ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອະທິດຖານ—ເລື່ອງ​ຫຍັງ?

ອະທິດຖານ—ເລື່ອງ​ຫຍັງ?

ເວົ້າ​ກັນ​ວ່າ ຄຳ​ອະທິດຖານ​ແບບ​ຢ່າງ​ຂອງ​ພະ​ເຢຊູ​ຫຼື​ທີ່​ບາງ​ຄົນ​ເອີ້ນ​ວ່າ​ຄຳ​ອະທິດຖານ​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ​ຫຼື​ບົດ​ສວດ​ຂ້າ​ແຕ່​ພະ​ບິດາ​ເປັນ​ຄຳ​ອະທິດຖານ​ທີ່​ຄລິດສະຕຽນ​ທ່ອງ​ຈຳ​ຫຼາຍ​ທີ່​ສຸດ. ບໍ່​ວ່າ​ຈະ​ແທ້​ຫຼື​ບໍ່ ແຕ່​ທີ່​ແນ່ນອນ​ກໍ​ຄື ຫຼາຍ​ຄົນ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ຄຳ​ອະທິດຖານ​ນີ້. ຫຼາຍ​ລ້ານ​ຄົນ​ທ່ອງ​ຄຳ​ອະທິດຖານ​ນີ້​ທຸກ​ມື້ ບາງເທື່ອ​ມື້​ລະ​ຫຼາຍ​ເທື່ອ​ດ້ວຍ​ຊ້ຳ. ແຕ່​ທີ່​ຈິງ​ພະ​ເຢຊູ​ບໍ່​ຢາກ​ໃຫ້​ເຮົາ​ທ່ອງ​ຈຳ​ຄຳ​ອະທິດຖານ​ນັ້ນ. ເຮົາ​ຮູ້​ໄດ້​ແນວ​ໃດ?

ກ່ອນ​ທີ່​ຈະ​ເວົ້າ​ເຖິງ​ຄຳ​ອະທິດຖານ​ນັ້ນ ພະ​ເຢຊູ​ຫາ​ກໍ​ເວົ້າ​ວ່າ: “ຕອນ​ທີ່​ເຈົ້າ​ອະທິດຖານ ຢ່າ​ເວົ້າ​ຊ້ຳ​ຄຳ​ເກົ່າ.” (ມັດທາຍ 6:7) ພະ​ເຢຊູ​ຈະ​ເຮັດ​ສິ່ງ​ທີ່​ຂັດ​ກັບ​ຄຳເວົ້າ​ຂອງ​ເພິ່ນ​ເອງ​ໂດຍ​ສອນ​ລູກສິດ​ໃຫ້​ທ່ອງ​ຈຳ​ຫຼື​ເວົ້າ​ຊ້ຳ​ຄຳ​ອະທິດຖານ​ບົດ​ໜຶ່ງ​ບໍ? ບໍ່! ທີ່​ຈິງ ພະ​ເຢຊູ​ພຽງ​ແຕ່​ບອກ​ໃຫ້​ເຮົາ​ຮູ້​ວ່າ​ຄວນ​ອະທິດຖານ​ເລື່ອງ​ຫຍັງ​ແລະ​ສອນ​ໃຫ້​ເຮົາ​ຈັດ​ລຳດັບ​ຄວາມ​ສຳຄັນ​ເລື່ອງ​ທີ່​ຈະ​ເວົ້າ​ໃນ​ຄຳ​ອະທິດຖານ. ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ໃນ​ຄຳ​ອະທິດຖານ​ຢ່າງ​ລະອຽດ. ຄຳ​ອະທິດຖານ​ນີ້​ມີ​ບັນທຶກ​ໄວ້​ໃນ​ມັດທາຍ 6:9-13.

“ພະເຈົ້າ ພໍ່​ຂອງ​ພວກ​ເຮົາ​ທີ່​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ.”

ພະ​ເຢຊູ​ເວົ້າ​ແບບ​ນີ້​ເພື່ອ​ໃຫ້​ລູກສິດ​ຈື່​ວ່າ​ເມື່ອ​ອະທິດຖານ​ຄວນ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ເທົ່າ​ນັ້ນ. ແຕ່​ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ຊື່​ຂອງ​ພະເຈົ້າ​ຈຶ່ງ​ສຳຄັນ​ຫຼາຍ​ແລະ​ເປັນ​ຫຍັງ​ຕ້ອງ​ເຮັດ​ໃຫ້​ຊື່​ນີ້​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ?

ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ປະຫວັດສາດ​ມະນຸດ ຊື່​ທີ່​ບໍລິສຸດ​ຂອງ​ພະເຈົ້າ​ຖືກ​ເຮັດ​ໃຫ້​ມົວ​ໝອງ​ໂດຍ​ຄຳ​ຕົວະ. ຊາຕານ ສັດຕູ​ຂອງ​ພະ​ເຢໂຫວາ​ກ່າວ​ຫາ​ເພິ່ນ​ວ່າ​ເປັນ​ຜູ້​ປົກຄອງ​ທີ່​ຂີ້​ຕົວະ ເຫັນ​ແກ່​ໂຕ ແລະ​ບໍ່​ມີ​ສິດ​ຢ່າງ​ແທ້​ຈິງ​ທີ່​ຈະ​ປົກຄອງ​ສິ່ງ​ທີ່​ເພິ່ນ​ສ້າງ. (ຕົ້ນເດີມ 3:1-6) ຫຼາຍ​ຄົນ​ເຂົ້າ​ຂ້າງ​ຊາຕານ​ໂດຍ​ສອນ​ວ່າ​ພະເຈົ້າ​ເຢັນ​ຊາ ໂຫດ​ຫ້ຽມ ແລະ​ອາຄາດ​ພະຍາ​ບາດ ທັງ​ຍັງ​ບໍ່​ຍອມ​ຮັບ​ວ່າ​ເພິ່ນ​ເປັນ​ພະ​ຜູ້​ສ້າງ​ເລີຍ​ດ້ວຍ​ຊ້ຳ. ບາງ​ຄົນ​ເຖິງ​ຂັ້ນ​ລົບຫຼູ່​ຊື່​ຂອງ​ເພິ່ນ​ໂດຍ​ລຶບ​ຊື່​ເຢໂຫວາ​ອອກ​ຈາກ​ຄຳ​ພີ​ໄບເບິນ​ຫຼາຍ​ສະບັບ​ແລະ​ຫ້າມ​ບໍ່​ໃຫ້​ໃຊ້​ຊື່​ນີ້.

ຄຳ​ພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ພະເຈົ້າ​ຈະ​ແກ້ໄຂ​ການ​ກະທຳ​ທີ່​ບໍ່​ຍຸຕິທຳ​ເຫຼົ່າ​ນີ້​ທັງ​ໝົດ. (ເອເຊກຽນ 39:7) ການ​ທີ່​ເພິ່ນ​ເຮັດ​ແບບ​ນັ້ນ​ຈະ​ເປັນ​ຜົນ​ດີ​ກັບ​ເຈົ້າ​ນຳ ເພາະ​ບັນຫາ​ທັງ​ໝົດ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ການ​ແກ້ໄຂ​ແລະ​ເພິ່ນ​ຈະ​ເບິ່ງ​ແຍງ​ເຈົ້າ​ທຸກ​ເລື່ອງ. ພະເຈົ້າ​ຈະ​ເຮັດ​ໂດຍ​ວິທີ​ໃດ? ຄຳເວົ້າ​ຕໍ່​ໄປ​ຂອງ​ພະ​ເຢຊູ​ໃນ​ຄຳ​ອະທິດຖານ​ຈະ​ໃຫ້​ຄຳ​ຕອບ.

“ຂໍ​ໃຫ້​ການ​ປົກຄອງ​ຂອງ​ພະອົງ​ມາ​ທີ່​ໂລກ​ນີ້.”

ໃນ​ທຸກ​ມື້​ນີ້ ສິ່ງ​ທີ່​ພວກ​ຜູ້​ສອນ​ສາສະໜາ​ສອນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ເຮັດ​ໃຫ້​ຫຼາຍ​ຄົນ​ສັບສົນ. ແຕ່​ລູກສິດ​ຂອງ​ພະ​ເຢຊູ​ຮູ້​ວ່າ​ຜູ້ພະຍາກອນ​ຂອງ​ພະເຈົ້າ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ດົນ​ມາ​ແລ້ວ​ວ່າ ເມຊີອາ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ພະເຈົ້າ​ໄດ້​ເລືອກ​ໄວ້​ຈະ​ປົກຄອງ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ເຊິ່ງ​ຈະ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ເທິງ​ໂລກ. (ເອຊາອີ 9:6, 7; ດານຽນ 2:44) ການ​ປົກຄອງ​ນີ້​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ​ໂດຍ​ເປີດໂປງ​ຄຳ​ຕົວະ​ຂອງ​ຊາຕານ ແລ້ວ​ຫຼັງ​ຈາກ​ນັ້ນ​ກໍ​ຈະ​ທຳລາຍ​ຊາຕານ​ແລະ​ທຸກ​ສິ່ງ​ທີ່​ມັນ​ໄດ້​ເຮັດ​ໄວ້. ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ສົງຄາມ ຄວາມ​ເຈັບ​ປ່ວຍ ຄວາມ​ອຶດຢາກ ແລະ​ແມ່ນ​ແຕ່​ຄວາມ​ຕາຍ​ໝົດ​ໄປ. (ຄຳເພງ 46:9; 72:12-16; ເອຊາອີ 25:8; 33:24) ການ​ທີ່​ເຈົ້າ​ອະທິດຖານ​ຂໍ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ກໍ​ສ່ຳ​ກັບ​ວ່າ​ເຈົ້າ​ກຳລັງ​ອະທິດຖານ​ຂໍ​ໃຫ້​ຄຳ​ສັນຍາ​ເຫຼົ່າ​ນີ້​ທັງ​ໝົດ​ເກີດຂຶ້ນ​ແທ້.

“ຂໍ​ໃຫ້​ທຸກ​ຢ່າງ​ໃນ​ໂລກ​ແລະ​ໃນ​ສະຫວັນ​ເປັນ​ໄປ​ຕາມ​ທີ່​ພະອົງ​ຕ້ອງການ​ໃຫ້​ເປັນ.”

ຄຳເວົ້າ​ຂອງ​ພະ​ເຢຊູ​ບອກ​ໃຫ້​ຮູ້​ວ່າ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ຈະ​ຕ້ອງ​ສຳເລັດ​ເທິງ​ໂລກ​ຢ່າງ​ແນ່ນອນ​ຄື​ກັບ​ທີ່​ໄດ້​ສຳເລັດ​ໃນ​ສະຫວັນ​ເຊິ່ງ​ເປັນ​ບ່ອນ​ຢູ່​ຂອງ​ພະເຈົ້າ. ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ໄດ້​ສຳເລັດ​ແລ້ວ​ໃນ​ສະຫວັນ​ແບບ​ທີ່​ບໍ່​ມີ​ໃຜ​ຂັດ​ຂວາງ​ໄດ້ ຢູ່​ຫັ້ນ​ລູກ​ຂອງ​ເພິ່ນ​ໄດ້​ເຮັດ​ສົງຄາມ​ກັບ​ຊາຕານ​ແລະ​ພວກ​ຂອງ​ມັນ​ແລ້ວ​ຖິ້ມ​ພວກ​ມັນ​ລົງ​ມາ​ໃນ​ໂລກ. (ພະນິມິດ 12:9-12) ຄື​ກັບ​ຄຳ​ຂໍ 2 ຢ່າງ​ກ່ອນ​ໜ້າ​ນັ້ນ ຄຳ​ຂໍ​ຢ່າງ​ທີ 3 ໃນ​ຄຳ​ອະທິດຖານ​ແບບ​ຢ່າງ​ຂອງ​ພະ​ເຢຊູ ຊ່ວຍ​ເຮົາ​ໃຫ້​ຄິດ​ເຖິງ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ເປັນ​ອັນ​ດັບ​ທຳ​ອິດ​ສະເໝີ ບໍ່​ແມ່ນ​ຄວາມ​ຕ້ອງການ​ຂອງ​ໂຕ​ເຮົາ​ເອງ. ແລະ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ເກີດ​ຜົນ​ດີ​ທີ່​ສຸດ​ຕໍ່​ສິ່ງ​ທີ່​ເພິ່ນ​ສ້າງ​ທັງ​ໝົດ. ດັ່ງນັ້ນ ແມ່ນ​ແຕ່​ພະ​ເຢຊູ​ທີ່​ເປັນ​ມະນຸດ​ສົມບູນ​ແບບ​ກໍ​ຍັງ​ເວົ້າ​ກັບ​ພໍ່​ຂອງ​ເພິ່ນ​ວ່າ: “ຢ່າ​ໃຫ້​ເປັນ​ຕາມ​ໃຈ​ຂອງ​ລູກ ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພໍ່​ຕ້ອງການ.”—ລູກາ 22:42

“ຂໍ​ໃຫ້​ພວກ​ເຮົາ​ມີ​ອາຫານ​ກິນ​ໃນ​ມື້​ນີ້.”

ຄຳ​ຂໍ​ນີ້​ຂອງ​ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ສາມາດ​ຂໍ​ສຳລັບ​ໂຕ​ເອງ​ໄດ້​ນຳ. ບໍ່​ຜິດ​ທີ່​ເຮົາ​ຈະ​ຂໍ​ພະເຈົ້າ​ເບິ່ງ​ແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ໃນ​ແຕ່​ລະ​ມື້. ທີ່​ຈິງ ການ​ຂໍ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຄິດ​ຢູ່​ສະເໝີ​ວ່າ​ພະ​ເຢໂຫວາ “ເປັນ​ຜູ້​ທີ່​ໃຫ້​ຊີວິດ ລົມ​ຫາຍ​ໃຈ ແລະ​ທຸກ​ສິ່ງ​ທຸກ​ຢ່າງ​ແກ່​ມະນຸດ​ທຸກ​ຄົນ.” (ກິດຈະການ 17:25) ຄຳ​ພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ເພິ່ນ​ເປັນ​ພໍ່​ທີ່​ມີ​ຄວາມ​ຮັກ​ເຊິ່ງ​ຍິນດີ​ທີ່​ຈະ​ໃຫ້​ທຸກ​ສິ່ງ​ທີ່​ຈຳເປັນ​ກັບ​ລູກ​ຂອງ​ເພິ່ນ. ຄື​ກັບ​ພໍ່​ທີ່​ດີ ເພິ່ນ​ຈະ​ບໍ່​ເຮັດ​ຕາມ​ຄຳ​ຂໍ​ທີ່​ອາດ​ເປັນ​ຜົນ​ເສຍ​ຕໍ່​ໂຕ​ລູກ.

“ຂໍ​ພະອົງ​ຍົກ​ໂທດ​ໃຫ້​ພວກ​ເຮົາ.”

ເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ອະໄພ​ບາບ​ຈາກ​ພະເຈົ້າ​ບໍ? ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ບໍ່​ມີ​ຄວາມ​ສຳນຶກ​ໃນ​ເລື່ອງ​ບາບ​ຫຼື​ຄວາມ​ຮ້າຍແຮງ​ຂອງ​ບາບ​ອີ​ກ​ຕໍ່​ໄປ. ແຕ່​ຄຳ​ພີ​ໄບເບິນ​ສອນ​ວ່າ​ບາບ​ເປັນ​ຕົ້ນ​ເຫດ​ຂອງ​ສິ່ງ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ທີ່​ເກີດຂຶ້ນ​ກັບ​ເຮົາ ຍ້ອນ​ບາບ​ເປັນ​ໂຕ​ການ​ສຳຄັນ​ທີ່​ເຮັດ​ໃຫ້​ມະນຸດ​ຕາຍ. ເນື່ອງ​ຈາກ​ເຮົາ​ເກີດ​ມາ​ເປັນ​ຄົນ​ບາບ ເຮົາ​ຈຶ່ງ​ເຮັດ​ຜິດ​ເລື້ອຍໆ ແລະ​ວິທີ​ດຽວ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ຢູ່​ຕະຫຼອດ​ໄປ​ໄດ້​ຄື​ເຮົາ​ຕ້ອງ​ໄດ້​ຮັບ​ການ​ອະໄພ​ຈາກ​ພະເຈົ້າ. (ໂຣມ 3:23; 5:12; 6:23) ເຮົາ​ສະບາຍ​ໃຈ​ທີ່​ຮູ້​ວ່າ​ຄຳ​ພີ​ໄບເບິນ​ບອກ​ແບບ​ນີ້: “ພະ​ເຢໂຫວາ ພະອົງ​ດີ​ແທ້ໆແລະ​ພ້ອມ​ຈະ​ໃຫ້​ອະໄພ.”—ຄຳເພງ 86:5, ລ.ມ.

“ຂໍ​ຊ່ວຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ຕົວ​ຊົ່ວ​ຮ້າຍ.”

ເຈົ້າ​ຮູ້​ບໍ​ວ່າ​ເປັນ​ເລື່ອງ​ດ່ວນ​ແລະ​ຈຳເປັນ​ຫຼາຍ​ສ່ຳ​ໃດ ທີ່​ເຈົ້າ​ຈະ​ຕ້ອງ​ໄດ້​ຮັບ​ການ​ປົກປ້ອງ​ຈາກ​ພະເຈົ້າ? ຫຼາຍ​ຄົນ​ບໍ່​ເຊື່ອ​ວ່າ ຊາຕານ “ຕົວ​ຊົ່ວ​ຮ້າຍ” ມີ​ຢູ່​ແທ້. ແຕ່​ພະ​ເຢຊູ​ສອນ​ວ່າ​ຊາຕານ​ມີ​ຕົວ​ຕົນ​ຢູ່​ແທ້​ແລະ​ເຖິງ​ຂັ້ນ​ເອີ້ນ​ມັນ​ວ່າ “ຜູ້​ປົກຄອງ​ໂລກ.” (ໂຢຮັນ 12:31; 16:11) ຊາຕານ​ໄດ້​ທຳລາຍ​ໂລກ​ທີ່​ມັນ​ຄອບຄອງ​ຢູ່​ນີ້ ແລະ​ມັນ​ກໍ​ຫາ​ທາງ​ທີ່​ຈະ​ທຳລາຍ​ເຈົ້າ ແລະ​ຂັດ​ຂວາງ​ບໍ່​ໃຫ້​ເຈົ້າ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເຈົ້າ​ທີ່​ຢູ່​ໃນ​ສະຫວັນ. (1 ເປໂຕ 5:8) ແຕ່​ພະ​ເຢໂຫວາ​ມີ​ພະລັງ​ອຳ​ນາດ​ຫຼາຍ​ກວ່າ​ຊາຕານ​ຫຼາຍ​ແລະ​ຍິນດີ​ທີ່​ຈະ​ປົກປ້ອງ​ຜູ້​ທີ່​ຮັກ​ເພິ່ນ.

ຄຳ​ອະທິດຖານ​ແບບ​ຢ່າງ​ຂອງ​ພະ​ເຢຊູ​ທີ່​ເຮົາ​ໄດ້​ເບິ່ງ​ນຳ​ກັນ​ໃນ​ບົດ​ຄວາມ​ນີ້​ບໍ່​ໄດ້​ກວມ​ເອົາ​ທຸກ​ເລື່ອງ​ທີ່​ອາດ​ເວົ້າ​ໄດ້​ໃນ​ຄຳ​ອະທິດຖານ. ຂໍ​ໃຫ້​ຈື່​ໄວ້​ວ່າ 1 ໂຢຮັນ 5:14 ບອກ​ເຮົາ​ກ່ຽວ​ກັບ​ພະເຈົ້າ​ວ່າ: “ຖ້າ​ພວກ​ເຮົາ​ຂໍ​ສິ່ງ​ໃດ​ກໍ​ຕາມ​ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະອົງ ພະອົງ​ຈະ​ຟັງ​ພວກ​ເຮົາ.” ດັ່ງນັ້ນ ບໍ່​ວ່າ​ເຈົ້າ​ຈະ​ມີ​ບັນຫາ​ຫຍັງ ຂໍ​ເຈົ້າ​ຢ່າ​ຄິດ​ວ່າ​ບັນຫາ​ຂອງ​ເຈົ້າ​ເປັນ​ເລື່ອງ​ເລັກ​ນ້ອຍ​ເກີນ​ກວ່າ​ຈະ​ບອກ​ເລື່ອງ​ນັ້ນ​ກັບ​ພະເຈົ້າ.—1 ເປໂຕ 5:7

ແລ້ວ​ຈະ​ວ່າ​ແນວ​ໃດ​ໃນ​ເລື່ອງ​ເວລາ​ແລະ​ສະຖານ​ທີ່​ສຳລັບ​ອະທິດຖານ? ສິ່ງ​ເຫຼົ່າ​ນີ້​ເປັນ​ເລື່ອງ​ສຳຄັນ​ບໍ?