ຮັບໃຊ້ພະເຢໂຫວາຕໍ່ໆໄປດ້ວຍຄວາມຍິນດີ
ຂໍໃຫ້ຄິດເຖິງມື້ທີ່ເຈົ້າມີຄວາມສຸກທີ່ສຸດໃນຊີວິດ. ເມື່ອເຈົ້າແຕ່ງດອງຫຼືເມື່ອເຈົ້າໄດ້ລູກຄົນທຳອິດ ຫຼືເມື່ອເຈົ້າຮັບບັບເຕມາບໍ? ເບິ່ງຄືວ່າມື້ນັ້ນເປັນມື້ສຳຄັນທີ່ສຸດແລະໜ້າຍິນດີທີ່ສຸດໃນຊີວິດຂອງເຈົ້າ. ໃນມື້ນັ້ນ ພີ່ນ້ອງຮ່ວມຄວາມເຊື່ອຈະດີໃຈຫຼາຍແທ້ໆທີ່ເຫັນເຈົ້າພິສູດຕົວວ່າເຈົ້າຮັກພະເຈົ້າດ້ວຍສຸດຫົວໃຈ ສຸດຊີວິດ ສຸດຄວາມຄິດ ແລະສຸດກຳລັງຂອງເຈົ້າ!—ມາລະໂກ 12:30
ເປັນໄປໄດ້ຫຼາຍທີ່ເຈົ້າໄດ້ປະສົບກັບຄວາມຍິນດີຢ່າງຍິ່ງໃນການຮັບໃຊ້ພະເຢໂຫວານັບຕັ້ງແຕ່ມື້ທີ່ເຈົ້າຮັບບັບເຕມາ. ແຕ່ຜູ້ປະກາດຫຼາຍຄົນໄດ້ສູນເສຍຄວາມຍິນດີທີ່ເຂົາເຈົ້າເຄີຍມີ. ເປັນຫຍັງເລື່ອງນີ້ຈຶ່ງເກີດຂຶ້ນ? ເຮົາມີເຫດຜົນຫຍັງແດ່ທີ່ຈະຮັບໃຊ້ພະເຢໂຫວາຕໍ່ໆໄປດ້ວຍຄວາມຍິນດີ?
ເປັນຫຍັງບາງຄົນຈຶ່ງສູນເສຍຄວາມຍິນດີ?
ຂ່າວສານເລື່ອງລາຊະອານາຈັກເຮັດໃຫ້ເຮົາມີຄວາມຍິນດີຫຼາຍ. ຍ້ອນຫຍັງ? ກໍຍ້ອນພະເຢໂຫວາສັນຍາວ່າອີກບໍ່ດົນລາຊະອານາຈັກຈະກຳຈັດໂລກທີ່ຊົ່ວຮ້າຍນີ້ແລະນຳເອົາໂລກໃໝ່ຂອງພະເຈົ້າເຂົ້າມາປ່ຽນແທນ. ຊາກາລີ 1:14 ບອກວ່າ: “ວັນອັນໃຫຍ່ຂອງພະເຢໂຫວາມາໃກ້ແລ້ວ. ວັນນັ້ນຫຍັບມາໂດຍເຮວ.” ແຕ່ຖ້າເຮົາຮູ້ສຶກວ່າເຮົາຕ້ອງຄອຍຖ້າດົນກວ່າທີ່ເຮົາຄາດຫວັງໄວ້ ເຮົາອາດສູນເສຍຄວາມຍິນດີທີ່ເຮົາເຄີຍມີ. ສິ່ງນີ້ອາດເຮັດໃຫ້ເຮົາຊ້າລົງໃນການຮັບໃຊ້ພະເຈົ້າ.—ສຸພາສິດ 13:12
ເມື່ອໃຊ້ເວລາກັບພີ່ນ້ອງຮ່ວມຄວາມເຊື່ອ ເຮົາຮູ້ສຶກວ່າໄດ້ຮັບການໜູນກຳລັງໃຈໃຫ້ຮັບໃຊ້ພະເຢໂຫວາຕໍ່ໆໄປດ້ວຍຄວາມຍິນດີ. ການປະພຶດທີ່ດີຂອງຜູ້ຮັບໃຊ້ຂອງພະເຢໂຫວາອາດດຶງດູດໃຈເຮົາໃຫ້ເຂົ້າມາຫາການນະມັດສະການແທ້ແລະຊ່ວຍເຮົາໃຫ້ເລີ່ມຮັບໃຊ້ພະເຢໂຫວາດ້ວຍຄວາມຍິນດີ. (1 ເປໂຕ 2:12) ແຕ່ອາດເກີດຫຍັງຂຶ້ນຖ້າພີ່ນ້ອງຊາຍຫຼືພີ່ນ້ອງຍິງຄົນໜຶ່ງຖືກຕີສອນຍ້ອນລາວບໍ່ໄດ້ເຊື່ອຟັງຄຳສັ່ງຂອງພະເຈົ້າ? ເລື່ອງນີ້ອາດເຮັດໃຫ້ບາງຄົນໃນປະຊາຄົມທໍ້ໃຈແລະເຮັດໃຫ້ເຂົາເຈົ້າສູນເສຍຄວາມຍິນດີ.
ການນິຍົມວັດຖຸຍັງສາມາດເຮັດໃຫ້ເຮົາສູນເສຍຄວາມຍິນດີໄດ້. ເປັນໄປໄດ້ແນວໃດ? ໂລກທີ່ຊາຕານປົກຄອງພະຍາຍາມເຮັດໃຫ້ເຮົາເຊື່ອວ່າເຮົາຄວນຊື້ສິ່ງຕ່າງໆເຊິ່ງທີ່ຈິງແລ້ວເຮົາບໍ່ຈຳເປັນຕ້ອງມີ. ດັ່ງນັ້ນ ຂໍໃຫ້ເຮົາຈື່ຄຳເວົ້າຂອງພະເຍຊູທີ່ວ່າ: “ບໍ່ມີຜູ້ໃດອາດເປັນຂ້າໃຊ້ຂອງເຈົ້ານາຍ 2 ທ່ານໄດ້ ເຫດວ່າເພິ່ນຈະຊັງນາຍຜູ້ນີ້ແລະຮັກນາຍຜູ້ນັ້ນ ຫຼືຈະຕິດພັນກັບນາຍຜູ້ນີ້ແລະປະໝາດນາຍຜູ້ນັ້ນ. ທ່ານທັງຫຼາຍອາດເປັນຂ້າໃຊ້ຂອງພະເຈົ້າແລະຂ້າໃຊ້ຂອງເຂົ້າຂອງເງິນຄຳກໍບໍ່ໄດ້.” (ມັດທາຍ 6:24) ເຮົາບໍ່ສາມາດຮັບໃຊ້ພະເຢໂຫວາດ້ວຍຄວາມຍິນດີແລະໃນເວລາດຽວກັນກໍພະຍາຍາມສວຍເອົາທຸກສິ່ງທີ່ສວຍເອົາໄດ້ຈາກໂລກນີ້.
ຄວາມຍິນດີໃນການຮັບໃຊ້ພະເຢໂຫວາ
ການຮັບໃຊ້ພະເຢໂຫວາບໍ່ໄດ້ເປັນພາລະໜັກສຳລັບຄົນທີ່ຮັບໃຊ້ພະອົງ. (1 ໂຢຮັນ 5:3) ຂໍໃຫ້ຈື່ທີ່ພະເຍຊູບອກວ່າ: “ທ່ານທັງຫຼາຍທີ່ເມື່ອຍດ້ວຍການຍາກແລະຖືຂອງໜັກ ຈົ່ງມາຫາເຮົາເຖີ້ນ ແລະເຮົາຈະປະທານຄວາມເຊົາເມື່ອຍໃຫ້ແກ່ທ່ານທັງຫຼາຍ. ຈົ່ງເອົາແອກຂອງເຮົາແບກໄປແລະຮຽນຮູ້ດ້ວຍເຮົາ ເພາະວ່າເຮົາມີໃຈອ່ອນຫວານແລະຖ່ອມໃຈລົງ ແລະທ່ານທັງຫຼາຍຈະພົບຄວາມເຊົາເມື່ອຍໃນຈິດໃຈຂອງທ່ານ. ເຫດວ່າແອກຂອງເຮົາກໍງ່າຍແລະເຄື່ອງແບກຂອງເຮົາກໍເບົາ.” (ມັດທາຍ 11:28-30) ການເປັນຄລິດສະຕຽນແທ້ເຮັດໃຫ້ເຮົາສົດຊື່ນແລະມີຄວາມຍິນດີ. ແນ່ນອນວ່າເຮົາມີເຫດຜົນທີ່ດີທີ່ຈະຍິນດີໃນການ ຮັບໃຊ້ພະເຢໂຫວາ ແຕ່ຕອນນີ້ຂໍໃຫ້ເຮົາພິຈາລະນາສາມເຫດຜົນ.—ຫາບາກຸກ 3:18
ເຮົາຮັບໃຊ້ຜູ້ປະທານຊີວິດໃຫ້ແກ່ເຮົາເຊິ່ງເປັນພະເຈົ້າຜູ້ມີຄວາມສຸກ. (ກິດຈະການ 17:28; 1 ຕີໂມເຕ 1:11) ເຮົາສຳນຶກວ່າເປັນໜີ້ຊີວິດຕໍ່ກັບຜູ້ທີ່ສ້າງເຮົາ. ດັ່ງນັ້ນ ຂໍໃຫ້ເຮົາຮັບໃຊ້ພະອົງຕໍ່ໆໄປດ້ວຍຄວາມຍິນດີ ເຖິງວ່າຈະຜ່ານໄປຫຼາຍປີແລ້ວນັບຕັ້ງແຕ່ເຮົາຮັບບັບເຕມາ.
ຂໍໃຫ້ພິຈາລະນາເລື່ອງຂອງພີ່ນ້ອງເຮັກເຕີເຊິ່ງຮັບໃຊ້ພະເຢໂຫວາໃນຖານະເປັນຜູ້ດູແລເດີນທາງເປັນເວລາ 40 ປີແລ້ວ. ເຖິງວ່າ “ອາຍຸສູງແລ້ວ” ແຕ່ລາວຍັງມີຄວາມຍິນດີໃນການຮັບໃຊ້ພະເຢໂຫວາ. (ຄຳເພງ 92:12-14) ຄວາມເຈັບປ່ວຍຂອງເມຍໄດ້ຈຳກັດສິ່ງທີ່ລາວສາມາດເຮັດໄດ້ໃນການຮັບໃຊ້ພະເຈົ້າ. ແຕ່ພີ່ນ້ອງເຮັກເຕີບໍ່ໄດ້ສູນເສຍຄວາມຍິນດີ. ລາວເວົ້າວ່າ: “ເຖິງວ່າເປັນເລື່ອງໜ້າເສົ້າໃຈທີ່ເຫັນສຸຂະພາບຂອງເມຍຊຸດໂຊມລົງເທື່ອລະເລັກລະໜ້ອຍ ແລະການເບິ່ງແຍງລາວກໍບໍ່ງ່າຍ ແຕ່ຂ້ອຍບໍ່ຍອມໃຫ້ສິ່ງນີ້ພາກຄວາມຍິນດີຂອງຂ້ອຍໄປຈາກການຮັບໃຊ້ພະເຈົ້າອົງທ່ຽງແທ້. ການຮູ້ວ່າຂ້ອຍເປັນໜີ້ຊີວິດຕໍ່ພະເຢໂຫວາຜູ້ທີ່ສ້າງມະນຸດໂດຍມີຈຸດປະສົງ ນັ້ນກໍມີເຫດຜົນພຽງພໍທີ່ຈະຮັກພະອົງຢ່າງສຸດຊຶ້ງແລະຮັບໃຊ້ພະອົງດ້ວຍສິ້ນສຸດຫົວໃຈ. ຂ້ອຍພະຍາຍາມຮັກສາຄວາມກະຕືລືລົ້ນໃນການປະກາດແລະຮັກສາຄວາມຫວັງເລື່ອງລາຊະອານາຈັກໃຫ້ຢູ່ໃນອັນດັບທຳອິດໃນຄວາມຄິດເພື່ອຂ້ອຍຈະບໍ່ສູນເສຍຄວາມຍິນດີ.”
ພະເຢໂຫວາໄດ້ຈັດໃຫ້ມີຄ່າໄຖ່ ເຊິ່ງເຮັດໃຫ້ເຮົາສາມາດມີຊີວິດທີ່ໜ້າຍິນດີ. ທີ່ຈິງ “ພະເຈົ້າໄດ້ຮັກມະນຸດສະໂລກຫຼາຍປານນັ້ນຈົນໄດ້ປະທານໃຫ້ພະບຸດອົງດຽວຂອງພະອົງ ເພື່ອຄົນທຸກຄົນທີ່ເຊື່ອໃນພະບຸດນັ້ນຈະບໍ່ຈິບຫາຍ ແຕ່ວ່າຈະມີຊີວິດອັນຕະຫຼອດໄປເປັນນິດ.” (ໂຢຮັນ 3:16) ແມ່ນແລ້ວ ບາບຂອງເຮົາ ສາມາດໄດ້ຮັບການໃຫ້ອະໄພແລະເຮົາສາມາດມີຊີວິດຕະຫຼອດໄປເມື່ອເຮົາສະແດງຄວາມເຊື່ອໃນຄ່າໄຖ່ເຊິ່ງເປັນຂອງຂວັນທີ່ໃຫ້ດ້ວຍຄວາມຮັກ. ນີ້ເປັນເຫດຜົນທີ່ດີເລີດແທ້ໆທີ່ເຮົາຄວນຈະຂອບໃຈ! ແລະການທີ່ເຮົາຮູ້ຄຸນຄ່າຕໍ່ຄ່າໄຖ່ຈະກະຕຸ້ນເຮົາໃຫ້ຮັບໃຊ້ພະເຢໂຫວາດ້ວຍຄວາມຍິນດີ.
ພີ່ນ້ອງຊາຍຄົນໜຶ່ງຊື່ ເຄຊູສ ອາໄສທີ່ເຄີຍອາໄສຢູ່ປະເທດເມັກຊິກ ລາວໄດ້ເວົ້າວ່າ: “ຂ້ອຍເປັນທາດຂອງວຽກ ບາງເທື່ອຂ້ອຍກໍເຮັດວຽກຮອດຫ້າກະຕິດຕໍ່ກັນເຖິງວ່າບໍ່ມີຂໍ້ຮຽກຮ້ອງໃຫ້ເຮັດ. ຂ້ອຍເຮັດເພື່ອຈະໄດ້ເງິນຕື່ມ. ຈາກນັ້ນ ຂ້ອຍໄດ້ຮຽນຮູ້ກ່ຽວກັບພະເຢໂຫວາແລະຮູ້ວ່າພະອົງໄດ້ມອບລູກຊາຍທີ່ພະອົງຮັກຫຼາຍໃຫ້ສຳລັບມະນຸດ. ຂ້ອຍມີຄວາມປາຖະໜາອັນແຮງກ້າທີ່ຈະຮັບໃຊ້ພະອົງ. ດັ່ງນັ້ນ ຂ້ອຍຈຶ່ງອຸທິດຊີວິດໃຫ້ກັບພະເຢໂຫວາ ແລະຫຼັງຈາກທີ່ເຮັດວຽກໃຫ້ບໍລິສັດເປັນເວລາ 28 ປີ ຂ້ອຍໄດ້ຕັດສິນໃຈລາອອກແລະເລີ່ມຮັບໃຊ້ເຕັມເວລາ.” ນີ້ເປັນວິທີທີ່ພີ່ນ້ອງເຄຊູສເລີ່ມຕົ້ນຮັບໃຊ້ພະເຢໂຫວາດ້ວຍຄວາມຍິນດີ.
ເຮົາໃຊ້ຊີວິດທີ່ສະອາດທາງດ້ານສິນລະທຳເຊິ່ງເຮັດໃຫ້ເຮົາມີຄວາມສຸກ. ເຈົ້າຈື່ໄດ້ບໍວ່າຊີວິດຂອງເຈົ້າເປັນແນວໃດກ່ອນມາຮູ້ຈັກພະເຢໂຫວາ? ອັກຄະສາວົກໂປໂລເຕືອນຄລິດສະຕຽນໃນເມືອງໂລມວ່າ “ເມື່ອກ່ອນທ່ານທັງຫຼາຍເປັນທາດຂອງການບາບ” ແຕ່ໄດ້ກາຍມາເປັນ “ທາດຂອງຄວາມຊອບທຳ.” ຍ້ອນວ່າເຂົາເຈົ້າກຳລັງໃຊ້ຊີວິດທີ່ສະອາດ ເຂົາເຈົ້າສາມາດຄອຍຖ້າຊີວິດຕະຫຼອດໄປ. (ໂລມ 6:) ເຮົາກໍເຊັ່ນກັນໄດ້ຕິດຕາມມາດຕະຖານຂອງພະເຢໂຫວາ ດັ່ງນັ້ນເຮົາຈຶ່ງຫຼຸດພົ້ນຈາກຄວາມເສົ້າໃຈເຊິ່ງເປັນຜົນມາຈາກການໃຊ້ຊີວິດໃນແບບທີ່ຜິດສິນລະທຳ ຫຼືທີ່ມັກຄວາມຮຸນແຮງ. ເຮົາມີຄວາມຍິນດີແທ້ໆທີ່ໄດ້ຫຼຸດພົ້ນ! 17-22
ຂໍໃຫ້ພິຈາລະນາເລື່ອງຂອງໄຮເມ ເຊິ່ງເຄີຍເປັນຄົນທີ່ເຊື່ອໃນເລື່ອງວິວັດທະນາການແລະບໍ່ເຊື່ອໃນເລື່ອງພະເຈົ້າ ແລະລາວຍັງເປັນນັກມວຍນຳອີກ. ໄຮເມເລີ່ມຕົ້ນເຂົ້າຮ່ວມການປະຊຸມຕ່າງໆແລະໄດ້ສຳຜັດໃນຄວາມຮັກທີ່ລາວພົບເຫັນຢູ່ທີ່ນັ້ນ. ເພື່ອຈະປະຖິ້ມຮູບແບບຊີວິດເກົ່າໆ ໄຮເມຕ້ອງຂໍໃຫ້ພະເຢໂຫວາຊ່ວຍລາວໃຫ້ມີຄວາມເຊື່ອໃນພະອົງ. ໄຮເມເວົ້າວ່າ “ເທື່ອລະເລັກລະໜ້ອຍ ຂ້ອຍໄດ້ຄົ້ນພົບວ່າມີພໍ່ທີ່ປ່ຽມດ້ວຍຄວາມຮັກແລະມີພະເຈົ້າທີ່ມີຄວາມເມດຕາ. ການຮັກສາມາດຕະຖານທີ່ຊອບທຳຂອງພະເຢໂຫວາເປັນການປົກປ້ອງສຳລັບຂ້ອຍ. ຖ້າຂ້ອຍບໍ່ປ່ຽນແປງຊີວິດ ຂ້ອຍອາດຖືກຂ້າຄືກັບພວກໝູ່ເກົ່າບາງຄົນທີ່ເປັນນັກມວຍ. ເວລາຫຼາຍປີທີ່ຂ້ອຍມີຄວາມສຸກທີ່ສຸດໃນຊີວິດແມ່ນການໃຊ້ເວລາເພື່ອຮັບໃຊ້ພະເຢໂຫວາ.”
ຢ່າຍອມແພ້!
ເຮົາຄວນຮູ້ສຶກແນວໃດໃນຂະນະທີ່ຄອຍຖ້າອະວະສານຂອງໂລກຊົ່ວນີ້? ຂໍໃຫ້ຈື່ວ່າ ເຮົາກຳລັງເຮັດຕາມຈຸດປະສົງຂອງພະເຈົ້າແລະກຳລັງຄອຍຖ້າຊີວິດຕະຫຼອດໄປ. ດັ່ງນັ້ນ “ພວກເຮົາຢ່າອ່ອນແຮງໄປກະທຳການດີ ເພາະວ່າຖ້າເຮົາທັງຫຼາຍບໍ່ອ່ອນໃຈໄປ ເຮົາຈະກ່ຽວເກັບໝາກໃນເວລາອັນສົມຄວນ.” (ຄາລາຊີ 6:8, 9) ດ້ວຍການຊ່ວຍເຫຼືອຈາກພະເຢໂຫວາ ຂໍໃຫ້ເຮົາອົດທົນແລະພະຍາຍາມຢ່າງໜັກເພື່ອປູກຝັງຄຸນລັກສະນະຕ່າງໆທີ່ຈຳເປັນຕ້ອງມີເພື່ອຈະລອດຜ່ານ “ຄວາມທຸກທໍລະມານມາກຫຼາຍ” ແລະຮັບໃຊ້ພະເຢໂຫວາຕໍ່ໆໄປດ້ວຍຄວາມຍິນດີ.—ຄຳປາກົດ 7:9, 13, 14; ຢາໂກໂບ 1:2-4
ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຈະໃຫ້ລາງວັນສຳລັບຄວາມອົດທົນຂອງເຮົາເພາະພະອົງຮູ້ຈັກວຽກທີ່ເຮົາເຮັດແລະຄວາມຮັກທີ່ເຮົາສະແດງຕໍ່ພະອົງແລະຕໍ່ຊື່ຂອງພະອົງ. ຖ້າເຮົາຮັບໃຊ້ພະອົງຕໍ່ໆໄປດ້ວຍຄວາມຍິນດີ ເຮົາຈະເປັນຄືກັບດາວິດຜູ້ຂຽນຄຳເພງເຊິ່ງເວົ້າວ່າ: “ຂ້ານ້ອຍໄດ້ຕັ້ງໃຈໃຫ້ມີພະເຢໂຫວາຢູ່ພາຍໜ້າຂ້ານ້ອຍເລື້ອຍບໍ່ຂາດ. ຂ້ານ້ອຍຈະບໍ່ຫວັ່ນໄຫວຍ້ອນພະອົງສະຖິດຢູ່ຂ້າງຂວາຂ້ານ້ອຍ. ເຫດສັນນີ້ໃຈຂ້ານ້ອຍກໍຊົມຊື່ນຍິນດີແລະຈິດຂ້ານ້ອຍກໍຊື່ນໃຈ. ເນື້ອໜັງຂ້ານ້ອຍດ້ວຍກໍຈະຢູ່ເຢັນເປັນສຸກໃນຄວາມໄວ້ໃຈ.”—ຄຳເພງ 16:8, 9