ພະເຢໂຫວາອວຍພອນຄົນທີ່ກັບຄືນເມືອບ້ານເກີດ
ມີພີ່ນ້ອງຫຼາຍຄົນທີ່ແຕ່ກີ້ໄດ້ຍ້າຍຈາກປະເທດບ້ານເກີດຂອງໂຕເອງເພື່ອໄປປະເທດອື່ນ ແລະຕອນນີ້ໄດ້ກັບຄືນມາ. ຍ້ອນຮັກພະເຢໂຫວາແລະຮັກຄົນອື່ນ ພີ່ນ້ອງເຫຼົ່ານີ້ຈຶ່ງຍ້າຍໄປບ່ອນທີ່ຕ້ອງການຜູ້ປະກາດຫຼາຍກວ່າ. (ມທ. 22:37-39) ເຂົາເຈົ້າໄດ້ເສຍສະລະຫຍັງແດ່ ແລະພະເຢໂຫວາອວຍພອນເຂົາເຈົ້າແນວໃດ? ເພື່ອຈະໄດ້ຄຳຕອບ ໃຫ້ເຮົາໄປເບິ່ງປະສົບການຂອງບາງຄົນໃນປະເທດກາເມີຣຸນໃນອາຝຼິກກາຕາເວັນຕົກ.
“ຢູ່ຖືກບ່ອນແລ້ວທີ່ຈະ ‘ຫາປາ’ ໄດ້”
ໃນປີ 1998 ພີ່ນ້ອງຊາຍຊື່ໂອເນຊິເມໄດ້ຍ້າຍຈາກປະເທດກາເມີຣຸນໄປຢູ່ຕ່າງປະເທດ 14 ປີ. ມື້ໜຶ່ງຢູ່ການປະຊຸມ ລາວໄດ້ຟັງຕົວຢ່າງປຽບທຽບເລື່ອງການປະກາດ. ຜູ້ບັນລະຍາຍເວົ້າວ່າ “ມີສອງຄົນທີ່ເປັນໝູ່ກັນຕຶກປາຢູ່ຄົນລະບ່ອນ ແຕ່ຜູ້ໜຶ່ງຕຶກປາໄດ້ຫຼາຍກວ່າອີກຜູ້ໜຶ່ງ. ໝູ່ຜູ້ທີ່ຕຶກປາໄດ້ໜ້ອຍຈະຍ້າຍໄປຕຶກຢູ່ບ່ອນທີ່ໄດ້ປາຫຼາຍກວ່າແມ່ນບໍ?”
ຕົວຢ່າງປຽບທຽບນີ້ເຮັດໃຫ້ໂອເນຊິເມຄິດທີ່ຈະກັບຄືນໄປກາເມີຣຸນເພື່ອຊ່ອຍພີ່ນ້ອງຢູ່ຫັ້ນ ເພາະມີຫຼາຍຄົນຢາກຮຽນຄຳພີໄບເບິນ. ແຕ່ລາວກໍມີເລື່ອງທີ່ເປັນຫ່ວງ. ລາວຈະລຶ້ງກັບການໃຊ້ຊີວິດຢູ່ກາເມີຣຸນໄດ້ຄືເກົ່າບໍ ຫຼັງຈາກໄປຢູ່ຕ່າງປະເທດຫຼາຍປີ? ເພື່ອຈະຮູ້ວ່າຈະຢູ່ໄດ້ຫຼືບໍ່ ໂອເນຊິເມໄປຢາມກາເມີຣຸນກ່ອນ 6 ເດືອນ ແລ້ວໃນປີ 2012 ລາວກໍຍ້າຍກັບຄືນໄປຢູ່ຫັ້ນເລີຍ.
ໂອເນຊິເມເລົ່າວ່າ: “ຂ້ອຍຕ້ອງປັບໂຕໃຫ້ລຶ້ງກັບອາກາດທີ່ຮ້ອນແລະສະພາບການເປັນຢູ່. ຢູ່ຫໍປະຊຸມ ຂ້ອຍຕ້ອງລຶ້ງກັບການນັ່ງຕັ່ງໄມ້ລ້າໆທີ່ບໍ່ມີເບາະຮອງ.” ໂອເນຊິເມເວົ້າແລະຍິ້ມໄປພ້ອມ “ແຕ່ເມື່ອຂ້ອຍຕັ້ງໃຈຟັງການປະຊຸມ ຂ້ອຍກໍລືມຕັ່ງນັ່ງທີ່ສະບາຍໆຢູ່ຫໍປະຊຸມເກົ່າ.”
ໃນປີ 2013 ໂອເນຊິເມໄດ້ແຕ່ງດອງກັບເຈໂຣດິນທີ່ກັບຄືນມາຢູ່ກາເມີຣຸນ ຫຼັງຈາກໄປຢູ່ຝຣັ່ງໄດ້ 9 ປີ. ຍ້ອນທັງສອງໃຫ້ຄວາມຕ້ອງການຂອງພະເຢໂຫວາສຳຄັນທີ່ສຸດໃນຊີວິດ ພະເຢໂຫວາໄດ້ອວຍພອນເຂົາເຈົ້າແນວໃດ? ໂອເນຊິເມເວົ້າວ່າ: “ເຮົາໄດ້ເຂົ້າໂຮງຮຽນຜູ້ປະກາດລາຊະອານາຈັກນຳກັນແລະຮັບໃຊ້ຢູ່ເບເທນຈົນຮອດທຸກມື້ນີ້. ປີກາຍນີ້ມີນັກສຶກສາ 20 ຄົນຢູ່ປະຊາຄົມຂອງເຮົາຮັບບັບເຕມາ. ຂ້ອຍຮູ້ສຶກວ່າຕອນນີ້ຂ້ອຍຢູ່ຖືກບ່ອນແລ້ວທີ່ຈະ ‘ຫາປາ’ ໄດ້.” (ມຣກ. 1:17, 18) ເຈໂຣດິນເວົ້າຕື່ມວ່າ: “ຂ້ອຍໄດ້ຮັບສິ່ງດີໆຫຼາຍຢ່າງເກີນທີ່ຂ້ອຍຄາດຄິດ.”
ຄວາມສຸກໃນການສອນຄົນໃຫ້ເຂົ້າມາເປັນລູກສິດ
ຈູດິດໄດ້ຍ້າຍໄປອາເມຣິກາແລະລາວຢາກຮັບໃຊ້ພະເຢໂຫວາຫຼາຍຂຶ້ນ. ລາວເລົ່າວ່າ: “ທຸກເທື່ອທີ່ໄປຢາມຄອບຄົວຢູ່ກາເມີຣຸນ ຕອນໃກ້ຊິເມືອຂ້ອຍຕ້ອງໄຫ້ຕະຫຼອດ ເພາະຕ້ອງປະນັກສຶກສາຫຼາຍຄົນທີ່ຂ້ອຍເລີ່ມສອນຄຳພີໄບເບິນໃຫ້ເຂົາເຈົ້າ.” ແຕ່ຈູດິດກໍລັງເລໃຈທີ່ຈະຍ້າຍກັບຄືນໄປກາເມີຣຸນ. ລາວເຮັດວຽກທີ່ໄດ້ເງິນເດືອນດີ ເຊິ່ງຊ່ອຍລາວໃຫ້ສາມາດຈ່າຍຄ່າປິ່ນປົວພໍ່ຢູ່ກາເມີຣຸນໄດ້.
ເຖິງແນວນັ້ນກໍຕາມ ຈູດິດໄວ້ວາງໃຈພະເຢໂຫວາແລະໄດ້ຍ້າຍກັບຄືນໄປກາເມີຣຸນ. ຈູດິດຍອມຮັບວ່າລາວຄິດຮອດຄວາມສະດວກສະບາຍບາງຢ່າງຕອນຢູ່ອາເມຣິກາ. ລາວອະທິດຖານຂໍໃຫ້ພະເຢໂຫວາຊ່ອຍລາວໃຫ້ປັບໂຕໄດ້ ແລະລາວຍັງໄດ້ຮັບກຳລັງໃຈຈາກຜູ້ດູແລໝວດແລະເມຍ.ເມື່ອເບິ່ງຄືນຫຼັງ ຈູດິດເວົ້າວ່າ “ພາຍໃນສາມປີ ຂ້ອຍໄດ້ຊ່ອຍສີ່ຄົນໃຫ້ຮັບບັບເຕມາ.” ຈູດິດໄດ້ເລີ່ມຮັບໃຊ້ເປັນໄພໂອເນຍພິເສດ. ປັດຈຸບັນນີ້ ຈູດິດຮັບໃຊ້ກັບແຊມຄັດສ໌ແທວຜົວຂອງລາວໃນວຽກດູແລໝວດ. ພໍ່ຂອງຈູດິດເດເປັນແນວໃດ? ຈູດິດແລະຄອບຄົວສາມາດຊອກໂຮງໝໍໄດ້ໃນອີກປະເທດໜຶ່ງເຊິ່ງຍອມຜ່າຕັດໃຫ້ພໍ່ລາວລ້າໆ ແລະການຜ່າຕັດຜ່ານພົ້ນໄປດ້ວຍດີ.
ເຫັນການຊ່ວຍເຫຼືອຈາກພະເຢໂຫວາ
ພີ່ນ້ອງຊາຍຊື່ວິກເຕີໄດ້ຍ້າຍໄປການາດາ. ຫຼັງຈາກອ່ານບົດຄວາມໜຶ່ງໃນຫໍສັງເກດການ ກ່ຽວກັບການຮຽນສູງ ວິກເຕີກໍຄິດເຖິງການຮຽນຂອງໂຕເອງ. ລາວປ່ຽນຈາກການຮຽນຢູ່ມະຫາວິທະຍາໄລມາຮຽນຫຼັກສູດວິຊາຊີບເຊິ່ງໃຊ້ເວລາສັ້ນກວ່າ. ວິກເຕີເວົ້າວ່າ “ການຮຽນວິຊາຊີບເຮັດໃຫ້ຂ້ອຍມີໂອກາດໄດ້ເຮັດວຽກໄວກວ່າແລະເຮັດໃນສິ່ງທີ່ຂ້ອຍຢາກເຮັດແຕ່ດົນແລ້ວ ນັ້ນຄືເປັນໄພໂອເນຍ.” ຕໍ່ມາ ວິກເຕີໄດ້ແຕ່ງດອງກັບຄາໂຣລາຍແລະທັງສອງໄດ້ໄປຢາມກາເມີຣຸນ. ຕອນທີ່ໄປຢາມສຳນັກງານສາຂາຢູ່ຫັ້ນ ພີ່ນ້ອງບາງຄົນໄດ້ກະຕຸ້ນເຂົາເຈົ້າໃຫ້ຄິດເຖິງການຍ້າຍມາຮັບໃຊ້ຢູ່ກາເມີຣຸນ. ວິກເຕີເວົ້າວ່າ: “ເຮົາບໍ່ມີເຫດຜົນເລີຍທີ່ຈະປະຕິເສດ ແລະຍ້ອນວ່າເຮົາໃຊ້ຊີວິດແບບທຳມະດາຢູ່ແລ້ວເຮົາຈຶ່ງສາມາດຮັບເອົາຄຳເຊີນນີ້.” ເຖິງວ່າຄາໂຣລາຍມີບັນຫາສຸຂະພາບ ແຕ່ເຂົາເຈົ້າກໍຕັດສິນໃຈຍ້າຍໄປກາເມີຣຸນ.
ວິກເຕີກັບຄາໂຣລາຍເລີ່ມຮັບໃຊ້ເປັນໄພໂອເນຍປະຈຳເພື່ອຊ່ອຍຄົນທີ່ຢາກຮຽນຄຳພີໄບເບິນ. ເຂົາເຈົ້າມີເງິນທ້ອນໄວ້ຈຳນວນໜຶ່ງ ດັ່ງນັ້ນຈຶ່ງບໍ່ຕ້ອງເຮັດວຽກ ແຕ່ທັງສອງກັບໄປການາດາ 2-3 ເດືອນເພື່ອເຮັດວຽກແລ້ວກໍກັບມາກາເມີຣຸນແລະເຮັດວຽກໄພໂອເນຍຕໍ່. ພະເຢໂຫວາອວຍພອນເຂົາເຈົ້າແນວໃດ? ເຂົາເຈົ້າໄດ້ເຂົ້າໂຮງຮຽນຜູ້ປະກາດລາຊະອານາຈັກ ຮັບໃຊ້ເປັນໄພໂອເນຍພິເສດ ແລະໃນຕອນນີ້ຮັບໃຊ້ໃນໂຄງການກໍ່ສ້າງ. ວິກເຕີເວົ້າວ່າ “ການປະຊີວິດທີ່ສະດວກສະບາຍເຮັດໃຫ້ເຮົາມີໂອກາດໄດ້ເຫັນການຊ່ວຍເຫຼືອຈາກພະເຢໂຫວາ.”
ມີຄວາມສຸກທີ່ໄດ້ຊ່ອຍຄົນໃຫ້ອຸທິດຕົວໃຫ້ພະເຢໂຫວາ
ໃນປີ 2002 ອາເລນທີ່ເປັນນັກຮຽນມະຫາວິທະຍາໄລຢູ່ເຢຍລະມັນໄດ້ອ່ານແຜ່ນພັບ ໜຸ່ມສາວທັງຫຼາຍເຈົ້າຈະໃຊ້ຊີວິດຂອງເຈົ້າແນວໃດ? ສິ່ງທີ່ຢູ່ໃນແຜ່ນພັບກະຕຸ້ນລາວໃຫ້ຕັ້ງເປົ້າໝາຍໃໝ່. ໃນປີ 2006 ລາວໄດ້ເຂົ້າໂຮງຮຽນຜູ້ຊ່ວຍວຽກຮັບໃຊ້ແລະຖືກມອບໝາຍໄປກາເມີຣຸນ ເຊິ່ງເປັນບ່ອນທີ່ລາວເກີດ.
ຢູ່ກາເມີຣຸນ ອາເລນໄດ້ວຽກທີ່ບໍ່ຕ້ອງເຮັດເຕັມ 5 ມື້. ຕໍ່ມາ ລາວໄດ້ວຽກທີ່ເງິນເດືອນດີກວ່າ ເມື່ອຖືກເຊີນໃຫ້ເປັນໄພໂອເນຍພິເສດ ຫົວໜ້າຂອງລາວໄດ້ສະເໜີເງິນເດືອນໃຫ້ຫຼາຍກວ່າເກົ່າອີກ. ແຕ່ຍ້ອນວ່າວຽກນັ້ນກິນເວລາຫຼາຍ ມັນຈຶ່ງຍາກທີ່ອາເລນຈະເຮັດວຽກໄພໂອເນຍໄດ້ຢ່າງເຕັມທີ. ຍ້ອນແນວນີ້ ລາວຈຶ່ງບໍ່ລັງເລທີ່ຈະຮັບເອົາຄຳເຊີນໃຫ້ເປັນໄພໂອເນຍພິເສດ ແລະປະຕິເສດຄຳສະເໜີຂອງຫົວໜ້າເລື່ອງການຂຶ້ນເງິນເດືອນໃຫ້. ເມື່ອຕັດສິນໃຈເຮັດແບບນີ້ກໍບໍ່ມີຫຍັງມາດຶງຄວາມສົນໃຈຂອງລາວອອກໄປຈາກການຮັບໃຊ້ພະເຢໂຫວາ. ຕໍ່ມາ ອາເລນໄດ້ແຕ່ງດອງກັບສະເຕຟານີທີ່ເຄີຍຢູ່ຝຣັ່ງຫຼາຍປີ. ຫຼັງຈາກຍ້າຍມາກາເມີຣຸນ ສະເຕຟານີມີບັນຫາຫຍັງແດ່?
ສະເຕຟານີເວົ້າວ່າ: “ຂ້ອຍເລີ່ມມີບັນຫາສຸຂະພາບເລັກໆນ້ອຍໆຫຼາຍຢ່າງແລະເປັນພູມແພ້ ແຕ່ຂ້ອຍໄປ
ປິ່ນປົວເປັນປະຈຳແລະດີຂຶ້ນ.” ຍ້ອນທັງສອງອົດທົນ ພະເຢໂຫວາໄດ້ອວຍພອນເຂົາເຈົ້າ. ອາເລນເວົ້າວ່າ: “ເມື່ອເຮົາໄປປະກາດຢູ່ບ້ານໜຶ່ງທີ່ຢູ່ໄກໆຊື່ກະເຕ ມີຫຼາຍຄົນທີ່ຢາກຮຽນຄຳພີໄບເບິນ. ຕໍ່ມາເຮົາສາມາດສອນພະຄຳພີໃຫ້ເຂົາເຈົ້າໂດຍທາງໂທລະສັບ ແລະມີສອງຄົນໃນຈຳນວນນັກສຶກສາເຫຼົ່ານີ້ໄດ້ຮັບບັບເຕມາ ແລະໄດ້ມີການຕັ້ງກຸ່ມປະກາດ.” ສະເຕຟານີເວົ້າຕື່ມວ່າ: “ການຊ່ອຍຄົນຈົນເຖິງຂັ້ນອຸທິດຕົວໃຫ້ພະເຢໂຫວາເປັນສິ່ງທີ່ມີຄວາມສຸກທີ່ສຸດ. ການຮັບໃຊ້ຢູ່ນີ້ເຮັດໃຫ້ຂ້ອຍມີຄວາມສຸກແບບນັ້ນຫຼາຍເທື່ອແລ້ວ.” ປັດຈຸບັນນີ້ ອາເລນແລະສະເຕຟາຮັບໃຊ້ໃນວຽກດູແລໝວດ.ເຮົາໄດ້ເຮັດໃນສິ່ງທີ່ຄວນເຮັດ
ຈິແຊວຮັບບັບເຕມາຕອນທີ່ຮຽນແພດຢູ່ອີຕາລີ. ລາວປະທັບໃຈຜົວເມຍຄູ່ໜຶ່ງທີ່ເປັນໄພໂອເນຍເຊິ່ງສອນຄຳພີໄບເບິນໃຫ້ລາວ ເຂົາເຈົ້າໃຊ້ຊີວິດແບບທຳມະດາ ແລະຍ້ອນແນວນີ້ຈິແຊວຈຶ່ງຢາກຮັບໃຊ້ພະເຢໂຫວາຫຼາຍຂຶ້ນ. ດັ່ງນັ້ນ ຈິແຊວຈຶ່ງເລີ່ມຮັບໃຊ້ເປັນໄພໂອເນຍປະຈຳຕອນທີ່ໃກ້ຈະຮຽນຈົບ.
ຈິແຊວຢາກຍ້າຍກັບຄືນໄປກາເມີຣຸນເພື່ອຮັບໃຊ້ພະເຢໂຫວາຫຼາຍຂຶ້ນ ແຕ່ຍັງມີເລື່ອງທີ່ລາວເປັນຫ່ວງ. ຈິແຊວເວົ້າວ່າ “ຂ້ອຍຕ້ອງເສຍສິດທີ່ຈະຢູ່ອີຕາລີຢ່າງຖືກຕ້ອງຕາມກົດໝາຍ ແລະຕ້ອງແຍກຈາກໝູ່ແລະຄອບຄົວທີ່ຢູ່ອີຕາລີ.” ເຖິງຈະເປັນແນວນັ້ນກໍຕາມ ໃນເດືອນພຶດສະພາ ປີ 2016 ຈິແຊວໄດ້ຍ້າຍກັບຄືນໄປກາເມີຣຸນ. ຕໍ່ມາລາວໄດ້ແຕ່ງດອງກັບເລອອນ ແລະສຳນັກງານສາຂາຢູ່ກາເມີຣຸນໄດ້ສະເໜີໃຫ້ເຂົາເຈົ້າຍ້າຍໄປຮັບໃຊ້ຢູ່ອາຢ໋ອດເຊິ່ງເປັນເມືອງໜຶ່ງທີ່ຕ້ອງການຜູ້ປະກາດ.
ຊີວິດໃນອາຢ໋ອດເປັນແນວໃດ? ຈິແຊວເວົ້າວ່າ: “ເປັນເລື່ອງທຳມະດາທີ່ໄຟຟ້າບໍ່ມາຫຼາຍອາທິດ ແລະເຮົາກໍສາກໂທລະສັບບໍ່ໄດ້ ດັ່ງນັ້ນ ສ່ວນຫຼາຍແລ້ວຈຶ່ງບໍ່ໄດ້ໃຊ້ໂທລະສັບ. ຂ້ອຍຕ້ອງຮຽນດັງຟືນເພື່ອແຕ່ງກິນ ແລະເຮົາເຍືອງໄຟສາຍແລະຍູ້ລໍ້ໄປຕັກນ້ຳສ້າງຕອນກາງຄືນເມື່ອຄົນບໍ່ຫຼາຍ. ມີຫຍັງທີ່ຊ່ອຍທັງສອງໃຫ້ອົດທົນໄດ້? ຈິແຊວເວົ້າວ່າ: “ພະລັງຂອງພະເຢໂຫວາຊ່ອຍເຮົາໃຫ້ອົດທົນ. ນອກຈາກນັ້ນ ຂ້ອຍກັບຜົວກໍຊ່ວຍເຫຼືອກັນແລະກັນ. ຄອບຄົວແລະໝູ່ໃຫ້ກຳລັງໃຈເຮົາແລະບາງເທື່ອກໍເອົາເງິນໃຫ້ພວກເຮົາ.”
ຈິແຊວມີຄວາມສຸກບໍທີ່ໄດ້ກັບຄືນມາບ້ານເກີດຂອງໂຕເອງ? ລາວເວົ້າວ່າ “ມີຄວາມສຸກແທ້! ທຳອິດກໍຍາກແລະຮູ້ສຶກທໍ້ໃຈ ແຕ່ເມື່ອເອົາຊະນະສິ່ງເຫຼົ່ານັ້ນໄດ້ ຂ້ອຍກັບຜົວກໍຮູ້ສຶກວ່າເຮົາໄດ້ເຮັດໃນສິ່ງທີ່ຄວນເຮັດ. ເຮົາໄວ້ວາງໃຈພະເຢໂຫວາແລະຮູ້ສຶກສະໜິດກັບເພິ່ນຫຼາຍຂຶ້ນ.” ເລອອນກັບຈິແຊວໄດ້ເຂົ້າໂຮງຮຽນຜູ້ປະກາດລາຊະອານາຈັກ ແລະຕອນນີ້ເຂົາເຈົ້າຮັບໃຊ້ເປັນໄພໂອເນຍພິເສດຊົ່ວຄາວ.
ຄືກັບຄົນຫາປາທີ່ຕ້ອງສະແດງຄວາມກ້າໃນສະພາບອາກາດທີ່ບໍ່ປົກກະຕິເພື່ອຈະຫາປາໃຫ້ໄດ້ຫຼາຍໆ ຄົນທີ່ກັບຄືນໄປປະເທດບ້ານເກີດຂອງໂຕເອງກໍເຕັມໃຈເສຍສະລະເພື່ອຊ່ອຍຜູ້ທີ່ສົນໃຈຢາກຮຽນຄຳພີໄບເບິນ. ແນ່ນອນວ່າພະເຢໂຫວາຈະບໍ່ລືມວຽກໜັກທີ່ເຂົາເຈົ້າເຮັດແລະຄວາມຮັກທີ່ເຂົາເຈົ້າມີຕໍ່ຊື່ຂອງເພິ່ນ. (ນເຫ. 5:19; ຮຣ. 6:10) ຖ້າເຈົ້າກຳລັງອາໄສຢູ່ຕ່າງປະເທດແລະໃນປະເທດບ້ານເກີດຂອງເຈົ້າມີຄວາມຕ້ອງການຜູ້ປະກາດ ເຈົ້າຈະສາມາດຍ້າຍກັບຄືນໄປໄດ້ບໍ? ຖ້າເຈົ້າເຮັດໄດ້ແບບນັ້ນກໍຈະມີສິ່ງດີໆຫຼາຍຢ່າງລໍຖ້າເຈົ້າຢູ່.—ສຸພາ. 10:22