ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຍຊູຮັກຜູ້ຄົນ

ພະເຍຊູຮັກຜູ້ຄົນ

“ເຮົາມີຄວາມສະໜຸກ [ຄວາມຍິນດີ ] ໃນລູກມະນຸດທັງຫຼາຍ.”—ສຸພາສິດ 8:31

1, 2. ພະເຍຊູສະແດງໃຫ້ເຫັນແນວໃດວ່າມີຄວາມຮັກຢ່າງແທ້ຈິງຕໍ່ມະນຸດ?

ລູກຊາຍກົກຂອງພະເຢໂຫວາເປັນຕົວຢ່າງອັນດີເລີດຂອງສະຕິປັນຍາທີ່ໜ້າເຫຼືອເຊື່ອຂອງພະເຢໂຫວາແລະເປັນ “ຜູ້ຮັບໃຊ້ສຳເລັດການ [ນາຍຊ່າງ]” ຂອງພະອົງ. ລອງນຶກພາບເບິ່ງວ່າພະເຍຊູຈະມີຄວາມສຸກແລະຄວາມພໍໃຈຫຼາຍສໍ່າໃດເມື່ອເຫັນພໍ່ “ແຕ່ງຟ້າສະຫວັນ” ແລະ “ວາງພື້ນຖານແຜ່ນດິນໂລກ, ທ.ປ.” ແຕ່ໃນທຸກສິ່ງທີ່ພໍ່ໄດ້ສ້າງ ພະເຍຊູ “ມີຄວາມສະໜຸກ [ຄວາມຍິນດີ] ໃນລູກມະນຸດທັງຫຼາຍ.” (ສຸພາສິດ 8:22-31) ແມ່ນແລ້ວ ພະເຍຊູຮັກມະນຸດຕັ້ງແຕ່ເລີ່ມຕົ້ນເລີຍ.

2 ຕໍ່ມາ ພະເຍຊູໄດ້ສະແດງໃຫ້ເຫັນວ່າເພິ່ນສັດຊື່ແລະຮັກພໍ່ ແລະມີຄວາມຮັກຢ່າງແທ້ຈິງຕໍ່ທຸກຄົນ ພະອົງຈຶ່ງເຕັມໃຈປະຖິ້ມຊີວິດໃນສະຫວັນແລະລົງມາເກີດເປັນມະນຸດຢູ່ໃນໂລກນີ້. ພະເຍຊູເຮັດເຊັ່ນນີ້ກໍຍ້ອນມີຄວາມຮັກແລະສາມາດມອບຊີວິດເພື່ອເປັນ “ລາຄາໄຖ່ໂທດຄົນຫຼາຍຄົນ.” (ມັດທາຍ 20:28; ຟີລິບ 2:5-8) ຕອນທີ່ພະເຍຊູມີຊີວິດຢູ່ໃນໂລກນີ້ ພະເຢໂຫວາໄດ້ໃຫ້ລິດເດດແກ່ພະເຍຊູເພື່ອເຮັດການອັດສະຈັນຕ່າງໆ. ການອັດສະຈັນເຫຼົ່ານີ້ສະແດງໃຫ້ເຫັນວ່າພະເຍຊູຮັກຜູ້ຄົນຫຼາຍແທ້ໆແລະສະແດງເຖິງສິ່ງທີ່ດີເລີດຕ່າງໆທີ່ພະອົງຈະເຮັດສຳລັບມະນຸດໃນໄວໆນີ້.

3. ເຮົາຈະພິຈາລະນາເລື່ອງຫຍັງໃນບົດຄວາມນີ້?

3 ຕອນທີ່ຢູ່ໂລກນີ້ ພະເຍຊູປະກາດເລື່ອງ “ແຜ່ນດິນ [ຂ່າວດີເລື່ອງລາຊະອານາຈັກ] ຂອງພະເຈົ້າ.” (ລືກາ 4:43) ພະເຍຊູຮູ້ດີວ່າລາຊະອານາຈັກນີ້ຈະເຮັດໃຫ້ຊື່ຂອງພໍ່ເພິ່ນໄດ້ຮັບຄວາມນັບຖືອັນບໍລິສຸດແລະຈະແກ້ໄຂບັນຫາຕ່າງໆຂອງມະນຸດຕະຫຼອດໄປ. ຕອນທີ່ເຮັດວຽກປະກາດ ພະເຍຊູໄດ້ເຮັດການອັດສະຈັນຫຼາຍຢ່າງ. ການອັດສະຈັນເຫຼົ່ານີ້ສະແດງໃຫ້ເຫັນວ່າພະອົງຫ່ວງໃຍທຸກຄົນຫຼາຍແທ້ໆ. ເປັນຫຍັງເລື່ອງນີ້ຈຶ່ງສຳຄັນຕໍ່ເຮົາ? ເພາະສິ່ງທີ່ພະເຍຊູເຮັດໃຫ້ຄວາມຫວັງແລະຄວາມໝັ້ນໃຈແກ່ເຮົາສຳລັບອະນາຄົດ. ສະນັ້ນ ຂໍໃຫ້ເຮົາພິຈາລະນາການອັດສະຈັນສີ່ຢ່າງທີ່ພະເຍຊູເຮັດ.

“ລິດເດດຂອງພະເຢໂຫວາໄດ້ສະຖິດຢູ່ຫັ້ນເພື່ອຈະໃຫ້ເຂົາດີພະຍາດ”

4. ເກີດຫຍັງຂຶ້ນເມື່ອພະເຍຊູພົບຊາຍຄົນໜຶ່ງທີ່ເປັນຂີ້ທູດ?

4 ໃນລະຫວ່າງການຮັບໃຊ້ ພະເຍຊູໄດ້ໄປແຂວງຄາລິເລ. ຢູ່ໃນເມືອງໜຶ່ງ ພະອົງໄດ້ພົບຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ. (ມາລະໂກ 1:39, 40) ຜູ້ຊາຍຄົນນີ້ເຈັບປ່ວຍໜັກຫຼາຍ ຈົນລືກາຜູ້ທີ່ເຄີຍເປັນທ່ານໝໍກ່າວເຖິງລາວວ່າ “ເປັນຂີ້ທູດເຕັມຕົວ.” (ລືກາ 5:12) ຄຳພີໄບເບິນບອກວ່າ ເມື່ອຊາຍຄົນນີ້ເຫັນພະເຍຊູ ລາວໄດ້ “ນົບນ້ອມໜ້າລົງແລະເຊີນ [ຂໍ] ພະອົງວ່າ ‘ພະອົງເຈົ້າຂ້າຖ້າພະອົງມີນໍ້າໃຈ [ຕ້ອງການ] ພະອົງອາດກະທຳໃຫ້ຂ້າພະເຈົ້າດີສະອາດໄດ້.’” ຊາຍຄົນນີ້ຮູ້ວ່າພະເຍຊູມີລິດເດດທີ່ຈະປິ່ນປົວລາວໄດ້. ແຕ່ລາວຢາກຮູ້ວ່າພະເຍຊູຕ້ອງການທີ່ຈະປິ່ນປົວລາວຫຼືບໍ່. ເປັນຫຍັງລາວຈຶ່ງຄິດແບບນັ້ນ? ກໍຍ້ອນວ່າລາວລຶ້ງກັບວິທີທີ່ພວກຟາລິຊຽນດູຖູກຄົນເປັນຂີ້ທູດ. ແຕ່ພະເຍຊູຄິດແນວໃດ? ພະເຍຊູຈະປິ່ນປົວຊາຍທີ່ໜ້າລັງກຽດຄົນນີ້ແນວໃດ? ເຈົ້າເດຈະເຮັດແນວໃດ?

5. ເປັນຫຍັງພະເຍຊູຕ້ອງການປິ່ນປົວຊາຍທີ່ເປັນຂີ້ທູດ?

5 ປາກົດວ່າຊາຍທີ່ເປັນຂີ້ທູດຄົນນີ້ບໍ່ໄດ້ຮ້ອງວ່າ “ຖ່ອຍຮ້າຍ ຖ່ອຍຮ້າຍ” ຕາມທີ່ກົດໝາຍຂອງໂມເຊກຳນົດໄວ້. (ພວກເລວີ 13:43-46) ແຕ່ພະເຍຊູບໍ່ໄດ້ໃຈຮ້າຍໃຫ້ລາວ. ແທນທີ່ຈະຮູ້ສຶກແນວນັ້ນ ພະອົງພັດເປັນຫ່ວງແລະຕ້ອງການຊ່ວຍເຫຼືອລາວ. ເຮົາບໍ່ຮູ້ວ່າພະເຍຊູຄິດແນວໃດແທ້ໆ ແຕ່ຮູ້ວ່າພະອົງຮູ້ສຶກແນວໃດ. ພະອົງອີ່ຕົນຊາຍຄົນນີ້ແທ້ໆຈົນເຖິງຂັ້ນເຮັດການອັດສະຈັນ. ພະເຍຊູໄດ້ເດ່ມືອອກໄປບາຍລາວເຊິ່ງເປັນສິ່ງທີ່ບໍ່ມີໃຜຈະເຮັດ. ດ້ວຍຄວາມໝັ້ນໃຈແລະຄວາມອີ່ຕົນສົງສານ ພະເຍຊູເວົ້າກັບລາວວ່າ: “ເຮົາມີນໍ້າໃຈ [ຕ້ອງການ]. ໃຫ້ເຈົ້າດີສະອາດເຖີ້ນ!” ຈາກນັ້ນ “ຂີ້ທູດໄດ້ຫາຍໄປຈາກເພິ່ນ.” (ລືກາ 5:13) ເຫັນໄດ້ແຈ້ງວ່າພະເຢໂຫວາໃຫ້ລິດເດດແກ່ພະເຍຊູເພື່ອເຮັດການອັດສະຈັນທີ່ຍິ່ງໃຫຍ່ ແລະເພື່ອໃຫ້ພະເຍຊູສະແດງໃຫ້ເຫັນວ່າເພິ່ນຮັກມະນຸດຫຼາຍແທ້ໆ.—ລືກາ 5:17

6. ມີສິ່ງໃດໜ້າສົນໃຈກ່ຽວກັບການອັດສະຈັນທີ່ພະເຍຊູເຮັດ ແລະການອັດສະຈັນເຫຼົ່ານັ້ນສະແດງເຖິງຫຍັງ?

6 ລິດເດດທີ່ພະເຍຊູໄດ້ຮັບຈາກພະເຢໂຫວາເຮັດໃຫ້ເພິ່ນສາມາດເຮັດການອັດສະຈັນຫຼາຍຢ່າງທີ່ໜ້າງຶດງໍ້. ພະເຍຊູບໍ່ພຽງແຕ່ປິ່ນປົວຄົນຂີ້ທູດເທົ່ານັ້ນ ແຕ່ຍັງປິ່ນປົວຄົນທີ່ເປັນພະຍາດອື່ນໆນຳອີກ. ຜູ້ຄົນພາກັນປະຫຼາດໃຈເມື່ອເຫັນ “ຄົນປາກກືກປາກໄດ້ ແລະຄົນເສຍອົງຄະດີແລ້ວ ແລະຄົນຂາເຢກຂາຫ້ານຍ່າງໄປ ແລະຄົນຕາບອດເຫັນໄດ້.” (ມັດທາຍ 15:31) ເມື່ອປິ່ນປົວບາງຄົນ ພະເຍຊູບໍ່ຈຳເປັນຕ້ອງຂໍບໍລິຈາກອະໄວຍະວະຈາກຄົນທີ່ມີສຸຂະພາບແຂງແຮງ. ພະເຍຊູມີລິດເດດທີ່ຈະປິ່ນປົວສ່ວນຕ່າງໆຂອງຮ່າງກາຍ ແລະພະອົງກໍປິ່ນປົວໄດ້ທັນທີເລີຍ ແຕ່ບາງເທື່ອພະອົງກໍປິ່ນປົວຄົນທີ່ຢູ່ຫ່າງໄກຈາກພະອົງຊໍ້າ. (ໂຢຮັນ 4:46-54) ຕົວຢ່າງຂອງການອັດສະຈັນທີ່ໜ້າງຶດງໍ້ນີ້ສະແດງໃຫ້ເຫັນຫຍັງ? ສະແດງໃຫ້ເຫັນວ່າພະເຍຊູຄລິດກະສັດຂອງເຮົາມີລິດເດດແລະມີຄວາມປາຖະໜາທີ່ຈະກຳຈັດຄວາມເຈັບປ່ວຍທຸກຢ່າງໃຫ້ໝົດໄປຕະຫຼອດການ. ເມື່ອເຮົາຮຽນຮູ້ກ່ຽວກັບເລື່ອງທີ່ພະເຍຊູປະຕິບັດກັບຜູ້ຄົນ ສິ່ງນີ້ເຮັດໃຫ້ເຮົາໝັ້ນໃຈວ່າໃນໂລກໃໝ່ “ພະອົງຈະອີ່ດູຄົນທຸກຍາກກັບຄົນຈົນ.” (ຄຳເພງ 72:13) ພະເຍຊູຈະປິ່ນປົວທຸກຄົນທີ່ເຈັບປວດທໍລະມານ ເພາະວ່າພະອົງຕ້ອງການທີ່ຈະເຮັດແບບນັ້ນແທ້ໆ.

“ຈົ່ງລຸກຂຶ້ນ! ເອົາຕຽງນອນຂອງເຈົ້າແລະຍ່າງໄປເຖີ້ນ”

7, 8. ມີຫຍັງເກີດຂຶ້ນ ກ່ອນທີ່ພະເຍຊູໄດ້ພົບກັບຊາຍຄົນໜຶ່ງທີ່ເຈັບປ່ວຍຢູ່ສະນໍ້າເບເທສະດາ?

7 ຫຼັງຈາກທີ່ປິ່ນປົວຄົນຂີ້ທູດໄດ້ສອງສາມເດືອນ ພະເຍຊູກໍເດີນທາງຈາກແຂວງຄາລິເລໄປແຂວງຢູເດເພື່ອປະກາດຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າ. ຢູ່ທີ່ນັ້ນຕ້ອງມີປະຊາຊົນຫຼາຍພັນຄົນທີ່ໄດ້ຍິນເລື່ອງທີ່ພະເຍຊູສອນ ແລະເຂົາເຈົ້າຄົງປະທັບໃຈທີ່ພະອົງສະແດງຄວາມຮັກຕໍ່ເຂົາເຈົ້າ. ພະເຍຊູຕ້ອງການແທ້ໆທີ່ຈະໃຫ້ການປອບໂຍນຄົນທຸກຍາກແລະຄົນທີ່ຖືກກົດຂີ່ຂົ່ມເຫງ ແລະຊ່ວຍເຂົາເຈົ້າໃຫ້ມີຄວາມຫວັງ.—ເອຊາອີ 61:1, 2; ລືກາ 4:18-21

8 ໃນເດືອນນີຊານ ພະເຍຊູໄດ້ເດີນທາງໄປເມືອງເຢຣຶຊາເລມເພື່ອສະຫຼອງປັດສະຄາ. ໃນເມືອງເຕັມໄປດ້ວຍຜູ້ຄົນທີ່ເດີນທາງມາຮ່ວມເທດສະການເຊິ່ງພິເສດນີ້. ຢູ່ທາງເໜືອຂອງວິຫານມີສະນໍ້າທີ່ຊື່ວ່າເບເທສະດາ ແລະຢູ່ບ່ອນນັ້ນພະເຍຊູໄດ້ພົບກັບຊາຍຄົນໜຶ່ງທີ່ຍ່າງບໍ່ໄດ້.

9, 10. (ກ) ເປັນຫຍັງຫຼາຍຄົນຈຶ່ງໄປທີ່ສະນໍ້າເບເທສະດາ? (ຂ) ພະເຍຊູເຮັດຫຍັງຢູ່ສະນໍ້ານັ້ນ ແລະເລື່ອງນີ້ສອນຫຍັງເຮົາ? (ເບິ່ງຮູບທຳອິດ)

9 ຄົນເຈັບປ່ວຍຈຳນວນຫຼາຍພາກັນໄປສະນໍ້າເບເທສະດາ. ເຂົາເຈົ້າໄປເຮັດຫຍັງ? ເນື່ອງຈາກເຂົາເຈົ້າຄິດວ່າຄົນທີ່ເຈັບປ່ວຍຈະໄດ້ຮັບການປິ່ນປົວຢ່າງອັດສະຈັນຖ້າລົງໄປໃນສະນໍ້າຕອນທີ່ນໍ້າກຳລັງເຟືອດ. ລອງນຶກພາບເບິ່ງວ່າບ່ອນນັ້ນຈະສັບສົນວຸ່ນວາຍຂະໜາດໃດທີ່ມີຫຼາຍຄົນເຊິ່ງໝົດຫວັງ ກັງວົນໃຈ ແລະຕ້ອງການແທ້ໆທີ່ຈະໄດ້ຮັບການປິ່ນປົວໃຫ້ຫາຍດີ. ພະເຍຊູເປັນມະນຸດສົມບູນແບບແລະແນ່ນອນວ່າພະອົງບໍ່ຈຳເປັນຕ້ອງໄດ້ຮັບການປິ່ນປົວ ແຕ່ພະອົງໄປບ່ອນນັ້ນເຮັດຫຍັງ? ຄວາມຮັກທີ່ມີຕໍ່ຜູ້ຄົນກະຕຸ້ນພະເຍຊູໃຫ້ໄປບ່ອນນັ້ນ ແລະຢູ່ນີ້ພະອົງໄດ້ພົບກັບຊາຍຄົນໜຶ່ງທີ່ເຈັບປ່ວຍມາເປັນເວລາຫຼາຍປີເຊິ່ງດົນກວ່າທີ່ພະອົງມີຊີວິດຢູ່ແຜ່ນດິນໂລກດ້ວຍຊໍ້າ.—ອ່ານ ໂຢຮັນ 5:5-9

ພະເຍຊູຊອກຫາຄົນທີ່ຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອ

10 ພະເຍຊູຖາມຊາຍຄົນນີ້ວ່າ ເຈົ້າຢາກຍ່າງໄດ້ຄືແຕ່ກ່ອນບໍ. ລອງນຶກພາບເຖິງຄວາມໂສກເສົ້າຂອງຊາຍຄົນນີ້ເມື່ອລາວບອກພະເຍຊູວ່າ ລາວຢາກຍ່າງໄດ້ ແຕ່ກໍບໍ່ສາມາດເຮັດໄດ້ເພາະບໍ່ມີໃຜພາລົງໄປໃນສະນໍ້າ. ຈາກນັ້ນ ພະເຍຊູບອກຊາຍຄົນນີ້ໃຫ້ເຮັດໃນສິ່ງທີ່ເປັນໄປບໍ່ໄດ້. ພະອົງບອກລາວໃຫ້ເອົາຕຽງນອນແລະຍ່າງໄປ. ດັ່ງນັ້ນ ລາວຈຶ່ງເອົາຕຽງນອນແລະເລີ່ມຕົ້ນຍ່າງໄປທັນທີ! ການອັດສະຈັນນີ້ເປັນຫຼັກຖານອັນດີເລີດເຖິງສິ່ງທີ່ພະເຍຊູຈະເຮັດໃນໂລກໃໝ່ ແລະຍັງສະແດງໃຫ້ເຫັນວ່າພະເຍຊູຮັກຜູ້ຄົນຢ່າງແທ້ຈິງ. ພະອົງຊອກຫາຄົນທີ່ຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອ. ດັ່ງນັ້ນ ຕົວຢ່າງຂອງພະເຍຊູຄວນກະຕຸ້ນເຮົາໃຫ້ໄປໃນເຂດປະກາດຕໍ່ໆໄປແລະຊອກຫາຄົນທີ່ໝົດຫວັງເນື່ອງຈາກບັນຫາຕ່າງໆທີ່ເກີດຂຶ້ນໃນໂລກນີ້.

“ໃຜໄດ້ບາຍເສື້ອຂອງເຮົາ?”

11. ໃນມາລະໂກ 5:25-34 ສະແດງໃຫ້ເຫັນແນວໃດວ່າພະເຍຊູມີຄວາມຮັກຕໍ່ຄົນທີ່ເຈັບປ່ວຍ?

11 ອ່ານ ມາລະໂກ 5:25-34. ເປັນເວລາ 12 ປີທີ່ຜູ້ຍິງຄົນໜຶ່ງທົນທຸກທໍລະມານຍ້ອນພະຍາດທີ່ເປັນຕາໜ້າອາຍ. ຄວາມເຈັບປ່ວຍນັ້ນກະທົບໃສ່ທຸກແງ່ມຸມໃນຊີວິດຂອງລາວ ເຊິ່ງລວມເຖິງເລື່ອງການນະມັດສະການນຳອີກ. ລາວໄປຫາທ່ານໝໍຫຼາຍຄົນແລະໃຊ້ຈ່າຍເງິນທັງໝົດທີ່ມີເພື່ອພະຍາຍາມຊອກຫາການປິ່ນປົວ ແຕ່ລາວພັດເປັນໜັກກວ່າເກົ່າ. ໃນມື້ໜຶ່ງ ເພື່ອທີ່ຈະເຊົາເປັນປົກກະຕິ ຜູ້ຍິງຄົນນີ້ຈຶ່ງວາງແຜນແບບໃໝ່ໃນການປິ່ນປົວ ໂດຍໄດ້ຍ່າງຜ່າຝູງຄົນໄປຈັບເຄື່ອງນຸ່ງຂອງພະເຍຊູ. (ພວກເລວີ 15:19, 25) ເມື່ອພະເຍຊູຮູ້ສຶກວ່າລິດເດດໄດ້ອອກໄປຈາກຕົວຂອງພະອົງ ພະອົງຈຶ່ງຖາມວ່າໃຜໄດ້ບາຍເຮົາ. ເນື່ອງຈາກ “ຢ້ານຈົນຕົວສັ່ນ” ຜູ້ຍິງຄົນນັ້ນຈຶ່ງ “ນົບນ້ອມຕົວລົງຕໍ່ໜ້າພະອົງແລະໄດ້ແຈ້ງຄວາມຈິງທຸກຂໍ້ໃຫ້ພະອົງຟັງ.” ພະເຍຊູຮູ້ວ່າພະເຢໂຫວາເປັນຜູ້ປິ່ນປົວຜູ້ຍິງຄົນນີ້ ດັ່ງນັ້ນ ພະອົງຈຶ່ງເວົ້າຢ່າງກະລຸນາວ່າ: “ລູກຍິງເອີຍ ຄວາມເຊື່ອຂອງເຈົ້າໄດ້ກະທຳໃຫ້ເຈົ້າດີແລ້ວ. ຈົ່ງໄປດ້ວຍຄວາມສຸກສຳລານແລະໃຫ້ເຈົ້າດີພະຍາດເຖີ້ນ.”

ການອັດສະຈັນທີ່ພະເຍຊູເຮັດພິສູດໃຫ້ເຫັນວ່າພະອົງສົນໃຈແທ້ໆໃນຕົວເຮົາແລະບັນຫາຕ່າງໆທີ່ເຮົາປະສົບ (ເບິ່ງຂໍ້ 11, 12)

12. (ກ) ຈາກສິ່ງທີ່ເຮົາໄດ້ຮຽນ ເຈົ້າຈະພັນລະນາວ່າພະເຍຊູເປັນຄົນແນວໃດ? (ຂ) ພະເຍຊູໄດ້ວາງຕົວຢ່າງແນວໃດສຳລັບເຮົາ?

12 ຈັ່ງແມ່ນຮູ້ສຶກອົບອຸ່ນໃຈແທ້ໆທີ່ເຫັນວ່າພະເຍຊູມີຄວາມຮັກຕໍ່ຜູ້ຄົນ ໂດຍສະເພາະຕໍ່ກັບຄົນທີ່ເຈັບປ່ວຍ. ພະເຍຊູແຕກຕ່າງຫຼາຍຈາກຊາຕານ ເຊິ່ງພະຍາຍາມເຮັດໃຫ້ເຮົາເຊື່ອວ່າເຮົາເປັນຄົນທີ່ບໍ່ມີຄ່າແລະບໍ່ມີໃຜຮັກ. ພະເຍຊູເຮັດການອັດສະຈັນກໍເພື່ອພິສູດວ່າພະອົງສົນໃຈເຮົາແທ້ໆແລະບັນຫາຕ່າງໆທີ່ເຮົາປະສົບ. ເຮົາສາມາດສະແດງຄວາມຂອບໃຈທີ່ມີກະສັດແລະປະໂລຫິດໃຫຍ່ແບບນີ້ທີ່ເຕັມໄປດ້ວຍຄວາມຮັກ. (ເຫບເລີ 4:15) ອາດເປັນເລື່ອງຍາກທີ່ເຮົາຈະເຂົ້າໃຈຄວາມຮູ້ສຶກຂອງບາງຄົນທີ່ເຈັບປ່ວຍເປັນເວລາດົນນານ ໂດຍສະເພາະຖ້າເຮົາບໍ່ເຄີຍເຈັບປ່ວຍ. ຂໍໃຫ້ຄິດເຖິງຕົວຢ່າງຂອງພະເຍຊູ ພະອົງມີຄວາມອີ່ຕົນສົງສານຄົນທີ່ເຈັບປ່ວຍເຖິງແມ່ນວ່າພະອົງບໍ່ເຄີຍເຈັບປ່ວຍກໍຕາມ.—1 ເປໂຕ 3:8

“ພະເຍຊູໄດ້ຮ້ອງໄຫ້ນໍ້າຕາໄຫຼອອກ”

13. ການທີ່ລາຊະໂລຟື້ນຄືນມາຈາກຕາຍສະແດງໃຫ້ເຫັນຫຍັງກ່ຽວກັບພະເຍຊູ?

13 ຄວາມໂສກເສົ້າຂອງຄົນອື່ນກະທົບໃສ່ຄວາມຮູ້ສຶກສ່ວນເລິກຂອງພະເຍຊູ. ຕົວຢ່າງເຊັ່ນ: ເມື່ອລາຊະໂລສ່ຽວຂອງພະເຍຊູເສຍຊີວິດ ພະເຍຊູເຫັນໝູ່ເພື່ອນແລະຄອບຄົວຂອງລາວໂສກເສົ້າ ດັ່ງນັ້ນພະອົງ “ໄດ້ສັ່ນໃນຈິດວິນຍານ [ສະເທືອນໃຈ, ລ.ມ.]” ແລະ “ວຸ່ນວາຍໄປ [ເປັນທຸກ, ລ.ມ.].” (ອ່ານ ໂຢຮັນ 11:33-36) ເຖິງແມ່ນພະເຍຊູຮູ້ວ່າພະອົງຈະປຸກລາຊະໂລໃຫ້ຟື້ນຄືນມາຈາກຕາຍ ແຕ່ພະອົງກໍຍັງຮ້ອງໄຫ້ເສຍໃຈ. ພະເຍຊູບໍ່ໄດ້ຢ້ານທີ່ຄົນອື່ນຈະເຫັນຄວາມຮູ້ສຶກຂອງພະອົງ. ພະເຍຊູຮັກລາຊະໂລແລະຄອບຄົວຂອງລາວຫຼາຍຈົນໄດ້ໃຊ້ລິດເດດຂອງພະເຢໂຫວາເຮັດໃຫ້ລາຊະໂລກັບມາມີຊີວິດອີກ!—ໂຢຮັນ 11:43, 44

14, 15. (ກ) ສິ່ງໃດທີ່ສະແດງໃຫ້ເຫັນວ່າພະເຢໂຫວາຢາກກຳຈັດຄວາມທຸກທໍລະມານຂອງມະນຸດໃຫ້ໝົດໄປ? (ຂ) ເຮົາຮຽນຫຍັງຈາກຄຳເວົ້າຂອງພະເຍຊູທີ່ກ່າວວ່າ “ອຸໂມງລະນຶກ”?

14 ຄຳພີໄບເບິນພັນລະນາເຖິງພະເຍຊູວ່າຄືກັນແທ້ໆກັບພະເຢໂຫວາພໍ່ຂອງເພິ່ນ. (ເຫບເລີ 1:3) ດັ່ງນັ້ນ ການອັດສະຈັນທີ່ພະເຍຊູເຮັດສະແດງໃຫ້ເຫັນວ່າພະເຢໂຫວາກໍຕ້ອງການທີ່ຈະກຳຈັດຄວາມເຈັບປ່ວຍ ຄວາມເຈັບປວດ ແລະຄວາມຕາຍໃຫ້ໝົດໄປ. ອີກບໍ່ດົນ ພະເຢໂຫວາແລະພະເຍຊູຈະເຮັດໃຫ້ອີກຫຼາຍຄົນກັບມາມີຊີວິດອີກ. ພະເຍຊູເວົ້າວ່າ: “ຄາວມາໃກ້ແລ້ວເວລາຄົນທັງປວງທີ່ຢູ່ໃນບ່ອນຝັງສົບ” ຈະຖືກປຸກໃຫ້ຟື້ນຄືນມາຈາກຕາຍ.—ໂຢຮັນ 5:28, 29

15 ພະເຍຊູໃຊ້ຄຳວ່າ “ບ່ອນຝັງສົບ” ຫຼື “ອຸໂມງລະນຶກ” ເຊິ່ງການໃຊ້ຄຳນີ້ສະແດງໃຫ້ເຫັນວ່າຄວາມຊົງຈຳຂອງພະເຢໂຫວາກ່ຽວຂ້ອງຢູ່ນຳ. ພະເຈົ້າຜູ້ມີລິດເດດຍິ່ງໃຫຍ່ ເຊິ່ງເປັນຜູ້ສ້າງເອກະພົບທັງໝົດສາມາດຈື່ລາຍລະອຽດທຸກຢ່າງແລະລວມເຖິງນິດໄສໃຈຄໍຂອງຄົນທີ່ເຮົາຮັກເຊິ່ງເສຍຊີວິດໄປແລ້ວ. (ເອຊາອີ 40:26) ພະເຢໂຫວາບໍ່ພຽງແຕ່ສາມາດຈື່ລາຍລະອຽດເຫຼົ່ານີ້ໄດ້ເທົ່ານັ້ນ ແຕ່ພະອົງຕ້ອງການທີ່ຈະຈື່ລາຍລະອຽດເຫຼົ່ານີ້. ການຟື້ນຄືນມາຈາກຕາຍທີ່ກ່າວເຖິງໃນຄຳພີໄບເບິນເປັນຕົວຢ່າງທີ່ດີເລີດຂອງສິ່ງທີ່ຈະເກີດຂຶ້ນໃນໂລກໃໝ່.

ສິ່ງທີ່ເຮົາຮຽນຈາກການອັດສະຈັນທີ່ພະເຍຊູເຮັດ

16. ຜູ້ຮັບໃຊ້ຫຼາຍຄົນຂອງພະເຢໂຫວາຈະມີໂອກາດຫຍັງ?

16 ຖ້າເຮົາຮັກສາຄວາມເຊື່ອຕໍ່ໆໄປ ເຮົາກໍອາດມີໂອກາດທີ່ຈະໄດ້ເຫັນການອັດສະຈັນຢ່າງໜຶ່ງທີ່ຍິ່ງໃຫຍ່ທີ່ສຸດເຊິ່ງບໍ່ເຄີຍເກີດຂຶ້ນມາກ່ອນ ນັ້ນຄືການລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່! ບໍ່ດົນຫຼັງຈາກສົງຄາມອະລະມະເຄໂດນ ເຮົາຈະໄດ້ເຫັນການອັດສະຈັນຫຼາຍຢ່າງຕື່ມອີກ. ໃນຕອນນັ້ນ ມະນຸດທຸກຄົນຈະມີສຸຂະພາບແຂງແຮງສົມບູນ. (ເອຊາອີ 33:24; 35:5, 6; ຄຳປາກົດ 21:4) ລອງນຶກພາບເບິ່ງ ເຮົາຈະເຫັນຄົນຖິ້ມແວ່ນຕາ ໄມ້ຄ້ອນເທົ້າ ໄມ້ຄໍ້າ ລໍ້ຍູ້ ແລະເຄື່ອງຊ່ວຍຟັງ. ພະເຢໂຫວາຮູ້ວ່າທຸກຄົນທີ່ລອດຜ່ານສົງຄາມອະລະມະເຄໂດນຈະຕ້ອງແຂງແຮງແລະມີສຸຂະພາບດີ ຍ້ອນວ່າເຂົາເຈົ້າຈະມີວຽກຫຼາຍຢ່າງທີ່ຕ້ອງເຮັດ. ເຂົາເຈົ້າຈະເປັນຜູ້ທີ່ເຮັດໃຫ້ໂລກນີ້ກັບຄືນສູ່ຄວາມສວຍງາມ ໃຫ້ກາຍເປັນອຸທິຍານທົ່ວແຜ່ນດິນໂລກ.—ຄຳເພງ 115:16

17, 18. (ກ) ເປັນຫຍັງພະເຍຊູຈຶ່ງເຮັດການອັດສະຈັນ? (ຂ) ເປັນຫຍັງເຮົາຄວນເຮັດທຸກສິ່ງທີ່ພະເຢໂຫວາຮຽກຮ້ອງເພື່ອຈະມີຄຸນສົມບັດໄດ້ຢູ່ໃນໂລກໃໝ່?

17 ໃນທຸກມື້ນີ້ “ຝູງຄົນເປັນອັນມາກ” ໄດ້ຮັບກຳລັງໃຈເມື່ອອ່ານກ່ຽວກັບເລື່ອງທີ່ພະເຍຊູໄດ້ປິ່ນປົວຄົນເຈັບປ່ວຍ. (ຄຳປາກົດ 7:9) ການອັດສະຈັນເຫຼົ່ານີ້ເສີມຄວາມຫວັງອັນດີເລີດຂອງເຮົາໃນເລື່ອງທີ່ວ່າຈະໄດ້ຮັບການປິ່ນປົວແທ້ໆໃນໂລກໃໝ່. ການອັດສະຈັນເຫຼົ່ານີ້ຍັງສະແດງໃຫ້ເຫັນວ່າລູກຊາຍກົກຂອງພະເຈົ້າຮັກມະນຸດຫຼາຍສໍ່າໃດ. (ໂຢຮັນ 10:11; 15:12, 13) ຄວາມອີ່ຕົນສົງສານອັນຍິ່ງໃຫຍ່ຂອງພະເຍຊູສະແດງໃຫ້ເຫັນວ່າພະເຢໂຫວາມີຄວາມຮັກຢ່າງແທ້ຈິງຕໍ່ຜູ້ຮັບໃຊ້ຂອງພະອົງແຕ່ລະຄົນ.—ໂຢຮັນ 5:19

18 ໂລກຂອງເຮົາໃນທຸກມື້ນີ້ເຕັມໄປດ້ວຍຄວາມເຈັບປວດ ຄວາມທຸກລຳບາກ ແລະຄວາມຕາຍ. (ໂລມ 8:22) ຍ້ອນແນວນັ້ນເຮົາຈຶ່ງຕ້ອງການໂລກໃໝ່ຂອງພະເຢໂຫວາ. ຢູ່ທີ່ນັ້ນມະນຸດທຸກຄົນຈະມີສຸຂະພາບທີ່ແຂງແຮງສົມບູນຕາມທີ່ພະເຢໂຫວາສັນຍາໄວ້. ມາລາກີ 4:2 ໃຫ້ຄວາມຫວັງທີ່ວ່າພວກເຮົາຈະ ‘ໂດດເຕັ້ນອອກໄປ’ ດ້ວຍຄວາມສຸກແລະຄວາມຕື່ນເຕັ້ນຍິນດີ ເພາະເຮົາໄດ້ຮັບການປິ່ນປົວແລະຫຼຸດພົ້ນຈາກຄວາມບໍ່ສົມບູນແບບ. ຂໍໃຫ້ເຮົາສະແດງຄວາມຮູ້ຄຸນຄ່າຕໍ່ພະເຢໂຫວາແລະມີຄວາມເຊື່ອໃນຄຳສັນຍາຕ່າງໆຂອງພະອົງ ເພາະສິ່ງເຫຼົ່ານີ້ຈະກະຕຸ້ນເຮົາໃຫ້ເຮັດທຸກສິ່ງຕາມທີ່ພະເຢໂຫວາຮຽກຮ້ອງເພື່ອເຮົາຈະມີຄຸນສົມບັດໄດ້ຢູ່ໃນໂລກໃໝ່. ເຮົາໄດ້ກຳລັງໃຈແທ້ໆທີ່ຮູ້ວ່າການອັດສະຈັນຕ່າງໆທີ່ພະເຍຊູເຮັດເປັນສິ່ງທີ່ສະແດງໃຫ້ເຫັນການຊ່ວຍໃຫ້ພົ້ນຢ່າງຖາວອນເຊິ່ງອີກບໍ່ດົນມະນຸດຈະຊື່ນຊົມຍິນດີພາຍໃຕ້ການປົກຄອງຂອງພະອົງ!