1919—ໜຶ່ງຮ້ອຍປີແລ້ວ
ສົງຄາມໂລກຄັ້ງທີ 1 ສິ້ນສຸດລົງໃນປີ 1919 ເຊິ່ງສົງຄາມນີ້ໄດ້ກິນເວລາໄປ 4 ປີ. ຊາດຕ່າງໆໄດ້ເຊົາສູ້ຮົບກັນຕອນທ້າຍປີ 1918 ແລະໃນວັນທີ 18 ມັງກອນ 1919 ກໍໄດ້ມີການຈັດກອງປະຊຸມສັນຕິພາບປາຣີຂຶ້ນ. ຜົນສຳເລັດໜຶ່ງຂອງການປະຊຸມນີ້ກໍຄື ສົນທິສັນຍາແວກຊາຍໄດ້ຍຸຕິສົງຄາມນີ້ຢ່າງເປັນທາງການລະຫວ່າງຝ່າຍພັນທະມິດກັບເຢຍລະມັນ. ມີການລົງນາມໃນສົນທິສັນຍານີ້ໃນວັນທີ 28 ມິຖຸນາ 1919.
ນອກຈາກນັ້ນ ສົນທິສັນຍາແວກຊາຍເປັນພື້ນຖານໃນການສ້າງຕັ້ງອົງການສັນນິບາດຊາດທີ່ມີຈຸດປະສົງຄື “ສົ່ງເສີມການຮ່ວມມືລະຫວ່າງຊາດແລະບັນລຸສັນຕິພາບແລະຄວາມໝັ້ນຄົງລະຫວ່າງຊາດ.” ສາສະໜາຄລິດຫຼາຍນິກາຍໄດ້ສະໜັບສະໜູນອົງການນີ້. ສະພາສະຫະພັນແຫ່ງຄລິດຕະຈັກຂອງພະຄລິດໃນອາເມຣິກາໄດ້ຍົກຍ້ອງອົງການສັນນິບາດຊາດວ່າ ເປັນ“ການສະແດງອອກທາງການເມືອງຂອງລາຊະອານາຈັກພະເຈົ້າເທິງໂລກ.” ສະພານີ້ຍັງໄດ້ສະໜັບສະໜູນອົງການສັນນິບາດຊາດໂດຍສົ່ງຕົວແທນເຂົ້າຮ່ວມກອງປະຊຸມສັນຕິພາບປາຣີນຳ. ໜຶ່ງໃນຕົວແທນນັ້ນບອກວ່າ ການປະຊຸມນີ້ເປັນ “ການບຸກເບີກຍຸກໃໝ່ຂອງປະຫວັດສາດໂລກ.”
ຍຸກໃໝ່ຂອງມະນຸດເລີ່ມຕົ້ນແລ້ວ ແຕ່ຍຸກໃໝ່ນັ້ນຈະບໍ່ໄດ້ມາຈາກມະນຸດທີ່ກ່ຽວຂ້ອງກັບກອງປະຊຸມສັນຕິພາບຄັ້ງນັ້ນ. ໃນປີ 1919 ເປັນການເລີ່ມຍຸກໃໝ່ໃນວຽກປະກາດເຊິ່ງພະເຢໂຫວາໄດ້ຊ່ວຍປະຊາຊົນຂອງພະອົງໃຫ້ປະກາດໄດ້ຫຼາຍກວ່າທີ່ເຄີຍເຮັດໃນອະດີດ. ແຕ່ກ່ອນອື່ນ ກຸ່ມນັກສຶກສາຄຳພີໄບເບິນຕ້ອງເຮັດການປ່ຽນແປງຄັ້ງໃຫຍ່.
ການຕັດສິນໃຈທີ່ຍາກຫຼາຍ
ໃນວັນເສົາຂອງວັນທີ 4 ມັງກອນ 1919 ໄດ້ມີການເລືອກຕັ້ງຄະນະກຳມະການປະຈຳປີຂອງສະມາຄົມວັອດສ໌ທາວເວີ້ ໄບເບິນ ແອນ ແທຣກ. ໃນຕອນນັ້ນ ພີ່ນ້ອງ ໂຈເຊບ ເອັບຟ໌. ຣັດເທີຝອດທີ່ນຳໜ້າປະຊາຊົນຂອງພະເຢໂຫວາແລະພີ່ນ້ອງຊາຍອີກ 7 ຄົນໄດ້ເຂົ້າຄຸກໃນເມືອງອັດລັງຕາ ລັດຈໍເຈຍ ສະຫະລັດອາເມຣິກາຢ່າງບໍ່ຍຸຕິທຳ. ບັນຫາກໍຄື ຕ້ອງຕັດສິນໃຈວ່າຄວນເລືອກພີ່ນ້ອງທີ່ຢູ່ໃນຄຸກກັບມາເປັນຄະນະກຳມະການຂອງສະມາຄົມອີກບໍ ຫຼືຈະເລືອກຄົນໃໝ່ແທນ?
ຕອນທີ່ຢູ່ໃນຄຸກ ພີ່ນ້ອງຣັດເທີຝອດເປັນຫ່ວງອະນາຄົດຂອງອົງການ ເມື່ອລາວຮູ້ວ່າມີພີ່ນ້ອງບາງຄົນຢາກເລືອກຄົນອື່ນມາເປັນປະທານສະມາຄົມ. ດ້ວຍເຫດນີ້ ລາວຈຶ່ງຂຽນຈົດໝາຍເຖິງຄົນທີ່ເຂົ້າຮ່ວມປະຊຸມເພື່ອເລືອກຕັ້ງ ແລະສະເໜີໃຫ້ພີ່ນ້ອງອີວານເດີ ເຈ. ຄາວເວີດເປັນປະທານ. ພີ່ນ້ອງຣັດເທີຝອດບອກວ່າພີ່ນ້ອງອີວານເດີເປັນຄົນ “ໃຈເຢັນ” “ສຸຂຸມ” ແລະ “ພັກດີຕໍ່ຜູ້ເປັນນາຍ.” ແຕ່ພີ່ນ້ອງຫຼາຍຄົນມີຄຳສະເໜີທີ່ຕ່າງກັນກໍຄືໃຫ້ເລື່ອນການເລືອກຕັ້ງອອກເປັນເວລາ 6 ເດືອນ ແລະທີມງານທີ່ປົກ
ປ້ອງພີ່ນ້ອງໃນຄຸກທາງດ້ານກົດໝາຍກໍເຫັນດີນຳ. ບັນຍາກາດການປະຊຸມໃນຕອນນັ້ນຕຶງຄຽດຫຼາຍ.ແຕ່ມີບາງສິ່ງເກີດຂຶ້ນເຊິ່ງຕໍ່ມາພີ່ນ້ອງຣິຊາດ ເອັດຈ໌. ບາເບີ ໄດ້ອະທິບາຍວ່າສິ່ງທີ່ເກີດຂຶ້ນນັ້ນເປັນຄືກັບ ‘ເອົານ້ຳມາມອດໄຟ.’ ພີ່ນ້ອງຄົນໜຶ່ງຢູ່ໃນການປະຊຸມເວົ້າຂຶ້ນວ່າ: “ຂ້ອຍບໍ່ແມ່ນນັກກົດໝາຍ ແຕ່ຂ້ອຍກໍຮູ້ວ່າການເປັນຄົນພັກດີໃນສະຖານະການນີ້ເປັນແນວໃດ. ຍ້ອນພະເຈົ້າຢາກໃຫ້ເຮົາເປັນຄົນພັກດີ ສະນັ້ນ ວິທີທີ່ດີທີ່ສຸດທີ່ຈະສະແດງຄວາມພັກດີກໍຄື ຈັດໃຫ້ມີການເລືອກຕັ້ງໃໝ່ໂດຍໃຫ້ພີ່ນ້ອງຣັດເທີຝອດເປັນປະທານອີກເທື່ອໜຶ່ງ.”—ເພງ. 18:25
ພີ່ນ້ອງອາເລັກຊັນເດີ ເອັດຈ໌. ແມັກມິວແລນທີ່ເຂົ້າຄຸກໃນຕອນນັ້ນຄືກັນເລົ່າວ່າ ມື້ຕໍ່ມາ ພີ່ນ້ອງຣັດເທີຝອດໄດ້ເຄາະຝາຫ້ອງຂັງລາວແລະບອກວ່າ: “ເດ່ມືອອກມາ” ແລ້ວກໍເອົາໂທລະສານໃສ່ມືລາວ. ເມື່ອເຫັນຂໍ້ຄວາມສັ້ນໆ ລາວກໍເຂົ້າໃຈເລີຍວ່າແມ່ນຜົນຂອງການເລືອກຕັ້ງ. ຂໍ້ຄວາມນັ້ນບອກວ່າ: “ຣັດເທີຝອດ ວາຍສ໌ ແວນ ບາເບີ ແອນເດີສັນ ບູລີ ແລະສະປິວ ກຳມະການ ສາມຄົນທຳອິດ ເຈົ້າໜ້າທີ່ ຮັກທຸກຄົນ.” ນີ້ໝາຍຄວາມວ່າຄະນະກຳມະການຊຸດທຳອິດຖືກເລືອກກັບມາທັງໝົດ ແລະພີ່ນ້ອງໂຈເຊບ ຣັດເທີຝອດ ແລະວິນລຽມ ແວນ ເອັມເບີກກໍຍັງເປັນເຈົ້າໜ້າທີ່ທີ່ເຮັດວຽກບໍລິຫານຄືເກົ່າ. ດັ່ງນັ້ນ ພີ່ນ້ອງຣັດເທີຝອດກໍຍັງສືບຕໍ່ເປັນປະທານຕໍ່ໄປ.
ຖືກປ່ອຍໂຕ!
ຕອນທີ່ພີ່ນ້ອງ 8 ຄົນຍັງຢູ່ໃນຄຸກ ກຸ່ມນັກສຶກສາຄຳພີໄບເບິນທີ່ສັດຊື່ກໍໄດ້ໄປລ່າລາຍຊື່ປະຊາຊົນເພື່ອຂໍໃຫ້ປ່ອຍໂຕພວກເຂົາ. ກຸ່ມນັກສຶກສາຄຳພີໄບເບິນທີ່ກ້າຫານເຫຼົ່ານີ້ໄດ້ລາຍເຊັນຫຼາຍກວ່າ 700.000 ຄົນ. ແຕ່ໃນວັນພຸດທີ 26 ມີນາ 1919 ພີ່ນ້ອງຣັດເທີຝອດແລະພີ່ນ້ອງຄົນອື່ນໆທີ່ມີໜ້າທີ່ສຳຄັນກໍໄດ້ຖືກປ່ອຍໂຕ ກ່ອນທີ່ຈະຍື່ນໃບຄຳຮ້ອງນີ້ຊ້ຳ.
ພີ່ນ້ອງຣັດເທີຝອດເວົ້າກັບພີ່ນ້ອງທີ່ມາຕ້ອນຮັບລາວວ່າ: “ຂ້ອຍໝັ້ນໃຈວ່າ ປະສົບການທີ່ຜ່ານມານີ້ເປັນການກຽມເຮົາໃຫ້ພ້ອມສຳລັບສິ່ງທີ່ຍາກກວ່າ . . . ທີ່ພວກເຈົ້າຕໍ່ສູ້ບໍ່ແມ່ນເພື່ອຊ່ວຍພີ່ນ້ອງໃຫ້ອອກຈາກຄຸກເທົ່ານັ້ນ ແຕ່ຈຸດປະສົງທີ່ແທ້ຈິງກໍຄື . . . ເຈົ້າຕໍ່ສູ້ເພື່ອເຮັດໃຫ້ພະເຢໂຫວາໄດ້ຮັບການຍົກຍ້ອງສັນລະເສີນ ແລະຄົນທີ່ຕໍ່ສູ້ແບບນີ້ຈະໄດ້ຮັບພອນທີ່ດີເລີດແນ່ນອນ.”
ເຫດການທີ່ເກີດຂຶ້ນຕອນທີ່ມີການພິຈາລະນາຄະດີເຮັດໃຫ້ເຫັນວ່າພະເຢໂຫວາເປັນຜູ້ຊີ້ນຳ. ໃນວັນທີ 14 ພຶດສະພາ 1919 ສານອຸທອນໄດ້ລົງຄຳພິພາກສາວ່າ: “ຈຳເລີຍໃນຄະດີນີ້ຖືກຕັດສິນ . . . ຢ່າງບໍ່ເປັນທຳ ດັ່ງນັ້ນຈຶ່ງມີເຫດຜົນທີ່ຈະລົບລ້າງຄຳຕັດສິນນັ້ນ.” ພີ່ນ້ອງເຫຼົ່ານີ້ຖືກຕັດສິນວ່າໄດ້ເຮັດຜິດຮ້າຍແຮງທາງອາຍາ ຖ້າຫາກວ່າພີ່ນ້ອງໄດ້ຮັບແຕ່ການໃຫ້ອະໄພຫຼືຜ່ອນໂທດ ເຂົາເຈົ້າກໍຍັງມີປະຫວັດອາຊະຍາກຳຕິດໂຕຢູ່. ຕັ້ງແຕ່ນີ້ບໍ່ມີການສັ່ງຟ້ອງເຂົາເຈົ້າອີກ. ດັ່ງນັ້ນ ຈັດຈ໌ ຣັດເທີຝອດ *ກໍບໍ່ໄດ້ເສຍສິດເປັນທະນາຍຄວາມແລະສາມາດປົກປ້ອງປະຊາຊົນຂອງພະເຢໂຫວາໃນສານສູງສຸດຂອງສະຫະລັດອາເມຣິກາ ເຊິ່ງລາວໄດ້ເຮັດຫຼາຍເທື່ອອີກຫຼັງຈາກຖືກປ່ອຍໂຕ.
ຕັ້ງໃຈປະກາດ
ພີ່ນ້ອງແມັກມິວແລນເລົ່າວ່າ: “ເຮົາບໍ່ໄດ້ນັ່ງຂີ້ຄ້ານແອວຍາວ ມີແຕ່ຖ້າໃຫ້ຜູ້ເປັນນາຍພາເຮົາໄປສະຫວັນ ເຮົາຮູ້ວ່າເຮົາຕ້ອງຕັ້ງໃຈເຮັດສິ່ງທີ່ຜູ້ເປັນນາຍຕ້ອງການໃຫ້ເຮົາເຮັດແທ້ໆ.”
ແຕ່ໃນຕອນນັ້ນ ພີ່ນ້ອງໃນສຳນັກງານໃຫຍ່ກໍຍັງບໍ່ສາມາດເຮັດວຽກແບບທີ່ເຄີຍເຮັດມາຫຼາຍປີ. ຍ້ອນຫຍັງ? ກໍຍ້ອນວ່າຕອນທີ່ພີ່ນ້ອງຫຼາຍຄົນເຂົ້າຄຸກ ແມ່ພິມຂອງຈັກພິມປຶ້ມໄດ້ຖືກທຳລາຍໝົດແລ້ວ. ນີ້ເຮັດໃຫ້ທໍ້ໃຈຫຼາຍແທ້ໆ ແລະພີ່ນ້ອງບາງຄົນເລີຍສົງໄສວ່າວຽກປະກາດຂອງເຮົາຄືຊິຈົບລົງພຽງເທົ່ານີ້.
ຍັງມີໃຜຢູ່ບໍທີ່ສົນໃຈຟັງຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າກັບນັກສຶກສາຄຳພີໄບເບິນ? ເພື່ອຈະຕອບຄຳຖາມນີ້ ພີ່ນ້ອງຣັດເທີຝອດຕັດສິນໃຈໃຫ້ມີຄຳບັນລະຍາຍ. ທຸກຄົນກໍຖືກເຊີນໃຫ້ມາຟັງ. ພີ່ນ້ອງແມັກມິວແລນບອກວ່າ: “ຖ້າບໍ່ມີໃຜມາຟັງ ກໍສະແດງວ່າເຮົາເຮັດວຽກປະກາດສຳເລັດແລ້ວໆ.”
ເມື່ອຮອດວັນອາທິດທີ 4 ພຶດສະພາ 1919 ເຖິງວ່າພີ່ນ້ອງຣັດເທີຝອດຈະປ່ວຍໜັກ ແຕ່ລາວກໍບັນລະຍາຍເລື່ອງ “ຄວາມຫວັງສຳລັບມະນຸດຊາດທີ່ທຸກລຳບາກ” ຢູ່ລັອດ ແອງເຈີລິດສ໌ ລັດຄາລິຟໍເນຍ ມີປະມານ 3.500 ຄົນມາຟັງ ແລະອີກຫຼາຍຮ້ອຍຄົນຕ້ອງກັບໄປເພາະສະຖານທີ່ເຕັມແລ້ວ. ໃນມື້ຕໍ່ມາກໍມີ 1.500 ຄົນມາຟັງຄຳບັນຍາຍເພີ່ມອີກ. ຕອນນີ້ກຸ່ມນັກສຶກສາຄຳພີໄບເບິນຮູ້ຄຳຕອບແລ້ວວ່າ ມີຄົນສົນໃຈ ຟັງຂ່າວດີອີ່ຫຼີ!
ສິ່ງທີ່ພີ່ນ້ອງເຮັດຕໍ່ໄປແມ່ນມີຜົນຕໍ່ວຽກປະກາດຂອງພະຍານພະເຢໂຫວາຈົນຮອດປັດຈຸບັນນີ້.
ມີຄວາມພ້ອມທີ່ຈະຂະຫຍາຍຕົວໃນອະນາຄົດ
ຫໍສັງເກດການ (ພາສາອັງກິດ) ສະບັບ 1 ສິງຫາ 1919 ປະກາດວ່າ: ໃນຕົ້ນເດືອນກັນຍາຈະມີການປະຊຸມໃຫຍ່ຢູ່ເມືອງຊີດາພອຍ ລັດໂອຮາຍໂອ. ນັກສຶກສາຄຳພີໄບເບິນທີ່ຍັງໜຸ່ມຄົນໜຶ່ງຊື່ ຄລາເຣັນສ໌ ບີ. ບີທີ ຈາກມິດຊູຣີ ບອກວ່າ: “ທຸກຄົນຮູ້ສຶກວ່າຕ້ອງໄປໃຫ້ໄດ້.” ການປະຊຸມນີ້ມີຜູ້ຄົນເຂົ້າຮ່ວມຫຼາຍກວ່າ 6.000 ຄົນ ເຊິ່ງຫຼາຍເກີນກວ່າທີ່
ຄາດຄິດໄວ້ ແລະຍັງມີສິ່ງທີ່ໜ້າຕື່ນເຕັ້ນອີກຢ່າງໜຶ່ງຄື ມີຄົນຮັບບັບເຕມາຫຼາຍກວ່າ 200 ຄົນຢູ່ທະເລສາບເອຣີ.ໃນວັນທີ 5 ກັນຍາ 1919 ເຊິ່ງເປັນມື້ທີ 5 ຂອງການປະຊຸມ ຕອນທີ່ພີ່ນ້ອງຣັດເທີຝອດບັນລະຍາຍເລື່ອງ “ເຖິງຜູ້ຮ່ວມເຮັດວຽກ” ລາວປະກາດວ່າ: ມີການພິມວາລະສານໃໝ່ທີ່ຊື່ ເດິ ໂກເດິນ ເອຈ * (The Golden Age). ວາລະສານນີ້ຈະ “ບອກເຫດການສຳຄັນໆທີ່ເກີດຂຶ້ນໃນປັດຈຸບັນແລະຈະອະທິບາຍຕາມຫຼັກຄຳພີໄບເບິນວ່າເປັນຫຍັງເຫດການເຫຼົ່ານັ້ນຈຶ່ງເກີດຂຶ້ນ.”
ມີການສະໜັບສະໜູນໃຫ້ນັກສຶກສາຄຳພີໄບເບິນທຸກຄົນໃຊ້ວາລະສານໃໝ່ນີ້ປະກາດຢ່າງກ້າຫານ. ໃນຈົດໝາຍໄດ້ອະທິບາຍວິທີກຽມເພື່ອວຽກປະກາດວ່າ: “ໃຫ້ທຸກຄົນທີ່ຮັບບັບເຕມາແລ້ວຈື່ໄວ້ວ່າ ນີ້ເປັນສິດທິພິເສດທີ່ຍິ່ງໃຫຍ່ແທ້ໆທີ່ໄດ້ຮັບໃຊ້ພະເຈົ້າ ແລະສວຍໂອກາດໃນຕອນນີ້ທີ່ຈະມີສ່ວນຮ່ວມໃນການໃຫ້ຄຳປະກາດອັນໃຫຍ່ຫຼວງໃນຂອບເຂດທົ່ວໂລກ.” ມີພີ່ນ້ອງຫຼາຍຄົນເຂົ້າຮ່ວມໃນການປະກາດ! ໃນເດືອນທັນວາ ຜູ້ປະກາດລາຊະອານາຈັກຂອງພະເຈົ້າທີ່ກະຕືລືລົ້ນໄດ້ຮັບຈຳນວນການຈອງວາລະສານໃໝ່ນີ້ຫຼາຍກວ່າ 50.000 ລາຍ.
ໃນທ້າຍປີ 1919 ພະເຢໂຫວາໄດ້ຈັດລະບຽບປະຊາຊົນຂອງພະອົງໃໝ່ແລະພວກເຂົາໄດ້ຮັບກຳລັງທີ່ຈະຮັບໃຊ້ພະອົງ. ນອກຈາກນັ້ນ ຄຳພະຍາກອນທີ່ສຳຄັນຫຼາຍເລື່ອງກ່ຽວກັບສະໄໝສຸດທ້າຍກໍໄດ້ເກີດຂຶ້ນແທ້. ດັ່ງທີ່ເວົ້າໄວ້ໃນມາລາກີ 3:1-4 ການທົດສອບແລະການຫຼໍ່ຫຼອມປະຊາຊົນຂອງພະເຈົ້າໄດ້ສຳເລັດແລ້ວ ປະຊາຊົນຂອງພະເຢໂຫວາຖືກປົດປ່ອຍຈາກການເປັນຊະເລີຍຂອງ “ບາບີໂລນໃຫຍ່” ແລະພະເຍຊູໄດ້ແຕ່ງຕັ້ງ “ທາດທີ່ສັດຊື່ແລະສຸຂຸມ.” * (ຄຳປ. 18:2, 4; ມັດ. 24:45, ລ.ມ.) ຕອນນີ້ ກຸ່ມນັກສຶກສາຄຳພີໄບເບິນພ້ອມແລ້ວທີ່ຈະເຮັດວຽກທີ່ພະເຢໂຫວາຢາກໃຫ້ພວກເຂົາເຮັດ.
^ ຂໍ້ 13 ພີ່ນ້ອງຣັດເທີຝອດເປັນທະນາຍຄວາມແລະເປັນຜູ້ພິພາກສາ ລາວເປັນທີ່ຮູ້ຈັກໃນຊື່ວ່າ: “ຈັດຈ໌ ຣັດເທີຝອດ”
^ ຂໍ້ 22 ປີ 1937 ເດິ ໂກເດິນ ເອຈ ປ່ຽນຊື່ເປັນຄອນໂຊເລເຊິນ (Consolation) ແລະປີ 1946 ປ່ຽນຊື່ເປັນຕື່ນເຖີດ!
^ ຂໍ້ 24 ເບິ່ງຫໍສັງເກດການ 15 ກໍລະກົດ 2013 (ພາສາໄທ) ໜ້າ 10-12, 21-23; ມີນາ 2016 ໜ້າ 29-31