“ລັດຖະບານຂອງຂ້ອຍບໍ່ໄດ້ເປັນສ່ວນໜຶ່ງຂອງໂລກນີ້”
“ເຮົາໄດ້ມາໃນໂລກສຳລັບການນີ້ເພື່ອຈະເປັນພິຍານຝ່າຍຄວາມຈິງ.”—ໂຢຮັນ 18:37
1, 2. (ກ) ໂລກກຳລັງແຕກແຍກຫຼາຍຂຶ້ນແນວໃດ? (ຂ) ຄຳຖາມຫຍັງທີ່ເຮົາຈະໄດ້ຄຳຕອບໃນບົດຄວາມນີ້?
ພີ່ນ້ອງຍິງຄົນໜຶ່ງໃນເອີຣົບໃຕ້ເວົ້າເຖິງອະດີດຂອງລາວວ່າ: “ຕັ້ງແຕ່ຍັງນ້ອຍຂ້ອຍເຫັນແຕ່ຄວາມຮຸນແຮງ ດັ່ງນັ້ນ ຂ້ອຍຈຶ່ງຕໍ່ຕ້ານລະບົບການເມືອງໃນປະເທດຂອງຂ້ອຍ ແລະສະໜັບສະໜູນຄວາມຄິດຂອງພວກຫົວຮຸນແຮງ. ທີ່ຈິງ ຂ້ອຍເປັນແຟນກັບຜູ້ກໍ່ການຮ້າຍມາຫຼາຍປີ.” ພີ່ນ້ອງຊາຍຄົນໜຶ່ງໃນປະເທດອາຝຼິກກາໃຕ້ອະທິບາຍເຫດຜົນທີ່ລາວໃຊ້ຄວາມຮຸນແຮງວ່າ: “ຂ້ອຍເຊື່ອວ່າເຜົ່າຂອງຂ້ອຍເໜືອກວ່າເຜົ່າອື່ນໆ ແລະຂ້ອຍກໍເຂົ້າຮ່ວມກັບພັກການເມືອງໜຶ່ງ. ພວກເຮົາຖືກສອນໃຫ້ຂ້າຄົນທີ່ຢູ່ຝ່າຍກົງກັນຂ້າມດ້ວຍຫອກ ແລະຂ້າແມ່ນແຕ່ຄົນທີ່ເປັນເຜົ່າດຽວກັນເຊິ່ງໄປສະໜັບສະໜູນພັກການເມືອງອື່ນ.” ພີ່ນ້ອງຍິງທີ່ຢູ່ເອີຣົບກາງກໍບອກວ່າ: “ຂ້ອຍເປັນຄົນທີ່ມີອະຄະຕິ ແລະຂ້ອຍກໍກຽດຊັງຄົນທີ່ມີເຊື້ອຊາດແລະສາສະໜາທີ່ແຕກຕ່າງຈາກຂ້ອຍ.”
2 ທຸກມື້ນີ້ມີຜູ້ຄົນຫຼາຍຂຶ້ນເລື້ອຍໆທີ່ມີຄວາມຄິດຄືກັບສາມຄົນນັ້ນ. ກຸ່ມການເມືອງຫຼາຍກຸ່ມພະຍາຍາມໃຊ້ຄວາມຮຸນແຮງເພື່ອຈະມີອິດສະຫຼະພາບ. ເປັນເລື່ອງປົກກະຕິທີ່ຜູ້ຄົນຈະຕໍ່ສູ້ໃນເລື່ອງການເມືອງ. ໃນຫຼາຍໆປະເທດ ຄົນ2 ຕີໂມເຕ 3:1, 3, ລ.ມ.) ຄລິດສະຕຽນຈະຮັກສາຄວາມເປັນນໍ້າໜຶ່ງໃຈດຽວກັນໄດ້ແນວໃດໃນໂລກທີ່ແຕກແຍກນີ້? ເຮົາຈະຮຽນເລື່ອງນີ້ຈາກຕົວຢ່າງຂອງພະເຍຊູ. ຜູ້ຄົນໃນສະໄໝຂອງເພິ່ນມີຄວາມແຕກແຍກເພາະມີຄວາມຄິດເຫັນທີ່ຂັດແຍ່ງກັນຢ່າງຮຸນແຮງທາງການເມືອງ. ໃນບົດຄວາມນີ້ເຮົາຈະໄດ້ຄຳຕອບຂອງ 3 ຄຳຖາມຕໍ່ໄປນີ້: ເປັນຫຍັງພະເຍຊູຈຶ່ງບໍ່ຫຍຸ້ງກ່ຽວກັບກຸ່ມການເມືອງໃດໆ? ພະເຍຊູເຮັດໃຫ້ເຫັນແນວໃດວ່າປະຊາຊົນຂອງພະເຈົ້າຕ້ອງບໍ່ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງທາງການເມືອງ? ແລະພະເຍຊູສອນເຮົາແນວໃດວ່າເຮົາບໍ່ຄວນໃຊ້ຄວາມຮຸນແຮງ?
ທ້ອງຖິ່ນປະຕິບັດບໍ່ດີກັບຄົນຕ່າງຊາດຫຼາຍຂຶ້ນເລື້ອຍໆ. ຄືກັບທີ່ຄຳພີໄບເບິນໄດ້ບອກໄວ້ລ່ວງໜ້າວ່າໃນສະໄໝສຸດທ້າຍຜູ້ຄົນຈະ “ບໍ່ຍອມໃຜ.” (ພະເຍຊູໄດ້ສະໜັບສະໜູນຄົນທີ່ຢາກເປັນອິດສະຫຼະບໍ?
3, 4. (ກ) ຄົນຢິວຫຼາຍຄົນໃນສະໄໝຂອງພະເຍຊູຕ້ອງການຫຍັງ? (ຂ) ເລື່ອງນີ້ມີຜົນແນວໃດຕໍ່ພວກລູກສິດຂອງພະເຍຊູ?
3 ຄົນຢິວຫຼາຍຄົນທີ່ພະເຍຊູປະກາດນຳຢາກເປັນອິດສະຫຼະຈາກໂລມ. ພວກເຊລັອດເຊິ່ງເປັນພວກຫົວຮຸນແຮງທາງການເມືອງຄົນຢິວ ພະຍາຍາມເຮັດທຸກສິ່ງເພື່ອຈະໃຫ້ຄວາມຮູ້ສຶກນີ້ຮຸນແຮງຂຶ້ນ. ພວກເຊລັອດຫຼາຍຄົນຕິດຕາມຊາຍຄົນໜຶ່ງທີ່ຊື່ຢູດາຄົນຄາລິເລທີ່ມີຊີວິດຢູ່ໃນສະໄໝຂອງພະເຍຊູ. ຢູດາເປັນເມຊີປອມທີ່ຊັກຈູງຫຼາຍຄົນໄປໃນທາງທີ່ຜິດ. ໂຢເຊຟຸດນັກປະຫວັດສາດຄົນຢິວບອກວ່າ ຢູດາຊັກຊວນໃຫ້ຄົນຊາດດຽວກັນຕໍ່ຕ້ານພວກໂລມ ແລະເອີ້ນຄົນທີ່ຍອມເສຍພາສີໃຫ້ໂລມວ່າເປັນ “ພວກຄົນຂີ້ຢ້ານ.” ໃນທີ່ສຸດ ຢູດາກໍຖືກພວກໂລມຂ້າຕາຍ. (ກິດຈະການ 5:37) ພວກເຊລັອດບາງຄົນເຖິງກັບໃຊ້ຄວາມຮຸນແຮງເພື່ອຈະໄດ້ສິ່ງທີ່ຕ້ອງການ.
4 ຄົນຢິວສ່ວນຫຼາຍຍັງລໍຖ້າເມຊີຢ່າງໃຈຈົດໃຈຈໍ່. ເຂົາເຈົ້າຄິດວ່າເມຊີຈະມາປົດປ່ອຍເຂົາເຈົ້າຈາກການປົກຄອງຂອງໂລມແລະເຮັດໃຫ້ຊາດອິດສະລາແອນກັບມາຍິ່ງໃຫຍ່ອີກຄັ້ງ. (ລືກາ 2:38; 3:15) ຫຼາຍຄົນເຊື່ອວ່າເມຊີຈະສ້າງຕັ້ງລັດຖະບານຢູ່ເທິງໂລກນີ້ໃນອິດສະລາແອນ. ຖ້າເລື່ອງນີ້ເກີດຂຶ້ນ ຄົນຢິວທີ່ອາໄສຢູ່ທົ່ວໂລກກໍຈະກັບມາຢູ່ທີ່ນີ້ອີກ. ແມ່ນແຕ່ໂຢຮັນບັບຕິດໂຕກໍຍັງເຄີຍຖາມພະເຍຊູວ່າ: ‘ພະອົງເປັນຜູ້ທີ່ຈະມາຫຼື ຫຼືໝູ່ຂ້າພະເຈົ້າຈະຕ້ອງຄອງຫາຜູ້ໜຶ່ງອີກ?’ (ມັດທາຍ 11:2, 3) ໂຢຮັນອາດສົງໄສວ່າຈະມີອີກຄົນໜຶ່ງບໍທີ່ຈະມາປົດປ່ອຍຄົນຢິວໃຫ້ເປັນອິດສະຫຼະ. ຕໍ່ມາ ຕອນທີ່ລູກສິດສອງຄົນກຳລັງເດີນທາງໄປເມືອງເອມາອຶດ ເຂົາເຈົ້າໄດ້ພົບພະເຍຊູຫຼັງຈາກທີ່ເພິ່ນຟື້ນຄືນມາຈາກຕາຍ. ເຂົາເຈົ້າບອກວ່າເຂົາເຈົ້າກໍເຄີຍຫວັງວ່າພະເຍຊູຈະເປັນຜູ້ປົດປ່ອຍຊາດອິດສະລາແອນໃຫ້ເປັນອິດສະຫຼະ. (ອ່ານລືກາ 24:21) ບໍ່ດົນຫຼັງຈາກນັ້ນ ພວກອັກຄະສາວົກກໍຖາມພະເຍຊູວ່າ: “ນາຍທ່ານ ທ່ານຈະກູ້ເອກະລາດໃຫ້ອານາຈັກອິດສະລາແອນຕອນນີ້ເລີຍບໍ?”—ກິດຈະການ 1:6, ລ.ມ.
5. (ກ) ເປັນຫຍັງຜູ້ຄົນໃນຄາລິເລຢາກໃຫ້ພະເຍຊູເປັນກະສັດຂອງເຂົາເຈົ້າ? (ຂ) ພະເຍຊູແກ້ໄຂຄວາມຄິດຂອງເຂົາເຈົ້າແນວໃດ?
5 ຄົນຢິວຄາດໝາຍວ່າເມຊີຈະແກ້ໄຂບັນຫາຂອງເຂົາເຈົ້າ. ນີ້ອາດເປັນເຫດຜົນທີ່ຜູ້ຄົນໃນຄາລິເລຢາກໃຫ້ພະເຍຊູເປັນກະສັດຂອງເຂົາເຈົ້າ. ເຂົາເຈົ້າຄິດວ່າພະເຍຊູເປັນຜູ້ນຳທີ່ດີທີ່ສຸດ. ເພິ່ນເປັນຜູ້ບັນລະຍາຍທີ່ເກັ່ງຫຼາຍ ປິ່ນປົວຄົນເຈັບໄດ້ ແລະເຖິງຂັ້ນຈັດໃຫ້ມີອາຫານເພື່ອຄົນທີ່ຫິວ. ຫຼັງຈາກພະເຍຊູລ້ຽງອາຫານ 5.000 ຄົນກໍເຮັດໃຫ້ຜູ້ຄົນຮູ້ສຶກງຶດງໍ້ຫຼາຍ. ພະເຍຊູຮູ້ວ່າເຂົາເຈົ້າຈະເຮັດຫຍັງ. ຄຳພີໄບເບິນບອກວ່າ: “ເມື່ອພະເຍຊູຮູ້ວ່າເຂົາຈະມາເອົາພະອົງເພື່ອຈະຕັ້ງຢູ່ເປັນກະສັດ ພະອົງໄດ້ລາອີກໄປເທິງພູເຂົາແຕ່ຜູ້ດຽວ.” (ໂຢຮັນ 6:10-15) ມື້ຕໍ່ມາເບິ່ງຄືວ່າປະຊາຊົນ ຈະມີທ່າທີສະຫງົບລົງແລ້ວ ພະເຍຊູກໍອະທິບາຍກັບເຂົາເຈົ້າວ່າເພິ່ນບໍ່ໄດ້ມາເພື່ອຈັດຫາອາຫານຫຼືວັດຖຸໃຫ້ເຂົາເຈົ້າ ແຕ່ມາເພື່ອສອນເລື່ອງລັດຖະບານຂອງພະເຈົ້າ. ເພິ່ນບອກເຂົາເຈົ້າວ່າ: “ຈົ່ງກະທຳການບໍ່ໃຊ່ໄດ້ອາຫານທີ່ຈິບຫາຍໄປ ແຕ່ວ່າໄດ້ອາຫານທີ່ຕັ້ງຢູ່ຈົນເຖິງຊີວິດອັນຕະຫຼອດໄປເປັນນິດ.”—ໂຢຮັນ 6:25-27
6. ພະເຍຊູເຮັດໃຫ້ເຫັນຊັດເຈນແນວໃດວ່າເພິ່ນບໍ່ຕ້ອງການອຳນາດທາງການເມືອງຂອງໂລກ? (ເບິ່ງຮູບທຳອິດ)
6 ບໍ່ດົນກ່ອນພະເຍຊູຕາຍ ເພິ່ນຮູ້ວ່າຜູ້ຕິດຕາມບາງຄົນເຊື່ອວ່າເພິ່ນຈະເລີ່ມປົກຄອງເປັນກະສັດຢູ່ເມືອງເຢຣຶຊາເລມ. ພະເຍຊູຈຶ່ງເລົ່າຕົວຢ່າງປຽບທຽບເລື່ອງເງິນຫຼຽນເພື່ອຊ່ວຍເຂົາເຈົ້າໃຫ້ເຂົ້າໃຈວ່າສິ່ງທີ່ເຂົາເຈົ້າຄິດຈະບໍ່ເກີດຂຶ້ນແນ່ນອນ. ຕົວຢ່າງປຽບທຽບນີ້ເວົ້າເຖິງ “ທ່ານຜູ້ໃຫຍ່ຜູ້ໜຶ່ງ” ເຊິ່ງກໍຄືພະເຍຊູທີ່ຕ້ອງໄປບ່ອນອື່ນເປັນເວລາດົນ. (ລືກາ 19:11-13, 15) ພະເຍຊູຍັງບອກປົນເຊ ພີລາດເຈົ້າໜ້າທີ່ລະດັບສູງຂອງໂລມຢ່າງຈະແຈ້ງວ່າ ເພິ່ນບໍ່ຫຍຸ້ງກ່ຽວກັບການເມືອງຂອງໂລກ. ພີລາດອາດຢ້ານວ່າພະເຍຊູຈະເຮັດໃຫ້ປະຊາຊົນກະບົດຕໍ່ໂລມ ພີລາດຈຶ່ງຖາມພະເຍຊູວ່າ: “ທ່ານເປັນກະສັດແຫ່ງພວກຢູເດຫຼື?” (ໂຢຮັນ 18:33) ແຕ່ພະເຍຊູຕອບວ່າ: “ລັດຖະບານຂອງຂ້ອຍບໍ່ໄດ້ເປັນສ່ວນໜຶ່ງຂອງໂລກນີ້.” (ໂຢຮັນ 18:36, ລ.ມ.) ພະເຍຊູບໍ່ຍອມເຂົ້າໄປຫຍຸ້ງກ່ຽວກັບການເມືອງເພາະລັດຖະບານຂອງເພິ່ນຢູ່ເທິງສະຫວັນ. ເພິ່ນບອກວ່າວຽກທີ່ເພິ່ນເຮັດຢູ່ແຜ່ນດິນໂລກຄືການ “ເປັນພິຍານຝ່າຍຄວາມຈິງ.”—ອ່ານໂຢຮັນ 18:37
7. ເປັນຫຍັງອາດເປັນເລື່ອງຍາກທີ່ຈະບໍ່ສະໜັບສະໜູນກຸ່ມການເມືອງແມ່ນແຕ່ໃນໃຈຂອງເຮົາ?
7 ພະເຍຊູເຂົ້າໃຈດີວ່າວຽກມອບໝາຍຂອງເພິ່ນແມ່ນຫຍັງ. ຖ້າເຮົາເຂົ້າໃຈວ່າວຽກມອບໝາຍຂອງເຮົາແມ່ນຫຍັງ ເຮົາກໍຈະບໍ່ໄປຫຍຸ້ງກ່ຽວກຸ່ມການເມືອງໃດໆແມ່ນແຕ່ໃນໃຈຂອງເຮົາ. ນີ້ອາດບໍ່ແມ່ນເລື່ອງງ່າຍ. ຜູ້ດູແລໝວດຄົນໜຶ່ງເວົ້າວ່າຄົນໃນເຂດຮັບໃຊ້ຂອງລາວກຳລັງມີແນວຄິດທີ່ຮຸນແຮງທາງການເມືອງຫຼາຍຂຶ້ນເລື້ອຍໆ. ເຂົາເຈົ້າພູມໃຈໃນເຊື້ອຊາດ
ຂອງຕົວເອງແລະເຊື່ອວ່າຖ້າຄົນໃນຊາດຂອງຕົນປົກຄອງ ເຂົາເຈົ້າກໍຄົງຈະມີຊີວິດທີ່ດີຂຶ້ນ. ລາວເວົ້າອີກວ່າ: “ໜ້າດີໃຈທີ່ພີ່ນ້ອງຮັກສາຄວາມເປັນນໍ້າໜຶ່ງໃຈດຽວກັນໂດຍເລັງໃສ່ວຽກປະກາດຂ່າວດີເລື່ອງລັດຖະບານຂອງພະເຈົ້າ. ເຂົາເຈົ້າລໍຖ້າໃຫ້ພະເຈົ້າແກ້ໄຂຄວາມບໍ່ຍຸຕິທຳແລະບັນຫາອື່ນໆທີ່ເຮົາປະສົບ.”ພະເຍຊູຮັກສາຄວາມເປັນກາງທາງການເມືອງແນວໃດ?
8. ຄວາມບໍ່ຍຸຕິທຳຫຍັງທີ່ຄົນຢິວຫຼາຍຄົນປະສົບໃນສະໄໝພະເຍຊູ?
8 ເມື່ອຜູ້ຄົນເຫັນຄວາມບໍ່ຍຸຕິທຳເກີດຂຶ້ນອ້ອມຮອບຕົວ ເຂົາເຈົ້າມັກຈະມີສ່ວນກ່ຽວຂ້ອງກັບການເມືອງຫຼາຍຂຶ້ນ. ໃນສະໄໝຂອງພະເຍຊູ ການເສຍພາສີເປັນສາເຫດໜຶ່ງທີ່ເຮັດໃຫ້ຫຼາຍຄົນເລືອກວ່າຈະຢູ່ຝ່າຍໃດທາງການເມືອງ. ທີ່ຈິງ ຢູດາຄົນຄາລິເລຕໍ່ຕ້ານພວກໂລມກໍຍ້ອນເຂົາເຈົ້າໃຫ້ປະຊາຊົນໄປລົງທະບຽນເພື່ອເສຍພາສີໃຫ້ເຂົາເຈົ້າ. ມີພາສີຕ່າງໆທີ່ຈະຕ້ອງຈ່າຍ ເຊັ່ນ: ພາສີຊັບສິນ ທີ່ດິນ ແລະເຮືອນ. ນອກຈາກນັ້ນ ຄົນເກັບພາສີກໍຍັງເປັນຄົນທີ່ຂີ້ໂກງຫຼາຍ ເຊິ່ງເຮັດໃຫ້ເກີດບັນຫາໜັກກວ່າເກົ່າ. ບາງຄັ້ງເຂົາເຈົ້າເອົາເງິນໃຫ້ເຈົ້າໜ້າທີ່ລັດເພື່ອຊື້ຈ້າງຕຳແໜ່ງ ແລະໃຊ້ອຳນາດເພື່ອຫາເງິນໃຫ້ໄດ້ຫຼາຍໆ. ຊັກຄາຍເຊິ່ງເປັນຫົວໜ້າຄົນເກັບພາສີຢູ່ເມືອງເຢລິໂກກໍລວຍຍ້ອນຂູດຮີດເອົາເງິນປະຊາຊົນ.—ລືກາ 19:2, 8
9, 10. (ກ) ສັດຕູຂອງພະເຍຊູພະຍາຍາມເຮັດໃຫ້ເພິ່ນກ່ຽວຂ້ອງກັບການເມືອງແນວໃດ? (ຂ) ເຮົາໄດ້ຮຽນຫຍັງຈາກຄຳຕອບຂອງພະເຍຊູ? (ເບິ່ງຮູບທຳອິດ)
9 ສັດຕູຂອງພະເຍຊູພະຍາຍາມທີ່ຈະເຮັດໃຫ້ເພິ່ນມີສ່ວນກ່ຽວຂ້ອງໃນເລື່ອງການເສຍພາສີ. ເຂົາເຈົ້າຖາມພະເຍຊູເລື່ອງ “ການເສຍເງິນສ່ວຍ” ຫຼືເສຍພາສີທີ່ຄົນຢິວທຸກຄົນຕ້ອງຈ່າຍ 3 ບີ້. (ອ່ານມັດທາຍ 22:16-18) ຄົນຢິວກຽດຊັງການເສຍພາສີນີ້ແທ້ໆ ເພາະມັນຊໍ້າເຕີມໃຫ້ເຂົາເຈົ້າຮູ້ວ່າຢູ່ພາຍໃຕ້ລັດຖະບານຂອງໂລມ. “ພວກເຫໂລດ” ຄືພວກທີ່ສະໜັບສະໜູນແນວຄິດແບບການເມືອງຂອງເຫໂລດ ເຂົາເຈົ້າຫວັງວ່າຖ້າພະເຍຊູຕອບວ່າບໍ່ຄວນເສຍພາສີ ເຂົາເຈົ້າກໍສາມາດກ່າວຫາວ່າເພິ່ນເປັນສັດຕູຂອງຈັກກະພັດໂລມໄດ້. ແຕ່ຖ້າພະເຍຊູຕອບວ່າຕ້ອງເສຍພາສີ ຜູ້ຄົນອາດຈະເຊົາຕິດຕາມເພິ່ນ. ແລ້ວພະເຍຊູເຮັດແນວໃດ?
10 ພະເຍຊູລະມັດລະວັງເພື່ອຮັກສາຄວາມເປັນກາງໃນເລື່ອງນີ້. ເພິ່ນບອກວ່າ: “ສິ່ງຂອງກະສັດເຊຊາຈົ່ງສົ່ງໃຫ້ຄືນແກ່ກະສັດເຊຊາ ແລະສິ່ງຂອງພະເຈົ້າຈົ່ງສົ່ງໃຫ້ຄືນແກ່ພະເຈົ້າ.” (ມັດທາຍ 22:21) ພະເຍຊູຮູ້ວ່າຄົນເກັບພາສີຫຼາຍຄົນເປັນຄົນຂີ້ໂກງ ແຕ່ເພິ່ນບໍ່ໄດ້ສົນໃຈໄປທີ່ຈຸດນັ້ນ ເພິ່ນໃຫ້ຄວາມສົນໃຈໄປທີ່ລັດຖະບານຂອງພະເຈົ້າເຊິ່ງຈະແກ້ໄຂບັນຫາຂອງມະນຸດໄດ້ແທ້ໆ. ພະເຍຊູວາງຕົວຢ່າງທີ່ດີໃຫ້ເຮົາ ເຮົາຈະບໍ່ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງທາງການເມືອງ ເຖິງວ່າຝ່າຍໜຶ່ງຈະເບິ່ງຄືວ່າເຮັດສິ່ງທີ່ຖືກຕ້ອງແລະຍຸຕິທຳ ແລະອີກຝ່າຍໜຶ່ງເບິ່ງຄືວ່າເຮັດສິ່ງທີ່ຜິດແລະບໍ່ຍຸຕິທຳ. ຄລິດສະຕຽນສົນໃຈໄປທີ່ລັດຖະບານຂອງພະເຈົ້າແລະສິ່ງທີ່ພະເຈົ້າບອກວ່າຖືກຕ້ອງເທົ່ານັ້ນ. ຍ້ອນເຫດຜົນນີ້ ເຮົາຈຶ່ງບໍ່ສະແດງຄວາມຄິດເຫັນທີ່ຮຸນແຮງຕໍ່ກັບຄວາມບໍ່ຍຸຕິທຳຫຼືເວົ້າຕໍ່ຕ້ານລັດຖະບານ.—ມັດທາຍ 6:33
11. ຖ້າເຮົາຢາກໄດ້ຮັບຄວາມຍຸຕິທຳ ວິທີທີ່ຖືກຕ້ອງທີ່ເຮົາຄວນເຮັດແມ່ນຫຍັງ?
11 ພະຍານພະເຢໂຫວາຫຼາຍຄົນສາມາດກຳຈັດແນວຄິດທີ່ຮຸນແຮງທາງດ້ານການເມືອງໄດ້. ຕົວຢ່າງ: ກ່ອນທີ່ພີ່ນ້ອງຍິງຜິວດຳຄົນໜຶ່ງໃນອັງກິດຈະຮຽນຄວາມຈິງ ລາວໄດ້ຮຽນສັງຄົມວິທະຍາຢູ່ມະຫາວິທະຍາໄລເຊິ່ງເຮັດໃຫ້ລາວມີແນວຄິດທີ່ຮຸນແຮງໃນເລື່ອງການເມືອງ. ລາວບອກວ່າ: “ຂ້ອຍຢາກຊະນະການຕໍ່
ສູ້ເພື່ອສິດຂອງຄົນຜິວດຳ ເພາະເຮົາປະສົບກັບຄວາມບໍ່ຍຸຕິທຳຫຼາຍແທ້ໆ. ເຖິງວ່າຂ້ອຍຈະຖຽງໄດ້ຊະນະຕະຫຼອດ ແຕ່ສຸດທ້າຍຂ້ອຍກໍຍັງຮູ້ສຶກບໍ່ດີ. ຕອນນັ້ນຂ້ອຍບໍ່ຮູ້ເລີຍວ່າສາເຫດຂອງຄວາມບໍ່ຍຸຕິທຳເລື່ອງການແບ່ງແຍກດ້ານເຊື້ອຊາດຈະຕ້ອງເລີ່ມແກ້ໄຂທີ່ຫົວໃຈຂອງຄົນ. ເມື່ອຂ້ອຍເລີ່ມສຶກສາຄຳພີໄບເບິນ ຂ້ອຍຈຶ່ງຮູ້ວ່າຂ້ອຍຕ້ອງເລີ່ມແກ້ໄຂທີ່ຫົວໃຈຂອງຂ້ອຍກ່ອນ.” ພີ່ນ້ອງຍິງຜິວຂາວຊ່ວຍລາວໃຫ້ປ່ຽນວິທີຄິດແລະຄວາມຮູ້ສຶກໃນໃຈ. ພີ່ນ້ອງຍິງຜິວດຳບອກອີກວ່າ: “ຕອນນີ້ ຂ້ອຍຮັບໃຊ້ເປັນໄພໂອເນຍປະຈຳໃນປະຊາຄົມພາສາມື ແລະຂ້ອຍກຳລັງຮຽນທີ່ຈະຊ່ວຍຄົນທຸກຊະນິດ.”“ຈົ່ງເອົາດາບຂອງທ່ານໃສ່ໄວ້ໃນຝັກມັນ”
12. “ເຊື້ອ” ຫຍັງທີ່ພະເຍຊູເຕືອນພວກລູກສິດໃຫ້ລະວັງ?
12 ໃນສະໄໝຂອງພະເຍຊູ ພວກຜູ້ນຳສາສະໜາມັກສະໜັບສະໜູນການເມືອງ. ຕົວຢ່າງ: ປຶ້ມຊີວິດທີ່ປາເລດສະຕິນໃນສະໄໝພະເຍຊູ (ພາສາອັງກິດ) ບອກວ່າ: ຄົນຢິວຖືກແບ່ງແຍກໂດຍສາສະໜາເຊິ່ງເປັນກຸ່ມດຽວກັບພັກການເມືອງ. ດັ່ງນັ້ນ ພະເຍຊູຈຶ່ງເຕືອນພວກລູກສິດວ່າ: “ຈົ່ງເບິ່ງ ລະວັງໃຫ້ດີດ້ວຍເຊື້ອແຫ່ງພວກຟາລິຊຽນແລະເຊື້ອແຫ່ງກະສັດເຫໂລດ.” (ມາລະໂກ 8:15) ເມື່ອພະເຍຊູເວົ້າເຖິງເຫໂລດ ເພິ່ນອາດໝາຍເຖິງພວກຂອງເຫໂລດ. ສ່ວນອີກກຸ່ມໜຶ່ງຄືພວກຟາລິຊຽນທີ່ຢາກໃຫ້ຄົນຢິວເປັນອິດສະຫຼະຈາກຈັກກະພັດໂລມ. ໃນບັນທຶກຂອງມັດທາຍ ພະເຍຊູຍັງເຕືອນລູກສິດໃຫ້ລະວັງພວກຊາດຶເຊເອນຄືກັນ. ພວກນີ້ຢາກໃຫ້ໂລມປົກຄອງຕໍ່ໄປເພາະຈະເຮັດໃຫ້ເຂົາເຈົ້າມີອຳນາດ. ພະເຍຊູຈຶ່ງເຕືອນພວກລູກສິດໃຫ້ຫຼີກລ່ຽງ “ເຊື້ອ” ເຊິ່ງກໍຄືຄຳສອນຂອງ 3 ກຸ່ມນີ້. (ມັດທາຍ 16:6, 12) ໜ້າສົນໃຈທີ່ພະເຍຊູເຕືອນເລື່ອງນີ້ບໍ່ດົນຫຼັງຈາກທີ່ປະຊາຊົນຢາກໃຫ້ເພິ່ນເປັນກະສັດ.
ພະເຍຊູສອນລູກສິດວ່າເຂົາເຈົ້າຕ້ອງຮັກສາຄວາມເປັນກາງແທ້ໆ
13, 14. (ກ) ການເມືອງແລະສາສະໜາເຮັດໃຫ້ເກີດຄວາມຮຸນແຮງແລະຄວາມບໍ່ຍຸຕິທຳແນວໃດ? (ຂ) ເປັນຫຍັງຈຶ່ງບໍ່ຖືກຕ້ອງທີ່ຈະໃຊ້ຄວາມຮຸນແຮງ ເຖິງວ່າເຮົາຈະຖືກປະຕິບັດຢ່າງບໍ່ຍຸຕິທຳ? (ເບິ່ງຮູບທຳອິດ)
13 ເມື່ອສາສະໜາເຂົ້າໄປຫຍຸ້ງກ່ຽວກັບການເມືອງກໍມັກຈະເຮັດໃຫ້ເກີດຄວາມຮຸນແຮງຢູ່ສະເໝີ. ພະເຍຊູສອນລູກສິດວ່າເຂົາເຈົ້າຕ້ອງຮັກສາຄວາມເປັນກາງແທ້ໆ. ນີ້ເປັນເຫດຜົນທີ່ພວກປະໂລຫິດໃຫຍ່ແລະພວກຟາລິຊຽນຢາກຂ້າພະເຍຊູ. ເຂົາເຈົ້າຢ້ານວ່າປະຊາຊົນຈະຟັງພະເຍຊູແລະເຊົາຕິດຕາມເຂົາເຈົ້າ. ຖ້າເປັນແບບນັ້ນແທ້ ເຂົາເຈົ້າຈະສູນເສຍອຳນາດທາງສາສະໜາແລະທາງການເມືອງ. ເຂົາເຈົ້າຈຶ່ງເວົ້າກັນວ່າ: “ຖ້າເຮົາທັງຫຼາຍໃຫ້ເພິ່ນກະທຳຢູ່ຢ່າງນັ້ນຄົນທັງປວງຈະເຊື່ອໃນທ່ານ ແລະພວກໂລມຈະມາແລະຈະເອົາທັງບ່ອນແລະປະເທດຂອງພວກເຮົາອອກເສຍ.” (ໂຢຮັນ 11:48) ດັ່ງນັ້ນ ປະໂລຫິດໃຫຍ່ກາອີເຟຈຶ່ງໄດ້ວາງແຜນຈະຂ້າພະເຍຊູ.—ໂຢຮັນ 11:49-53; 18:14
14 ກາອີເຟລໍຖ້າຈົນຄໍ່າຈຶ່ງສົ່ງທະຫານໄປຈັບພະເຍຊູ. ແຕ່ພະເຍຊູກໍຮູ້ຈັກແຜນການທີ່ຈະຂ້າເພິ່ນ. ດັ່ງນັ້ນ ໃນລະຫວ່າງທີ່ເພິ່ນກິນອາຫານຄາບສຸດທ້າຍກັບອັກຄະສາວົກ ເພິ່ນຈຶ່ງບອກໃຫ້ເຂົາເຈົ້າເອົາດາບໄປນຳ ແລະດາບ 2 ດວງກໍພຽງພໍແລ້ວທີ່ຈະສອນບົດຮຽນທີ່ສຳຄັນໃຫ້ເຂົາເຈົ້າ. (ລືກາ 22:36-38) ຕໍ່ມາໃນຄືນນັ້ນ ຝູງຊົນກໍເຂົ້າມາຈັບພະເຍຊູ ແລ້ວເປໂຕກໍ ຮູ້ສຶກໃຈຮ້າຍຫຼາຍກັບຄວາມບໍ່ຍຸຕິທຳທີ່ເກີດຂຶ້ນ ລາວຈຶ່ງຖອດດາບອອກມາຟັນຜູ້ຊາຍຄົນໜຶ່ງ. (ໂຢຮັນ 18:10) ແຕ່ພະເຍຊູບອກເປໂຕວ່າ: “ຈົ່ງເອົາດາບຂອງທ່ານໃສ່ໄວ້ໃນຝັກມັນ ເພາະວ່າຄົນທັງປວງທີ່ຖືເອົາດາບຈະຈິບຫາຍດ້ວຍດາບ.” (ມັດທາຍ 26:52, 53) ບົດຮຽນສຳຄັນຫຍັງທີ່ພະເຍຊູສອນພວກລູກສິດ? ເຂົາເຈົ້າຕ້ອງບໍ່ເປັນສ່ວນຂອງໂລກ. ນີ້ເປັນສິ່ງທີ່ພະເຍຊູໄດ້ອະທິດຖານໃນຄືນນັ້ນກ່ອນໜ້ານີ້. (ອ່ານໂຢຮັນ 17:16) ມີພຽງພະເຢໂຫວາຜູ້ດຽວເທົ່ານັ້ນທີ່ມີສິດຈັດການກັບຄວາມບໍ່ຍຸຕິທຳ.
15, 16. (ກ) ພະຄຳຂອງພະເຈົ້າຊ່ວຍຄລິດສະຕຽນບໍ່ໃຫ້ມີຄວາມຂັດແຍ່ງກັນແນວໃດ? (ຂ) ເມື່ອພະເຢໂຫວາເບິ່ງໂລກໃນທຸກມື້ນີ້ ພະອົງເຫັນຄວາມແຕກຕ່າງຫຍັງ?
15 ພີ່ນ້ອງຍິງໃນເອີຣົບໃຕ້ທີ່ເວົ້າເຖິງກ່ອນໜ້ານີ້ໄດ້ບົດຮຽນແບບດຽວກັນ. ລາວບອກວ່າ: “ຂ້ອຍເຫັນວ່າຄວາມຮຸນແຮງບໍ່ໄດ້ເຮັດໃຫ້ເກີດຄວາມຍຸຕິທຳ. ຄົນທີ່ໃຊ້ຄວາມຮຸນແຮງມັກພົບຈຸດຈົບດ້ວຍຄວາມຕາຍ. ສ່ວນຄົນອື່ນໆກໍມີແຕ່ຄວາມຄຽດແຄ້ນແລະບໍ່ມີຄວາມສຸກ. ແຕ່ຂ້ອຍມີຄວາມສຸກຫຼາຍແທ້ໆທີ່ໄດ້ຮຽນຮູ້ຈາກຄຳພີໄບເບິນວ່າ ມີພຽງພະເຈົ້າເທົ່ານັ້ນທີ່ຈະເຮັດໃຫ້ໂລກເຮົາມີຄວາມຍຸຕິທຳໄດ້ແທ້ໆ ແລະຂ້ອຍກໍປະກາດຂ່າວສານນີ້ມາເປັນເວລາ 25 ປີແລ້ວ.” ພີ່ນ້ອງຊາຍໃນອາຝຼິກກາໃຕ້ໄດ້ເອົາຫອກປ່ຽນເປັນ “ດາບຂອງພະວິນຍານ” ເຊິ່ງກໍຄືພະຄຳຂອງພະເຈົ້າ. (ເອເຟດ 6:17) ຕອນນີ້ ລາວປະກາດຂ່າວສານແຫ່ງສັນຕິສຸກກັບຄົນທຸກຊະນິດບໍ່ວ່າເຂົາເຈົ້າຈະມາຈາກເຜົ່າໃດກໍຕາມ. ສ່ວນພີ່ນ້ອງຍິງໃນເອີຣົບກາງ ຫຼັງຈາກທີ່ເຂົ້າມາເປັນພະຍານພະເຢໂຫວາ ລາວກໍໄດ້ແຕ່ງດອງກັບພີ່ນ້ອງຊາຍໃນກຸ່ມເຊື້ອຊາດທີ່ລາວເຄີຍກຽດຊັງ. ພີ່ນ້ອງທັງ 3 ຄົນນີ້ໄດ້ປ່ຽນແປງຕົວເອງເພາະເຂົາເຈົ້າຢາກເປັນຄືກັບພະເຍຊູ.
16 ເປັນເລື່ອງສຳຄັນຫຼາຍທີ່ຈະຕ້ອງປ່ຽນແປງຕົວເອງ. ຄຳພີໄບເບິນບອກວ່າມະນຸດເປັນຄືກັບນໍ້າທະເລທີ່ປັ່ນປ່ວນແລະບໍ່ເຄີຍສະຫງົບ. (ເອຊາອີ 17:12; 57:20, 21; ຄຳປາກົດ 13:1) ການເມືອງເຮັດໃຫ້ຜູ້ຄົນແຕກແຍກແລະເຮັດໃຫ້ເກີດຄວາມຮຸນແຮງ. ແຕ່ພວກເຮົາຢູ່ຢ່າງສະຫງົບສຸກແລະເປັນນໍ້າໜຶ່ງໃຈດຽວກັນ. ເມື່ອພະເຢໂຫວາເຫັນຜູ້ຄົນໃນໂລກນີ້ມີແຕ່ຄວາມແຕກແຍກ ພະອົງຕ້ອງມີຄວາມຍິນດີຫຼາຍແທ້ໆທີ່ເຫັນປະຊາຊົນຂອງພະອົງຍັງເປັນນໍ້າໜຶ່ງໃຈດຽວກັນ.—ອ່ານໂຊໂຟນີ 3:17
17. (ກ) ມີ 3 ວິທີອັນໃດທີ່ຈະຊ່ວຍເຮົາໃຫ້ສົ່ງເສີມຄວາມເປັນນໍ້າໜຶ່ງໃຈດຽວກັນ? (ຂ) ເຮົາຈະຮຽນຫຍັງໃນບົດຄວາມຕໍ່ໄປ?
17 ໃນບົດຄວາມນີ້ ເຮົາໄດ້ຮຽນຮູ້ວ່າເຮົາສາມາດສົ່ງເສີມຄວາມເປັນນໍ້າໜຶ່ງໃຈດຽວກັນໄດ້ໃນ 3 ວິທີຄື: (1) ເຮົາເຊື່ອວ່າລັດຖະບານພະເຈົ້າຈະແກ້ໄຂບັນຫາຄວາມບໍ່ຍຸຕິທຳທັງໝົດ (2) ເຮົາບໍ່ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງໃນການເມືອງ ແລະ (3) ເຮົາບໍ່ໃຊ້ຄວາມຮຸນແຮງ. ແຕ່ມີສິ່ງອື່ນອີກທີ່ຈະເຮັດໃຫ້ເຮົາບໍ່ເປັນນໍ້າໜຶ່ງໃຈດຽວກັນຄື ການມີອະຄະຕິ. ໃນບົດຄວາມຕໍ່ໄປເຮົາຈະຮຽນກ່ຽວກັບເລື່ອງນີ້ ແລະເບິ່ງວ່າເຮົາຈະຮຽນແບບຄລິດສະຕຽນຍຸກທຳອິດທີ່ເອົາຊະນະການມີອະຄະຕິໄດ້ແນວໃດ.