ຈາກປົກ | ຄຳຕົວະທີ່ເຮັດໃຫ້ມະນຸດບໍ່ຢາກຮັກພະເຈົ້າ
ຄຳຕົວະທີ່ເຮັດໃຫ້ຄົນເຊື່ອວ່າພະເຈົ້າເປັນບຸກຄົນລຶກລັບ
ຄົນທົ່ວໄປເຊື່ອແນວໃດ?
ສາສະໜາຄລິດ “ນິກາຍໃຫຍ່ໆ 3 ນິກາຍ ທັງໂຣມັນກາໂຕລິກ ອໍໂຕດ໋ອກຕາເວັນອອກ ແລະໂປຣແຕສະຕັງເຊື່ອວ່າພະເຈົ້າປະກອບດ້ວຍ 3 ບຸກຄົນ ຄື: ພະເຈົ້າພະບິດາ ພະເຈົ້າພະບຸດ ແລະພະເຈົ້າພະວິນຍານບໍລິສຸດ. ຕາມຫຼັກເທວະວິທະຍາຂອງຄລິດສະຕຽນ ຄຳສອນນີ້ບໍ່ໄດ້ຍອມຮັບວ່າມີພະເຈົ້າ 3 ອົງ ແຕ່ຍອມຮັບວ່າທັງ 3 ອົງເປັນພະເຈົ້າອົງດຽວ.”—ສາລານຸກົມບຣິແທນນິກາສະບັບໃໝ່.
ອັນໃດແມ່ນຄວາມຈິງໃນຄຳພີໄບເບິນ?
ພະເຢຊູ ລູກຊາຍຂອງພະເຈົ້າ ບໍ່ເຄີຍອ້າງວ່າເພິ່ນເປັນບຸກຄົນດຽວກັບພໍ່ຫຼືມີຖານະເທົ່າທຽມກັນ. ແຕ່ເພິ່ນບອກວ່າ: “ຂ້ອຍຈະໄປຫາພໍ່ ເພາະພະເຈົ້າຜູ້ເປັນພໍ່ຍິ່ງໃຫຍ່ກວ່າຂ້ອຍ.” (ໂຢຮັນ 14:28) ພະເຢຊູຍັງບອກລູກສິດຄົນໜຶ່ງອີກວ່າ: “ຂ້ອຍກຳລັງຈະຂຶ້ນໄປຫາພໍ່ຂອງຂ້ອຍເຊິ່ງເປັນພໍ່ຂອງພວກເຈົ້າ ແລະໄປຫາພະເຈົ້າຂອງຂ້ອຍເຊິ່ງເປັນພະເຈົ້າຂອງພວກເຈົ້າ.”—ໂຢຮັນ 20:17
ພະລັງບໍລິສຸດບໍ່ແມ່ນພະເຈົ້າ. ຄລິດສະຕຽນໃນສະຕະວັດທຳອິດ “ເຕັມໄປ ດ້ວຍພະລັງບໍລິສຸດ” ແລະພະເຢໂຫວາບອກວ່າ: “ເຮົາຈະໃຫ້ ພະລັງຂອງເຮົາກັບຄົນທຸກປະເພດ.” (ກິດຈະການ 2:1-4, 17) ພະລັງບໍລິສຸດບໍ່ໄດ້ເປັນສ່ວນໜຶ່ງຂອງຕີເອການຸພາບ ແຕ່ເປັນພະລັງປະຕິບັດການຂອງພະເຈົ້າ.
ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ?
ຜູ້ຊ່ຽວຊານດ້ານຄຳສອນກາໂຕລິກ ຄານ ຣາເນີແລະເຮີເບິດ ຟໍກຣິມເລີອະທິບາຍວ່າ ຕີເອການຸພາບ “ບໍ່ມີທາງເປັນທີ່ຮູ້ຈັກຖ້າບໍ່ມີການເປີດເຜີຍ ແລະເຖິງວ່າຈະເປີດເຜີຍແລ້ວກໍບໍ່ເຂົ້າໃຈໄດ້ທົງໝົດ.” ເປັນໄປໄດ້ບໍທີ່ຈະຮັກຄົນທີ່ເຈົ້າບໍ່ມີທາງຮູ້ຈັກຫຼືເຂົ້າໃຈລາວໄດ້ແທ້ໆ? ເຫັນໄດ້ຈະແຈ້ງວ່າຄຳສອນເລື່ອງຕີເອການຸພາບເປັນອຸປະສັກທີ່ເຮັດໃຫ້ເຮົາບໍ່ຮູ້ຈັກແລະຮັກພະເຈົ້າໄດ້ຢ່າງແທ້ຈິງ.
ມາໂຄ ເຊິ່ງເວົ້າເຖິງໃນບົດຄວາມທຳອິດກໍຮູ້ສຶກວ່າຄຳສອນເລື່ອງຕີເອການຸພາບເປັນອຸປະສັກຄືກັນ. ລາວບອກວ່າ: “ຂ້ອຍຄິດວ່າພະເຈົ້າພະຍາຍາມປິດບັງບໍ່ໃຫ້ຂ້ອຍໄດ້ຮູ້ຈັກເພິ່ນ ແລະເມື່ອຄິດແບບນີ້ກໍແຮ່ງຮູ້ສຶກວ່າເພິ່ນຢູ່ຫ່າງໄກ ເປັນບຸກຄົນລຶກລັບ ແລະເຂົ້າຫາບໍ່ໄດ້.” ແຕ່ຄຳພີໄບເບິນບອກວ່າ ພະເຈົ້າ “ບໍ່ໄດ້ຢູ່ໄກຈາກພວກເຮົາແຕ່ລະຄົນເລີຍ.” (ກິດຈະການ 17:27) ພະເຈົ້າບໍ່ໄດ້ປິດບັງໂຕເອງ ແຕ່ຢາກໃຫ້ພວກເຮົາຮູ້ຈັກເພິ່ນ. ພະເຢຊູບອກວ່າ: “ພວກເຮົານະມັດສະການຜູ້ທີ່ພວກເຮົາຮູ້ຈັກ.”—ໂຢຮັນ 4:22
ມາໂຄບອກວ່າ: “ເມື່ອຂ້ອຍໄດ້ຮູ້ວ່າພະເຈົ້າບໍ່ໄດ້ເປັນສ່ວນໜຶ່ງຂອງຕີເອການຸພາບ ຂ້ອຍຈຶ່ງສາມາດສ້າງສາຍສຳພັນເປັນສ່ວນໂຕກັບເພິ່ນໄດ້ໃນທີ່ສຸດ.” ຖ້າເຮົາເບິ່ງວ່າພະເຢໂຫວາເປັນບຸກຄົນໜຶ່ງທີ່ແຍກຕ່າງຫາກຈາກຕີເອການຸພາບແລະບໍ່ແມ່ນພະເຈົ້າທີ່ລຶກລັບ ເຮົາກໍຈະຮັກເພິ່ນໄດ້ງ່າຍກວ່າ. ຄຳພີໄບເບິນບອກວ່າ: “ຄົນທີ່ບໍ່ສະແດງຄວາມຮັກກໍບໍ່ຮູ້ຈັກພະເຈົ້າ ເພາະພະເຈົ້າເປັນຄວາມຮັກ.”—1 ໂຢຮັນ 4:8