ເລື່ອງຊີວິດຈິງ
ພະເຢໂຫວາ ‘ຊີ້ນຳຂ້ອຍໃຫ້ໄປໃນທາງທີ່ຖືກຕ້ອງ’
ພີ່ນ້ອງຊາຍໜຸ່ມຄົນໜຶ່ງຖາມຂ້ອຍວ່າ: “ຂໍ້ພະຄຳພີທີ່ເຈົ້າມັກທີ່ສຸດແມ່ນຂໍ້ໃດ?” ຂ້ອຍຕອບລາວເລີຍວ່າ “ສຸພາສິດ 3:5, 6 ທີ່ບອກວ່າ: ‘ຈົ່ງປົງໃຈໃນພະເຢໂຫວາດ້ວຍສຸດຈິດ ແລະຢ່າວາງໃຈໃນສະຕິປັນຍາຂອງເຈົ້າ. ໃນຮີດຄອງທັງຫຼາຍຂອງເຈົ້າ ຈົ່ງຍອມຮູ້ຈັກພະເຈົ້າ ແລະພະອົງຈະນຳໜ້າເຈົ້າໄປໃນຫົນທາງທັງຫຼາຍຂອງເຈົ້າ.’” ແລ້ວພະເຢໂຫວາຊີ້ນຳທາງຂ້ອຍແນວໃດ?
ພໍ່ແມ່ຊ່ອຍຂ້ອຍໃຫ້ເລີ່ມຕົ້ນຢູ່ໃນທາງທີ່ຖືກຕ້ອງ
ພໍ່ແມ່ຂອງຂ້ອຍໄດ້ຮຽນຄວາມຈິງຫຼັງຈາກປີ 1920 ກ່ອນທີ່ຈະແຕ່ງດອງກັນ. ແລະຂ້ອຍເກີດຕົ້ນປີ 1939 ຢູ່ປະເທດອັງກິດ. ຕອນຂ້ອຍເປັນເດັກນ້ອຍຂ້ອຍມັກໄປປະຊຸມນຳພໍ່ແມ່ ແລະຕໍ່ມາໄດ້ເຂົ້າໂຮງຮຽນການຮັບໃຊ້ຕາມລະບອບຂອງພະເຈົ້າ. ຂ້ອຍຍັງຈື່ໄດ້ວ່າຕອນຂ້ອຍອາຍຸ 6 ປີຂ້ອຍໄດ້ຂຶ້ນບັນລະຍາຍເທື່ອທຳອິດ. ຂ້ອຍຕ້ອງຢຽບກ່ອງໃຫ້ສູງຂຶ້ນເພື່ອທີ່ຈະເຫັນຜູ້ຟັງ. ຂ້ອຍຮູ້ສຶກຕື່ນເຕັ້ນແລະຢ້ານຫຼາຍຈົນຂາສັ່ນທີ່ຕ້ອງບັນລະຍາຍຕໍ່ໜ້າຫຼາຍຄົນ.
ຂ້ອຍໄດ້ໄປປະກາດນຳພໍ່ຕອນອາຍຸ 8 ປີ. ພໍ່ໄດ້ຂຽນຄຳພະຍານໃສ່ບັດໃຫ້ຂ້ອຍເພື່ອຂ້ອຍຈະສາມາດປະກາດຜູ້ດຽວໄດ້. ຂ້ອຍຍື່ນບັດນັ້ນໃຫ້ເຈົ້າຂອງເຮືອນອ່ານ ແລ້ວເຈົ້າຂອງເຮືອນກໍຮັບເອົາປຶ້ມທີ່ມີຊື່ວ່າ “ຈົ່ງໃຫ້ພະເຈົ້າເປັນອົງສັດຈິງ”! ທີ່ຂ້ອຍໄດ້ສະເໜີໃຫ້. ຂ້ອຍດີໃຈຫຼາຍຈຶ່ງແລ່ນອອກໄປບອກພໍ່. ການປະກາດແລະການປະຊຸມຊ່ອຍໃຫ້ຂ້ອຍມີຄວາມສຸກ ແລະເຮັດໃຫ້ຂ້ອຍຢາກຮັບໃຊ້ພະເຢໂຫວາເຕັມເວລາ.
ຂ້ອຍຮູ້ສຶກມັກຄຳພີໄບເບິນຫຼາຍຂຶ້ນເລື້ອຍໆ ຕັ້ງແຕ່ພໍ່ຂອງຂ້ອຍໄດ້ສັ່ງຈອງວາລະສານຫໍສັງເກດການ ທາງໄປສະນີໃຫ້ຂ້ອຍ. ຂ້ອຍອ່ານຫໍສັງເກດການ ທຸກສະບັບທີ່ມາຮອດ. ນີ້ເຮັດໃຫ້ຂ້ອຍໄວ້ວາງໃຈພະເຢໂຫວາຫຼາຍຂຶ້ນ ແລະຢາກອຸທິດຕົວໃຫ້ກັບເພິ່ນ.
ໃນປີ 1950 ຄອບຄົວຂອງເຮົາໄດ້ເຂົ້າຮ່ວມການປະຊຸມໃຫຍ່ການເພີ່ມພູນແຫ່ງລະບອບຂອງພະເຈົ້າຢູ່ທີ່ນິວຢອກ. ໃນວັນພະຫັດທີ 3 ເດືອນສິງຫາຫົວຂໍ້ໃນມື້ນັ້ນແມ່ນ “ເລື່ອງກ່ຽວກັບມິດຊັນນາຣີ.” ໃນມື້ນັ້ນພີ່ນ້ອງແຄຣີບາເບີ ເຊິ່ງເປັນສະມາຊິກຄະນະກຳມະການປົກຄອງໄດ້ໃຫ້ຄຳບັນລະຍາຍຮັບບັບເຕມາ. ຕອນທີ່ໃກ້ຈະຈົບຄຳບັນລະຍາຍແລ້ວ ຜູ້ບັນລະຍາຍ
ໄດ້ຖາມຜູ້ທີ່ຈະຮັບບັບເຕມາ 2 ຄຳຖາມ ແລະຂ້ອຍກໍໄດ້ຢືນຂຶ້ນແລະຕອບວ່າ “ແມ່ນ.” ເຖິງວ່າຕອນນັ້ນຂ້ອຍຈະອາຍຸ 11 ປີແຕ່ຂ້ອຍກໍຮູ້ວ່ານີ້ເປັນຂັ້ນຕອນທີ່ສຳຄັນຫຼາຍ. ແຕ່ຕອນທີ່ຈະຍ່າງລົງໄປໃນນ້ຳຂ້ອຍຮູ້ສຶກຢ້ານຫຼາຍເພາະວ່າຂ້ອຍລອຍນ້ຳບໍ່ເປັນ. ແຕ່ອາວໄດ້ພາຂ້ອຍລົງໄປໃນອ່າງນ້ຳແລະບອກກັບຂ້ອຍວ່າບໍ່ຕ້ອງຢ້ານ. ຂ້ອຍຮູ້ສຶກວ່າມັນຜ່ານໄປໄວຫຼາຍ ຕີນຂ້ອຍບໍ່ເຖິງພື້ນອ່າງນ້ຳຊ້ຳ. ພີ່ນ້ອງຄົນໜຶ່ງຈຸ່ມຂ້ອຍລົງນ້ຳ ແລະພີ່ນ້ອງອີກຄົນໜຶ່ງກໍຍົກຂ້ອຍອອກມາຈາກນ້ຳ. ນັບຕັ້ງແຕ່ມື້ທີ່ສຳຄັນນັ້ນ ພະເຢໂຫວາກໍໄດ້ພາຂ້ອຍໄປໃນທາງທີ່ຖືກຕ້ອງຕໍ່ໆໄປ.ໄວ້ວາງໃຈພະເຢໂຫວາ
ຂ້ອຍຢາກເປັນໄພໂອເນຍຫຼັງຈາກທີ່ຂ້ອຍຮຽນຈົບມັດທະຍົມ ແຕ່ວ່າອາຈານກົດດັນໃຫ້ຂ້ອຍຮຽນສູງໆ. ຂ້ອຍກໍເລີຍເຮັດຕາມທີ່ເຂົາເຈົ້າກົດດັນແລ້ວຮຽນຕໍ່ທີ່ມະຫາວິທະຍາໄລ. ແຕ່ບໍ່ດົນຂ້ອຍກໍຄິດໄດ້ວ່າ ຖ້າຂ້ອຍຍັງຮຽນຢູ່ມະຫາວິທະຍາໄລຕໍ່ໄປ ຂ້ອຍຄືຊິມີຄວາມເຊື່ອເຂັ້ມແຂງບໍ່ໄດ້. ດັ່ງນັ້ນຂ້ອຍຈຶ່ງຕັດສິນໃຈອອກໂຮງຮຽນຕອນຮຽນຈົບປີ 1. ຂ້ອຍໄດ້ອະທິດຖານເລື່ອງນີ້ກັບພະເຢໂຫວາແລະຂຽນຈົດໝາຍທີ່ສະແດງຄວາມນັບຖືຕໍ່ໂຮງຮຽນເພື່ອຈະລາອອກ. ຂ້ອຍໄວ້ໃຈພະເຢໂຫວາແລະເລີ່ມເປັນໄພໂອເນຍເລີຍ.
ຂ້ອຍເລີ່ມຮັບໃຊ້ເຕັມເວລາໃນເດືອນກໍລະກົດປີ 1957 ຢູ່ເມືອງແວວລິງບາວໂຣ. ຂ້ອຍຖາມພີ່ນ້ອງຢູ່ເບເທນລອນດອນວ່າ ມີພີ່ນ້ອງໄພໂອເນຍທີ່ມີປະສົບການທີ່ຈະມາເປັນໝູ່ຂ້ອຍໄດ້ບໍ? ແລ້ວຄົນທີ່ມາເປັນໝູ່ຂ້ອຍນັ້ນກໍຄືພີ່ນ້ອງເບີດໄວຊີ. ຂ້ອຍໄດ້ຮຽນຮູ້ຈາກລາວຫຼາຍຢ່າງ. ຄວາມດຸໝັ່ນຫ້າວຫັນຂອງລາວຊ່ອຍຂ້ອຍໃຫ້ສາມາດຈັດຕາຕະລາງປະກາດໄດ້ຢ່າງດີ. ປະຊາຄົມທີ່ຂ້ອຍຢູ່ມີ 8 ຄົນ. ມີພີ່ນ້ອງຍິງທີ່ສູງອາຍຸ 6 ຄົນ ພີ່ນ້ອງເບີດໄວຊີ ແລະຂ້ອຍ. ຍ້ອນຂ້ອຍຕ້ອງກຽມແລະເຮັດຫຼາຍສ່ວນໃນການປະຊຸມຈຶ່ງເຮັດໃຫ້ຂ້ອຍໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນ ແລະສາມາດທີ່ຈະສະແດງຄວາມເຊື່ອນັ້ນອອກມາ.
ຫຼັງຈາກທີ່ຂ້ອຍເຂົ້າຄຸກໄດ້ບໍ່ດົນຍ້ອນບໍ່ຍອມເປັນທະຫານ ຂ້ອຍກໍໄດ້ພົບກັບບາບະຣາເຊິ່ງເປັນໄພໂອເນຍພິເສດ. ຫຼັງຈາກນັ້ນພວກເຮົາກໍແຕ່ງດອງໃນປີ 1959 ແລະເຮົາພ້ອມທີ່ຈະເຮັດວຽກມອບໝາຍບໍ່ວ່າຈະຢູ່ບ່ອນໃດກໍຕາມ. ທຳອິດເຮົາຖືກສົ່ງໄປແລນຄາເຊຍພາກຕາເວັນຕົກສຽງເໜືອຂອງປະເທດອັງກິດ. ຫຼັງຈາກນັ້ນໃນເດືອນມັງກອນປີ 1961 ຂ້ອຍຖືກເຊີນໃຫ້ເຂົ້າໂຮງຮຽນພະລາຊະກິດຫຼັກສູດໜຶ່ງເດືອນຢູ່ເບເທນລອນດອນ. ຕອນທີ່ຮຽນຈົບຫຼັກສູດຂ້ອຍຮູ້ສຶກດີໃຈຫຼາຍທີ່ໄດ້ຖືກມອບໝາຍໃຫ້ເປັນຜູ້ດູແລເດີນທາງ. ແລະຂ້ອຍຍັງໄດ້ຮັບການຝຶກອົບຮົມຈາກຜູ້ດູແລໝວດທີ່ມີປະສົບການຢູ່ໃນເມືອງເບີມິງແຮມເປັນເວລາສອງອາທິດແລະບາບະຣາກໍຢູ່ນຳຂ້ອຍ. ຫຼັງຈາກຝຶກອົບຮົມແລ້ວເຮົາກໍຖືກສົ່ງໃຫ້ກັບມາຮັບໃຊ້ຢູ່ແລນຄາເຊຍແລະເຊເຊີ.
ການໄວ້ໃຈພະເຢໂຫວາບໍ່ເຄີຍເຮັດໃຫ້ຜິດຫວັງ
ຍາມລາພັກໃນເດືອນສິງຫາປີ 1962 ຕອນທີ່ເຮົາພັກຜ່ອນເຮົາໄດ້ຮັບຈົດໝາຍຈາກສຳນັກງານສາຂາ. ໃນຈົດໝາຍນັ້ນມີໃບສະໝັກເຂົ້າໂຮງຮຽນກິລຽດມານຳ. ເຮົາໄດ້ອະທິດຖານເຖິງພະເຢໂຫວາກ່ຽວກັບເລື່ອງນີ້. ຈາກນັ້ນຂ້ອຍແລະບາບະຣາຈຶ່ງໄດ້ຂຽນໃບສະໝັກແລະສົ່ງກັບຄືນສາຂາທັນທີ. 5 ເດືອນຕໍ່ມາເຮົາກໍໄດ້ເດີນທາງໄປບຸກລິນນິວຢອກເພື່ອເຂົ້າໂຮງຮຽນກິລຽດລຸ້ນທີ 38 ຫຼັກສູດ 10 ເດືອນ.
ໃນໂຮງຮຽນກິລຽດເຮົາບໍ່ພຽງແຕ່ໄດ້ຮຽນຮູ້ກ່ຽວກັບຄຳພີໄບເບິນແລະອົງການຂອງພະເຢໂຫວາເທົ່ານັ້ນ ແຕ່ເຮົາຍັງໄດ້ຮຽນຮູ້ກ່ຽວກັບພີ່ນ້ອງຕະຫຼອດທົ່ວໂລກນຳ. ເນື່ອງຈາກຕອນນັ້ນເຮົາອາຍຸພຽງແຕ່ 20 ປາຍປີ ສະນັ້ນເຮົາຈຶ່ງຕ້ອງໄດ້ຮຽນຫຼາຍຢ່າງຈາກນັກຮຽນຄົນອື່ນໆໃນຫ້ອງດຽວກັນ. ຂ້ອຍຮູ້ສຶກເປັນກຽດຫຼາຍທີ່ໃນແຕ່ລະມື້ຂ້ອຍໄດ້ເຮັດວຽກມອບໝາຍໃກ້ຊິດກັບພີ່ນ້ອງເຟຣດ ຣັກ ເຊິ່ງເປັນຄູຄົນໜຶ່ງໃນໂຮງຮຽນນີ້. ລາວມັກຈະເນັ້ນວ່າເມື່ອໃຫ້ຄຳແນະນຳ ຄວນເຮັດໃຫ້ແນ່ໃຈວ່າມາຈາກຫຼັກການໃນຄຳພີໄບເບິນ. ນອກຈາກນັ້ນເຮົາຍັງໄດ້ຟັງຄຳບັນລະຍາຍຈາກພີ່ນ້ອງທີ່ມີປະສົບການທີ່ຖືກເຊີນໃຫ້ມາບັນລະຍາຍເຊັ່ນ: ພີ່ນ້ອງນາທານ ນໍ ພີ່ນ້ອງເຟດເດີຣິກ ເຟຣນສ໌ ແລະພີ່ນ້ອງຄານ ຄລາຍ. ແລະເຮົາຍັງໄດ້ຮຽນຈາກຕົວຢ່າງທີ່ຖ່ອມຕົວຂອງພີ່ນ້ອງເອ. ເອັດຈ໌. ແມັກມິວແລນເຊິ່ງໄດ້ສອນເຮົາໃຫ້ຮູ້ກ່ຽວກັບວິທີທີ່ພະເຢໂຫວາຊີ້ນຳຜູ້ຮັບໃຊ້ຂອງເພິ່ນໃນໄລຍະທີ່ມີຄວາມຫຍຸ້ງຍາກລຳບາກແຕ່ປີ 1914 ຫາຕົ້ນປີ 1919.
ການປ່ຽນວຽກມອບໝາຍ
ຕອນໃກ້ຊິຈົບໂຮງຮຽນກິລຽດພີ່ນ້ອງນໍບອກຂ້ອຍກັບບາບະຣາວ່າເຮົາຈະຖືກສົ່ງໃຫ້ໄປພາກໃຕ້ຂອງປະເທດບູຣຸນດີໃນທະວີບອາຝຼິກກາ. ເມື່ອໄດ້ຍິນແບບນັ້ນເຮົາກໍຟ້າວໄປຫ້ອງສະໝຸດຂອງເບເທນເພື່ອເບິ່ງປຶ້ມປະຈຳປີ ວ່າມີຜູ້ປະກາດຈັກຄົນໃນບູຣຸນດີໃນຕອນນັ້ນ. ແຕ່ເຮົາຮູ້ສຶກແປກໃຈຫຼາຍທີ່ບໍ່ມີຜູ້ປະກາດຈັກຄົນເລີຍ. ເຮົາກຳລັງຈະໄປໃນເຂດທີ່ບໍ່ເຄີຍມີການປະກາດເລີຍ! ດັ່ງນັ້ນເຮົາຈຶ່ງຮູ້ສຶກກັງວົນໃຈຫຼາຍ! ແຕ່ຫຼັງຈາກທີ່ເຮົາໄດ້ອະທິດຖານ ເຮົາກໍຮູ້ສຶກສະຫງົບໃຈຫຼາຍຂຶ້ນ.
ໃນວຽກມອບໝາຍໃໝ່ຂອງເຮົາ ທຸກຢ່າງຕ່າງຈາກບ່ອນທີ່ເຮົາເຄີຍຢູ່ບໍ່ວ່າຈະເປັນພາສາ ວັດທະນະທຳ ແລະສະພາບອາກາດ. ບັດນີ້ເຮົາຕ້ອງຮຽນພາສາຝຣັ່ງແລະຊອກຫາບ່ອນຢູ່. ຫຼັງຈາກສອງມື້ທີ່ເຮົາມາຮອດນີ້ ພີ່ນ້ອງແຮຣີ ອາເນິດເຊິ່ງຮຽນຢູ່ກິລຽດນຳກັນໄດ້ມາຢາມເຮົາ. ລາວຖືກມອບໝາຍໃຫ້ໄປປະກາດຢູ່ປະເທດຊຳບີ. ລາວໄດ້ຊ່ອຍເຮົາຊອກຫາອາພາດເມັນເຊິ່ງເປັນເຮືອນມິດຊັນນາຣີຫຼັງທຳອິດຂອງພວກເຮົາ. ເຮົາເລີ່ມຮູ້ສຶກມ່ວນກັບການປະກາດຢູ່ບ່ອນນີ້ ແຕ່ບໍ່ດົນເຮົາກໍຖືກຕໍ່ຕ້ານຈາກອຳນາດປົກຄອງເຊິ່ງບໍ່ເຄີຍຮູ້ກ່ຽວກັບພະຍານພະເຢໂຫວາເລີຍ. ເຂົາເຈົ້າບອກກັບເຮົາວ່າຕ້ອງມີບັດແຮງງານເພື່ອຈະຢູ່ທີ່ນີ້. ເສຍດາຍທີ່ເຮົາຕ້ອງໄດ້ຍ້າຍອອກຈາກນີ້ແລ້ວໄປຢູ່ເຂດອູກັນດາ.
ເຮົາຮູ້ສຶກກັງວົນໃຈຫຼາຍທີ່ຕ້ອງຍ້າຍໄປອູກັນດາໂດຍທີ່ບໍ່ມີວີຊາ ແຕ່ເຮົາກໍໄວ້ວາງໃຈພະເຢໂຫວາ. ພີ່ນ້ອງຄົນ
ການາດາທີ່ຍ້າຍໄປຮັບໃຊ້ຢູ່ໃນເຂດທີ່ມີຄວາມຕ້ອງການຜູ້ປະກາດຫຼາຍກວ່າໃນອູກັນດາ ໄດ້ຊ່ອຍເວົ້າກັບຕຳຫຼວດກວດຄົນເຂົ້າ-ອອກເມືອງເພື່ອໃຫ້ເຮົາເຂົ້າໄປໃນປະເທດນີ້ໄດ້. ແລະເຂົາເຈົ້າອະນຸຍາດໃຫ້ເຮົາຢູ່ນີ້ໄດ້ສອງສາມເດືອນຈົນກວ່າຈະແລ່ນເອກະສານເພື່ອຢູ່ໃນປະເທດນີ້ໄດ້ຢ່າງຖືກຕ້ອງ. ນີ້ສະແດງໃຫ້ເຫັນວ່າພະເຢໂຫວາຊ່ວຍເຫຼືອເຮົາ.ສະພາບການຢູ່ໃນອູກັນດາແຕກຕ່າງກັນຫຼາຍຈາກບູຣຸນດີ. ເຖິງວ່າໝົດປະເທດນັ້ນຈະມີພີ່ນ້ອງພຽງແຕ່ 28 ຄົນ ແຕ່ເຮົາກໍສາມາດປະກາດໄດ້. ຢູ່ໃນເຂດນີ້ມີຫຼາຍຄົນທີ່ເວົ້າພາສາອັງກິດ. ແຕ່ບໍ່ດົນເຮົາກໍໄດ້ຮູ້ວ່າເພື່ອຈະຊ່ອຍໃຫ້ຜູ້ສົນໃຈໃຫ້ມີຄວາມຮູ້ຫຼາຍຂຶ້ນ ເຮົາຕ້ອງຮຽນພາສາທ້ອງຖິ່ນຂອງເຂົາເຈົ້າຢ່າງໜ້ອຍໜຶ່ງພາສາ. ເຮົາເລີ່ມປະກາດໃນເຂດແກມປາລາທີ່ມີຄົນເວົ້າພາສາລູການດາ. ດັ່ງນັ້ນພວກເຮົາຈຶ່ງຕັດສິນໃຈຮຽນພາສານີ້. ຕ້ອງໃຊ້ເວລາຫຼາຍປີເພື່ອຈະເວົ້າພາສານີ້ໄດ້ຢ່າງຄ່ອງແຄ່ວດີ. ແຕ່ການຮຽນພາສານີ້ກໍເຮັດໃຫ້ເຮົາເຮັດວຽກຮັບໃຊ້ໄດ້ດີຂຶ້ນ. ເຮົາເລີ່ມເຂົ້າໃຈວ່າຈະຊ່ອຍນັກສຶກສາແນວໃດໃຫ້ມີຄວາມເຊື່ອຫຼາຍຂຶ້ນ ແລະເຂົາເຈົ້າກໍເປີດໃຈລົມກັບເຮົາວ່າເຂົາເຈົ້າຮູ້ສຶກແນວໃດກັບສິ່ງທີ່ໄດ້ຮຽນ.
ການເດີນທາງທີ່ພິເສດ
ເຮົາມີຄວາມສຸກຫຼາຍທີ່ໄດ້ຊ່ອຍຫຼາຍຄົນໃຫ້ຮຽນຮູ້ຄວາມຈິງ ແລະກໍມີຄວາມສຸກຫຼາຍແທ້ໆທີ່ໄດ້ຖືກມອບໝາຍໃຫ້ເຮັດວຽກເດີນທາງໄປຫຼາຍປະເທດ. ພາຍໃຕ້ການຊີ້ນຳຂອງສາຂາເກນຢາ ເຮົາໄດ້ເດີນທາງໄປທົ່ວປະເທດເພື່ອຊອກຫາເຂດທີ່ເໝາະກັບໄພໂອເນຍພິເສດ. ຫຼາຍເທື່ອເຮົາກໍເຈິຄົນທີ່ບໍ່ເຄີຍຮູ້ຈັກພະຍານພະເຢໂຫວາມາກ່ອນ ແຕ່ເຂົາເຈົ້າກໍຕ້ອນຮັບເຮົາຢ່າງດີແລະບາງເທື່ອເຖິງຂັ້ນຊວນເຮົາກິນເຂົ້ານຳ.
ການເດີນທາງເທື່ອນີ້ແມ່ນແຕກຕ່າງຈາກເທື່ອກ່ອນ. ຂ້ອຍຂີ່ລົດໄຟຈາກແກມປາລາສອງມື້ເພື່ອໄປທ່າເຮືອມອມບາຊາຢູ່ປະເທດເກນຢາ. ແລ້ວຈາກນັ້ນກໍຂີ່ເຮືອໄປເຊແຊນເຊິ່ງເປັນໝູ່ເກາະໜຶ່ງໃນມະຫາສະໝຸດອິນເດຍ. ຫຼັງຈາກນັ້ນຕັ້ງແຕ່ປີ 1965-1972 ບາບະຣາກໍໄດ້ຮ່ວມເດີນທາງກັບຂ້ອຍໄປຢ້ຽມຢາມເຊແຊນ. ຕອນທຳອິດມີຜູ້ປະກາດພຽງແຕ່ສອງຄົນທີ່ຢູ່ໃນເຂດນັ້ນ ແລ້ວຕໍ່ຈາກນັ້ນກໍກາຍມາເປັນກຸ່ມ ແລ້ວກໍກາຍມາເປັນປະຊາຄົມ. ໃນການເດີນທາງຄັ້ງອື່ນ ຂ້ອຍໄດ້ມີໂອກາດໄປຢ້ຽມຢາມພີ່ນ້ອງຢູ່ໃນເອຣີເຕຣ ເອທິໂອເປຍ ແລະຊູດັງ.
ສະພາບການບ້ານເມືອງໃນອູກັນດາໄດ້ປ່ຽນໄວຫຼາຍຫຼັງຈາກທີ່ພວກທະຫານປົກຄອງ. ຕອນນັ້ນເປັນຕາຢ້ານຫຼາຍແລະເປັນເລື່ອງສຳຄັນທີ່ຈະເຮັດຕາມຄຳແນະນຳທີ່ຢູ່ໃນຄຳພີໄບເບິນທີ່ບອກວ່າ: “ສິ່ງໃດທີ່ເປັນຂອງເຊຊາກໍໃຫ້ແກ່ເຊຊາ.” (ມຣກ. 12:17) ຄົນຕ່າງປະເທດທຸກຄົນທີ່ຢູ່ໃນອູກັນດາຕ້ອງໄປແຈ້ງຫ້ອງການບ້ານຢູ່ໃກ້ເຮືອນຂອງເຂົາເຈົ້າ ແລະພວກເຮົາກໍໄດ້ເຮັດແບບນັ້ນ. ສອງສາມມື້ຕໍ່ມາຕອນທີ່ເຮົາຂັບລົດທາງແກມປາລາຕຳຫຼວດນອກເຄື່ອງແບບກໍໄດ້ມາກັກຕົວຂ້ອຍແລະມິດຊັນນາຣີອີກຄົນໜຶ່ງ. ເຮົາຢ້ານຫຼາຍ! ເຂົາເຈົ້າກ່າວຫາວ່າເຮົາເປັນສາຍລັບແລະເອົາພວກເຮົາໄປຫ້ອງການຕຳຫຼວດ. ແລະເຮົາກໍໄດ້ອະທິບາຍວ່າເຮົາເປັນຜູ້ສອນສາສະໜາ. ເຮົາໄດ້ບອກເຂົາເຈົ້າວ່າເຮົາໄດ້ແຈ້ງຫ້ອງການບ້ານແລ້ວ ແຕ່ເຂົາເຈົ້າບໍ່ຟັງ. ແລ້ວເຂົາເຈົ້າກໍພາເຮົາໄປຫ້ອງການບ້ານທີ່ຢູ່ໃກ້ເຮືອນມິດຊັນນາຣີ. ເຮົາຮູ້ສຶກໂລ່ງໃຈຫຼາຍທີ່ເຈົ້າໜ້າທີ່ຢູ່ຫັ້ນຈື່ເຮົາໄດ້ແລະບອກວ່າເຮົາໄດ້ແຈ້ງບ້ານແລ້ວ ແລະລາວກໍສັ່ງໃຫ້ຕຳຫຼວດປ່ອຍເຮົາ!
ໃນຕອນນັ້ນເຮົາມັກເຈິທະຫານກວດເອກະສານຕາມທາງເລື້ອຍໆ. ນີ້ເຮັດໃຫ້ເຮົາອຸກໃຈຫຼາຍ ເພາະວ່າທະຫານສ່ວນຫຼາຍມັກກິນເຫຼົ້າ. ແຕ່ທຸກຄັ້ງເຮົາກໍໄດ້ອະທິດຖານແລະຮູ້ສຶກສະຫງົບໃຈແລະເຮົາກໍຖືກປ່ອຍຕົວ. ແຕ່ໜ້າ
ເສຍດາຍໃນປີ 1973 ມິດຊັນນາຣີທີ່ເປັນຄົນຕ່າງປະເທດທຸກຄົນຕ້ອງອອກຈາກປະເທດອູກັນດາ.ເທື່ອນີ້ເຮົາຖືກສົ່ງໄປກົດດີວົວເຊິ່ງຢູ່ພາກຕາເວັນຕົກຂອງອາຝຼິກກາ. ນີ້ເປັນການປ່ຽງແປງຄັ້ງໃຫຍ່ໆສຳລັບພວກເຮົາ. ເຮົາຕ້ອງໄດ້ກັບມາເວົ້າພາສາຝຣັ່ງອີກ ແລະປັບຕົວໃຫ້ເຂົ້າກັບວັດທະນະທຳແລະພີ່ນ້ອງມິດຊັນນາຣີທີ່ມາຈາກປະເທດອື່ນໆ. ອີກເທື່ອໜຶ່ງເຮົາໄດ້ເຫັນວ່າພະເຢໂຫວາຊີ້ນຳຄົນທີ່ມີຫົວໃຈຖ່ອມໃຫ້ສົນໃຈຂ່າວດີ! ແລະເຮົາກໍໄດ້ເຫັນວ່າການໄວ້ວາງໃຈພະເຢໂຫວາເຮັດໃຫ້ເຮົາສາມາດຢູ່ໃນທາງຖືກຕ້ອງຕໍ່ໄປໄດ້.
ມື້ໜຶ່ງບາບະຣາຖືກກວດພົບວ່າເປັນພະຍາດມະເຮັງ ເຊິ່ງເຮັດໃຫ້ເຮົາຕົກໃຈຫຼາຍ. ເຖິງວ່າເຮົາຈະສາມາດໄປປິ່ນປົວຢູ່ຕ່າງປະເທດໄດ້ ແຕ່ໃນປີ 1983 ເຮົາກໍຮູ້ວ່າເຮົາບໍ່ສາມາດຮັບໃຊ້ຢູ່ອາຝຼິກກາໄດ້ອີກແລ້ວ. ເຮົາຮູ້ສຶກເສຍໃຈຫຼາຍແທ້ໆ!
ສະພາບການປ່ຽນແປງ
ຕອນທີ່ພວກເຮົາຮັບໃຊ້ຢູ່ເບເທນລອນດອນບາບະຣາເລີ່ມປ່ວຍໜັກຂຶ້ນເລື້ອຍໆ ແລ້ວສຸດທ້າຍລາວກໍຕາຍ. ພີ່ນ້ອງໃນເບເທນຊ່ວຍເຫຼືອຂ້ອຍຫຼາຍແທ້ໆ. ພີ່ນ້ອງຄູ່ຜົວເມຍໜຶ່ງໄດ້ຊ່ອຍຂ້ອຍໃຫ້ທຳໃຈກັບເລື່ອງນີ້ໄດ້ແລະໄວ້ວາງໃຈພະເຢໂຫວາຕໍ່ໄປ. ຕໍ່ມາຂ້ອຍກໍໄດ້ພົບກັບພີ່ນ້ອງຍິງຄົນໜຶ່ງຊື່ແອນທີ່ມາຊ່ອຍວຽກເບເທນ. ລາວເປັນໄພໂອເນຍພິເສດແລະລາວກໍຮັກພະເຢໂຫວາຫຼາຍ. ຂ້ອຍກັບແອນແຕ່ງດອງໃນປີ 1989 ແລະເຮົາຮັບໃຊ້ຢູ່ເບເທນລອນດອນຈົນຮອດທຸກມື້ນີ້.
ຕັ້ງແຕ່ປີ 1995-2018 ຂ້ອຍຮູ້ສຶກເປັນກຽດຫຼາຍທີ່ໄດ້ເປັນຕົວແທນຂອງສຳນັກງານໃຫຍ່ (ຕອນນັ້ນເອີ້ນວ່າຜູ້ດູແລໂຊນ) ເຊິ່ງໄດ້ໄປຢ້ຽມຢາມເກືອບຮອດ 60 ປະເທດ. ທຸກເທື່ອທີ່ຂ້ອຍໄປຢ້ຽມຢາມຂ້ອຍເຫັນດ້ວຍຕາຕົວເອງວ່າ ພະເຢໂຫວາອວຍພອນຜູ້ຮັບໃຊ້ຂອງພະອົງໃນຫຼາຍສະພາບການ.
ປີ 2017 ເຮົາໄດ້ໄປຢ້ຽມຢາມຫຼາຍບ່ອນໃນອາຝຼິກກາ. ຂ້ອຍດີໃຈຫຼາຍທີ່ໄດ້ພາແອນໄປປະເທດບູຣຸນດີເທື່ອທຳອິດ ແລະເຮົາສອງຄົນກໍປະທັບໃຈຫຼາຍທີ່ເຫັນວ່າມີຫຼາຍຄົນເຂົ້າມາໃນຄວາມຈິງ! ໃນທົ່ວປະເທດມີຜູ້ປະກາດທັງໝົດຫຼາຍກວ່າ 15.500 ຄົນ ແລະເສັ້ນທາງທີ່ຂ້ອຍເຄີຍໄປປະກາດຕາມບ້ານເຮືອນໃນປີ 1964 ຕອນນີ້ມີເບເທນຫຼັງງາມໆຕັ້ງຢູ່ຫັ້ນ.
ຂ້ອຍດີໃຈຫຼາຍເມື່ອເຫັນຕາຕະລາງການຢ້ຽມຢາມສຳລັບປີ 2018 ເພາະໃນຕາຕະລາງນັ້ນມີລາຍຊື່ປະເທດກົດດີວົວນຳ. ແລະເມື່ອຂ້ອຍເດີນທາງມາຮອດອາບິດຈານເມືອງຫຼວງຂອງກົດດີວົວຂ້ອຍຮູ້ສຶກຄືໄດ້ກັບບ້ານຂອງຕົວເອງ. ເມື່ອຂ້ອຍສັງເກດເບິ່ງລາຍຊື່ເບີໂທຂອງພີ່ນ້ອງທີ່ເຮັດວຽກຢູ່ໃນເບເທນທີ່ພັກຢູ່ຂ້າງຫ້ອງຂ້ອຍ ຂ້ອຍຄິດວ່າເປັນພີ່ນ້ອງຊັອດຊູທີ່ຮັບໃຊ້ເປັນຜູ້ດູແລເມືອງຕອນທີ່ຂ້ອຍຢູ່ໃນອາບິດຈານ. ແຕ່ຂ້ອຍເຂົ້າໃຈຜິດ ເພາະພີ່ນ້ອງຊັອດຊູຜູ້ນີ້ແມ່ນລູກຊາຍຂອງລາວ.
ພະເຢໂຫວາຮັກສາຄຳເວົ້າສະເໝີ. ຄວາມຫຍຸ້ງຍາກຕ່າງໆທີ່ຂ້ອຍເຄີຍເຈິໄດ້ສອນຂ້ອຍໃຫ້ຮູ້ວ່າ ເມື່ອເຮົາໄວ້ໃຈພະເຢໂຫວາເພິ່ນກໍຊ່ອຍເຮົາໃຫ້ຢູ່ໃນທາງທີ່ຖືກຕ້ອງສະເໝີ. ຕັ້ງແຕ່ມື້ນີ້ໄປຂ້ອຍຕັ້ງໃຈທີ່ຈະໄປຕາມເສັ້ນທາງທີ່ສະຫວ່າງຂຶ້ນເລື້ອຍໆນີ້ຈົນຮອດໂລກໃໝ່—ສຸພາ 4:18.