“ໃຫ້ແຈ້ງຂອງທ່ານທັງຫຼາຍສ່ອງໄປ” ເພື່ອສັນລະເສີນພະເຢໂຫວາ
“ໃຫ້ແຈ້ງຂອງທ່ານທັງຫຼາຍສ່ອງໄປຕໍ່ໜ້າຄົນທັງຫຼາຍ ເພື່ອເຂົາຈະໄດ້ . . . ສັນລະເສີນພະບິດາຂອງພວກທ່ານຜູ້ຢູ່ໃນສະຫວັນ.”—ມັດທາຍ 5:16
1. ມີເຫດຜົນທີ່ພິເສດອັນໃດທີ່ເຮັດໃຫ້ເຈົ້າມີຄວາມສຸກ?
ພວກເຮົາຕື່ນເຕັ້ນຫຼາຍທີ່ເຫັນວ່າຜູ້ຮັບໃຊ້ພະເຢໂຫວາໄດ້ໃຫ້ແສງສະຫວ່າງສ່ອງອອກໄປ! ປີທີ່ຜ່ານມາ ປະຊາຊົນຂອງພະເຢໂຫວາໄດ້ນຳການສຶກສາກັບຜູ້ຄົນຫຼາຍກວ່າ 10 ລ້ານຄົນ. ມີຜູ້ສົນໃຈໃໝ່ຫຼາຍລ້ານຄົນເຂົ້າຮ່ວມການປະຊຸມອະນຸສອນແລະຮຽນຮູ້ກ່ຽວກັບຄ່າໄຖ່ ເຊິ່ງເປັນຂອງຂວັນທີ່ປ່ຽມດ້ວຍຄວາມຮັກຈາກພະເຢໂຫວາ.—1 ໂຢຮັນ 4:9
2, 3. (ກ) ອັນໃດທີ່ບໍ່ສາມາດຂັດຂວາງເຮົາໄວ້ບໍ່ໃຫ້ສ່ອງແສງຄືກັບ “ດວງສະຫວ່າງ”? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
2 ພະຍານພະເຢໂຫວາທົ່ວໂລກເວົ້າຫຼາຍພາສາທີ່ແຕກຕ່າງກັນ ແຕ່ນັ້ນກໍບໍ່ໄດ້ຂັດຂວາງເຮົາບໍ່ໃຫ້ສັນລະເສີນພະເຢໂຫວາແບບເປັນຄອບຄົວດຽວກັນ. (ຄຳປາກົດ 7:9) ບໍ່ສຳຄັນວ່າເຮົາຈະເວົ້າພາສາໃດ ຫຼືຢູ່ໃສ ເຮົາກໍສາມາດ “ເປັນດວງສະຫວ່າງທີ່ສ່ອງແສງຢູ່ທ່າມກາງຜູ້ຄົນໃນໂລກ.”—ຟີລິບ 2:15, ລ.ມ.
3 ການປະກາດ ຄວາມເປັນນໍ້າໜຶ່ງໃຈດຽວ ແລະການສຳນຶກເຖິງຄວາມຮີບດ່ວນ ທັງ 3 ຢ່າງນີ້ເຮັດໃຫ້ຄົນອື່ນສັນລະເສີນພະເຢໂຫວາ. ເຮົາຈະໃຫ້ແສງມັດທາຍ 5:14-16
ສະຫວ່າງສ່ອງອອກໄປໃນ 3 ຂອບເຂດນີ້ໄດ້ແນວໃດ?—ອ່ານຊ່ວຍຄົນອື່ນໃຫ້ນະມັດສະການພະເຢໂຫວາ
4, 5. (ກ) ນອກຈາກການປະກາດແລ້ວ ເຮົາຈະໃຫ້ແສງສະຫວ່າງສ່ອງໄປໂດຍວິທີໃດອີກ? (ຂ) ມີຜົນດີຫຍັງແດ່ ຖ້າເຮົາສະແດງຄວາມເປັນມິດແລະກະລຸນາ? (ເບິ່ງຮູບທຳອິດ)
4 ການປະກາດແລະການສອນຄົນໃຫ້ເປັນລູກສິດເປັນວິທີທີ່ສຳຄັນທີ່ເຮົາຈະໄດ້ເຮັດໃຫ້ແສງສະຫວ່າງສ່ອງອອກໄປ. (ມັດທາຍ 28:19, 20) ໃນຫໍສັງເກດການ (ພາສາອັງກິດ) ສະບັບ 1 ມິຖຸນາ 1925 ບົດຄວາມຊື່ “ແສງສະຫວ່າງໃນຄວາມມືດ” ບອກວ່າ: ໃນສະໄໝສຸດທ້າຍ ບໍ່ມີໃຜສາມາດສັດຊື່ຕໍ່ພະເຈົ້າໄດ້ ຖ້າຫາກວ່າຄົນນັ້ນບໍ່ໄດ້ໃຊ້ “ໂອກາດທີ່ຈະເຮັດໃຫ້ແສງສະຫວ່າງສ່ອງອອກໄປ.” ແລະຍັງບອກອີກວ່າ “ລາວຕ້ອງເຮັດໂດຍບອກຂ່າວດີກັບຜູ້ຄົນໃນໂລກ ແລະໃຊ້ຊີວິດໃຫ້ສອດຄ່ອງກັບທາງຂອງແສງສະຫວ່າງ.” ນອກຈາກການປະກາດແລ້ວ ການປະພຶດຂອງເຮົາກໍນຳຄຳສັນລະເສີນມາສູ່ພະເຢໂຫວາ. ຫຼາຍຄົນກໍສັງເກດເບິ່ງເຮົາເມື່ອເຮົາປະກາດ. ເມື່ອເຮົາຍິ້ມໃຫ້ເຂົາເຈົ້າແລະທັກທາຍດ້ວຍຄວາມອົບອຸ່ນ ສິ່ງນີ້ຈະຊ່ວຍໃຫ້ເຂົາເຈົ້າຄິດໃນແງ່ດີກັບເຮົາແລະພະເຈົ້າທີ່ເຮົານະມັດສະການ.
ການປະກາດແລະການປະພຶດຂອງເຮົານຳຄຳສັນລະເສີນມາສູ່ພະເຢໂຫວາ
5 ພະເຍຊູບອກສາວົກຂອງພະອົງວ່າ: “ເມື່ອທ່ານທັງຫຼາຍເຂົ້າໄປໃນເຮືອນຫຼັງໜຶ່ງ ຈົ່ງຄຳນັບໄທເຮືອນນັ້ນ.” (ມັດທາຍ 10:12) ໃນເຂດທີ່ພະເຍຊູປະກາດເປັນທຳນຽມທີ່ຜູ້ຄົນຈະເຊີນຄົນແປກໜ້າເຂົ້າໃນເຮືອນ. ແຕ່ໃນປັດຈຸບັນ ຫຼາຍໆເຂດກໍບໍ່ໄດ້ເຮັດແບບນີ້ແລ້ວ. ຜູ້ຄົນມັກຈະຮູ້ສຶກຢ້ານຫຼືບໍ່ມັກເມື່ອເຫັນຄົນແປກໜ້າມາຢູ່ໜ້າບ້ານ. ຖ້າເຮົາສະແດງຄວາມເປັນມິດແລະກະລຸນາ ເຂົາເຈົ້າອາດຮູ້ສຶກສະບາຍໃຈຫຼາຍຂຶ້ນ. ເມື່ອເຈົ້າໄປປະກາດຢູ່ທີ່ສາທາລະນະໂດຍໃຊ້ລໍ້ວາງສະແດງໜັງສື ເຈົ້າເຄີຍສັງເກດບໍວ່າຖ້າເຈົ້າຍິ້ມແລະທັກທາຍຜູ້ຄົນຢ່າງເປັນມິດ ເຂົາເຈົ້າຈະຮູ້ສຶກສະດວກໃຈຫຼາຍຂຶ້ນທີ່ຈະເຂົ້າມາແລະຈັບເອົາປຶ້ມຂອງເຮົາ? ເຂົາເຈົ້າອາດຢາກເລີ່ມສົນທະນາກັບເຮົາກໍໄດ້!
6. ຄູ່ຜົວເມຍສູງອາຍຸປະກາດຕໍ່ໆໄປແນວໃດ?
6 ຄູ່ຜົວເມຍສູງອາຍຸຄູ່ໜຶ່ງໃນອັງກິດອອກໄປປະກາດຕາມບ້ານບໍ່ໄດ້ຫຼາຍຄືແຕ່ກ່ອນຍ້ອນສຸຂະພາບບໍ່ດີ. ດັ່ງນັ້ນ ເຂົາເຈົ້າຈຶ່ງຕັ້ງໂຕະວາງປຶ້ມຕ່າງໆຢູ່ໜ້າບ້ານເຊິ່ງຢູ່ໃກ້ໆກັບໂຮງຮຽນ ເຂົາເຈົ້າໄດ້ຈັດປຶ້ມໃນແບບທີ່ຈັບຄວາມສົນໃຈຂອງພໍ່ແມ່ນັກຮຽນຕອນທີ່ມາຮັບລູກ. ພໍ່ແມ່ບາງຄົນກໍໄດ້ເອົາປຶ້ມເຫຼົ່ານັ້ນ ໃນນັ້ນລວມມີປຶ້ມຄຳຖາມໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມ 1 ແລະ 2. ພີ່ນ້ອງໄພໂອເນຍຍິງຄົນໜຶ່ງກໍມັກໄປຊ່ວຍພີ່ນ້ອງສູງອາຍຸຄູ່ນີ້. ພໍ່ແມ່ນັກຮຽນຫຼາຍຄົນສັງເກດວ່າພີ່ນ້ອງຍິງຄົນນີ້ເປັນມິດຫຼາຍແລະພີ່ນ້ອງສູງອາຍຸກໍຢາກຊ່ວຍຄົນອື່ນແທ້ໆ. ມີຜູ້ປົກຄອງນັກຮຽນຄົນໜຶ່ງເຖິງຂັ້ນເລີ່ມສຶກສາຄຳພີໄບເບິນ.
7. ເຈົ້າຈະຊ່ວຍຜູ້ລີ້ໄພໃຫ້ຮຽນຮູ້ກ່ຽວກັບພະເຢໂຫວາໃນເຂດຂອງເຈົ້າແນວໃດ?
7 ເມື່ອບໍ່ດົນມານີ້ ຫຼາຍຄົນໄດ້ໜີຈາກບ້ານເກີດເມືອງນອນໄປຢູ່ໃນປະເທດອື່ນໃນຖານະເປັນຜູ້ລີ້ໄພ. ເຈົ້າຈະຊ່ວຍຜູ້ລີ້ໄພໃຫ້ຮຽນຮູ້ກ່ຽວກັບພະເຢໂຫວາໃນເຂດຂອງເຈົ້າແນວໃດ? ທຳອິດ ເຈົ້າອາດເລີ່ມຮຽນເວົ້າທັກທາຍໃນພາສາຂອງເຂົາເຈົ້າ. ນອກຈາກນັ້ນ ການໃຊ້ແອັບຂອງອົງການທີ່ສອນພາສາ (JW Language) ກໍຈະຊ່ວຍໃຫ້ເຈົ້າສາມາດຮຽນຮູ້ບາງ ຄຳສັບທີ່ຈະເຮັດໃຫ້ເຂົາເຈົ້າສົນໃຈແລະຢາກມາລົມກັບເຈົ້າ. ຈາກນັ້ນ ເຈົ້າອາດເປີດວິດີໂອໃຫ້ເຂົາເຈົ້າເບິ່ງແລະໜັງສືຕ່າງໆທີ່ມີໃນພາສາຂອງເຂົາເຈົ້າໃນເວັບໄຊ jw.org.—ພະບັນຍັດ 10:19
8, 9. (ກ) ການປະຊຸມກາງອາທິດຊ່ວຍເຮົາແນວໃດ? (ຂ) ພໍ່ແມ່ຈະຊ່ວຍລູກໃຫ້ປັບປຸງຄວາມຄິດເຫັນໃນການປະຊຸມແນວໃດ?
8 ພະເຢໂຫວາໃຫ້ສິ່ງທີ່ເຮົາຕ້ອງມີແທ້ໆເພື່ອເຮົາຈະສາມາດເຮັດວຽກປະກາດຢ່າງເກີດຜົນ. ຕົວຢ່າງ: ສິ່ງທີ່ເຮົາໄດ້ຮຽນຈາກສ່ວນການປະຊຸມຊີວິດຄລິດສະຕຽນແລະວຽກຮັບໃຊ້ຊ່ວຍເຮົາໃຫ້ຮູ້ສຶກໝັ້ນໃຈຫຼາຍຂຶ້ນທີ່ຈະກັບໄປຢາມຜູ້ສົນໃຈແລະເລີ່ມນຳການສຶກສາຄຳພີໄບເບິນ.
9 ເມື່ອຜູ້ສົນໃຈມາການປະຊຸມ ເຂົາເຈົ້າມັກປະທັບໃຈກັບຄວາມຄິດເຫັນຂອງເດັກນ້ອຍ. ເຈົ້າສາມາດຝຶກລູກໃຫ້ຕອບແບບເປັນຄຳເວົ້າຂອງລາວເອງ. ບາງຄົນເຂົ້າມາເປັນພະຍານພະເຢໂຫວາກໍຍ້ອນເຫັນເດັກນ້ອຍສະແດງຄວາມເຊື່ອໃນວິທີທີ່ງ່າຍໆແລະຈິງໃຈນີ້.—1 ໂກລິນໂທ 14:25
ເສີມສ້າງຄວາມເປັນນໍ້າໜຶ່ງໃຈດຽວກັນ
10. ການນະມັດສະການປະຈຳຄອບຄົວຊ່ວຍຄອບຄົວໃຫ້ເປັນນໍ້າໜຶ່ງໃຈດຽວກັນຫຼາຍຂຶ້ນໄດ້ແນວໃດ?
10 ເມື່ອເຮົາພະຍາຍາມຝຶກຄອບຄົວໃຫ້ເຮັດວຽກນຳກັນຢ່າງມີສັນຕິສຸກແລະເປັນນໍ້າໜຶ່ງໃຈດຽວ ເຮົາກໍເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ. ຕົວຢ່າງ: ຖ້າເຈົ້າເປັນພໍ່ແມ່ ຂໍໃຫ້ເຈົ້າເຮັດການນະມັດສະການປະຈຳຄອບຄົວຕອນແລງເປັນປະຈຳ. ຫຼາຍຄອບຄົວເບິ່ງລາຍການໂທລະທັດ JW ນຳກັນ ຫຼັງຈາກນັ້ນກໍລົມກັນວ່າຈະນຳເອົາສິ່ງທີ່ຮຽນຮູ້ໄປໃຊ້ແນວໃດ. ຂໍໃຫ້ ຈື່ວ່າຄຳແນະນຳທີ່ໃຫ້ກັບເດັກນ້ອຍແລະຄຳແນະນຳທີ່ໃຫ້ກັບໄວໜຸ່ມບໍ່ຄືກັນ. ຂໍໃຫ້ເຮັດທຸກສິ່ງທີ່ເຮັດໄດ້ເພື່ອຊ່ວຍຄົນໃນຄອບຄົວໃຫ້ໄດ້ຮັບປະໂຫຍດແທ້ໆຈາກການນະມັດສະການປະຈຳຄອບຄົວ.—ຄຳເພງ 148:12, 13
11-13. ເຮົາຈະຊ່ວຍປະຊາຄົມໃຫ້ເປັນນໍ້າໜຶ່ງໃຈດຽວກັນຫຼາຍຂຶ້ນໄດ້ແນວໃດ?
11 ເຖິງວ່າເຈົ້າຈະຍັງນ້ອຍ ເຈົ້າກໍສາມາດຊ່ວຍທຸກຄົນໃນປະຊາຄົມໃຫ້ຮູ້ສຶກວ່າຕົວຂອງເຂົາເຈົ້າເອງມີຄ່າ. ວິທີໜຶ່ງຄືໂດຍເປັນໝູ່ກັບພີ່ນ້ອງສູງອາຍຸ. ຖາມເຂົາເຈົ້າວ່າ ອັນໃດຊ່ວຍເຂົາເຈົ້າໃຫ້ຮັບໃຊ້ພະເຢໂຫວາມາຫຼາຍປີ? ເຂົາເຈົ້າຈະສອນບົດຮຽນທີ່ມີຄ່າຫຼາຍໃຫ້ກັບເຈົ້າ. ນີ້ຈະເສີມກຳລັງໃຈໃຫ້ທັງເຈົ້າແລະເຂົາເຈົ້າ! ເຮົາທຸກຄົນບໍ່ວ່າຈະຍັງນ້ອຍແລະສູງອາຍຸກໍສາມາດຊ່ວຍຜູ້ສົນໃຈທີ່ມາຫໍປະຊຸມໃຫ້ຮູ້ສຶກວ່າໄດ້ຮັບການຕ້ອນຮັບ. ເຈົ້າອາດທັກທາຍສະບາຍດີ ຍິ້ມແບບຈິງໃຈ ຊ່ວຍເຂົາເຈົ້າຫາບ່ອນນັ່ງ ແລະແນະນຳເຂົາເຈົ້າໃຫ້ຮູ້ຈັກກັບພີ່ນ້ອງ. ເຮັດໃຫ້ເຂົາເຈົ້າຮູ້ສຶກຄືກັບວ່າຢູ່ເຮືອນຂອງຕົວເອງ.
12 ຖ້າເຈົ້າຖືກມອບໝາຍໃຫ້ນຳການປະຊຸມເພື່ອການປະກາດ ເຈົ້າສາມາດຊ່ວຍຜູ້ສູງອາຍຸໃຫ້ສ່ອງແສງຕໍ່ໆໄປໄດ້ ໂດຍການຈັດໃຫ້ເຂົາເຈົ້າໄປໃນເຂດທີ່ເໝາະສົມ ແລະຈັດໃຫ້ພີ່ນ້ອງໜຸ່ມໄປຮັບໃຊ້ກັບເຂົາເຈົ້າ. ພີ່ນ້ອງສູງອາຍຸແລະຄົນທີ່ມີບັນຫາສຸຂະພາບມັກຈະຮູ້ສຶກທໍ້ໃຈທີ່ບໍ່ສາມາດອອກປະກາດໄດ້ຫຼາຍກວ່າແຕ່ກ່ອນ. ແຕ່ເຂົາເຈົ້າຈະຮູ້ສຶກດີຫຼາຍເມື່ອຮູ້ວ່າເຈົ້າສົນໃຈແລະເຂົ້າໃຈສະພາບການຂອງເຂົາເຈົ້າ. ບໍ່ສຳຄັນວ່າເຂົາເຈົ້າຈະອາຍຸຫຼາຍສໍ່າໃດ ຫຼືຢູ່ໃນຄວາມຈິງມາດົນປານໃດ ການທີ່ເຈົ້າຊ່ວຍເຫຼືອຈະເຮັດໃຫ້ເຂົາເຈົ້າມີກຳລັງໃຈທີ່ຈະປະກາດຢ່າງກະຕືລືລົ້ນຕໍ່ໆໄປ.—ພວກເລວີ 19:32
ເຈົ້າຈະພະຍາຍາມຮູ້ຈັກພີ່ນ້ອງໃນປະຊາຄົມຂອງເຈົ້າໃຫ້ຫຼາຍຂຶ້ນກວ່ານີ້ໄດ້ບໍ?
13 ປະຊາຊົນອິດສະລາແອນມີຄວາມສຸກທີ່ໄດ້ນະມັດສະການພະເຢໂຫວາຮ່ວມກັນ. ຜູ້ຂຽນຄຳເພງຂຽນວ່າ: “ດັ່ງນີ້ເມື່ອພີ່ນ້ອງທັງຫຼາຍຕັ້ງຢູ່ນຳກັນ ຕິດພັນຢູ່ນຳກັນ [“ເປັນນໍ້າໜຶ່ງໃຈດຽວ,” ລ.ມ.] ເປັນການດີການຊອບໃຈຫຼາຍແທ້ໆ.” (ອ່ານຄຳເພງ 133:1, 2) ລາວສົມທຽບຄວາມເປັນນໍ້າໜຶ່ງໃຈດຽວກັນນີ້ຄືກັບນໍ້າມັນຫອມທີ່ໃຫ້ຄວາມສົດຊື່ນຕໍ່ຜິວແລະມີກິ່ນຫອມ. ຄ້າຍຄືກັນ ຖ້າເຮົາສະແດງຄວາມເປັນມິດແລະກະລຸນາ ເຮົາກໍຈະເຮັດໃຫ້ພີ່ນ້ອງສົດຊື່ນ. ສິ່ງນີ້ເຮັດໃຫ້ປະຊາຄົມເປັນນໍ້າໜຶ່ງໃຈດຽວກັນຫຼາຍຂຶ້ນ. ເຈົ້າຈະພະຍາຍາມຮູ້ຈັກພີ່ນ້ອງໃນປະຊາຄົມຂອງເຈົ້າໃຫ້ຫຼາຍຂຶ້ນກວ່ານີ້ໄດ້ບໍ?—2 ໂກລິນໂທ 6:11-13
14. ເຈົ້າຈະເຮັດໃຫ້ແສງສະຫວ່າງສ່ອງອອກໄປໃນບ່ອນທີ່ເຈົ້າຢູ່ແນວໃດ?
14 ເຈົ້າສາມາດເຮັດໃຫ້ແສງສະຫວ່າງສ່ອງອອກໄປໄດ້ບໍ່ວ່າເຈົ້າຈະຢູ່ໃສກໍຕາມ. ການທີ່ເຈົ້າພະຍາຍາມເຮັດດີຈະເຮັດໃຫ້ເພື່ອນບ້ານຢາກຮຽນຮູ້ຫຼາຍຂຶ້ນກ່ຽວກັບພະເຢໂຫວາ. ຂໍໃຫ້ຖາມຕົວເອງວ່າ: ‘ເພື່ອນບ້ານຄິດແນວໃດກ່ຽວກັບຂ້ອຍ? ເຮືອນຂອງຂ້ອຍສະອາດຮຽບຮ້ອຍບໍ? ເຮືອນຂອງຂ້ອຍເຮັດໃຫ້ແຖວນັ້ນສະອາດງາມຕາບໍ? ຂ້ອຍໄດ້ຊ່ວຍເຫຼືອເພື່ອນບ້ານບໍ? ຂໍໃຫ້ຖາມພີ່ນ້ອງຄົນອື່ນວ່າຄວາມກະລຸນາແລະຕົວຢ່າງທີ່ດີຂອງເຂົາເຈົ້າມີຜົນແນວໃດຕໍ່ຍາດພີ່ນ້ອງ ເພື່ອນບ້ານ ເພື່ອນຮ່ວມງານ ຫຼືໝູ່ຢູ່ໂຮງຮຽນ.’—ເອເຟດ 5:9
ຈົ່ງເຝົ້າລະວັງຢູ່ສະເໝີ
15. ເປັນຫຍັງເຮົາຕ້ອງເຝົ້າລະວັງຢູ່ສະເໝີ?
15 ຖ້າເຮົາຢາກໃຫ້ແສງສະຫວ່າງສ່ອງແຈ້ງຢູ່ສະເໝີ ເຮົາຕ້ອງຮູ້ວ່າເຮົາຢູ່ໃນສະໄໝໃດ. ຫຼາຍຄັ້ງ ພະເຍຊູໄດ້ບອກລູກສິດວ່າ: “ຈົ່ງເຝົ້າລະວັງຢູ່ [ສະເໝີ].” (ມັດທາຍ 24:42; 25:13; 26:41) ຖ້າເຮົາຮູ້ສຶກວ່າ: “ຄວາມທຸກລຳບາກຄັ້ງໃຫຍ່” ຍັງອີກໄກ ເຮົາກໍຈະບໍ່ຕື່ນຕົວໃຊ້ທຸກໂອກາດເພື່ອຊ່ວຍຄົນອື່ນໃຫ້ຮຽນຮູ້ກ່ຽວກັບພະເຢໂຫວາ. (ມັດທາຍ 24:21, ລ.ມ.) ແທນທີ່ຈະສ່ອງແສງອອກໄປ ແສງຂອງເຮົາຈະຄ່ອຍໆອ່ອນລົງແລະສຸດທ້າຍກໍດັບໄປ.
16, 17. ເຈົ້າຕ້ອງເຮັດຫຍັງແດ່ເພື່ອຈະສຳນຶກວ່າອະວະສານມາໃກ້ແລ້ວ?
16 ຕອນນີ້ເຮົາຕ້ອງເຝົ້າລະວັງຢູ່ສະເໝີຫຼາຍກວ່າແຕ່ກ່ອນ. ສະພາບການໃນໂລກນັບມື້ນັບເສື່ອມຊາມລົງເລື້ອຍໆ. ແຕ່ເຮົາຮູ້ວ່າອະວະສານຈະມາແນ່ນອນຕາມເວລາທີ່ພະເຢໂຫວາກຳນົດໄວ້. (ມັດທາຍ 24:42-44) ໃນຂະນະດຽວກັນ ເຮົາຕ້ອງອົດທົນແລະຈົດຈໍ່ຢູ່ທີ່ອະນາຄົດ ອ່ານຄຳພີໄບເບິນທຸກມື້ ແລະອະທິດຖານຢູ່ເລື້ອຍໆ. (1 ເປໂຕ 4:7) ໃຫ້ຮຽນຮູ້ຈາກພີ່ນ້ອງຊາຍຍິງທີ່ຮັບໃຊ້ພະເຢໂຫວາມາຫຼາຍປີແລ້ວ. ຕົວຢ່າງ: ເຈົ້າສາມາດອ່ານປະສົບການຂອງເຂົາເຈົ້າໄດ້ ເຊັ່ນ ບົດຄວາມຊື່ “ເຈັດສິບປີທີ່ຍຶດຊາຍເສື້ອຄົນຊາດຢູດາ” ໃນຫໍສັງເກດການ 15 ເມສາ 2012 ໜ້າ 18-21.
17 ໃຫ້ດຸໝັ່ນໃນການຮັບໃຊ້ພະເຢໂຫວາສະເໝີ. ເຮັດສິ່ງດີໆໃຫ້ຄົນອື່ນແລະໃຊ້ເວລາຢູ່ກັບພີ່ນ້ອງໃນປະຊາຄົມ. ແລ້ວເຮົາຈະມີຄວາມສຸກແລະຈະເຮັດໃຫ້ເບິ່ງຄືວ່າເວລາຜ່ານໄປໄວແທ້ໆ. (ເອເຟດ 5:16) ໃນໄລຍະໜຶ່ງຮ້ອຍປີທີ່ຜ່ານມາ ຜູ້ຮັບໃຊ້ຂອງພະເຢໂຫວາມີວຽກຫຼາຍໆຢ່າງທີ່ໄດ້ເຮັດສຳເລັດໄປແລ້ວ ແລະໃນທຸກມື້ນີ້ ເຮົາກໍແຮ່ງມີວຽກຫຼາຍກວ່າເກົ່າ. ວຽກຂອງພະເຢໂຫວາເຕີບໃຫຍ່ຂະຫຍາຍຕົວຈົນເຮົາຄາດບໍ່ເຖິງ. ແສງສະຫວ່າງຂອງເຮົາສ່ອງແຈ້ງຂຶ້ນແທ້ໆ!
18, 19. ຜູ້ເຖົ້າແກ່ຊ່ວຍເຮົາໃຫ້ຮັບໃຊ້ພະເຢໂຫວາຢ່າງກະຕືລືລົ້ນໄດ້ແນວໃດ? ຂໍໃຫ້ຍົກຕົວຢ່າງ.
18 ເຖິງວ່າເຮົາຈະເຮັດຜິດພາດຫຼາຍຄັ້ງ ແຕ່ພະເຢໂຫວາກໍຍັງໃຫ້ເຮົາຮັບໃຊ້ພະອົງ. ເພື່ອຈະຊ່ວຍເຮົາ ພະອົງໄດ້ຈັດໃຫ້ມີ “ເຄື່ອງປະທານ” ໃນລັກສະນະມະນຸດ ນັ້ນກໍຄື ຜູ້ເຖົ້າແກ່ໃນປະຊາຄົມ. (ອ່ານເອເຟດ 4:8, 11, 12) ດັ່ງນັ້ນ ເມື່ອຜູ້ເຖົ້າແກ່ມາຢາມເຈົ້າ ຂໍໃຫ້ເຈົ້າໃຊ້ໂອກາດນັ້ນເພື່ອຮຽນຮູ້ສະຕິປັນຍາແລະຄຳແນະນຳຈາກເຂົາເຈົ້າ.
19 ຕົວຢ່າງ ຜົວເມຍຄູ່ໜຶ່ງໃນປະເທດອັງກິດມີບັນຫາຄອບຄົວແລະເຂົາເຈົ້າໄດ້ຂໍໃຫ້ຜູ້ເຖົ້າແກ່ສອງຄົນຊ່ວຍ. ຜູ້ເປັນເມຍຮູ້ສຶກວ່າຜົວບໍ່ໄດ້ເປັນຜູ້ນຳໜ້າທີ່ດີໃນການຮັບໃຊ້ພະເຢໂຫວາ. ຜູ້ເປັນຜົວກໍຮູ້ສຶກວ່າຕົວເອງບໍ່ໄດ້ເປັນຜູ້ສອນທີ່ດີແລະຍອມຮັບວ່າບໍ່ໄດ້ເຮັດນະມັດສະການຄອບຄົວເປັນປະຈຳ. ຜູ້ເຖົ້າແກ່ຈຶ່ງຊ່ວຍທັງຜົວແລະເມຍໃຫ້ຄິດເຖິງຕົວຢ່າງຂອງພະເຍຊູ. ເຂົາເຈົ້າກະຕຸ້ນຜົວໃຫ້ຮຽນແບບວິທີທີ່ພະເຍຊູເບິ່ງແຍງພວກລູກສິດ ແລະຍັງກະຕຸ້ນເມຍໃຫ້ອົດທົນຕໍ່ຜົວຂອງລາວຄືກັນ. ຜູ້ເຖົ້າແກ່ຍັງໃຫ້ຄຳແນະນຳວ່າຜົວເມຍຈະເຮັດນະມັດສະການຄອບຄົວກັບລູກສອງຄົນແນວໃດ. (ເອເຟດ 5:21-29) ຜົວພະຍາຍາມຫຼາຍຂຶ້ນເພື່ອຈະເປັນຜູ້ນຳທີ່ດີ. ຜູ້ເຖົ້າແກ່ໃຫ້ກຳລັງໃຈລາວທີ່ຈະບໍ່ຍອມແພ້ແລະໝາຍເພິ່ງພະລັງຂອງພະເຢໂຫວາສະເໝີ. ຄວາມຮັກແລະຄວາມເອົາໃຈໃສ່ຂອງຜູ້ເຖົ້າແກ່ຊ່ວຍຄອບຄົວນີ້ໄດ້ແທ້ໆ!
20. ຜົນຈະເປັນແນວໃດຖ້າເຈົ້າໃຫ້ແສງສະຫວ່າງສ່ອງອອກໄປ?
20 ຄຳພີໄບເບິນບອກວ່າ: “ຄົນທຸກຄົນທີ່ຢ້ານຢຳພະເຢໂຫວາທີ່ທຽວໄປໃນທາງທັງຫຼາຍແຫ່ງພະອົງກໍເປັນສຸກຫຼາຍ.” (ຄຳເພງ 128:1) ເຈົ້າຈະມີຄວາມສຸກເມື່ອເຈົ້າໃຫ້ແສງສະຫວ່າງສ່ອງອອກໄປ. ດັ່ງນັ້ນ ຂໍໃຫ້ສອນຄົນອື່ນເລື່ອງພະເຈົ້າ ເຮັດທຸກສິ່ງທີ່ເຈົ້າເຮັດໄດ້ເພື່ອຊ່ວຍຄອບຄົວແລະປະຊາຄົມໃຫ້ເປັນນໍ້າໜຶ່ງໃຈດຽວກັນ ແລະເຝົ້າລະວັງຢູ່ສະເໝີ. ຄົນອື່ນຈະເຫັນຕົວຢ່າງທີ່ດີຂອງເຈົ້າແລະຍັງຢາກສັນລະເສີນພະເຢໂຫວາ ພໍ່ຂອງເຮົາຜູ້ຢູ່ໃນສະຫວັນ.—ມັດທາຍ 5:16