ບົດຄວາມສຶກສາທີ 8
ເຈົ້າໃຫ້ຄຳແນະນຳທີ່ຍອມຮັບໄດ້ງ່າຍບໍ?
“ໝູ່ທີ່ໃຫ້ຄຳແນະນຳຢ່າງຈິງໃຈເປັນຄືນ້ຳມັນແລະເຄື່ອງຫອມທີ່ເຮັດໃຫ້ຊື່ນໃຈ.”—ສຸພາ. 27:9, ລ.ມ.
ເພງ 102 “ຊ່ວຍຄົນທີ່ອ່ອນແອ”
ໃຈຄວາມສຳຄັນ *
1-2. ຜູ້ດູແລໄດ້ຮຽນຫຍັງໃນເລື່ອງການໃຫ້ຄຳແນະນຳ?
ເມື່ອຫຼາຍປີກ່ອນ ຜູ້ດູແລສອງຄົນໄດ້ໄປຢາມພີ່ນ້ອງຍິງຄົນໜຶ່ງທີ່ຂາດປະຊຸມເປັນບາງເທື່ອ. ແລ້ວຜູ້ດູແລຄົນໜຶ່ງກໍໃຫ້ພີ່ນ້ອງຍິງເບິ່ງຂໍ້ພະຄຳພີກ່ຽວກັບການມາປະຊຸມ. ລາວຄິດວ່າການລົມກັນແບບນີ້ຈະຊ່ວຍໃຫ້ກຳລັງໃຈພີ່ນ້ອງໄດ້. ແຕ່ກ່ອນທີ່ເຂົາເຈົ້າຈະກັບບ້ານ ພີ່ນ້ອງຍິງກໍເວົ້າຂຶ້ນມາວ່າ: “ເຈົ້າບໍ່ຮູ້ດອກວ່າຂ້ອຍເຈິບັນຫາຫຍັງມາແດ່.” ຜູ້ດູແລມີແຕ່ໃຫ້ຄຳແນະນຳໂດຍທີ່ບໍ່ຖາມເລີຍວ່າພີ່ນ້ອງຍິງຄົນນີ້ເປັນແນວໃດແລະເຈິບັນຫາຫຍັງແດ່. ນີ້ຈຶ່ງເຮັດໃຫ້ພີ່ນ້ອງຍິງຄົນນີ້ຮູ້ສຶກວ່າຄຳແນະນຳທີ່ເຂົາເຈົ້າໃຫ້ບໍ່ໄດ້ເປັນປະໂຫຍດກັບລາວ.
2 ເມື່ອເບິ່ງຄືນຫຼັງ ຜູ້ດູແລຄົນນີ້ກໍເວົ້າວ່າ: “ໃນຕອນນັ້ນຂ້ອຍຄິດວ່າພີ່ນ້ອງຍິງຄົນນີ້ບໍ່ໄດ້ໃຫ້ກຽດຂ້ອຍເລີຍ. ແຕ່ເມື່ອຄິດດີໆກໍເຫັນວ່າ ແທນທີ່ຂ້ອຍຈະຖາມລາວກ່ອນວ່າ: ‘ມີເລື່ອງຫຍັງທີ່ເຮັດໃຫ້ເຈົ້າໜັກໃຈບໍ? ຂ້ອຍຈະຊ່ວຍເຈົ້າໄດ້ແນວໃດ?’ ຂ້ອຍພັດໃຫ້ຄຳແນະນຳຈາກພະຄຳພີເລີຍ.” ຜູ້ດູແລຄົນນີ້ໄດ້ບົດຮຽນຈາກປະສົບການໃນຄັ້ງນັ້ນ. ແລ້ວໃນທຸກມື້ນີ້ລາວກໍເປັນຜູ້ດູແລທີ່ເຫັນອົກເຫັນໃຈ ແລະໃຫ້ຄຳແນະນຳທີ່ເປັນປະໂຫຍດກັບພີ່ນ້ອງ.
3. ໃນປະຊາຄົມ ໃຜອາດຈະເປັນຜູ້ໃຫ້ຄຳແນະນຳ?
3 ໃນຖານະເປັນຜູ້ລ້ຽງແກະ ຜູ້ດູແລມີໜ້າທີ່ທີ່ຈະໃຫ້ຄຳແນະນຳພີ່ນ້ອງໃນປະຊາຄົມເມື່ອເຫັນວ່າຈຳເປັນ. ແຕ່ບາງເທື່ອ ພີ່ນ້ອງຄົນອື່ນໆໃນປະຊາຄົມກໍອາດຈະໃຫ້ຄຳແນະນຳກັນເອງ. ຕົວຢ່າງເຊັ່ນ: ພີ່ນ້ອງໃນປະຊາຄົມອາດຈະໃຊ້ຫຼັກການຈາກຄຳພີໄບເບິນເພື່ອແນະນຳໝູ່ຂອງຕົວເອງ. (ເພງ. 141:5; ສຸພາ. 25:12) ຫຼືພີ່ນ້ອງຍິງທີ່ສູງອາຍຸອາດຈະໃຫ້ ‘ຄຳແນະນຳພີ່ນ້ອງຍິງທີ່ຍັງໜຸ່ມ’ ໃນເລື່ອງທີ່ຂຽນໄວ້ໃນຕີໂຕ 2:3-5. ແລະນອກຈາກນັ້ນ ຜູ້ ທີ່ເປັນພໍ່ແມ່ອາດຈະໃຫ້ຄຳແນະນຳກັບລູກແລະສັ່ງສອນເຂົາເຈົ້າໃຫ້ເຮັດໃນສິ່ງທີ່ຖືກຕ້ອງ. ເຖິງວ່າບົດຄວາມນີ້ຈະໃຊ້ກັບຜູ້ດູແລເປັນພິເສດ ແຕ່ເຮົາທຸກຄົນສາມາດຮັບປະໂຫຍດຈາກວິທີການໃຫ້ຄຳແນະນຳທີ່ດີ ທີ່ກະຕຸ້ນໃຫ້ລົງມືເຮັດແລະ “ເຮັດໃຫ້ຊື່ນໃຈ.”—ສຸພາ. 27:9, ລ.ມ.
4. ເຮົາຈະຕອບຄຳຖາມຫຍັງໃນບົດຄວາມນີ້?
4 ໃນບົດຄວາມນີ້ ເຮົາຈະມາຕອບຄຳຖາມ 4 ຢ່າງກ່ຽວກັບການໃຫ້ຄຳແນະນຳ. (1) ເປັນຫຍັງຈຶ່ງຕ້ອງໃຫ້ຄຳແນະນຳ? (2) ຈຳເປັນທີ່ຈະໃຫ້ຄຳແນະນຳແທ້ໆບໍ? (3) ຜູ້ໃດຄວນເປັນຜູ້ໃຫ້ຄຳແນະນຳ? (4) ເຈົ້າຈະໃຫ້ຄຳແນະນຳທີ່ດີໄດ້ແນວໃດ?
ເປັນຫຍັງຈຶ່ງຕ້ອງໃຫ້ຄຳແນະນຳ?
5. ເປັນຫຍັງຄົນອື່ນອາດຈະຍອມຮັບຄຳແນະນຳໄດ້ງ່າຍກວ່າເມື່ອຜູ້ດູແລສະເໜີໃນແບບທີ່ສະແດງຄວາມຮັກ? (1 ໂກຣິນໂທ 13:4, 7)
5 ຜູ້ດູແລຮັກພີ່ນ້ອງ ດັ່ງນັ້ນ ບາງເທື່ອເຂົາເຈົ້າຈຶ່ງໄດ້ໃຫ້ຄຳແນະນຳກັບພີ່ນ້ອງບາງຄົນທີ່ກຳລັງກ້າວໄປຜິດທາງ. (ຄລຕ. 6:1) ແຕ່ກ່ອນທີ່ຜູ້ດູແລຈະເວົ້າກັບຜູ້ໃດຜູ້ໜຶ່ງ ເຂົາເຈົ້າຈະຄິດເຖິງແງ່ມຸມກ່ຽວກັບຄວາມຮັກທີ່ໂປໂລເວົ້າເຖິງເຊັ່ນ “ຄວາມຮັກກໍອົດກັ້ນແລະເມດຕາກະລຸນາ . . . ຍອມທົນຮັບທຸກສິ່ງ ເຊື່ອໃນທຸກສິ່ງ ຫວັງໃນທຸກສິ່ງ ອົດທົນໄດ້ທຸກສິ່ງ.” (ອ່ານ 1 ໂກຣິນໂທ 13:4, 7) ການຄິດຕຶກຕອງກ່ຽວກັບຫຼັກການເຫຼົ່ານີ້ຈະຊ່ວຍໃຫ້ຜູ້ດູແລໃຫ້ຄິດເຖິງເຫດຜົນທີ່ຕ້ອງໃຫ້ຄຳແນະນຳ ແລະໃຫ້ຄຳແນະນຳໃນແບບທີ່ສະແດງຄວາມຮັກ. ຖ້າຜູ້ດູແລເຮັດແບບນັ້ນ ກໍຈະເຮັດໃຫ້ຜູ້ທີ່ໄດ້ຮັບຄຳແນະນຳຮູ້ສຶກວ່າຜູ້ດູແລຮັກແລະເປັນຫ່ວງເຂົາເຈົ້າ ແລະຈະເຮັດໃຫ້ເຂົາເຈົ້າຍອມຮັບຄຳແນະນຳໄດ້ງ່າຍກວ່າ.—ຣມ. 12:10
6. ໂປໂລໄດ້ເປັນແບບຢ່າງທີ່ດີແນວໃດ?
6 ອັກຄະສາວົກໂປໂລໄດ້ເປັນແບບຢ່າງທີ່ດີໃຫ້ກັບຜູ້ດູແລ. ຕົວຢ່າງເຊັ່ນ: ລາວໄດ້ໃຫ້ຄຳແນະນຳກັບພີ່ນ້ອງໃນເມືອງເທຊະໂລນິກເມື່ອເຫັນວ່າເຂົາເຈົ້າຈຳເປັນຕ້ອງໄດ້ຮັບຄຳແນະນຳ. ໃນຈົດໝາຍທີ່ລາວຂຽນເຖິງເຂົາເຈົ້າ ທຳອິດລາວໄດ້ຊົມເຊີຍພີ່ນ້ອງທີ່ໄດ້ເຮັດວຽກຢ່າງສັດຊື່ ເຮັດວຽກດ້ວຍຄວາມຮັກແລະດ້ວຍຄວາມອົດທົນ ແລະລາວຍັງໄດ້ເວົ້າວ່າພີ່ນ້ອງມີຊີວິດທີ່ບໍ່ງ່າຍປານໃດເພາະຖືກຂົ່ມເຫງ. (1 ທຊ. 1:3; 2 ທຊ. 1:4) ລາວເຖິງຂັ້ນບອກວ່າພີ່ນ້ອງເປັນຕົວຢ່າງທີ່ດີໃຫ້ກັບຄລິດສະຕຽນຄົນອື່ນໆ. (1 ທຊ. 1:8, 9) ເຮົານຶກພາບໄດ້ເລີຍວ່າພີ່ນ້ອງເຫຼົ່ານັ້ນຄືຊິຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຄຳຊົມເຊີຍທີ່ອົບອຸ່ນຈາກໂປໂລ. ຍ້ອນໂປໂລຮັກພີ່ນ້ອງຫຼາຍ ລາວຈຶ່ງສາມາດໃຫ້ຄຳແນະນຳທີ່ດີກັບພີ່ນ້ອງໃນຈົດໝາຍສອງສະບັບທີ່ລາວຂຽນເຖິງເຂົາເຈົ້າ.—1 ທຊ. 4:1, 3-5, 11; 2 ທຊ. 3:11, 12
7. ເປັນຫຍັງບາງຄົນຈຶ່ງບໍ່ຢາກຍອມຮັບຄຳແນະນຳ?
7 ຈະເປັນແນວໃດຖ້າເຮົາໃຫ້ຄຳແນະນຳບໍ່ຖືກວິທີ? ຜູ້ດູແລທີ່ມີປະສົບການຄົນໜຶ່ງບອກວ່າ: “ບາງຄົນບໍ່ຢາກຍອມຮັບຄຳແນະນຳ ບໍ່ແມ່ນຍ້ອນວ່າຄຳແນະນຳນັ້ນບໍ່ດີ ແຕ່ຍ້ອນວ່າບໍ່ໄດ້ໃຫ້ຄຳແນະນຳດ້ວຍຄວາມຮັກ.” ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້? ພີ່ນ້ອງຈະຍອມຮັບຄຳແນະນຳໄດ້ງ່າຍກວ່າຖ້າຜູ້ດູແລໃຫ້ຄຳແນະນຳດ້ວຍຄວາມຮັກ ບໍ່ແມ່ນດ້ວຍອາລົມໃຈຮ້າຍ.
ຈຳເປັນທີ່ຈະໃຫ້ຄຳແນະນຳແທ້ໆບໍ?
8. ຜູ້ດູແລຄວນຖາມຕົວເອງແນວໃດເມື່ອຄິດທີ່ຈະໃຫ້ຄຳແນະນຳກັບພີ່ນ້ອງ?
8 ຜູ້ດູແລບໍ່ຄວນຟ້າວໃຫ້ຄຳແນະນຳ. ກ່ອນທີ່ຈະໃຫ້ຄຳແນະນຳລາວຄວນຖາມຕົວເອງວ່າ: ‘ຂ້ອຍຈຳເປັນຕ້ອງເວົ້າສິ່ງນີ້ແທ້ໆບໍ? ຂ້ອຍແນ່ໃຈບໍວ່າສິ່ງທີ່ພີ່ນ້ອງຄົນນັ້ນເຮັດມັນຜິດ? ສິ່ງທີ່ລາວເຮັດຂັດກັບຫຼັກການໃນຄຳພີໄບເບິນບໍ ຫຼືມັນຕ່າງຈາກຄວາມຄິດ ຂອງຂ້ອຍຊື່ໆ?’ ຜູ້ດູແລທີ່ສຸຂຸມຕ້ອງຫຼີກລ່ຽງທີ່ຈະບໍ່ເປັນຄົນ “ປາກໄວ.” (ສຸພາ. 29:20, ລ.ມ.) ຖ້າລາວບໍ່ແນ່ໃຈວ່າຄວນຈະໃຫ້ຄຳແນະນຳກັບພີ່ນ້ອງຄົນນັ້ນຫຼືບໍ່ ລາວອາດຈະຖາມຜູ້ດູແລຄົນອື່ນເພື່ອຈະຮູ້ວ່າພີ່ນ້ອງຄົນນັ້ນເຮັດຜິດຫຼັກການໃນຄຳພີໄບເບິນຫຼືບໍ່ ແລະຈຳເປັນຕ້ອງໃຫ້ຄຳແນະນຳບໍ.—2 ຕມ. 3:16, 17
9. ເຮົາໄດ້ບົດຮຽນຫຍັງຈາກໂປໂລກ່ຽວກັບວິທີໃຫ້ຄຳແນະນຳໃນເລື່ອງການນຸ່ງເຄື່ອງແລະການແຕ່ງໂຕ? (1 ຕີໂມທຽວ 2:9, 10)
9 ໃຫ້ເຮົາມາເບິ່ງຕົວຢ່າງຕໍ່ໄປນີ້: ສົມມຸດວ່າຜູ້ດູແລກຳລັງຄິດທີ່ຈະແນະນຳພີ່ນ້ອງກ່ຽວກັບການນຸ່ງເຄື່ອງແລະການແຕ່ງຕົວ. ລາວອາດຈະຖາມຕົວເອງວ່າ: ‘ສິ່ງທີ່ຂ້ອຍຈະແນະນຳມີເຫດຜົນຕາມຫຼັກການໃນຄຳພີໄບເບິນບໍ?’ ຍ້ອນລາວບໍ່ຢາກໃຊ້ຄວາມຄິດສ່ວນຕົວ ລາວອາດຈະຖາມຜູ້ດູແລຄົນອື່ນຫຼືພີ່ນ້ອງທີ່ມີປະສົບການໃນເລື່ອງນີ້. ເຂົາເຈົ້າອາດຈະທົບທວນຄຳແນະນຳຂອງໂປໂລນຳກັນໃນເລື່ອງການແຕ່ງໂຕ. (ອ່ານ 1 ຕີໂມທຽວ 2:9, 10) ໂປໂລບໍ່ໄດ້ໃຫ້ຫຼັກການທີ່ເຈາະຈົງກ່ຽວກັບເລື່ອງນີ້. ລາວບອກວ່າຄລິດສະຕຽນຄວນແຕ່ງຕົວແບບເໝາະສົມ ສຸພາບຮຽບຮ້ອຍ ແລະໃນແບບທີ່ນັບຖືພະເຈົ້າ. ລາວບໍ່ໄດ້ຕັ້ງກົດໃຫ້ພີ່ນ້ອງວ່າຄວນນຸ່ງຫຍັງຫຼືບໍ່ຄວນນຸ່ງຫຍັງ. ລາວຮູ້ວ່າພີ່ນ້ອງມີສິດເລືອກທີ່ຈະແຕ່ງໂຕຕາມໃຈມັກແບບທີ່ບໍ່ຂັດກັບຫຼັກການໃນຄຳພີໄບເບິນ. ດັ່ງນັ້ນ ເມື່ອຜູ້ດູແລຄິດວ່າຈະໃຫ້ຄຳແນະນຳພີ່ນ້ອງຫຼືບໍ່ ເຂົາເຈົ້າຄວນເບິ່ງວ່າພີ່ນ້ອງແຕ່ງໂຕແບບສຸພາບແລະໃຫ້ກຽດພະເຢໂຫວາບໍ.
10. ເຮົາຄວນຈື່ຫຍັງໄວ້ເມື່ອຄົນອື່ນຕັດສິນໃຈບໍ່ຄືເຮົາ?
10 ເປັນເລື່ອງສຳຄັນທີ່ເຮົາຈະຈື່ວ່າແມ່ນແຕ່ພີ່ນ້ອງທີ່ມີຄວາມເຊື່ອເຂັ້ມແຂງທັງສອງຄົນກໍຍັງເລືອກບໍ່ຄືກັນ. ແຕ່ນີ້ບໍ່ໄດ້ໝາຍຄວາມວ່າຄົນໜຶ່ງເລືອກຖືກແລະອີກຄົນໜຶ່ງເລືອກຜິດ. ດັ່ງນັ້ນ ເຮົາບໍ່ຄວນບັງຄັບພີ່ນ້ອງໃຫ້ ເຮັດຕາມສິ່ງທີ່ເຮົາມັກ.—ຣມ. 14:10
ຜູ້ໃດຄວນເປັນຜູ້ໃຫ້ຄຳແນະນຳ?
11-12. ຖ້າຈຳເປັນຕ້ອງໃຫ້ຄຳແນະນຳ ຜູ້ດູແລຄວນຈະຖາມຕົວເອງແນວໃດ ແລະຍ້ອນຫຍັງ?
11 ຖ້າເຫັນວ່າຈຳເປັນຕ້ອງໃຫ້ຄຳແນະນຳ ແລ້ວໃຜຄວນເປັນຜູ້ໃຫ້ຄຳແນະນຳ? ເມື່ອຈະໃຫ້ຄຳແນະນຳກັບພີ່ນ້ອງຍິງທີ່ແຕ່ງດອງແລ້ວຫຼືເດັກນ້ອຍ ຜູ້ດູແລຄວນປຶກສາກັບຫົວໜ້າຄອບຄົວກ່ອນ ເພາະບາງເທື່ອຫົວໜ້າຄອບຄົວອາດຈະຢາກຈັດການເລື່ອງນີ້ດ້ວຍຕົວເອງ. * ຫຼືຫົວໜ້າຄອບຄົວອາດຈະຂໍຢູ່ນຳຕອນທີ່ຜູ້ດູແລໃຫ້ຄຳແນະນຳ. ແລະຄືກັບທີ່ເວົ້າເຖິງໃນ ຂໍ້ 3 ບາງເທື່ອອາດຈະດີກວ່າຖ້າຜູ້ດູແລຂໍໃຫ້ພີ່ນ້ອງຍິງທີ່ອາຍຸຫຼາຍກວ່າມາຊ່ວຍແນະນຳພີ່ນ້ອງຍິງທີ່ອາຍຸໜ້ອຍກວ່າ.
12 ຍັງມີອີກເຫດຜົນໜຶ່ງທີ່ຜູ້ດູແລຄວນຄິດເຖິງ. ລາວອາດຈະຖາມຕົວເອງວ່າ ‘ຂ້ອຍເໝາະສົມທີ່ສຸດບໍທີ່ຈະເປັນຜູ້ໃຫ້ຄຳແນະນຳ ຫຼືມັນຈະດີກວ່າຖ້າໃຫ້ພີ່ນ້ອງຄົນອື່ນເປັນຜູ້ໃຫ້ຄຳແນະນຳ?’ ຕົວຢ່າງເຊັ່ນ: ຖ້າຈະໃຫ້ຄຳແນະນຳກັບພີ່ນ້ອງທີ່ຮູ້ສຶກວ່າຕົວເອງບໍ່ມີຄ່າ ມັນຄືຊິດີກວ່າຖ້າໃຫ້ຜູ້ດູແລທີ່ມີປະສົບການທີ່ຄ້າຍຄືກັບລາວເປັນຜູ້ໃຫ້ຄຳແນະນຳ ເພາະອາດຈະຊ່ວຍລາວໃຫ້ຮັບຟັງໄດ້ງ່າຍກວ່າ. ແຕ່ເຖິງແນວໃດກໍຕາມ ຜູ້ດູແລທຸກຄົນມີໜ້າທີ່ຕ້ອງໃຫ້ກຳລັງໃຈແລະກະຕຸ້ນພີ່ນ້ອງໃຫ້ປັບປ່ຽນຕົວເອງຕາມຫຼັກການໃນຄຳພີໄບເບິນ. ດັ່ງນັ້ນ ເປັນເລື່ອງສຳຄັນຫຼາຍທີ່ຜູ້ດູແລຈະຕ້ອງໃຫ້ຄຳແນະນຳກັບພີ່ນ້ອງເມື່ອເຫັນວ່າຈຳເປັນ ເຖິງວ່າຜູ້ດູແລຈະບໍ່ມີປະສົບການທີ່ຄືກັບພີ່ນ້ອງຄົນນັ້ນກໍຕາມ.
ເຈົ້າຈະໃຫ້ຄຳແນະນຳທີ່ດີໄດ້ແນວໃດ?
13-14. ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ຜູ້ດູແລຄວນຕັ້ງໃຈຟັງ?
13 ໃຫ້ຕັ້ງໃຈຟັງ. ເມື່ອຜູ້ດູແລກຽມຈະໃຫ້ຄຳແນະນຳກັບພີ່ນ້ອງ ລາວຄວນຖາມຕົວເອງວ່າ: ‘ຂ້ອຍຮູ້ຈັກສະພາບການຂອງພີ່ນ້ອງຄົນນີ້ບໍ? ຊີວິດລາວເປັນແນວໃດ? ລາວມີບັນຫາຫຍັງບໍທີ່ຂ້ອຍບໍ່ຮູ້? ຕອນນີ້ລາວຕ້ອງການຄວາມຊ່ວຍເຫຼືອເລື່ອງຫຍັງຫຼາຍທີ່ສຸດ?’
14 ຫຼັກການທີ່ຢູ່ໃນຢາໂກໂບ 1:19 ເໝາະສຳລັບຜູ້ທີ່ຕ້ອງໃຫ້ຄຳແນະນຳ. ຂໍ້ນີ້ບອກວ່າ: “ທຸກຄົນຕ້ອງໄວໃນການຟັງ ຊ້າໃນການເວົ້າ ຊ້າໃນການຮ້າຍ.” ຜູ້ດູແລອາດຈະຄິດວ່າລາວເຂົ້າໃຈສະພາບການທັງໝົດ ແຕ່ເປັນແບບນັ້ນແທ້ໆບໍ? ໃນສຸພາສິດ 18:13, ລ.ມ. ບອກວ່າ: “ຄົນທີ່ຕອບກ່ອນໄດ້ຍິນຂໍ້ເທັດຈິງກໍເຮັດເລື່ອງໂງ່ແລະໜ້າອັບອາຍ.” ເປັນເລື່ອງດີທີ່ຜູ້ດູແລຄວນຖາມພີ່ນ້ອງຄົນນັ້ນດ້ວຍຕົວເອງກ່ຽວກັບສະພາບການຂອງລາວ ແລະຕັ້ງໃຈຟັງກ່ອນທີ່ຈະເວົ້າ. ຂໍໃຫ້ຄິດເຖິງເລື່ອງຂອງຜູ້ດູແລທີ່ເວົ້າເຖິງກ່ອນໜ້ານີ້. ລາວໄດ້ຮຽນຮູ້ວ່າກ່ອນຈະໃຫ້ຄຳແນະນຳ ລາວຄວນຖາມພີ່ນ້ອງຍິງຄົນນັ້ນວ່າ: “ມີເລື່ອງຫຍັງທີ່ເຮັດໃຫ້ເຈົ້າໜັກໃຈບໍ? ຂ້ອຍຈະຊ່ວຍເຈົ້າໄດ້ແນວໃດ?” ຖ້າຜູ້ດູແລຕັ້ງໃຈຟັງພີ່ນ້ອງເພື່ອຈະເຂົ້າໃຈສະພາບການຂອງເຂົາເຈົ້າ ຜູ້ດູແລກໍຈະໃຫ້ກຳລັງໃຈແລະຊ່ວຍເຫຼືອພີ່ນ້ອງໄດ້ຫຼາຍຂຶ້ນ.
15. ຜູ້ດູແລຈະເຮັດຕາມຫຼັກການທີ່ຢູ່ໃນສຸພາສິດ 27:23 ໄດ້ແນວໃດ?
15 ໃຫ້ຮູ້ຈັກຝູງແກະຢ່າງດີ. ຄືກັບທີ່ໄດ້ເວົ້າໃນຕອນຕົ້ນຂອງບົດຄວາມນີ້ ການໃຫ້ຄຳແນະນຳທີ່ດີບໍ່ພຽງແຕ່ອ່ານຂໍ້ພະຄຳພີບາງຂໍ້ຫຼືໃຫ້ຄຳແນະນຳບາງຢ່າງ ແຕ່ຕ້ອງເຮັດຫຼາຍກວ່ານັ້ນ. ຜູ້ດູແລຄວນເຮັດໃຫ້ພີ່ນ້ອງຮູ້ສຶກວ່າຜູ້ດູແລເຂົ້າໃຈ ເປັນຫ່ວງ ແລະຢາກຊ່ວຍເຫຼືອເຂົາເຈົ້າແທ້ໆ. (ອ່ານສຸພາສິດ 27:23) ດັ່ງນັ້ນ ຜູ້ດູແລຄວນພະຍາຍາມສະໜິດກັບພີ່ນ້ອງໃຫ້ຫຼາຍຂຶ້ນ.
16. ຜູ້ດູແລຕ້ອງເຮັດແນວໃດເພື່ອຈະເປັນຜູ້ໃຫ້ຄຳແນະນຳທີ່ດີ?
16 ຜູ້ດູແລບໍ່ຢາກໃຫ້ພີ່ນ້ອງຄິດວ່າຜູ້ດູແລມາລົມກັບເຂົາເຈົ້າສະເພາະຕອນທີ່ຢາກໃຫ້ຄຳແນະນຳຫຼື ຕອນທີ່ເຂົາເຈົ້າເຮັດຜິດ. ແທນທີ່ຈະເຮັດແບບນັ້ນ ຜູ້ດູແລຄວນລົມກັບພີ່ນ້ອງເລື່ອງທົ່ວໆໄປ ແລະສະແດງຄວາມສົນໃຈພີ່ນ້ອງບໍ່ວ່າຈະເປັນຕອນທີ່ເຂົາເຈົ້າມີບັນຫາ. ຂໍໃຫ້ສັງເກດຄຳເວົ້າຂອງຜູ້ດູແລທີ່ມີປະສົບການຄົນໜຶ່ງ. ລາວບອກວ່າ: “ຖ້າເຈົ້າເຮັດແບບນັ້ນ ເຈົ້າກໍຈະສະໜິດກັບພີ່ນ້ອງແລະຮູ້ສຶກສະດວກໃຈຫຼາຍຂຶ້ນເມື່ອຕ້ອງໃຫ້ຄຳແນະນຳ.” ສ່ວນຄົນທີ່ໄດ້ຮັບຄຳແນະນຳ ກໍຈະຍອມຮັບຄຳແນະນຳນັ້ນໄດ້ງ່າຍກວ່າ.
17. ເປັນຫຍັງຜູ້ດູແລຕ້ອງອົດທົນແລະເຮັດດີກັບພີ່ນ້ອງ?
17 ໃຫ້ອົດທົນແລະເຮັດດີ. ເມື່ອພີ່ນ້ອງບໍ່ຍອມເຮັດຕາມຄຳແນະນຳໃນຕອນທຳອິດ ຜູ້ດູແລຄວນ ຈະສະແດງຄວາມອົດທົນ ເຮັດດີກັບເຂົາເຈົ້າ ແລະລະວັງທີ່ຈະບໍ່ໃຈຮ້າຍງ່າຍ. ຄຳພີໄບເບິນເວົ້າກ່ຽວກັບພະເຢຊູວ່າ: “ຕົ້ນອໍ້ທີ່ຊ້ຳແລ້ວ ລາວຈະບໍ່ຫັກ ໄສ້ຕະກຽງເປັນຄວັນທີ່ກຳລັງຈະມອດ ລາວຈະບໍ່ມອດມັນ.” (ມທ. 12:20) ດັ່ງນັ້ນເມື່ອຜູ້ດູແລອະທິດຖານສ່ວນຕົວ ລາວອາດຈະຂໍພະເຢໂຫວາຊ່ວຍພີ່ນ້ອງຄົນນັ້ນໃຫ້ເຂົ້າໃຈເຫດຜົນທີ່ລາວຕ້ອງໄດ້ຮັບຄຳແນະນຳແລະເຮັດຕາມຄຳແນະນຳນັ້ນ. ພີ່ນ້ອງຄົນນັ້ນອາດຈະຕ້ອງໃຊ້ເວລາຄິດເຖິງສິ່ງທີ່ຜູ້ດູແລເວົ້າ. ຖ້າຜູ້ດູແລອົດທົນແລະເຮັດດີຕໍ່ໄປ ພີ່ນ້ອງກໍຈະຍອມຮັບຄຳແນະນຳໄດ້ງ່າຍຂຶ້ນ. ແລະທຸກເທື່ອທີ່ຜູ້ດູແລໃຫ້ຄຳແນະນຳຄວນຈະມາຈາກຄຳພີໄບເບິນ.
18. (ກ) ເມື່ອໃຫ້ຄຳແນະນຳ ເຮົາຄວນຈື່ຫຍັງໄວ້? (ຂ) ຕາມຮູບພາບແລະຂອບ ພໍ່ແມ່ກຳລັງລົມກັນເລື່ອງຫຍັງ?
18 ຮຽນຈາກຄວາມຜິດພາດ. ຍ້ອນເຮົາເປັນຄົນບໍ່ສົມບູນແບບ ເຮົາຈຶ່ງບໍ່ສາມາດເຮັດຕາມຄຳແນະນຳຢູ່ໃນບົດຄວາມນີ້ໄດ້ຕະຫຼອດ. (ຢກບ. 3:2) ເມື່ອເຮົາເຮັດຜິດພາດ ເຮົາຄວນພະຍາຍາມຮຽນຈາກຄວາມຜິດພາດນັ້ນເພື່ອຈະປັບປຸງຕົວເອງໃຫ້ເຮັດດີຂຶ້ນ. ຖ້າພີ່ນ້ອງເຫັນວ່າເຮົາຮັກເຂົາເຈົ້າ ມັນກໍງ່າຍກວ່າສຳລັບເຂົາເຈົ້າທີ່ຈະໃຫ້ອະໄພເຮົາເມື່ອເຮົາເວົ້າຫຼືເຮັດບາງສິ່ງທີ່ເຮັດໃຫ້ເຂົາເຈົ້າຄຽດ.—ໃຫ້ເບິ່ງຂອບ “ ຄຳແນະນຳສຳລັບພໍ່ແມ່.”
ເຮົາໄດ້ຮຽນຫຍັງແດ່?
19. ເຮົາຈະເຮັດແນວໃດເພື່ອຈະເຮັດໃຫ້ພີ່ນ້ອງຮູ້ສຶກຊື່ນໃຈ?
19 ຄືກັບທີ່ເຮົາໄດ້ຮຽນມາແລ້ວວ່າ ການໃຫ້ຄຳແນະນຳທີ່ດີບໍ່ແມ່ນເລື່ອງງ່າຍ ຍ້ອນເຮົາເປັນຄົນບໍ່ສົມບູນແບບແລະຜູ້ທີ່ໄດ້ຮັບຄຳແນະນຳກໍບໍ່ສົມບູນແບບຄືກັນ. ແຕ່ຂໍໃຫ້ເຮົາຈື່ຫຼັກການທີ່ໄດ້ຮຽນໃນບົດຄວາມນີ້ ນັ້ນກໍຄື ໃຫ້ເຮົາຄິດເຖິງເຫດຜົນທີ່ເຮົາໃຫ້ຄຳແນະນຳແລະຄິດວ່າຈຳເປັນແທ້ໆບໍທີ່ຕ້ອງໃຫ້ຄຳແນະນຳ ແລະເຈົ້າເໝາະສົມທີ່ສຸດບໍທີ່ຈະເປັນຜູ້ໃຫ້ຄຳແນະນຳ. ກ່ອນໃຫ້ຄຳແນະນຳ ຄວນຈະຖາມພີ່ນ້ອງແລະຕັ້ງໃຈຟັງເພື່ອຈະເຂົ້າໃຈສະພາບການຂອງເຂົາເຈົ້າ. ໃຫ້ພະຍາຍາມເບິ່ງສະພາບການຂອງພີ່ນ້ອງຄືກັບທີ່ເຂົາເຈົ້າເບິ່ງ. ໃຫ້ເປັນຄົນອ່ອນໂຍນແລະພະຍາຍາມໃກ້ຊິດກັບພີ່ນ້ອງ. ຂໍໃຫ້ຈື່ໄວ້ວ່າ ເປົ້າໝາຍຂອງເຮົາບໍ່ພຽງແຕ່ຢາກໃຫ້ຄຳແນະນຳທີ່ ດີເທົ່ານັ້ນ ແຕ່ຢາກໃຫ້ຜູ້ທີ່ຮັບຄຳແນະນຳຮູ້ສຶກ “ຊື່ນໃຈ.”—ສຸພາ. 27:9, ລ.ມ.
ເພງ 103 ຜູ້ບຳລຸງລ້ຽງຂອງຂວັນທີ່ເປັນມະນຸດ
^ ຂໍ້ 5 ການໃຫ້ຄຳແນະນຳບໍ່ແມ່ນເລື່ອງງ່າຍສະເໝີໄປ. ແຕ່ຖ້າຈຳເປັນຕ້ອງໃຫ້ຄຳແນະນຳ ເຮົາຄວນຈະໃຫ້ຄຳແນະນຳແບບໃດເພື່ອໃຫ້ຜູ້ຟັງຮູ້ສຶກສົດຊື່ນແລະຮັບໄດ້ງ່າຍ? ໃນບົດຄວາມນີ້ຈະຊ່ວຍຜູ້ດູແລໃຫ້ຄຳແນະນຳກັບພີ່ນ້ອງໃນແບບທີ່ເຮັດໃຫ້ເຂົາເຈົ້າຢາກຟັງແລະເຮັດຕາມຄຳແນະນຳນັ້ນ.
^ ຂໍ້ 11 ເບິ່ງບົດຄວາມ “ການເຂົ້າໃຈເລື່ອງສິດອຳນາດໃນປະຊາຄົມ” ໃນຫໍສັງເກດການ ກຸມພາ 2021