ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 41

ເຈົ້າສາມາດມີຄວາມສຸກແທ້

ເຈົ້າສາມາດມີຄວາມສຸກແທ້

“ທຸກ​ຄົນ​ທີ່​ຢ້ານຢຳ​ພະເຢໂຫວາ​ກໍ​ມີ​ຄວາມສຸກ ຄື​ຄົນ​ທີ່​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ.”—ເພງ. 128:1, ລ.ມ.

ເພງ 110 “ຄວາມ​ຍິນດີ​ໃນ​ພະເຢໂຫວາ”

ໃຈ​ຄວາມ​ສຳຄັນ a

1. ເປັນຫຍັງ​ຄວາມສຸກ​ຂອງ​ເຮົາ​ຈຶ່ງ​ຂຶ້ນ​ຢູ່​ກັບ​ການ​ເພິ່ງ​ພະເຈົ້າ?

 ຄວາມສຸກ​ແທ້​ບໍ່​ໄດ້​ເປັນ​ຄວາມ​ຮູ້ສຶກ​ທີ່​ຢູ່​ກັບ​ເຮົາ​ພຽງ​ຊົ່ວຄາວ ແຕ່​ມັນ​ສາມາດ​ຢູ່​ກັບ​ເຮົາ​ໄປ​ຕະຫຼອດ. ຈະ​ເປັນ​ແບບນັ້ນ​ໄດ້​ແນວໃດ? ພະເຢຊູ​ອະທິບາຍ​ໃນ​ຄຳບັນຍາຍ​ເທິງ​ພູເຂົາ​ວ່າ “ຄົນ​ທີ່​ຮູ້​ຕົວ​ວ່າ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ​ກໍ​ມີ​ຄວາມສຸກ.” (ມທ. 5:3) ພະເຢຊູ​ຮູ້​ວ່າ​ມະນຸດ​ຖືກ​ສ້າງ​ໃຫ້​ມີ​ຄວາມ​ຕ້ອງການ​ທີ່​ຈະ​ຮູ້ຈັກ​ແລະ​ນະມັດສະການ​ພະເຢໂຫວາ​ພະເຈົ້າ​ທີ່​ເປັນ​ຜູ້​ສ້າງ​ຕົວ​ເຮົາ. ແລະ​ຍ້ອນ​ພະເຢໂຫວາ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມສຸກ” ດັ່ງນັ້ນ ຜູ້​ທີ່​ນະມັດສະການ​ເພິ່ນ​ກໍ​ຈະ​ມີ​ຄວາມສຸກ​ໄດ້​ຄື​ກັນ.—1​ຕມ. 1:11

“ຄົນ​ທີ່​ຖືກ​ຂົ່ມເຫງ​ເພາະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ມີ​ຄວາມສຸກ.”—ມທ. 5:10 (ເບິ່ງ​ຂໍ້ 2-3) e

2-3. (ກ) ພະເຢຊູ​ບອກ​ວ່າ​ໃຜ​ອີກ​ທີ່​ສາມາດ​ມີ​ຄວາມສຸກ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້ ແລະ​ເປັນຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

2 ເຮົາ​ຈະ​ມີ​ຄວາມສຸກ​ແທ້​ກໍ​ຕໍ່​ເມື່ອ​ເຮົາ​ບໍ່​ມີ​ບັນຫາ​ບໍ? ບໍ່​ແມ່ນ​ແບບນັ້ນ. ໃນ​ຄຳ​ບັນຍາຍ​ເທິງ​ພູເຂົາ​ພະເຢຊູ​ໄດ້​ບອກ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແປກໃຈ. ເພິ່ນ​ບອກ​ວ່າ ແມ່ນ​ແຕ່ “ຄົນ​ທີ່​ໂສກເສົ້າ” ອາດຈະ​ເປັນ​ຍ້ອນ​ຮູ້ສຶກ​ຜິດ​ກັບ​ສິ່ງ​ທີ່​ເຄີຍ​ເຮັດ​ຫຼື​ຍ້ອນ​ເຂົາເຈົ້າ​ເຈິ​ບັນຫາ​ທີ່​ໜັກ​ໜ່ວງ​ກໍ​ມີ​ຄວາມສຸກ. ແລະ​ເພິ່ນ​ຍັງ​ບອກ​ອີກ​ວ່າ “ຄົນ​ທີ່​ຖືກ​ຂົ່ມເຫງ​ເພາະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ” ຫຼື​ຄົນ​ທີ່ “ຖືກ​ຄົນອື່ນ​ດ່າ” ຍ້ອນ​ເປັນ​ລູກສິດ​ຂອງ​ພະເຢຊູ​ກໍ​ມີ​ຄວາມສຸກ. (ມທ. 5:4, 10, 11) ແຕ່​ຈະ​ເປັນ​ໄປ​ໄດ້​ແທ້ໆ​ບໍ​ທີ່​ຈະ​ມີ​ຄວາມສຸກ​ເມື່ອ​ຢູ່​ໃນ​ສະພາບການ​ແບບ​ນີ້?

3 ພະເຢຊູ​ສອນ​ເຮົາ​ວ່າ ຄວາມສຸກ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ສະພາບການ​ໃນ​ຊີວິດ ແຕ່​ຂຶ້ນ​ຢູ່​ກັບ​ການ​ໝາຍເພິ່ງ​ພະເຈົ້າ​ແລະ​ການ​ໃກ້ຊິດ​ກັບ​ເພິ່ນ. (ຢກບ. 4:8) ແຕ່​ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ? ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ 3 ຢ່າງ​ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ແທ້.

ອ່ານ​ແລະ​ສຶກສາ​ຄຳພີໄບເບິນ

4. ເພື່ອ​ເຮົາ​ຈະ​ມີ​ຄວາມສຸກ​ແທ້ ສິ່ງ​ທຳອິດ​ທີ່​ເຮົາ​ຕ້ອງ​ເຮັດ​ແມ່ນ​ຫຍັງ? (ຄຳເພງ 1:1-3)

4 ຂັ້ນຕອນ​ທີ 1: ເພື່ອ​ຈະ​ມີ​ຄວາມສຸກ​ແທ້ ເຮົາ​ຕ້ອງ​ອ່ານ​ແລະ​ສຶກສາ​ຄຳພີໄບເບິນ. ພະເຢຊູ​ບອກ​ວ່າ: “ມະນຸດ​ຈະ​ມີ​ຊີວິດ​ຢູ່​ໄດ້ ບໍ່​ແມ່ນ​ຍ້ອນ​ອາຫານ​ຢ່າງ​ດຽວ​ເທົ່າ​ນັ້ນ ແຕ່​ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ມາ​ຈາກ​ພະເຢໂຫວາ.” (ມທ. 4:4) ພະເຢຊູ​ສົມທຽບ​ຄຳເວົ້າ​ຂອງ​ພະເຈົ້າ​ເປັນ​ຄື​ກັບ​ອາຫານ. ທັງ​ມະນຸດ​ແລະ​ສັດ​ຈຳເປັນ​ຕ້ອງ​ໄດ້​ກິນ​ອາຫານ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ໄດ້. ແຕ່​ມີ​ພຽງ​ມະນຸດ​ເທົ່າ​ນັ້ນ​ທີ່​ສາມາດ​ອ່ານ​ຄຳພີໄບເບິນ​ໄດ້​ແລະ​ເຂົາເຈົ້າ​ຈຳເປັນ​ຕ້ອງ​ເຮັດ​ແບບນັ້ນ. ດັ່ງນັ້ນ ເພື່ອ​ຈະ​ມີ​ຄວາມສຸກ ເຮົາ​ຕ້ອງ​ບໍ່​ປ່ອຍ​ໃຫ້​ມື້​ໃດ​ມື້​ໜຶ່ງ​ຜ່ານ​ໄປ​ໂດຍ​ທີ່​ບໍ່​ໄດ້​ອ່ານ​ຄຳພີໄບເບິນ ເພາະ​ຜູ້​ທີ່​ຂຽນ​ຄຳເພງ​ບອກ​ວ່າ: “ຄົນ​ທີ່​ມີ​ຄວາມສຸກ​ແມ່ນ​ຄົນ​ທີ່​ມັກ​ກົດໝາຍ​ຂອງ​ພະເຢໂຫວາ​ຫຼາຍ ແລະ​ລາວ​ຄິດຕຶກຕອງ​ກ່ຽວກັບ​ກົດໝາຍ​ຂອງ​ເພິ່ນ​ທັງ​ກາງເວັນ​ແລະ​ກາງຄືນ.”—ອ່ານ​ຄຳເພງ 1:1-3, ລ.ມ. b

5-6. (ກ) ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຄຳພີໄບເບິນ? (ຂ) ການ​ອ່ານ​ຄຳພີໄບເບິນ​ຊ່ວຍ​ເຮົາ​ແນວໃດ?

5 ຍ້ອນ​ພະເຢໂຫວາ​ຮັກ​ເຮົາ ເພິ່ນ​ຈຶ່ງ​ບອກ​ເຮົາ​ຜ່ານ​ທາງ​ຄຳພີໄບເບິນ​ວ່າ ເຮັດ​ແນວໃດ​ຈຶ່ງ​ຈະ​ມີ​ຄວາມສຸກ. ເຮົາ​ໄດ້​ຮຽນຮູ້​ວ່າ​ພະເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ແບບ​ໃດ ເຮົາ​ຕ້ອງ​ເຮັດ​ແນວໃດ​ເພື່ອ​ຈະ​ໃກ້ຊິດ​ກັບ​ເພິ່ນ​ແລະ​ໃຫ້​ເພິ່ນ​ຍົກ​ໂທດ​ໃຫ້​ເຮົາ. ແລະ​ເຮົາ​ຍັງ​ໄດ້​ຮຽນຮູ້​ຄວາມຫວັງ​ທີ່​ດີ​ເລີດ​ທີ່​ພະເຢໂຫວາ​ສັນຍາ​ໄວ້​ໃນ​ອະນາຄົດ. (ຢເຣ. 29:11) ການ​ຮຽນຮູ້​ຄວາມຈິງ​ເຫຼົ່ານີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ.

6 ນອກຈາກນັ້ນ ເຮົາ​ຍັງ​ຮູ້​ວ່າ​ຄຳພີໄບເບິນ​ມີ​ຄຳແນະນຳ​ທີ່​ດີ​ທີ່​ໃຊ້​ໄດ້​ແທ້​ໃນ​ຊີວິດ​ປະຈຳ​ວັນ. ເມື່ອ​ເຮົາ​ເຮັດ​ຕາມ​ຄຳແນະນຳ​ເຫຼົ່າ​ນັ້ນ ເຮົາ​ກໍ​ຈະ​ມີ​ຄວາມສຸກ. ເມື່ອ​ໃດ​ທີ່​ເຈົ້າ​ຮູ້ສຶກ​ທໍ້ໃຈ​ຍ້ອນ​ມີ​ບັນຫາ ຂໍ​ໃຫ້​ໃຊ້​ເວລາ​ຫຼາຍ​ຂຶ້ນ​ເພື່ອ​ອ່ານ​ຄຳພີໄບເບິນ​ແລະ​ຄິດຕຶກຕອງ​ສິ່ງ​ທີ່​ອ່ານ. ພະເຢຊູ​ບອກ​ວ່າ: “ຄົນ​ທີ່​ຈະ​ມີ​ຄວາມສຸກ​ແມ່ນ​ຄົນ​ທີ່​ໄດ້​ຍິນ​ຄຳ​ສອນ​ຂອງ​ພະເຈົ້າ​ແລະ​ເຮັດ​ຕາມ​ສິ່ງ​ນັ້ນ!”—ລກ. 11:28

7. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່ສຸດ​ຈາກ​ການ​ອ່ານ​ຄຳພີໄບເບິນ?

7 ຕອນ​ທີ່​ເຮົາ​ອ່ານ​ຄຳພີໄບເບິນ ຢ່າ​ຟ້າວ​ອ່ານ​ຈົນ​ບໍ່​ໄດ້​ຄິດຕຶກຕອງ​ສິ່ງ​ທີ່​ອ່ານ. ລອງ​ຄິດເຖິງ​ຕົວຢ່າງ​ນີ້: ເຈົ້າ​ເຄີຍ​ເປັນ​ແບບ​ນີ້​ບໍ? ມີ​ໝູ່​ຄົນ​ໜຶ່ງ​ໄດ້​ເຮັດ​ອາຫານ​ທີ່​ແຊບໆ​ໃຫ້​ເຈົ້າ​ກິນ. ແຕ່​ເຈົ້າ​ພັດ​ຟ້າວ​ກິນ​ໄວ​ໂພດ​ຫຼື​ຄິດເຖິງ​ແຕ່​ເລື່ອງ​ອື່ນ​ຈົນ​ລືມ​ຄິດ​ເລີຍ​ວ່າ​ອາຫານ​ນັ້ນ​ແຊບ​ສ່ຳ​ໃດ. ແຕ່​ຫຼັງ​ຈາກ​ທີ່​ກິນ​ແລ້ວໆ ເຈົ້າ​ຈຶ່ງ​ນຶກ​ອອກ​ວ່າ​ເຈົ້າ​ບໍ່​ໜ້າ​ຈະ​ກິນ​ໄວ​ເລີຍ ແຕ່​ໜ້າ​ຈະ​ຄ່ອຍໆ​ກິນ​ຄ່ອຍໆ​ຫຍ້ຳ​ເພື່ອ​ຈະ​ໄດ້​ຮູ້​ລົດ​ຊາດ​ອາຫານ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ອ່ານ​ຄຳພີໄບເບິນ​ໄວ​ໂພດ​ຫຼື​ອ່ານ​ແບບ​ຜ່ານໆ ເຮົາ​ກໍ​ຈະ​ບໍ່​ມ່ວນ​ກັບ​ການ​ອ່ານ​ແລະ​ບໍ່​ໄດ້​ຮັບ​ປະໂຫຍດ​ຈາກ​ສິ່ງ​ທີ່​ພະເຢໂຫວາ​ສອນ. ດັ່ງນັ້ນ ໃຫ້​ເຮົາ​ໃຊ້​ເວລາ​ອ່ານ​ຄຳພີໄບເບິນ ນຶກພາບ​ເຖິງ​ເຫດການ ຈິນຕະນາການ​ວ່າ​ເຮົາ​ໄດ້​ຍິນ​ສຽງ​ຫຍັງ​ແດ່ ແລະ​ຄິດຕຶກຕອງ​ເລື່ອງ​ນັ້ນ. ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ມີ​ຄວາມສຸກ​ແລະ​ມ່ວນ​ກັບ​ການ​ອ່ານ​ຄຳພີໄບເບິນ​ຫຼາຍ​ຂຶ້ນ.

8. “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ມີ​ໜ້າທີ່​ຫຍັງ? (ເບິ່ງ​ໄຂ​ເງື່ອນ)

8 ພະເຢຊູ​ໄດ້​ແຕ່ງຕັ້ງ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ເພື່ອ​ຈັດ​ກຽມ​ອາຫານ​ທາງ​ຄວາມເຊື່ອ​ໃຫ້​ກັບ​ເຮົາ​ໃນ​ເວລາ​ທີ່​ເໝາະສົມ ແລະ​ເຮົາ​ກໍ​ໄດ້​ຮັບ​ການ​ເບິ່ງແຍງ​ທາງ​ດ້ານ​ຄວາມເຊື່ອ​ເປັນ​ຢ່າງ​ດີ. c (ມທ. 24:45) ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ໄດ້​ໃຊ້​ຄຳພີໄບເບິນ​ເປັນ​ຫຼັກ​ໃນ​ການ​ຈັດ​ກຽມ​ສິ່ງ​ຕ່າງໆ​ທີ່​ເສີມ​ຄວາມເຊື່ອ​ໃຫ້​ກັບ​ເຮົາ. (1​ທຊ. 2:13) ການ​ຈັດ​ກຽມ​ເຫຼົ່ານີ້​ຊ່ວຍ​ເຮົາ​ໃຫ້​ຮູ້​ຄວາມຄິດ​ຂອງ​ພະເຢໂຫວາ​ທີ່​ຂຽນ​ໄວ້​ໃນ​ຄຳພີໄບເບິນ. ນີ້​ຈຶ່ງ​ເຮັດ​ໃຫ້​ເຮົາ​ຢາກ​ອ່ານ​ປຶ້ມ​ຫໍສັງເກດການ​ແລະ​ຕື່ນເຖີດ! ແລະ​ບົດ​ຄວາມ​ຕ່າງໆ​ທີ່​ຢູ່​ໃນ​ເວັບໄຊ jw.org ກຽມ​ການ​ປະຊຸມ​ກາງ​ອາທິດ​ແລະ​ທ້າຍ​ອາທິດ ແລະ​ເບິ່ງ​ລາຍການ​ໂທລະທັດ JW ທີ່​ອອກ​ທຸກ​ເດືອນ. ຖ້າ​ເຮົາ​ອ່ານ​ແລະ​ສຶກສາ​ຄຳພີໄບເບິນ​ເລື້ອຍໆ ເຮົາ​ກໍ​ຈະ​ສາມາດ​ເຮັດ​ຕາມ​ຂັ້ນ​ຕອນ​ທີ 2 ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ແທ້​ໄດ້.

ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ

9. ຂັ້ນ​ຕອນ​ທີ 2 ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ແທ້​ແມ່ນ​ຫຍັງ?

9 ຂັ້ນ​ຕອນ​ທີ 2: ເພື່ອ​ຈະ​ມີ​ຄວາມສຸກ​ແທ້ ເຮົາ​ຕ້ອງ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ. ຜູ້​ຂຽນ​ຄຳເພງ​ບອກ​ວ່າ: “ທຸກ​ຄົນ​ທີ່​ຢ້ານຢຳ​ພະເຢໂຫວາ​ກໍ​ມີ​ຄວາມສຸກ ຄື​ຄົນ​ທີ່​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ.” (ເພງ. 128:1, ລ.ມ.) ການ​ຢ້ານຢຳ​ພະເຢໂຫວາ​ໝາຍ​ຄວາມ​ວ່າ ເຮົາ​ນັບ​ຖື​ພະເຢໂຫວາ​ຫຼາຍ​ຈົນ​ບໍ່​ຢາກ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ເພິ່ນ​ເສຍໃຈ. (ສຸພາ. 16:6) ດັ່ງນັ້ນ ເຮົາ​ຄວນ​ພະຍາຍາມ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພະເຢໂຫວາ​ບອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ​ເຊິ່ງ​ຂຽນ​ໄວ້​ໃນ​ຄຳພີໄບເບິນ. (2​ກຣ. 7:1) ແລະ​ເຮົາ​ກໍ​ຈະ​ມີ​ຄວາມສຸກ​ຫຼາຍ​ກວ່າ ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ພະເຢໂຫວາ​ມັກ​ແລະ​ບໍ່​ເຮັດ​ສິ່ງ​ທີ່​ພະເຢໂຫວາ​ກຽດຊັງ.—ເພງ. 37:27; 97:10; ໂຣມ 12:9

10. ຕາມ​ໂຣມ 12:2 ເຮົາ​ມີ​ໜ້າທີ່​ຫຍັງ?

10 ອ່ານ​ໂຣມ 12:2. ເຮົາ​ອາດ​ຮູ້​ວ່າ​ພະເຢໂຫວາ​ມີ​ສິດ​ທີ່​ຈະ​ບອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ແຕ່​ເຮົາ​ຕ້ອງ​ເຮັດ​ຕາມ ມາດຕະຖານ​ນັ້ນ​ນຳ. ຕົວຢ່າງ​ເຊັ່ນ: ຄົນ​ໜຶ່ງ​ອາດ​ຮູ້​ວ່າ​ລັດຖະບານ​ມີ​ສິດ​ກຳນົດ​ຄວາມ​ໄວ​ໃນ​ການ​ຂັບ​ຂີ່. ແຕ່​ລາວ​ອາດ​ບໍ່​ຢາກ​ເຮັດ​ຕາມ ກົດ​ລະບຽບ​ນັ້ນ ລາວ​ຈຶ່ງ​ຂັບ​ໄວ​ເກີນ​ກຳນົດ. ຖ້າ​ເຮົາ​ເຊື່ອ​ວ່າ​ມາດຕະຖານ​ຂອງ​ພະເຢໂຫວາ​ດີ​ທີ່ສຸດ ເຮົາ​ກໍ​ຈະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ນັ້ນ. (ສຸພາ. 12:28) ດາວິດ​ກໍ​ຮູ້ສຶກ​ແບບນັ້ນ​ຄື​ກັນ. ລາວ​ບອກ​ກັບ​ພະເຢໂຫວາ​ວ່າ “ພະອົງ​ເຮັດ​ໃຫ້​ລູກ​ຮູ້​ຫົນ​ທາງ​ຂອງ​ຊີວິດ. ລູກ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ຢູ່​ນຳ​ພະອົງ. ການ​ທີ່​ໄດ້​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະອົງ​ເຮັດ​ໃຫ້​ມີ​ຄວາມສຸກ​ຕະຫຼອດໄປ.”—ເພງ. 16:11, ລ.ມ.

11-12. (ກ) ເມື່ອ​ເຮົາ​ມີ​ບັນຫາ​ຫຼື​ທໍ້ໃຈ ເຮົາ​ຕ້ອງ​ລະວັງ​ຫຍັງ? (ຂ) ຟີລິບປອຍ 4:8 ຊ່ວຍ​ເຮົາ​ໃຫ້​ເລືອກ​ການ​ພັກຜ່ອນ​ຢ່ອນໃຈ​ແນວໃດ?

11 ເມື່ອ​ເຮົາ​ມີ​ບັນຫາ​ຫຼື​ຮູ້ສຶກ​ທໍ້ໃຈ ເຮົາ​ອາດ​ຢາກ​ຈະ​ເຮັດ​ບາງ​ຢ່າງ​ທີ່​ຊ່ວຍ​ເຮົາ​ບໍ່​ໃຫ້​ກັງວົນ​ເລື່ອງ​ນັ້ນ​ຫຼາຍ​ເກີນ​ໄປ. ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຈະ​ເຮັດ​ແບບນັ້ນ ແຕ່​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເຮັດ​ສິ່ງ​ທີ່​ພະເຢໂຫວາ​ກຽດຊັງ.—ອຟຊ. 5:10-12, 15-17

12 ໃນ​ຈົດໝາຍ​ທີ່​ອັກຄະສາວົກ​ໂປໂລ​ຂຽນ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ຟີລິບປອຍ ໂປໂລ​ໄດ້​ກະຕຸ້ນ​ເຂົາເຈົ້າ​ໃຫ້​ຄິດເຖິງ “ສິ່ງ​ທີ່​ຖືກຕ້ອງ ສິ່ງ​ທີ່​ບໍລິສຸດ ສິ່ງ​ທີ່​ໜ້າ​ຮັກ . . . ແລະ​ສິ່ງ​ທີ່​ດີ.” (ອ່ານ​ຟີລິບປອຍ 4:8) ເຖິງ​ວ່າ​ໂປໂລ​ຈະ​ບໍ່​ໄດ້​ຂຽນ​ຢ່າງ​ເຈາະ​ຈົງ​ກ່ຽວກັບ​ການ​ພັກຜ່ອນ​ຢ່ອນໃຈ ແຕ່​ສິ່ງ​ທີ່​ລາວ​ຂຽນ​ກໍ​ຄວນ​ມີ​ຜົນ​ຕໍ່​ການ​ເລືອກ​ການ​ພັກຜ່ອນ​ຢ່ອນໃຈ​ຂອງ​ເຮົາ. ລອງ​ເຮັດ​ແບບ​ນີ້: ທຸກ​ບ່ອນ​ທີ່​ມີ​ຄຳ​ວ່າ “ສິ່ງ” ໃຫ້​ແທນ​ດ້ວຍ​ຄຳ​ວ່າ “ເພງ” “ໜັງ” “ປຶ້ມ​ນິຍາຍ” ຫຼື “ເກມ.” ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ສິ່ງ​ໃດ​ທີ່​ພະເຢໂຫວາ​ມັກ​ແລະ​ສິ່ງ​ໃດ​ທີ່​ພະເຢໂຫວາ​ບໍ່​ມັກ. ເຮົາ​ຢາກ​ໃຊ້​ຊີວິດ​ໃຫ້​ສອດຄ່ອງ​ກັບ​ມາດຕະຖານ​ອັນ​ສູງ​ສົ່ງ​ຂອງ​ພະເຢໂຫວາ. (ເພງ. 119:1-3) ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ​ແລະ​ສາມາດ​ເຮັດ​ຕາມ​ຂັ້ນ​ຕອນ​ທີ 3 ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ແທ້​ໄດ້.—ກຈກ. 23:1

ໃຫ້​ການ​ນະມັດສະການ​ພະເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່ສຸດ

13. ຂັ້ນ​ຕອນ​ທີ 3 ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ແທ້​ແມ່ນ​ຫຍັງ? (ໂຢຮັນ 4:23, 24)

13 ຂັ້ນ​ຕອນ​ທີ 3: ໃຫ້​ການ​ນະມັດສະການ​ພະເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່ສຸດ​ໃນ​ຊີວິດ​ຂອງ​ເຈົ້າ. ຍ້ອນ​ພະເຢໂຫວາ​ເປັນ​ຜູ້​ສ້າງ​ເຮົາ ເຮົາ​ຈຶ່ງ​ຕ້ອງ​ນະມັດສະການ​ເພິ່ນ. (ພນມ. 4:11; 14:6, 7) ດັ່ງນັ້ນ ສິ່ງ​ສຳຄັນ​ທີ່ສຸດ​ໃນ​ຊີວິດ​ເຮົາ​ຄວນ​ຈະ​ເປັນ​ການ​ນະມັດສະການ​ພະເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ຍອມຮັບ ເຊິ່ງ​ກໍ​ຄື “ໂດຍ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ​ແລະ​ນະມັດສະການ​ແບບ​ທີ່​ສອດຄ່ອງ​ກັບ​ຄວາມຈິງ.” (ອ່ານ​ໂຢຮັນ 4:23, 24) ເຮົາ​ຢາກ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ​ເພື່ອ​ທີ່​ເຮົາ​ຈະ​ນະມັດສະການ​ເພິ່ນ​ໃນ​ແບບ​ທີ່​ສອດຄ່ອງ​ກັບ​ຄວາມຈິງ​ທີ່​ຢູ່​ໃນ​ຄຳພີໄບເບິນ. ເຮົາ​ຕ້ອງ​ໃຫ້​ການ​ນະມັດສະການ​ພະເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່ສຸດ ເຖິງ​ວ່າ​ເຮົາ​ຈະ​ຢູ່​ໃນ​ປະເທດ​ທີ່​ວຽກ​ປະກາດ​ຖືກ​ຈຳກັດ​ຫຼື​ຖືກ​ສັ່ງ​ຫ້າມ​ກໍ​ຕາມ. ໃນ​ປັດຈຸບັນ ພີ່ນ້ອງ​ຂອງ​ເຮົາ​ຫຼາຍ​ກວ່າ 100 ຄົນ​ຖືກ​ຈັບ​ເຂົ້າ​ຄຸກ​ຍ້ອນ​ເປັນ​ພະຍານ​ພະເຢໂຫວາ. d ແຕ່​ເຂົາເຈົ້າ​ກໍ​ມີ​ຄວາມສຸກ​ກັບ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ໄດ້ ບໍ່​ວ່າ​ຈະ​ເປັນ​ການ​ອະທິດຖານ ການ​ສຶກສາ​ຄຳພີໄບເບິນ ແລະ​ບອກ​ຄົນອື່ນ​ໃຫ້​ຮູ້​ເລື່ອງ​ຂອງ​ພະເຢໂຫວາ​ແລະ​ການ​ປົກຄອງ​ຂອງ​ເພິ່ນ. ເມື່ອ​ເຮົາ​ຖືກ​ດ່າ​ຫຼື​ຖືກ​ຂົ່ມເຫງ ເຮົາ​ກໍ​ມີ​ຄວາມສຸກ​ທີ່​ຮູ້​ວ່າ​ພະເຢໂຫວາ​ຢູ່​ກັບ​ເຮົາ​ແລະ​ຈະ​ໃຫ້​ລາງວັນ​ກັບ​ເຮົາ.—ຢກບ. 1:12; 1​ປຕ. 4:14

ປະສົບການ​ຈາກ​ຊີວິດ​ຈິງ

14. ເກີດ​ຫຍັງ​ຂຶ້ນ​ກັບ​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ທີ່​ຢູ່​ໃນ​ປະເທດ​ຕັດ​ຊິກ​ກິດ​ສະຖານ ແລະ​ຍ້ອນຫຍັງ?

14 ພີ່ນ້ອງ​ຂອງ​ເຮົາ​ບາງຄົນ​ເຈິ​ສະພາບການ​ທີ່​ຍາກ​ຫຼາຍ ແຕ່​ເຂົາເຈົ້າ​ກໍ​ມີ​ຄວາມສຸກ​ແທ້​ຍ້ອນ​ເຂົາເຈົ້າ​ໄດ້​ເຮັດ​ຕາມ 3 ຂັ້ນ​ຕອນ​ທີ່​ໄດ້​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້. ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ພີ່ນ້ອງ​ໂຈວິເດິນ ໂບໂບໂຈນ໋ອບ ອາຍຸ 19 ປີ​ທີ່​ຢູ່​ໃນ​ປະເທດ​ຕັດ​ຊິກ​ກິດ​ສະຖານ​ຍ້ອນ​ບໍ່​ຍອມ​ເປັນ​ທະຫານ. ໃນ​ວັນ​ທີ 4 ຕຸລາ 2019 ລາວ​ຖືກ​ລັກ​ພາ​ໂຕ ຖືກ​ຂັງ​ຄຸກ​ເປັນ​ເວລາ​ຫຼາຍ​ເດືອນ ແລະ​ຖືກ​ປະຕິບັດ​ແບບ​ອາດຊະຍາກອນ. ນີ້​ເປັນ​ເລື່ອງ​ທີ່​ບໍ່​ຍຸຕິທຳ​ແລະ​ເລື່ອງ​ນີ້​ໄດ້​ຖືກ​ເຜີຍ​ແຜ່​ໄປ​ໃນ​ຫຼາຍ​ປະເທດ. ມີການ​ລາຍງານ​ວ່າ ພີ່ນ້ອງ​ຄົນ​ນີ້​ຖືກ​ທຸບ​ຕີ​ແລະ​ຖືກ​ກົດ​ດັນ​ໃຫ້​ນຸ່ງ​ເຄື່ອງ​ແບບ​ຂອງ​ທະຫານ​ແລະ​ສາບານ​ຕົວ​ວ່າ​ຈະ​ເປັນ​ທະຫານ. ຫຼັງ​ຈາກ​ນັ້ນ ລາວ​ກໍ​ຖືກ​ຕັດສິນ​ລົງໂທດ​ແລະ​ຖືກ​ສົ່ງ​ໄປ​ຄ້າຍ​ແຮງງານ. ໃນທີ່ສຸດ ປະທານ​ປະເທດ​ກໍ​ໄດ້​ຍົກ​ໂທດ​ໃຫ້​ລາວ​ແລະ​ສັ່ງ​ໃຫ້​ປ່ອຍ​ໂຕ​ລາວ. ຕະຫຼອດ​ເວລາ​ທີ່​ຢູ່​ຫັ້ນ ໂຈວິເດິນ​ໄດ້​ຮັກສາ​ຄວາມ​ສັດຊື່​ແລະ​ຍັງ​ມີ​ຄວາມສຸກ​ໄດ້. ຍ້ອນຫຍັງ? ຍ້ອນ​ລາວ​ຮູ້​ວ່າ​ໂຕເອງ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ​ສະເໝີ.

ໂຈວິເດິນ​ອ່ານ​ແລະ​ສຶກສາ​ຄຳພີໄບເບິນ ໃຊ້​ຊີວິດ​ຕາມ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ ແລະ​ໃຫ້​ການ​ນະມັດສະການ​ພະເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່ສຸດ​ໃນ​ຊີວິດ​ຂອງ​ລາວ (ເບິ່ງ​ຂໍ້ 15-17)

15. ຕອນ​ທີ່​ໂຈວິເດິນ​ຢູ່​ໃນ​ຄຸກ ລາວ​ໄດ້​ອ່ານ​ແລະ​ສຶກສາ​ຄຳພີໄບເບິນ​ແນວໃດ?

15 ຕອນ​ທີ່​ຢູ່​ໃນ​ຄຸກ​ໂຈວິເດິນ​ໄດ້​ອ່ານ​ແລະ​ສຶກສາ​ຄຳພີໄບເບິນ ເຖິງ​ວ່າ​ລາວ​ຈະ​ບໍ່​ມີ​ຄຳພີໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ. ແຕ່​ລາວ​ເຮັດ​ແບບນັ້ນ​ໄດ້​ແນວໃດ? ຕອນ​ທີ່​ພີ່ນ້ອງ​ທ້ອງຖິ່ນ​ເອົາ​ອາຫານ​ມາ​ສົ່ງ​ໃຫ້​ລາວ ເຂົາເຈົ້າ​ໄດ້​ຂຽນ​ຂໍ້​ພະຄຳພີ​ປະຈຳ​ວັນ​ໃສ່​ຖົງ​ອາຫານ​ນັ້ນ​ນຳ. ດັ່ງນັ້ນ ລາວ​ຈຶ່ງ​ສາມາດ​ອ່ານ​ຄຳພີໄບເບິນ​ແລະ​ຄິດຕຶກຕອງ​ໃນ​ທຸກໆ​ມື້. ຫຼັງ​ຈາກ​ທີ່​ລາວ​ຖືກ​ປ່ອຍ​ໂຕ ລາວ​ກໍ​ໄດ້​ໃຫ້​ຄຳແນະນຳ​ກັບ​ຜູ້​ທີ່​ຍັງ​ບໍ່​ທັນ​ໄດ້​ເຈິ​ບັນຫາ​ໜັກໆ​ວ່າ “ໃຫ້​ໃຊ້​ອິດ​ສະຫຼະ​ຢ່າງ​ເຕັມທີ​ເພື່ອ​ຈະ​ຮູ້ຈັກ​ພະເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ໂດຍ​ການ​ອ່ານ​ຄຳພີໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ.”

16. ໂຈວິເດິນ​ຄິດເຖິງ​ເລື່ອງ​ຫຍັງ​ແດ່?

16 ໂຈວິເດິນ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ. ແທນ​ທີ່​ລາວ​ຈະ​ຄິດເຖິງ​ຄວາມ​ຕ້ອງການ​ທີ່​ຜິດໆ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ດີ ລາວ​ໄດ້​ຄິດເຖິງ​ພະເຢໂຫວາ​ແລະ​ສິ່ງ​ທີ່​ເພິ່ນ​ເຫັນ​ວ່າ​ສຳຄັນ. ລາວ​ຮູ້ສຶກ​ປະທັບໃຈ​ກັບ​ສິ່ງ​ຕ່າງໆ​ທີ່​ພະເຢໂຫວາ​ສ້າງ. ທຸກໆ​ເຊົ້າ​ລາວ​ມັກ​ຟັງ​ສຽງ​ນົກ​ຮ້ອງ. ແລະ​ໃນ​ຕອນ​ກາງຄືນ​ລາວ​ມັກ​ຈະ​ແນມ​ເບິ່ງ​ເດືອນ​ແລະ​ດາວ. ລາວ​ບອກ​ວ່າ “ຂອງຂວັນ​ເຫຼົ່ານີ້​ທີ່​ມາ​ຈາກ​ພະເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມສຸກ​ແລະ​ມີ​ກຳລັງໃຈ.” ເມື່ອ​ເຮົາ​ເຫັນຄ່າ​ທຸກ​ສິ່ງ​ທີ່​ພະເຢໂຫວາ​ຈັດ​ກຽມ​ໃຫ້​ເຮົາ ບໍ່​ວ່າ​ຈະ​ເປັນ​ອາຫານ​ທາງ​ດ້ານ​ຮ່າງກາຍ​ແລະ​ຄວາມ​ຮູ້​ທີ່​ຢູ່​ໃນ​ຄຳພີໄບເບິນ ເຮົາ​ກໍ​ຈະ​ມີ​ຄວາມສຸກ​ແລະ​ສາມາດ​ອົດທົນ​ກັບ​ບັນຫາ​ໄດ້.

17. 1 ເປໂຕ 1:6, 7 ຊ່ວຍ​ຜູ້​ທີ່​ອາດຈະ​ເຈິ​ກັບ​ສະຖານະການ​ທີ່​ຄ້າຍ​ຄື​ກັບ​ໂຈວິເດິນ​ແນວໃດ?

17 ໂຈວິເດິນ​ຍັງ​ໄດ້​ໃຫ້​ການ​ນະມັດສະການ​ພະເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່ສຸດ. ລາວ​ຮູ້​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ ຄື​ກັບ​ຄຳເວົ້າ​ຂອງ​ພະເຢຊູ​ທີ່​ບອກ​ວ່າ “ເຈົ້າ​ຕ້ອງ​ນະມັດສະການ​ພະເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ແລະ​ຮັບໃຊ້​ພະອົງ​ພຽງ​ຜູ້​ດຽວ.” (ລກ. 4:8) ພວກ​ຜູ້​ບັນຊາ​ການ​ແລະ​ທະຫານ​ຄົນອື່ນໆ​ຢາກ​ໃຫ້​ໂຈວິເດິນ​ເຊົາ​ເປັນ​ພະຍານ​ພະເຢໂຫວາ. ແຕ່​ໂຈວິເດິນ​ໄດ້​ອະທິດຖານ​ທຸກ​ເຊົ້າ​ທຸກ​ແລງ​ເພື່ອ​ຂໍ​ໃຫ້​ພະເຢໂຫວາ​ຊ່ວຍ​ລາວ​ບໍ່​ໃຫ້​ຍອມແພ້​ແລະ​ຮັກສາ​ຄວາມ​ສັດຊື່. ເຖິງ​ວ່າ​ໂຈວິເດິນ​ຈະ​ເຈິ​ຄວາມ​ບໍ່​ຍຸຕິທຳ​ຫຼາຍ​ຢ່າງ ແຕ່​ລາວ​ກໍ​ຍັງ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ. ຕອນນີ້​ລາວ​ມີ​ຄວາມສຸກ​ຫຼາຍ​ເພາະ​ຫຼັງ​ຈາກ​ທີ່​ລາວ​ຖືກ​ລັກ​ພາ​ໂຕ ຖືກ​ທຸບ​ຕີ ແລະ​ຖືກ​ຂັງ​ຄຸກ ລາວ​ກໍ​ມີ​ຄວາມເຊື່ອ​ເຂັ້ມແຂງ​ຂຶ້ນ.—ອ່ານ 1 ເປໂຕ 1:6, 7

18. ເຮົາ​ຈະ​ມີ​ຄວາມສຸກ​ຕໍ່ໆ​ໄປ​ໄດ້​ແນວໃດ?

18 ພະເຢໂຫວາ​ຮູ້​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຄວາມສຸກ​ແທ້. ຖ້າ​ເຮົາ​ເຮັດ​ຕາມ 3 ຂັ້ນ​ຕອນ​ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ແທ້ ເຮົາ​ກໍ​ຈະ​ມີ​ຄວາມສຸກ​ຕໍ່ໆ​ໄປ​ເຖິງ​ວ່າ​ຈະ​ມີ​ບັນຫາ. ແລະ​ເຮົາ​ກໍ​ຈະ​ສາມາດ​ເວົ້າ​ໄດ້​ວ່າ: “ປະຊາຊົນ​ທີ່​ມີ​ພະເຢໂຫວາ​ເປັນ​ພະເຈົ້າ​ກໍ​ມີ​ຄວາມສຸກ.”—ເພງ. 144:15, ລ.ມ.

ເພງ 89 ຟັງ ເຮັດ​ຕາມ ແລ້ວ​ຈະ​ໄດ້​ພອນ

a ຫຼາຍ​ຄົນ​ທຸກ​ມື້​ນີ້​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ມີ​ຄວາມສຸກ ເພາະ​ເຂົາເຈົ້າ​ຄິດ​ວ່າ​ການ​ເປັນ​ຄົນ​ລ່ຳ​ລວຍ ມີ​ຊື່ສຽງ ຫຼື​ມີ​ອຳນາດ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຄວາມສຸກ. ແຕ່​ຕອນ​ທີ່​ພະເຢຊູ​ຢູ່​ເທິງ​ໂລກ​ນີ້ ເພິ່ນ​ບອກ​ຜູ້ຄົນ​ໃຫ້​ຮູ້​ວ່າ​ເຮັດ​ແນວໃດ​ຈຶ່ງ​ຈະ​ມີ​ຄວາມສຸກ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ 3 ຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ແທ້.

b ຄຳເພງ 1:1-3 (ລ.ມ.): “ຄົນ​ທີ່​ມີ​ຄວາມສຸກ​ແມ່ນ​ຄົນ​ທີ່​ບໍ່​ເຮັດ​ຕາມ​ຄຳແນະນຳ​ຂອງ​ຄົນ​ຊົ່ວ ບໍ່​ຢືນ​ຢູ່​ໃນ​ທາງ​ຂອງ​ຄົນ​ທີ່​ເຮັດ​ຜິດ ແລະບໍ່​ມັກ​ນັ່ງ​ນຳ​ຄົນ​ທີ່​ເຍາະເຍີ້ຍ​ສິ່ງ​ທີ່​ຖືກຕ້ອງ. ລາວ​ມັກ​ກົດໝາຍ​ຂອງ​ພະເຢໂຫວາ​ຫຼາຍ ແລະ​ລາວ​ຄິດຕຶກຕອງ​ກ່ຽວກັບ​ກົດໝາຍ​ຂອງ​ເພິ່ນ​ທັງ​ກາງເວັນ​ແລະ​ກາງຄືນ. ລາວ​ຈະ​ເປັນ​ຄື​ກັບ​ຕົ້ນ​ໄມ້​ທີ່​ປູກ​ໄວ້​ຢູ່​ແຄມ​ນ້ຳເຊິ່ງ​ເປັນ​ຕົ້ນ​ໄມ້​ທີ່​ເກີດ​ໝາກ​ຕາມ​ລະດູ​ແລະ​ໃບ​ກໍ​ບໍ່​ຫ່ຽວ​ບໍ່​ແຫ້ງ​ຈັກ​ເທື່ອ. ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຈະ​ສຳເລັດ​ໝົດ.”

c ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ເຈົ້າ​ຮັບ​ອາຫານ​ໃນ​ເວລາ​ອັນ​ເໝາະ​ບໍ?” ໃນ​ຫໍສັງເກດການ 15 ສິງຫາ 2014 (ພາສາ​ໄທ)

d ໃຫ້​ເບິ່ງ​ຂໍ້ມູນ​ເພີ່ມເຕີມ​ໃນ​ຫົວ​ຂໍ້ “ຕິດ​ຄຸກ​ເພາະ​ຄວາມເຊື່ອ” ໃນ​ເວັບໄຊ jw.org (ພາສາ​ໄທ)

e ຄຳ​ອະທິບາຍ​ຮູບພາບ: ໃນ​ຮູບ​ຈຳລອງ​ເຫດການ ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຖືກ​ຈັບ​ແລະ​ຖືກ​ພາ​ໄປ​ຂຶ້ນ​ສານ​ເພື່ອ​ດຳເນີນ​ຄະດີ. ໃນ​ຕອນ​ນັ້ນ​ມີ​ພີ່ນ້ອງ​ຫຼາຍ​ຄົນ​ມາ​ໃຫ້​ກຳລັງໃຈ​ລາວ.