ຄລິດສະຕຽນຜູ້ດູແລ ‘ເພື່ອນຮ່ວມງານທີ່ເຮັດໃຫ້ເຮົາມີຄວາມສຸກ’
“ພວກເຮົາ...ເປັນເພື່ອນຮ່ວມງານທີ່ຢາກໃຫ້ພວກເຈົ້າມີຄວາມສຸກ.”—2ກຣ. 1:24
1. ໂປໂລໄດ້ຍິນຫຍັງກ່ຽວກັບພີ່ນ້ອງໃນເມືອງໂກຣິນໂທເຊິ່ງເຮັດໃຫ້ລາວດີໃຈຫຼາຍ?
ຕອນນັ້ນເປັນປີ 55 ອັກຄະສາວົກໂປໂລຢູ່ເມືອງໂທອາດ ແຕ່ລາວອົດຄິດເຖິງພີ່ນ້ອງຢູ່ເມືອງໂກຣິນໂທບໍ່ໄດ້. ກ່ອນໜ້ານັ້ນໃນປີດຽວກັນນີ້ ລາວທຸກໃຈທີ່ໄດ້ຍິນວ່າພີ່ນ້ອງຜິດກັນ. ດ້ວຍຄວາມຫ່ວງໃຍແບບທີ່ພໍ່ມີຕໍ່ລູກ ລາວຈຶ່ງຂຽນຈົດໝາຍໄປເພື່ອວ່າກ່າວແກ້ໄຂເຂົາເຈົ້າ. (1ກຣ. 1:11; 4:15) ລາວຍັງສົ່ງຕີໂຕໝູ່ຮ່ວມງານຂອງລາວໄປຫາເຂົາເຈົ້ານຳ ແລະບອກຕີໂຕໃຫ້ກັບມາລາຍງານລາວຢູ່ເມືອງໂທອາດ. ໂປໂລຖ້າຕີໂຕຢູ່ໃນເມືອງໂທອາດ ລາວຢາກຮູ້ວ່າພີ່ນ້ອງໃນເມືອງໂກຣິນໂທເປັນແນວໃດ. ແຕ່ໂປໂລກໍຕ້ອງຜິດຫວັງຫຼາຍເພາະຕີໂຕຍັງບໍ່ກັບມາ. ໂປໂລເຮັດແນວໃດ? ລາວຂຶ້ນເຮືອໄປແຂວງມາເກໂດເນຍ ແລະລາວກໍດີໃຈທີ່ໄດ້ເຈິຕີໂຕຢູ່ຫັ້ນ. ຕີໂຕເລົ່າໃຫ້ໂປໂລຟັງວ່າພີ່ນ້ອງໃນເມືອງໂກຣິນໂທເຮັດຕາມຄຳແນະນຳຂອງລາວແລະຢາກພົບລາວຫຼາຍ. ເມື່ອໂປໂລໄດ້ຟັງລາຍງານທີ່ດີແບບນີ້ລາວ “ກໍແຮ່ງດີໃຈຫຼາຍຂຶ້ນອີກ.”—2ກຣ. 2:12, 13; 7:5-9
2. (ກ) ໂປໂລຂຽນໄວ້ແນວໃດກ່ຽວກັບຄວາມເຊື່ອແລະຄວາມສຸກໃນຈົດໝາຍທີ່ສົ່ງໄປເຖິງພີ່ນ້ອງໃນເມືອງໂກຣິນໂທ? (ຂ) ເຮົາຈະພິຈາລະນາຄຳຖາມຫຍັງ?
2 ບໍ່ດົນຫຼັງຈາກນັ້ນ ໂປໂລຂຽນຈົດໝາຍສະບັບທີສອງໄປເຖິງພີ່ນ້ອງໃນເມືອງໂກຣິນໂທ. ລາວບອກເຂົາເຈົ້າວ່າ: “ພວກເຮົາບໍ່ແມ່ນນາຍທີ່ຈະຄວບຄຸມຄວາມເຊື່ອຂອງພວກເຈົ້າ ແຕ່ເປັນເພື່ອນຮ່ວມງານທີ່ຢາກໃຫ້ພວກເຈົ້າມີຄວາມສຸກ ແລະທີ່ພວກເຈົ້າໝັ້ນຄົງຢູ່ໄດ້ກໍຍ້ອນຄວາມເຊື່ອຂອງພວກເຈົ້າເອງ.” (2ກຣ. 1:24) ໂປໂລໝາຍຄວາມວ່າແນວໃດ? ແລະຜູ້ດູແລໃນປັດຈຸບັນຈະຮຽນຫຍັງໄດ້ຈາກຄຳເວົ້າເຫຼົ່ານັ້ນ?
ຄວາມເຊື່ອແລະຄວາມຍິນດີຂອງເຮົາ
3. (ກ) ໂປໂລໝາຍຄວາມວ່າແນວໃດເມື່ອລາວບອກວ່າ: “ພວກເຈົ້າໝັ້ນຄົງຢູ່ໄດ້ກໍຍ້ອນຄວາມເຊື່ອຂອງພວກເຈົ້າເອງ”? (ຂ) ຜູ້ດູແລໃນປັດຈຸບັນຈະຮຽນແບບຕົວຢ່າງຂອງໂປໂລໄດ້ແນວໃດ?
3 ໂປໂລເວົ້າເຖິງຄຸນລັກສະນະສອງຢ່າງທີ່ຄລິດສະຕຽນຕ້ອງມີ ນັ້ນແມ່ນຄວາມເຊື່ອແລະຄວາມຍິນດີ. ທຳອິດ ລາວຂຽນກ່ຽວກັບຄວາມເຊື່ອວ່າ: “ພວກເຮົາບໍ່ແມ່ນນາຍທີ່ຈະຄວບຄຸມຄວາມເຊື່ອຂອງພວກເຈົ້າ . . . ທີ່ພວກເຈົ້າໝັ້ນຄົງຢູ່ໄດ້ກໍຍ້ອນຄວາມເຊື່ອຂອງພວກເຈົ້າເອງ.” ໂປໂລຮູ້ວ່າພີ່ນ້ອງໃນເມືອງໂກຣິນໂທກຳລັງຮັບໃຊ້ພະເຈົ້າດ້ວຍຄວາມພັກດີຍ້ອນຄວາມເຊື່ອຂອງເຂົາເຈົ້າເອງທີ່ມີຕໍ່ພະເຈົ້າ ບໍ່ແມ່ນຍ້ອນລາວຫຼືມະນຸດຄົນໃດ. ລາວໝັ້ນໃຈວ່າເຂົາເຈົ້າຮັກພະເຈົ້າແທ້ໆ ແລະຢາກເຮັດສິ່ງທີ່ຖືກຕ້ອງ. ຍ້ອນແນວນັ້ນ ໂປໂລບໍ່ຈຳເປັນຕ້ອງຄວບຄຸມຄວາມເຊື່ອຂອງພີ່ນ້ອງ ແລະລາວບໍ່ຢາກຈະເຮັດແບບນັ້ນ. (2ກຣ. 2:3) ໃນທຸກມື້ນີ້ ຜູ້ດູແລຮຽນແບບຕົວຢ່າງຂອງໂປໂລໂດຍການສະແດງຄວາມເຊື່ອໝັ້ນວ່າພີ່ນ້ອງມີຄວາມເຊື່ອໃນພະເຈົ້າແລະຮັບໃຊ້ເພິ່ນດ້ວຍແຮງກະຕຸ້ນທີ່ດີ. (2ທຊ. 3:4) ເຂົາເຈົ້າບໍ່ຕັ້ງກົດທີ່ເຂັ້ມງວດໃຫ້ພີ່ນ້ອງໃນປະຊາຄົມເຮັດຕາມ ແທນທີ່ຈະເຮັດແບບນັ້ນ ເຂົາເຈົ້າຊ່ວຍພີ່ນ້ອງໃຫ້ຕັດສິນໃຈໂດຍໃຊ້ຫຼັກການໃນຄຳພີໄບເບິນແລະເຮັດຕາມການຊີ້ນຳຈາກອົງການຂອງພະເຢໂຫວາ. ຜູ້ດູແລໃນທຸກມື້ນີ້ບໍ່ເຮັດໂຕເປັນນາຍທີ່ຄວບຄຸມຄວາມເຊື່ອຂອງພີ່ນ້ອງ.—1ປຕ. 5:2, 3
4. (ກ) ໂປໂລໝາຍຄວາມວ່າແນວໃດເມື່ອລາວຂຽນວ່າ: “ພວກເຮົາ. . .ເປັນເພື່ອນຮ່ວມງານທີ່ຢາກໃຫ້ພວກເຈົ້າມີຄວາມສຸກ”? (ຂ) ຜູ້ດູແລໃນທຸກມື້ນີ້ຈະຮຽນແບບໂປໂລໄດ້ແນວໃດ?
4 ໂປໂລຍັງບອກນຳວ່າ: “ພວກເຮົາ. . .ເປັນເພື່ອນຮ່ວມງານທີ່ຢາກໃຫ້ພວກເຈົ້າມີຄວາມສຸກ.” ໃນຄຳເວົ້ານີ້ ລາວໄດ້ເວົ້າເຖິງໂຕເອງແລະເພື່ອນຮ່ວມງານທີ່ໃກ້ຊິດຂອງລາວ. ເຮົາຮູ້ໄດ້ແນວໃດ? ເພາະໃນຈົດໝາຍສະບັບດຽວກັນໂປໂລເວົ້າເຖິງເພື່ອນຮ່ວມງານສອງຄົນເມື່ອລາວຂຽນວ່າ: “ພະເຢຊູ...ທີ່ຂ້ອຍກັບຊີລາວານແລະຕີໂມທຽວປະກາດກັບພວກເຈົ້າ.” (2ກຣ. 1:19) ນອກຈາກນັ້ນ ທຸກເທື່ອທີ່ໂປໂລໃຊ້ຄຳວ່າ “ເພື່ອນຮ່ວມງານ” ໃນຈົດໝາຍຂອງລາວ ລາວໝາຍເຖິງຄົນທີ່ເຮັດວຽກໜັກນຳກັນກັບລາວໃນວຽກປະກາດ ເຊັ່ນ: ອາໂປໂລ ອາກີລາ ປີຊະກາ ຕີໂມທຽວ ຕີໂຕ ແລະຄົນອື່ນໆ. (ຣມ. 16:3, 21; 1ກຣ. 3:6-9; 2ກຣ. 8:23) ດັ່ງນັ້ນ ເມື່ອໂປໂລບອກວ່າ: “ພວກເຮົາ . . . ເປັນເພື່ອນຮ່ວມງານທີ່ຢາກໃຫ້ພວກເຈົ້າມີຄວາມສຸກ” ລາວກຳລັງບອກພີ່ນ້ອງໃນເມືອງໂກຣິນໂທໃຫ້ໝັ້ນໃຈວ່າລາວກັບໝູ່ຄູ່ຢາກເຮັດທຸກສິ່ງທີ່ເຮັດໄດ້ເພື່ອຊ່ວຍປະຊາຄົມໃຫ້ຮັບໃຊ້ພະເຈົ້າດ້ວຍຍິນດີ. ໃນທຸກມື້ນີ້ ຄລິດສະຕຽນຜູ້ດູແລກໍຢາກເຮັດແບບດຽວກັນ. ເຂົາເຈົ້າຢາກເຮັດທຸກສິ່ງທີ່ເຮັດໄດ້ເພື່ອຊ່ວຍພີ່ນ້ອງໃຫ້ “ນະມັດສະການພະເຢໂຫວາຢ່າງມີຄວາມສຸກ.”—ເພງ. 100:2, ລ.ມ.; ຟລປ. 1:25
5. ມີການຂໍໃຫ້ພີ່ນ້ອງບາງຄົນຕອບຄຳຖາມຫຍັງ ແລະເຈົ້າຄວນເຮັດຫຍັງເມື່ອພິຈາລະນາຄຳຕອບຂອງເຂົາເຈົ້າ?
5 ເມື່ອບໍ່ດົນມານີ້ ມີການຂໍໃຫ້ພີ່ນ້ອງຊາຍຍິງກຸ່ມໜຶ່ງທີ່ຢູ່ໃນສ່ວນຕ່າງໆຂອງໂລກຕອບຄຳຖາມທີ່ວ່າ “ຄຳເວົ້າແລະການກະທຳແບບໃດຂອງຜູ້ດູແລທີ່ເຮັດໃຫ້ເຈົ້າມີຄວາມຍິນດີຫຼາຍຂຶ້ນ?” ຕໍ່ໄປນີ້ເຮົາຈະພິຈາລະນາຄຳຕອບຂອງເຂົາເຈົ້າ ຂະນະທີ່ເຮົາພິຈາລະນາ ຂໍໃຫ້ຄິດເຖິງສິ່ງທີ່ຜູ້ດູແລເວົ້າຫຼືເຮັດທີ່ເຮັດໃຫ້ເຈົ້າຍິນດີຫຼາຍຂຶ້ນ. ນອກຈາກນັ້ນ ຂໍໃຫ້ເຮົາທຸກຄົນຄິດເຖິງວິທີທີ່ເຮົາອາດມີສ່ວນສົ່ງເສີມຄວາມຍິນດີໃນປະຊາຄົມຂອງເຮົາເອງ. a
“ຂໍຝາກຄວາມຄິດຮອດໄປເຖິງເປຊີດາ ພີ່ນ້ອງຍິງທີ່ຮັກຂອງພວກເຮົາ”
6, 7. (ກ) ວິທີໜຶ່ງທີ່ຜູ້ດູແລຈະຮຽນແບບພະເຢຊູ ໂປໂລ ແລະຜູ້ຮັບໃຊ້ຂອງພະເຈົ້າຄົນອື່ນໆໄດ້ແມ່ນຫຍັງ? (ຂ) ເປັນຫຍັງພີ່ນ້ອງຈຶ່ງດີໃຈເມື່ອຜູ້ດູແລຈື່ຊື່ເຂົາເຈົ້າໄດ້?
6 ພີ່ນ້ອງຫຼາຍຄົນບອກວ່າເຂົາເຈົ້າມີຄວາມສຸກເມື່ອຜູ້ດູແລສະແດງຄວາມສົນໃຈໃນໂຕເຂົາເຈົ້າ. ວິທີທີ່ຜູ້ດູແລຈະເຮັດແບບນັ້ນໄດ້ກໍຄືໂດຍເຮັດຕາມແບບຢ່າງຂອງດາວິດ ເອລີຮູ ແລະພະເຢຊູ. (ອ່ານ 2 ຊາມູເອນ 9:6; ໂຢບ 33:1; ລູກາ 19:5) ຜູ້ຮັບໃຊ້ພະເຢໂຫວາເຫຼົ່ານີ້ແຕ່ລະຄົນສະແດງຄວາມສົນໃຈຢ່າງແທ້ຈິງຕໍ່ຜູ້ອື່ນໂດຍການເອີ້ນຊື່ເຂົາເຈົ້າ. ໂປໂລເອງກໍເຫັນຄວາມສຳຄັນຂອງການຈື່ຊື່ແລະເອີ້ນຊື່ໝູ່ຮ່ວມຄວາມເຊື່ອ. ລາວລົງທ້າຍຈົດໝາຍຂອງລາວສະບັບໜຶ່ງໂດຍການຝາກຄວາມຄິດຮອດໄປເຖິງພີ່ນ້ອງຊາຍຍິງຫຼາຍກວ່າ 25 ຄົນໂດຍເອີ້ນຊື່ຂອງເຂົາເຈົ້າ ພີ່ນ້ອງຍິງຄົນໜຶ່ງທີ່ໂປໂລເອີ້ນຊື່ແມ່ນເປຊີດາ ໂປໂລເວົ້າເຖິງລາວວ່າ: “ຂໍຝາກຄວາມຄິດຮອດໄປເຖິງເປຊີດາ ພີ່ນ້ອງຍິງທີ່ຮັກຂອງພວກເຮົາ.”—ຣມ. 16:3-15
7 ຜູ້ດູແລບາງຄົນມີບັນຫາໃນການຈື່ຊື່ພີ່ນ້ອງ. ເຖິງຈະເປັນແນວນັ້ນ ເມື່ອເຂົາເຈົ້າພະຍາຍາມແທ້ໆເພື່ອຈະຈື່ໄດ້ ກໍເປັນຄືກັບເຂົາເຈົ້າກຳລັງບອກໝູ່ຮ່ວມຄວາມເຊື່ອວ່າ ‘ເຈົ້າສຳຄັນສຳລັບຂ້ອຍ.’ (ອພຍ. 33:17) ຜູ້ດູແລຈະເຮັດໃຫ້ພີ່ນ້ອງດີໃຈຫຼາຍຖ້າເຂົາເຈົ້າຈື່ຊື່ຂອງພີ່ນ້ອງໄດ້ເມື່ອເອີ້ນໃຫ້ອອກຄວາມຄິດເຫັນໃນການສຶກສາຫໍສັງເກດການຫຼືໃນການປະຊຸມອື່ນໆ.—ທຽບກັບໂຢຮັນ 10:3
“ລາວເຮັດວຽກໜັກໃນການຮັບໃຊ້ຜູ້ເປັນນາຍ”
8. ໂປໂລຮຽນແບບພະເຢໂຫວາແລະພະເຢຊູແນວໃດ?
8 ໂປໂລຍັງສະແດງຄວາມສົນໃຈໃນໂຕຄົນອື່ນໆໂດຍການຊົມເຊີຍເຂົາເຈົ້າຢ່າງຈິງໃຈ. ນີ້ເປັນອີກວິທີໜຶ່ງທີ່ຜູ້ດູແລສາມາດຊ່ວຍພີ່ນ້ອງໃຫ້ຮັບໃຊ້ພະເຢໂຫວາດ້ວຍຄວາມສຸກ. ໃນຈົດໝາຍທີ່ຂຽນເຖິງພີ່ນ້ອງໃນເມືອງໂກຣິນໂທ ລາວຂຽນວ່າ: “ຂ້ອຍພູມໃຈໃນຕົວພວກເຈົ້າຫຼາຍ.” (2ກຣ. 7:4) ຄຳຊົມເຊີຍແບບນີ້ຄືຊິເຮັດໃຫ້ພີ່ນ້ອງໃນເມືອງໂກຣິນໂທຊື່ນໃຈແທ້ໆ. ໂປໂລສະແດງຄວາມຮູ້ສຶກຄ້າຍໆກັນຕໍ່ພີ່ນ້ອງໃນປະຊາຄົມອື່ນໆນຳ. (ຣມ. 1:8; ຟລປ. 1:3-5; 1ທຊ. 1:8) ທີ່ຈິງ ເມື່ອລາວເວົ້າເຖິງເປຊີດາໃນຈົດໝາຍທີ່ສົ່ງໄປເຖິງປະຊາຄົມໃນເມືອງໂຣມ ໂປໂລຍັງເວົ້ານຳວ່າ: “ລາວເຮັດວຽກໜັກໃນການຮັບໃຊ້ຜູ້ເປັນນາຍ.” (ຣມ. 16:12) ຄຳຊົມເຊີຍນັ້ນຄືຊິໃຫ້ກຳລັງໃຈພີ່ນ້ອງຍິງທີ່ສັດຊື່ຄົນນີ້ຫຼາຍແທ້ໆ! ເມື່ອໂປໂລຊົມເຊີຍຄົນອື່ນໆແບບນີ້ ລາວກໍກຳລັງຮຽນແບບພະເຢໂຫວາແລະພະເຢຊູ.—ອ່ານມາຣະໂກ 1:9-11; ໂຢຮັນ 1:47; ພນມ. 2:2, 13, 19
9. ເປັນຫຍັງທຸກຄົນໃນປະຊາຄົມມີຄວາມສຸກຫຼາຍຂຶ້ນເມື່ອຊົມເຊີຍກັນແລະກັນ?
9 ຜູ້ດູແລໃນທຸກມື້ນີ້ເຫັນຄວາມສຳຄັນໃນການບອກພີ່ນ້ອງໃຫ້ຮູ້ວ່າເຂົາເຈົ້າມີຄ່າຫຼາຍ. (ສຸພາ. 3:27; 15:23) ທຸກເທື່ອທີ່ຜູ້ດູແລໃຫ້ຄຳຊົມເຊີຍກັບພີ່ນ້ອງ ນັ້ນສະແດງວ່າເຂົາເຈົ້າສົນໃຈພີ່ນ້ອງແລະສັງເກດເບິ່ງສິ່ງທີ່ເຂົາເຈົ້າເຮັດ. ພີ່ນ້ອງໃນປະຊາຄົມຢາກໄດ້ຍິນຄຳຊົມເຊີຍຈາກຜູ້ດູແລເພື່ອເຮັດໃຫ້ມີຄວາມໝັ້ນໃຈ. ພີ່ນ້ອງຍິງຄົນໜຶ່ງທີ່ອາຍຸ 50 ປາຍປີເວົ້າວ່າ: “ຂ້ອຍບໍ່ຄ່ອຍໄດ້ຮັບຄຳຊົມເຊີຍເລີຍຢູ່ບ່ອນເຮັດວຽກ ຜູ້ຄົນບໍ່ສົນໃຈຄົນອື່ນແລະຊີງດີຊີງເດັ່ນກັນ. ດັ່ງນັ້ນ ເມື່ອຜູ້ດູແລມາຂອບໃຈຂ້ອຍສຳລັບບາງຢ່າງທີ່ຂ້ອຍເຮັດເພື່ອປະຊາຄົມ ຂ້ອຍຈຶ່ງຮູ້ສຶກດີໃຈຫຼາຍ. ນັ້ນເຮັດໃຫ້ຂ້ອຍຮູ້ສຶກວ່າພໍ່ທີ່ຢູ່ໃນສະຫວັນຮັກຂ້ອຍແທ້ໆ.” ພີ່ນ້ອງຊາຍຄົນໜຶ່ງເຊິ່ງລ້ຽງລູກສອງຄົນຕາມລຳພັງເວົ້າວ່າເມື່ອບໍ່ດົນມານີ້ມີຜູ້ດູແລຄົນໜຶ່ງມາຊົມເຊີຍລາວ. ຄຳເວົ້າຂອງຜູ້ດູແລເຮັດໃຫ້ລາວມີກຳລັງໃຈທີ່ຈະຮັບໃຊ້ພະເຢໂຫວາໃຫ້ດີທີ່ສຸດຕໍ່ໆໄປ. ເຫັນໄດ້ແຈ້ງວ່າເມື່ອຜູ້ດູແລຊົມເຊີຍພີ່ນ້ອງຢ່າງຈິງໃຈ ເຂົາເຈົ້າກໍເຮັດໃຫ້ພີ່ນ້ອງຮັບໃຊ້ພະເຢໂຫວາຕໍ່ໆໄປດ້ວຍຄວາມສຸກ ‘ແລະບໍ່ເມື່ອຍ.’—ອຊຢ. 40:31
“ໃຫ້ບຳລຸງລ້ຽງ ປະຊາຄົມຂອງພະເຈົ້າ”
10, 11. (ກ) ຜູ້ດູແລຈະຮຽນແບບເນເຮມີຢາໄດ້ແນວໃດ? (ຂ) ຜູ້ດູແລຈະເສີມຄວາມເຊື່ອຂອງພີ່ນ້ອງໃຫ້ເຂັ້ມແຂງເມື່ອໄປບຳລຸງລ້ຽງໄດ້ໂດຍວິທີໃດ?
10 ວິທີທີ່ສຳຄັນອີກຢ່າງໜຶ່ງທີ່ຜູ້ດູແລສະແດງຄວາມຮັກຕໍ່ພີ່ນ້ອງແລະຊ່ວຍເຂົາເຈົ້າໃຫ້ຮັບໃຊ້ພະເຈົ້າດ້ວຍຄວາມສຸກນັ້ນແມ່ນຫຍັງ? ເຂົາເຈົ້າລົງມືເຮັດທັນທີເພື່ອຊ່ວຍຄົນທີ່ຕ້ອງການກຳລັງໃຈ. (ອ່ານກິດຈະການ 20:28) ເຂົາເຈົ້າໄດ້ຮຽນແບບຜູ້ຮັບໃຊ້ທີ່ສັດຊື່ໃນສະໄໝຄຳພີໄບເບິນ ເຊັ່ນ ເມື່ອເນເຮມີຢາສັງເກດວ່າມີເພື່ອນຮ່ວມຊາດທີ່ເປັນຄົນຢິວທໍ້ໃຈ ລາວກໍໄດ້ເຮັດບາງຢ່າງເພື່ອໃຫ້ກຳລັງໃຈເຂົາເຈົ້າ. (ນຮຢ 4:14) ໃນທຸກມື້ນີ້ ຜູ້ດູແລກໍຢາກເຮັດແບບນັ້ນຄືກັນ. ເມື່ອພີ່ນ້ອງທໍ້ໃຈ ເຂົາເຈົ້າກໍເຮັດສິ່ງທີ່ເຮັດໄດ້ເພື່ອໃຫ້ກຳລັງໃຈພີ່ນ້ອງ. ຜູ້ດູແລພະຍາຍາມໄປຢາມພີ່ນ້ອງຢູ່ເຮືອນແລະ “ແບ່ງປັນກຳລັງໃຈຈາກພະເຈົ້າ” ໃຫ້ກັບເຂົາເຈົ້າ ນັ້ນຄືເວົ້າລົມເລື່ອງທີ່ເສີມຄວາມເຊື່ອຂອງເຂົາເຈົ້າໃຫ້ເຂັ້ມແຂງ. (ຣມ. 1:11) ຜູ້ດູແລຈະເຮັດແບບນີ້ໄດ້ແນວໃດ?
11 ຜູ້ດູແລຕ້ອງຄິດໃຫ້ລະອຽດກ່ຽວກັບສິ່ງທີ່ຈະເວົ້າເພື່ອໃຫ້ກຳລັງໃຈກ່ອນທີ່ຈະໄປຢາມພີ່ນ້ອງ. ລາວອາດຖາມຕົວເອງວ່າ ພີ່ນ້ອງຄົນນີ້ມີບັນຫາຫຍັງ? ຂ້ອຍຈະເວົ້າແນວໃດເພື່ອຈະເຮັດໃຫ້ລາວຮູ້ສຶກດີຂຶ້ນ? ຂໍ້ຄຳພີຂໍ້ໃດຫຼືຕົວຢ່າງຂອງໃຜທີ່ໃຫ້ກຳລັງໃຈລາວໄດ້? ຖ້າຜູ້ດູແລຄິດລ່ວງໜ້າກ່ຽວກັບພີ່ນ້ອງທີ່ລາວຈະໄປຢາມ ລາວກໍຈະເວົ້າແບບທີ່ຊ່ວຍຄົນນັ້ນໄດ້ແທ້ໆ ບໍ່ແມ່ນແຕ່ເວົ້າເລື່ອງທົ່ວໄປໃນຊີວິດປະຈຳວັນ. ເມື່ອບຳລຸງລ້ຽງພີ່ນ້ອງ ຜູ້ດູແລຈະເປີດໂອກາດໃຫ້ພີ່ນ້ອງລະບາຍຄວາມຮູ້ສຶກແລະຕັ້ງໃຈຟັງສິ່ງທີ່ເຂົາເຈົ້າເວົ້າ. (ຢກບ. 1:19) ພີ່ນ້ອງຍິງຄົນໜຶ່ງບອກວ່າ: “ຂ້ອຍຮູ້ສຶກດີແທ້ໆເມື່ອຜູ້ດູແລຕັ້ງໃຈຟັງຂ້ອຍ.”—ລກ. 8:18
12. ມີໃຜແນ່ໃນປະຊາຄົມທີ່ຈຳເປັນຕ້ອງໄດ້ຮັບການໜູນໃຈ ແລະຍ້ອນຫຍັງ?
12 ໃຜຈະໄດ້ຮັບປະໂຫຍດຈາກການບຳລຸງລ້ຽງ? ໂປໂລເຕືອນເພື່ອຜູ້ດູແລໃຫ້ “ເອົາໃຈໃສ່ . . . ແກະທັງໝົດ.” ສະມາຊິກທຸກຄົນໃນປະຊາຄົມຈຳເປັນຕ້ອງໄດ້ຮັບການໜູນໃຈ ລວມເຖິງຜູ້ປະກາດແລະໄພໂອເນຍທີ່ຮັບໃຊ້ຢ່າງສັດຊື່ມາຫຼາຍປີນຳ. ເປັນຫຍັງເຂົາເຈົ້າຈຳເປັນຕ້ອງໄດ້ຮັບການບຳລຸງລ້ຽງຈາກຜູ້ດູແລ? ກໍຍ້ອນວ່າບາງເທື່ອຄົນທີ່ມີຄວາມເຊື່ອທີ່ເຂັ້ມແຂງກໍອາດຮູ້ສຶກວ່າເຂົາເຈົ້າຖືກກົດດັນຈາກໂລກຊົ່ວນີ້ຈົນຈະທົນບໍ່ໄຫວຄືກັນ. ເພື່ອຈະເຫັນໄດ້ແຈ້ງຂຶ້ນວ່າເປັນຫຍັງບາງເທື່ອແມ່ນແຕ່ຜູ້ຮັບໃຊ້ພະເຈົ້າທີ່ເຂັ້ມແຂງກໍຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກໝູ່ ຂໍໃຫ້ເຮົາມາເບິ່ງເຫດການທີ່ເກີດຂຶ້ນໃນຊີວິດຂອງກະສັດດາວິດ.
“ອາບີຊາຍ . . . ເຂົ້າມາຊ່ວຍດາວິດ”
13. (ກ) ອິດບີເບໂນບສວຍໂອກາດໂຈມຕີດາວິດຕອນໃດ? (ຂ) ເປັນຫຍັງອາບີຊາຍຈຶ່ງເຂົ້າມາຊ່ວຍດາວິດໄດ້ທັນເວລາ?
13 ບໍ່ດົນຫຼັງຈາກທີ່ດາວິດໄດ້ຖືກເຈີມເປັນກະສັດເຊິ່ງຕອນນັ້ນລາວອາຍຸຍັງນ້ອຍ ລາວຕ້ອງຕໍ່ສູ້ກັບໂກລີອາດເຊິ່ງເປັນລູກຫຼານຂອງເຣຟາຢິມແລະເປັນຄົນຮ່າງຍັກ. ດາວິດໄດ້ຂ້າຜູ້ຊາຍຮ່າງຍັກຄົນນີ້. (1ຊມ. 17:4, 48-51; 1ຂຄ. 20:5, 8) ຫຼາຍປີຕໍ່ມາ ຂະນະທີ່ເຮັດສົງຄາມກັບພວກຟີລິດສະຕີນ ດາວິດຕ້ອງຕໍ່ສູ້ກັບຜູ້ຊາຍຮ່າງຍັກອີກຄົນໜຶ່ງ. ຜູ້ຊາຍຄົນນີ້ຊື່ວ່າອິດບີເບໂນບ ທີ່ເປັນລູກຫຼານຂອງເຣຟາຢິມນຳ. (2ຊມ. 21:16) ແຕ່ເທື່ອນີ້ ດາວິດເກືອບຖືກຜູ້ຊາຍຮ່າງຍັກຄົນນີ້ຂ້າ. ຍ້ອນຫຍັງ? ບໍ່ແມ່ນຍ້ອນດາວິດມີຄວາມກ້າໜ້ອຍລົງ. ຄຳພີໄບເບິນບອກວ່າ: “ດາວິດເມື່ອຍຫຼາຍ.” ເມື່ອອິດບີເບໂນບເຫັນວ່າດາວິດອ່ອນແອລົງ ລາວກໍ “ຕັ້ງໃຈຈະຂ້າດາວິດໃຫ້ໄດ້.” ແຕ່ກ່ອນທີ່ລາວຈະໄດ້ໃຊ້ອາວຸດແທງດາວິດ “ອາບີຊາຍກໍເຂົ້າມາຊ່ວຍດາວິດທັນທີແລະຂ້າຄົນຟີລິດສະຕີນຄົນນັ້ນ.” (2ຊມ. 21:15-17) ດາວິດລອດຕາຍຢ່າງຫວຸດຫວິດ! ລາວຄືຊິຮູ້ສຶກຂອບໃຈອາບີຊາຍແທ້ໆທີ່ສັງເກດເບິ່ງລາວແລະຟ້າວເຂົ້າມາຊ່ວຍທັນທີເມື່ອຕົກຢູ່ໃນອັນຕະລາຍ. ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້?
14. (ກ) ອັນໃດຊ່ວຍເຮົາໃຫ້ຮັກສາຄວາມສັດຊື່ເມື່ອຕ້ອງຮັບມືກັບບັນຫາທີ່ໃຫຍ່ຄືກັບຍັກ? (ຂ) ຜູ້ດູແລຈະຊ່ວຍພີ່ນ້ອງໃຫ້ຮັກສາຄວາມສັດຊື່ແລະໄດ້ຄວາມຍິນດີກັບຄືນມາໄດ້ແນວໃດ? ຂໍໃຫ້ຍົກຕົວຢ່າງ
14 ຄົນຂອງພະເຢໂຫວາທົ່ວໂລກກຳລັງຮັບໃຊ້ພະເຈົ້າເຖິງວ່າຊາຕານແລະພັກພວກຂອງມັນພະຍາຍາມຂັດຂວາງເຂົາເຈົ້າ. ຄົນຂອງພະເຢໂຫວາບາງຄົນຕ້ອງເຈິກັບບັນຫາທີ່ໃຫຍ່ຫຼາຍຄືກັບຍັກ. ແຕ່ເຮົາໄວ້ວາງໃຈພະເຢໂຫວາຢ່າງເຕັມທີເຊິ່ງເຮັດໃຫ້ເຮົາມີກຳລັງທີ່ຈະຮັກສາຄວາມສັດຊື່ເມື່ອຕ້ອງຮັບມືກັບບັນຫາທີ່ຫຍຸ້ງຍາກຄືກັບທີ່ດາວິດມີກຳລັງທີ່ຈະຂ້າໂກລີອາດ. ແຕ່ກໍມີບາງເທື່ອທີ່ເຮົາອາດຮູ້ສຶກວ່າບໍ່ມີກຳລັງພໍທີ່ຈະຕໍ່ສູ້ກັບໂລກຂອງຊາຕານໄດ້ອີກຕໍ່ໄປ. ເມື່ອຢູ່ໃນສະພາບທີ່ອ່ອນແອແບບນັ້ນ ມັນງ່າຍຫຼາຍທີ່ເຮົາຈະທໍ້ໃຈກັບບັນຫາເຊິ່ງຕາມປົກກະຕິແລ້ວເຮົາອົດທົນໄດ້. ແຕ່ຜູ້ດູແລອາດສັງເກດເຫັນວ່າເຮົາຮູ້ສຶກແນວໃດແລະໃຫ້ຄວາມຊ່ວຍເຫຼືອໄດ້ທັນທີ. ແລ້ວເຮົາກໍຈະຮູ້ສຶກວ່າເຮົາສາມາດຮັບໃຊ້ພະເຈົ້າດ້ວຍຄວາມຍິນດີຕໍ່ໄປໄດ້. ໄພໂອເນຍຄົນໜຶ່ງທີ່ອາຍຸ 60 ປາຍປີເລົ່າວ່າ: “ມີຢູ່ຊ່ວງໜຶ່ງ ຂ້ອຍຮູ້ສຶກບໍ່ຄ່ອຍດີແລະວຽກຮັບໃຊ້ໃນເຂດກໍເຮັດໃຫ້ຂ້ອຍໝົດແຮງ. ຜູ້ດູແລຄົນໜຶ່ງສັງເກດເຫັນວ່າຂ້ອຍບໍ່ຄ່ອຍມີກຳລັງແລະເຂົ້າມາລົມກັບຂ້ອຍ. ເຮົາລົມກັນກ່ຽວກັບເລື່ອງໜຶ່ງຈາກຄຳພີໄບເບິນ. ຂ້ອຍເຮັດຕາມຄຳແນະນຳທີ່ລາວໃຫ້ແລະໄດ້ຮັບປະໂຫຍດ. ໄພໂອເນຍຄົນນີ້ເວົ້າຕໍ່ອີກວ່າ: “ຜູ້ດູແລຄົນນີ້ຮັກພີ່ນ້ອງຫຼາຍແທ້ໆ ລາວສັງເກດເຫັນວ່າຂ້ອຍກຳລັງອ່ອນແອແລະເຂົ້າມາຊ່ວຍເຫຼືອຂ້ອຍ.” ເປັນເລື່ອງທີ່ໃຫ້ກຳລັງໃຈຫຼາຍທີ່ຮູ້ວ່າເຮົາມີຜູ້ດູແລທີ່ຮັກແລະພ້ອມຊ່ວຍເຫຼືອເຮົາຢູ່ສະເໝີ ແບບດຽວກັບອາບີຊາຍທີ່ພ້ອມຈະຊ່ວຍດາວິດ.
“ຢາກໃຫ້ຮູ້ວ່າຂ້ອຍຮັກພວກເຈົ້າຫຼາຍ”
15, 16. (ກ) ເປັນຫຍັງພີ່ນ້ອງຈຶ່ງຮັກໂປໂລຫຼາຍ? (ຂ) ເປັນຫຍັງເຮົາຈຶ່ງຮັກຜູ້ດູແລ?
15 ຜູ້ດູແລເຮັດວຽກໜັກຫຼາຍ. ບາງເທື່ອຜູ້ດູແລກໍນອນບໍ່ຄ່ອຍຫຼັບຍ້ອນກັງວົນເລື່ອງບັນຫາຂອງພີ່ນ້ອງ ແລະເຂົາເຈົ້າອາດຕື່ນມາຕອນເດິກເພື່ອຈະອະທິດຖານຫຼືເພື່ອຈະໄປຊ່ວຍພີ່ນ້ອງ. (2ກຣ. 11:27, 28) ເຖິງຈະເປັນແບບນັ້ນ ຜູ້ດູແລກໍຍິນດີທີ່ຈະເຮັດຕາມໜ້າທີ່ຮັບຜິດຊອບຂອງຕົວເອງຢ່າງເຕັມທີຄືກັບໂປໂລ. ລາວຂຽນເຖິງພີ່ນ້ອງໃນເມືອງໂກລິນໂທວ່າ: “ຂ້ອຍເຕັມໃຈເສຍສະລະທຸກຢ່າງແລະທຸ່ມເທຕົວເອງເພື່ອພວກເຈົ້າ.” (2ກຣ. 12:15) ເນື່ອງຈາກໂປໂລຮັກພີ່ນ້ອງ ລາວຈຶ່ງທຸ່ມເທຕົວ ຫຼືໃຊ້ກຳລັງທັງໝົດຂອງລາວເພື່ອຊ່ວຍພີ່ນ້ອງໃຫ້ເຂັ້ມແຂງ. (ອ່ານ2 ໂກຣິນໂທ 2:4; ຟລປ 2:17; 1ທຊ. 2:8) ເຮົາບໍ່ແປກໃຈເລີຍທີ່ພີ່ນ້ອງຮັກໂປໂລຫຼາຍ!—ກຈກ. 20:31-38
16 ພວກເຮົາທີ່ເປັນຜູ້ຮັບໃຊ້ຂອງພະເຈົ້າໃນທຸກມື້ນີ້ກໍຮັກຜູ້ດູແລແລະຂອບໃຈພະເຢໂຫວາທີ່ໄດ້ໃຊ້ເຂົາເຈົ້າໃຫ້ເບິ່ງແຍງເຮົາ. ເຮົາມີຄວາມສຸກທີ່ເຂົາເຈົ້າສົນໃຈເຮົາແຕ່ລະຄົນແລະບຳລຸງລ້ຽງພວກເຮົາ. ແລະເຮົາຮູ້ສຶກຂອບໃຈທີ່ເຂົາເຈົ້າຢູ່ພ້ອມທີ່ຈະຊ່ວຍເຮົາສະເໝີເມື່ອເຮົາຮູ້ສຶກວ່າຈະຮັບມືບໍ່ໄຫວແລ້ວ. ຜູ້ດູແລທີ່ໃສ່ໃຈເບິ່ງແຍງຝູງແກະແບບນີ້ເປັນ ‘ເພື່ອນຮ່ວມງານທີ່ເຮັດໃຫ້ເຮົາມີຄວາມສຸກຢ່າງແທ້ຈິງ.’
a ມີການຖາມພີ່ນ້ອງກຸ່ມດຽວກັນນີ້ນຳວ່າ “ເຈົ້າຄິດວ່າຄຸນລັກສະນະຫຍັງສຳຄັນທີ່ສຸດສຳລັບຜູ້ດູແລ?” ສ່ວນໃຫຍ່ຕອບວ່າ “ຄວາມກະລຸນາແລະການເປັນຄົນທີ່ລົມໄດ້ງ່າຍ.” ອີກບໍ່ດົນຈະມີການພິຈາລະນາຄຸນລັກສະນະນັ້ນໃນວາລະສານຫໍສັງເກດການ.