ຮັບໃຊ້ພະເຢໂຫວາຢ່າງສຸດຫົວໃຈ!
“ໂອ້ພະເຢໂຫວາເຈົ້າຂ້າ ຂໍເຊີນພະອົງຈື່ວ່າຂ້ານ້ອຍໄດ້ທຽວໄປຕໍ່ໜ້າພະອົງດ້ວຍຄວາມຈິງແລະດ້ວຍໃຈສັດຊື່ [“ຢ່າງສຸດຫົວໃຈ,” ລ.ມ.].”—2 ກະສັດ 20:3
ເພງ: 52, 65
1-3. ການຮັບໃຊ້ພະເຢໂຫວາ “ຢ່າງສຸດຫົວໃຈ” ໝາຍຄວາມວ່າແນວໃດ? ໃຫ້ຍົກຕົວຢ່າງ.
ເຮົາທຸກຄົນບໍ່ສົມບູນແບບແລະເຮັດຜິດພາດ. ແຕ່ເຮົາຂອບໃຈແທ້ໆທີ່ພະເຢໂຫວາຈັດໃຫ້ມີຄ່າໄຖ່ແລະພະອົງພ້ອມຈະໃຫ້ອະໄພເຮົາ. ດັ່ງນັ້ນ ຖ້າເຮົາຖ່ອມຕົວແລະກັບໃຈຈາກການເຮັດຜິດ ເຮົາສາມາດຂໍໃຫ້ພະອົງອະໄພເຮົາ. ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຈະບໍ່ລົງໂທດເຮົາ “ຕາມການບາບທັງຫຼາຍຂອງພວກເຮົາ.” (ຄຳເພງ 103:10) ເຖິງຢ່າງນັ້ນກໍຕາມ ເຮົາຕ້ອງ “ບົວລະບັດພະອົງດ້ວຍໃຈສັດຊື່” ເຊິ່ງກໍຄືການຮັບໃຊ້ພະອົງຢ່າງສຸດຫົວໃຈ. (1 ຂ່າວຄາວ 28:9) ເຮົາຈະເຮັດແບບນີ້ໄດ້ແນວໃດເຖິງວ່າບໍ່ສົມບູນແບບ?
2 ເພື່ອຊ່ວຍເຮົາໃນເລື່ອງນີ້ ເຮົາຈະສົມທຽບຊີວິດຂອງກະສັດອາຊາກັບກະສັດອາມາດເຊຍ. ກະສັດສອງຄົນນີ້ເຮັດສິ່ງທີ່ດີຫຼາຍຢ່າງ ແຕ່ຍ້ອນວ່າບໍ່ສົມບູນແບບ ເຂົາເຈົ້າກໍເຮັດຜິດພາດເຊັ່ນກັນ. ເຖິງຢ່າງນັ້ນກໍຕາມ ຄຳພີໄບເບິນບອກວ່າ: “ອາຊາກໍຮັບໃຊ້ພະເຈົ້າສຸດຫົວໃຈຕະຫຼອດຊີວິດ, ລ.ມ.” (2 ຂ່າວຄາວ 15:16, 17; 25:1, 2; ສຸພາສິດ 17:3) ອາຊາພະຍາຍາມເຮັດໃຫ້ພະເຢໂຫວາພໍໃຈສະເໝີແລະ “ຮັບໃຊ້ພະອົງຢ່າງສຸດຫົວໃຈ.” (1 ຂ່າວຄາວ 28:9, ລ.ມ.) ແຕ່ອາມາດເຊຍບໍ່ໄດ້ຮັບໃຊ້ພະເຢໂຫວາ “ຢ່າງສຸດຫົວໃຈ, ລ.ມ.” ຫຼັງຈາກທີ່ເອົາຊະນະພວກສັດຕູໄດ້ແລ້ວ ລາວໄດ້ເອົາຮູບພະຂອງເຂົາເຈົ້າກັບເມືອນຳແລະເລີ່ມນະມັດສະການສິ່ງເຫຼົ່ານັ້ນ.—2 ຂ່າວຄາວ 25:11-16
3 ຄົນທີ່ຮັບໃຊ້ພະເຢໂຫວາ “ຢ່າງສຸດຫົວໃຈ” ຈະມີຄວາມຮັກທີ່ເລິກເຊິ່ງຕໍ່ພະອົງແລະຢາກນະມັດສະການພະອົງຕະຫຼອດໄປ. ໃນຄຳພີໄບເບິນ ຄຳວ່າ “ຫົວໃຈ” ຕາມປົກກະຕິແລ້ວຈະໝາຍເຖິງຕົວຕົນທີ່ຢູ່ພາຍໃນຂອງເຮົາ ເຊິ່ງລວມເຖິງຄວາມຄິດ ຄວາມມັກ ເປົ້າໝາຍໃນຊີວິດ ແລະແຮງກະຕຸ້ນຂອງເຮົາ. ເຖິງວ່າບໍ່ສົມບູນແບບ ແຕ່ເຮົາກໍສາມາດນະມັດສະການພະເຢໂຫວາຢ່າງສຸດຫົວໃຈ. ເຮົາຮັບໃຊ້ພະອົງເພາະວ່າເຮົາຢາກເຮັດແບບນັ້ນແທ້ໆ ບໍ່ແມ່ນຍ້ອນຈຳເປັນຕ້ອງໄດ້ເຮັດຫຼືເຮັດພຽງເພາະວ່າເປັນກິດຈະວັດເທົ່ານັ້ນ.—2 ຂ່າວຄາວ 19:9, ລ.ມ.
4. ໃນຕອນນີ້ເຮົາຈະຮຽນເລື່ອງຫຍັງ?
4 ການຮຽນຮູ້ເລື່ອງຊີວິດຂອງກະສັດອາຊາແລະກະສັດຂອງຢູດາອີກສາມຄົນທີ່ສັດຊື່ຈະຊ່ວຍເຮົາໃຫ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມໝາຍຂອງການຮັບໃຊ້ພະເຈົ້າຢ່າງສຸດຫົວໃຈ. ກະສັດອີກສາມຄົນກໍຄື ໂຢຊາຟາດ ເອເຊເກຍເຊ ແລະໂຢເຊຍເຊ. ເຖິງວ່າກະສັດສີ່ຄົນນີ້ເຮັດຜິດພາດ ແຕ່ເຂົາເຈົ້າຍັງເຮັດໃຫ້ພະເຢໂຫວາພໍໃຈ ເພາະພະອົງເຫັນວ່າເຂົາເຈົ້າຮັບໃຊ້ພະອົງຢ່າງສຸດຫົວໃຈ. ເປັນຫຍັງພະເຢໂຫວາຈຶ່ງເບິ່ງເຂົາເຈົ້າແບບນັ້ນ ແລະເຮົາຈະຮຽນແບບເຂົາເຈົ້າໄດ້ແນວໃດ?
ອາຊາ “ຮັບໃຊ້ພະເຢໂຫວາສຸດຫົວໃຈ”
5. ອາຊາໄດ້ເຮັດຫຍັງເມື່ອເປັນກະສັດ?
5 ອາຊາເປັນກະສັດຄົນທີສາມຂອງຢູດາຫຼັງຈາກທີ່ຊາດອິດສະລາແອນຖືກແບ່ງແຍກເປັນອານາຈັກອິດສະລາແອນແລະອານາຈັກຢູດາ. ເມື່ອອາຊາເປັນກະສັດຂອງຢູດາ ລາວຕັ້ງໃຈແນ່ວແນ່ທີ່ຈະກຳຈັດການນະມັດສະການປອມແລະການຜິດສິນລະທຳທາງເພດທີ່ໜ້າລັງກຽດໃນອານາຈັກຂອງລາວ. ລາວທຳລາຍຮູບປັ້ນຕ່າງໆທີ່ປະຊາຊົນຂາບໄຫວ້ແລະໄລ່ໂສເພນີຊາຍປະຈຳວິຫານອອກໄປຈາກແຜ່ນດິນ. ອາຊາເຖິງຂັ້ນປົດຍ່າຂອງຕົນອອກຈາກຕຳແໜ່ງ “ກະສັດດ້ວຍ ຍ້ອນນາງໄດ້ສ້າງຮູບພະຍິງ.” (1 ກະສັດ 15:11-13) ນອກຈາກນັ້ນ ອາຊາຍັງກະຕຸ້ນປະຊາຊົນໃຫ້ “ຊອກຫາພະເຢໂຫວາ” ແລະເຮັດຕາມ “ບັນຍັດກັບຂໍ້ຄຳສັ່ງທັງຫຼາຍ.” ອາຊາເຮັດສຸດຄວາມສາມາດເພື່ອຊ່ວຍປະຊາຊົນໃຫ້ນະມັດສະການພະເຢໂຫວາ.—2 ຂ່າວຄາວ 14:4
ອາຊາຕັ້ງໃຈແນ່ວແນ່ທີ່ຈະກຳຈັດການນະມັດສະການປອມໃນອານາຈັກຂອງລາວ
6. ອາຊາເຮັດແນວໃດເມື່ອພວກເອທິໂອປີບຸກໂຈມຕີຢູດາ?
6 ໃນໄລຍະສິບປີທຳອິດທີ່ອາຊາປົກຄອງ ແຜ່ນດິນມີຄວາມສະຫງົບສຸກ. ແຕ່ຕໍ່ມາພວກເອທຽວປຽນຫຼືເອທິໂອປີພ້ອມດ້ວຍທະຫານ 1 ລ້ານຄົນແລະລົດຮົບ 300 ຄັນໄດ້ຍົກທັບມາຕໍ່ສູ້ຢູດາ. (2 ຂ່າວຄາວ 14:1, 6, 9, 10) ອາຊາເຮັດແນວໃດ? ລາວໝັ້ນໃຈວ່າພະເຢໂຫວາຈະຊ່ວຍປະຊາຊົນຂອງພະອົງ ດັ່ງນັ້ນ ອາຊາຈຶ່ງອະທິດຖານຂໍໃຫ້ພະອົງຊ່ວຍເຂົາເຈົ້າເອົາຊະນະພວກສັດຕູ. (ອ່ານ 2 ຂ່າວຄາວ 14:11) ບາງຄັ້ງ ພະເຢໂຫວາເລືອກທີ່ຈະຊ່ວຍປະຊາຊົນຂອງພະອົງໃຫ້ສູ້ຮົບຊະນະພວກສັດຕູ ແມ່ນແຕ່ເມື່ອກະສັດ ເຫຼົ່ານັ້ນບໍ່ສັດຊື່ຕໍ່ພະອົງ. ພະເຢໂຫວາເຮັດເຊັ່ນນີ້ເພື່ອສະແດງວ່າພະອົງເປັນພະເຈົ້າທ່ຽງແທ້. (1 ກະສັດ 20:13, 26-30) ພະເຢໂຫວາຊ່ວຍປະຊາຊົນຂອງພະອົງຄັ້ງນີ້ຍ້ອນວ່າອາຊາໄວ້ວາງໃຈພະອົງ. ພະເຢໂຫວາຕອບຄຳອະທິດຖານຂອງລາວ ແລະເຂົາເຈົ້າກໍສູ້ຮົບຊະນະ. (2 ຂ່າວຄາວ 14:12, 13) ຕໍ່ມາອາຊາໄດ້ເຮັດຜິດຮ້າຍແຮງໂດຍໄປຂໍຄວາມຊ່ວຍເຫຼືອຈາກກະສັດຊີລີແທນທີ່ຈະແມ່ນພະເຢໂຫວາ. (1 ກະສັດ 15:16-22) ເຖິງຢ່າງນັ້ນກໍຕາມ ພະເຢໂຫວາເຫັນວ່າອາຊາຮັກພະອົງ. ລາວ “ຮັບໃຊ້ພະເຢໂຫວາສຸດຫົວໃຈຕະຫຼອດຊີວິດ.” ເຮົາຈະຮຽນແບບຕົວຢ່າງທີ່ດີຂອງອາຊາໄດ້ແນວໃດ?—1 ກະສັດ 15:14, ລ.ມ.
7, 8. ເຮົາຈະຮຽນແບບອາຊາໄດ້ແນວໃດ?
7 ເຮົາຈະຮູ້ໄດ້ແນວໃດວ່າເຮົາຮັບໃຊ້ພະເຢໂຫວາຢ່າງສຸດຫົວໃຈ? ໃຫ້ເຮົາຖາມຕົວເອງວ່າ: ‘ໃນສະພາບການທີ່ຍາກລຳບາກ ຂ້ອຍເຊື່ອຟັງພະເຢໂຫວາບໍ? ຂ້ອຍຕັ້ງໃຈແທ້ໆບໍທີ່ຈະຮັກສາປະຊາຄົມຂອງພະອົງໃຫ້ບໍລິສຸດ?’ ໃຫ້ຄິດເບິ່ງວ່າອາຊາຕ້ອງກ້າຫານຫຼາຍສໍ່າໃດເພື່ອທີ່ຈະປົດຍ່າຂອງລາວອອກຈາກຕຳແໜ່ງສູງສຸດໃນພະລາຊະວັງ! ບາງຄັ້ງເຮົາກໍຕ້ອງກ້າຫານຄືກັບອາຊາ. ຕົວຢ່າງເຊັ່ນ: ຖ້າຄົນໃນຄອບຄົວຫຼືໝູ່ສະໜິດຂອງເຈົ້າເຮັດຜິດ ແຕ່ບໍ່ໄດ້ກັບໃຈ ແລະຖືກຕັດສຳພັນອອກຈາກປະຊາຄົມ. ເຈົ້າຕັ້ງໃຈແນ່ວແນ່ທີ່ຈະບໍ່ຄົບຫາກັບຄົນນັ້ນບໍ? ຫົວໃຈຂອງເຈົ້າຈະກະຕຸ້ນເຈົ້າໃຫ້ເຮັດຫຍັງ?
8 ຄືກັບອາຊາ ບາງຄັ້ງເຮົາອາດຮູ້ສຶກວ່າທຸກຄົນຕໍ່ຕ້ານເຮົາ. ບາງທີໝູ່ຢູ່ໂຮງຮຽນຫຼືອາຈານອາດເຍາະເຍີ້ຍເຈົ້າຍ້ອນວ່າເປັນພະຍານພະເຢໂຫວາ ຫຼືຄົນຢູ່ບ່ອນເຮັດວຽກອາດຄິດວ່າເຈົ້າເປັນບ້າເພາະລາພັກເພື່ອໄປການປະຊຸມໃຫຍ່ຫຼືຍ້ອນວ່າເຈົ້າບໍ່ໄດ້ເຮັດວຽກລ່ວງເວລາເລື້ອຍໆ. ໃນສະພາບການແບບນັ້ນ ໃຫ້ໄວ້ວາງໃຈພະເຢໂຫວາຄືກັບທີ່ອາຊາໄດ້ເຮັດ ອະທິດຖານເຖິງພະອົງ ກ້າຫານ ແລະເຮັດສິ່ງທີ່ຖືກຕ້ອງຕໍ່ໆໄປ. ໃຫ້ຈື່ໄວ້ວ່າພະເຢໂຫວາໄດ້ເສີມກຳລັງອາຊາ ດັ່ງນັ້ນ ພະອົງກໍຈະເສີມກຳລັງເຈົ້າເຊັ່ນກັນ.
9. ເມື່ອປະກາດ ເຮົາເຮັດໃຫ້ພະເຢໂຫວາພໍໃຈໄດ້ແນວໃດ?
9 ອາຊາບໍ່ໄດ້ຄິດເຖິງແຕ່ຕົວເອງເທົ່ານັ້ນ ລາວໄດ້ສະໜັບສະໜູນປະຊາຊົນໃຫ້ “ຊອກຫາພະເຢໂຫວາ.” ເຮົາກໍເຊັ່ນກັນສາມາດຊ່ວຍຄົນອື່ນໃຫ້ຮັບໃຊ້ພະອົງ. ພະເຢໂຫວາສັງເກດເຫັນເມື່ອເຮົາລົມກັບຄົນອື່ນໃນເລື່ອງພະອົງ. ພະອົງຕ້ອງດີໃຈແທ້ໆເມື່ອເຫັນວ່າເຮົາເຮັດເຊັ່ນນັ້ນຍ້ອນວ່າເຮົາຮັກພະອົງແລະທັງເປັນຫ່ວງຄົນອື່ນແລະອະນາຄົດຂອງເຂົາເຈົ້າ!
ໂຢຊາຟາດໄດ້ຊອກຫາພະເຢໂຫວາ
10, 11. ເຮົາຈະຮຽນແບບໂຢຊາຟາດໄດ້ແນວໃດ?
10 ໂຢຊາຟາດໄດ້ “ຂັບຕາມຮີດຄອງຂອງອາຊາພໍ່ແຫ່ງຕົນ.” (2 ຂ່າວຄາວ 20:31, 32) ລາວເຮັດແນວໃດ? ຄືກັບພໍ່ຂອງຕົນ ໂຢຊາຟາດໄດ້ກະຕຸ້ນປະຊາຊົນໃຫ້ນະມັດສະການພະເຢໂຫວາຕໍ່ໆໄປ. ລາວໄດ້ສົ່ງພວກເຈົ້ານາຍໄປຕາມເມືອງຕ່າງໆໃນຢູດາເພື່ອສອນ “ພະບັນຍັດຂອງພະເຢໂຫວາ” ໃຫ້ແກ່ປະຊາຊົນ. (2 ຂ່າວຄາວ 17:7-10) ລາວເຖິງຂັ້ນວ່າເດີນທາງໄປເຂດແດນຂອງອານາຈັກທາງເໜືອຂອງອິດສະລາແອນແລະໄປພູເອຟະລາອີມເພື່ອຊ່ວຍ ‘ຄົນທັງຫຼາຍໃຫ້ກັບມາຫາພະເຢໂຫວາ.’ (2 ຂ່າວຄາວ 19:4) ໂຢຊາຟາດເປັນກະສັດທີ່ “ຊອກຫາພະເຢໂຫວາດ້ວຍສຸດໃຈ.”—2 ຂ່າວຄາວ 22:9
ໂຢຊາຟາດໄດ້ກະຕຸ້ນປະຊາຊົນໃຫ້ນະມັດສະການພະເຢໂຫວາຕໍ່ໆໄປ
11 ໃນທຸກມື້ນີ້ ພະເຢໂຫວາຢາກໃຫ້ຄົນຢູ່ທົ່ວໂລກໄດ້ຮັບການສອນກ່ຽວກັບພະອົງ ແລະເຮົາທຸກຄົນສາມາດຊ່ວຍໃນວຽກນີ້. ເຈົ້າມີເປົ້າໝາຍທີ່ຈະປະກາດທຸກໆເດືອນບໍ? ເຈົ້າຢາກສອນຄຳພີໄບເບິນໃຫ້ຄົນອື່ນບໍເພື່ອເຂົາເຈົ້າຈະເລີ່ມນະມັດສະການພະເຢໂຫວາເຊັ່ນກັນ? ເຈົ້າອະທິດຖານກ່ຽວກັບເລື່ອງນີ້ບໍ? ຖ້າເຈົ້າອອກຄວາມພະຍາຍາມ ພະເຢໂຫວາຈະຊ່ວຍເຈົ້າໃຫ້ເລີ່ມການສຶກສາຄຳພີໄບເບິນ. ແຕ່ເຈົ້າເຕັມໃຈສຶກສາກັບບາງຄົນບໍເຖິງວ່າອາດຕ້ອງສະລະເວລາຫວ່າງບາງສ່ວນຂອງເຈົ້າ? ຄືກັບທີ່ໂຢຊາຟາດໄດ້ຊ່ວຍປະຊາຊົນໃຫ້ເລີ່ມກັບມາຮັບໃຊ້ພະເຢໂຫວາອີກຄັ້ງໜຶ່ງ ເຮົາກໍສາມາດຊ່ວຍຄົນທີ່ເຊົາເຮັດກິດຈະກຳຕ່າງໆຂອງຄລິດສະຕຽນໃຫ້ກັບເຂົ້າມາອີກ. ນອກຈາກນັ້ນ ໃນເຂດປະກາດຂອງປະຊາຄົມ ຜູ້ເຖົ້າແກ່ໄດ້ຈັດໃຫ້ມີການຢ້ຽມຢາມແລະການຊ່ວຍເຫຼືອຄົນທີ່ຖືກຕັດສຳພັນເຊິ່ງເຂົາເຈົ້າອາດໄດ້ປະຖິ້ມການປະພຶດຜິດໃນອະດີດແລ້ວ.
12, 13. (ກ) ໂຢຊາຟາດໄດ້ເຮັດຫຍັງເມື່ອຮູ້ສຶກຢ້ານ? (ຂ) ເປັນຫຍັງເຮົາຄວນເຮັດຕາມຕົວຢ່າງຂອງໂຢຊາຟາດ?
12 ຄືກັບອາຊາພໍ່ຂອງລາວ ໂຢຊາຟາດໄວ້ວາງໃຈພະເຢໂຫວາເມື່ອກອງທັບໃຫຍ່ໄດ້ມາຕໍ່ສູ້ຢູດາ. (ອ່ານ 2 ຂ່າວຄາວ 20:2-4) ລາວຢ້ານແລະໄດ້ຂໍໃຫ້ພະເຢໂຫວາຊ່ວຍ. ໃນຄຳອະທິດຖານ ລາວຍອມຮັບວ່າເຂົາເຈົ້າບໍ່ສາມາດເອົາຊະນະພວກສັດຕູໄດ້. ໂຢຊາຟາດຍັງເວົ້າວ່າ ລາວແລະປະຊາຊົນບໍ່ຮູ້ວ່າຈະເຮັດແນວໃດ. ໂຢຊາຟາດໝັ້ນໃຈວ່າພະເຢໂຫວາຈະຊ່ວຍລາວ ດັ່ງນັ້ນ ລາວຈຶ່ງເວົ້າວ່າ: “ພວກເຮົາ . . . ຖ້າໃຫ້ພະອົງຊ່ວຍ.”—2 ຂ່າວຄາວ 20:12, ລ.ມ.
13 ຄືກັບໂຢຊາຟາດ ບາງຄັ້ງເຮົາອາດບໍ່ຮູ້ວ່າຈະເຮັດແນວໃດກ່ຽວກັບບັນຫາໃດໜຶ່ງ ແລະເຮົາອາດເຖິງຂັ້ນຢ້ານຊໍ້າ. (2 ໂກລິນໂທ 4:8, 9) ແຕ່ຂໍໃຫ້ຈື່ສິ່ງທີ່ໂຢຊາຟາດໄດ້ເຮັດ ລາວອະທິດຖານເຖິງພະເຢໂຫວາຕໍ່ໜ້າປະຊາຊົນ ແລະບອກພະອົງວ່າເຂົາເຈົ້າຮູ້ສຶກຢ້ານຫຼາຍແທ້ໆ. (2 ຂ່າວຄາວ 20:5) ຫົວໜ້າຄອບຄົວສາມາດຮຽນແບບຕົວຢ່າງຂອງໂຢຊາຟາດ. ໃຫ້ຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາເພື່ອເຈົ້າແລະຄອບຄົວຈະຮັບມືກັບບັນຫາໄດ້ແລະເພື່ອຮູ້ວ່າຈະເຮັດແນວໃດດີ. ຢ່າຮູ້ສຶກອາຍທີ່ຈະໃຫ້ຄອບຄົວໄດ້ຍິນຄຳອະທິດຖານເຫຼົ່ານີ້ ເພາະເຂົາເຈົ້າຈະສຳນຶກວ່າເຈົ້າໄວ້ວາງໃຈພະເຢໂຫວາຫຼາຍສໍ່າໃດ. ພະເຢໂຫວາໄດ້ຊ່ວຍໂຢຊາຟາດ ດັ່ງນັ້ນ ພະອົງກໍຈະຊ່ວຍເຈົ້າເຊັ່ນກັນ.
ເອເຊເກຍເຊເຮັດໃນສິ່ງທີ່ຖືກຕ້ອງຕໍ່ໆໄປ
14, 15. ເອເຊເກຍເຊໄດ້ໄວ້ວາງໃຈໃນພະເຢໂຫວາຢ່າງເຕັມທີແນວໃດ?
14 ເອເຊເກຍເຊເປັນກະສັດອີກຄົນໜຶ່ງທີ່ “ຊື່ສັດຕໍ່ພະເຢໂຫວາ, ລ.ມ.” ເຖິງວ່າພໍ່ຂອງລາວເປັນຕົວຢ່າງທີ່ບໍ່ດີແລະນະມັດສະການຮູບປັ້ນ. ເອເຊເກຍເຊ “ກຳຈັດບ່ອນບູຊາໃນທີ່ສູງ ທຸບທຳລາຍແທ່ງຫີນສັກສິດ ແລະໂຄ່ນເສົາສັກສິດ ລາວຍັງທຳລາຍຮູບງູທອງແດງທີ່ໂມເຊເຮັດໄວ້, ລ.ມ.” ລາວເຮັດແບບນີ້ກໍຍ້ອນວ່າຊາວອິດສະລາແອນຂາບໄຫວ້ສິ່ງເຫຼົ່ານີ້. ເອເຊເກຍເຊຮັບໃຊ້ພະເຢໂຫວາຢ່າງສຸດຫົວໃຈ. ລາວ ‘ຖືຮັກສາສະເໝີໃນຄຳສັ່ງທັງຫຼາຍທີ່ພະເຢໂຫວາໄດ້ສັ່ງແກ່ທ່ານໂມເຊ.’—2 ກະສັດ 18:1-6
15 ຕອນທີ່ເອເຊຍເກເຊຍເປັນກະສັດ ກອງທະຫານໃຫຍ່ຂອງພວກອາຊີລີໄດ້ມາໂຈມຕີຢູດາແລະຂູ່ວ່າຈະທຳລາຍເມືອງເຢຣຶຊາເລມ. ຊານເກຣີບກະສັດອາຊີລີເຍາະເຍີ້ຍພະເຢໂຫວາແລະພະຍາຍາມເຮັດໃຫ້ເອເຊເກຍເຊຍອມແພ້. ໃນເວລາທີ່ອັນຕະລາຍເຊັ່ນນັ້ນ ລາວໄວ້ວາງໃຈພະເຢໂຫວາຢ່າງເຕັມທີແລະອະທິດຖານຂໍໃຫ້ພະອົງຊ່ວຍ. ລາວຮູ້ວ່າພະເຢໂຫວາມີລິດເດດຫຼາຍກວ່າພວກອາຊີລີແລະສາມາດຊ່ວຍຊີວິດປະຊາຊົນຂອງພະອົງໄດ້. (ອ່ານເອຊາອີ 37:15-20) ພະເຢໂຫວາຕອບຄຳອະທິດຖານຂອງເອເຊເກຍເຊ ໂດຍສົ່ງທູດສະຫວັນອົງໜຶ່ງໃຫ້ໄປຂ້າທະຫານອາຊີລີ 185.000 ຄົນ.—ເອຊາອີ 37:36, 37
16, 17. ເຮົາຈະຮຽນແບບເອເຊເກຍເຊໄດ້ແນວໃດ?
16 ຕໍ່ມາເອເຊເກຍເຊເຈັບປ່ວຍໜັກໃກ້ຈະຕາຍ. ໃນເວລາທີ່ຍາກລຳບາກແບບນັ້ນ ລາວອ້ອນວອນຂໍໃຫ້ພະເຢໂຫວາຈົດຈຳຄວາມສັດຊື່ຂອງລາວແລະຊ່ວຍລາວ. (ອ່ານ 2 ກະສັດ 20:1-3) ພະເຢໂຫວາໄດ້ຍິນຄຳອະທິດຖານນັ້ນແລະຊ່ວຍເອເຊຍເກເຊໃຫ້ເຊົາເຈັບປ່ວຍ. ເຮົາຮູ້ຈາກຄຳພີໄບເບິນວ່າໃນປັດຈຸບັນນີ້ເຮົາບໍ່ສາມາດຄາດໝາຍການອັດສະຈັນແບບໃດແບບໜຶ່ງຈາກພະເຈົ້າເພື່ອເຮັດໃຫ້ເຮົາເຊົາເຈັບປ່ວຍຫຼືໃຫ້ເຮົາມີຊີວິດຍືນຍາວ. ແຕ່ຄືກັບເອເຊເກຍເຊ ເຮົາເພິ່ງການຊ່ວຍເຫຼືອຈາກພະເຢໂຫວາໄດ້. ເຮົາສາມາດບອກພະອົງວ່າ: “ໂອ້ພະເຢໂຫວາເຈົ້າຂ້າ ຂໍເຊີນພະອົງຈື່ວ່າຂ້ານ້ອຍໄດ້ທຽວໄປຕໍ່ໜ້າພະອົງດ້ວຍຄວາມຈິງແລະດ້ວຍໃຈສັດຊື່ [“ສຸດຫົວໃຈ,” ລ.ມ.].” ເຈົ້າເຊື່ອບໍວ່າແມ່ນແຕ່ເມື່ອເຈັບປ່ວຍ ພະເຢໂຫວາຈະເບິ່ງແຍງເຈົ້າສະເໝີ?—ຄຳເພງ 41:3
17 ເຮົາຈະຮຽນແບບເອເຊເກຍເຊໄດ້ໂດຍວິທີໃດອີກ? ບາງທີອາດມີອຸປະສັກຂັດຂວາງສາຍສຳພັນຂອງເຮົາກັບພະເຢໂຫວາ ຫຼືຍາດເອົາເວລາຂອງເຮົາໄປຈາກການຮັບໃຊ້ພະອົງ. ຕົວຢ່າງເຊັ່ນ: ຫຼາຍຄົນໃນທຸກມື້ນີ້ປະຕິບັດຕໍ່ມະນຸດຄືກັບວ່າເປັນພະເຈົ້າ. ເຂົາເຈົ້າຍົກຍ້ອງຄົນທີ່ມີຊື່ສຽງແລະຄົນອື່ນໆທີ່ຕົວເອງບໍ່ຮູ້ຈັກ. ຫຼາຍຄົນໃຊ້ເວລາຫຼາຍເພື່ອອ່ານແລະເບິ່ງຮູບຂອງຄົນເຫຼົ່ານັ້ນ ຫຼືເຂົາເຈົ້າມັກໃຊ້ເຄືອຂ່າຍສັງຄົມຫຼືເຄື່ອງມືຢ່າງອື່ນເພື່ອຕິດຕໍ່ກັບຄົນອື່ນທາງອິນເຕີເນັດ. ແນ່ນອນວ່າເຮົາມີຄວາມສຸກທີ່ໄດ້ຕິດຕໍ່ກັບຄອບຄົວຫຼືໝູ່ສະໜິດໂດຍທາງເຄື່ອງມືເຫຼົ່ານີ້ ແຕ່ເຮົາອາດເສຍເວລາຫຼາຍກັບເຄືອຂ່າຍສັງຄົມ. ເຮົາອາດກາຍເປັນຄົນທີ່ພູມໃຈໃນຕົວເອງ ຖ້າມີຫຼາຍຄົນບອກວ່າເຂົາເຈົ້າມັກຮູບຫຼືຄຳເຫັນຕ່າງໆທີ່ເຮົາເອົາລົງໃນອິນເຕີເນັດ ຫຼືເຮົາອາດຮູ້ສຶກບໍ່ພໍໃຈເມື່ອຮູ້ວ່າບາງຄົນເຊົາເບິ່ງສິ່ງເຫຼົ່ານັ້ນ. ເຮົາສາມາດຮຽນຈາກຕົວຢ່າງຂອງອັກຄະສາວົກໂປໂລ ອາກີລາ ແລະປຣີສີລາ. ເຈົ້າຄິດວ່າແຕ່ລະມື້ເຂົາເຈົ້າໃຊ້ເວລາເພື່ອຊອກຮູ້ສິ່ງເລັກໆນ້ອຍໆທຸກຢ່າງທີ່ຄົນອື່ນເຮັດບໍ ໂດຍສະເພາະຄົນທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາ? ຄຳພີໄບເບິນບອກວ່າ ໂປໂລ “ທຸ່ມເທເວລາໃນການປະກາດຄຳສອນຂອງພະເຈົ້າ.” ນອກຈາກນັ້ນ ປຣີສີລາແລະອາກີລາໄດ້ໃຊ້ເວລາໃນການປະກາດແລະການອະທິບາຍໃຫ້ຄົນອື່ນ “ເຂົ້າໃຈແນວທາງຂອງພະເຈົ້າຢ່າງຖືກຕ້ອງຍິ່ງຂຶ້ນ.” (ກິດຈະການ 18:4, 5, 26, ລ.ມ.) ໃຫ້ເຮົາຖາມຕົວເອງວ່າ: ‘ຂ້ອຍລະວັງຕົວບໍໃນການປະຕິບັດຕໍ່ມະນຸດຄືກັບວ່າເປັນພະເຈົ້າ? ຂ້ອຍຫຼີກລ່ຽງບໍກັບການໃຊ້ເວລາຫຼາຍໆໃນສິ່ງທີ່ບໍ່ໄດ້ສຳຄັນແທ້ໆ?’—ອ່ານເອເຟດ 5:15, 16
ໂຢເຊຍເຊເຮັດຕາມຄຳສັ່ງຂອງພະເຢໂຫວາ
18, 19. ເຮົາຈະເປັນຄືກັບໂຢເຊຍເຊໄດ້ແນວໃດ?
18 ກະສັດໂຢເຊຍເຊກໍເຊື່ອຟັງຄຳສັ່ງຂອງພະເຢໂຫວາ “ດ້ວຍສຸດໃຈ” ເຊັ່ນກັນ. (2 ຂ່າວຄາວ 34:31) ໂຢເຊຍເຊເປັນເຫຼນຂອງເອເຊເກຍເຊ ແລະຕອນທີ່ອາຍຸຍັງນ້ອຍ ລາວ “ຕັ້ງຕົ້ນຊອກຫາ [“ເລີ່ມຮັບໃຊ້,” ລ.ມ.] ພະເຈົ້າຂອງດາວິດປູ່ແຫ່ງຕົນ.” ຕອນອາຍຸ 20 ປີ ລາວເລີ່ມກຳຈັດຮູບພະຕ່າງໆໃນຢູດາ. (ອ່ານ 2 ຂ່າວຄາວ 34:1-3) ໂຢເຊຍເຊໄດ້ອອກຄວາມພະຍາຍາມຫຼາຍເພື່ອເຮັດໃຫ້ພະເຢໂຫວາພໍໃຈ ເມື່ອສົມທຽບກັບກະສັດຫຼາຍຄົນຂອງຢູດາ. ໃນມື້ໜຶ່ງ ປະໂລຫິດໃຫຍ່ໄດ້ພົບມ້ວນໜັງສືກົດໝາຍຂອງພະເຈົ້າຢູ່ວິຫານ ແລະນັ້ນອາດເປັນມ້ວນໜັງສືທີ່ໂມເຊຂຽນດ້ວຍຕົວເອງ! ເມື່ອເລຂາອ່ານໃຫ້ໂຢເຊຍເຊຟັງ ລາວສຳນຶກວ່າຕ້ອງເຮັດຫຼາຍກວ່າເກົ່າເພື່ອຈະຮັບໃຊ້ພະເຢໂຫວາຢ່າງເຕັມທີ. ລາວກະຕຸ້ນປະຊາຊົນໃຫ້ເຮັດແບບດຽວກັນນັ້ນ. ຜົນກໍຄື ຕອນທີ່ໂຢເຊຍເຊມີຊີວິດຢູ່ ປະຊາຊົນ ‘ບໍ່ໄດ້ເວັ້ນໜີຈາກພະເຢໂຫວາ.’—2 ຂ່າວຄາວ 34:27, 33
ໂຢເຊຍເຊກະຕືລືລົ້ນທີ່ຈະເຮັດໃຫ້ພະເຢໂຫວາພໍໃຈແລະໄດ້ປ່ຽນແປງທັນທີ
2 ຂ່າວຄາວ 34:18, 19) ເມື່ອສຶກສາຄຳພີໄບເບິນ ເຈົ້າອາດເຫັນວ່າມີຫຼາຍວິທີທີ່ເຈົ້າສາມາດປັບປຸງການຮັບໃຊ້ພະເຈົ້າ. ຖ້າເປັນເຊັ່ນນັ້ນ ໃຫ້ພະຍາຍາມສຸດຄວາມສາມາດເພື່ອເຮັດການປ່ຽນແປງເຫຼົ່ານີ້ ຄືກັບທີ່ໂຢເຊຍເຊໄດ້ເຮັດ.
19 ຖ້າເຈົ້າອາຍຸຍັງນ້ອຍ ເຈົ້າສາມາດຮຽນແບບໂຢເຊຍເຊແລະຮູ້ຈັກພະເຢໂຫວາໃຫ້ຫຼາຍຂຶ້ນ. ໂຢເຊຍເຊອາດໄດ້ຮຽນຮູ້ຈາກກະສັດມານາເຊພໍ່ຕູ້ຂອງລາວທີ່ກັບໃຈວ່າພະເຢໂຫວາພ້ອມຈະໃຫ້ອະໄພ. ເຈົ້າກໍເຊັ່ນກັນສາມາດຮຽນຮູ້ຈາກຜູ້ໃຫຍ່ໃນຄອບຄົວແລະໃນປະຊາຄົມ. ເຂົາເຈົ້າຈະເລົ່າໃຫ້ເຈົ້າຟັງກ່ຽວກັບສິ່ງດີໆຫຼາຍຢ່າງທີ່ພະເຢໂຫວາໄດ້ເຮັດເພື່ອເຂົາເຈົ້າ. ນອກຈາກນັ້ນ ໃຫ້ຄິດເຖິງຄວາມຮູ້ສຶກຂອງໂຢເຊຍເຊຫຼັງຈາກໄດ້ຮຽນຮູ້ໃນສິ່ງທີ່ພະຄຳພີບອກ. ລາວກະຕືລືລົ້ນທີ່ຈະເຮັດໃຫ້ພະເຢໂຫວາພໍໃຈແລະຟ້າວປ່ຽນແປງທັນທີ. ໂດຍການອ່ານພະຄຳພີ ເຈົ້າເອງກໍອາດຮູ້ສຶກວ່າຢາກຕັ້ງໃຈຫຼາຍຂຶ້ນທີ່ຈະເຊື່ອຟັງພະເຢໂຫວາ. ເມື່ອເຮັດແບບນີ້ ສາຍສຳພັນຂອງເຈົ້າກັບພະອົງຈະເຂັ້ມແຂງຂຶ້ນແລະເຈົ້າຈະຮູ້ສຶກມີຄວາມສຸກຫຼາຍຂຶ້ນ. ຈາກນັ້ນເຈົ້າກໍຢາກບອກຄົນອື່ນໃນເລື່ອງຂອງພະອົງ. (ອ່ານຮັບໃຊ້ພະເຢໂຫວາຢ່າງສຸດຫົວໃຈ!
20, 21. (ກ) ກະສັດສີ່ຄົນທີ່ເຮົາເວົ້າເຖິງມີຫຍັງທີ່ຄືກັນ? (ຂ) ໃນບົດຄວາມຕໍ່ໄປເຮົາຈະຮຽນເລື່ອງຫຍັງ?
20 ເຮົາໄດ້ບົດຮຽນຫຍັງແດ່ຈາກກະສັດສີ່ຄົນຂອງຢູດາເຊິ່ງຮັບໃຊ້ພະເຢໂຫວາຢ່າງສຸດຫົວໃຈ? ທັງສີ່ຄົນນີ້ຕັ້ງໃຈແນ່ວແນ່ວ່າຈະເຮັດໃຫ້ພະເຢໂຫວາພໍໃຈແລະຈະຮັບໃຊ້ພະອົງຕະຫຼອດຊີວິດ. ເຂົາເຈົ້າໄວ້ວາງໃຈພະເຢໂຫວາເມື່ອສັດຕູທີ່ມີກຳລັງຫຼາຍມາຕໍ່ສູ້ກັບເຂົາເຈົ້າ. ສິ່ງສຳຄັນທີ່ສຸດ ເຂົາເຈົ້າຮັບໃຊ້ພະເຢໂຫວາຍ້ອນວ່າຮັກພະອົງ.
21 ເຖິງວ່າກະສັດທັງສີ່ຄົນນີ້ບໍ່ສົມບູນແບບແລະເຮັດຜິດພາດ ແຕ່ພະເຢໂຫວາກໍຍັງພໍໃຈກັບຄົນເຫຼົ່ານີ້. ພະອົງເຫັນສິ່ງທີ່ຢູ່ໃນຫົວໃຈຂອງເຂົາເຈົ້າ ແລະຮູ້ວ່າເຂົາເຈົ້າຮັກພະອົງແທ້ໆ. ເຮົາກໍບໍ່ສົມບູນແບບແລະເຮັດຜິດພາດ ແຕ່ພະເຢໂຫວາຈະພໍໃຈກັບເຮົາເມື່ອເຫັນວ່າເຮົາກຳລັງຮັບໃຊ້ພະອົງຢ່າງສຸດຫົວໃຈ. ໃນບົດຄວາມຕໍ່ໄປ ເຮົາຈະເບິ່ງວ່າເຮົາສາມາດຮຽນຮູ້ຫຍັງແດ່ຈາກຄວາມຜິດພາດຂອງກະສັດເຫຼົ່ານີ້.