ຄຳຖາມຈາກຜູ້ອ່ານ
ບົດຄວາມທີ່ຊື່ວ່າ “ຂໍໃຫ້ຊື່ຂອງພະອົງເປັນທີ່ເຄົາລົບນັບຖືຢູ່ສະເໝີ” ໃນຫໍສັງເກດການເດືອນມິຖຸນາ ປີ 2020 ຊ່ວຍໃຫ້ເຮົາເຂົ້າໃຈແຈ້ງຫຼາຍຂຶ້ນແນວໃດກ່ຽວກັບຊື່ຂອງພະເຢໂຫວາແລະສິດໃນການປົກຄອງຂອງເພິ່ນ?
ໃນບົດຄວາມນັ້ນເຮົາໄດ້ຮຽນວ່າແທ້ໆແລ້ວມີພຽງປະເດັນດຽວທີ່ສຳຄັນຫຼາຍ ເຊິ່ງມີຜົນຕໍ່ມະນຸດແລະທູດສະຫວັນກໍຄື: ການເຮັດໃຫ້ຊື່ຂອງພະເຢໂຫວາເປັນທີ່ເຄົາລົບນັບຖື. ສ່ວນປະເດັນເລື່ອງສິດໃນການປົກຄອງຂອງພະເຢໂຫວາກັບປະເດັນທີ່ວ່າມະນຸດຈະສັດຊື່ຕໍ່ພະເຈົ້າແທ້ໆບໍກໍເປັນສ່ວນໜຶ່ງຂອງປະເດັນທີ່ສຳຄັນນີ້.
ເປັນຫຍັງຕອນນີ້ເຮົາຈຶ່ງເນັ້ນວ່າປະເດັນທີ່ສຳຄັນທີ່ສຸດແມ່ນກ່ຽວກັບຊື່ຂອງພະເຢໂຫວາແລະການເຮັດໃຫ້ຊື່ຂອງພະອົງເປັນທີ່ເຄົາລົບນັບຖືຢູ່ສະເໝີ? ໃຫ້ເຮົາມາເບິ່ງເຫດຜົນ 3 ຢ່າງນຳກັນ.
ເຫດຜົນທຳອິດ ຊາຕານຕັ້ງໃຈທຳລາຍຊື່ຂອງພະເຢໂຫວາເຊິ່ງກໍຄືຊື່ສຽງຂອງເພິ່ນ. ຕອນທີ່ຢູ່ສວນເອເດນ ຊາຕານຖາມເອວາໃນແບບທີ່ໃສ່ຮ້າຍພະເຢໂຫວາວ່າ ເພິ່ນເປັນພະເຈົ້າທີ່ບໍ່ໃຫ້ສິ່ງດີໆກັບອາດາມແລະເອວາ ແຖມຍັງຕັ້ງກົດແບບບໍ່ມີເຫດຜົນນຳ. ນອກຈາກນັ້ນ ມັນກໍເວົ້າກົງກັນຂ້າມກັບສິ່ງທີ່ພະເຢໂຫວາບອກໂດຍບອກວ່າ ພະເຢໂຫວາເວົ້າຕົວະ. ສິ່ງທີ່ຊາຕານເຮັດເປັນການໃສ່ຮ້າຍຊື່ສຽງຂອງພະເຢໂຫວາ ມັນຈຶ່ງກາຍເປັນ “ມານຮ້າຍ” ເຊິ່ງໝາຍເຖິງ “ຜູ້ໝິ່ນປະໝາດ.” (ຢຮ. 8:44) ແລະຍ້ອນເອວາເຊື່ອຊາຕານ ລາວກໍເລີຍບໍ່ເຊື່ອຟັງພະເຢໂຫວາແລະບໍ່ຍອມຮັບວ່າເພິ່ນມີສິດທີ່ຈະປົກຄອງລາວ. (ປຖກ. 3:1-6) ຊາຕານຍັງໃສ່ຮ້າຍຊື່ສຽງຂອງພະເຢໂຫວາຈົນຮອດທຸກມື້ນີ້. ມັນເຜີຍແຜ່ເລື່ອງຂີ້ຕົວະໂດຍເຮັດໃຫ້ຜູ້ຄົນບໍ່ຮູ້ວ່າພະເຢໂຫວາເປັນພະເຈົ້າແບບໃດແທ້ໆ. ຄົນທີ່ເຊື່ອມັນກໍບໍ່ຢາກເຊື່ອຟັງພະເຢໂຫວາ. ແຕ່ສຳລັບຜູ້ຮັບໃຊ້ພະເຢໂຫວາຖືວ່າການໃສ່ຮ້າຍຊື່ທີ່ບໍລິສຸດຂອງພະເຢໂຫວາເປັນເລື່ອງທີ່ບໍ່ຍຸຕິທຳທີ່ສຸດແລະເປັນຈຸດເລີ່ມຕົ້ນຂອງຄວາມທຸກແລະຄວາມຊົ່ວທຸກຢ່າງໃນໂລກນີ້.
ເຫດຜົນທີສອງ ພະເຢໂຫວາຕັ້ງໃຈຈະເຮັດໃຫ້ຊື່ຂອງພະອົງເປັນທີ່ເຄົາລົບຢູ່ສະເໝີແລະເຮັດໃຫ້ຊື່ຂອງພະອົງພົ້ນຈາກຄຳຕຳໜິທັງໝົດ. ເພື່ອປະໂຫຍດຂອງທຸກສິ່ງທີ່ເພິ່ນສ້າງ. ເພິ່ນບອກວ່າ “ເຮົາຈະເຮັດໃຫ້ . . . ຊື່ທີ່ຍິ່ງໃຫຍ່ຂອງເຮົາບໍລິສຸດ.” (ເອເຊກ. 36:23, ລ.ມ.) ພະເຢຊູກໍເນັ້ນວ່າເລື່ອງນີ້ຄວນເປັນເລື່ອງທີ່ສຳຄັນທີ່ສຸດໃນຄຳອະທິດຖານຂອງຜູ້ຮັບໃຊ້ພະເຢໂຫວາ. ເພິ່ນບອກວ່າ “ຂໍໃຫ້ຊື່ຂອງພະອົງເປັນທີ່ເຄົາລົບນັບຖືຢູ່ສະເໝີ.” (ມທ. 6:9) ນອກຈາກນັ້ນ ຄຳພີໄບເບິນກໍໄດ້ເນັ້ນຫຼາຍເທື່ອວ່າເປັນເລື່ອງສຳຄັນແທ້ໆທີ່ຈະຍົກຍ້ອງສັນລະເສີນຊື່ຂອງພະເຢໂຫວາ ເຊັ່ນ: “ໃຫ້ສັນລະເສີນພະເຢໂຫວາ ຍ້ອນຊື່ຂອງເພິ່ນ.” (1ຂຄ. 16:29; ເພງ. 96:8, ລ.ມ.) “ໃຫ້ພວກເຈົ້າຮ້ອງເພງສັນລະເສີນຊື່ທີ່ຍິ່ງໃຫຍ່ຂອງເພິ່ນ.” (ເພງ. 66:2, ລ.ມ.) “ລູກຈະຍົກຍ້ອງຊື່ຂອງພະອົງຕະຫຼອດໄປ.” (ເພງ. 86:12, ລ.ມ.) ມີເທື່ອໜຶ່ງທີ່ພະເຢໂຫວາເວົ້າລົງມາຈາກສະຫວັນ ເພິ່ນກໍເວົ້າເຖິງເລື່ອງນີ້ນຳ. ຕອນນັ້ນພະເຢຊູຢູ່ໃນວິຫານໃນເມືອງເຢຣູຊາເລັມ. ພະເຢຊູເວົ້າວ່າ “ພໍ່ເອີ້ຍ ຂໍໃຫ້ຊື່ຂອງພໍ່ໄດ້ຮັບການຍົກຍ້ອງ.” ແລ້ວພະເຢໂຫວາຕອບວ່າ “ເຮົາເຮັດໃຫ້ຊື່ຂອງເຮົາໄດ້ຮັບການຍົກຍ້ອງແລ້ວ ແລະເຮົາຈະເຮັດໃຫ້ໄດ້ຮັບການຍົກຍ້ອງອີກ.”—ຢຮ. 12:28 a
ເຫດຜົນທີສາມ ຄວາມຕ້ອງການຂອງພະເຢໂຫວາແລະຊື່ຫຼືຊື່ສຽງຂອງເພິ່ນເປັນສິ່ງທີ່ແຍກກັນບໍ່ອອກ. ລອງຄິດເບິ່ງວ່າ ຫຼັງຈາກການທົດສອບຄັ້ງສຸດທ້າຍຕອນສິ້ນສຸດສະໄໝ 1.000 ປີ
ຈະມີຫຍັງເກີດຂຶ້ນ? ຍັງຈະມີຄວາມແຕກແຍກກັນຍ້ອນປະເດັນກ່ຽວກັບຊື່ພະເຢໂຫວາຢູ່ບໍ? ເພື່ອຈະໄດ້ຄຳຕອບ ໃຫ້ເຮົາຄິດເຖິງ 2 ປະເດັນທີ່ກ່ຽວຂ້ອງກັບປະເດັນທີ່ສຳຄັນນີ້. ນັ້ນກໍຄື: ປະເດັນເລື່ອງຄວາມສັດຊື່ຂອງມະນຸດແລະປະເດັນເລື່ອງສິດໃນການປົກຄອງຂອງພະເຢໂຫວາ. ເມື່ອການທົດສອບຄັ້ງສຸດທ້າຍຈົບລົງ ຈຳເປັນບໍທີ່ມະນຸດຈະຕ້ອງພິສູດຕໍ່ໄປວ່າລາວສັດຊື່ຕໍ່ພະເຢໂຫວາຫຼືບໍ່? ບໍ່ຈຳເປັນ ເພາະໃນຕອນນັ້ນມະນຸດທຸກຄົນເປັນຄົນສົມບູນແບບ. ເຂົາເຈົ້າຜ່ານການທົດສອບແລ້ວແລະໄດ້ຊີວິດຕະຫຼອດໄປແລ້ວ. ນອກຈາກນັ້ນ ຈຳເປັນບໍທີ່ຈະຕ້ອງມີການພິສູດຕໍ່ໄປວ່າການປົກຄອງຂອງພະເຢໂຫວາດີທີ່ສຸດແທ້ໆບໍ? ບໍ່ຈຳເປັນ ເພາະໃນຕອນນັ້ນທຸກສິ່ງທີ່ພະເຢໂຫວາສ້າງທັງທູດສະຫວັນແລະມະນຸດກໍຈະຍອມຮັບການປົກຄອງຂອງພະເຢໂຫວາ. ແລ້ວເລື່ອງຊື່ຂອງພະເຢໂຫວາເດ?ຕອນນັ້ນ ທຸກຄົນຈະຮູ້ຈັກຄວາມຈິງກ່ຽວກັບພະເຢໂຫວາແລະເຄົາລົບນັບຖືຊື່ຂອງເພິ່ນ. ແຕ່ຊື່ຂອງພະເຢໂຫວາກໍຍັງຈະເປັນສິ່ງທີ່ສຳຄັນທີ່ສຸດສຳລັບຜູ້ຮັບໃຊ້ຂອງເພິ່ນ. ຍ້ອນຫຍັງ? ຍ້ອນເຂົາເຈົ້າຍັງຈະໄດ້ເຫັນພະເຢໂຫວາເຮັດສິ່ງໃໝ່ໆເຊັ່ນ: ເມື່ອພະເຢຊູມອບອຳນາດຄືນໃຫ້ພະເຢໂຫວາ ເພິ່ນກໍຈະ “ເປັນທຸກສິ່ງທຸກຢ່າງສຳລັບທຸກຄົນ.” (1ກຣ. 15:28) ນອກຈາກນັ້ນ ມະນຸດທີ່ຢູ່ເທິງໂລກຈະມີຄວາມສຸກທີ່ໄດ້ “ເສລີພາບທີ່ງົດງາມແບບທີ່ລູກຂອງພະເຈົ້າມີ.” (ຣມ. 8:21) ແລ້ວພະເຢໂຫວາຈະເຮັດໃຫ້ຄວາມຕ້ອງການຂອງເພິ່ນທີ່ມີມາດົນແລ້ວສຳເລັດ ນັ້ນກໍຄືເຮັດໃຫ້ຄອບຄົວຂອງເພິ່ນທັງໃນສະຫວັນແລະໂລກເປັນນ້ຳໜຶ່ງໃຈດຽວກັນ.—ອຟຊ. 1:10
ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນແທ້ ຄອບຄົວຂອງພະເຢໂຫວາທັງໃນສະຫວັນແລະໃນໂລກຈະຮູ້ສຶກແນວໃດ? ແນ່ນອນວ່າ ຕອນນັ້ນເຮົາຈະຮູ້ສຶກຢາກສັນລະເສີນຊື່ທີ່ບໍລິສຸດຂອງພະເຢໂຫວາຕໍ່ໆໄປ. ດາວິດຜູ້ຂຽນຄຳເພງໄດ້ຮັບການດົນໃຈໃຫ້ຂຽນວ່າ: “ຂໍໃຫ້ພະເຢໂຫວາພະເຈົ້າ . . . ໄດ້ຮັບການສັນລະເສີນ . . . ຂໍໃຫ້ຊື່ທີ່ຍິ່ງໃຫຍ່ຂອງເພິ່ນໄດ້ຮັບການສັນລະເສີນຕະຫຼອດໄປ.” (ເພງ. 72:18, 19, ລ.ມ.) ເຮົາຈະມີເຫດຜົນໃໝ່ໆທີ່ໜ້າຕື່ນເຕັ້ນທີ່ຢາກສັນລະເສີນພະເຢໂຫວາຫຼາຍຂຶ້ນຕະຫຼອດໄປ.
ຊື່ຂອງພະເຢໂຫວາໝາຍເຖິງທຸກຢ່າງກ່ຽວກັບເພິ່ນ ແລະທີ່ສຳຄັນທີ່ສຸດ ຊື່ຂອງເພິ່ນເຮັດໃຫ້ເຮົານຶກເຖິງຄວາມຮັກຂອງເພິ່ນ. (1ຢຮ. 4:8) ເຮົາຈະຈື່ຕະຫຼອດໄປວ່າ ພະເຢໂຫວາສ້າງເຮົາແລະໃຫ້ພະເຢຊູມາເປັນຄ່າໄຖ່ໃຫ້ເຮົາກໍຍ້ອນວ່າເພິ່ນຮັກເຮົາ ແລະພະເຢໂຫວາປົກຄອງດ້ວຍຄວາມຍຸຕິທຳແລະດ້ວຍຄວາມຮັກສະເໝີ. ບໍ່ພຽງເທົ່ານັ້ນ ເຮົາຈະໄດ້ເຫັນຕໍ່ໄປເລື້ອຍໆວ່າ ພະເຢໂຫວາສະແດງຄວາມຮັກຕໍ່ເຮົາແນວໃດແດ່ແລະເຮົາກໍແຮ່ງຈະສະໜິດກັບພະເຢໂຫວາພໍ່ທີ່ຢູ່ໃນສະຫວັນໂດຍຮ້ອງເພງສັນລະເສີນຊື່ທີ່ຍິ່ງໃຫຍ່ຂອງເພິ່ນຕະຫຼອດໄປ.—ເພງ. 73:28
a ຄຳພີໄບເບິນຍັງສະແດງໃຫ້ເຫັນອີກວ່າພະເຢໂຫວາລົງມືເຮັດບາງຢ່າງເພື່ອເຫັນແກ່ຊື່ຂອງເພິ່ນ ເຊັ່ນ: ພະເຢໂຫວາຊີ້ນຳປະຊາຊົນຂອງເພິ່ນ ຊ່ວຍເຫຼືອເຂົາເຈົ້າ ຊ່ວຍເຂົາເຈົ້າໃຫ້ລອດ ໃຫ້ອະໄພແລະປົກປ້ອງເຂົາເຈົ້າ. ເພິ່ນໄດ້ເຮັດທັງໝົດນີ້ກໍເພື່ອເຫັນແກ່ຊື່ທີ່ຍິ່ງໃຫຍ່ຂອງເພິ່ນ.—ເພງ. 23:3; 31:3; 79:9; 106:8; 143:11