ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກ

ພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກ

“ພະເຈົ້າເປັນຄວາມຮັກ.”— 1 ໂຢຮັນ 4:8, 16

ເພງ: 18, 91

1. ຄຸນລັກສະນະທີ່ເດັ່ນທີ່ສຸດຂອງພະເຈົ້າແມ່ນຫຍັງ ແລະການຮູ້ເລື່ອງນີ້ເຮັດໃຫ້ເຈົ້າຮູ້ສຶກແນວໃດຕໍ່ພະອົງ?

ຄຳພີໄບເບິນບອກເຮົາວ່າ “ພະເຈົ້າເປັນຄວາມຮັກ.” (1 ໂຢຮັນ 4:8) ແຕ່ຄຳເວົ້ານີ້ມີຄວາມໝາຍແນວໃດແທ້ໆ? ຄວາມຮັກຂອງພະເຢໂຫວາບໍ່ໄດ້ເປັນພຽງຄຸນລັກສະນະຢ່າງໜຶ່ງໃນຫຼາຍໆຄຸນລັກສະນະທີ່ງົດງາມຂອງພະອົງ. ຄວາມຮັກເປັນຄຸນລັກສະນະທີ່ເດັ່ນທີ່ສຸດຂອງພະອົງ. ພະອົງບໍ່ໄດ້ມີຄວາມຮັກ ແຕ່ພະອົງເປັນຄວາມຮັກ. ຄວາມຮັກຊີ້ນຳທຸກສິ່ງທີ່ພະອົງເຮັດ. ເຮົາຮູ້ສຶກຂອບໃຈແທ້ໆທີ່ຄວາມຮັກໄດ້ກະຕຸ້ນພະເຢໂຫວາໃຫ້ສ້າງທຸກສິ່ງໃນເອກະພົບແລະສິ່ງທີ່ມີຊີວິດທຸກຢ່າງ!

2. ຄວາມຮັກຂອງພະເຈົ້າເຮັດໃຫ້ເຮົາໝັ້ນໃຈໃນເລື່ອງໃດ? (ເບິ່ງຮູບທຳອິດ)

2 ພະເຢໂຫວາຮູ້ສຶກເມດຕາແລະມີຄວາມອ່ອນໂຍນຕໍ່ກັບສິ່ງທີ່ພະອົງສ້າງ. ຄວາມຮັກທີ່ພະອົງມີຕໍ່ເຮົາເຮັດໃຫ້ເຮົາໝັ້ນໃຈວ່າຈຸດປະສົງຂອງພະອົງສຳລັບມະນຸດຈະເປັນຈິງໃນວິທີທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້. ຜົນກໍຄື ຄົນທີ່ເຊື່ອຟັງພະອົງຈະມີຄວາມສຸກທີ່ແທ້ຈິງ. ຕົວຢ່າງເຊັ່ນ: ຍ້ອນຄວາມຮັກ ພະເຢໂຫວາຈຶ່ງໄດ້ “ກຳນົດມື້ໜຶ່ງໄວ້ແລ້ວ ແລະໃນມື້ນັ້ນພະອົງຈະຕັດສິນທົ່ວທັງໂລກນີ້ຢ່າງຍຸຕິທຳໂດຍທາງມະນຸດຜູ້ໜຶ່ງທີ່ພະອົງໄດ້ເລືອກໄວ້” ຄົນນັ້ນແມ່ນພະເຍຊູຄລິດ. (ກິດຈະການ 17:31, ທ.ປ.) ເຮົາໝັ້ນໃຈໄດ້ວ່າການຕັດສິນນີ້ຈະເກີດຂຶ້ນແທ້. ສຳລັບມະນຸດຜູ້ທີ່ເຊື່ອຟັງ ການຕັດສິນນັ້ນຈະໝາຍເຖິງອະນາຄົດທີ່ດີເລີດເຊິ່ງຈະຢັ້ງຢືນຕະຫຼອດໄປ.

ປະຫວັດສາດໄດ້ພິສູດໃຫ້ເຫັນໃນເລື່ອງໃດ?

3. ຊີວິດຈະເປັນແນວໃດຖ້າພະເຈົ້າບໍ່ໄດ້ຮັກມະນຸດ?

3 ອະນາຄົດຂອງມະນຸດຈະເປັນແນວໃດ ຖ້າຄວາມຮັກບໍ່ໄດ້ເປັນຄຸນລັກສະນະທີ່ເດັ່ນທີ່ສຸດຂອງພະເຈົ້າ? ມະນຸດຈະປົກຄອງກັນຕໍ່ໆໄປແລະຈະຢູ່ພາຍໃຕ້ອິດທິພົນຂອງຊາຕານເຊິ່ງເປັນພະເຈົ້າແຫ່ງຄວາມກຽດຊັງແລະບໍ່ມີຄວາມຮັກ. (2 ໂກລິນໂທ 4:4; 1 ໂຢຮັນ 5:19; ອ່ານຄຳປາກົດ 12:9, 12) ອະນາຄົດຈະເປັນຕາຢ້ານແທ້ໆຖ້າພະເຢໂຫວາບໍ່ໄດ້ຮັກເຮົາ!

4. ເປັນຫຍັງພະເຈົ້າຈຶ່ງຍອມໃຫ້ມີການຕໍ່ຕ້ານການປົກຄອງຂອງພະອົງ?

4 ເມື່ອຊາຕານຕໍ່ຕ້ານການປົກຄອງຂອງພະເຈົ້າ ມັນຍັງຊັກຈູງມະນຸດຄູ່ທຳອິດໃຫ້ເຮັດຄືກັບມັນ. ຊາຕານຕັ້ງຂໍ້ສົງໄສເລື່ອງສິດຂອງພະເຈົ້າໃນການປົກຄອງເອກະພົບ. ມັນອ້າງວ່າການປົກຄອງຂອງມັນດີກວ່າການປົກຄອງຂອງພະເຈົ້າ. (ຕົ້ນເດີມ 3:1-5) ດ້ວຍຄວາມສຸຂຸມ ພະເຈົ້າຈຶ່ງຍອມໃຫ້ຊາຕານມີເວລາສັ້ນໆເພື່ອໃຫ້ມັນພິສູດຄຳກ່າວອ້າງຂອງມັນ. ແຕ່ຜົນໄດ້ຮັບສະແດງໃຫ້ເຫັນຢ່າງຊັດເຈນວ່າທັງມະນຸດແລະຊາຕານບໍ່ສາມາດເປັນຜູ້ປົກຄອງທີ່ດີໄດ້.

ພະເຢໂຫວາບໍ່ໄດ້ສ້າງມະນຸດໃຫ້ມີຄວາມສາມາດຫຼືມີສິດທີ່ຈະປົກຄອງຕົວເອງໂດຍບໍ່ຕ້ອງໃຫ້ພະອົງຊີ້ນຳ

5. ປະຫວັດສາດຂອງມະນຸດໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງໃນເລື່ອງໃດ?

5 ທຸກມື້ນີ້ໂລກນັບມື້ນັບຈະຊົ່ວຮ້າຍຫຼາຍຂຶ້ນ. ໃນໄລຍະ 100 ປີທີ່ຜ່ານມາມີຫຼາຍກວ່າ 100 ລ້ານຄົນຖືກຂ້າໃນສົງຄາມຕ່າງໆ. ຄຳພີໄບເບິນກ່າວເຖິງ “ຍຸກສຸດທ້າຍ” ວ່າ: ‘ຄົນຊົ່ວແລະຄົນລໍ້ລວງທັງຫຼາຍຈະທຳຊົ່ວຮ້າຍມາກຂຶ້ນ.’ (2 ຕີໂມເຕ 3:1, 13, ທ.ປ.) ຄຳພີໄບເບິນຍັງກ່າວອີກວ່າ: “ໂອ້ພະເຢໂຫວາ ຂ້ານ້ອຍຮູ້ຈັກວ່າທາງມະນຸດບໍ່ເປັນແຫ່ງຕົນ. ແລະຄົນທີ່ທຽວໄປກໍບໍ່ມີອຳນາດຈະນຳໜ້າບາດຕີນແຫ່ງຕົນໄປ.” (ເຢເຣມີ 10:23) ປະຫວັດສາດໄດ້ພິສູດໃຫ້ເຫັນຢ່າງຊັດເຈນວ່າສິ່ງທີ່ຄຳພີໄບເບິນບອກໄວ້ເປັນຄວາມຈິງ. ພະເຢໂຫວາບໍ່ໄດ້ສ້າງມະນຸດໃຫ້ມີຄວາມສາມາດຫຼືມີສິດທີ່ຈະປົກຄອງຕົວເອງໂດຍບໍ່ຕ້ອງໝາຍເພິ່ງພະອົງ.

6. ເປັນຫຍັງພະເຈົ້າຍອມໃຫ້ມີຄວາມຊົ່ວຮ້າຍ?

6 ການຍອມໃຫ້ຄວາມຊົ່ວຮ້າຍມີຢູ່ຕໍ່ໄປໄລຍະໜຶ່ງ ພະເຢໂຫວາໄດ້ພິສູດໃຫ້ເຫັນວ່າມີພຽງການປົກຄອງຂອງພະອົງເທົ່ານັ້ນທີ່ດີທີ່ສຸດສຳລັບມະນຸດ. ໃນອະນາຄົດ ພະອົງຈະທຳລາຍຄວາມຊົ່ວຮ້າຍທັງໝົດ. ຫຼັງຈາກນັ້ນ ຖ້າມີຄົນໃດທີ່ສົງໄສກ່ຽວກັບວິທີການປົກຄອງຂອງພະອົງທີ່ປ່ຽມດ້ວຍຄວາມຮັກ ພະອົງກໍຈະລົງມືຈັດການທັນທີ. ພະອົງສາມາດໃຊ້ສິ່ງທີ່ເກີດຂຶ້ນໃນປະຫວັດສາດຂອງມະນຸດເພື່ອເປັນເຫດຜົນທີ່ຈະກຳຈັດການຕໍ່ຕ້ານນັ້ນທັນທີ ແລະຈະບໍ່ຍອມໃຫ້ມີຄວາມຊົ່ວຮ້າຍອີກຕໍ່ໄປ.

ພະເຢໂຫວາສະແດງຄວາມຮັກໂດຍວິທີໃດ?

7, 8. ພະເຢໂຫວາສະແດງຄວາມຮັກໂດຍວິທີໃດ?

7 ພະເຢໂຫວາໄດ້ສະແດງຄວາມຮັກທີ່ຍິ່ງໃຫຍ່ໃນຫຼາຍໆວິທີ. ຂໍໃຫ້ຄິດກ່ຽວກັບຂະໜາດແລະຄວາມສວຍງາມຂອງເອກະພົບເຊິ່ງປະກອບດ້ວຍຫຼາຍພັນລ້ານກາເລັກຊີ ແລະໃນແຕ່ລະກາເລັກຊີມີດວງດາວແລະດາວເຄາະຫຼາຍພັນລ້ານດວງ. ໃນກາເລັກຊີທາງຊ້າງເຜືອກ ດວງຕາເວັນກໍເປັນດາວດວງໜຶ່ງ. ຖ້າບໍ່ມີດວງຕາເວັນ ໂລກນີ້ກໍບໍ່ສາມາດມີສິ່ງທີ່ມີຊີວິດ. ສິ່ງເຫຼົ່ານີ້ຊີ້ໃຫ້ເຫັນວ່າພະເຢໂຫວາເປັນຜູ້ສ້າງແລະທັງສະແດງໃຫ້ເຫັນຄຸນລັກສະນະຕ່າງໆຂອງພະອົງ ເຊັ່ນ: ລິດເດດ ສະຕິປັນຍາ ແລະຄວາມຮັກ. ແມ່ນແລ້ວ ‘ຄຸນລັກສະນະຕ່າງໆຂອງພະເຈົ້າທີ່ຕາເຫັນບໍ່ໄດ້ນັ້ນກໍປາກົດໃຫ້ເຂົ້າໃຈໃນສັບພະທຸກສິ່ງທີ່ພະອົງໄດ້ສ້າງຕັ້ງແຕ່ສ້າງໂລກເປັນຕົ້ນມາ ຄືວ່າລິດເດດອັນຕະຫຼອດໄປເປັນນິດແລະຄວາມເປັນພະເຈົ້າຂອງພະອົງ ເພື່ອເຂົາຈະບໍ່ມີຄວາມແກ້ຕົວໄດ້.’—ໂລມ 1:20

ທຸກສິ່ງທີ່ພະເຢໂຫວາສ້າງຢູ່ໃນໂລກນີ້ເປັນປະໂຫຍດສຳລັບຄົນແລະສັດ

8 ພະເຢໂຫວາອອກແບບໜ່ວຍໂລກໃຫ້ເໝາະກັບສິ່ງທີ່ມີຊີວິດ. ທຸກສິ່ງໃນໂລກເປັນປະໂຫຍດສຳລັບຄົນແລະສັດ. ພະອົງສ້າງສວນທີ່ສວຍງາມໃຫ້ເປັນບ້ານຂອງມະນຸດ ແລະສ້າງມະນຸດໃຫ້ມີຈິດໃຈແລະຮ່າງກາຍທີ່ສົມບູນແບບເຊິ່ງສາມາດມີຊີວິດຢູ່ໄດ້ຕະຫຼອດໄປ. (ອ່ານຄຳປາກົດ 4:11) ນອກຈາກນັ້ນ ‘ພະອົງຍັງໂຜດປະທານອາຫານໃຫ້ສຳລັບທຸກຊີວິດ ເຫດວ່າຄວາມຮັກພັກດີຂອງພະອົງຕັ້ງຢູ່ຕະຫຼອດໄປ.’—ຄຳເພງ 136:25

9. ເຖິງວ່າພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກ ແຕ່ພະອົງກຽດຊັງຫຍັງ?

9 ພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກ ແຕ່ພະອົງກໍກຽດຊັງສິ່ງທີ່ຊົ່ວ. ໃນຄຳເພງ 5:4-6 ກ່າວເຖິງພະເຢໂຫວາວ່າ: “ພະອົງບໍ່ເປັນພະເຈົ້າທີ່ຊອບໃຈດ້ວຍການຊົ່ວຮ້າຍ . . . ພະອົງກຽດຊັງຄົນທັງປວງທີ່ເຮັດການອະທຳ.” ນອກຈາກນັ້ນ ພະອົງຍັງກຽດຊັງ “ຄົນທີ່ຮຸນແຮງແລະຄົນຫຼອກລວງ, ທ.ປ.”

ຄວາມຊົ່ວຮ້າຍໃກ້ຈະໝົດໄປແລ້ວ

10, 11. (ກ) ຈະເກີດຫຍັງຂຶ້ນກັບຄົນທີ່ຊົ່ວຮ້າຍ? (ຂ) ພະເຢໂຫວາຈະໃຫ້ລາງວັນຫຍັງແດ່ສຳລັບຄົນທີ່ເຊື່ອຟັງພະອົງ?

10 ເນື່ອງຈາກພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກແລະກຽດຊັງສິ່ງທີ່ຊົ່ວ ດັ່ງນັ້ນ ເມື່ອເຖິງເວລາ ພະອົງກໍຈະກຳຈັດຄວາມຊົ່ວຮ້າຍທຸກຢ່າງໃຫ້ໝົດໄປຈາກເອກະພົບ. ຄຳພີໄບເບິນສັນຍາວ່າ: “ຄົນທັງຫຼາຍທີ່ເຮັດການຮ້າຍຈະຈິບຫາຍໄປ ແລະຄົນທັງຫຼາຍທີ່ຄອງຫາພະເຢໂຫວາພວກຄົນນັ້ນຈະມີແຜ່ນດິນໄວ້. ຍັງສັກເວລາໜ້ອຍແລະຄົນຮ້າຍຈະບໍ່ຢູ່ຕໍ່ໄປ.” ສັດຕູຂອງພະເຢໂຫວາ “ຈະຫາຍໄປຄືຄວັນໄຟ.”—ຄຳເພງ 37:9, 10, 20

11 ຄຳພີໄບເບິນຍັງສັນຍາວ່າ: “ຄົນຊອບທຳທັງຫຼາຍຈະມີແຜ່ນດິນໄວ້ແລະເຂົາຈະຕັ້ງຢູ່ທີ່ນັ້ນສືບໆໄປເປັນນິດ.” (ຄຳເພງ 37:29) ຄົນທັງຫຼາຍທີ່ສັດຊື່ຈະ ‘ຊື່ນຊົມຍິນດີດ້ວຍຄວາມສຸກສຳລານອັນບໍລິບູນ.’ (ຄຳເພງ 37:11) ຍ້ອນຫຍັງ? ຍ້ອນວ່າພະເຈົ້າທີ່ມີຄວາມຮັກຈະເຮັດສິ່ງທີ່ດີທີ່ສຸດສະເໝີສຳລັບຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງ. ຄຳພີໄບເບິນບອກເຮົາວ່າ: “ພະເຈົ້າຈະເຊັດນໍ້າຕາທັງຫຼາຍຈາກຕາຂອງເຂົາ ແລະຄວາມຕາຍຈະບໍ່ມີຕໍ່ໄປ ແລະຄວາມທຸກໂສກ ແລະຮ້ອງໄຫ້ ແລະເຈັບປວດຈະບໍ່ມີຕໍ່ໄປ. ເຫດວ່າສິ່ງທັງຫຼາຍທີ່ເປັນເມື່ອກ່ອນນັ້ນກໍລ່ວງໄປແລ້ວ.” (ຄຳປາກົດ 21:4) ນີ້ເປັນອະນາຄົດທີ່ດີເລີດແທ້ໆສຳລັບທຸກຄົນທີ່ເຊື່ອຟັງເຊິ່ງຮູ້ຄຸນຄ່າຄວາມຮັກຂອງພະເຈົ້າ!

12. ໃຜແມ່ນ “ຄົນດີຄົບຖ້ວນ”?

12 ໃນຄຳພີໄບເບິນບອກວ່າ: “ທ່ານຈົ່ງຄອຍເບິ່ງຄົນຍຸຕິທຳ [ຄົນດີຄົບຖ້ວນ] ແລະແຍງເບິ່ງຄົນສັດຊື່ ເຫດວ່າທີ່ສຸດ [ຂອງ] ຄົນຢ່າງນັ້ນເປັນຄວາມສຸກສຳລານ. ແຕ່ວ່າຄົນຜິດລ່ວງທັງຫຼາຍຈະຈິບຫາຍໄປພ້ອມກັນ ທີ່ສຸດຂອງພວກຄົນຊົ່ວເປັນຄວາມຈິບຫາຍ.” (ຄຳເພງ 37:37, 38) “ຄົນດີຄົບຖ້ວນ” ແມ່ນຄົນທີ່ຮູ້ຈັກພະເຢໂຫວາແລະພະເຍຊູ ແລະເຮັດຕາມຈຸດປະສົງຂອງພະເຢໂຫວາຢ່າງເຊື່ອຟັງ. (ອ່ານໂຢຮັນ 17:3) ຄົນດີຄົບຖ້ວນຈະເຊື່ອແທ້ໆວ່າ “ໂລກນີ້ກັບຄວາມຄຶດຢາກໄດ້ຂອງໂລກພວມໄປເສຍ ແຕ່ວ່າຜູ້ທີ່ກະທຳຕາມນໍ້າໃຈແຫ່ງພະເຈົ້າກໍຕັ້ງຢູ່ໄປເປັນນິດ.” (1 ໂຢຮັນ 2:17) ເນື່ອງຈາກອະວະສານຂອງໂລກນີ້ໃກ້ເຂົ້າມາແລ້ວ ດັ່ງນັ້ນຈຶ່ງເປັນເລື່ອງຮີບດ່ວນທີ່ເຮົາຈະ “ຄອງຫາພະເຢໂຫວາແລະຖືຮັກສາທາງຂອງພະອົງໄວ້.”—ຄຳເພງ 37:34

ການສະແດງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດຂອງພະເຢໂຫວາ

13. ພະເຢໂຫວາສະແດງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດໂດຍທາງໃດ?

13 ເຖິງວ່າເຮົາເປັນຄົນທີ່ບໍ່ສົມບູນແບບ ແຕ່ເຮົາກໍເຊື່ອຟັງພະເຢໂຫວາໄດ້. ນອກຈາກນັ້ນ ເຮົາຍັງສາມາດມີຄວາມໃກ້ຊິດກັບພະອົງໂດຍທາງຄ່າໄຖ່ຂອງພະເຍຊູ ຄ່າໄຖ່ນີ້ເປັນການສະແດງເຖິງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດຂອງພະເຢໂຫວາ. ພະອົງໄດ້ຈັດຕຽມຄ່າໄຖ່ເພື່ອໃຫ້ມະນຸດທີ່ເຊື່ອຟັງມີໂອກາດຫຼຸດພົ້ນຈາກບາບແລະຄວາມຕາຍ. (ອ່ານໂລມ 5:12; 6:23) ຕອນທີ່ຢູ່ໃນສະຫວັນ ພະເຍຊູໄດ້ສັດຊື່ຕໍ່ພະເຢໂຫວາເປັນເວລາດົນນານ ດັ່ງນັ້ນ ພະອົງຈຶ່ງໝັ້ນໃຈວ່າພະເຍຊູຈະຮັກສາຄວາມສັດຊື່ໄດ້ສະເໝີເມື່ອຢູ່ໂລກນີ້. ຍ້ອນວ່າເປັນພໍ່ທີ່ມີຄວາມຮັກ ພະເຢໂຫວາຈຶ່ງເຈັບປວດຫຼາຍແທ້ໆເມື່ອເຫັນຜູ້ຄົນເຮັດໃນສິ່ງທີ່ໂຫດຮ້າຍຕໍ່ລູກຂອງພະອົງ. ເຖິງວ່າຈະເປັນແນວນັ້ນ ພະເຍຊູຍັງສະໜັບສະໜູນສິດໃນການປົກຄອງຂອງພະເຈົ້າຢ່າງສັດຊື່ ແລະພິສູດໃຫ້ເຫັນວ່າມະນຸດທີ່ສົມບູນແບບສາມາດຮັກສາຄວາມສັດຊື່ຕໍ່ພະເຈົ້າໄດ້ສະເໝີເຖິງວ່າຈະຢູ່ໃນສະພາບການທີ່ຫຍຸ້ງຍາກທີ່ສຸດ.

ຍ້ອນຄວາມຮັກ ພະເຢໂຫວາຈຶ່ງໄດ້ສົ່ງລູກຊາຍຂອງພະອົງມາໂລກນີ້ (ເບິ່ງຂໍ້ 13)

14, 15. ການຕາຍຂອງພະເຍຊູເປີດໂອກາດໃຫ້ມະນຸດໄດ້ຮັບສິ່ງໃດ?

14 ເຖິງແມ່ນວ່າຈະຖືກທົດສອບຢ່າງໜັກໜ່ວງທີ່ສຸດ ແຕ່ພະເຍຊູກໍຍັງຮັກສາຄວາມສັດຊື່ແລະສະໜັບສະໜູນສິດໃນການປົກຄອງຂອງພະເຢໂຫວາ. ເຮົາຄວນສະແດງຄວາມຂອບໃຈ ເພາະໂດຍການເສຍຊີວິດຂອງພະເຍຊູ ພະອົງເອງໄດ້ຈ່າຍຄ່າໄຖ່ນັ້ນ ດັ່ງນັ້ນຈຶ່ງເປີດໂອກາດໃຫ້ມະນຸດມີຊີວິດຕະຫຼອດໄປໃນໂລກໃໝ່! ອັກຄະສາວົກໂປໂລເວົ້າເຖິງຄວາມຮັກທີ່ພະເຢໂຫວາແລະພະເຍຊູໄດ້ສະແດງອອກໂດຍທາງຄ່າໄຖ່. ລາວເວົ້າວ່າ: “ເວລາເຮົາທັງຫຼາຍຍັງບໍ່ມີແຮງ ພະຄລິດໄດ້ຕາຍແທນຄົນຊົ່ວຮ້າຍທັງຫຼາຍ [ຄົນໝິ່ນປະໝາດພະເຈົ້າ] ຕາມເວລາກຳນົດ. ເຫດວ່າບໍ່ເຄີຍມີຜູ້ໜຶ່ງຜູ້ໃດຈະຕາຍແທນຄົນຊອບທຳ ຫາກວ່າມີຜູ້ໜຶ່ງທີ່ອາດຈະຕາຍແທນຄົນດີ. ແຕ່ວ່າພະເຈົ້າສຳແດງຄວາມຮັກຂອງພະອົງແກ່ເຮົາທັງຫຼາຍໃນສິ່ງນີ້ ເມື່ອເຮົາທັງຫຼາຍຍັງເປັນຄົນບາບພະຄລິດໄດ້ຕາຍແທນພວກເຮົາ.” (ໂລມ 5:6-8) ອັກຄະສາວົກໂຢຮັນຂຽນວ່າ: “ໃນຂໍ້ນີ້ຄວາມຮັກແຫ່ງພະເຈົ້າຝ່າຍ [ສຳລັບ] ພວກເຮົາໄດ້ປາກົດແຈ້ງ ຄືວ່າພະເຈົ້າໄດ້ໃຊ້ພະບຸດອົງດຽວຂອງພະອົງເຂົ້າມາໃນໂລກ ເພື່ອເຮົາທັງຫຼາຍຈະໄດ້ມີຊີວິດດ້ວຍພະບຸດນັ້ນ. ໃນຂໍ້ນີ້ເປັນຄວາມຮັກ ບໍ່ໃຊ່ທີ່ພວກເຮົາໄດ້ຮັກພະເຈົ້າ ແຕ່ວ່າພະອົງໄດ້ຮັກເຮົາທັງຫຼາຍ ແລະໄດ້ໃຊ້ພະບຸດຂອງພະອົງເປັນຄວາມໄຖ່ໂທດບາບຂອງເຮົາທັງຫຼາຍ.”—1 ໂຢຮັນ 4:9, 10

15 ພະເຍຊູກ່າວວ່າ: “ພະເຈົ້າໄດ້ຮັກມະນຸດສະໂລກຫຼາຍປານນັ້ນຈົນໄດ້ປະທານໃຫ້ພະບຸດອົງດຽວຂອງພະອົງ ເພື່ອຄົນທຸກຄົນທີ່ເຊື່ອໃນພະບຸດນັ້ນຈະບໍ່ຈິບຫາຍ ແຕ່ວ່າຈະມີຊີວິດອັນຕະຫຼອດໄປເປັນນິດ.” (ໂຢຮັນ 3:16) ເຖິງວ່າພະເຢໂຫວາຈະເຈັບປວດຫຼາຍ ພະອົງຍັງຈັດໃຫ້ລູກຊາຍມາເປັນຄ່າໄຖ່. ການເຮັດເຊັ່ນນີ້ສະແດງວ່າພະອົງຮັກມະນຸດຫຼາຍແທ້ໆ ແລະຄວາມຮັກນັ້ນຈະຄົງຢູ່ຕະຫຼອດໄປ. ໂປໂລຂຽນວ່າ: “ເຮົາເຊື່ອໝັ້ນຄົງວ່າແມ່ນຄວາມຕາຍກໍດີ ຊີວິດກໍດີ ທູດສະຫວັນກໍດີ ພະທີ່ນັ່ງ [ຜູ້ປົກຄອງ] ກໍດີ ສິ່ງມີຢູ່ດຽວນີ້ກໍດີ ສິ່ງຈະເປັນມາພາຍໜ້າກໍດີ ສິ່ງມີອຳນາດກໍດີ ສິ່ງສູງກໍດີ ສິ່ງເລິກກໍດີ ສິ່ງໜຶ່ງສິ່ງໃດອື່ນທີ່ນິລະມິດສ້າງແລ້ວກໍດີ ກໍຈະບໍ່ອາດກະທຳໃຫ້ພວກເຮົາຂາດຈາກຄວາມຮັກຂອງພະເຈົ້າທີ່ຢູ່ໃນພະຄລິດເຍຊູພະອົງເຈົ້າຂອງເຮົາທັງຫຼາຍ.”—ໂລມ 8:38, 39

ລາຊະອານາຈັກຂອງພະເຈົ້າກຳລັງປົກຄອງໃນຕອນນີ້

16. ລາຊະອານາຈັກເມຊີແມ່ນຫຍັງ ແລະພະເຢໂຫວາໄດ້ແຕ່ງຕັ້ງໃຜໃຫ້ເປັນຜູ້ປົກຄອງ?

16 ລາຊະອານາຈັກເມຊີແມ່ນລັດຖະບານຂອງພະເຈົ້າ ເປັນອີກສິ່ງໜຶ່ງທີ່ພິສູດວ່າພະເຢໂຫວາຮັກມະນຸດ. ເປັນເຊັ່ນນັ້ນໄດ້ແນວໃດ? ພະເຢໂຫວາໄດ້ແຕ່ງຕັ້ງຜູ້ໜຶ່ງໄວ້ແລ້ວໃຫ້ເປັນຜູ້ປົກຄອງ ເຊິ່ງຮັກມະນຸດແລະມີຄຸນສົມບັດໃນການປົກຄອງ ຄົນນັ້ນແມ່ນພະເຍຊູຄລິດ. (ສຸພາສິດ 8:31) ນອກຈາກນັ້ນ ພະເຈົ້າຍັງໄດ້ເລືອກມະນຸດຈຳນວນ 144.000 ຄົນ ໃຫ້ປົກຄອງຮ່ວມກັບພະເຍຊູໃນສະຫວັນ. ເມື່ອຖືກປຸກໃຫ້ໄປຢູ່ສະຫວັນ ເຂົາເຈົ້າຍັງຈະຈື່ໄດ້ວ່າມີປະສົບການຫຍັງແດ່ໃນຊີວິດຕອນທີ່ເປັນມະນຸດ. (ຄຳປາກົດ 14:1) ໃນຂະນະທີ່ຢູ່ໂລກນີ້ ເລື່ອງລາຊະອານາຈັກເປັນຫົວຂໍ້ຫຼັກໃນຄຳສອນຂອງພະເຍຊູ ດັ່ງນັ້ນ ພະອົງຈຶ່ງໄດ້ສອນພວກລູກສິດໃຫ້ອະທິດຖານວ່າ: “ພະບິດາຂອງຂ້າພະເຈົ້າທັງຫຼາຍຜູ້ຢູ່ໃນສະຫວັນ ຂໍໃຫ້ນາມຊື່ຂອງພະອົງເປັນທີ່ນັບຖືອັນບໍລິສຸດ. ຂໍໃຫ້ແຜ່ນດິນ [ລາຊະອານາຈັກ] ຂອງພະອົງມາຕັ້ງຢູ່. ນໍ້າໃຈຂອງພະອົງສຳເລັດແລ້ວໃນສະຫວັນຢ່າງໃດ ຂໍໃຫ້ສຳເລັດທີ່ແຜ່ນດິນໂລກຢ່າງນັ້ນ.” (ມັດທາຍ 6:9, 10) ເຮົາຄອຍຖ້າໃຫ້ຄຳອະທິດຖານນີ້ເປັນຈິງ ເມື່ອລາຊະອານາຈັກຂອງພະເຈົ້າຈະນຳເອົາພະພອນຕ່າງໆມາໃຫ້ມະນຸດ!

17. ຂໍໃຫ້ສົມທຽບລະຫວ່າງການປົກຄອງຂອງພະເຍຊູແລະການປົກຄອງຂອງມະນຸດ.

17 ມີຄວາມແຕກຕ່າງກັນຫຼາຍແທ້ໆລະຫວ່າງການປົກຄອງຂອງພະເຍຊູແລະການປົກຄອງຂອງມະນຸດ. ການປົກຄອງຂອງມະນຸດນຳໄປສູ່ສົງຄາມທີ່ເຮັດໃຫ້ຫຼາຍລ້ານຄົນຕ້ອງຕາຍ. ແຕ່ພະເຍຊູເປັນຜູ້ປົກຄອງທີ່ຮັກເຮົາແທ້ໆ ພະອົງຮຽນແບບຄຸນລັກສະນະທີ່ງົດງາມຂອງພະເຈົ້າ ໂດຍສະເພາະແລ້ວແມ່ນຄວາມຮັກ. (ຄຳປາກົດ 7:10, 16, 17) ພະເຍຊູກ່າວວ່າ: “ທ່ານທັງຫຼາຍທີ່ເມື່ອຍດ້ວຍການຍາກແລະຖືຂອງໜັກ ຈົ່ງມາຫາເຮົາເຖີ້ນ ແລະເຮົາຈະປະທານຄວາມເຊົາເມື່ອຍໃຫ້ແກ່ທ່ານທັງຫຼາຍ. ຈົ່ງເອົາແອກຂອງເຮົາແບກໄປແລະຮຽນຮູ້ດ້ວຍເຮົາ ເພາະວ່າເຮົາມີໃຈອ່ອນຫວານແລະຖ່ອມໃຈລົງ ແລະທ່ານທັງຫຼາຍຈະພົບຄວາມເຊົາເມື່ອຍໃນຈິດໃຈຂອງທ່ານ. ເຫດວ່າແອກຂອງເຮົາກໍງ່າຍແລະເຄື່ອງແບກຂອງເຮົາກໍເບົາ.” (ມັດທາຍ 11:28-30) ນີ້ເປັນຄຳສັນຍາທີ່ປ່ຽມດ້ວຍຄວາມຮັກແທ້ໆ!

18. (ກ) ມີຫຍັງເກີດຂຶ້ນນັບຕັ້ງແຕ່ປີ 1914 ເປັນຕົ້ນມາ? (ຂ) ໃນບົດຄວາມຕໍ່ໄປເຮົາຈະພິຈາລະນາເລື່ອງຫຍັງແດ່?

18 ຄຳພີໄບເບິນຊ່ວຍເຮົາໃຫ້ເຂົ້າໃຈວ່າລາຊະອານາຈັກຂອງພະເຈົ້າເລີ່ມຕົ້ນປົກຄອງໃນສະຫວັນໃນປີ 1914. ນັບຕັ້ງແຕ່ນັ້ນມາກໍມີການລວບລວມຈຳນວນຄົນທີ່ເຫຼືອຂອງກຸ່ມຄົນທີ່ຈະຮ່ວມປົກຄອງກັບພະເຍຊູໃນສະຫວັນ ພ້ອມທັງມີການລວບລວມ “ຝູງຄົນເປັນອັນມາກ” ທີ່ຈະລອດຊີວິດຈາກອະວະສານຂອງລະບົບນີ້ແລະເຂົ້າສູ່ໂລກໃໝ່. (ຄຳປາກົດ 7:9, 13, 14) ຝູງຄົນເປັນອັນມາກມີຈຳນວນເທົ່າໃດໃນທຸກມື້ນີ້? ພະເຈົ້າຮຽກຮ້ອງຫຍັງຈາກເຂົາເຈົ້າ? ໃນບົດຄວາມຕໍ່ໄປຈະພິຈາລະນາກ່ຽວກັບເລື່ອງນີ້.