ພະເຢໂຫວາເອີ້ນລາວວ່າ “ມິດສະຫາຍຂອງເຮົາ”
“ຝ່າຍເຈົ້າຍິດສະລາເອນຜູ້ຂ້າໃຊ້ຂອງເຮົາ ຢາໂຄບທີ່ເຮົາໄດ້ເລືອກໄວ້ ເຊື້ອສາຍຂອງອັບລາຫາມຜູ້ມິດສະຫາຍຂອງເຮົາ.”—ເອຊາອີ 41:8
ເພງ: 91, 22
1, 2. (ກ) ເຮົາຮູ້ໄດ້ແນວໃດວ່າມະນຸດສາມາດກາຍເປັນເພື່ອນກັບພະເຈົ້າໄດ້? (ຂ) ເຮົາຈະພິຈາລະນາເລື່ອງຫຍັງໃນບົດຄວາມນີ້?
ນັບຕັ້ງແຕ່ມື້ທີ່ເຮົາເກີດຈົນຮອດມື້ທີ່ເຮົາເສຍຊີວິດ ເຮົາຕ້ອງການຄວາມຮັກ. ມະນຸດຕ້ອງການມິດຕະພາບທີ່ໃກ້ຊິດແລະປ່ຽມດ້ວຍຄວາມຮັກ ເຊິ່ງບໍ່ໄດ້ເປັນພຽງຄວາມຮັກແບບທີ່ຫວານຊື້ນເທົ່ານັ້ນ. ແຕ່ເໜືອສິ່ງອື່ນໃດທັງໝົດພວກເຮົາຕ້ອງການຄວາມຮັກຈາກພະເຈົ້າ. ເນື່ອງຈາກເຮົາບໍ່ສາມາດເຫັນພະເຈົ້າແລະພະອົງກໍມີລິດເດດຍິ່ງໃຫຍ່ທີ່ສຸດ ຫຼາຍຄົນບໍ່ເຊື່ອວ່າມະນຸດສາມາດໃກ້ຊິດແລະມີມິດຕະພາບທີ່ປ່ຽມດ້ວຍຄວາມຮັກກັບພະເຈົ້າໄດ້. ແຕ່ເຮົາຮູ້ວ່າຄວາມຈິງເປັນແນວໃດ!
2 ເຮົາຮູ້ຈາກຄຳພີໄບເບິນວ່າມະນຸດໄດ້ກາຍເປັນເພື່ອນກັບພະເຈົ້າ ດັ່ງນັ້ນ ເຮົາຄວນຮຽນຮູ້ຈາກຕົວຢ່າງຂອງເຂົາເຈົ້າ. ຍ້ອນຫຍັງ? ກໍຍ້ອນວ່າການມີມິດຕະພາບກັບພະເຈົ້າເປັນເປົ້າໝາຍສຳຄັນທີ່ສຸດທີ່ເຮົາສາມາດມີໄດ້ໃນຊີວິດ. ຢາໂກໂບ 2:23) ລາວໄດ້ກາຍເປັນເພື່ອນກັບພະເຈົ້າໄດ້ແນວໃດ? ອັບລາຫາມມີມິດຕະພາບທີ່ໃກ້ຊິດກັບພະເຈົ້າໄດ້ແມ່ນອາໄສຄວາມເຊື່ອເປັນພື້ນຖານ ແລະລາວເປັນທີ່ຮັບຮູ້ວ່າເປັນ “ພໍ່ຂອງຄົນທັງປວງທີ່ເຊື່ອ.” (ໂລມ 4:11) ໃນຂະນະທີ່ພິຈາລະນາຕົວຢ່າງຂອງອັບລາຫາມ ຂໍໃຫ້ຖາມຕົວເອງວ່າ ‘ຂ້ອຍຈະຮຽນແບບຄວາມເຊື່ອຂອງອັບລາຫາມແລະຈະມີມິດຕະພາບທີ່ແໜ້ນແຟ້ນກັບພະເຢໂຫວາໄດ້ແນວໃດ?’
ດັ່ງນັ້ນ ຂໍໃຫ້ເຮົາພິຈາລະນາຕົວຢ່າງຂອງອັບລາຫາມ. (ອ່ານອັບລາຫາມກາຍເປັນເພື່ອນກັບພະເຢໂຫວາໄດ້ແນວໃດ?
3, 4. (ກ) ຂໍໃຫ້ບອກເຖິງສິ່ງທີ່ເປັນການທົດລອງຄວາມເຊື່ອຂອງອັບລາຫາມເຊິ່ງເປັນຄັ້ງທີ່ຍິ່ງໃຫຍ່ທີ່ສຸດ. (ຂ) ເປັນຫຍັງອັບລາຫາມຈຶ່ງເຕັມໃຈທີ່ຈະຖວາຍອີຊາກເປັນເຄື່ອງບູຊາ?
3 ໃຫ້ນຶກພາບເບິ່ງວ່າອັບລາຫາມເຊິ່ງມີອາຍຸປະມານ 125 ປີ ກຳລັງຍ່າງຊ້າໆຂຶ້ນເທິງພູ. [1] (ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ) ອີຊາກຜູ້ເປັນລູກຊາຍເຊິ່ງມີອາຍຸ 25 ປີ ກຳລັງຍ່າງນຳຫຼັງລາວໄປ. ອີຊາກແບກຟືນ ສ່ວນອັບລາຫາມກໍຖືມີດແລະສິ່ງຂອງອື່ນໆເພື່ອຈະດັງໄຟ. ສຳລັບອັບລາຫາມ ການເດີນທາງຄັ້ງນີ້ອາດຈະເປັນສິ່ງທີ່ຍາກທີ່ສຸດໃນຊີວິດ ບໍ່ແມ່ນຍ້ອນວ່າລາວມີອາຍຸຫຼາຍແລ້ວ ເພາະລາວຍັງແຂງແຮງຢູ່ ແຕ່ຍາກກໍຍ້ອນວ່າພະເຢໂຫວາໄດ້ຂໍໃຫ້ລາວຖວາຍລູກຊາຍເປັນເຄື່ອງບູຊາ!—ຕົ້ນເດີມ 22:1-8
ອັບລາຫາມບໍ່ໄດ້ຫຼັບຫູຫຼັບຕາເຊື່ອຟັງພະເຈົ້າ ເຊິ່ງເປັນການເຊື່ອຟັງແບບບໍ່ໄດ້ຄິດຫຍັງເລີຍ
4 ນັ້ນອາດເປັນການທົດລອງຄວາມເຊື່ອຂອງອັບລາຫາມເຊິ່ງເປັນຄັ້ງທີ່ຍິ່ງໃຫຍ່ທີ່ສຸດ. ບາງຄົນເວົ້າວ່າພະເຈົ້າໂຫດຫ້ຽມທີ່ຂໍໃຫ້ອັບລາຫາມຖວາຍລູກຊາຍເປັນເຄື່ອງບູຊາ. ບາງຄົນກໍເວົ້າວ່າອັບລາຫາມເຕັມໃຈທີ່ຈະຖວາຍລູກຊາຍຍ້ອນວ່າລາວບໍ່ຮັກລູກ. ຜູ້ຄົນເວົ້າແບບນັ້ນເພາະເຂົາເຈົ້າບໍ່ມີຄວາມເຊື່ອແລະບໍ່ຮູ້ວ່າຄວາມເຊື່ອແທ້ເປັນແນວໃດຫຼືສະແດງອອກຄືແນວໃດ. (1 ໂກລິນໂທ 2:14-16) ແຕ່ອັບລາຫາມບໍ່ໄດ້ຫຼັບຫູຫຼັບຕາເຊື່ອຟັງພະເຈົ້າ ເຊິ່ງເປັນການເຊື່ອຟັງແບບບໍ່ໄດ້ຄິດຫຍັງເລີຍ. ລາວເຊື່ອຟັງເພາະລາວມີຄວາມເຊື່ອແທ້. ອັບລາຫາມຮູ້ວ່າພະເຢໂຫວາບໍ່ເຄີຍຂໍໃຫ້ລາວເຮັດໃນສິ່ງທີ່ກໍ່ຜົນເສຍຫາຍທີ່ຖາວອນ. ອັບລາຫາມຮູ້ວ່າຖ້າລາວເຊື່ອຟັງ ພະເຢໂຫວາກໍຈະອວຍພອນໃຫ້ລາວແລະອີຊາກ. ອັບລາຫາມຈຳເປັນຕ້ອງມີຫຍັງເພື່ອຈະມີຄວາມເຊື່ອທີ່ເຂັ້ມແຂງແບບນັ້ນ? ລາວຈຳເປັນຕ້ອງມີຄວາມຮູ້ແລະປະສົບການ.
5. ອັບລາຫາມອາດຮຽນຮູ້ກ່ຽວກັບພະເຢໂຫວາໄດ້ໂດຍວິທີໃດ ແລະຄວາມຮູ້ນັ້ນເຮັດໃຫ້ລາວຮູ້ສຶກແນວໃດ?
ໂຢຊວຍ 24:2) ຖ້າເປັນແນວນັ້ນ ອັບລາຫາມຮຽນຮູ້ກ່ຽວກັບພະເຢໂຫວາໄດ້ໂດຍວິທີໃດ? ຄຳພີໄບເບິນບອກໃຫ້ຮູ້ວ່າ ເຊມລູກຊາຍຂອງໂນເອເປັນພີ່ນ້ອງຂອງອັບລາຫາມ. ເຊມມີຊີວິດຢູ່ຈົນກະທັ່ງອັບລາຫາມອາຍຸໄດ້ 150 ປີ. ເຊມເປັນຄົນໜຶ່ງທີ່ມີຄວາມເຊື່ອທີ່ຍິ່ງໃຫຍ່ ແລະເປັນໄປໄດ້ວ່າລາວໄດ້ເວົ້າເລື່ອງຂອງພະເຢໂຫວາໃຫ້ພວກຍາດພີ່ນ້ອງຟັງ. ເຮົາບໍ່ສາມາດຮູ້ໄດ້ຢ່າງຄັກແນ່ ແຕ່ບາງທີອັບລາຫາມໄດ້ຮຽນຮູ້ກ່ຽວກັບພະເຢໂຫວາໂດຍຊ່ອງທາງນີ້. ສິ່ງທີ່ອັບລາຫາມໄດ້ຮຽນຮູ້ເຮັດໃຫ້ລາວຮັກພະເຢໂຫວາ ແລະຄວາມຮູ້ນັ້ນຊ່ວຍເສີມສ້າງຄວາມເຊື່ອຂອງລາວ.
5 ຄວາມຮູ້. ອັບລາຫາມເຕີບໃຫຍ່ຂຶ້ນໃນເມືອງອູຣ. ຜູ້ຄົນໃນເມືອງນັ້ນນະມັດສະການພະປອມ ແລະພໍ່ຂອງອັບລາຫາມກໍຄືກັນ. (6, 7. ປະສົບການຂອງອັບລາຫາມເຮັດໃຫ້ຄວາມເຊື່ອຂອງລາວທີ່ມີຕໍ່ພະເຢໂຫວາເຂັ້ມແຂງຂຶ້ນຄືແນວໃດ?
6 ປະສົບການ. ໂດຍວິທີໃດທີ່ອັບລາຫາມໄດ້ມີປະສົບການທີ່ເຮັດໃຫ້ຄວາມເຊື່ອຂອງລາວທີ່ມີຕໍ່ພະເຢໂຫວາເຂັ້ມແຂງຂຶ້ນ? ບາງຄົນເວົ້າວ່າຄວາມຄິດຊີ້ນຳຄວາມຮູ້ສຶກ ແລະຄວາມຮູ້ສຶກຊີ້ນຳການກະທຳ. ຫົວໃຈຂອງອັບລາຫາມຖືກກະຕຸ້ນຈາກສິ່ງທີ່ລາວໄດ້ຮຽນຮູ້ກ່ຽວກັບພະເຢໂຫວາ ແລະສິ່ງນັ້ນເຮັດໃຫ້ລາວມີຄວາມນັບຖືຢ່າງເລິກເຊິ່ງຕໍ່ ‘ພະເຢໂຫວາພະເຈົ້າອົງສູງສຸດ ຜູ້ສ້າງຟ້າສະຫວັນແລະແຜ່ນດິນໂລກ.’ (ຕົ້ນເດີມ 14:22) ຄຳພີໄບເບິນເອີ້ນຄວາມນັບຖືທີ່ເລິກເຊິ່ງເຊັ່ນນັ້ນວ່າ ‘ຄວາມຢ້ານຢຳພະເຈົ້າ.’ (ເຫບເລີ 5:7, ລ.ມ.) ເຮົາສາມາດເວົ້າໄດ້ວ່າເພື່ອຈະມີມິດຕະພາບທີ່ໃກ້ຊິດກັບພະເຈົ້າ ເຮົາຕ້ອງມີຄວາມຢ້ານຢຳພະອົງ. (ຄຳເພງ 25:14) ຄຸນລັກສະນະນີ້ເອງທີ່ກະຕຸ້ນອັບລາຫາມໃຫ້ເຊື່ອຟັງພະເຢໂຫວາ.
7 ພະເຢໂຫວາບອກໃຫ້ອັບລາຫາມແລະຊາລາອອກຈາກເຮືອນຂອງເຂົາເຈົ້າທີ່ຢູ່ເມືອງອູຣແລະໃຫ້ຍ້າຍໄປຢູ່ຕ່າງແດນ. ທັງສອງເຖົ້າແລ້ວແລະຕ້ອງອາໄສຢູ່ໃນເຕັນຕະຫຼອດຊີວິດຂອງເຂົາເຈົ້າ. ເຖິງແມ່ນອັບລາຫາມຮູ້ວ່າການເຮັດແນວນັ້ນຈະຕ້ອງປະເຊີນອັນຕະລາຍໃນຫຼາຍໆດ້ານ ແຕ່ລາວກໍຕັ້ງໃຈແນ່ວແນ່ທີ່ຈະເຊື່ອຟັງພະເຢໂຫວາ. ເນື່ອງຈາກອັບລາຫາມເຊື່ອຟັງພະເຢໂຫວາ ພະອົງຈຶ່ງປົກປ້ອງແລະອວຍພອນລາວ. ຕົວຢ່າງເຊັ່ນ: ເມື່ອຊາລາເມຍທີ່ງົດງາມຂອງອັບລາຫາມຖືກພາເອົາຕົວໄປຈາກອັບລາຫາມ ແລະອັບລາຫາມກໍຕົກຢູ່ໃນອັນຕະລາຍເຖິງແກ່ຊີວິດ ແຕ່ພະເຢໂຫວາໄດ້ປົກປ້ອງທັງອັບລາຫາມແລະຊາລາຢ່າງອັດສະຈັນຫຼາຍກວ່າໜຶ່ງຄັ້ງ. (ຕົ້ນເດີມ 12:10-20; 20:2-7, 10-12, 17, 18) ປະສົບການເຫຼົ່ານັ້ນເຮັດໃຫ້ຄວາມເຊື່ອຂອງອັບລາຫາມເຂັ້ມແຂງຂຶ້ນ.
8. ໂດຍວິທີໃດທີ່ເຮົາຈະໄດ້ຮັບຄວາມຮູ້ແລະປະສົບການເຊິ່ງຈະເຮັດໃຫ້ມິດຕະພາບຂອງເຮົາກັບພະເຢໂຫວາແໜ້ນແຟ້ນຂຶ້ນ?
8 ເຮົາຈະເປັນເພື່ອນທີ່ໃກ້ຊິດກັບພະເຢໂຫວາໄດ້ບໍ? ໄດ້ແທ້! ຄືກັບອັບລາຫາມ ເຮົາຈຳເປັນຕ້ອງຮຽນຮູ້ກ່ຽວກັບພະດານຽນ 12:4; ໂລມ 11:33) ໃນຄຳພີໄບເບິນມີຄວາມຮູ້ຢ່າງຫຼວງຫຼາຍກ່ຽວກັບ ‘ຜູ້ສ້າງຟ້າສະຫວັນແລະແຜ່ນດິນໂລກ.’ ສິ່ງທີ່ເຮົາໄດ້ຮຽນຮູ້ເຮັດໃຫ້ເຮົາຮັກພະເຢໂຫວາແລະຊ່ວຍເຮົາໃຫ້ມີຄວາມນັບຖືຢ່າງເລິກເຊິ່ງຕໍ່ພະອົງ. ຄວາມຮັກແລະຄວາມນັບຖືແບບນີ້ຕໍ່ພະເຢໂຫວາກະຕຸ້ນເຮົາໃຫ້ເຊື່ອຟັງພະອົງ. ເມື່ອເຮົາເຊື່ອຟັງພະເຢໂຫວາ ເຮົາກໍຈະເຫັນວິທີທີ່ພະອົງປົກປ້ອງແລະອວຍພອນເຮົາ ແລະປະສົບການຈາກເລື່ອງນີ້ເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງຂຶ້ນ. ເມື່ອເຮົາຮັບໃຊ້ພະເຢໂຫວາຢ່າງເຕັມທີ ເຮົາຈະມີຄວາມອີ່ມໃຈພໍໃຈ ມີສັນຕິສຸກ ແລະມີຄວາມຍິນດີ. (ຄຳເພງ 34:8; ສຸພາສິດ 10:22) ແຮ່ງເຮົາໄດ້ຮັບຄວາມຮູ້ແລະມີປະສົບການຫຼາຍເທົ່າໃດ ມິດຕະພາບຂອງເຮົາກັບພະອົງກໍຈະແໜ້ນແຟ້ນຫຼາຍຂຶ້ນເທົ່ານັ້ນ.
ເຢໂຫວາ. ເຮົາກໍເຊັ່ນກັນສາມາດໄດ້ຮັບຄວາມຮູ້ແລະປະສົບການທີ່ເຮົາຈຳເປັນຕ້ອງໄດ້ຮັບ. ໃນທຸກມື້ນີ້ ເຮົາມີຫຼາຍສິ່ງກວ່າທີ່ອັບລາຫາມມີ. (ວິທີທີ່ອັບລາຫາມຮັກສາມິດຕະພາບກັບພະເຢໂຫວາ
9, 10. (ກ) ເພື່ອໃຫ້ມິດຕະພາບແໜ້ນແຟ້ນຂຶ້ນ ຈຳເປັນຕ້ອງເຮັດຫຍັງ? (ຂ) ອັບລາຫາມສະແດງໃຫ້ເຫັນແນວໃດວ່າລາວທະນຸຖະໜອມແລະເຮັດໃຫ້ມິດຕະພາບຂອງລາວກັບພະເຢໂຫວາແໜ້ນແຟ້ນຂຶ້ນ?
9 ມິດຕະພາບທີ່ໃກ້ຊິດສາມາດເປັນຄືກັບຊັບສົມບັດທີ່ມີຄ່າ ເຊິ່ງເຮົາຈຳເປັນຕ້ອງຮັກສາໄວ້ “ຢູ່ທຸກເວລາ.” (ອ່ານສຸພາສິດ 17:17) ສາຍສຳພັນແບບນັ້ນບໍ່ໄດ້ເປັນຄືກັບໂຖດອກໄມ້ທີ່ມີລາຄາແພງທີ່ໃຊ້ພຽງເພື່ອປະດັບປະດາເທົ່ານັ້ນ. ແຕ່ເປັນຄືກັບດອກໄມ້ທີ່ສວຍງາມເຊິ່ງຕ້ອງການນໍ້າແລະການເອົາໃຈໃສ່ເພື່ອທີ່ຈະອອກດອກ. ອັບລາຫາມທະນຸຖະໜອມແລະຮັກສາມິດຕະພາບກັບພະເຢໂຫວາເອົາໄວ້. ລາວເຮັດແບບນັ້ນໄດ້ແນວໃດ?
ມິດຕະພາບເປັນຄືກັບດອກໄມ້ທີ່ສວຍງາມເຊິ່ງຕ້ອງການນໍ້າແລະການເອົາໃຈໃສ່ເພື່ອທີ່ຈະອອກດອກ
10 ອັບລາຫາມເສີມສ້າງຄວາມຢ້ານຢຳພະເຢໂຫວາແລະການເຊື່ອຟັງພະອົງຕໍ່ໆໄປ. ຕົວຢ່າງເຊັ່ນ: ເມື່ອລາວເດີນທາງໄປແຜ່ນດິນການາອານພ້ອມກັບຄອບຄົວແລະຄົນຮັບໃຊ້ ລາວໄດ້ໃຫ້ພະເຢໂຫວາຊີ້ນຳຕໍ່ໆໄປເມື່ອລາວຕັດສິນໃຈທັງໃນເລື່ອງນ້ອຍໆແລະເລື່ອງໃຫຍ່ໆ. ໜຶ່ງປີກ່ອນທີ່ອີຊາກຈະເກີດ ແລະຕອນນັ້ນອັບລາຫາມອາຍຸໄດ້ 99 ປີ ພະເຢໂຫວາໄດ້ບອກໃຫ້ລາວເຮັດສິນຕັດໃຫ້ຜູ້ຊາຍທຸກຄົນໃນຄົວເຮືອນຂອງລາວ. ອັບລາຫາມສົງໄສໃນຕົວພະເຢໂຫວາຫຼືພະຍາຍາມຫາທາງຫຼີກລ່ຽງເພື່ອຈະບໍ່ເຮັດຕາມສິ່ງທີ່ພະອົງຂໍໃຫ້ລາວເຮັດບໍ? ບໍ່. ລາວໄດ້ວາງໃຈໃນພະເຢໂຫວາແລະເຊື່ອຟັງຕັ້ງແຕ່ ‘ໃນວັນນັ້ນ.’—ຕົ້ນເດີມ 17:10-14, 23
11. ເປັນຫຍັງອັບລາຫາມຈຶ່ງກັງວົນກ່ຽວກັບເມືອງຊໍດົມແລະເມືອງໂຄໂມລາ ແລະພະເຢໂຫວາຊ່ວຍລາວແນວໃດ?
11 ເນື່ອງຈາກອັບລາຫາມເຊື່ອຟັງພະເຢໂຫວາສະເໝີແມ່ນແຕ່ໃນເລື່ອງເລັກນ້ອຍ ດັ່ງນັ້ນມິດຕະພາບຂອງທັງສອງຈຶ່ງແໜ້ນແຟ້ນຂຶ້ນ. ອັບລາຫາມຮູ້ສຶກວ່າສາມາດເວົ້າກັບພະເຢໂຫວາໄດ້ໃນທຸກໆເລື່ອງ ລາວເຖິງຂັ້ນໄດ້ຂໍໃຫ້ພະອົງຊ່ວຍເມື່ອຕ້ອງສູ້ກັບຂໍ້ສົງໄສທີ່ຍາກໆ. ຕົວຢ່າງເຊັ່ນ: ເມື່ອພະເຢໂຫວາບອກວ່າພະອົງຈະທຳລາຍເມືອງຊໍດົມແລະເມືອງໂຄໂມລາ ເລື່ອງນີ້ໄດ້ເຮັດໃຫ້ອັບລາຫາມກັງວົນຫຼາຍ. ຍ້ອນຫຍັງ? ກໍຍ້ອນລາວຢ້ານວ່າຄົນດີຈະຖືກທຳລາຍພ້ອມກັບຄົນຊົ່ວ. ລາວອາດຈະກັງວົນກ່ຽວກັບໂລດຜູ້ເປັນຫຼານຊາຍ ແລະຄອບຄົວຂອງໂລດທີ່ອາໄສຢູ່ເມືອງຊໍດົມ. ອັບລາຫາມວາງໃຈໃນພະເຢໂຫວາ ‘ຜູ້ຕັດສິນທົ່ວທັງຕົ້ນເດີມ 18:22-33
ໂລກ’ ດັ່ງນັ້ນ ລາວຈຶ່ງເວົ້າກັບພະເຢໂຫວາຢ່າງຖ່ອມຕົວກ່ຽວກັບສິ່ງທີ່ລາວກັງວົນ. ພະເຢໂຫວາອົດທົນກັບເພື່ອນຜູ້ນີ້ ແລະສະແດງໃຫ້ເຫັນວ່າພະອົງເມດຕາກະລຸນາ. ພະເຢໂຫວາອະທິບາຍວ່າແມ່ນແຕ່ເມື່ອພະອົງຕ້ອງໄດ້ຕັດສິນ ພະອົງໄດ້ຊອກຫາຄົນດີແລະຈະປົກປ້ອງຊີວິດຂອງເຂົາເຈົ້າ.—12, 13. (ກ) ຄວາມຮູ້ແລະປະສົບການທີ່ອັບລາຫາມມີໄດ້ຊ່ວຍລາວແນວໃດໃນເວລາຕໍ່ມາ? (ຂ) ມີຫຍັງທີ່ສະແດງໃຫ້ເຫັນວ່າອັບລາຫາມມີຄວາມໝັ້ນໃຈໃນພະເຢໂຫວາ?
12 ເຫັນໄດ້ແຈ້ງວ່າຄວາມຮູ້ແລະປະສົບການທັງໝົດທີ່ອັບລາຫາມໄດ້ຮັບ ຊ່ວຍລາວໃຫ້ຮັກສາສາຍມິດຕະພາບທີ່ແໜ້ນແຟ້ນກັບພະເຢໂຫວາ. ດັ່ງນັ້ນ ຕໍ່ມາເມື່ອພະເຢໂຫວາໄດ້ຂໍໃຫ້ອັບລາຫາມຖວາຍລູກຊາຍເປັນເຄື່ອງບູຊາ ລາວຮູ້ວ່າພະເຢໂຫວາມີຄວາມອົດທົນ ຄວາມເມດຕາ ໄວ້ວາງໃຈໄດ້ ແລະໃຫ້ການປົກປ້ອງສະເໝີ. ດ້ວຍເຫດນີ້ ອັບລາຫາມຈຶ່ງໝັ້ນໃຈໄດ້ຢ່າງເຕັມທີວ່າພະເຢໂຫວາຈະບໍ່ປ່ຽນເປັນຄົນໂຫດຮ້າຍຫຼືຮຸນແຮງໃນເວລາທັນທີທັນໃດ! ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ?
13 ກ່ອນທີ່ຈະຈາກຄົນຮັບໃຊ້ຂອງລາວ ອັບລາຫາມໄດ້ເວົ້າວ່າ: “ໝູ່ເຈົ້າຈົ່ງຄອຍ [ຖ້າ] ຢູ່ກັບລາທີ່ນີ້ເຖີ້ນ ແລະເຮົາກັບລູກຈະພາກັນໄປຂາບໄຫວ້ທີ່ນັ້ນແລະພວກເຮົາຈະຫຼົບມາຫາໝູ່ເຈົ້າ.” (ຕົ້ນເດີມ 22:5) ອັບລາຫາມໝາຍຄວາມວ່າແນວໃດ? ລາວກຳລັງຕົວະໃນເລື່ອງການກັບຄືນມາພ້ອມກັບອີຊາກບໍ ເພາະລາວຮູ້ວ່າອີຊາກຈະຖືກຖວາຍເປັນເຄື່ອງບູຊາ? ບໍ່ໄດ້ຕົວະ. ຄຳພີໄບເບິນກ່າວວ່າອັບລາຫາມຮູ້ວ່າພະເຢໂຫວາຈະປຸກອີຊາກໃຫ້ຟື້ນຄືນມາຈາກຕາຍ. (ອ່ານເຫບເລີ 11:19) ອັບລາຫາມຮູ້ວ່າພະເຢໂຫວາໄດ້ໃຊ້ລິດເດດເພື່ອໃຫ້ລາວສາມາດມີລູກຊາຍໄດ້ ເຖິງວ່າລາວແລະຊາລາເຖົ້າຫຼາຍແລ້ວ. (ເຫບເລີ 11:11, 12, 18) ດັ່ງນັ້ນ ລາວຈຶ່ງສຳນຶກໄດ້ວ່າບໍ່ມີສິ່ງໃດທີ່ພະເຢໂຫວາເຮັດບໍ່ໄດ້. ອັບລາຫາມບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນໃນມື້ນັ້ນ. ແຕ່ລາວມີຄວາມເຊື່ອວ່າ ຖ້າຈຳເປັນພະເຢໂຫວາຈະປຸກອີຊາກໃຫ້ຟື້ນຄືນມາເພື່ອຄຳສັນຍາທັງໝົດຂອງພະອົງຈະເປັນຈິງ. ນັ້ນຈຶ່ງເປັນເຫດຜົນທີ່ອັບລາຫາມຖືກເອີ້ນວ່າເປັນ “ພໍ່ຂອງຄົນທັງປວງທີ່ເຊື່ອ.”
ອັບລາຫາມມີຄວາມເຊື່ອວ່າຖ້າຈຳເປັນພະເຢໂຫວາຈະປຸກອີຊາກໃຫ້ຟື້ນຄືນມາເພື່ອຄຳສັນຍາທັງໝົດຂອງພະອົງຈະເປັນຈິງ
14. ໃນການຮັບໃຊ້ພະເຢໂຫວາ ເຈົ້າພົບກັບຂໍ້ຫຍຸ້ງຍາກຫຍັງແດ່ ແລະຕົວຢ່າງຂອງອັບລາຫາມອາດຊ່ວຍເຈົ້າໄດ້ແນວໃດ?
14 ຢ່າງໃດກໍຕາມ ໃນທຸກມື້ນີ້ພະເຢໂຫວາບໍ່ໄດ້ຂໍໃຫ້ເຮົາຖວາຍລູກເປັນເຄື່ອງບູຊາ ແຕ່ພະອົງຂໍໃຫ້ເຮົາເຊື່ອຟັງຂໍ້ຄຳສັ່ງຕ່າງໆຂອງພະອົງ. ບາງຄັ້ງເຮົາອາດຈະບໍ່ເຂົ້າໃຈເຫດຜົນສຳລັບຂໍ້ຄຳສັ່ງເຫຼົ່ານີ້ຫຼືເຮົາອາດຮູ້ສຶກວ່າການເຮັດຕາມຂໍ້ຄຳສັ່ງເຫຼົ່ານີ້ເປັນເລື່ອງຍາກ. ເຈົ້າເຄີຍຮູ້ສຶກແບບນັ້ນບໍ? ສຳລັບບາງຄົນ ການປະກາດເປັນເລື່ອງທີ່ຍາກສຳລັບເຂົາເຈົ້າ. ບາງທີເຂົາເຈົ້າອາຍແລະຮູ້ສຶກວ່າຍາກທີ່ຈະລົມກັບຄົນທີ່ຕົນເອງບໍ່ຮູ້ຈັກ. ບາງຄົນກໍຮູ້ສຶກຢ້ານທີ່ຈະແຕກຕ່າງຈາກໝູ່ຢູ່ບ່ອນເຮັດວຽກຫຼືຢູ່ໂຮງຮຽນ. (ອົບພະຍົບ 23:2; 1 ເທຊະໂລນີກ 2:2) ເມື່ອເຈົ້າຖືກຂໍໃຫ້ເຮັດບາງສິ່ງທີ່ຍາກ ໃຫ້ຄິດເຖິງຕົວຢ່າງທີ່ໂດດເດັ່ນໃນເລື່ອງຄວາມເຊື່ອແລະຄວາມກ້າຫານຂອງອັບລາຫາມ. ເມື່ອເຮົາຄິດຕຶກຕອງກ່ຽວກັບຕົວຢ່າງຕ່າງໆຂອງຊາຍຍິງທີ່ສັດຊື່ ສິ່ງນີ້ຈະກະຕຸ້ນເຮົາໃຫ້ຮຽນແບບເຂົາເຈົ້າແລະເຮັດໃຫ້ເຮົາໃກ້ຊິດຫຼາຍຂຶ້ນກັບພະເຢໂຫວາຜູ້ທີ່ເປັນເພື່ອນຂອງເຮົາ.—ເຫບເລີ 12:1, 2
ມິດຕະພາບທີ່ເຮັດໃຫ້ໄດ້ຮັບພະພອນຕ່າງໆ
15. ເປັນຫຍັງເຮົາອາດແນ່ໃຈໄດ້ວ່າອັບລາຫາມບໍ່ເຄີຍເສຍໃຈທີ່ເຊື່ອຟັງພະເຢໂຫວາຢ່າງພັກດີ?
15 ອັບລາຫາມເຄີຍເສຍໃຈບໍທີ່ໄດ້ເຊື່ອຟັງຂໍ້ຄຳສັ່ງຕ່າງໆຂອງພະເຢໂຫວາ? ຄຳພີໄບເບິນບອກວ່າ ອັບລາຫາມ “ຕາຍໄປເວລາອາຍຸສູງຫຼາຍ ເປັນຄົນເຖົ້າແລະອີ່ມອາຍຸ.” (ຕົ້ນເດີມ 25:8) ເມື່ອອາຍຸໄດ້ 175 ປີ ອັບລາຫາມໄດ້ເບິ່ງຄືນຫຼັງກ່ຽວກັບຊີວິດທີ່ຍືນຍາວນັ້ນແລະລາວຮູ້ສຶກອີ່ມໃຈພໍໃຈໃນຊີວິດນັ້ນ. ຍ້ອນຫຍັງ? ກໍຍ້ອນວ່າລາວຖືວ່າມິດຕະພາບຂອງລາວກັບພະເຢໂຫວາເປັນສິ່ງສຳຄັນທີ່ສຸດສະເໝີ. ຢ່າງໃດກໍຕາມ ເມື່ອເຮົາອ່ານວ່າ ອັບລາຫາມ “ເປັນຄົນເຖົ້າແລະອີ່ມອາຍຸ” ນີ້ບໍ່ໄດ້ໝາຍຄວາມວ່າລາວບໍ່ມີຄວາມປາຖະໜາທີ່ຈະມີຊີວິດໃນອະນາຄົດ.
16. ອັບລາຫາມຈະປະສົບກັບຄວາມຍິນດີອັນໃດໃນໂລກໃໝ່?
16 ຄຳພີໄບເບິນບອກວ່າ ອັບລາຫາມ “ຄອຍຖ້າເມືອງທີ່ມີຮາກຖານແທ້ເຊິ່ງຜູ້ກໍ່ແລະຜູ້ສ້າງຄືພະເຈົ້າ.” (ເຫບເລີ 11:10, ລ.ມ.) ອັບລາຫາມເຊື່ອວ່າໃນມື້ໜຶ່ງລາວຈະເຫັນເມືອງນັ້ນ ເຊິ່ງກໍຄືລາຊະອານາຈັກຂອງພະເຈົ້າທີ່ຈະປົກຄອງຢູ່ເໜືອໂລກນີ້. ລາວຈະໄດ້ເຫັນແທ້! ຂໍໃຫ້ນຶກພາບເບິ່ງວ່າອັບລາຫາມຈະມີຄວາມສຸກຫຼາຍສໍ່າໃດທີ່ຈະມີຊີວິດໃນໂລກທີ່ເປັນອຸທິຍານແລະເຮັດໃຫ້ມິດຕະພາບຂອງລາວກັບພະເຈົ້າແໜ້ນແຟ້ນຂຶ້ນຕໍ່ໆໄປ. ລາວຈະມີຄວາມສຸກແທ້ໆທີ່ຮູ້ວ່າຕົວຢ່າງຂອງລາວໃນເລື່ອງການສະແດງຄວາມເຊື່ອໄດ້ຊ່ວຍຜູ້ຮັບໃຊ້ຂອງພະເຈົ້າຕະຫຼອດຫຼາຍພັນປີ! ໃນອຸທິຍານ ລາວຈະຮຽນຮູ້ວ່າການຖວາຍເຄື່ອງບູຊາເທິງພູເຂົາໂມລີຢາເປັນພາບສະແດງເຖິງສິ່ງທີ່ຍິ່ງໃຫຍ່ກວ່າ. (ເຫບເລີ 11:19) ອັບລາຫາມຈະຮຽນຮູ້ວ່າຄວາມເຈັບປວດໃຈທີ່ລາວຮູ້ສຶກໃນຕອນທີ່ກຽມຖວາຍອີຊາກເພື່ອເປັນເຄື່ອງບູຊາໄດ້ຊ່ວຍຜູ້ຮັບໃຊ້ທີ່ສັດຊື່ຫຼາຍລ້ານຄົນໃຫ້ເຂົ້າໃຈເຖິງຄວາມເຈັບປວດໃຈຂອງພະເຢໂຫວາເມື່ອພະອົງໄດ້ມອບພະເຍຊູຄລິດໃຫ້ເປັນຄ່າໄຖ່ສຳລັບມະນຸດ. (ໂຢຮັນ 3:16) ຕົວຢ່າງຂອງອັບລາຫາມໄດ້ຊ່ວຍພວກເຮົາທຸກຄົນໃຫ້ຮູ້ຄຸນຄ່າຫຼາຍຂຶ້ນຕໍ່ຄ່າໄຖ່ທີ່ສະແດງເຖິງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີ!
17. ເຈົ້າຕັ້ງໃຈແນ່ວແນ່ທີ່ຈະເຮັດຫຍັງ ແລະເຮົາຈະພິຈາລະນາເລື່ອງຫຍັງໃນບົດຄວາມຕໍ່ໄປ?
17 ຂໍໃຫ້ພວກເຮົາທຸກຄົນຕັ້ງໃຈແນ່ວແນ່ທີ່ຈະຮຽນແບບຄວາມເຊື່ອຂອງອັບລາຫາມ. ຄືກັບອັບລາຫາມ ພວກເຮົາຕ້ອງມີຄວາມຮູ້ແລະປະສົບການ. ເມື່ອເຮົາຮຽນຮູ້ກ່ຽວກັບພະເຢໂຫວາແລະເຊື່ອຟັງພະອົງຕໍ່ໆໄປ ເຮົາກໍຈະເຫັນວິທີທີ່ພະອົງອວຍພອນແລະປົກປ້ອງເຮົາ. (ອ່ານເຫບເລີ 6:10-12) ຂໍໃຫ້ພະເຢໂຫວາເປັນເພື່ອນຂອງເຮົາຕະຫຼອດໄປ! ໃນບົດຄວາມຕໍ່ໄປ ເຮົາຈະພິຈາລະນາອີກສາມຕົວຢ່າງກ່ຽວກັບບຸກຄົນທີ່ສັດຊື່ເຊິ່ງໄດ້ກາຍເປັນເພື່ອນສະໜິດຂອງພະເຈົ້າ.
^ [1] (ຂໍ້ 3) ທຳອິດ ຊື່ຂອງອັບລາຫາບແມ່ນອັບລາມ ແລະຊາລາແມ່ນຊາລາຍ. ແຕ່ໃນບົດຄວາມນີ້ ເຮົາຈະໃຊ້ຊື່ທີ່ພະເຢໂຫວາໄດ້ຕັ້ງໃຫ້ເຂົາເຈົ້າ.