ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ເມື່ອ​ໃດ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ຕົກ​ເປັນ​ຊະເລີຍ ຫຼື​ເປັນ​ນັກ​ໂທດ​ຂອງ​ບາບີໂລນ​ໃຫຍ່?

ເຫດການ​ນີ້​ເລີ່ມ​ຕົ້ນ​ໃນ​ເວລາ​ໃດ​ເວລາ​ໜຶ່ງ​ຫຼັງ​ຈາກ​ປີ 100 ແລະ​ຈົບ​ລົງ​ໃນ​ປີ 1919. ເປັນ​ຫຍັງ​ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ນີ້​ຂອງ​ເຮົາ​ຈຶ່ງ​ເປັນ​ສິ່ງ​ທີ່​ຈຳເປັນ?

ຫຼັກ​ຖານ​ທັງ​ໝົດ​ສະແດງ​ໃຫ້​ເຫັນ​ວ່າ​ໃນ​ປີ 1919 ຄລິດສະຕຽນ​ຜູ້​ຖືກ​ເຈີມ​ໄດ້​ເປັນ​ອິດ​ສະຫຼະ​ຈາກ​ບາບີໂລນ​ໃຫຍ່​ແລະ​ໄດ້​ຖືກ​ລວບລວມ​ເຂົ້າ​ໃນ​ປະຊາຄົມ​ທີ່​ສະອາດ​ແລ້ວ. ໃຫ້​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້: ທັນທີ​ຫຼັງ​ຈາກ​ທີ່​ລາຊະອານາຈັກ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ​ຢູ່​ສະຫວັນ​ໃນ​ປີ 1914 ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ຖືກ​ທົດລອງ​ແລະ​ຄ່ອຍໆຖືກ​ເຮັດ​ໃຫ້​ສະອາດ​ຈາກ​ການ​ນະມັດສະການ​ທີ່​ບໍ່​ຖືກຕ້ອງ. * (ມາລາກີ 3:1-4) ຈາກ​ນັ້ນ ໃນ​ປີ 1919 ພະ​ເຍຊູ​ໄດ້​ແຕ່ງ​ຕັ້ງ ‘ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສຸຂຸມ’ ໃຫ້ ‘ແຈກ​ປັນ​ອາຫານ​ໃນ​ເວລາ​ເໝາະ​ສົມ’ ໃຫ້​ແກ່​ປະຊາຊົນ​ຂອງ​ພະເຈົ້າ​ທີ່​ສະອາດ​ແລ້ວ. (ມັດທາຍ 24:45-47) ໃນ​ປີ​ດຽວ​ກັນ​ນັ້ນ ປະຊາຊົນ​ຂອງ​ພະເຈົ້າ​ຖືກ​ປ່ອຍ​ຕົວ​ຈາກ​ການ​ຕົກ​ເປັນ​ຊະເລີຍ​ໂດຍ​ໄນ​ຈາກ​ບາບີໂລນ​ໃຫຍ່. (ຄຳປາກົດ 18:4) ແຕ່​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ຕົກ​ເປັນ​ຊະເລີຍ​ເມື່ອ​ໃດ?

ໃນ​ອະດີດ ພວກ​ເຮົາ​ໄດ້​ອະທິບາຍ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ຕົກ​ເປັນ​ຊະເລີຍ​ຂອງ​ບາບີໂລນ​ໃຫຍ່​ເປັນ​ເວລາ​ສັ້ນໆເຊິ່ງ​ເລີ່ມ​ຕົ້ນ​ໃນ​ປີ 1918. ຫໍສັງເກດການ 15 ມີນາ 1992 ກ່າວ​ວ່າ ຄື​ກັບ​ທີ່​ຊາວ​ອິດສະລາແອນ​ຖືກ​ຈັບ​ຕົວ​ໄປ​ເປັນ​ສະ​ເລີຍ​ໃນ​ປະເທດ​ບາບີໂລນ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ກໍ​ໄດ້​ຕົກ​ເປັນ​ຊະເລີຍ​ຂອງ​ບາບີໂລນ​ໃຫຍ່​ໃນ​ປີ 1918. ແຕ່​ເມື່ອ​ຄົ້ນ​ຄວ້າ​ຕື່ມ​ອີກ​ຈຶ່ງ​ເຫັນ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ຕົກ​ເປັນ​ຊະເລີຍ​ຂອງ​ບາບີໂລນ​ໃຫຍ່​ມາ​ຫຼາຍ​ປີ​ແລ້ວ ຕັ້ງ​ແຕ່​ກ່ອນ​ປີ 1918.

ຄຳ​ທຳນວາຍ​ໃນ​ເອເຊກຽນ 37:1-14 ໄດ້​ບອກ​ລ່ວງ​ໜ້າ​ວ່າ: ປະຊາຊົນ​ຂອງ​ພະເຈົ້າ​ຈະ​ຕົກ​ເປັນ​ຊະເລີຍ​ແລະ​ຕໍ່​ມາ​ກໍ​ຈະ​ຖືກ​ປ່ອຍ​ຕົວ. ເອເຊກຽນ​ໄດ້​ເຫັນ​ນິມິດ​ກ່ຽວ​ກັບ​ຮ່ອມ​ພູ​ທີ່​ມີ​ແຕ່​ກະດູກ​ຂອງ​ຄົນ. ພະ​ເຢໂຫວາ​ກ່າວ​ວ່າ: “ກະດູກ​ນີ້​ແມ່ນ​ບັນດາ​ຄອບຄົວ​ຍິດສະລາເອນ.” (ຂໍ້ 11) ຄຳ​ກ່າວ​ນີ້​ໃຊ້​ກັບ​ຊາດ​ອິດສະລາແອນ​ແລະ​ຕໍ່​ມາ​ຈະ​ໃຊ້​ກັບ “ຍິດສະລາເອນ​ຂອງ​ພະເຈົ້າ” ເຊິ່ງ​ເປັນ​ຜູ້​ທີ່​ຖືກ​ເຈີມ. (ຄາລາຊີ 6:16; ກິດຈະການ 3:21) ໃນ​ນິມິດ​ນີ້ ກະດູກ​ໄດ້​ກັບ​ຄືນ​ມາ​ມີ​ຊີວິດ​ແລະ​ໄດ້​ກາຍ​ເປັນ​ກອງທັບ​ໃຫຍ່. ເລື່ອງ​ນີ້​ພັນລະນາ​ເຖິງ​ວິທີ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ຖືກ​ປົດ​ປ່ອຍ​ຈາກ​ບາບີໂລນ​ໃຫຍ່​ໃນ​ປີ 1919. ແຕ່​ຄຳ​ທຳນວາຍ​ນີ້​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ໄດ້​ຕົກ​ເປັນ​ຊະເລີຍ​ມາ​ດົນ​ແລ້ວ?

ທຳອິດ ເອເຊກຽນ​ສັງເກດ​ເຫັນ​ວ່າ​ກະດູກ​ຂອງ​ຄົນ​ທີ່​ຕາຍ​ແລ້ວ ‘ແຫ້ງ​ຫຼາຍ.’ (ເອເຊກຽນ 37:2, 11) ນີ້​ໝາຍ​ຄວາມ​ວ່າ​ຜູ້​ຄົນ​ໄດ້​ຕາຍ​ເປັນ​ເວລາ​ດົນ​ແລ້ວ. ທີ​ສອງ ເອເຊກຽນ​ໄດ້​ເຫັນ​ວ່າ​ຄົນ​ທີ່​ຕາຍ​ແລ້ວ​ໄດ້​ຄ່ອຍໆກັບ​ຄືນ​ມາ​ມີ​ຊີວິດ ບໍ່​ແມ່ນ​ໃນ​ທັນທີ​ທັນໃດ. ລາວ​ໄດ້​ຍິນ ‘ສຽງ​ສັ່ນ​ສະເທືອນ ແລະ​ກະດູກ​ທັງ​ຫຼາຍ​ກໍ​ເລີ່ມ​ເຊື່ອມ​ເຂົ້າ​ກັນ.’ ຕໍ່​ມາ​ລາວ​ໄດ້​ເຫັນ “ເສັ້ນ​ເອັນ​ແລະ​ກ້ອນ​ຊີ້ນ​ກໍ​ຕິດ​ເຂົ້າ​ກັບ​ກະດູກ, ທ.ປ.” ຈາກ​ນັ້ນ​ກໍ​ມີ​ໜັງ​ຫຸ້ມ​ໄວ້. ຕໍ່​ມາ “ລົມຫັນໃຈ​ໄດ້​ເຂົ້າ​ໄປ​ໃນ​ຊາກ​ສົບ​ທັງ​ຫຼາຍ​ແລະ​ຕ່າງ​ກໍ​ຄືນ​ມີ​ຊີວິດ​ອີກ, ທ.ປ.” ໃນ​ທີ່​ສຸດ ຫຼັງ​ຈາກ​ທີ່​ຜູ້​ຄົນ​ກັບ​ມາ​ມີ​ຊີວິດ​ອີກ ພະ​ເຢໂຫວາ​ໄດ້​ໃຫ້​ແຜ່ນດິນ​ແກ່​ເຂົາ​ເຈົ້າ​ເພື່ອ​ຢູ່​ອາໄສ. ສິ່ງ​ທັງ​ໝົດ​ນີ້​ຕ້ອງ​ໄດ້​ໃຊ້​ເວລາ.—ເອເຊກຽນ 37:7-10, 14

ຄື​ດັ່ງ​ທີ່​ຄຳ​ທຳນວາຍ​ນີ້​ໄດ້​ບອກ​ໄວ້ ຊາວ​ອິດສະລາແອນ​ໄດ້​ຕົກ​ເປັນ​ຊະເລີຍ​ເປັນ​ເວລາ​ດົນ​ນານ. ເຂົາ​ເຈົ້າ​ເລີ່ມ​ຕົກ​ເປັນ​ຊະເລີຍ​ໃນ​ປີ 740 ກ່ອນ ຄ.ສ. ເມື່ອ​ສິບ​ຕະກູນ​ຂອງ​ອິດສະລາແອນ​ທີ່​ເປັນ​ອານາຈັກ​ທາງ​ເໜືອ​ຖືກ​ບັງຄັບ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ເຂົາ​ເຈົ້າ. ຕໍ່​ມາ​ໃນ​ປີ 607 ກ່ອນ ຄ.ສ. ເມືອງ​ເຢຣຶຊາເລມ​ຖືກ​ຊາວ​ບາບີໂລນ​ທຳລາຍ ແລະ​ອີກ​ສອງ​ຕະກູນ​ທີ່​ເປັນ​ອານາຈັກ​ທາງ​ໃຕ້​ຂອງ​ຢູດາ​ກໍ​ຖືກ​ບັງຄັບ​ໃຫ້​ຕ້ອງ​ອອກ​ຈາກ​ດິນແດນ​ຂອງ​ເຂົາ​ເຈົ້າ​ເຊັ່ນ​ດຽວ​ກັນ. ຈາກ​ນັ້ນ​ໃນ​ປີ 537 ກ່ອນ ຄ.ສ. ການ​ເປັນ​ສະ​ເລີຍ​ກໍ​ສິ້ນ​ສຸດ​ລົງ​ເມື່ອ​ຊາວ​ຢິວ​ຈຳນວນ​ໜ້ອຍ​ໄດ້​ກັບ​ຄືນ​ໄປ​ສ້ອມ​ແປງ​ວິຫານ​ແລະ​ນະມັດສະການ​ພະ​ເຢໂຫວາ​ອີກ​ຄັ້ງ​ໜຶ່ງ​ໃນ​ເມືອງ​ເຢຣຶຊາເລມ.

ດັ່ງ​ນັ້ນ ລາຍ​ລະອຽດ​ທັງ​ໝົດ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຕ້ອງ​ຕົກ​ເປັນ​ຊະເລີຍ​ຂອງ​ບາບີໂລນ​ໃຫຍ່​ເປັນ​ເວລາ​ດົນ​ນານ ບໍ່​ແມ່ນ​ພຽງ​ແຕ່​ຈາກ​ປີ 1918 ເຖິງ 1919 ເທົ່າ​ນັ້ນ. ພະ​ເຍຊູ​ຍັງ​ໄດ້​ເວົ້າ​ເຖິງ​ໄລຍະ​ເວລາ​ທີ່​ດົນ​ນານ​ນີ້​ເມື່ອ​ພະອົງ​ບອກ​ວ່າ​ຄລິດສະຕຽນ​ປອມ ເຊິ່ງ​ກໍ​ຄື​ເຂົ້າ​ນົກ​ຈະ​ໃຫຍ່​ຂຶ້ນ​ພ້ອມ​ໆ ກັບ “ເມັດ​ດີ” ຫຼື​ເຂົ້າ​ດີ ເຊິ່ງ ‘ເປັນ​ລູກ​ທັງ​ຫຼາຍ​ແຫ່ງ​ລາຊະອານາຈັກ’. (ມັດທາຍ 13:36-43) ໃນ​ລະຫວ່າງ​ເວລາ​ນັ້ນ ມີ​ຄລິດສະຕຽນ​ແທ້​ພຽງ​ບໍ່​ເທົ່າ​ໃດ​ຄົນ. ຄົນ​ສ່ວນ​ຫຼາຍ​ທີ່​ບອກ​ວ່າ​ເຂົາ​ເຈົ້າ​ເປັນ​ຄລິດສະຕຽນ​ໄດ້​ຮັບ​ເອົາ​ຄຳ​ສອນ​ທີ່​ບໍ່​ຖືກຕ້ອງ​ແລະ​ໄດ້​ກາຍ​ເປັນ​ຜູ້​ອອກ​ຫາກ. ນັ້ນ​ຈຶ່ງ​ເປັນ​ເຫດຜົນ​ທີ່​ເຮົາ​ສາມາດ​ເວົ້າ​ໄດ້​ວ່າ​ປະຊາຄົມ​ຄລິດສະຕຽນ​ໄດ້​ຕົກ​ເປັນ​ຊະເລີຍ​ຂອງ​ບາບີໂລນ​ໃຫຍ່. ການ​ຕົກ​ເປັນ​ຊະເລີຍ​ເລີ່ມ​ຕົ້ນ​ໃນ​ເວລາ​ໃດ​ເວລາ​ໜຶ່ງ​ຫຼັງ​ຈາກ​ປີ 100 ແລະ​ດຳເນີນ​ຕໍ່​ໄປ​ຈົນ​ເຖິງ​ຕອນ​ທີ່​ວິຫານ​ໂດຍ​ໄນ​ຂອງ​ພະເຈົ້າ​ຖືກ​ເຮັດ​ໃຫ້​ສະອາດ​ໃນ​ເວລາ​ອະວະສານ.—ກິດຈະການ 20:29, 30; 2 ເທຊະໂລນີກ 2:3, 6; 1 ໂຢຮັນ 2:18, 19

ໃນ​ລະຫວ່າງ​ຫຼາຍ​ຮ້ອຍ​ປີ​ນັ້ນ ຜູ້​ນຳ​ຂອງ​ໂບດ​ແລະ​ຜູ້​ນຳ​ດ້ານ​ການ​ເມືອງ​ຕ້ອງການ​ທີ່​ຈະ​ໃຫ້​ປະຊາຊົນ​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​ເຂົາ​ເຈົ້າ. ຕົວຢ່າງ​ເຊັ່ນ: ປະຊາຊົນ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ຄຳພີ​ໄບເບິນ​ຫຼື​ອ່ານ​ຄຳພີ​ໄບເບິນ​ໃນ​ພາສາ​ທີ່​ເຂົາ​ເຈົ້າ​ເຂົ້າ​ໃຈ​ໄດ້. ບາງ​ຄົນ​ທີ່​ອ່ານ​ຄຳພີ​ໄບເບິນ​ເຖິງ​ຂັ້ນ​ວ່າ​ຖືກ​ເຜົາ​ຢູ່​ເທິງ​ຫຼັກ​ເສົາ. ສ່ວນ​ຄົນ​ທີ່​ເວົ້າ​ຕໍ່​ຕ້ານ​ສິ່ງ​ທີ່​ຜູ້​ນຳ​ໂບດ​ສອນ​ຄົນ​ນັ້ນ​ກໍ​ຈະ​ຖືກ​ລົງໂທດ​ຢ່າງ​ໜັກ. ເກືອບ​ເປັນ​ໄປ​ບໍ່​ໄດ້​ເລີຍ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ຮຽນ​ຮູ້​ຄວາມ​ຈິງ​ຫຼື​ສອນ​ຄົນ​ອື່ນໆ.

ເຮົາ​ຍັງ​ຮຽນ​ຮູ້​ຈາກ​ນິມິດ​ຂອງ​ເອເຊກຽນ​ວ່າ ປະຊາຊົນ​ຂອງ​ພະເຈົ້າ​ກັບ​ມາ​ມີ​ຊີວິດ​ອີກ​ແລະ​ຄ່ອຍໆຖືກ​ປ່ອຍ​ຕົວ​ຈາກ​ສາສະໜາ​ທີ່​ສອນ​ບໍ່​ຖືກຕ້ອງ. ດັ່ງ​ນັ້ນ ສິ່ງ​ເຫຼົ່າ​ນີ້​ເລີ່ມ​ຕົ້ນ​ເກີດ​ຂຶ້ນ​ເມື່ອ​ໃດ​ແລະ​ແນວ​ໃດ? ນິມິດ​ນັ້ນ​ກ່າວ​ເຖິງ ‘ສຽງ​ສັ່ນ​ສະເທືອນ.’ ສິ່ງ​ນີ້​ເລີ່ມ​ເກີດ​ຂຶ້ນ​ໃນ​ສອງ​ສາມ​ຮ້ອຍ​ປີ​ທີ່​ຜ່ານ​ມາ​ກ່ອນ​ເວລາ​ອະວະສານ. ໃນ​ລະຫວ່າງ​ນັ້ນ ມີ​ຜູ້​ທີ່​ສັດ​ຊື່​ບາງ​ຄົນ​ເຊິ່ງ​ຕ້ອງການ​ຮູ້​ຄວາມ​ຈິງ​ແລະ​ຮັບໃຊ້​ພະເຈົ້າ​ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ຢູ່​ໃນ​ທ່າມກາງ​ສາສະໜາ​ທີ່​ສອນ​ບໍ່​ຖືກຕ້ອງ. ເຂົາ​ເຈົ້າ​ສຶກສາ​ຄຳພີ​ໄບເບິນ​ແລະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ບອກ​ຜູ້​ຄົນ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້. ບາງ​ຄົນ​ເຮັດ​ວຽກ​ໜັກ​ເພື່ອ​ແປ​ຄຳພີ​ໄບເບິນ​ເປັນ​ພາສາ​ຕ່າງໆທີ່​ຜູ້​ຄົນ​ເຂົ້າ​ໃຈ.

ຈາກ​ນັ້ນ ເມື່ອ​ໃກ້​ຈະ​ເຖິງ​ທ້າຍ​ຊຸມ​ປີ 1800 ເປັນ​ຄື​ກັບ​ວ່າ​ຊີ້ນ​ແລະ​ໜັງ​ກັບ​ມາ​ຫຸ້ມ​ກະດູກ​ອີກ. ພີ່​ນ້ອງ ຊາລ ເທດ ລັດເຊວ ແລະ​ໝູ່​ຂອງ​ລາວ​ໄດ້​ພະຍາຍາມ​ຢ່າງ​ໜັກ​ທີ່​ຈະ​ພົບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແລະ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ. ເຂົາ​ເຈົ້າ​ຍັງ​ໄດ້​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ໂດຍ​ໃຊ້​ຫໍສັງເກດການ​ແຫ່ງ​ຊີໂອນ ແລະ​ໜັງສື​ອື່ນໆ. ຕໍ່​ມາ “ພາບພະຍົນ​ເລື່ອງ​ການ​ສ້າງ” ໃນ​ປີ 1914 ແລະ​ປຶ້ມ The finished Mystery ໃນ​ປີ 1917 ໄດ້​ຊ່ວຍ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ. ໃນ​ທີ່​ສຸດ ໃນ​ປີ 1919 ເປັນ​ຄື​ກັບ​ວ່າ​ປະຊາຊົນ​ຂອງ​ພະອົງ​ໄດ້​ຮັບ​ຊີວິດ​ແລະ​ແຜ່ນດິນ​ໃໝ່. ນັບ​ຕັ້ງ​ແຕ່​ນັ້ນ​ມາ​ຄົນ​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ນີ້​ໄດ້​ເຂົ້າ​ສົມທົບ​ກັບ​ຜູ້​ຖືກ​ເຈີມ. ເຂົາ​ເຈົ້າ​ທຸກ​ຄົນ​ນະມັດສະການ​ພະ​ເຢໂຫວາ ແລະ​ເຂົາ​ເຈົ້າ​ລວມ​ເຂົ້າ​ກັນ​ເປັນ “ກອງທັບ​ອັນ​ໃຫຍ່.”—ເອເຊກຽນ 37:10; ຊາກາລີ 8:20-23 *

ດັ່ງ​ນັ້ນ ເຫັນ​ໄດ້​ແຈ້ງ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ຕົກ​ເປັນ​ຊະເລີຍ​ຂອງ​ບາບີໂລນ​ໃຫຍ່​ຫຼັງ​ຈາກ​ປີ 100. ນີ້​ເປັນ​ໄລຍະ​ເວລາ​ເມື່ອ​ຫຼາຍ​ຄົນ​ໄດ້​ກາຍ​ເປັນ​ຜູ້​ອອກ​ຫາກ​ໂດຍ​ຍອມ​ຮັບ​ເອົາ​ຄຳ​ສອນ​ຂອງ​ສາສະໜາ​ທີ່​ສອນ​ບໍ່​ຖືກຕ້ອງ​ແລະ​ໄດ້​ປະຕິເສດ​ຄວາມ​ຈິງ. ເປັນ​ເວລາ​ຫຼາຍ​ປີ ເປັນ​ເລື່ອງ​ຍາກ​ຫຼາຍ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ ຄື​ກັບ​ສະພາບ​ຂອງ​ຊາວ​ອິດສະລາແອນ​ຕອນ​ທີ່​ຕົກ​ເປັນ​ຊະເລີຍ. ແຕ່​ໃນ​ທຸກ​ມື້​ນີ້​ກຳລັງ​ມີ​ການ​ປະກາດ​ຄວາມ​ຈິງ​ໃຫ້​ກັບ​ທຸກ​ຄົນ​ໄດ້​ຮູ້ຈັກ. ເຮົາ​ມີ​ຄວາມ​ສຸກ​ແທ້ໆທີ່​ກຳລັງ​ມີ​ຊີວິດ​ໃນ​ເວລາ​ທີ່ ‘ຄົນ​ສະຫຼາດ​ທັງ​ຫຼາຍ​ຈະ​ສ່ອງ​ແສງ​ກ້າ.’ ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ສາມາດ ‘ຊຳຮະ​ຕົວ​ເອງ’ ຖືກ​ເຮັດ​ໃຫ້ ‘ບໍລິສຸດ’ ແລະ​ຍອມ​ຮັບ​ເອົາ​ການ​ນະມັດສະການ​ແທ້!—ດານຽນ 12:3, 10

ເມື່ອ​ຊາຕານ​ພະຍາຍາມ​ລໍ້​ໃຈ​ພະ​ເຍຊູ ມັນ​ໄດ້​ພາ​ພະອົງ​ໄປ​ທີ່​ວິຫານ​ແທ້ໆບໍ ຫຼື​ມັນ​ສະແດງ​ໃຫ້​ພະອົງ​ເຫັນ​ວິຫານ​ໃນ​ນິມິດ?

ເຮົາ​ບໍ່​ຮູ້​ຢ່າງ​ຄັກ​ແນ່​ວ່າ​ຊາຕານ​ສະແດງ​ໃຫ້​ພະ​ເຍຊູ​ເຫັນ​ວິຫານ​ໄດ້​ແນວ​ໃດ.

ຜູ້​ຂຽນ​ຄຳພີ​ໄບເບິນ​ທັງ​ມັດທາຍ​ແລະ​ລືກາ​ໄດ້​ຂຽນ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ. ມັດທາຍ​ບອກ​ວ່າ “ພະຍາມານ​ນຳ​ເອົາ” ພະ​ເຍຊູ​ໄປ​ເມືອງ​ເຢຣຶຊາເລມ​ແລະ “ໃຫ້​ຢືນ​ເທິງ​ກຳແພງ​ດ້ານ​ທີ່​ສູງ​ທີ່​ສຸດ” ຂອງ​ວິຫານ. (ມັດທາຍ 4:5, ລ.ມ.) ລືກາ​ບອກ​ວ່າ​ພະຍາມານ “ໄດ້​ນຳ​ເອົາ​ພະອົງ​ເຂົ້າ​ໄປ​ໃນ​ເມືອງ​ເຢຣຶຊາເລມ​ແລະ​ໃຫ້​ຢືນ​ເທິງ​ກຳແພງ​ດ້ານ​ທີ່​ສູງ​ທີ່​ສຸດ​ຂອງ​ວິຫານ.”—ລືກາ 4:9, ລ.ມ.

ໃນ​ອະດີດ ໜັງສື​ຕ່າງໆຂອງ​ເຮົາ​ໄດ້​ກ່າວ​ວ່າ​ຊາຕານ​ອາດ​ບໍ່​ໄດ້​ນຳ​ເອົາ​ຕົວ​ພະ​ເຍຊູ​ໄປ​ທີ່​ວິຫານ​ເມື່ອ​ມັນ​ພະຍາຍາມ​ລໍ້​ໃຈ​ພະອົງ. ຫໍສັງເກດການ 1 ມີນາ 1961 ສົມ​ທຽບ​ຄຳ​ກ່າວ​ນີ້​ກັບ​ຕອນ​ທີ່​ຊາຕານ​ພະຍາຍາມ​ລໍ້​ໃຈ​ພະ​ເຍຊູ​ໂດຍ​ສະແດງ​ໃຫ້​ພະອົງ​ເຫັນ​ອານາຈັກ​ທັງ​ໝົດ​ຂອງ​ໂລກ​ນີ້​ຈາກ​ພູເຂົາ​ທີ່​ສູງ. ຫໍສັງເກດການ ສະບັບ​ນີ້​ບອກ​ວ່າ​ບໍ່​ມີ​ພູເຂົາ​ໜ່ວຍ​ໃດ​ສູງ​ພໍ​ທີ່​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ເຫັນ​ອານາຈັກ​ທັງ​ໝົດ​ຂອງ​ໂລກ​ນີ້. ຈາກ​ນັ້ນ​ກໍ​ໄດ້​ບອກ​ວ່າ​ຊາຕານ​ອາດ​ຈະ​ບໍ່​ໄດ້​ພາ​ຕົວ​ພະ​ເຍຊູ​ໄປ​ທີ່​ວິຫານ​ແທ້ໆ. ແຕ່​ຕໍ່​ມາ​ບົດ​ຄວາມ​ຕ່າງໆໃນ​ຫໍສັງເກດການ ໄດ້​ກ່າວ​ວ່າ ຖ້າ​ພະ​ເຍຊູ​ໂດດ​ລົງ​ຈາກ​ວິຫານ ພະອົງ​ຈະ​ຕາຍ​ແທ້ໆ.

ບາງ​ຄົນ​ເວົ້າ​ວ່າ​ເນື່ອງ​ຈາກ​ພະ​ເຍຊູ​ບໍ່​ແມ່ນ​ຊາວ​ເລວີ ພະອົງ​ຈະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ຢືນ​ຢູ່​ເທິງ​ດ້ານ​ທີ່​ສູງ​ທີ່​ສຸດ​ຂອງ​ວິຫານ​ທີ່​ສັກສິດ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເວົ້າ​ວ່າ​ຊາຕານ​ຕ້ອງ​ພະຍາຍາມ​ລໍ້​ໃຈ​ພະ​ເຍຊູ​ໂດຍ​ທາງ​ນິມິດ. ຫຼາຍ​ຮ້ອຍ​ປີ​ກ່ອນ​ໜ້າ​ນັ້ນ ເອເຊກຽນ​ກໍ​ຖືກ​ພາ​ຕົວ​ໄປ​ທີ່​ວິຫານ​ໂດຍ​ທາງ​ນິມິດ.—ເອເຊກຽນ 8:3, 7-10; 11:1, 24; 37:1, 2

ແຕ່​ຖ້າ​ພະ​ເຍຊູ​ຖືກ​ພາ​ຕົວ​ໄປ​ວິຫານ​ໂດຍ​ທາງ​ນິມິດ ບາງ​ຄົນ​ອາດ​ສົງໄສ​ວ່າ:

  • ພະ​ເຍຊູ​ຮູ້ສຶກ​ແທ້ໆບໍ​ວ່າ​ຖືກ​ລໍ້​ໃຈ​ໃຫ້​ໂດດ​ລົງ​ຈາກ​ວິຫານ?

  • ໃນ​ເວລາ​ອື່ນ​ອີກ​ຊາຕານ​ກໍ​ໄດ້​ພະຍາຍາມ​ລໍ້​ໃຈ​ພະ​ເຍຊູ ມັນ​ຂໍ​ໃຫ້​ພະ​ເຍຊູ​ເຮັດ​ໃຫ້​ກ້ອນ​ຫີນ​ແທ້ໆກາຍ​ເປັນ​ເຂົ້າຈີ່​ແທ້ໆ ແລະ​ມັນ​ກໍ​ຕ້ອງການ​ໃຫ້​ພະ​ເຍຊູ​ນະມັດສະການ​ມັນ​ແທ້ໆ. ດັ່ງ​ນັ້ນ ເປັນ​ໄປ​ໄດ້​ບໍ​ທີ່​ຊາຕານ​ຍັງ​ຕ້ອງການ​ໃຫ້​ພະ​ເຍຊູ​ໂດດ​ລົງ​ຈາກ​ວິຫານ​ແທ້ໆ?

ແຕ່​ຖ້າ​ຊາຕານ​ບໍ່​ໄດ້​ໃຊ້​ນິມິດ​ແລະ​ພາ​ຕົວ​ພະ​ເຍຊູ​ໄປ​ວິຫານ​ແທ້ໆ ດັ່ງ​ນັ້ນ ບາງ​ຄົນ​ອາດ​ສົງໄສ​ວ່າ:

  • ພະ​ເຍຊູ​ໄດ້​ຝ່າ​ຝືນ​ພະບັນຍັດ​ບໍ​ໂດຍ​ຢືນ​ຢູ່​ບ່ອນ​ທີ່​ສູງ​ທີ່​ສຸດ​ຂອງ​ວິຫານ​ທີ່​ສັກສິດ?

  • ພະ​ເຍຊູ​ອອກ​ຈາກ​ປ່າ​ແລ້ວ​ໄປ​ທີ່​ວິຫານ​ໃນ​ເມືອງ​ເຢຣຶຊາເລມ​ໄດ້​ແນວ​ໃດ?

ຂໍ​ໃຫ້​ເຮົາ​ພິຈາລະນາ​ຂໍ້​ມູນ​ບາງ​ຢ່າງ​ຕື່ມ​ອີກ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ຕອບ​ສອງ​ຄຳຖາມ​ສຸດ​ທ້າຍ​ນີ້.

ສາສະດາ​ຈານ ດີ. ເອ. ຄາ​ສັນ​ຂຽນ​ວ່າ ຄຳ​ສັບ​ພາສາ​ເກັຣກ​ສຳລັບ​ຄຳ​ວ່າ “ວິຫານ” ທີ່​ໃຊ້​ໃນ​ມັດທາຍ​ແລະ​ລືກາ​ອາດ​ໝາຍ​ເຖິງ​ບໍລິເວນ​ທັງ​ໝົດ​ຂອງ​ວິຫານ ແລະ​ບໍ່​ແມ່ນ​ສະເພາະ​ບ່ອນ​ທີ່​ສັກສິດ​ເທົ່າ​ນັ້ນ​ເຊິ່ງ​ເປັນ​ບໍລິເວນ​ທີ່​ອະນຸຍາດ​ໃຫ້​ພຽງ​ຊາວ​ເລວີ​ເທົ່າ​ນັ້ນ​ເຂົ້າ​ໄປ​ໄດ້. ແຈ​ທາງ​ດ້ານ​ທິດ​ຕາເວັນ​ອອກ​ສຽງ​ໃຕ້​ຂອງ​ບໍລິເວນ​ວິຫານ​ມີ​ຫຼັງ​ຄາ​ທີ່​ພຽງ​ເຊິ່ງ​ເປັນ​ບ່ອນ​ສູງ​ທີ່​ສຸດ​ໃນ​ວິຫານ. ພະ​ເຍຊູ​ອາດ​ຖືກ​ພາ​ຕົວ​ໄປ​ຢືນ​ຢູ່​ບ່ອນ​ນັ້ນ. ໄລຍະ​ຫ່າງ​ຈາກ​ຈຸດ​ນັ້ນ​ເຖິງ​ພື້ນ​ຂອງ​ຮ່ອມ​ພູ​ເຊດໂຣນ​ແມ່ນ​ປະມານ 140 ແມັດ. ນັກ​ປະຫວັດສາດ​ທີ່​ຊື່​ໂຢເຊຟຸດ​ເວົ້າ​ວ່າ ບໍລິເວນ​ນີ້​ຂອງ​ວິຫານ​ສູງ​ຫຼາຍ​ແລະ​ຖ້າ​ຄົນ​ທີ່​ຢືນ​ຢູ່​ທີ່​ນັ້ນ​ແນມ​ລົງ​ໄປ​ທາງ​ລຸ່ມ ລາວ​ກໍ “ຈະ​ວິນ​ຫົວ.” ເຖິງ​ວ່າ​ພະ​ເຍຊູ​ບໍ່​ແມ່ນ​ຊາວ​ເລວີ ພະອົງ​ອາດ​ຢືນ​ຢູ່​ທີ່​ນັ້ນ​ແລະ​ບໍ່​ມີ​ໃຜ​ທີ່​ຈະ​ຄັດ​ຄ້ານ​ໄດ້.

ແຕ່​ພະ​ເຍຊູ​ອອກ​ຈາກ​ປ່າ​ແລ້ວ​ໄປ​ທີ່​ວິຫານ​ໃນ​ເມືອງ​ເຢຣຶຊາເລມ​ໄດ້​ແນວ​ໃດ? ເຮົາ​ບໍ່​ຮູ້​ຢ່າງ​ຄັກ​ແນ່. ຄຳພີ​ໄບເບິນ​ພຽງ​ແຕ່​ບອກ​ວ່າ​ພະ​ເຍຊູ​ຖືກ​ພາ​ໄປ​ທີ່​ເມືອງ​ເຢຣຶຊາເລມ. ແຕ່​ຄຳພີ​ໄບເບິນ​ກໍ​ບໍ່​ໄດ້​ບອກ​ວ່າ​ພະ​ເຍຊູ​ຢູ່​ໄກ​ຈາກ​ເມືອງ​ເຢຣຶຊາເລມ​ຫຼາຍ​ປານ​ໃດ ຫຼື​ຊາຕານ​ລໍ້​ໃຈ​ພະອົງ​ດົນ​ປານ​ໃດ. ດັ່ງ​ນັ້ນ ເປັນ​ໄປ​ໄດ້​ທີ່​ພະ​ເຍຊູ​ຍ່າງ​ໄປ​ເມືອງ​ເຢຣຶຊາເລມ ເຖິງ​ວ່າ​ການ​ເຮັດ​ແນວ​ນີ້​ອາດ​ຈະ​ໃຊ້​ເວລາ​ດົນ​ກໍ​ຕາມ.

ເມື່ອ​ຊາຕານ​ສະແດງ​ໃຫ້​ພະ​ເຍຊູ​ເຫັນ “ອານາຈັກ​ທັງ​ໝົດ​ຂອງ​ໂລກ​ນີ້” ມັນ​ອາດ​ໃຊ້​ນິມິດ ເນື່ອງ​ຈາກ​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຫັນ​ອານາຈັກ​ທັງ​ໝົດ​ນີ້​ຈາກ​ພູ​ໜ່ວຍ​ໃດ​ໜ່ວຍ​ໜຶ່ງ​ໃນ​ໂລກ​ນີ້. ເລື່ອງ​ນີ້​ອາດ​ຈະ​ຄ້າຍ​ຄື​ກັບ​ທີ່​ເຮົາ​ສາມາດ​ໃຊ້​ຈໍ​ສາຍ​ໜັງ​ເພື່ອ​ສະແດງ​ໃຫ້​ບາງ​ຄົນ​ເຫັນ​ຮູບ​ພາບ​ກ່ຽວ​ກັບ​ສ່ວນ​ຕ່າງໆໃນ​ໂລກ​ນີ້. ຊາຕານ​ອາດ​ໄດ້​ໃຊ້​ນິມິດ ແຕ່​ໃນ​ຕົວ​ຈິງ​ແລ້ວ​ມັນ​ຕ້ອງການ​ໃຫ້​ພະ​ເຍຊູ​ກົ້ມ​ຂາບ​ແລະ​ນະມັດສະການ​ມັນ. (ມັດທາຍ 4:8, 9, ລ.ມ.) ດັ່ງ​ນັ້ນ ເມື່ອ​ຊາຕານ​ນຳ​ເອົາ​ພະ​ເຍຊູ​ໄປ​ທີ່​ວິຫານ ເປັນ​ໄປ​ໄດ້​ທີ່​ໃນ​ຕົວ​ຈິງ​ແລ້ວ​ມັນ​ຕ້ອງການ​ໃຫ້​ພະ​ເຍຊູ​ສ່ຽງ​ຊີວິດ​ຂອງ​ຕົນ​ເອງ​ໂດຍ​ໂດດ​ລົງ​ມາ​ຈາກ​ວິຫານ. ແຕ່​ພະ​ເຍຊູ​ປະຕິເສດ​ມັນ. ແນ່ນອນ​ວ່າ​ການ​ລໍ້​ໃຈ​ຕົວ​ຈິງ​ເປັນ​ຕາ​ໜ້າ​ດຶງ​ດູດ​ໃຈ​ຫຼາຍ​ກວ່າ​ການ​ລໍ້​ໃຈ​ໂດຍ​ຜ່ານ​ທາງ​ນິມິດ!

ດັ່ງ​ນັ້ນ ເປັນ​ໄປ​ໄດ້​ທີ່​ພະ​ເຍຊູ​ໄດ້​ໄປ​ເມືອງ​ເຢຣຶຊາເລມ​ແທ້ໆແລະ​ໄດ້​ຢືນ​ຢູ່​ຈຸດ​ທີ່​ສູງ​ທີ່​ສຸດ​ຂອງ​ວິຫານ. ແມ່ນ​ແລ້ວ ຄື​ກັບ​ທີ່​ກ່າວ​ໄປ​ແລ້ວ​ໃນ​ຕອນ​ຕົ້ນໆຂອງ​ບົດ​ຄວາມ​ນີ້ ເຮົາ​ບໍ່​ຮູ້​ຢ່າງ​ຄັກ​ແນ່​ວ່າ​ຊາຕານ​ສະແດງ​ໃຫ້​ພະ​ເຍຊູ​ເຫັນ​ວິຫານ​ໄດ້​ໂດຍ​ວິທີ​ໃດ. ແຕ່​ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ຊາຕານ​ພະຍາຍາມ​ຕໍ່ໆໄປ​ທີ່​ຈະ​ເຮັດ​ໃຫ້​ພະ​ເຍຊູ​ເຮັດ​ສິ່ງ​ທີ່​ຜິດ​ແລະ​ໃນ​ແຕ່​ລະ​ຄັ້ງ​ພະ​ເຍຊູ​ໄດ້​ປະຕິເສດ​ມັນ​ຢ່າງ​ໜັກແໜ້ນ.

^ ຂໍ້ 2 ຂໍ​ໃຫ້​ເບິ່ງ​ຫໍສັງເກດການ 15 ກໍລະກົດ 2013 ໜ້າ 10-12 ຫຍໍ້​ໜ້າ 5-8, 12

^ ຂໍ້ 2 ທັງ​ເອເຊກຽນ 37:1-14 ແລະ​ຄຳປາກົດ 11:7-12 ເວົ້າ​ເຖິງ​ບາງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ປີ 1919. ຄຳ​ທຳນວາຍ​ໃນ​ເອເຊກຽນ 37:1-14 ກ່າວ​ເຖິງ​ປະຊາຊົນ​ຂອງ​ພະເຈົ້າ​ທຸກ​ຄົນ​ທີ່​ກັບ​ມາ​ສູ່​ການ​ນະມັດສະການ​ແທ້​ໃນ​ປີ 1919 ຫຼັງ​ຈາກ​ທີ່​ຕົກ​ເປັນ​ຊະເລີຍ​ເປັນ​ເວລາ​ດົນ​ນານ. ແຕ່​ໃນ​ຄຳປາກົດ 11:7-12 ກ່າວ​ເຖິງ​ການ​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ​ໃນ​ປີ 1919 ຂອງ​ພີ່​ນ້ອງ​ຊາຍ​ກຸ່ມ​ນ້ອຍໆທີ່​ຖືກ​ເຈີມ​ເຊິ່ງ​ນຳ​ໜ້າ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະເຈົ້າ. ພີ່​ນ້ອງ​ເຫຼົ່າ​ນີ້​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ເວລາ​ໜຶ່ງ.