ຈົ່ງຊອກຫາລາຊະອານາຈັກ ບໍ່ແມ່ນວັດຖຸສິ່ງຂອງ
‘ຈົ່ງຊອກຫາລາຊະອານາຈັກຂອງພະເຈົ້າ ແລະສິ່ງຂອງທັງຫຼາຍຈະເປັນທີ່ຕື່ມໃຫ້ແກ່ທ່ານທັງຫຼາຍ.’—ລືກາ 12:31
1. ສິ່ງທີ່ເຮົາຈຳເປັນແລະສິ່ງທີ່ເຮົາຕ້ອງການແຕກຕ່າງກັນແນວໃດ?
ເພື່ອຈະມີຊີວິດຢູ່ໄດ້ ສິ່ງທີ່ເຮົາຈຳເປັນກໍມີພຽງບໍ່ເທົ່າໃດຢ່າງ ເຊັ່ນ: ເຮົາຈຳເປັນຕ້ອງມີອາຫານ ເຄື່ອງນຸ່ງ ແລະບ່ອນຢູ່ອາໄສ. ແຕ່ສິ່ງທີ່ເຮົາຕ້ອງການກໍມີບໍ່ສິ້ນສຸດ ແລະຫຼາຍຄົນບໍ່ໄດ້ສຳນຶກວ່າແທ້ໆແລ້ວສິ່ງເຫຼົ່ານັ້ນບໍ່ແມ່ນສິ່ງທີ່ຈຳເປັນໃນຊີວິດ.
2. ຜູ້ຄົນຕ້ອງການສິ່ງໃດແດ່?
2 ຄົນທີ່ອາໄສຢູ່ໃນປະເທດທີ່ທຸກຍາກແລະຢູ່ໃນປະເທດທີ່ຮັ່ງມີ ສິ່ງທີ່ເຂົາເຈົ້າຕ້ອງການອາດແຕກຕ່າງກັນຫຼາຍ. ໃນບາງຂົງເຂດ ຜູ້ຄົນຢາກໄດ້ພຽງໂທລະສັບມືຖືໜ່ວຍໜຶ່ງ ລົດຈັກຄັນໜຶ່ງ ຫຼືດິນຕອນນ້ອຍໆຕອນໜຶ່ງ. ແຕ່ໃນຂົງເຂດອື່ນ ຜູ້ຄົນຢາກໄດ້ເຄື່ອງນຸ່ງຫຼາຍໆຜືນທີ່ແພງໆ ເຮືອນຫຼັງທີ່ໃຫຍ່ກວ່າເກົ່າ ຫຼືມີລົດທີ່ແພງກວ່າເກົ່າອີກ. ແຕ່ບໍ່ວ່າເຮົາຈະອາໄສຢູ່ໃນຂົງເຂດໃດຫຼືມີເງິນຫຼາຍສໍ່າໃດ ເຮົາອາດເລີ່ມຕ້ອງການວັດຖຸສິ່ງຂອງຫຼາຍຂຶ້ນເຊິ່ງເປັນສິ່ງທີ່ເຮົາບໍ່ຈຳເປັນຫຼືທີ່ເຮົາບໍ່ສາມາດຊື້ໄດ້.
ການນິຍົມວັດຖຸສາມາດສົ່ງຜົນກະທົບຕໍ່ເຮົາໄດ້
3. ການນິຍົມວັດຖຸແມ່ນຫຍັງ?
3 ການນິຍົມວັດຖຸແມ່ນຫຍັງ? ແມ່ນທັດສະນະຂອງຄົນຜູ້ໜຶ່ງທີ່ສົນໃຈໃນເລື່ອງວັດຖຸສິ່ງຂອງຫຼາຍກວ່າສາຍສຳພັນທີ່ລາວມີກັບພະເຈົ້າ. ລາວຈະບໍ່ພໍໃຈກັບການມີພຽງສິ່ງທີ່ຈຳເປັນ ດັ່ງນັ້ນລາວຈຶ່ງຕ້ອງການມີວັດຖຸສິ່ງຂອງຫຼາຍຂຶ້ນເລື້ອຍໆ. ຄົນທີ່ມີເງິນບໍ່ຫຼາຍຫຼືຄົນທີ່ບໍ່ໄດ້ຊື້ສິ່ງຂອງທີ່ແພງໆກໍສາມາດກາຍເປັນຄົນທີ່ນິຍົມວັດຖຸໄດ້. ຄົນເຫຼົ່ານັ້ນອາດຈະເຊົາຈັດໃຫ້ລາຊະອານາຈັກຂອງພະເຈົ້າເປັນສິ່ງທຳອິດໃນຊີວິດ.—ເຫບເລີ 13:5
4. ຊາຕານໃຊ້ “ຄວາມຄຶດຢາກໄດ້ຂອງຕາ” ຄືແນວໃດ?
4 ຊາຕານຢາກໃຫ້ເຮົາເຊື່ອວ່າຖ້າເຮົາມີວັດຖຸສິ່ງຂອງຫຼາຍໆ ແລ້ວເຮົາກໍຈະມີຊີວິດທີ່ມີຄວາມສຸກ. ດັ່ງນັ້ນ ຊາຕານຈຶ່ງໃຊ້ໂລກນີ້ແລະ “ຄວາມຄຶດຢາກໄດ້ຂອງຕາ” ເພື່ອພະຍາຍາມເຮັດໃຫ້ເຮົາຕ້ອງການຢູ່ຕະຫຼອດທີ່ຈະມີສິ່ງເຫຼົ່ານັ້ນຫຼາຍຂຶ້ນອີກ. (1 ໂຢຮັນ 2:15-17; ຕົ້ນເດີມ 3:6; ສຸພາສິດ 27:20) ເຮົາໄດ້ເຫັນແລະໄດ້ຍິນການໂຄສະນາຢູ່ເລື້ອຍໆເພື່ອໂນ້ມນ້າວເຮົາໃຫ້ຊື້ສິນຄ້າທີ່ອອກໃໝ່. ເຈົ້າເຄີຍບໍທີ່ຊື້ເຄື່ອງຍ້ອນວ່າມັນງາມ ຫຼືຊື້ຍ້ອນວ່າເຫັນໃນໂຄສະນາ? ຖ້າເຈົ້າເຄີຍເຮັດເຊັ່ນນັ້ນ ເຈົ້າອາດສຳນຶກໃນພາຍຫຼັງວ່າແທ້ໆແລ້ວສິ່ງນັ້ນບໍ່ໄດ້ຈຳເປັນ. ຖ້າເຮົາມັກຊື້ສິ່ງທີ່ບໍ່ຈຳເປັນ ຊີວິດຂອງເຮົາກໍຈະຫຍຸ້ງຍາກ. ສິ່ງເຫຼົ່ານີ້ສາມາດຂັດຂວາງເຮົາໃນການຮັບໃຊ້ພະເຢໂຫວາ. ຕົວຢ່າງເຊັ່ນ: ເຮົາອາດບໍ່ມີເວລາພໍເພື່ອສຶກສາຄຳພີໄບເບິນ ກຽມສຳລັບການປະຊຸມແລະເຂົ້າຮ່ວມການປະຊຸມ ແລະໄປປະກາດເປັນປະຈຳ. ຂໍໃຫ້ຈື່ທີ່ອັກຄະສາວົກໂຢຮັນໄດ້ເຕືອນວ່າ: ‘ໂລກນີ້ກັບຄວາມຄຶດຢາກໄດ້ຂອງໂລກພວມຜ່ານພົ້ນໄປ.’
5. ຄົນທີ່ໃຊ້ເຫື່ອແຮງສ່ວນຫຼາຍເພື່ອຈະໄດ້ສິ່ງຂອງຫຼາຍຂຶ້ນ ຜົນຈະເປັນແນວໃດ?
5 ຊາຕານຢາກໃຫ້ເຮົາໃຊ້ເຫື່ອແຮງເພື່ອຈະຫາເງິນແລະມີວັດຖຸສິ່ງຂອງຫຼາຍຂຶ້ນ ແທນທີ່ຈະໃຊ້ເຫື່ອແຮງນັ້ນເພື່ອພະເຢໂຫວາ. (ມັດທາຍ 6:24) ແຕ່ຖ້າເຮົາຢາກໄດ້ວັດຖຸສິ່ງຂອງຫຼາຍຂຶ້ນສຳລັບຕົວເອງ ຊີວິດຂອງເຮົາກໍຈະບໍ່ມີຄວາມໝາຍ. ເຮົາອາດຮູ້ສຶກທໍ້ໃຈຫຼືມີບັນຫາທາງດ້ານການເງິນ ຫຼືຮ້າຍແຮງກວ່ານັ້ນ ເຮົາອາດຈະບໍ່ເຊື່ອໃນພະເຢໂຫວາແລະໃນລາຊະອານາຈັກຂອງພະອົງອີກຕໍ່ໄປ. (1 ຕີໂມເຕ 6:9, 10; ຄຳປາກົດ 3:17) ພະເຍຊູກ່າວວ່າ: ‘ຄວາມຢາກໄດ້ເຂົ້າຂອງອື່ນໆ’ ເປັນຄືກັບກົກໜາມທີ່ສາມາດເຮັດໃຫ້ເມັດເຂົ້າບໍ່ງອກຂຶ້ນແລະບໍ່ເກີດໝາກ.—ມາລະໂກ 4:14, 18, 19
6. ເຮົາໄດ້ບົດຮຽນຫຍັງຈາກເລື່ອງຂອງບາລຶກ?
6 ຂໍໃຫ້ຄິດກ່ຽວກັບເລື່ອງຂອງບາລຶກທີ່ເປັນເລຂາຂອງຜູ້ພະຍາກອນເຢເຣມີ. ເມື່ອບາລຶກເລີ່ມ “ຊອກຫາສິ່ງຂອງໃຫຍ່” ສຳລັບຕົວເອງ ພະເຢໂຫວາໄດ້ເຕືອນລາວວ່າ ອີກບໍ່ດົນເມືອງເຢຣຶຊາເລມກໍຈະຖືກທຳລາຍ. ແຕ່ພະອົງສັນຍາກັບບາລຶກວ່າ ພະອົງຈະປົກປ້ອງຊີວິດຂອງລາວ. (ເຢເຣມີ 45:1-5) ບາລຶກບໍ່ຄວນຄາດໝາຍສິ່ງອື່ນໆຕື່ມອີກ ເພາະພະເຢໂຫວາຈະບໍ່ປົກປ້ອງວັດຖຸສິ່ງຂອງ. (ເຢເຣມີ 20:5) ໃນທຸກມື້ນີ້ ເຮົາມີຊີວິດຢູ່ໃກ້ອະວະສານຂອງໂລກນີ້. ດັ່ງນັ້ນ ຕອນນີ້ຈຶ່ງບໍ່ແມ່ນເວລາທີ່ເຮົາຈະມີວັດຖຸສິ່ງຂອງຫຼາຍຂຶ້ນເລື້ອຍໆສຳລັບຕົວເອງ. ເຮົາບໍ່ຄວນຄາດໝາຍວ່າພາຍຫຼັງຄວາມທຸກລຳບາກຄັ້ງໃຫຍ່ ເຮົາຍັງຈະມີສິ່ງຂອງທີ່ເຮົາມີຢູ່ໃນຕອນນີ້ ເຖິງວ່າສິ່ງເຫຼົ່າ ນັ້ນຈະມີຄ່າຕໍ່ເຮົາກໍຕາມ.—ສຸພາສິດ 11:4; ມັດທາຍ 24:21, 22; ລືກາ 12:15
ຕອນນີ້ບໍ່ແມ່ນເວລາທີ່ເຮົາຈະມີວັດຖຸສິ່ງຂອງຫຼາຍຂຶ້ນເລື້ອຍໆສຳລັບຕົວເອງ
7. ຕໍ່ໄປເຮົາຈະພິຈາລະນາເລື່ອງຫຍັງ ແລະຍ້ອນຫຍັງ?
7 ດັ່ງນັ້ນ ເຮົາຈະເຮັດແນວໃດເພື່ອຫາລ້ຽງຕົວເອງແລະຄອບຄົວ ແລະຍັງສາມາດຈົດຈໍ່ໃນສິ່ງທີ່ສຳຄັນທີ່ສຸດໃນຊີວິດ? ເຮົາຈະເຮັດແນວໃດເພື່ອຈະບໍ່ເປັນຄົນທີ່ນິຍົມວັດຖຸ? ແລະສິ່ງໃດຈະຊ່ວຍເຮົາບໍ່ໃຫ້ກັງວົນຫຼາຍໃນສິ່ງທີ່ຈຳເປັນ? ໃນຄຳບັນລະຍາຍທີ່ມີຊື່ສຽງຂອງພະເຍຊູ ພະອົງໃຫ້ຄຳແນະນຳທີ່ດີທີ່ສຸດໃນເລື່ອງນີ້. (ມັດທາຍ 6:19-21) ຂໍໃຫ້ເຮົາອ່ານແລະພິຈາລະນາໃນມັດທາຍ 6:25-34 ແລ້ວເຮົາຈະໝັ້ນໃຈໄດ້ວ່າເຮົາຕ້ອງຊອກຫາລາຊະອານາຈັກຂອງພະເຈົ້າຕໍ່ໆໄປ ບໍ່ແມ່ນວັດຖຸສິ່ງຂອງ.—ລືກາ 12:31
ພະເຢໂຫວາຈັດຕຽມໃຫ້ເຮົາມີສິ່ງທີ່ຈຳເປັນ
8, 9. (ກ) ເປັນຫຍັງເຮົາບໍ່ຄວນອຸກໃຈຫຼາຍເກີນໄປໃນສິ່ງທີ່ເຮົາຈຳເປັນ? (ຂ) ພະເຍຊູຮູ້ຈັກຫຍັງກ່ຽວກັບມະນຸດແລະຄວາມຈຳເປັນຂອງເຂົາເຈົ້າ?
8 ອ່ານມັດທາຍ 6:25. ພະເຍຊູຮູ້ວ່າພວກລູກສິດຂອງພະອົງອຸກໃຈກ່ຽວກັບສິ່ງທີ່ເຂົາເຈົ້າຈະກິນ ດື່ມ ແລະນຸ່ງ ດັ່ງນັ້ນຢູ່ໃນຄຳບັນລະຍາຍນີ້ ພະອົງຈຶ່ງບອກເຂົາເຈົ້າວ່າ: “ຢ່າຊູ່ອຸກໃຈສຳລັບລ້ຽງຊີວິດແຫ່ງຕົນ.” ພະເຍຊູຕ້ອງການຊ່ວຍເຂົາເຈົ້າໃຫ້ເຂົ້າໃຈເຫດຜົນທີ່ບໍ່ຄວນອຸກໃຈກ່ຽວກັບຊີວິດການເປັນຢູ່. ພະອົງຮູ້ວ່າຖ້າອຸກໃຈຫຼາຍເກີນໄປ ແມ່ນແຕ່ໃນສິ່ງທີ່ຈຳເປັນແທ້ໆ ເຂົາເຈົ້າອາດລືມສິ່ງທີ່ສຳຄັນກວ່າໃນຊີວິດ. ພະເຍຊູເປັນຫ່ວງພວກລູກສິດຫຼາຍ ດັ່ງນັ້ນ ໃນຄຳບັນລະຍາຍນີ້ ພະອົງຈຶ່ງເຕືອນເຂົາເຈົ້າຕື່ມອີກເຖິງສີ່ຄັ້ງກ່ຽວກັບອັນຕະລາຍນີ້.—ມັດທາຍ 6:27, 28, 31, 34
9 ແຕ່ເປັນຫຍັງພະເຍຊູບອກເຮົາວ່າບໍ່ຕ້ອງອຸກໃຈວ່າຈະກິນ ດື່ມ ຫຼືນຸ່ງສິ່ງໃດ? ເຮົາບໍ່ຈຳເປັນຕ້ອງມີອາຫານແລະເຄື່ອງນຸ່ງບໍ? ແນ່ນອນວ່າເຮົາຈຳເປັນ! ຖ້າເຮົາມີເງິນບໍ່ພໍເພື່ອຈະຊື້ສິ່ງເຫຼົ່ານີ້ກໍເປັນເລື່ອງທຳມະດາທີ່ເຮົາຈະອຸກໃຈ. ພະເຍຊູຮູ້ກ່ຽວກັບເລື່ອງນີ້ ແລະພະອົງກໍຮູ້ວ່າມະນຸດຈຳເປັນຕ້ອງມີສິ່ງໃດ. ພະອົງຮູ້ວ່າ “ໃນສະໄໝສຸດທ້າຍ” ພວກລູກສິດຂອງພະອົງຈະໃຊ້ຊີວິດໃນເວລາທີ່ຫຍຸ້ງຍາກຫຼາຍ. (2 ຕີໂມເຕ 3:1, ລ.ມ.) ທີ່ຈິງ ໃນທຸກມື້ນີ້ຫຼາຍຄົນບໍ່ມີວຽກເຮັດແລະສິ່ງຂອງຕ່າງໆກໍນັບມື້ນັບແພງຂຶ້ນ. ໃນຫຼາຍແຫ່ງ ຜູ້ຄົນທຸກຍາກຫຼາຍແລະມີອາຫານພຽງແຕ່ໜ້ອຍດຽວ ຫຼືອາດຈະບໍ່ມີກິນດ້ວຍຊໍ້າ. ແຕ່ພະເຍຊູຮູ້ວ່າຊີວິດຂອງຄົນເຮົາສຳຄັນກວ່າ ‘ອາຫານ ແລະຮ່າງກາຍກໍປະເສີດກວ່າເຄື່ອງນຸ່ງຫົ່ມ.’
ພະເຍຊູເວົ້າວ່າຊີວິດຂອງຄົນເຮົາສຳຄັນກວ່າ ‘ອາຫານ ແລະຮ່າງກາຍປະເສີດກວ່າເຄື່ອງນຸ່ງຫົ່ມ’
10. ເມື່ອສອນພວກລູກສິດໃຫ້ຮູ້ວິທີອະທິດຖານ ພະເຍຊູໄດ້ຊີ້ວ່າສິ່ງໃດຄວນສຳຄັນທີ່ສຸດໃນຊີວິດຂອງເຂົາເຈົ້າ?
10 ກ່ອນໜ້ານີ້ພະເຍຊູໄດ້ສອນພວກລູກສິດວ່າ ເມື່ອອະທິດຖານ ເຂົາເຈົ້າຄວນຂໍໃຫ້ພໍ່ທີ່ຢູ່ທາງພາກສະຫວັນຈັດຫາສິ່ງທີ່ຈຳເປັນໃຫ້ແກ່ເຂົາເຈົ້າ. ເຂົາເຈົ້າສາມາດອະທິດຖານວ່າ: ‘ຂໍປະທານອາຫານທີ່ຂ້າພະເຈົ້າທັງຫຼາຍຕ້ອງການໃນວັນນີ້.’ (ມັດທາຍ 6:11) ໃນໂອກາດອື່ນ ພະອົງໄດ້ບອກເຂົາເຈົ້າໃຫ້ອະທິດຖານວ່າ: ‘ຂໍປະທານອາຫານທີ່ຂ້າພະເຈົ້າທັງຫຼາຍຕ້ອງການທຸກໆວັນ.’ (ລືກາ 11:3) ແຕ່ນີ້ບໍ່ໄດ້ໝາຍຄວາມວ່າເຮົາຄວນຈະຄິດຢູ່ຕະຫຼອດເວລາກ່ຽວກັບສິ່ງທີ່ເຮົາຈຳເປັນ. ທີ່ຈິງພະເຍຊູບອກວ່າ ການຂໍໃຫ້ລາຊະອານາຈັກຂອງພະເຈົ້າມາປົກຄອງ ເປັນເລື່ອງທີ່ສຳຄັນກວ່າການຂໍສິ່ງທີ່ເຂົາເຈົ້າຈຳເປັນ. (ມັດທາຍ 6:10; ລືກາ 11:2) ເພື່ອຊ່ວຍພວກລູກສິດໃຫ້ເຊົາອຸກໃຈ ພະເຍຊູໄດ້ປອບໂຍນໂດຍຊີ້ໃຫ້ເຂົາເຈົ້າເຫັນວິທີທີ່ພະເຢໂຫວາເບິ່ງແຍງທຸກສິ່ງທີ່ພະອົງໄດ້ສ້າງ.
11, 12. ເຮົາຮຽນຮູ້ຫຍັງຈາກວິທີທີ່ພະເຢໂຫວາເບິ່ງແຍງນົກ? (ເບິ່ງຮູບທຳອິດ)
11 ອ່ານມັດທາຍ 6:26. ເຮົາຄວນ “ເບິ່ງນົກທັງຫຼາຍໃນຟ້າອາກາດ.” ເຖິງວ່ານົກເປັນສັດຕົວນ້ອຍໆ ແຕ່ພວກມັນກໍກິນຫຼາຍ. ທີ່ຈິງ ຖ້ານົກຕົວໃຫຍ່ສໍ່າຄົນ ມັນຈະກິນຫຼາຍກວ່າຄົນ. ນົກກິນໝາກໄມ້ ເມັດພືດ ແມງໄມ້ ແລະຂີ້ກະເດືອນ ແຕ່ນົກບໍ່ຈຳເປັນຕ້ອງຫວ່ານແລະປູກພືດເອງ. ພະເຢໂຫວາຈັດຕຽມໃຫ້ນົກມີທຸກສິ່ງທີ່ຈຳເປັນ. (ຄຳເພງ 147:9) ແນ່ນອນວ່າພະເຢໂຫວາບໍ່ໄດ້ປ້ອນອາຫານໃສ່ປາກນົກ. ພວກມັນຕ້ອງໄປຫາກິນເອງ ແຕ່ກໍມີອາຫານທີ່ພຽງພໍໃຫ້ພວກມັນຫາກິນໄດ້.
12 ພະເຍຊູໝັ້ນໃຈວ່າຖ້າພະເຢໂຫວາເບິ່ງແຍງນົກ ພະອົງກໍຈະເບິ່ງແຍງມະນຸດເຊັ່ນກັນ. [1] (ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ) (1 ເປໂຕ 5:6, 7) ແນ່ນອນ ເຊັ່ນດຽວກັບນົກ ເຮົາກໍບໍ່ຄວນຂີ້ຄ້ານ. ເຮົາຕ້ອງເຮັດວຽກເພື່ອປູກພືດຜັກຫຼືເພື່ອໄດ້ເງິນມາຊື້ອາຫານ. ພະເຢໂຫວາຈະອວຍພອນເມື່ອເຮົາພະຍາຍາມເຮັດແບບນັ້ນ. ເມື່ອເຮົາຂາດເຂີນເງິນຫຼືມີອາຫານບໍ່ພຽງພໍ ພະອົງກໍສາມາດຈັດໃຫ້ເຮົາມີສິ່ງທີ່ຈຳເປັນ. ຕົວຢ່າງເຊັ່ນ: ພະອົງອາດກະຕຸ້ນໃຫ້ບາງຄົນແບ່ງສິ່ງທີ່ຈຳເປັນໃຫ້ເຮົາ. ນອກຈາກນັ້ນ ພະເຢໂຫວາຍັງຈັດໃຫ້ນົກມີບ່ອນຢູ່ອາໄສ. ຖ້າພະອົງສ້າງນົກໃຫ້ຮູ້ເຮັດຮັງເອງ ແລະຈັດໃຫ້ມັນມີສິ່ງທີ່ຈະໃຊ້ເພື່ອເຮັດຮັງ ພະເຢໂຫວາກໍສາມາດຊ່ວຍເຮົາໃຫ້ມີບ່ອນຢູ່ອາໄສທີ່ເໝາະສົມສຳລັບຄອບຄົວໄດ້ເຊັ່ນກັນ.
13. ສິ່ງໃດທີ່ພິສູດວ່າເຮົາມີຄ່າຫຼາຍກວ່ານົກ?
13 ຫຼັງຈາກທີ່ພະເຍຊູເຕືອນພວກລູກສິດວ່າ ພະເຢໂຫວາໄດ້ລ້ຽງນົກ ພະອົງຈຶ່ງຖາມເຂົາເຈົ້າວ່າ: “ທ່ານທັງຫຼາຍປະເສີດກວ່ານົກທັງຫຼາຍບໍ່ໃຊ່ຫຼື?” (ສົມທຽບກັບລືກາ 12:6, 7) ເມື່ອເວົ້າຄຳນີ້ ເປັນໄດ້ທີ່ພະເຍຊູຄິດເຖິງເລື່ອງທີ່ວ່າ ອີກບໍ່ດົນພະອົງກໍຈະສະລະຊີວິດເພື່ອມະນຸດທຸກຄົນ. ແມ່ນແລ້ວ ພະເຍຊູບໍ່ໄດ້ຕາຍສຳລັບນົກຫຼືສັດອື່ນໆ ແຕ່ພະອົງໄດ້ສະລະຊີວິດສຳລັບພວກເຮົາເພື່ອທີ່ເຮົາອາດຈະມີຊີວິດຕະຫຼອດໄປ.—ມັດທາຍ 20:28
14. ຄົນທີ່ມີຄວາມອຸກໃຈບໍ່ສາມາດເຮັດຫຍັງໄດ້?
14 ອ່ານມັດທາຍ 6:27. ພະເຍຊູໝາຍຄວາມວ່າແນວໃດເມື່ອພະອົງກ່າວວ່າ ຄວາມອຸກໃຈບໍ່ສາມາດເຮັດໃຫ້ຮ່າງກາຍສູງຂຶ້ນໄປອີກຈັກສອກໜຶ່ງ? ພະອົງໝາຍຄວາມວ່າ ການອຸກໃຈເລື່ອງສິ່ງທີ່ຈຳເປັນບໍ່ສາມາດຍືດຊີວິດອອກໄປອີກ. ທີ່ຈິງ ຖ້າເຮົາມີຄວາມເຄັ່ງຕຶງຫຼາຍ ເຮົາອາດຈະບໍ່ສະບາຍແລະເຖິງຂັ້ນຕາຍໄດ້.
15, 16. (ກ) ເຮົາຮຽນຮູ້ຫຍັງຈາກການທີ່ພະເຢໂຫວາເບິ່ງແຍງດອກໄມ້ທີ່ຢູ່ໃນທົ່ງ? (ເບິ່ງຮູບທຳອິດ) (ຂ) ມີຄຳຖາມໃດແດ່ທີ່ເຮົາອາດຖາມຕົວເອງ ແລະຍ້ອນຫຍັງ?
15 ອ່ານມັດທາຍ 6:28-30. ເຮົາມີຄວາມສຸກເມື່ອເຮົາມີເຄື່ອງນຸ່ງທີ່ງາມໆ ໂດຍສະເພາະເມື່ອເຮົາອອກໄປປະກາດ ໄປການປະຊຸມປະຈຳປະຊາຄົມຫຼືການປະຊຸມໃຫຍ່. ແຕ່ເຮົາຈຳເປັນຕ້ອງ ‘ອຸກໃຈກັບເຄື່ອງນຸ່ງ’ ບໍ? ອີກຄັ້ງໜຶ່ງ ພະເຍຊູໄດ້ເຕືອນພວກລູກສິດວ່າພະເຢໂຫວາສາມາດເບິ່ງແຍງສິ່ງທີ່ພະອົງສ້າງ. ພະເຍຊູໃຊ້ຕົວຢ່າງເລື່ອງ “ດອກບຸບຜາໃນທົ່ງ” ເຊິ່ງອາດໝາຍເຖິງດອກໄມ້ຕ່າງໆເຊັ່ນ: ດອກລາດີໂອລັດ (gladiolus) ດອກໄຮອະຊິນ (hyacinths) ດອກໄອລິດ (irises) ແລະດອກທິວລິບ. ດອກໄມ້ເຫຼົ່ານີ້ບໍ່ຈຳເປັນຕ້ອງຫຍິບເຄື່ອງນຸ່ງເອງ ແຕ່ພວກມັນກໍງາມຫຼາຍຈົນພະເຍຊູເວົ້າວ່າ: “ກະສັດຊາໂລໂມນຕອນທີ່ແຕ່ງຕົວເຕັມຍົດກໍຍັງບໍ່ງາມເທົ່າກັບດອກໄມ້ດອກໜຶ່ງທີ່ຢູ່ໃນທົ່ງ, ລ.ມ.”!
16 ຂໍໃຫ້ຄິດເຖິງສິ່ງທີ່ພະເຍຊູເວົ້າຕໍ່ໄປວ່າ: ‘ຖ້າພະເຈົ້າມັດທາຍ 8:26; 14:31; 16:8; 17:20) ເຂົາເຈົ້າຕ້ອງເຊື່ອວ່າພະເຢໂຫວາຕ້ອງການເບິ່ງແຍງເຂົາເຈົ້າແລະພະອົງຈະເຮັດເຊັ່ນນັ້ນແທ້ໆ. ສ່ວນເຮົາເດ? ເຮົາເຊື່ອບໍວ່າພະເຢໂຫວາຈະເບິ່ງແຍງເຮົາ?
ປະທານເຄື່ອງນຸ່ງຫົ່ມຢ່າງນັ້ນໃຫ້ດອກໄມ້ໃບຫຍ້າໃນທົ່ງເຊິ່ງຢູ່ພຽງໃນວັນນີ້ . . . ພະອົງຈະບໍ່ໃຫ້ມີເສື້ອຜ້ານຸ່ງຫົ່ມທ່ານທັງຫຼາຍຫຼາຍກວ່ານັ້ນຫຼື ໂອ້ຄົນທັງຫຼາຍທີ່ມີຄວາມເຊື່ອໜ້ອຍ?’ ພະອົງຈະໃຫ້ເຂົາເຈົ້າມີເຄື່ອງນຸ່ງຫົ່ມຢ່າງແນ່ນອນ! ແຕ່ເຂົາເຈົ້າຕ້ອງມີຄວາມເຊື່ອຫຼາຍຂຶ້ນ. (ເຈົ້າເຊື່ອບໍວ່າພະເຢໂຫວາຈະເບິ່ງແຍງເຈົ້າ?
17. ສິ່ງໃດອາດເຮັດໃຫ້ເຮົາສູນເສຍສາຍສຳພັນກັບພະເຢໂຫວາ?
17 ອ່ານມັດທາຍ 6:31, 32. ຫຼາຍຄົນທີ່ບໍ່ຮູ້ຈັກພະເຢໂຫວາ ເຂົາເຈົ້າໄດ້ທຸ່ມເທຊີວິດໃນການຫາເງິນແລະການມີວັດຖຸສິ່ງຂອງຫຼາຍຂຶ້ນ. ແຕ່ຖ້າເຮົາເຮັດຄືກັບເຂົາເຈົ້າ ເຮົາຈະສູນເສຍສາຍສຳພັນກັບພະເຢໂຫວາ. ເຮົາຮູ້ວ່າພະເຢໂຫວາເປັນຄືກັບພໍ່ແລະພະອົງກໍຮັກເຮົາ. ເຮົາໝັ້ນໃຈໄດ້ວ່າ ຖ້າເຮົາເຮັດຕາມຂໍ້ຮຽກຮ້ອງຂອງພະອົງ ແລະຈັດໃຫ້ລາຊະອານາຈັກຂອງພະອົງຢູ່ໃນອັນດັບທຳອິດໃນຊີວິດ ພະອົງກໍຈະໃຫ້ເຮົາມີສິ່ງທີ່ຈຳເປັນທຸກຢ່າງແລະມີຫຼາຍກວ່ານັ້ນອີກ. ນອກຈາກນັ້ນ ເຮົາຍັງຮູ້ວ່າເຮົາຈະມີຄວາມສຸກຢ່າງແທ້ຈິງຖ້າເຮົາມີສາຍສຳພັນທີ່ດີກັບພະເຢໂຫວາ ແລະສິ່ງນີ້ກໍຈະຊ່ວຍເຮົາໃຫ້ພໍໃຈທີ່ມີພຽງສິ່ງທີ່ຈຳເປັນ ເຊັ່ນ: ‘ອາຫານລ້ຽງຕົວແລະເຄື່ອງນຸ່ງຫົ່ມ.’—1 ຕີໂມເຕ 6:6-8
ລາຊະອານາຈັກຂອງພະເຈົ້າຢູ່ໃນອັນດັບທຳອິດໃນຊີວິດຂອງເຈົ້າບໍ?
18. ພະເຢໂຫວາຮູ້ຫຍັງກ່ຽວກັບເຮົາເປັນສ່ວນຕົວ ແລະພະອົງຈະເຮັດຫຍັງສຳລັບເຮົາ?
18 ອ່ານມັດທາຍ 6:33. ຖ້າເຮົາຈັດໃຫ້ລາຊະອານາຈັກຢູ່ໃນອັນດັບທຳອິດໃນຊີວິດ ພະເຢໂຫວາກໍຈະໃຫ້ເຮົາມີທຸກຢ່າງທີ່ຈຳເປັນ. ພະເຍຊູບອກເຫດຜົນທີ່ເຮົາສາມາດໝັ້ນໃຈໃນຄຳສັນຍານັ້ນ. ພະອົງເວົ້າວ່າ: ‘ພະບິດາຂອງທ່ານທັງຫຼາຍຜູ້ຢູ່ໃນສະຫວັນກໍຮູ້ຈັກວ່າທ່ານທັງຫຼາຍຕ້ອງມີສິ່ງຂອງທັງປວງນີ້.’ ພະເຢໂຫວາຮູ້ວ່າສິ່ງໃດຈຳເປັນສຳລັບເຈົ້າ ກ່ອນທີ່ເຈົ້າຈະຮູ້ຕົວດ້ວຍຊໍ້າ. (ຟີລິບ 4:19) ພະອົງຮູ້ວ່າຕໍ່ໄປເຄື່ອງນຸ່ງໂຕໃດທີ່ເຮົາຈະຈຳເປັນຕ້ອງມີ ແລະຍັງຮູ້ວ່າອາຫານແບບໃດທີ່ເຮົາຈະຈຳເປັນຕ້ອງກິນ. ນອກຈາກນັ້ນ ພະອົງກໍຍັງຮູ້ວ່າເຮົາແລະຄອບຄົວຕ້ອງມີບ່ອນຢູ່ອາໄສ. ພະເຢໂຫວາຈະຈັດໃຫ້ເຮົາມີສິ່ງທີ່ຈຳເປັນແທ້ໆຢ່າງແນ່ນອນ.
19. ເປັນຫຍັງເຮົາບໍ່ຄວນກັງວົນກ່ຽວກັບສິ່ງທີ່ອາດຈະເກີດຂຶ້ນໃນອະນາຄົດ?
19 ອ່ານມັດທາຍ 6:34. ອີກຄັ້ງໜຶ່ງ ພະເຍຊູບອກພວກລູກສິດວ່າ: “ຢ່າຊູ່ອຸກໃຈ.” ພະເຢໂຫວາຈະຈັດໃຫ້ເຮົາມີສິ່ງທີ່ຈຳເປັນໃນແຕ່ລະມື້. ດັ່ງນັ້ນ ເຮົາບໍ່ຈຳເປັນຕ້ອງອຸກໃຈຫຼາຍເກີນໄປກ່ຽວກັບສິ່ງທີ່ອາດຈະເກີດຂຶ້ນໃນອະນາຄົດ. ຖ້າເຮົາອຸກໃຈແບບນັ້ນ ເຮົາອາດເລີ່ມເພິ່ງພາຕົວເອງເຊິ່ງຈະເຮັດໃຫ້ເຮົາສູນເສຍສາຍສຳພັນກັບພະເຢໂຫວາ. ແທນທີ່ຈະເປັນແບບນັ້ນ ເຮົາຕ້ອງໄວ້ວາງໃຈໃນພະອົງຢ່າງເຕັມທີ.—ສຸພາສິດ 3:5, 6; ຟີລິບ 4:6, 7
ຊອກຫາລາຊະອານາຈັກກ່ອນ ແລ້ວພະເຢໂຫວາຈະເບິ່ງແຍງເຈົ້າ
20. (ກ) ໃນການຮັບໃຊ້ພະເຢໂຫວາ ເຈົ້າອາດຕັ້ງເປົ້າໝາຍແບບໃດແດ່? (ຂ) ເຈົ້າສາມາດເຮັດຫຍັງແດ່ເພື່ອຈັດຊີວິດໃຫ້ຮຽບງ່າຍ?
20 ເປັນເລື່ອງໜ້າເສົ້າແທ້ໆຖ້າເຮົາບໍ່ມີເຫື່ອແຮງພໍທີ່ຈະ ວິທີຈັດຊີວິດໃຫ້ຮຽບງ່າຍ” ມີຄຳແນະນຳບາງຢ່າງ. ໃຫ້ອະທິດຖານຂໍກັບພະເຢໂຫວາເພື່ອຊ່ວຍເຈົ້າໃຫ້ຕັດສິນໃຈເຮັດໃນສິ່ງທີ່ເຈົ້າຈຳເປັນ ຈາກນັ້ນກໍໃຫ້ເຈົ້າເຮັດການປ່ຽນແປງໃນສິ່ງທີ່ຈຳເປັນ.
ຮັບໃຊ້ພະເຢໂຫວາຢ່າງເຕັມທີ ຍ້ອນວ່າເຮົາກຳລັງພະຍາຍາມຈະມີວັດຖຸສິ່ງຂອງຫຼາຍຂຶ້ນອີກ! ແທນທີ່ຈະເປັນແບບນັ້ນ ເຮົາຄວນຮັບໃຊ້ພະເຢໂຫວາຢ່າງດີທີ່ສຸດ. ຕົວຢ່າງເຊັ່ນ: ເຈົ້າສາມາດຍ້າຍໄປຊ່ວຍປະຊາຄົມທີ່ຕ້ອງການຜູ້ປະກາດໄດ້ບໍ? ເຈົ້າເປັນໄພໂອເນຍໄດ້ບໍ? ຫຼືຖ້າເຈົ້າເປັນໄພໂອເນຍແລ້ວ ເຈົ້າໄດ້ຄິດເຖິງການສະໝັກເຂົ້າໂຮງຮຽນຜູ້ປະກາດລາຊະອານາຈັກບໍ? ບາງທີເຈົ້າສາມາດໃຊ້ເວລາອາທິດລະສອງສາມມື້ໄດ້ບໍ ເພື່ອຊ່ວຍວຽກຢູ່ເບເທນຫຼືຢູ່ຫ້ອງການແປພາສາ? ຫຼືເຈົ້າອາດເປັນອາສາສະໝັກໃນທີມກໍ່ສ້າງຂອງທ້ອງຖິ່ນເພື່ອຊ່ວຍໃນການສ້າງຫໍປະຊຸມໄດ້ບໍ? ໃຫ້ຄິດເຖິງວິທີທີ່ເຈົ້າຈະຈັດຊີວິດໃຫ້ຮຽບງ່າຍຂຶ້ນເພື່ອເຈົ້າຈະມີເວລາແລະເຫື່ອແຮງຫຼາຍຂຶ້ນໃນການເຮັດສິ່ງຕ່າງໆທີ່ກ່ຽວຂ້ອງກັບເລື່ອງລາຊະອານາຈັກ. ຂອບທີ່ຊື່ວ່າ “21. ສິ່ງໃດຈະຊ່ວຍເຮົາໃຫ້ໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ?
21 ພະເຍຊູສອນເຮົາໃຫ້ຊອກຫາລາຊະອານາຈັກກ່ອນສິ່ງອື່ນໆ. ເມື່ອເຮັດແບບນັ້ນ ເຮົາກໍຈະບໍ່ອຸກໃຈຫຼາຍເກີນໄປໃນສິ່ງທີ່ເຮົາຈຳເປັນ. ເຮົາຈະໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ ເພາະເຮົາໝັ້ນໃຈວ່າພະອົງຈະເບິ່ງແຍງເຮົາ. ເຮົາຈະຮູ້ຈັກຄວບຄຸມຕົວເອງ ແລະບໍ່ຊື້ທຸກສິ່ງທີ່ເຮົາຢາກໄດ້ຫຼືທີ່ໂລກນີ້ສະເໜີໃຫ້ເຖິງວ່າເຮົາຊື້ໄດ້ກໍຕາມ. ຖ້າເຮົາຈັດຊີວິດໃຫ້ຮຽບງ່າຍຕັ້ງແຕ່ຕອນນີ້ກໍຈະຊ່ວຍເຮົາໃຫ້ຮັກສາຄວາມສັດຊື່ຕໍ່ພະເຢໂຫວາແລະ ‘ກຳເອົາຄວາມຫວັງເລື່ອງຊີວິດແທ້’ ຕາມທີ່ພະອົງໄດ້ສັນຍາກັບເຮົາ.—^ [1] (ຂໍ້ 12) ໃນບາງຄັ້ງ ຜູ້ຮັບໃຊ້ຂອງພະເຢໂຫວາກໍມີອາຫານບໍ່ພຽງພໍທີ່ຈະກິນ. ເພື່ອເຂົ້າໃຈເຫດຜົນທີ່ພະເຢໂຫວາອາດຍອມໃຫ້ເລື່ອງແບບນີ້ເກີດຂຶ້ນ ຂໍໃຫ້ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ ສະບັບສຶກສາ 15 ກັນຍາ 2014 ໜ້າ 22 (ພາສາໄທ).