‘ຈົ່ງໄປແລະກະທຳໃຫ້ຄົນທຸກຊາດເຂົ້າເປັນລູກສິດ’
‘ຈົ່ງໄປແລະກະທຳໃຫ້ຄົນທຸກຊາດເຂົ້າເປັນລູກສິດ ໃຫ້ເຂົາຮັບບັບເຕມາ . . . ຈົ່ງສັ່ງສອນເຂົາໃຫ້ຖືຮັກສາສິ່ງທັງປວງທີ່ເຮົາໄດ້ສັ່ງໄວ້ແກ່ທ່ານທັງຫຼາຍແລ້ວ.’—ມັດທາຍ 28:19, 20
ເພງ: 141, 97
1, 2. ຈາກຄຳເວົ້າຂອງພະເຍຊູທີ່ຢູ່ໃນມັດທາຍ 24:14 ໄດ້ເກີດມີຄຳຖາມຫຍັງແດ່?
ພະເຍຊູບອກລ່ວງໜ້າໄວ້ວ່າ ໃນສະໄໝສຸດທ້າຍຈະມີການປະກາດຂ່າວດີເລື່ອງລາຊະອານາຈັກໃຫ້ແກ່ທຸກຄົນ. (ມັດທາຍ 24:14) ເນື່ອງຈາກເປັນພະຍານພະເຢໂຫວາ ພວກເຮົາຈຶ່ງເປັນທີ່ຮັບຮູ້ຢູ່ທົ່ວໂລກໃນເລື່ອງວຽກປະກາດຂອງເຮົາ. ບາງຄົນກໍມັກຂ່າວສານທີ່ເຮົາປະກາດ ໃນຂະນະທີ່ບາງຄົນກໍບໍ່ມັກ. ເຖິງວ່າຄົນເຫຼົ່ານັ້ນຈະບໍ່ມັກຂ່າວສານຂອງເຮົາ ແຕ່ເຂົາເຈົ້າກໍຍັງນັບຖືເຮົາໃນວຽກທີ່ເຮົາເຮັດ. ເຮົາສາມາດອ້າງໄດ້ວ່າເຮົາເປັນຄົນທີ່ກຳລັງເຮັດວຽກທີ່ພະເຍຊູໄດ້ບອກໄວ້ລ່ວງໜ້າ. ເຮົາມີສິດທີ່ຈະເວົ້າແບບນັ້ນບໍ? ເຮົາຈະໝັ້ນໃຈໄດ້ແນວໃດວ່າວຽກປະກາດຂອງເຮົາເປັນວຽກທີ່ພະເຍຊູໄດ້ບອກໄວ້ລ່ວງໜ້າ?
2 ກຸ່ມສາສະໜາຫຼາຍໆກຸ່ມອ້າງວ່າເຂົາເຈົ້າກຳລັງປະກາດຂ່າວສານຂອງພະເຍຊູ. ແຕ່ການປະກາດຂອງເຂົາເຈົ້າຈຳກັດໄວ້ສະເພາະການສອນຢູ່ໃນໂບດ ໃນໂທລະທັດ ໃນອິນເຕີເນັດ ຫຼືເຂົາເຈົ້າອາດພຽງແຕ່ໄດ້ບອກຄົນອື່ນໆກ່ຽວກັບວິທີທີ່ເຂົາເຈົ້າໄດ້ຮຽນຮູ້ເລື່ອງຂອງພະເຍຊູ. ສ່ວນບາງຄົນຮູ້ສຶກວ່າວິທີການປະກາດຂອງເຂົາເຈົ້າແມ່ນການ
ຊ່ວຍເຫຼືອຜູ້ຄົນໃນສິ່ງທີ່ເຂົາເຈົ້າຈຳເປັນ ຫຼືການເຮັດວຽກທີ່ໃຫ້ການຊ່ວຍເຫຼືອຄົນທຸກຍາກ ເຊັ່ນ: ເປັນໝໍ ເປັນພະຍາບານ ຫຼືເປັນຄູ. ແຕ່ວຽກເຫຼົ່ານີ້ເປັນວຽກປະກາດທີ່ພະເຍຊູໄດ້ບອກໄວ້ລ່ວງໜ້າບໍ?3. ຕາມມັດທາຍ 28:19 ສີ່ຢ່າງທີ່ພວກລູກສິດຂອງພະເຍຊູຕ້ອງເຮັດມີຫຍັງແດ່?
3 ພະເຍຊູຕ້ອງການໃຫ້ພວກລູກສິດຂອງພະອົງຄອຍຖ້າໃຫ້ມີຄົນມາຫາເຂົາເຈົ້າບໍ? ບໍ່ແມ່ນ! ຫຼັງຈາກທີ່ຟື້ນຄືນມາຈາກຕາຍ ພະເຍຊູໄດ້ບອກພວກລູກສິດຫຼາຍຮ້ອຍຄົນວ່າ: ‘ຈົ່ງໄປແລະກະທຳໃຫ້ຄົນທຸກຊາດເຂົ້າເປັນລູກສິດ ໃຫ້ເຂົາຮັບສິນບັບເຕມາ . . . ຈົ່ງສັ່ງສອນເຂົາໃຫ້ຖືຮັກສາສິ່ງທັງປວງທີ່ເຮົາໄດ້ສັ່ງໄວ້ແກ່ທ່ານທັງຫຼາຍແລ້ວ.’ (ມັດທາຍ 28:19, 20) ດັ່ງນັ້ນ ເຮົາທີ່ເປັນລູກສິດຂອງພະເຍຊູ ເຮົາຈຳເປັນຕ້ອງເຮັດໃນສີ່ຢ່າງ. ເຮົາຕ້ອງກະທຳໃຫ້ຄົນເຂົ້າມາເປັນລູກສິດ ໃຫ້ເຂົາເຈົ້າຮັບບັບເຕມາ ແລະສອນເຂົາເຈົ້າ. ແຕ່ສິ່ງທຳອິດແມ່ນເຮົາຕ້ອງໄປຫາຜູ້ຄົນ. ນັກວິຊາການຄົນໜຶ່ງໃນດ້ານຄຳພີໄບເບິນໄດ້ອະທິບາຍວ່າ: “ການ ‘ໄປ’ ແມ່ນເປັນໜ້າທີ່ຂອງແຕ່ລະຄົນທີ່ມີຄວາມເຊື່ອ ເຖິງວ່າຈະຕ້ອງບຸປ່າຜ່າດົງກໍຕາມ.”—ມັດທາຍ 10:7; ລືກາ 10:3
4. ມີຫຍັງກ່ຽວຂ້ອງຢູ່ນຳໃນການເປັນ “ພານຄົນ” ຫຼືຜູ້ຫາຄົນ?
4 ພະເຍຊູຄາດໝາຍຫຍັງຈາກພວກລູກສິດຂອງພະອົງ? ພະອົງຕ້ອງການໃຫ້ເຂົາເຈົ້າປະກາດດ້ວຍຕົວຂອງເຂົາເຈົ້າເອງບໍ ຫຼືຕ້ອງການໃຫ້ເຂົາເຈົ້າໄດ້ຮັບການຈັດຕັ້ງແບບເປັນກຸ່ມ? ເນື່ອງຈາກວ່າເປັນໄປບໍ່ໄດ້ທີ່ຄົນຜູ້ໜຶ່ງຈະປະກາດກັບ “ຄົນທຸກຊາດ” ດັ່ງນັ້ນ ພວກລູກສິດຂອງພະອົງຈະຕ້ອງໄດ້ຮັບການຈັດຕັ້ງແບບເປັນກຸ່ມ. ພະເຍຊູໝາຍຄວາມເຊັ່ນນັ້ນເມື່ອພະອົງເຊີນພວກລູກສິດໃຫ້ມາເປັນ “ພານຄົນ” ຫຼືຜູ້ຫາຄົນ. (ອ່ານມັດທາຍ 4:18-22) ພະເຍຊູບໍ່ໄດ້ກ່າວເຖິງຄົນຫາປາຄົນໜຶ່ງທີ່ໃຊ້ເບັດແລະເຫຍື່ອລໍ້ຂອງຕົນເອງ ແລ້ວຄອຍຖ້າໃຫ້ປາມາກິນເຫຍື່ອ. ແທນທີ່ຈະເປັນແນວນັ້ນ ການຕຶກປາທີ່ພະເຍຊູກ່າວເຖິງແມ່ນກ່ຽວຂ້ອງກັບການໃຊ້ມອງຈັບປາ. ການຫາປາແບບນັ້ນຕ້ອງໄດ້ອອກແຮງຫຼາຍ ມີການຈັດຕັ້ງ ແລະມີຫຼາຍຄົນເຮັດວຽກນຳກັນ.—ລືກາ 5:1-11
5. ຄຳຖາມສີ່ຂໍ້ທີ່ເຮົາຕ້ອງໄດ້ຄຳຕອບມີຫຍັງແດ່ ແລະຍ້ອນຫຍັງ?
5 ເພື່ອຈະຮູ້ວ່າໃຜກຳລັງປະກາດຂ່າວດີໃນທຸກມື້ນີ້ ເຮົາຕ້ອງຕອບສີ່ຄຳຖາມຕໍ່ໄປນີ້:
-
ພວກລູກສິດຂອງພະເຍຊູຄວນປະກາດຂ່າວສານເລື່ອງຫຍັງ?
-
ເຂົາເຈົ້າຄວນມີທັດສະນະແນວໃດຕໍ່ການເຮັດວຽກປະກາດ?
-
ເຂົາເຈົ້າຄວນນຳໃຊ້ວິທີການແບບໃດໃນການປະກາດ?
-
ເຂົາເຈົ້າຄວນເຮັດວຽກປະກາດໄປເຖິງຂອບເຂດໃດ ແລະຄວນເຮັດຕໍ່ໄປດົນປານໃດ?
ຄຳຕອບສຳລັບຄຳຖາມເຫຼົ່ານີ້ຈະຊ່ວຍເຮົາໃຫ້ຮູ້ໄດ້ວ່າໃຜກຳລັງເຮັດວຽກນີ້ທີ່ຊ່ວຍຊີວິດ ແລະຈະເສີມສ້າງຄວາມປາຖະໜາຂອງເຮົາທີ່ຈະປະກາດຕໍ່ໆໄປ.—1 ຕີໂມເຕ 4:16
ຄວນເປັນຂ່າວສານເລື່ອງຫຍັງ?
6. ເປັນຫຍັງເຈົ້າສາມາດໝັ້ນໃຈໄດ້ວ່າພະຍານພະເຢໂຫວາກຳລັງປະກາດຂ່າວສານທີ່ຖືກຕ້ອງ?
6 ອ່ານລືກາ 4:43. ພະເຍຊູປະກາດເລື່ອງ “ແຜ່ນດິນຂອງພະເຈົ້າ” ເຊິ່ງແມ່ນຂ່າວດີເລື່ອງລາຊະອານາຈັກ ແລະພະອົງ ຕ້ອງການໃຫ້ພວກລູກສິດຂອງພະອົງເຮັດຄືກັບທີ່ພະອົງເຮັດ. ຄົນກຸ່ມໃດທີ່ກຳລັງປະກາດຂ່າວສານນັ້ນໃຫ້ກັບທຸກຄົນ? ມີແຕ່ພະຍານພະເຢໂຫວາເທົ່ານັ້ນ! ແມ່ນແຕ່ບາງຄົນທີ່ບໍ່ມັກພວກເຮົາກໍຍັງຍອມຮັບໃນເລື່ອງນີ້. ຕົວຢ່າງເຊັ່ນ: ຂໍໃຫ້ສັງເກດເບິ່ງສິ່ງທີ່ຄຸນພໍ່ຄົນໜຶ່ງໄດ້ບອກກັບພະຍານພະເຢໂຫວາຄົນໜຶ່ງ. ຄຸນພໍ່ຄົນນີ້ເປັນມິດຊັນນາລີທີ່ໃຊ້ຊີວິດຢູ່ໃນຫຼາຍປະເທດ ແລະໃນແຕ່ລະປະເທດທີ່ລາວໄປ ລາວໄດ້ຖາມພະຍານພະເຢໂຫວາກ່ຽວກັບຂ່າວສານທີ່ເຂົາເຈົ້າກຳລັງປະກາດ. ຄຸນພໍ່ຄົນນີ້ໄດ້ເວົ້າວ່າ: “ພວກເຂົາເຈົ້າທຸກຄົນໂງ່ແທ້ໆທີ່ຕອບແບບດຽວກັນ ທີ່ວ່າ: ‘ປະກາດຂ່າວດີເລື່ອງລາຊະອານາຈັກ.’” ທີ່ຈິງແລ້ວຄວາມຄິດເຫັນຂອງຄຸນພໍ່ຄົນນັ້ນພິສູດໃຫ້ເຫັນວ່າ ພວກເຮົາບໍ່ໄດ້ໂງ່ ແຕ່ພວກເຮົາເປັນເອກະພາບກັນໃນຖານະທີ່ເປັນຄລິດສະຕຽນແທ້. (1 ໂກລິນໂທ 1:10) ເລື່ອງລາຊະອານາຈັກຂອງພະເຈົ້າຍັງເປັນຂ່າວສານຫຼັກຂອງຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ. ວາລະສານນີ້ມີໃນ 254 ພາສາ ແລະຈຳນວນສະເລ່ຍຂອງແຕ່ລະສະບັບທີ່ພິມອອກແມ່ນເກືອບຮອດ 59.000.000 ເຫຼັ້ມ ເຊິ່ງເປັນວາລະສານທີ່ມີການແຈກຢາຍຢ່າງກວ້າງຂວາງທີ່ສຸດໃນໂລກ!
ມີພຽງພະຍານພະເຢໂຫວາເທົ່ານັ້ນທີ່ກຳລັງປະກາດຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າ
7. ເຮົາຮູ້ໄດ້ແນວໃດວ່າພວກຄຸນພໍ່ຂອງຄລິດສາສະໜາຈັກບໍ່ໄດ້ປະກາດຂ່າວສານທີ່ຖືກຕ້ອງ?
7 ພວກຄຸນພໍ່ຂອງຄລິດສາສະໜາຈັກບໍ່ໄດ້ປະກາດເລື່ອງລາຊະອານາຈັກຂອງພະເຈົ້າ. ຖ້າເຂົາເຈົ້າເວົ້າກ່ຽວກັບເລື່ອງນັ້ນ ເຂົາເຈົ້າຫຼາຍຄົນກໍມັກເວົ້າວ່າລາຊະອານາຈັກເປັນພຽງຄວາມຮູ້ສຶກທີ່ຢູ່ໃນໃຈຂອງຄົນໃດຄົນໜຶ່ງ. (ລືກາ 17:21) ເຂົາເຈົ້າບໍ່ໄດ້ສອນຜູ້ຄົນວ່າລາຊະອານາຈັກແມ່ນລັດຖະບານທີ່ຢູ່ທາງພາກສະຫວັນເຊິ່ງມີພະເຍຊູເປັນຜູ້ປົກຄອງ. ແຕ່ເຂົາເຈົ້າຈະເວົ້າເຖິງພະເຍຊູສະເພາະໃນໄລຍະບຸນຄລິດສະມາດຫຼືບຸນອີສະເຕີເທົ່ານັ້ນ. ເຂົາເຈົ້າບໍ່ໄດ້ອະທິບາຍວ່າລາຊະອານາຈັກຈະແກ້ໄຂບັນຫາທັງໝົດຂອງມະນຸດ ແລະອີກບໍ່ດົນລາຊະອານາຈັກນີ້ກໍຈະກຳຈັດຄວາມຊົ່ວຮ້າຍທຸກຢ່າງໃຫ້ໝົດສິ້ນໄປຈາກໂລກນີ້. (ຄຳປາກົດ 19:11-21) ເຫັນໄດ້ແຈ້ງວ່າຜູ້ນຳຂອງຄລິດສາສະໜາຈັກບໍ່ໄດ້ຮູ້ຈັກສິ່ງທີ່ພະເຍຊູຈະເຮັດໃນຖານະກະສັດຂອງລາຊະອານາຈັກ. ເນື່ອງຈາກວ່າເຂົາເຈົ້າບໍ່ເຂົ້າໃຈຂ່າວສານຂອງພະເຍຊູ ດັ່ງນັ້ນເຂົາເຈົ້າຈຶ່ງບໍ່ເຂົ້າໃຈເຫດຜົນທີ່ເຂົາເຈົ້າຄວນຈະປະກາດ.
ຄວນມີທັດສະນະແນວໃດຕໍ່ການເຮັດວຽກປະກາດ?
8. ທັດສະນະແບບໃດທີ່ບໍ່ຖືກຕ້ອງໃນການເຮັດວຽກປະກາດ?
8 ລູກສິດຂອງພະເຍຊູບໍ່ຄວນປະກາດເພື່ອຈະໄດ້ເງິນ ຫຼືເພື່ອສ້າງອາຄານທີ່ໜ້າປະທັບໃຈ. ພະເຍຊູກ່າວວ່າ: ‘ທ່ານທັງຫຼາຍໄດ້ຮັບມາລ້າໆ ຈົ່ງປະທານໃຫ້ລ້າໆເຖີ້ນ.’ (ມັດທາຍ 10:8) ດັ່ງນັ້ນ ວຽກປະກາດບໍ່ຄວນຈະເປັນໃນລັກສະນະທຸລະກິດ. (2 ໂກລິນໂທ 2:17) ລູກສິດຂອງພະເຍຊູບໍ່ຄວນຈະຂໍໃຫ້ມີຄ່າຈ້າງສຳລັບວຽກປະກາດຂອງເຂົາເຈົ້າ. (ອ່ານກິດຈະການ 20:33-35) ເຖິງວ່າພະເຍຊູໃຫ້ຄຳສັ່ງຢ່າງຈະແຈ້ງຢູ່ແລ້ວ ແຕ່ໂບດສ່ວນຫຼາຍໄດ້ຖືກດຶງດູດໃຈໃຫ້ແຜ່ເງິນກັບຄົນອື່ນເພື່ອທີ່ເຂົາເຈົ້າຈະເກັບຮັກສາໂບດໄວ້ໄດ້ແລະເພື່ອຈ່າຍເງິນໃຫ້ພວກຄຸນພໍ່ແລະພະນັກງານຄົນອື່ນໆ. ຜົນກໍຄື ຜູ້ນຳຫຼາຍຄົນຂອງຄລິດສາສະໜາຈັກຈຶ່ງເປັນຄົນທີ່ຮັ່ງມີຫຼາຍ.—ຄຳປາກົດ 17:4, 5
ວຽກປະກາດບໍ່ຄວນຈະເປັນລັກສະນະທຸລະກິດ
9. ພະຍານພະເຢໂຫວາສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າເຮັດວຽກປະກາດດ້ວຍເຈຕະນາທີ່ຖືກຕ້ອງ?
9 ພະຍານພະເຢໂຫວາໄດ້ແຜ່ເງິນຢູ່ທີ່ຫໍປະຊຸມຫຼືທີ່ການປະຊຸມໃຫຍ່ບໍ? ບໍ່ໄດ້ແຜ່! ວຽກງານຂອງເຂົາເຈົ້າໄດ້ຮັບການສະໜັບສະໜູນຈາກການບໍລິຈາກດ້ວຍຄວາມສະໝັກໃຈ. (2 ໂກລິນໂທ 9:7) ໃນປີກາຍນີ້ ພະຍານພະເຢໂຫວາໄດ້ໃຊ້ເວລາເກືອບສອງພັນລ້ານຊົ່ວໂມງເພື່ອປະກາດຂ່າວດີ ແລະໃນແຕ່ ລະເດືອນໄດ້ນຳການສຶກສາຄຳພີໄບເບິນກັບຫຼາຍກວ່າເກົ້າລ້ານຄົນ. ເຂົາເຈົ້າບໍ່ໄດ້ຮັບຄ່າຈ້າງສຳລັບວຽກປະກາດ ແຕ່ເຂົາເຈົ້າຍິນດີໃຊ້ເງິນຂອງຕົນເອງໃນການເຮັດວຽກນີ້. ນັກຄົ້ນຄວ້າຄົນໜຶ່ງໄດ້ເວົ້າເຖິງວຽກຂອງພະຍານພະເຢໂຫວາວ່າ: “ເປົ້າໝາຍຫຼັກຂອງເຂົາເຈົ້າແມ່ນການປະກາດແລະການສອນ.” ນອກຈາກນັ້ນ ລາວຍັງເວົ້າວ່າພະຍານພະເຢໂຫວາບໍ່ຕ້ອງຈ່າຍເງິນໃຫ້ຄຸນພໍ່. ດັ່ງນັ້ນ ຖ້າເຮົາບໍ່ໄດ້ສອນເພື່ອຈະໄດ້ຄ່າຈ້າງ ເຈຕະນາຂອງເຮົາແມ່ນຫຍັງ? ເຮົາເຕັມໃຈທີ່ຈະເຮັດວຽກນີ້ກໍຍ້ອນວ່າເຮົາຮັກພະເຢໂຫວາແລະເຮົາຮັກຜູ້ຄົນ. ທັດສະນະແບບນັ້ນເຮັດໃຫ້ຄຳພະຍາກອນໃນຄຳເພງ 110:3 (ອ່ານ) ສຳເລັດເປັນຈິງ.
ຄວນນຳໃຊ້ວິທີການແບບໃດ?
10. ພະເຍຊູແລະພວກລູກສິດຂອງພະອົງນຳໃຊ້ວິທີການແບບໃດໃນການປະກາດ?
10 ພະເຍຊູແລະພວກລູກສິດຂອງພະອົງນຳໃຊ້ວິທີການແບບໃດໃນການປະກາດ? ເຂົາເຈົ້າໄປທຸກຫົນທຸກແຫ່ງທີ່ສາມາດພົບຜູ້ຄົນໄດ້. ຕົວຢ່າງເຊັ່ນ: ເຂົາເຈົ້າປະກາດຢູ່ຕາມຫົນທາງແລະຕາມຕະຫຼາດ. ເຂົາເຈົ້າຍັງຊອກຫາຜູ້ຄົນຢູ່ຕາມບ້ານເຮືອນຂອງຄົນເຫຼົ່ານັ້ນ. (ມັດທາຍ 10:11; ລືກາ 8:1; ກິດຈະການ 5:42; 20:20) ການປະກາດຕາມບ້ານເຮືອນເປັນວິທີການທີ່ມີການຈັດຕັ້ງຢ່າງຄັກແນ່ເພື່ອເຂົ້າເຖິງຜູ້ຄົນທຸກຮູບແບບ.
11, 12. ໃນເລື່ອງການປະກາດຂ່າວດີ ຄວາມພະຍາຍາມຂອງຄລິດສາສະໜາຈັກເປັນແນວໃດເມື່ອສົມທຽບກັບປະຊາຊົນຂອງພະເຢໂຫວາ?
11 ໂບດຕ່າງໆຂອງຄລິດສາສະໜາຈັກປະກາດຂ່າວດີຄືກັບທີ່ພະເຍຊູໄດ້ປະກາດບໍ? ປົກກະຕິແລ້ວຄຸນພໍ່ທີ່ໄດ້ຮັບເງິນເດືອນຈະສອນສະມາຊິກຂອງເຂົາເຈົ້າ. ພວກຜູ້ນຳເຫຼົ່ານີ້ບໍ່ໄດ້ເຮັດໃຫ້ມີລູກສິດໃໝ່ເຂົ້າມາ ເຂົາເຈົ້າພຽງແຕ່ພະຍາຍາມຮັກສາສະມາຊິກຂອງໂບດທີ່ມີຢູ່ເອົາໄວ້. ບາງຄັ້ງເຂົາເຈົ້າກໍກະຕຸ້ນ
ສະມາຊິກໃຫ້ປະກາດ. ຕົວຢ່າງເຊັ່ນ: ໃນປີ 2001 ສັນຕະປາປາຈອນພໍລ ທີ 2 ໄດ້ເວົ້າໃນຈົດໝາຍວ່າ ສະມາຊິກຂອງໂບດຄວນປະກາດຄຳສອນຂອງພະເຍຊູ ແລະມີຄວາມກະຕືລືລົ້ນຄືກັບອັກຄະສາວົກໂປໂລຜູ້ທີ່ເວົ້າວ່າ: “ວິບາກແກ່ຂ້ອຍ ຖ້າຂ້ອຍບໍ່ປະກາດຄຳສອນຂອງພະເຍຊູ.” ຈາກນັ້ນ ສັນຕະປາປາຄົນນີ້ກໍເວົ້າວ່າ ຜູ້ທີ່ຄວນເຮັດວຽກປະກາດບໍ່ແມ່ນມີພຽງສອງສາມຄົນທີ່ໄດ້ຮັບການຝຶກຝົນເທົ່ານັ້ນ ແຕ່ສະມາຊິກທຸກຄົນຂອງໂບດຕ້ອງປະກາດຄືກັນ. ຢ່າງໃດກໍຕາມ ມີພຽງບໍ່ເທົ່າໃດຄົນທີ່ເຮັດຕາມການໜູນກຳລັງໃຈນັ້ນ.12 ແລ້ວພະຍານພະເຢໂຫວາເດເປັນແນວໃດ? ເຂົາເຈົ້າເປັນພຽງກຸ່ມດຽວເທົ່ານັ້ນທີ່ປະກາດວ່າພະເຍຊູໄດ້ປົກຄອງເປັນກະສັດນັບຕັ້ງແຕ່ປີ 1914. ເຂົາເຈົ້າເຊື່ອຟັງພະເຍຊູແລະຈັດໃຫ້ວຽກປະກາດເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດ. (ມາລະໂກ 13:10) ປຶ້ມທີ່ຊື່ວ່າ ຫຼັກຂອງຄວາມເຊື່ອ (Pillars of Faith—American Congregations and Their Partners) ເວົ້າວ່າ: ພະຍານພະເຢໂຫວາຖືວ່າວຽກປະກາດເປັນສິ່ງທີ່ສຳຄັນຫຼາຍ. ປຶ້ມຫົວນີ້ຍັງບອກວ່າເມື່ອພະຍານພະເຢໂຫວາພົບຄົນທີ່ອຶດຫິວ ໂດດດ່ຽວ ແລະບໍ່ສະບາຍ ເຂົາເຈົ້າຈະພະຍາຍາມຊ່ວຍເຫຼືອຄົນເຫຼົ່ານັ້ນ ແຕ່ກໍບໍ່ເຄີຍລືມວ່າເປົ້າໝາຍຫຼັກຂອງເຂົາເຈົ້າແມ່ນການປະກາດເລື່ອງຈຸດຈົບຂອງໂລກນີ້ແລະສອນຜູ້ຄົນໃນເລື່ອງຄວາມລອດ. ພະຍານພະເຢໂຫວາປະກາດຂ່າວສານນັ້ນຕໍ່ໆໄປແລະຮຽນແບບວິທີການປະກາດຂອງພະເຍຊູແລະຂອງພວກລູກສິດຂອງພະອົງ.
ຄວນເຮັດວຽກປະກາດໄປເຖິງຂອບເຂດໃດ ແລະຄວນເຮັດຕໍ່ໄປດົນປານໃດ?
13. ຄວນເຮັດວຽກປະກາດໄປເຖິງຂອບເຂດໃດ?
13 ພະເຍຊູກ່າວວ່າພວກລູກສິດຂອງພະອົງຈະປະກາດແລະສອນເລື່ອງຂ່າວດີ “ໄປທົ່ວແຜ່ນດິນໂລກ.” ເຂົາເຈົ້າໄດ້ຮັບຄຳສັ່ງໃຫ້ເຮັດໃຫ້ຄົນ “ທຸກຊາດ” ເຂົ້າມາເປັນລູກສິດ. (ມັດທາຍ 24:14; 28:19, 20, ທ.ປ.) ນີ້ໝາຍຄວາມວ່າຈຳເປັນຕ້ອງໄດ້ປະກາດຂ່າວດີໄປທົ່ວໂລກ.
14, 15. ສິ່ງໃດແດ່ທີ່ພິສູດວ່າພະຍານພະເຢໂຫວາໄດ້ເຮັດໃຫ້ຄຳພະຍາກອນຂອງພະເຍຊູໃນເລື່ອງຂອບເຂດຂອງວຽກປະກາດສຳເລັດເປັນຈິງ? (ເບິ່ງຮູບທຳອິດ)
14 ມີພຽງພະຍານພະເຢໂຫວາເທົ່ານັ້ນທີ່ເຮັດໃຫ້ຄຳພະຍາກອນຂອງພະເຍຊູສຳເລັດເປັນຈິງ ທີ່ພະອົງບອກວ່າຈະມີການປະກາດຂ່າວດີໄປທົ່ວໂລກ. ເປັນຫຍັງເຮົາຈຶ່ງເວົ້າໄດ້ແບບນັ້ນ? ໃນປະເທດອາເມລິກາ ມີຄຸນພໍ່ປະມານ 600.000 ຄົນໃນຄລິດສາສະໜາຈັກ ໃນຂະນະທີ່ມີພະຍານພະເຢໂຫວາປະມານ 1.200.000 ຄົນທີ່ປະກາດຂ່າວດີໃນປະເທດນັ້ນ. ໃນທົ່ວໂລກມີຄຸນພໍ່ຂອງສາສະໜາກາໂຕລິກປະມານ 400.000 ຄົນ ແຕ່ວ່າມີພະຍານພະເຢໂຫວາຫຼາຍກວ່າ 8.000.000 ຄົນທີ່ປະກາດຂ່າວດີໃນ 240 ດິນແດນ. ເຫັນໄດ້ແຈ້ງວ່າພະຍານພະເຢໂຫວາກຳລັງປະກາດຂ່າວດີໄປທົ່ວໂລກ ເຊິ່ງໄດ້ນຳຄຳຍົກຍ້ອງແລະຄຳສັນລະເສີນມາໃຫ້ພະເຢໂຫວາ!—ຄຳເພງ 34:1; 51:15
15 ພວກເຮົາທີ່ເປັນພະຍານພະເຢໂຫວາ ເປົ້າໝາຍຂອງເຮົາແມ່ນການປະກາດຂ່າວດີໃຫ້ຫຼາຍຄົນຮັບຮູ້ເທົ່າທີ່ຈະຫຼາຍໄດ້ກ່ອນທີ່ອາວະສານຈະມາເຖິງ. ໃນການເຮັດວຽກນີ້ ພວກເຮົາໄດ້ແປແລະຈັດພິມປຶ້ມ ວາລະສານ ແຜ່ນພັບ ໃບເຊີນການປະຊຸມພາກແລະໃບເຊີນການປະຊຸມອະນຸສອນໃນຫຼາຍກວ່າ 700 ພາສາແລະໃນຈຳນວນຫຼາຍລ້ານເຫຼັ້ມຫຼືຫຼາຍລ້ານໃບ. ເຮົາສະເໜີສິ່ງເຫຼົ່ານັ້ນໃຫ້ຜູ້ຄົນຮັບເອົາຟຣີໆ. ສະເພາະແຕ່ປີກາຍນີ້ ພວກເຮົາໄດ້ຈັດພິມສັບພະໜັງສືກ່ຽວກັບຄຳພີໄບເບິນໃນຈຳນວນ 4,5 ລ້ານ ສະບັບ. ພວກເຮົາຍັງໄດ້ພິມຄຳພີໄບເບິນສະບັບແປໂລກໃໝ່ ອອກຫຼາຍກວ່າ 200 ລ້ານເຫຼັ້ມໃນຫຼາຍກວ່າ 130 ພາສາ. ນອກຈາກນັ້ນ ເວັບໄຊທາງການຂອງພວກເຮົາຍັງມີຫຼາຍກວ່າ 750 ພາສາ. ມີພຽງພະຍານພະເຢໂຫວາເທົ່ານັ້ນທີ່ກຳລັງເຮັດວຽກທີ່ໜ້າງຶດງໍ້ແບບນີ້.
16. ເຮົາຮູ້ໄດ້ແນວໃດວ່າພະຍານພະເຢໂຫວາມີພະລັງຂອງພະເຈົ້າ?
ກິດຈະການ 1:8; 1 ເປໂຕ 4:14) ບາງຄົນທີ່ເຄັ່ງຄັດໃນສາສະໜາອາດເວົ້າວ່າ “ເຮົາມີພະລັງບໍລິສຸດ.” ແຕ່ເຂົາເຈົ້າສາມາດເຮັດວຽກທີ່ພະຍານພະເຢໂຫວາກຳລັງເຮັດໃນໄລຍະສະໄໝສຸດທ້າຍນີ້ບໍ? ບາງກຸ່ມໄດ້ພະຍາຍາມປະກາດໃນແບບທີ່ພວກເຮົາປະກາດ ແຕ່ເຂົາເຈົ້າກໍເຮັດບໍ່ສຳເລັດ. ບາງຄົນເຕັມໃຈທີ່ຈະປະກາດ ແຕ່ກໍເຮັດໄດ້ພຽງໃນໄລຍະເວລາທີ່ຈຳກັດ. ສ່ວນບາງຄົນອາດຈະປະກາດຕາມບ້ານເຮືອນ ແຕ່ເຂົາເຈົ້າກໍບໍ່ໄດ້ປະກາດຂ່າວດີເລື່ອງລາຊະອານາຈັກ. ດັ່ງນັ້ນ ເຂົາເຈົ້າຈຶ່ງບໍ່ໄດ້ເຮັດວຽກທີ່ພະເຍຊູໄດ້ເລີ່ມຕົ້ນເຮັດ.
16 ວຽກປະກາດຈະດຳເນີນຕໍ່ໄປດົນປານໃດ? ພະເຍຊູກ່າວວ່າຈະມີການປະກາດຂ່າວດີໄປຈົນເຖິງອະວະສານໄດ້ເກີດຂຶ້ນ. ພວກເຮົາທີ່ເປັນພະຍານພະເຢໂຫວາ ພວກເຮົາສາມາດອົດທົນເຮັດວຽກປະກາດໄດ້ຕະຫຼອດໄລຍະສະໄໝສຸດທ້າຍກໍເນື່ອງຈາກວ່າພວກເຮົາມີພະລັງບໍລິສຸດຂອງພະເຢໂຫວາ. (ໃນທຸກມື້ນີ້ແມ່ນໃຜແທ້ໆທີ່ກຳລັງປະກາດຂ່າວດີ?
17, 18. (ກ) ເປັນຫຍັງເຮົາຈຶ່ງໝັ້ນໃຈໄດ້ວ່າໃນທຸກມື້ນີ້ມີພຽງພະຍານພະເຢໂຫວາກຸ່ມດຽວເທົ່ານັ້ນທີ່ປະກາດຂ່າວດີເລື່ອງລາຊະອານາຈັກ? (ຂ) ເປັນໄປໄດ້ແນວໃດທີ່ເຮົາຈະເຮັດວຽກນີ້ຕໍ່ໆໄປ?
17 ໃນທຸກມື້ນີ້ແມ່ນໃຜທີ່ກຳລັງປະກາດຂ່າວດີເລື່ອງລາຊະອານາຈັກ? ມີພຽງພະຍານພະເຢໂຫວາເທົ່ານັ້ນ! ເຮົາຮູ້ໄດ້ແນວໃດ? ເຮົາຮູ້ໄດ້ກໍຍ້ອນວ່າເຮົາກຳລັງປະກາດຂ່າວສານທີ່ຖືກຕ້ອງ ເຊິ່ງກໍຄືຂ່າວດີເລື່ອງລາຊະອານາຈັກ. ເຮົາກຳລັງຊອກຫາຜູ້ຄົນໃນວຽກປະກາດຂອງເຮົາ ດັ່ງນັ້ນ ເຮົາກໍກຳລັງນຳໃຊ້ວິທີການທີ່ຖືກຕ້ອງ. ເຮົາມີທັດສະນະທີ່ຖືກຕ້ອງສຳລັບການປະກາດ ນັ້ນຄືເຮົາຮັກພະເຢໂຫວາແລະຮັກຜູ້ຄົນ. ວຽກປະກາດຂອງເຮົາມີຂອບເຂດທີ່ກວ້າງໃຫຍ່ທີ່ສຸດ ເນື່ອງຈາກວ່າເຮົາປະກາດກັບຄົນທຸກຊາດແລະທຸກພາສາ. ເຮົາຈະປະກາດຂ່າວດີເລື່ອງລາຊະອານາຈັກຕໍ່ໆໄປຈົນເຖິງອະວະສານເກີດຂຶ້ນ!
18 ເປັນເລື່ອງທີ່ໜ້າງຶດງໍ້ແທ້ໆທີ່ໄດ້ເຫັນວຽກທີ່ດີເລີດເຊິ່ງປະຊາຊົນຂອງພະເຢໂຫວາກຳລັງເຮັດເພື່ອປະກາດຂ່າວດີໃນໄລຍະສະໄໝສຸດທ້າຍນີ້. ແຕ່ເປັນໄປໄດ້ແນວໃດທີ່ເຮົາສາມາດເຮັດວຽກທັງໝົດນີ້ໄດ້? ອັກຄະສາວົກໂປໂລອະທິບາຍວ່າ: ‘ພະເຈົ້າເປັນຜູ້ກະຕຸ້ນພວກທ່ານ ໃຫ້ທ່ານທັງຫຼາຍມີນໍ້າໃຈແລະມີກຳລັງເພື່ອກະທຳຕາມຄວາມຊອບໃຈແຫ່ງພະອົງ.’ (ຟີລິບ 2:13) ຂໍໃຫ້ພະເຢໂຫວາໃຫ້ກຳລັງທີ່ຈຳເປັນແກ່ເຮົາເພື່ອເຮົາຈະເຮັດສຸດຄວາມສາມາດໃນການປະກາດຂ່າວດີຕໍ່ໆໄປ!—2 ຕີໂມເຕ 4:5