ການສັ່ງສອນເປັນຫຼັກຖານວ່າພະເຢໂຫວາຮັກເຮົາ
‘ພະເຢໂຫວາຮັກຜູ້ໃດພະອົງຈຶ່ງຕີສອນຜູ້ນັ້ນ.’—ເຫບເລີ 12:6
1. ຄຳພີໄບເບິນມັກເວົ້າເຖິງການສັ່ງສອນແນວໃດ?
ເຈົ້າຄິດແນວໃດເມື່ອໄດ້ຍິນຄຳວ່າ: “ການສັ່ງສອນ”? ຫຼາຍຄົນຄິດເຖິງການລົງໂທດ ແຕ່ທີ່ຈິງແລ້ວມັນມີຄວາມໝາຍຫຼາຍກວ່ານັ້ນອີກ. ຄຳພີໄບເບິນບອກວ່າການສັ່ງສອນເປັນສິ່ງທີ່ດີສຳລັບເຮົາ ແລະບາງຄັ້ງກໍໃຊ້ຄວບຄູ່ກັບຄວາມຮູ້ ສະຕິປັນຍາ ຄວາມຮັກ ແລະຊີວິດ. (ສຸພາສິດ 1:2-7; 4:11-13) ການສັ່ງສອນຂອງພະເຈົ້າພິສູດໃຫ້ເຫັນວ່າພະອົງຮັກເຮົາແລະຢາກໃຫ້ເຮົາມີຊີວິດຕະຫຼອດໄປ. (ເຫບເລີ 12:6) ເຖິງວ່າບາງຄັ້ງການສັ່ງສອນຂອງພະເຈົ້າອາດລວມເຖິງການລົງໂທດ ແຕ່ພະອົງກໍບໍ່ເຄີຍສັ່ງສອນແບບທີ່ໂຫດຮ້າຍຫຼືປ່າເຖື່ອນ. ທີ່ຈິງ ຄວາມໝາຍທີ່ສຳຄັນທີ່ສຸດຂອງຄຳວ່າ: “ສັ່ງສອນ” ກ່ຽວຂ້ອງກັບການສອນ ຄືກັບທີ່ພໍ່ແມ່ສອນລູກທີ່ຮັກ.
2, 3. ການສັ່ງສອນອາດໝາຍເຖິງການສອນແລະການລົງໂທດແນວໃດ? (ເບິ່ງຮູບທຳອິດ)
2 ຂໍໃຫ້ຄິດເຖິງຕົວຢ່າງນີ້. ເດັກນ້ອຍຄົນໜຶ່ງຊື່ຈອນນີ້ຫຼິ້ນໝາກບານຢູ່ໃນເຮືອນ. ແມ່ຂອງລາວບອກວ່າ: “ຈອນນີ້ ຢ່າຫຼິ້ນໝາກບານຢູ່ໃນເຮືອນ! ດຽວຈະເຮັດໃຫ້ເຄື່ອງຕົກແຕກ.” ແຕ່ລາວກໍບໍ່ສົນໃຈແລະຫຼິ້ນໝາກບານຕໍ່ໄປ. ແລ້ວ
ໝາກບານກໍຟົ້ງໄປຕຳໂຖດອກໄມ້ຕົກແຕກ! ແມ່ຂອງຈອນນີ້ໄດ້ເຮັດຫຍັງເພື່ອສັ່ງສອນລາວ? ແມ່ອະທິບາຍກັບລາວວ່າສິ່ງທີ່ລາວເຮັດນັ້ນມັນຜິດ. ແມ່ຢາກໃຫ້ລູກຮູ້ວ່າການເຊື່ອຟັງພໍ່ແມ່ເປັນປະໂຫຍດສຳລັບລູກ ແລະກົດຕ່າງໆທີ່ພໍ່ແມ່ຕັ້ງກໍເປັນສິ່ງຈຳເປັນແລະມີເຫດຜົນ. ເພື່ອຈະໃຫ້ຈອນນີ້ໄດ້ຮັບບົດຮຽນ ແມ່ຈຶ່ງລົງໂທດລາວໂດຍຍຶດໝາກບານຂອງລາວໄວ້ຊົ່ວຄາວ. ນັ້ນຄົງເຮັດໃຫ້ຈອນນີ້ບໍ່ພໍໃຈ ແຕ່ການເຮັດແບບນີ້ຈະຊ່ວຍໃຫ້ລາວຈື່ວ່າການບໍ່ເຊື່ອຟັງພໍ່ແມ່ຈະໄດ້ຮັບຜົນແນວໃດ.3 ໃນຖານະຄລິດສະຕຽນ ເຮົາເປັນສ່ວນໜຶ່ງຂອງຄອບຄົວພະເຈົ້າ. (1 ຕີໂມເຕ 3:15) ພະເຢໂຫວາພໍ່ຂອງເຮົາມີສິດທີ່ຈະຕັດສິນວ່າອັນໃດຖືກອັນໃດຜິດ ແລະຕອນທີ່ເຮົາບໍ່ເຊື່ອຟັງ ພະອົງກໍມີສິດສັ່ງສອນເຮົາ. ນອກຈາກນັ້ນ ຖ້າເຮົາໄດ້ຮັບຜົນຈາກການກະທຳຂອງເຮົາ ການສັ່ງສອນດ້ວຍຄວາມຮັກຂອງພະເຢໂຫວາຈະຊ່ວຍເຮົາໃຫ້ຈື່ວ່າເປັນເລື່ອງສຳຄັນທີ່ເຮົາຈະຕ້ອງເຊື່ອຟັງພະອົງ. (ຄາລາຊີ 6:7) ພະເຈົ້າຮັກເຮົາຫຼາຍແລະບໍ່ຢາກໃຫ້ເຮົາຕ້ອງເຈັບປວດໃຈ.—1 ເປໂຕ 5:6, 7
4. (ກ) ພະເຢໂຫວາຢາກໃຫ້ເຮົາຝຶກສອນຄົນອື່ນແນວໃດ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
4 ເມື່ອເຮົາສັ່ງສອນໂດຍໃຊ້ຫຼັກການໃນຄຳພີໄບເບິນ ເຮົາກໍຈະຊ່ວຍລູກແລະນັກສຶກສາໃຫ້ເປັນລູກສິດຂອງພະຄລິດໄດ້. ເຮົາໃຊ້ຄຳພີໄບເບິນສອນນັກສຶກສາໃຫ້ເຮັດສິ່ງທີ່ຖືກຕ້ອງແລະຊ່ວຍເຂົາເຈົ້າໃຫ້ເຂົ້າໃຈແລະ ‘ຖືຮັກສາ [“ເຮັດຕາມ,” ລ.ມ.] ສິ່ງທັງປວງທີ່ພະເຍຊູໄດ້ສັ່ງໄວ້ແກ່ເຮົາ.’ (ມັດທາຍ 28:19, 20; 2 ຕີໂມເຕ 3:16) ນີ້ເປັນວິທີທີ່ພະເຢໂຫວາຢາກໃຫ້ລູກໄດ້ຮັບການຝຶກສອນເພື່ອທີ່ເຂົາເຈົ້າຈະຊ່ວຍຄົນອື່ນໄດ້ຄືກັນ. (ອ່ານຕິໂຕ 2:11-14) ຕອນນີ້ໃຫ້ເຮົາມາພິຈາລະນາ 3 ຄຳຖາມທີ່ສຳຄັນຄື: (1) ການສັ່ງສອນຂອງພະເຈົ້າພິສູດໃຫ້ເຫັນແນວໃດວ່າພະອົງຮັກເຮົາ? (2) ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງຄົນທີ່ພະເຈົ້າສັ່ງສອນ? (3) ເຮົາຈະຮຽນແບບພະເຢໂຫວາແລະພະເຍຊູແນວໃດເມື່ອສັ່ງສອນຄົນອື່ນ?
ພະເຈົ້າສັ່ງສອນດ້ວຍຄວາມຮັກ
5. ການສັ່ງສອນຈາກພະເຢໂຫວາສະແດງໃຫ້ເຫັນແນວໃດວ່າພະອົງຮັກເຮົາ?
5 ພະເຢໂຫວາແກ້ໄຂເຮົາ ສອນເຮົາ ແລະຝຶກເຮົາກໍຍ້ອນວ່າພະອົງຮັກເຮົາ. ພະອົງຢາກໃຫ້ເຮົາຢູ່ໃກ້ຊິດພະອົງແລະມີຊີວິດຢູ່ຕະຫຼອດໄປ. (1 ໂຢຮັນ 4:16) ພະອົງບໍ່ເຄີຍດູຖູກເຮົາຫຼືເຮັດໃຫ້ເຮົາຮູ້ສຶກບໍ່ມີຄ່າ. (ສຸພາສິດ 12:18) ແທນທີ່ຈະເປັນແນວນັ້ນ ພະອົງເບິ່ງແຕ່ຈຸດດີຂອງເຮົາແລະຍອມໃຫ້ເຮົາມີອິດສະຫຼະໃນການຕັດສິນໃຈ. ເຈົ້າເຫັນການສັ່ງສອນຈາກພະເຢໂຫວາບໍໂດຍຜ່ານທາງຄຳພີໄບເບິນ ໜັງສືຕ່າງໆ ພໍ່ແມ່ ແລະຜູ້ເຖົ້າແກ່ເຊິ່ງພິສູດວ່າພະອົງຮັກເຮົາ? ທີ່ຈິງ ເມື່ອຜູ້ເຖົ້າແກ່ໃຊ້ຄວາມອ່ອນໂຍນແລະຄວາມຮັກຊ່ວຍເຮົາໃຫ້ແກ້ໄຂຕົວເອງແມ່ນແຕ່ກ່ອນທີ່ເຮົາຈະຮູ້ຕົວວ່າໄດ້ເຮັດຜິດດ້ວຍຊໍ້າ ເຂົາເຈົ້າກໍກຳລັງຮຽນແບບຄວາມຮັກຂອງພະເຢໂຫວາທີ່ມີຕໍ່ເຮົາ.—ຄາລາຊີ 6:1
6. ການສັ່ງສອນສະແດງໃຫ້ເຫັນເຖິງຄວາມຮັກຂອງພະເຈົ້າແນວໃດເຖິງວ່າຄົນທີ່ຖືກສັ່ງສອນຕ້ອງເສຍສິດທິພິເສດ?
ຄຳເພງ 19:7) ເມື່ອເວລາຜ່ານໄປ ລາວອາດໄດ້ຮັບສິດທິພິເສດແລະວຽກມອບໝາຍທີ່ເຄີຍສູນເສຍໄປກັບຄືນມາ. ແມ່ນແຕ່ການຕັດສຳພັນກໍພິສູດໃຫ້ເຫັນວ່າພະເຢໂຫວາຮັກເຮົາເພາະສິ່ງນີ້ຈະປົກປ້ອງປະຊາຄົມໄວ້ຈາກອິດທິພົນທີ່ບໍ່ດີ. (1 ໂກລິນໂທ 5:6, 7, 11) ເນື່ອງຈາກການສັ່ງສອນຂອງພະເຢໂຫວາຍຸຕິທຳສະເໝີຈຶ່ງຊ່ວຍໃຫ້ຄົນທີ່ຖືກຕັດສຳພັນເຂົ້າໃຈວ່າຄວາມຜິດທີ່ລາວເຮັດນັ້ນຮ້າຍແຮງສໍ່າໃດ. ນີ້ຈະຊ່ວຍໃຫ້ລາວກັບໃຈ.—ກິດຈະການ 3:19
6 ບາງຄັ້ງການສັ່ງສອນຍັງກ່ຽວຂ້ອງຫຼາຍກວ່າການໃຫ້ຄຳແນະນຳ. ຖ້າບາງຄົນເຮັດຜິດຮ້າຍແຮງ ລາວຈະຖືກຕັດສິດທິພິເສດໃນປະຊາຄົມ. ເຖິງຈະເກີດເຫດການແບບນີ້ ການສັ່ງສອນນີ້ກໍຍັງເຮັດໃຫ້ເຫັນວ່າພະເຈົ້າຮັກລາວ. ຕົວຢ່າງ: ການສັ່ງສອນອາດຈະຊ່ວຍລາວໃຫ້ເຫັນວ່າເປັນເລື່ອງສຳຄັນສໍ່າໃດທີ່ຈະໃຊ້ເວລາສຶກສາສ່ວນຕົວ ຄິດຕຶກຕອງ ແລະອະທິດຖານ. ການເຮັດແບບນີ້ຈະຊ່ວຍໃຫ້ສາຍສຳພັນຂອງລາວກັບພະເຢໂຫວາເຂັ້ມແຂງຂຶ້ນ. (ການສັ່ງສອນຂອງພະເຢໂຫວາເປັນປະໂຫຍດສຳລັບເຮົາ
7. ເຊບນາແມ່ນໃຜແລະລາວມີນິດໄສທີ່ບໍ່ດີຫຍັງ?
7 ເພື່ອຈະເຂົ້າໃຈວ່າການສັ່ງສອນເປັນເລື່ອງສຳຄັນສໍ່າໃດ ເຮົາຈະພິຈາລະນາເລື່ອງຂອງ 2 ຄົນທີ່ພະເຢໂຫວາສັ່ງສອນ. ຄົນທຳອິດຄືເຊບນາ ລາວເປັນຊາວອິດສະລາແອນທີ່ມີຊີວິດຢູ່ໃນສະໄໝກະສັດເອເຊເກຍເຊ ແລະອີກຄົນໜຶ່ງແມ່ນພີ່ນ້ອງເກຣແຮມທີ່ຢູ່ໃນສະໄໝຂອງເຮົາ. ເຊບນາເປັນ “ຜູ້ດູແລວັງຂອງກະສັດ” ເຊິ່ງອາດຈະເປັນວັງຂອງກະສັດເອເຊເກຍເຊ ແລະລາວກໍເປັນຄົນທີ່ມີອຳນາດຫຼາຍ. (ເອຊາອີ 22:15) ແຕ່ເຊບນາກາຍມາເປັນຄົນຍິ່ງແລະຢາກໃຫ້ຄົນອື່ນຄິດວ່າຕົວເອງເປັນຄົນສຳຄັນ. ລາວຍັງສ້າງບ່ອນຝັງສົບລາຄາແພງໃຫ້ກັບຕົວເອງ ແລະນັ່ງ “ລົດເສິກຄັນງາມ.”—ເອຊາອີ 22:16-18, ລ.ມ.
8. ພະເຢໂຫວາສັ່ງສອນເຊບນາແນວໃດ ແລະຜົນເປັນແນວໃດ?
8 ຍ້ອນເຊບນາພະຍາຍາມເຮັດໃຫ້ຕົວເອງໄດ້ຮັບກຽດຕິຍົດ ພະເຈົ້າຈຶ່ງເອົາວຽກມອບໝາຍຂອງລາວເອຊາອີ 22:19-21) ເລື່ອງນີ້ເກີດຂຶ້ນຕອນທີ່ກະສັດຊານເກຣີບຂອງອາຊີລີວາງແຜນໂຈມຕີເມືອງເຢຣຶຊາເລມ. ຕໍ່ມາຊານເກຣີບໄດ້ສົ່ງເຈົ້າໜ້າທີ່ລະດັບສູງແລະກອງທັບໃຫຍ່ໄປຂົ່ມຂູ່ຊາວຢິວແລະກະສັດເອເຊເກຍເຊໃຫ້ຍອມແພ້. (2 ກະສັດ 18:17-25) ເອເຊເກຍເຊສົ່ງເອເລຍກີມແລະຜູ້ຊາຍສອງຄົນໄປພົບພວກເຈົ້າໜ້າທີ່ເຫຼົ່ານັ້ນ. ໜຶ່ງໃນນັ້ນມີເຊບນາເຊິ່ງຕອນນັ້ນເປັນພຽງແຕ່ເລຂານຸການ. ຈາກເລື່ອງນີ້ເຮົາໄດ້ເຫັນວ່າ ເຊບນາອາດຮຽນຮູ້ທີ່ຈະເປັນຄົນຖ່ອມຕົວ ລາວບໍ່ໄດ້ຮູ້ສຶກຄຽດຫຼືອີ່ຕົນຕົວເອງ. ລາວເຕັມໃຈຍອມຮັບເອົາຕຳແໜ່ງທີ່ສຳຄັນໜ້ອຍກວ່າ. ຕອນນີ້ເຮົາຈະໄດ້ຮຽນບົດຮຽນ 3 ຢ່າງທີ່ເກີດຂຶ້ນກັບເຊບນາ.
ໃຫ້ກັບເອເລຍກີມ. (9-11. (ກ) ເຮົາໄດ້ບົດຮຽນທີ່ມີຄ່າຫຍັງຈາກຕົວຢ່າງຂອງເຊບນາ? (ຂ) ເຈົ້າຮູ້ສຶກແນວໃດກ່ຽວກັບວິທີທີ່ພະເຢໂຫວາປະຕິບັດຕໍ່ເຊບນາ?
9 ທຳອິດ ການທີ່ເຊບນາສູນເສຍຕຳແໜ່ງເຕືອນເຮົາວ່າ: “ຄວາມຍິ່ງເຮັດໃຫ້ພິນາດ.” (ສຸພາສິດ 16:18, ລ.ມ.) ເຮົາອາດໄດ້ຮັບສິດທິພິເສດໃນປະຊາຄົມ ແລະຄົນອື່ນໆກໍອາດຄິດວ່າເຮົາເປັນຄົນສຳຄັນ. ຖ້າເປັນແນວນັ້ນ ເຮົາຈະຍັງເປັນຄົນຖ່ອມຢູ່ບໍ? ເຮົາຈະຍັງຈື່ຢູ່ບໍວ່າຄວາມສາມາດທີ່ເຮົາມີແລະສິ່ງຕ່າງໆທີ່ເຮົາເຮັດໄດ້ສຳເລັດກໍຍ້ອນພະເຢໂຫວາຊ່ວຍເຮົາ? (1 ໂກລິນໂທ 4:7) ອັກຄະສາວົກໂປໂລເຕືອນເຮົາວ່າ: “ເຮົາກ່າວແກ່ທຸກຄົນໃນພວກທ່ານວ່າ ຢ່າຄຶດຕົວເປັນໃຫຍ່ເກີນທີ່ສົມຄວນຈະຄຶດ ແຕ່ວ່າຈົ່ງຄຶດໃຫ້ສົມຄວນກັບສະຕິປັນຍາຕາມຄວາມເຊື່ອກຳນົດໄວ້.”—ໂລມ 12:3
10 ສອງ ການທີ່ພະເຢໂຫວາໃຫ້ຄຳແນະນຳທີ່ກົງໄປກົງມາກັບເຊບນາ ສະແດງໃຫ້ເຫັນວ່າພະອົງເຊື່ອວ່າເຊບນາຈະສາມາດປ່ຽນແປງຕົວເອງໄດ້. (ສຸພາສິດ 3:11, 12) ນີ້ເປັນບົດຮຽນສຳລັບຄົນທີ່ສູນເສຍສິດທິພິເສດ. ແທນທີ່ຈະຮູ້ສຶກໃຈຮ້າຍຫຼືບໍ່ພໍໃຈ ເຂົາເຈົ້າກໍຍັງໃຫ້ສິ່ງທີ່ດີທີ່ສຸດກັບພະເຢໂຫວາ. ເຂົາເຈົ້າເລືອກທີ່ຈະເບິ່ງວ່າການສັ່ງສອນທີ່ເຂົາເຈົ້າໄດ້ຮັບນັ້ນເປັນການສະແດງຄວາມຮັກຈາກພະອົງ. ຂໍໃຫ້ຈື່ໄວ້ວ່າ ໃນທີ່ສຸດພໍ່ຂອງເຮົາຈະໃຫ້ລາງວັນກັບຄົນທີ່ຖ່ອມຕົວສະເໝີ. (ອ່ານ 1 ເປໂຕ 5:6, 7) ການສັ່ງສອນດ້ວຍຄວາມຮັກຈາກພະເຢໂຫວາຈະນວດປັ້ນເຮົາ ຖ້າເຮົາຖ່ອມຕົວແລະເປັນຄືກັບດິນໜຽວທີ່ອ່ອນນຸ້ມ.
11 ສາມ ເຮົາໄດ້ບົດຮຽນທີ່ມີຄ່າຈາກວິທີທີ່ພະເຢໂຫວາປະຕິບັດຕໍ່ເຊບນາ. ເຖິງວ່າວິທີທີ່ພະເຢໂຫວາສັ່ງສອນຈະສະແດງໃຫ້ເຫັນວ່າພະອົງກຽດຊັງການບາບ ແຕ່ສິ່ງນີ້ກໍຍັງສະແດງໃຫ້ເຫັນວ່າພະອົງຮັກມະນຸດທີ່ຜິດບາບ. ທີ່ຈິງ ພະເຢໂຫວາຊອກຫາຈຸດທີ່ດີໃນຕົວມະນຸດ. ຖ້າເຈົ້າເປັນພໍ່ແມ່ຫຼືຜູ້ເຖົ້າແກ່ ເຈົ້າຈະຮຽນແບບວິທີທີ່ພະເຢໂຫວາສັ່ງສອນໄດ້ບໍ?—ຢູເດ 22, 23
12-14. (ກ) ບາງຄົນມີທ່າທີແນວໃດຕໍ່ການສັ່ງສອນຂອງພະເຢໂຫວາ? (ຂ) ຄຳພີໄບເບິນຊ່ວຍພີ່ນ້ອງຊາຍຄົນໜຶ່ງໃຫ້ປ່ຽນຄວາມຄິດແນວໃດແລະຜົນເປັນແນວໃດ?
12 ບາງຄົນຮູ້ສຶກເຈັບປວດໃຈຫຼາຍຕອນທີ່ໄດ້ຮັບການສັ່ງສອນ ເຂົາເຈົ້າຈຶ່ງຖິ້ມພະເຢໂຫວາແລະປະຊາຄົມໄປ. (ເຫບເລີ 3:12, 13) ນັ້ນໝາຍຄວາມວ່າບໍ່ມີໃຜສາມາດຊ່ວຍລາວໄດ້ບໍ? ບໍ່ແມ່ນ! ຂໍໃຫ້ເບິ່ງຕົວຢ່າງຂອງເກຣແຮມ ລາວເຄີຍຖືກຕັດສຳພັນແລະຕໍ່ມາກໍຖືກຮັບກັບເຂົ້າມາ. ແຕ່ຫຼັງຈາກນັ້ນ ລາວກໍເຊົາໄປປະກາດແລະເຊົາໄປປະຊຸມ. ຜູ້ເຖົ້າແກ່ຄົນໜຶ່ງໄດ້ພະຍາຍາມເປັນໝູ່ກັບລາວ ແລະໃນທີ່ສຸດເກຣແຮມກໍຂໍຜູ້ເຖົ້າແກ່ຄົນນີ້ສຶກສາຄຳພີໄບເບິນໃຫ້ກັບລາວ.
13 ຜູ້ເຖົ້າແກ່ຄົນນີ້ບອກວ່າ: “ເກຣແຮມມີບັນຫາເລື່ອງຄວາມຍິ່ງແລະມັກວິພາກວິຈານຜູ້ເຖົ້າແກ່ທີ່ຕັດສຳພັນລາວ. ໃນການສຶກສາພຽງບໍ່ເທົ່າໃດເທື່ອຕໍ່ມາ ພວກເຮົາກໍໄດ້ພິຈາລະນາຂໍ້ພະຄຳພີເລື່ອງຄວາມຍິ່ງແລະຜົນຂອງມັນ. ເກຣແຮມເລີ່ມເຫັນຕົວເອງຢ່າງຈະແຈ້ງຂຶ້ນຈາກຄຳພີໄບເບິນເຊິ່ງເປັນຄືກັບແວ່ນ ແລະລາວກໍບໍ່ມັກທີ່ເຫັນຕົວເອງເປັນແບບນັ້ນ! ຜົນທີ່ເກີດລືກາ 6:41, 42; ຢາໂກໂບ 1:23-25
ຂຶ້ນໜ້າງຶດງໍ້ແທ້ໆ! ລາວຍອມຮັບວ່າຄວາມຍິ່ງເປັນຄືກັບ ‘ທ່ອນໄມ້’ ທີ່ບັງຕາລາວໄວ້ແລະການທີ່ລາວມັກວິພາກວິຈານກໍເປັນບັນຫາຂອງລາວ ລາວຈຶ່ງເລີ່ມປ່ຽນແປງຕົວເອງທັນທີ. ລາວເລີ່ມເຂົ້າຮ່ວມປະຊຸມເປັນປະຈຳ ສຶກສາຄຳພີໄບເບິນຢ່າງຈິງຈັງ ແລະອະທິດຖານທຸກມື້ຈົນເປັນນິດໄສ. ລາວຍັງເຮັດໜ້າທີ່ຫົວໜ້າຄອບຄົວໂດຍເບິ່ງແຍງຄອບຄົວຂອງລາວໃຫ້ມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ ເຊິ່ງເຮັດໃຫ້ເມຍແລະລູກຂອງລາວມີຄວາມສຸກຫຼາຍ.”—14 ຜູ້ເຖົ້າແກ່ຄົນນີ້ຍັງເວົ້າຕື່ມອີກວ່າ: “ມີຢູ່ມື້ໜຶ່ງ ເກຣແຮມໄດ້ເວົ້າບາງສິ່ງທີ່ປະທັບໃຈຂ້ອຍຫຼາຍ. ລາວບອກວ່າ: ‘ຂ້ອຍຮູ້ຄວາມຈິງມາຫຼາຍປີ ແລະເຖິງວ່າຈະເຄີຍຮັບໃຊ້ເປັນໄພໂອເນຍ ແຕ່ຂ້ອຍຫາກໍເວົ້າໄດ້ຢ່າງເຕັມປາກວ່າຂ້ອຍຮັກພະເຢໂຫວາກໍຕອນນີ້ນີ້ແຫຼະ.’” ຕໍ່ມາບໍ່ດົນເກຣແຮມກໍໄດ້ຮັບສິດພິເສດໃຫ້ຊ່ວຍຖືໄມຢູ່ຫໍປະຊຸມແລະລາວມີຄວາມສຸກທີ່ໄດ້ຮັບວຽກມອບໝາຍນີ້. ຜູ້ເຖົ້າແກ່ບອກວ່າ: “ຕົວຢ່າງຂອງເກຣແຮມສອນຂ້ອຍວ່າ ຖ້າເຮົາຖ່ອມຕົວລົງໂດຍຍອມຮັບການສັ່ງສອນຈາກພະເຈົ້າ ເຮົາກໍຈະໄດ້ຮັບພອນຢ່າງຫຼວງຫຼາຍ!”
ຮຽນແບບພະເຈົ້າແລະພະຄລິດເມື່ອເຈົ້າສັ່ງສອນຄົນອື່ນ
15. ເຮົາຕ້ອງເຮັດຫຍັງເພື່ອໃຫ້ການສັ່ງສອນຂອງເຮົາເກີດຜົນດີ?
15 ຖ້າເຮົາຢາກເປັນຄູທີ່ດີ ເຮົາຕ້ອງເປັນນັກຮຽນທີ່ດີກ່ອນ. (1 ຕີໂມເຕ 4:15, 16) ຄ້າຍຄືກັນ ຖ້າເຈົ້າເປັນຄົນທີ່ພະເຢໂຫວາໃຊ້ໃຫ້ສັ່ງສອນຄົນອື່ນ ເຈົ້າກໍຕ້ອງຖ່ອມຕົວແລະໃຫ້ພະເຢໂຫວາຊີ້ນຳຊີວິດເຈົ້າ. ເມື່ອຄົນອື່ນເຫັນວ່າເຈົ້າຖ່ອມຕົວ ຄົນອື່ນກໍຈະນັບຖືເຈົ້າແລະຍອມຮັບຄຳແນະນຳຂອງເຈົ້າໄດ້ງ່າຍຂຶ້ນ. ເຮົາສາມາດຮຽນເລື່ອງນີ້ໄດ້ຈາກຕົວຢ່າງຂອງພະເຍຊູ.
ເມື່ອຄົນອື່ນເຫັນວ່າເຈົ້າຖ່ອມຕົວກໍເປັນເລື່ອງງ່າຍທີ່ເຂົາເຈົ້າຈະຍອມຮັບຄຳແນະນຳຈາກເຈົ້າ
16. ເຮົາຮຽນຫຍັງໄດ້ຈາກການສັ່ງສອນທີ່ມີປະສິດທິພາບຂອງພະເຍຊູ?
16 ພະເຍຊູເຊື່ອຟັງພໍ່ຂອງເພິ່ນສະເໝີ ເຖິງວ່າຈະເປັນເລື່ອງທີ່ຍາກຫຼາຍ. (ມັດທາຍ 26:39) ເພິ່ນບອກຜູ້ຟັງຂອງເພິ່ນສະເໝີວ່າສິ່ງທີ່ເພິ່ນສອນແລະສະຕິປັນຍາທີ່ເພິ່ນມີແມ່ນມາຈາກພໍ່ຂອງເພິ່ນ. (ໂຢຮັນ 5:19, 30) ພະເຍຊູເປັນຄົນຖ່ອມແລະເຊື່ອຟັງ ສິ່ງນີ້ຊ່ວຍເພິ່ນເປັນຄູທີ່ເຫັນອົກເຫັນໃຈຄົນອື່ນ. ຄົນທີ່ມີຫົວໃຈສັດຊື່ມີຄວາມສຸກທີ່ໄດ້ມາຫາເພິ່ນ. (ອ່ານ ລືກາ 4:22) ຄຳເວົ້າທີ່ກະລຸນາຂອງພະເຍຊູໃຫ້ກຳລັງໃຈຄົນທີ່ທໍ້ໃຈແລະຄົນທີ່ອ່ອນແຮງ. (ມັດທາຍ 12:20) ເພິ່ນແກ້ໄຂອັກຄະສາວົກດ້ວຍຄວາມກະລຸນາແລະຄວາມຮັກແມ່ນແຕ່ຕອນທີ່ເພິ່ນບໍ່ພໍໃຈທີ່ພວກລູກສິດຖຽງກັນວ່າໃຜຈະເປັນໃຫຍ່ທີ່ສຸດ.—ມາລະໂກ 9:33-37; ລືກາ 22:24-27
17. ຜູ້ເຖົ້າແກ່ຕ້ອງມີນິດໄສແນວໃດເພື່ອຈະສາມາດເບິ່ງແຍງປະຊາຄົມໄດ້ດີ?
17 ທຸກຄັ້ງທີ່ຜູ້ເຖົ້າແກ່ໃຊ້ຄຳພີໄບເບິນສັ່ງສອນພີ່ນ້ອງ ເຂົາເຈົ້າຕ້ອງຮຽນແບບພະຄລິດ. ໂດຍວິທີນີ້ເຂົາເຈົ້າກຳລັງພິສູດໃຫ້ເຫັນວ່າເຂົາເຈົ້າຢາກໃຫ້ພະເຢໂຫວາແລະພະເຍຊູຊີ້ນຳ. ອັກຄະສາວົກເປໂຕຂຽນວ່າ: “ຈົ່ງລ້ຽງຝູງລູກສິດແຫ່ງພະເຈົ້າທີ່ຢູ່ນຳທ່ານທັງຫຼາຍ ເບິ່ງຮັກສາເຂົາບໍ່ໃຊ່ດ້ວຍຂືນໃຈເຂົາ ແຕ່ວ່າດ້ວຍນໍ້າໃຈ1 ເປໂຕ 5:2-4) ເມື່ອຜູ້ເຖົ້າແກ່ຍິນດີຍອມຢູ່ໃຕ້ອຳນາດຂອງພະເຢໂຫວາແລະພະຄລິດ ເຂົາເຈົ້າກໍຈະໄດ້ຮັບປະໂຫຍດແລະພີ່ນ້ອງທີ່ເຂົາເຈົ້າເບິ່ງແຍງກໍຈະໄດ້ຮັບປະໂຫຍດຄືກັນ.—ເອຊາອີ 32:1, 2, 17, 18
ພ້ອມຕາມພະເຈົ້າ ບໍ່ໃຊ່ດ້ວຍເຫັນແກ່ກຳໄລອັນເປັນໂລບ ແຕ່ວ່າດ້ວຍໃຈເຫຼື້ອມໃສ ແລະບໍ່ໃຊ່ເໝືອນເປັນເຈົ້ານາຍເທິງມູນລະດົກທີ່ຝາກແກ່ທ່ານທັງຫຼາຍໄວ້ ແຕ່ວ່າເໝືອນເປັນແບບຢ່າງແກ່ຝູງນັ້ນ.” (18. (ກ) ພະເຢໂຫວາໄດ້ຄາດໝາຍໃຫ້ພໍ່ແມ່ເຮັດຫຍັງ? (ຂ) ພະເຢໂຫວາຊ່ວຍຄົນທີ່ເປັນພໍ່ແມ່ແນວໃດ?
18 ແລ້ວຈະວ່າແນວໃດກັບການສັ່ງສອນແລະການຝຶກສອນໃນຄອບຄົວ? ພະເຢໂຫວາບອກຫົວໜ້າຄອບຄົວວ່າ: ‘ຢ່າລົບກວນລູກແຫ່ງຕົນໃຫ້ຂັດເຄືອງໃຈ ແຕ່ວ່າຈົ່ງແອບເຂົາດ້ວຍການສັ່ງສອນແລະຄຳເຕືອນສະຕິຂອງພະເຢໂຫວາ.’ (ເອເຟດ 6:4) ການຝຶກສອນແລະການສັ່ງສອນເປັນສິ່ງຈຳເປັນແທ້ໆບໍ? ເຮົາອ່ານສຸພາສິດ 19:18 (ລ.ມ.) ວ່າ: “ໃຫ້ອົບຮົມສັ່ງສອນລູກຂອງເຈົ້າເມື່ອຍັງພໍມີຫວັງ ຢ່າເປັນຕົ້ນເຫດໃຫ້ເຂົາຕ້ອງຕາຍເລີຍ.” ພະເຢໂຫວາມອບໜ້າທີ່ໃຫ້ພໍ່ແມ່ສັ່ງສອນລູກ. ຖ້າເຂົາເຈົ້າບໍ່ເຮັດ ເຂົາເຈົ້າຕ້ອງໃຫ້ການຕໍ່ພະເຢໂຫວາ! (1 ຊາເມືອນ 3:12-14) ພະເຢໂຫວາຈະໃຫ້ສະຕິປັນຍາແລະກຳລັງທີ່ຈຳເປັນກັບເຂົາເຈົ້າ ຖ້າເຂົາເຈົ້າຂໍການຊ່ວຍເຫຼືອຈາກພະອົງໃນການອະທິດຖານແລະໝາຍເພິ່ງພະຄຳຂອງພະອົງແລະໃຫ້ພະລັງບໍລິສຸດຊີ້ນຳເຂົາເຈົ້າ.—ອ່ານຢາໂກໂບ 1:5
ຮຽນຮູ້ທີ່ຈະມີຊີວິດຕະຫຼອດໄປຢ່າງສະຫງົບສຸກ
19, 20. (ກ) ພອນອັນໃດທີ່ເຮົາຈະໄດ້ຮັບເມື່ອເຮົາຍອມຮັບການສັ່ງສອນຈາກພະເຈົ້າ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມຕໍ່ໄປ?
19 ຖ້າເຮົາຍອມຮັບການສັ່ງສອນຈາກພະເຈົ້າແລະຮຽນແບບວິທີທີ່ພະເຢໂຫວາແລະພະເຍຊູສັ່ງສອນ ເຮົາກໍຈະໄດ້ຮັບພອນຢ່າງຫຼວງຫຼາຍແທ້ໆ! ຄອບຄົວແລະປະຊາຄົມຂອງເຮົາຈະມີຄວາມສະຫງົບສຸກ ແລະທຸກຄົນຈະຮູ້ສຶກເປັນທີ່ຮັກ ຮູ້ສຶກມີຄ່າ ແລະຮູ້ສຶກປອດໄພ. ນີ້ເປັນພຽງຕົວຢ່າງນ້ອຍໆເທົ່ານັ້ນຂອງຄວາມສະຫງົບສຸກແລະຄວາມສຸກທີ່ຈະໄດ້ຮັບໃນອະນາຄົດ. (ຄຳເພງ 72:7) ການສັ່ງສອນຂອງພະເຢໂຫວາກຽມເຮົາໄວ້ທີ່ຈະມີຊີວິດຢູ່ຮ່ວມກັນຕະຫຼອດໄປຢ່າງສະຫງົບສຸກແລະເປັນຄອບຄົວທີ່ເປັນອັນໜຶ່ງອັນດຽວກັນເຊິ່ງມີພະເຢໂຫວາພໍ່ຂອງເຮົາເບິ່ງແຍງ. (ອ່ານເອຊາອີ 11:9) ຖ້າເຮົາຈື່ເລື່ອງນີ້ໄວ້ສະເໝີ ເຮົາຈະເຂົ້າໃຈວ່າການສັ່ງສອນຂອງພະເຢໂຫວາເປັນວິທີທີ່ດີແທ້ໆທີ່ສະແດງວ່າພະອົງຮັກເຮົາ.
20 ໃນບົດຄວາມຕໍ່ໄປ ເຮົາຈະຮຽນຫຼາຍຂຶ້ນກ່ຽວກັບການສັ່ງສອນໃນຄອບຄົວແລະໃນປະຊາຄົມ. ເຮົາຈະພິຈາລະນາວິທີທີ່ເຮົາຈະສອນຕົວເອງ. ນອກຈາກນັ້ນ ເຖິງວ່າການຖືກສັ່ງສອນຈະເຮັດໃຫ້ເຮົາເຈັບ ແຕ່ເຮົາຈະຮຽນວ່າເຮົາຈະຫຼີກລ່ຽງສິ່ງທີ່ເຮັດໃຫ້ເຈັບປວດໃຈຫຼາຍກວ່ານັ້ນໄດ້ແນວໃດ.