງຖືກເອີ້ນວ່າ “ຍິດສະລາເອນຂອງພະເຈົ້າ.” (ຄາລາຊີ 6:16) ຊາວປະເທດທັງປວງ 10 ຄົນເປັນພາບສະແດງເຖິງຄົນທີ່ມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກນີ້. ເຂົາເຈົ້າຮູ້ວ່າພະເຢໂຫວາໄດ້ອວຍພອນຄົນກຸ່ມນີ້ທີ່ຖືກເຈີມແລະເຂົາເຈົ້າຮູ້ສຶກວ່າເປັນກຽດທີ່ໄດ້ນະມັດສະການພະເຢໂຫວາຮ່ວມກັບກຸ່ມຄົນທີ່ຖືກເຈີມ.
2 ຄືກັບທີ່ຜູ້ພະຍາກອນຊາກາລີໄດ້ບອກໄວ້ ພະເຍຊູບອກວ່າປະຊາຊົນຂອງພະເຈົ້າຈະມີຄວາມເປັນນໍ້າໜຶ່ງໃຈດຽວກັນ. ພະອົງເວົ້າເຖິງຄົນທີ່ຄອຍຖ້າທີ່ຈະມີຊີວິດຢູ່ໃນສະຫວັນວ່າເປັນ “ຄົນຝູງນ້ອຍ” ແລະເວົ້າເຖິງຄົນທີ່ຄອຍຖ້າທີ່ຈະມີຊີວິດຢູ່ໃນໂລກນີ້ວ່າເປັນ “ແກະອື່ນ.” ແຕ່ພະເຍຊູບອກວ່າທັງສອງກຸ່ມນີ້ຈະເປັນ “ຝູງລືກາ 12:32; ໂຢຮັນ 10:16) ເນື່ອງຈາກວ່າມີສອງກຸ່ມ ບາງຄົນຈຶ່ງອາດສົງໄສວ່າ: (1) ໃນປັດຈຸບັນນີ້ ແກະອື່ນຈຳເປັນຕ້ອງຮູ້ຊື່ຂອງຜູ້ຖືກເຈີມທຸກຄົນບໍ? (2) ຜູ້ຖືກເຈີມຄວນຄິດແນວໃດກ່ຽວກັບຕົວເອງ? (3) ຖ້າບາງຄົນໃນປະຊາຄົມຂອງຂ້ອຍເລີ່ມກິນແລະດື່ມເຫຼົ້າແວງຢູ່ການປະຊຸມອະນຸສອນ ຂ້ອຍຄວນປະຕິບັດຕໍ່ລາວແນວໃດ? (4) ຂ້ອຍຕ້ອງກັງວົນບໍເມື່ອເຫັນວ່າຄົນທີ່ກິນເຂົ້າຈີ່ແລະດື່ມເຫຼົ້າແວງຢູ່ການປະຊຸມອະນຸສອນມີຈຳນວນເພີ່ມຂຶ້ນ? ບົດຄວາມນີ້ຈະຕອບຄຳຖາມເຫຼົ່ານີ້.
ອັນດຽວ” ແລະຈະຕິດຕາມພະອົງທີ່ເປັນ “ຜູ້ລ້ຽງອົງດຽວ” ຂອງພວກເຂົາເຈົ້າ. (ໃນປັດຈຸບັນນີ້ ເຮົາຈຳເປັນຕ້ອງຮູ້ຊື່ຂອງຜູ້ຖືກເຈີມທຸກຄົນບໍ?
3. ເປັນຫຍັງເຮົາຈຶ່ງບໍ່ສາມາດຮູ້ໄດ້ຢ່າງແນ່ນອນວ່າໃຜຈະເປັນສ່ວນໜຶ່ງຂອງ 144.000 ຄົນ?
3 ແກະອື່ນຈຳເປັນຕ້ອງຮູ້ຊື່ຂອງຜູ້ຖືກເຈີມທຸກຄົນທີ່ຍັງມີຊີວິດຢູ່ໃນໂລກທຸກມື້ນີ້ບໍ? ບໍ່ຈຳເປັນ. ຍ້ອນຫຍັງ? ກໍຍ້ອນວ່າຄົນໃດຄົນໜຶ່ງບໍ່ສາມາດຮູ້ໄດ້ຢ່າງແນ່ນອນວ່າຄົນເຫຼົ່ານີ້ຈະໄດ້ຮັບລາງວັນຂອງເຂົາເຈົ້າຫຼືບໍ່. [1] (ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ) ເຖິງວ່າພະເຈົ້າໄດ້ເຊີນຄົນເຫຼົ່ານີ້ໃຫ້ໄປສະຫວັນ ແຕ່ເຂົາເຈົ້າຈະໄດ້ຮັບລາງວັນເມື່ອຮັກສາຄວາມສັດຊື່ໄວ້ສະເໝີ. ຊາຕານຮູ້ກ່ຽວກັບເລື່ອງນີ້ ແລະມັນຈຶ່ງໃຊ້ “ຜູ້ທຳນວາຍບໍ່ຈິງ” ເພື່ອພະຍາຍາມ “ລໍ້ລວງ” ເຂົາເຈົ້າ. (ມັດທາຍ 24:24) ຄລິດສະຕຽນທີ່ຖືກເຈີມກໍບໍ່ສາມາດແນ່ໃຈໄດ້ວ່າເຂົາເຈົ້າຈະໄດ້ຮັບລາງວັນຫຼືບໍ່ ຈົນກວ່າພະເຢໂຫວາຈະເຮັດໃຫ້ເຂົາເຈົ້າຮູ້ຢ່າງຊັດເຈນວ່າພະອົງໄດ້ຕັດສິນວ່າເຂົາເຈົ້າເປັນຄົນສັດຊື່. ພະເຢໂຫວາໃຫ້ການຮັບຮອງຂັ້ນສຸດທ້າຍ ຫຼືການປະທັບຕາຄັ້ງສຸດທ້າຍອາດຈະກ່ອນທີ່ເຂົາເຈົ້າຕາຍຫຼືກ່ອນທີ່ “ຄວາມທຸກທໍລະມານມາກຫຼາຍ” ເກີດຂຶ້ນ.—ຄຳປາກົດ 2:10; 7:3, 14
ພະເຍຊູເປັນຜູ້ນຳຂອງພວກເຮົາ ແລະເຮົາຕ້ອງຕິດຕາມພະອົງເທົ່ານັ້ນ
4. ຖ້າບໍ່ສາມາດຮູ້ຊື່ຂອງຜູ້ຖືກເຈີມທຸກຄົນທີ່ຢູ່ໃນໂລກທຸກມື້ນີ້ ເຮົາຈະ “ໄປນຳ” ເຂົາເຈົ້າໄດ້ແນວໃດ?
4 ຖ້າບໍ່ສາມາດຮູ້ຊື່ຂອງຜູ້ຖືກເຈີມທຸກຄົນທີ່ຢູ່ໃນໂລກທຸກມື້ນີ້ ແກະອື່ນຈະ “ໄປນຳ” ເຂົາເຈົ້າໄດ້ແນວໃດ? ຄຳພີໄບເບິນເວົ້າວ່າຊາວປະເທດທັງປວງ 10 ຄົນຈະ “ຈັບຊາຍເສື້ອ ແມ່ນແລ້ວຈະກຳເອົາຊາຍເສື້ອຂອງຊາວຢູເດ [ຄົນຢິວ] ຜູ້ໜຶ່ງຈຶ່ງກ່າວວ່າ ‘ພວກເຮົາຈະໄປນຳ . . . ທ່ານ ເຫດວ່າພວກເຮົາໄດ້ຍິນຂ່າວວ່າພະເຈົ້າສະຖິດຢູ່ຝ່າຍພວກທ່ານ.’” ພະຄຳພີຂໍ້ນີ້ກ່າວເຖິງຄົນຢິວຜູ້ໜຶ່ງ ແຕ່ຄຳວ່າ “ທ່ານ” ແລະ “ພວກທ່ານ” ໝາຍເຖິງຫຼາຍກວ່າໜຶ່ງຄົນ. ນີ້ໝາຍຄວາມວ່າບໍ່ແມ່ນຄົນຢິວພຽງຄົນດຽວເທົ່ານັ້ນ ແຕ່ສະແດງເຖິງທຸກຄົນໃນກຸ່ມຂອງຜູ້ຖືກເຈີມ. ແກະອື່ນຮູ້ກ່ຽວກັບເລື່ອງນີ້ ແລະເຂົາເຈົ້າກໍຮັບໃຊ້ພະເຢໂຫວາຮ່ວມກັບຄົນກຸ່ມນີ້. ເຂົາເຈົ້າບໍ່ຈຳເປັນຕ້ອງຮູ້ຊື່ຂອງສະມາຊິກທຸກຄົນທີ່ຢູ່ໃນກຸ່ມນີ້ແລະກໍບໍ່ຈຳເປັນຕ້ອງຕິດຕາມເຂົາເຈົ້າເປັນແຕ່ລະບຸກຄົນ. ພະເຍຊູເປັນຜູ້ນຳຂອງພວກເຮົາ ແລະຄຳພີໄບເບິນກໍບອກໃຫ້ເຮົາຕິດຕາມພະອົງເທົ່ານັ້ນ.—ມັດທາຍ 23:10
ຜູ້ຖືກເຈີມຄວນຄິດແນວໃດກ່ຽວກັບຕົວເອງ?
5. ຄຳເຕືອນຫຍັງທີ່ຜູ້ຖືກເຈີມຄວນຄິດຢ່າງຈິງຈັງ ແລະຍ້ອນຫຍັງ?
5 ຜູ້ຖືກເຈີມຄວນຄິດຢ່າງຈິງຈັງກ່ຽວກັບຄຳເຕືອນທີ່ພົບໃນ 1 ໂກລິນໂທ 11:27-29 (ອ່ານ). ໃນວັນອະນຸສອນ ຜູ້ຖືກເຈີມອາດກິນເຂົ້າຈີ່ແລະດື່ມເຫຼົ້າແວງໃນທາງທີ່ “ບໍ່ ເໝາະສົມ” ໄດ້ແນວໃດ? ຖ້າຄົນນັ້ນບໍ່ມີສາຍສຳພັນທີ່ດີກັບພະເຢໂຫວາແລະບໍ່ສັດຊື່ຕໍ່ພະອົງ ເມື່ອລາວກິນເຂົ້າຈີ່ແລະດື່ມເຫຼົ້າແວງ ລາວກໍບໍ່ໄດ້ສະແດງຄວາມນັບຖື. (ເຫບເລີ 6:4-6; 10:26-29) ຄຳເຕືອນທີ່ໜັກແໜ້ນນີ້ເຕືອນຜູ້ຖືກເຈີມວ່າເຂົາເຈົ້າຕ້ອງຮັກສາຄວາມສັດຊື່ຖ້າເຂົາເຈົ້າຕ້ອງການທີ່ຈະໄດ້ຮັບ ‘ບຳເໜັດອັນທີ່ພະເຈົ້າໄດ້ເອີ້ນເຂົາເຈົ້າໄປສະຫວັນໂດຍທາງພະຄລິດເຍຊູ.’—ຟີລິບ 3:13-16
6. ຄລິດສະຕຽນທີ່ຖືກເຈີມຄວນຮູ້ສຶກແນວໃດກ່ຽວກັບຕົວເອງ?
6 ໂປໂລບອກຄລິດສະຕຽນທີ່ຖືກເຈີມວ່າ: “ເຮົາຜູ້ຈຳຈອງຢູ່ໃນພະອົງເຈົ້າຈຶ່ງເຕືອນສະຕິທ່ານທັງຫຼາຍໃຫ້ທຽວໄປຕາມຢ່າງສົມຄວນກັບຄວາມເອີ້ນທີ່ທ່ານທັງຫຼາຍເປັນທີ່ເອີ້ນມາແລ້ວນັ້ນ.” ເຂົາເຈົ້າຄວນເຮັດແນວໃດໃນເລື່ອງນີ້? ໂປໂລອະທິບາຍວ່າ: “ດ້ວຍໃຈຖ່ອມຕົວລົງທຸກຢ່າງແລະໃຈອ່ອນຫວານ ດ້ວຍຄວາມພຽນ ດ້ວຍໃຈອົດທົນກັນແລະກັນໃນຄວາມຮັກ ຈົ່ງເອົາໃຈໃສ່ຈະຖືຮັກສາຈິດໃຈອັນດຽວກັນແຫ່ງພະວິນຍານໄວ້ດ້ວຍເຄື່ອງຜູກມັດແຫ່ງຄວາມສຸກສຳລານ.” (ເອເຟດ 4:1-3) ພະລັງບໍລິສຸດຂອງພະເຢໂຫວາຊ່ວຍຜູ້ຮັບໃຊ້ຂອງພະອົງໃຫ້ເປັນຄົນຖ່ອມຕົວ ບໍ່ແມ່ນເປັນຄົນຍິ່ງ. (ໂກໂລດ 3:12) ດັ່ງນັ້ນ ຜູ້ຖືກເຈີມບໍ່ຄວນຄິດວ່າເຂົາເຈົ້າເໜືອກວ່າຄົນອື່ນ. ຜູ້ຖືກເຈີມຍັງຮູ້ອີກວ່າພະເຢໂຫວາບໍ່ຈຳເປັນຕ້ອງໃຫ້ພະລັງບໍລິສຸດແກ່ເຂົາເຈົ້າຫຼາຍກວ່າຜູ້ຮັບໃຊ້ຄົນອື່ນໆຂອງພະອົງ. ຜູ້ຖືກເຈີມບໍ່ຄວນຮູ້ສຶກວ່າເຂົາເຈົ້າເຂົ້າໃຈຄວາມຈິງໃນຄຳພີໄບເບິນໄດ້ຢ່າງເລິກເຊິ່ງກວ່າຄົນອື່ນໆ. ນອກຈາກນັ້ນ ເຂົາເຈົ້າຈະບໍ່ບອກຄົນອື່ນວ່າຄົນນັ້ນກໍຖືກເຈີມຄືກັນແລະຄວນເລີ່ມກິນເຂົ້າຈີ່ແລະດື່ມເຫຼົ້າແວງຢູ່ການປະຊຸມອະນຸສອນ. ແທນທີ່ຈະເຮັດແບບນັ້ນ ເຂົາເຈົ້າຖ່ອມຕົວແລະຮູ້ວ່າມີພຽງພະເຢໂຫວາເທົ່ານັ້ນທີ່ສາມາດເຊີນຜູ້ຄົນໃຫ້ໄປສະຫວັນ.
7, 8. ຄລິດສະຕຽນທີ່ຖືກເຈີມບໍ່ຄວນຄາດໝາຍໃນເລື່ອງໃດ ແລະຍ້ອນຫຍັງ?
7 ເຖິງແມ່ນຜູ້ຖືກເຈີມຮູ້ສຶກວ່າເປັນກຽດທີ່ໄດ້ຖືກເຊີນໃຫ້ໄປສະຫວັນ ແຕ່ເຂົາເຈົ້າກໍບໍ່ຄວນຄາດໝາຍໃຫ້ຄົນອື່ນປະຕິບັດກັບເຂົາເຈົ້າແບບພິເສດ. (ເອເຟດ 1:18, 19; ອ່ານຟີລິບ 2:2, 3) ນອກຈາກນັ້ນ ເຂົາເຈົ້າຍັງຮູ້ວ່າເມື່ອພະເຢໂຫວາເຈີມເຂົາເຈົ້າ ພະອົງບໍ່ໄດ້ປະກາດໃຫ້ໃຜຮູ້ກ່ຽວກັບເລື່ອງນັ້ນ. ດັ່ງນັ້ນ ຜູ້ຖືກເຈີມຄົນໃດຄົນໜຶ່ງຈຶ່ງບໍ່ແປກໃຈຖ້າມີບາງຄົນບໍ່ເຊື່ອໂດຍທັນທີວ່າລາວຖືກເຈີມ. ລາວສຳນຶກເຖິງສິ່ງທີ່ຄຳພີໄບເບິນບອກທີ່ວ່າບໍ່ໃຫ້ເຊື່ອຄຳເວົ້າຂອງບາງຄົນທັນທີທີ່ບອກວ່າພະເຈົ້າໄດ້ມອບໜ້າທີ່ຮັບຜິດຊອບພິເສດໃຫ້ລາວ. (ຄຳປາກົດ 2:2) ເພາະວ່າຜູ້ຖືກເຈີມຄົນໃດຄົນໜຶ່ງຈະບໍ່ຄາດໝາຍໃຫ້ຄົນອື່ນໃຫ້ຄວາມສົນໃຈລາວຫຼາຍເກີນໄປ ດັ່ງນັ້ນ ລາວຈະບໍ່ບອກຜູ້ທີ່ລາວພົບໃນເທື່ອທຳອິດວ່າລາວເປັນຜູ້ຖືກເຈີມ. ທີ່ຈິງ ລາວອາດຈະບໍ່ບອກໃຫ້ຄົນອື່ນຮູ້ກ່ຽວກັບເລື່ອງນີ້ຊໍ້າ. ລາວຈະບໍ່ໂອ້ອວດກ່ຽວກັບສິ່ງທີ່ດີເລີດຕ່າງໆເຊິ່ງລາວຈະເຮັດໃນສະຫວັນ.—1 ໂກລິນໂທ 1:28, 29; ອ່ານ 1 ໂກລິນໂທ 4:6-8
8 ຄລິດສະຕຽນທີ່ຖືກເຈີມບໍ່ໄດ້ຮູ້ສຶກວ່າເຂົາເຈົ້າຄວນໃຊ້ເວລານຳຜູ້ທີ່ຖືກເຈີມຄືກັນເທົ່ານັ້ນ ເຊິ່ງເຮັດຄືກັບວ່າເຂົາເຈົ້າເປັນສະມາຊິກຂອງສະໂມສອນໃດໜຶ່ງ. ເຂົາເຈົ້າຈະບໍ່ພະຍາຍາມຊອກຫາຜູ້ຖືກເຈີມຄົນອື່ນໆເພື່ອຈະສາມາດເວົ້າກ່ຽວກັບການເປັນຜູ້ຖືກເຈີມ ຫຼືເພື່ອພົບກັນເປັນກຸ່ມສຳລັບການສຶກສາຄຳພີໄບເບິນ. (ຄາລາຊີ 1:15-17) ປະຊາຄົມຈະບໍ່ມີຄວາມເປັນນໍ້າໜຶ່ງໃຈດຽວກັນຖ້າຜູ້ຖືກເຈີມເຮັດແບບນີ້. ເຂົາເຈົ້າຈະຂັດຂວາງພະລັງບໍລິສຸດ ເຊິ່ງເປັນສິ່ງທີ່ຊ່ວຍປະຊາຊົນຂອງພະເຈົ້າໃຫ້ມີສັນຕິສຸກແລະມີຄວາມເປັນນໍ້າໜຶ່ງໃຈດຽວກັນ.—ອ່ານໂລມ 16:17, 18
ເຈົ້າຄວນປະຕິບັດແນວໃດຕໍ່ຜູ້ຖືກເຈີມ?
9. ເປັນຫຍັງເຈົ້າຕ້ອງລະວັງເປັນພິເສດກ່ຽວກັບວິທີທີ່ເຈົ້າປະຕິບັດກັບຄົນທີ່ກິນເຂົ້າຈີ່ແລະດື່ມເຫຼົ້າແວງຢູ່ການປະຊຸມອະນຸສອນ? (ເບິ່ງຂອບ “ ຄວາມຮັກ ‘ບໍ່ກະທຳເປັນທີ່ໜ້າລັກອາຍ’”)
9 ເຈົ້າຄວນປະຕິບັດແນວໃດກັບພີ່ນ້ອງຊາຍຍິງທີ່ຖືກມັດທາຍ 23:8-12) ດັ່ງນັ້ນ ເປັນສິ່ງທີ່ບໍ່ຖືກຕ້ອງທີ່ຈະຍົກຍ້ອງບຸກຄົນໜຶ່ງຫຼາຍຈົນເກີນໄປ ເຖິງວ່າລາວຈະເປັນພີ່ນ້ອງຜູ້ຖືກເຈີມຂອງພະຄລິດກໍຕາມ. ເມື່ອຄຳພີໄບເບິນເວົ້າເຖິງຜູ້ເຖົ້າແກ່ ຄຳພີໄບເບິນສະໜັບສະໜູນເຮົາໃຫ້ຮຽນແບບຄວາມເຊື່ອຂອງເຂົາເຈົ້າ ແຕ່ຄຳພີໄບເບິນບໍ່ໄດ້ບອກວ່າເຮົາສາມາດເຮັດໃຫ້ມະນຸດຄົນໃດຄົນໜຶ່ງເປັນຜູ້ນຳຂອງເຮົາ. (ເຫບເລີ 13:7) ເປັນຄວາມຈິງທີ່ຄຳພີໄບເບິນບອກວ່າບາງຄົນ “ສົມຄວນຈະໄດ້ຄວາມນັບຖື 2 ທໍ່.” ເປັນເຊັ່ນນີ້ກໍຍ້ອນວ່າເຂົາເຈົ້າ “ນຳໜ້າຢ່າງດີ, ລ.ມ.” ແລະ “ເຮັດວຽກຢ່າງຂະຫຍັນໃນການເທດສະໜາແລະການສັ່ງສອນ, ທ.ປ.” ບໍ່ແມ່ນຍ້ອນວ່າເຂົາເຈົ້າເປັນຜູ້ຖືກເຈີມ. (1 ຕີໂມເຕ 5:17) ຖ້າເຮົາຍົກຍ້ອງແລະໃຫ້ຄວາມສົນໃຈຜູ້ຖືກເຈີມຫຼາຍຈົນເກີນໄປ ເຮົາອາດຈະເຮັດໃຫ້ເຂົາເຈົ້າອາຍ ຫຼືຮ້າຍແຮງກວ່ານັ້ນເຮົາອາດເຮັດໃຫ້ເຂົາເຈົ້າກາຍເປັນຄົນຍິ່ງ. (ໂລມ 12:3) ບໍ່ມີຜູ້ໃດໃນພວກເຮົາຕ້ອງການເຮັດສິ່ງທີ່ອາດເປັນເຫດໃຫ້ພີ່ນ້ອງຄົນໃດຄົນໜຶ່ງຂອງພະຄລິດເຮັດຄວາມຜິດທີ່ຮ້າຍແຮງເຊັ່ນນັ້ນ!—ລືກາ 17:2
ເຈີມ? ພະເຍຊູບອກພວກລູກສິດຂອງພະອົງວ່າ: “ທ່ານທັງຫຼາຍເປັນພີ່ນ້ອງກັນທຸກຄົນ.” ພະອົງເວົ້າຕໍ່ອີກວ່າ: “ຄົນທຸກຄົນທີ່ຈະຍົກຍໍຕົວຂຶ້ນຈະເປັນທີ່ຖ່ອມລົງ ແລະຄົນທຸກຄົນທີ່ຈະຖ່ອມຕົວລົງຈະເປັນທີ່ຍົກຍໍຂຶ້ນ.” (10. ເຈົ້າຈະສະແດງໃຫ້ເຫັນໂດຍວິທີໃດວ່າເຈົ້ານັບຖືຄລິດສະຕຽນຜູ້ຖືກເຈີມ?
10 ເຮົາຈະສະແດງໃຫ້ເຫັນໂດຍວິທີໃດວ່າເຮົານັບຖືຜູ້ທີ່ພະເຢໂຫວາເຈີມ? ເຮົາຈະບໍ່ຖາມວ່າເຂົາເຈົ້າເປັນຜູ້ຖືກເຈີມໄດ້ແນວໃດ ເພາະນີ້ເປັນເລື່ອງສ່ວນຕົວ ແລະເຮົາກໍບໍ່ມີສິດທີ່ຈະຮູ້. (1 ເທຊະໂລນີກ 4:11; 2 ເທຊະໂລນີກ 3:11) ເຮົາບໍ່ຄວນຄິດວ່າຜົວຫຼືເມຍ ພໍ່ແມ່ຂອງເຂົາເຈົ້າ ຫຼືຄົນອື່ນໆໃນຄອບຄົວຂອງເຂົາເຈົ້າກໍຖືກເຈີມຄືກັນ ເພາະຄົນຜູ້ໜຶ່ງຈະບໍ່ໄດ້ຮັບຄວາມຫວັງແບບນີ້ເປັນມໍລະດົກທີ່ມາຈາກຄອບຄົວ. (1 ເທຊະໂລນີກ 2:12) ນອກຈາກນັ້ນ ເຮົາບໍ່ຄວນຖາມຄຳຖາມທີ່ອາດເຮັດໃຫ້ຄົນອື່ນເຈັບປວດໃຈ ເຊັ່ນ: ເຮົາບໍ່ຄວນຖາມເມຍຂອງພີ່ນ້ອງຊາຍທີ່ຖືກເຈີມວ່າລາວຮູ້ສຶກແນວໃດທີ່ຈະມີຊີວິດຢູ່ໃນໂລກນີ້ຕະຫຼອດໄປໂດຍທີ່ຜົວບໍ່ໄດ້ຢູ່ນຳ. ບໍ່ວ່າຈະເປັນແນວໃດກໍຕາມ ເຮົາສາມາດໝັ້ນໃຈໄດ້ວ່າໃນໂລກໃໝ່ ພະເຢໂຫວາຈະ “ໃຫ້ສິ່ງທັງປວງທີ່ມີຊີວິດຢູ່ກິນອີ່ມບໍລິບູນ.”—ຄຳເພງ 145:16
11. ເຮົາຈະປົກປ້ອງຕົວເອງໄດ້ແນວໃດຖ້າເຮົາຫຼີກລ່ຽງການເວົ້າ “ຍ້ອງຍໍ”?
11 ການທີ່ເຮົາບໍ່ໄດ້ປະຕິບັດກັບຜູ້ຖືກເຈີມວ່າສຳຄັນກວ່າຄົນອື່ນໆ ເຮົາກໍປົກປ້ອງຕົວເອງນຳອີກ. ປົກປ້ອງແນວໃດ? ຄຳພີໄບເບິນບອກເຮົາວ່າອາດມີ “ພີ່ນ້ອງບໍ່ຈິງ” ຢູ່ໃນປະຊາຄົມເຊິ່ງອາດເວົ້າວ່າເຂົາເຈົ້າຖືກເຈີມ. (ຄາລາຊີ 2:4, 5; 1 ໂຢຮັນ 2:19) ນອກຈາກນັ້ນ ຜູ້ຖືກເຈີມບາງຄົນອາດບໍ່ໄດ້ຮັກສາຄວາມສັດຊື່ໄວ້ໄດ້. (ມັດທາຍ 25:10-12; 2 ເປໂຕ 2:20, 21) ແຕ່ຖ້າເຮົາຫຼີກລ່ຽງການເວົ້າ “ຍ້ອງຍໍ” ເຮົາກໍຈະບໍ່ເຮັດຕາມຄົນອື່ນ ເຖິງວ່າເຂົາເຈົ້າເປັນຜູ້ຖືກເຈີມ ເປັນຄົນເຊິ່ງເປັນທີ່ຮູ້ຈັກກັນດີ ຫຼືເປັນຄົນທີ່ຮັບໃຊ້ພະເຢໂຫວາເປັນເວລາຫຼາຍປີ. ຖ້າເຂົາເຈົ້າກາຍເປັນຄົນບໍ່ສັດຊື່ແລະອອກໄປຈາກປະຊາຄົມ ເຮົາກໍຈະບໍ່ສູນເສຍຄວາມເຊື່ອໃນພະເຢໂຫວາຫຼືຈະບໍ່ເຊົາຮັບໃຊ້ພະອົງ.—ຢູເດ 16, ທ.ປ.
ເຮົາຕ້ອງກັງວົນກ່ຽວກັບເລື່ອງຈຳນວນຂອງຜູ້ຖືກເຈີມບໍ?
12, 13. ເປັນຫຍັງເຮົາບໍ່ຕ້ອງກັງວົນກ່ຽວກັບຈຳນວນຂອງຄົນທີ່ກິນເຂົ້າຈີ່ແລະດື່ມເຫຼົ້າແວງຢູ່ການປະຊຸມອະນຸສອນ?
12 ເປັນເວລາຫຼາຍປີແລ້ວທີ່ຜູ້ກິນເຂົ້າຈີ່ແລະດື່ມເຫຼົ້າແວງຢູ່ການປະຊຸມອະນຸສອນມີຈຳນວນໜ້ອຍລົງ. ແຕ່ເມື່ອບໍ່ດົນມານີ້ ຈຳນວນຂອງຄົນທີ່ກິນເຂົ້າຈີ່ແລະດື່ມເຫຼົ້າແວງກຳລັງເພີ່ມຂຶ້ນທຸກປີ. ເຮົາຕ້ອງກັງວົນກ່ຽວກັບເລື່ອງນີ້ບໍ? ບໍ່. ຂໍໃຫ້ມາເບິ່ງວ່າເປັນຫຍັງເຮົາຈຶ່ງບໍ່ຕ້ອງກັງວົນ.
13 ‘ພະເຢໂຫວາຮູ້ຈັກຄົນທັງຫຼາຍນັ້ນທີ່ເປັນຄົນຂອງພະອົງ.’ (2 ຕີໂມເຕ 2:19) ມີພຽງພະເຢໂຫວາເທົ່ານັ້ນທີ່ ຮູ້ວ່າໃຜແທ້ໆທີ່ຖືກເຈີມ ແຕ່ພີ່ນ້ອງທີ່ນັບຈຳນວນຂອງຄົນທີ່ກິນເຂົ້າຈີ່ແລະດື່ມເຫຼົ້າແວງຢູ່ການປະຊຸມອະນຸສອນບໍ່ຮູ້ແທ້ໆວ່າໃຜທີ່ຖືກເຈີມ. ດັ່ງນັ້ນ ຈຳນວນທີ່ນັບນັ້ນຈຶ່ງລວມເຖິງຄົນທີ່ຄິດວ່າເຂົາເຈົ້າຖືກເຈີມ ແຕ່ໃນຕົວຈິງແລ້ວເຂົາເຈົ້າບໍ່ໄດ້ຖືກເຈີມ. ຕົວຢ່າງເຊັ່ນ: ບາງຄົນທີ່ເຄີຍກິນເຂົ້າຈີ່ແລະເຫຼົ້າແວງຕໍ່ມາກໍບໍ່ໄດ້ກິນອີກຕໍ່ໄປ. ຄົນອື່ນໆອາດມີບັນຫາທາງຈິດໃຈຫຼືທາງດ້ານອາລົມແລະເຊື່ອວ່າຕົວເອງຈະຮ່ວມປົກຄອງກັບພະຄລິດໃນສະຫວັນ. ເຫັນໄດ້ຢ່າງຊັດເຈນວ່າ ເຮົາບໍ່ຮູ້ແທ້ໆວ່າມີຜູ້ຖືກເຈີມຈຳນວນຫຼາຍເທົ່າໃດທີ່ຍັງເຫຼືອຢູ່ໃນໂລກນີ້.
14. ຄຳພີໄບເບິນບອກວ່າແນວໃດກ່ຽວກັບຈຳນວນຂອງຜູ້ຖືກເຈີມທີ່ຈະຍັງເຫຼືອຢູ່ໃນໂລກນີ້ເມື່ອຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ?
14 ຍັງຈະມີຜູ້ຖືກເຈີມເຫຼືອຢູ່ໃນສ່ວນຕ່າງໆຂອງໂລກນີ້ ເມື່ອພະເຍຊູມາຮັບເອົາເຂົາເຈົ້າໄປສະຫວັນ. ຄຳພີໄບເບິນບອກວ່າ ພະເຍຊູ ‘ຈະໃຊ້ຝູງທູດສະຫວັນຂອງພະອົງໄປດ້ວຍສຽງອັນດັງອັນໃຫຍ່ ແລະເຂົາຈະໂຮມເອົາຄົນທັງຫຼາຍທີ່ພະອົງໄດ້ເລືອກໄວ້ແລ້ວໃຫ້ມາຈາກທັງສີ່ທິດນັ້ນ ຕັ້ງແຕ່ທີ່ສຸດຟ້າອາກາດພາຍນີ້ຈົນເຖິງທີ່ສຸດຟ້າອາກາດພາຍນັ້ນ.’ (ມັດທາຍ 24:31) ຄຳພີໄບເບິນຍັງບອກໃຫ້ຮູ້ວ່າໃນລະຫວ່າງສະໄໝສຸດທ້າຍນີ້ ຈະມີຜູ້ຖືກເຈີມຈຳນວນໜ້ອຍດຽວທີ່ຍັງເຫຼືອຢູ່ໃນໂລກນີ້. (ຄຳປາກົດ 12:17) ແຕ່ຄຳພີໄບເບິນບໍ່ໄດ້ບອກວ່າຈະມີຜູ້ຖືກເຈີມຈັກຄົນເຫຼືອຢູ່ໃນໂລກນີ້ ເມື່ອຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ.
15, 16. ເຮົາຕ້ອງເຂົ້າໃຈໃນເລື່ອງໃດກ່ຽວກັບ 144.000 ຄົນທີ່ພະເຢໂຫວາໄດ້ເລືອກ?
15 ພະເຢໂຫວາເປັນຜູ້ຕັດສິນໃຈວ່າເມື່ອໃດພະອົງຈະເລືອກຜູ້ຖືກເຈີມ. (ໂລມ 8:28-30) ພະເຢໂຫວາເລີ່ມຕົ້ນເລືອກຜູ້ຖືກເຈີມຫຼັງຈາກທີ່ພະເຍຊູຖືກປຸກໃຫ້ຟື້ນຄືນມາຈາກຕາຍ. ເບິ່ງຄືວ່າໃນສະຕະວັດທຳອິດ ຄລິດສະຕຽນແທ້ທຸກຄົນໄດ້ຖືກເຈີມ. ຫຼາຍຮ້ອຍປີຫຼັງຈາກນັ້ນ ຄົນສ່ວນ ຫຼາຍທີ່ບອກວ່າຕົວເອງເປັນຄລິດສະຕຽນ ແຕ່ເຂົາເຈົ້າພັດບໍ່ໄດ້ຕິດຕາມພະຄລິດແທ້ໆ. ເຖິງຈະເປັນແນວນັ້ນກໍຕາມ ໃນໄລຍະເວລານັ້ນ ພະເຢໂຫວາຍັງໄດ້ເຈີມຄົນທີ່ເປັນຄລິດສະຕຽນແທ້ເຊິ່ງມີຈຳນວນພຽງໜ້ອຍດຽວເທົ່ານັ້ນ. ເຂົາເຈົ້າເປັນຄືກັບເຂົ້າດີທີ່ພະເຍຊູບອກວ່າຈະເຕີບໃຫຍ່ໃນທ່າມກາງເຂົ້ານົກ. (ມັດທາຍ 13:24-30) ໃນລະຫວ່າງສະໄໝສຸດທ້າຍ ພະເຢໂຫວາຍັງສືບຕໍ່ເລືອກເອົາຄົນທີ່ຈະເຂົ້າມາເປັນສ່ວນໜຶ່ງຂອງ 144.000 ຄົນ. [2] (ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ) ດັ່ງນັ້ນ ຖ້າພະເຢໂຫວາຕັດສິນໃຈທີ່ຈະເລືອກບາງຄົນໃນເວລາກ່ອນອະວະສານຈະເກີດຂຶ້ນ ເຮົາສາມາດໝັ້ນໃຈໄດ້ວ່າພະອົງກຳລັງເຮັດສິ່ງທີ່ຖືກຕ້ອງ. (ເອຊາອີ 45:9; ດານຽນ 4:35; ອ່ານໂລມ 9:11, 16) [3] (ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ) ເຮົາຕ້ອງລະວັງທີ່ຈະບໍ່ມີທ່າທີຄືກັບຄົນງານທີ່ຈົ່ມກ່ຽວກັບວິທີທີ່ເຈົ້ານາຍຂອງເຂົາເຈົ້າປະຕິບັດກັບຄົນທີ່ເລີ່ມເຮັດວຽກໃນຊົ່ວໂມງສຸດທ້າຍ.—ອ່ານມັດທາຍ 20:8-15
16 ບໍ່ແມ່ນທຸກຄົນທີ່ມີຄວາມຫວັງທີ່ວ່າຈະມີຊີວິດໃນສະຫວັນຈະເປັນສ່ວນໜຶ່ງຂອງ ‘ຂ້າໃຊ້ຜູ້ສັດຊື່ແລະສຸຂຸມ.’ (ມັດທາຍ 24:45-47) ຄືກັບໃນສະຕະວັດທຳອິດ ໃນທຸກມື້ນີ້ພະເຢໂຫວາແລະພະເຍຊູກຳລັງໃຊ້ຄົນຈຳນວນໜ້ອຍເພື່ອລ້ຽງດູຫຼືສອນຄົນຈຳນວນຫຼາຍ. ໃນສະຕະວັດທຳອິດ ມີຄລິດສະຕຽນຜູ້ຖືກເຈີມພຽງບໍ່ເທົ່າໃດຄົນເທົ່ານັ້ນທີ່ຖືກໃຊ້ໃຫ້ຂຽນພະຄຳພີຄລິດສະຕຽນພາກພາສາເກັຣກ. ໃນທຸກມື້ນີ້ກໍຄືກັນ ມີຄລິດສະຕຽນຜູ້ຖືກເຈີມພຽງບໍ່ເທົ່າໃດຄົນເທົ່ານັ້ນທີ່ມີຄວາມຮັບຜິດຊອບໃນການແຈກຢາຍ “ອາຫານ . . . ໃນເວລາກຳນົດ” ໃຫ້ແກ່ປະຊາຊົນຂອງພະເຈົ້າ.
17. ເຈົ້າໄດ້ຮຽນຮູ້ຫຍັງຈາກບົດຄວາມນີ້?
17 ເຮົາໄດ້ຮຽນຮູ້ຫຍັງຈາກບົດຄວາມນີ້? ພະເຢໂຫວາໄດ້ຕັດສິນໃຈແລ້ວວ່າປະຊາຊົນຂອງພະອົງສ່ວນຫຼາຍຈະໄດ້ຮັບຊີວິດຕະຫຼອດໄປໃນໂລກນີ້ ແລະຄົນສ່ວນໜ້ອຍຈະໄດ້ຮ່ວມປົກຄອງກັບພະເຍຊູໃນສະຫວັນ. ພະເຢໂຫວາໃຫ້ລາງວັນແກ່ຜູ້ຮັບໃຊ້ຂອງພະອົງທຸກຄົນ ເຊິ່ງລວມເຖິງ “ຄົນຢິວ” ແລະ “ຊາວປະເທດທັງປວງ 10 ຄົນ” ແລະພະອົງຮຽກຮ້ອງໃຫ້ຄົນທັງສອງກຸ່ມນີ້ເຊື່ອຟັງກົດໝາຍອັນດຽວກັນແລະໃຫ້ຮັກສາຄວາມສັດຊື່ໄວ້ສະເໝີ. ທຸກຄົນຕ້ອງຖ່ອມຕົວ ແລະຕ້ອງຮັບໃຊ້ພະເຢໂຫວາຮ່ວມກັນແລະມີຄວາມເປັນນໍ້າໜຶ່ງໃຈດຽວກັນ. ນອກຈາກນັ້ນ ທຸກຄົນຕ້ອງອອກຄວາມພະຍາຍາມເພື່ອຮັກສາສັນຕິສຸກໃນປະຊາຄົມ. ໃນຂະນະທີ່ອະວະສານຫຍັບໃກ້ເຂົ້າມາ ຂໍໃຫ້ພວກເຮົາທຸກຄົນຮັບໃຊ້ພະເຢໂຫວາຕໍ່ໆໄປແລະຕິດຕາມພະຄລິດຕໍ່ໆໃນຖານະເປັນຝູງດຽວກັນ.
^ [1] (ຂໍ້ 3) ຕາມບັນທຶກໃນຄຳເພງ 87:5, 6 ໃນອະນາຄົດ ພະເຈົ້າອາດຈະເປີດເຜີຍຊື່ຂອງທຸກຄົນທີ່ກຳລັງປົກຄອງກັບພະເຍຊູໃນສະຫວັນ.—ໂລມ 8:19
^ [2] (ຂໍ້ 15) ເຖິງວ່າກິດຈະການ 2:33 ສະແດງໃຫ້ເຫັນວ່າພະເຍຊູມີສ່ວນກ່ຽວຂ້ອງນຳເມື່ອບາງຄົນຖືກເຈີມ ແຕ່ພະເຢໂຫວາເປັນຜູ້ທີ່ເຊີນຄົນນັ້ນ.
^ [3] (ຂໍ້ 15) ສຳລັບຂໍ້ມູນເພີ່ມເຕີມ ຂໍໃຫ້ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ 1/5/07 ໜ້າ 30-31.