ໃຫ້ເຮັດວຽກມອບໝາຍທີ່ເຈົ້າໄດ້ຮັບຢ່າງສຸດຈິດສຸດໃຈ!
ເຈົ້າຮູ້ສຶກແນວໃດເມື່ອໄດ້ຮັບຈົດໝາຍຈາກໝູ່ສະໜິດເຊິ່ງໃຫ້ກຳລັງໃຈເຈົ້າ? 2 ຕີໂມທຽວທີ່ຢູ່ໃນຄຳພີໄບເບິນກໍເປັນຈົດໝາຍແບບນັ້ນທີ່ຕີໂມທຽວໄດ້ຮັບຈາກອັກຄະສາວົກໂປໂລ. ຕີໂມທຽວຄືຊິຕັ້ງໃຈອ່ານຈົດໝາຍນີ້ໃນບ່ອນທີ່ບໍ່ມີໃຜລົບກວນ. ຕອນທີ່ຕີໂມທຽວອ່ານຈົດໝາຍນີ້ ລາວອາດຈະຄິດວ່າ: ‘ຕອນນີ້ໂປໂລເປັນແນວໃດ? ລາວຈະມີຄຳແນະນຳເພື່ອຊ່ອຍຂ້ອຍໃຫ້ເຮັດວຽກມອບໝາຍໄດ້ດີຂຶ້ນບໍ? ຫຼືລາວຈະມີຄຳແນະນຳທີ່ຊ່ອຍຂ້ອຍໃຫ້ເຮັດວຽກປະກາດແລະສອນຄົນອື່ນໄດ້ດີຂຶ້ນບໍ?’ ຕີໂມທຽວບໍ່ພຽງແຕ່ໄດ້ຄຳຕອບສຳລັບຄຳຖາມນັ້ນ ແຕ່ລາວໄດ້ສິ່ງທີ່ສຳຄັນກວ່ານັ້ນອີກ. ໃນບົດຄວາມນີ້ ເຮົາຈະມາເບິ່ງບາງຈຸດທີ່ຊ່ອຍເຮົາໄດ້ໃນປັດຈຸບັນ.
“ຂ້ອຍຈຶ່ງອົດທົນທຸກສິ່ງຕໍ່ໄປ”
ຕອນທີ່ຕີໂມທຽວເລີ່ມອ່ານຈົດໝາຍນີ້ ລາວກໍຮູ້ສຶກໄດ້ເລີຍວ່າໂປໂລເປັນຫ່ວງລາວຫຼາຍ. ໂປໂລເອີ້ນລາວຢ່າງອົບອຸ່ນວ່າ “ລູກຮັກ.” (2 ຕມ. 1:2) ຕີໂມທຽວໄດ້ຮັບຈົດໝາຍນີ້ປະມານປີ ຄ.ສ 65. ຕອນນັ້ນລາວອາດຈະອາຍຸຫຼາຍກວ່າ 30 ປີ ແລະກໍເປັນຜູ້ດູແລທີ່ມີປະສົບການແລ້ວ. ລາວໄດ້ເຮັດວຽກຮັບໃຊ້ກັບໂປໂລຫຼາຍກວ່າ 10 ປີ ແລະໄດ້ຮຽນຮູ້ຫຼາຍຢ່າງຈາກໂປໂລ.
ຕີໂມທຽວຄືຊິໄດ້ຮັບກຳລັງໃຈຫຼາຍແທ້ໆທີ່ຮູ້ວ່າໂປໂລຍັງສັດຊື່ເຖິງຈະເຈິຄວາມຍາກລຳບາກຫຼາຍຢ່າງ. ໂປໂລເປັນນັກໂທດຢູ່ໃນໂຣມແລະອີກບໍ່ດົນກໍຈະຖືກປະຫານຊີວິດ. (2 ຕມ. 1:15, 16; 4:6-8) ຕີໂມທຽວຍັງເຫັນວ່າໂປໂລເປັນຄົນກ້າຫານຍ້ອນຄຳເວົ້າຂອງໂປໂລທີ່ວ່າ: “ຂ້ອຍຈຶ່ງອົດທົນທຸກສິ່ງຕໍ່ໄປ.” (2 ຕມ. 2:8-13) ຕົວຢ່າງຂອງໂປໂລທີ່ອົດທົນຢ່າງສັດຊື່ກໍເຮັດໃຫ້ເຮົາໄດ້ຮັບກຳລັງໃຈຄືກັນ.
“ກະຕືລືລົ້ນໃນການໃຊ້ຄວາມສາມາດ”
ໂປໂລກະຕຸ້ນຕີໂມທຽວໃຫ້ຖືວ່າວຽກຮັບໃຊ້ພະເຈົ້າເປັນສິ່ງທີ່ມີຄ່າຫຼາຍ. ລາວຢາກໃຫ້ຕີໂມທຽວ “ກະຕືລືລົ້ນໃນການໃຊ້ຄວາມສາມາດ [ຂອງຂວັນ] ທີ່ມາຈາກພະເຈົ້າ.” (2 ຕມ. 1:6) ໃນພາສາກຣີກຄຳວ່າ ຄາຣິດສະມາ ທີ່ແປວ່າ “ຂອງຂວັນ” ໃນພາສາເດີມອາດໝາຍເຖິງຂອງຂວັນທີ່ໄດ້ຮັບລ້າໆໂດຍບໍ່ຕ້ອງເຮັດຫຍັງເລີຍແລະກໍບໍ່ສົມຄວນໄດ້ຮັບດ້ວຍຊ້ຳ. ຕີໂມທຽວໄດ້ຮັບຂອງຂວັນນີ້ຕອນທີ່ລາວຖືກ ເລືອກໃຫ້ເຮັດວຽກຮັບໃຊ້ໃນປະຊາຄົມແບບພິເສດ.—1 ຕມ. 4:14
ໂປໂລກະຕຸ້ນຕີໂມທຽວໃຫ້ເຮັດຫຍັງກັບຂອງຂວັນນີ້? ຕອນທີ່ຕີໂມທຽວອ່ານຄຳວ່າ “ກະຕືລືລົ້ນ” ລາວອາດຈະຄິດເຖິງເຕົາໄຟເຊິ່ງໃຊ້ຢູ່ໃນເຮືອນ. ເພື່ອຈະໃຫ້ໄຟລຸກຢູ່ຕະຫຼອດແລະຮ້ອນຫຼາຍຂຶ້ນກໍຕ້ອງຕື່ມຟືນແລະຖ່ານເຂົ້າໄປ. ວັດຈະນານຸກົມຫົວໜຶ່ງບອກວ່າຄຳກິລິຍາພາສາກຣີກ ອານາໂຊໄພລີໂອ ທີ່ໂປໂລໃຊ້ໝາຍເຖິງ “ເປົ່າໃຫ້ໄຟລຸກ ກະຕຸ້ນ ຫຼືເຮັດໃຫ້ໄຟລຸກອີກ” ຄຳນີ້ເປັນຄຳປຽບທຽບໃຫ້ເຫັນເຖິງຄວາມຕື່ນເຕັ້ນແລະຄວາມກະຕືລືລົ້ນໃນການເຮັດວຽກບາງຢ່າງ. ດັ່ງນັ້ນ ໂປໂລກໍກຳລັງບອກຕີໂມທຽວວ່າ: ‘ໃຫ້ເຮັດວຽກມອບໝາຍທີ່ເຈົ້າໄດ້ຮັບຢ່າງສຸດຈິດສຸດໃຈ!’ ໃນທຸກມື້ນີ້ ເຮົາກໍຕ້ອງເຮັດແບບນັ້ນຄືກັນ ເຮົາຕ້ອງເປັນຄົນກະຕືລືລົ້ນໃນການເຮັດວຽກຮັບໃຊ້ພະເຈົ້າ.
‘ໃຫ້ເກັບຮັກສາສິ່ງມີຄ່ານີ້ໄວ້’
ໃນຈົດໝາຍນັ້ນ ໂປໂລຍັງໄດ້ເວົ້າເຖິງບາງສິ່ງທີ່ຊ່ອຍໃຫ້ຕີໂມທຽວເຮັດວຽກຮັບໃຊ້ໄດ້ດີ. ໂປໂລຂຽນວ່າ “ສິ່ງມີຄ່ານີ້ທີ່ຝາກໄວ້ກັບເຈົ້າ ໃຫ້ເກັບຮັກສາໄວ້ດ້ວຍຄວາມຊ່ວຍເຫຼືອຈາກພະລັງບໍລິສຸດທີ່ມີຢູ່ໃນຕົວພວກເຮົາ.” (2 ຕມ. 1:14) ສິ່ງທີ່ມີຄ່ານີ້ແມ່ນຫຍັງ? ແລະຕີໂມທຽວຕ້ອງເຮັດຫຍັງກັບສິ່ງທີ່ມີຄ່ານີ້? ຂໍ້ພະຄຳພີກ່ອນໜ້ານີ້ ໂປໂລເວົ້າເຖິງ “ຄຳສອນທີ່ເປັນປະໂຫຍດ” ເຊິ່ງກໍຄືຄວາມຈິງທີ່ຢູ່ໃນຄຳພີໄບເບິນ. (2 ຕມ. 1:13) ເນື່ອງຈາກເປັນຄລິດສະຕຽນ ຕີໂມທຽວຈຶ່ງຕ້ອງສອນຄວາມຈິງ ໃຫ້ກັບພີ່ນ້ອງໃນປະຊາຄົມ ແລະຄົນອື່ນໆໃນເຂດປະກາດ. (2 ຕມ. 4:1-5) ແລະຕີໂມທຽວກໍຍັງເປັນຜູ້ດູແລທີ່ເບິ່ງແຍງຝູງແກະຂອງພະເຈົ້າ. (1 ປຕ. 5:2) ດັ່ງນັ້ນ ເພື່ອຕີໂມທຽວຈະສອນຄວາມຈິງໃນຄຳພີໄບເບິນໄດ້ ລາວຕ້ອງເພິ່ງພະລັງບໍລິສຸດຈາກພະເຢໂຫວາແລະໃຊ້ຄຳພີໄບເບິນ.—2 ຕມ. 3:14-17
ໃນທຸກມື້ນີ້ ເຮົາກໍຕ້ອງສອນຄວາມຈິງໃນຄຳພີໄບເບິນໃຫ້ຄົນອື່ນຄືກັນ. (ມທ. 28:19, 20) ແລະເພື່ອຈະເຫັນວ່າຄວາມຈິງທີ່ເຮົາສອນນັ້ນເປັນສິ່ງທີ່ມີຄ່າຫຼາຍ ເຮົາກໍຕ້ອງອະທິດຖານແລະສຶກສາຄຳພີໄບເບິນເປັນປະຈຳ. (ຣມ. 12:11, 12; 1 ຕມ. 4:13, 15, 16) ນອກຈາກນັ້ນ ເຮົາອາດຈະຖືກແຕ່ງຕັ້ງໃຫ້ເປັນຜູ້ດູແລໃນປະຊາຄົມ ຫຼືເປັນຜູ້ຮັບໃຊ້ເຕັມເວລາ. ຖ້າເຮົາໄດ້ວຽກມອບໝາຍແບບນັ້ນ ເຮົາກໍຄວນເປັນຄົນຖ່ອມໂຕແລະໝາຍເພິ່ງພະເຢໂຫວາໃຫ້ຊ່ອຍເຮົາເຮັດວຽກນີ້ໄດ້. ການເຮັດແບບນີ້ກໍສະແດງວ່າ ເຮົາເຫັນຄ່າຄວາມຈິງໃນຄຳພີໄບເບິນທີ່ພະເຈົ້າໃຫ້ເຮົາແທ້ໆ.
“ສິ່ງຕ່າງໆ . . . ນັ້ນ ໃຫ້ມອບໄວ້ແກ່ຄົນທີ່ສັດຊື່”
ຕີໂມທຽວຕ້ອງສອນຄົນອື່ນໃຫ້ເຮັດວຽກທີ່ລາວກຳລັງເຮັດ ນີ້ເປັນເຫດຜົນທີ່ໂປໂລບອກລາວວ່າ “ສິ່ງຕ່າງໆທີ່ເຈົ້າໄດ້ຍິນຈາກຂ້ອຍ . . . ໃຫ້ມອບໄວ້ແກ່ຄົນທີ່ສັດຊື່ເຊິ່ງມີຄວາມສາມາດພໍທີ່ຈະສອນຄົນອື່ນໄດ້.” (2 ຕມ. 2:2) ໂປໂລບອກຕີໂມທຽວໃຫ້ສອນທຸກສິ່ງທີ່ລາວໄດ້ຮຽນມາໃຫ້ກັບພີ່ນ້ອງຄົນອື່ນໆ. ໃນທຸກມື້ນີ້ ຜູ້ດູແລໃນປະຊາຄົມກໍຕ້ອງເຮັດແບບນັ້ນຄືກັນ. ຜູ້ດູແລທີ່ດີຈະບໍ່ຫວງຄວາມຮູ້ກ່ຽວກັບວຽກມອບໝາຍໄວ້ຜູ້ດຽວ ແຕ່ລາວຈະສອນພີ່ນ້ອງຄົນອື່ນໆໃຫ້ສາມາດເຮັດວຽກມອບໝາຍນັ້ນໄດ້. ລາວຈະບໍ່ຢ້ານວ່າຄົນອື່ນຈະມີຄວາມຮູ້ຫຼາຍກວ່າ ຫຼືເຮັດວຽກໄດ້ດີກວ່າລາວ. ດັ່ງນັ້ນຜູ້ດູແລຕ້ອງບໍ່ສອນແຕ່ຄວາມຮູ້ພື້ນຖານເທົ່ານັ້ນ ແຕ່ລາວຕ້ອງສອນເຂົາເຈົ້າໃຫ້ຄິດຫາເຫດຜົນແລະເຂົ້າໃຈສະພາບການໄດ້ຢ່າງຖືກຕ້ອງເພື່ອຈະເປັນຄລິດສະຕຽນທີ່ມີຄວາມເຊື່ອເຂັ້ມແຂງ. ເມື່ອເຮັດແບບນັ້ນ “ຄົນທີ່ສັດຊື່” ຫຼືພີ່ນ້ອງຊາຍທີ່ລາວສອນກໍຈະສາມາດຊ່ອຍປະຊາຄົມໄດ້ຫຼາຍຂຶ້ນ.
ຕີໂມທຽວຄືຊິເຫັນຄ່າຈົດໝາຍທີ່ໃຫ້ກຳລັງໃຈຈາກໂປໂລຫຼາຍແທ້ໆ. ເຮົານຶກພາບໄດ້ເລີຍວ່າ ຕີໂມທຽວຄືຊິອ່ານຄຳແນະນຳໃນຈົດໝາຍນັ້ນຫຼາຍເທື່ອ ແລະຄິດເຖິງວິທີທີ່ຈະເອົາຄຳແນະນຳນັ້ນມາໃຊ້ໃນວຽກມອບໝາຍຂອງລາວ.
ແລ້ວເຮົາຈະໃຊ້ຄຳແນະນຳນີ້ແນວໃດ? ເຮົາຕ້ອງພະຍາຍາມກະຕືລືລົ້ນໃນການໃຊ້ຄວາມສາມາດ ຮັກສາສິ່ງທີ່ມີຄ່າໄວ້ ແລະສອນທຸກຢ່າງທີ່ເຮົາຮູ້ໃຫ້ກັບຄົນອື່ນ. ເມື່ອເຮັດແບບນີ້ ເຮົາກໍຈະ “ເຮັດວຽກຮັບໃຊ້ຂອງ [ເຮົາ] ໃຫ້ສຳເລັດຄົບຖ້ວນ” ຄືກັບທີ່ໂປໂລບອກຕີໂມທຽວ.—2 ຕມ. 4:5