ຂ້າມໄປທີ່ເນື້ອໃນ

ຄຳ​ພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ

ຕອນ​ນີ້​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ກໍ​ຊ່ວຍ​ຄົນ​ອື່ນ​ໄດ້

ຕອນ​ນີ້​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ກໍ​ຊ່ວຍ​ຄົນ​ອື່ນ​ໄດ້
  • ປີ​ເກີດ 1981

  • ປະເທດ​ບ້ານ​ເກີດ ກົວເຕມາລາ

  • ອະດີດ ມີຊີ​ວິດ​ທີ່​ບໍ່​ດີ​ຕອນ​ຍັງ​ນ້ອຍ

ຊີວິດ​ທີ່​ຜ່ານ​ມາ:

ຂ້ອຍ​ເກີດ​ຢູ່​ອາ​ຄູ ເມືອງ​ທີ່​ຢູ່​ຫ່າງ​ໄກ​ເທິງ​ພູ​ທາງ​ພາກ​ຕາເວັນ​ຕົກ​ຂອງ​ປະເທດ​ກົວເຕມາລາ. ຄອບຄົວ​ຂອງ​ຂ້ອຍ​ເປັນ​ຄົນ​ເຜົ່າ​ໄອ​ຊິວ ເຊິ່ງ​ເປັນ​ຊົນ​ກຸ່ມ​ໜຶ່ງ​ຂອງ​ເຜົ່າ​ມາ​ຢາ. ຂ້ອຍ​ເວົ້າ​ພາສາ​ແອັດສະປາຍ ແລະ​ເວົ້າ​ພາສາ​ຖິ່ນ​ຂອງ​ໂຕ​ເອງ​ໄດ້​ນຳ. ຂ້ອຍ​ເກີດ​ມາ​ໃນ​ໄລຍະ​ທ້າຍໆຂອງ​ຍຸກ​ສົງຄາມ​ກາງ​ເມືອງ​ທີ່​ໂຫດ​ຮ້າຍ​ໃນ​ກົວເຕມາລາ​ເຊິ່ງ​ຍາວ​ນານ​ເຖິງ 36 ປີ. ໃນ​ໄລຍະ​ນັ້ນ​ຄົນ​ໄອ​ຊິວ​ລົ້ມ​ຕາຍ​ເປັນ​ຈຳນວນ​ຫຼາຍ.

ຕອນ​ຂ້ອຍ​ອາຍຸ 4 ປີ ອ້າຍ​ຂ້ອຍ​ທີ່​ອາຍຸ 7 ປີ​ຫຼິ້ນ​ລະເບີດ​ມື​ແລະ​ເກີດ​ລະເບີດ​ຂຶ້ນ​ມາ​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ຕາ​ບອດ ແລະ​ທີ່​ຮ້າຍແຮງ​ກວ່າ​ນັ້ນ​ແມ່ນ​ອ້າຍ​ຂອງ​ຂ້ອຍ​ຕາຍ. ຫຼັງ​ຈາກ​ນັ້ນ ຂ້ອຍ​ເລີຍ​ຕ້ອງ​ໄປ​ຢູ່​ໂຮງ​ຮຽນ​ສຳລັບ​ເດັກ​ນ້ອຍ​ຕາ​ບອດ​ໃນ​ເມືອງ​ກົວເຕມາລາ ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ໄດ້​ຮຽນ​ອັກສອນ​ເບວ. ຕອນ​ຢູ່​ຫັ້ນ ຂ້ອຍ​ກໍ​ບໍ່​ຄ່ອຍ​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ຄູ​ຫ້າມ​ຂ້ອຍ​ບໍ່​ໃຫ້​ລົມ​ກັບ​ເດັກ​ນ້ອຍ​ຄົນ​ອື່ນໆແລະ​ໝູ່​ຄູ່​ກໍ​ບໍ່​ຢາກ​ລົມ​ກັບ​ຂ້ອຍ. ຂ້ອຍ​ຮູ້ສຶກ​ເຫງົາ​ຫຼາຍ ທຸກ​ປີ​ຂ້ອຍ​ລໍ​ຖ້າ​ວ່າ​ປານ​ໃດ​ຈະ​ຮອດ​ຊ່ວງ​ເວລາ 2 ເດືອນ​ທີ່​ຈະ​ໄດ້​ກັບ​ໄປ​ຢູ່​ກັບ​ແມ່​ທີ່​ໃຈ​ດີ​ແລະ​ເຂົ້າ​ໃຈ​ຂ້ອຍ. ໜ້າ​ເສົ້າ ແມ່​ຕາຍ​ຕອນ​ຂ້ອຍ​ອາຍຸ 10 ປີ. ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ສູນ​ເສຍ​ຄົນ​ທີ່​ຮັກ​ຂ້ອຍ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ພຽງ​ຄົນ​ດຽວ​ໄປ​ແລ້ວ ຂ້ອຍ​ຈຶ່ງ​ເສຍໃຈ​ຫຼາຍ.

ຕອນ​ອາຍຸ 11 ປີ ຂ້ອຍ​ກັບ​ມາ​ຢູ່​ບ້ານ​ເກີດ​ແລະ​ອາໄສ​ຢູ່​ກັບ​ອ້າຍ​ຄົນ​ລະ​ແມ່​ເຊິ່ງ​ກໍ​ມີ​ຄອບຄົວ​ແລ້ວ. ເຂົາເຈົ້າ​ເບິ່ງ​ແຍງ​ຂ້ອຍ​ໃຫ້​ມີ​ເຄື່ອງ​ນຸ່ງ​ມີ​ອາຫານ​ບໍ່​ຂາດ ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ຊ່ວຍ​ໃຫ້​ຂ້ອຍ​ຮູ້ສຶກ​ອົບອຸ່ນ​ໃຈ. ບາງເທື່ອ ຂ້ອຍ​ຮ້ອງໄຫ້​ແລະ​ຮ້ອງ​ຖາມ​ພະເຈົ້າ​ວ່າ: “ເປັນ​ຫຍັງ​ແມ່​ຂ້ອຍ​ຈຶ່ງ​ຕາຍ? ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຕ້ອງ​ຕາ​ບອດ?” ຫຼາຍ​ຄົນ​ບອກ​ຂ້ອຍ​ວ່າ​ທີ່​ເລື່ອງ​ບໍ່​ດີ​ເຫຼົ່າ​ນີ້​ເກີດຂຶ້ນ​ເປັນ​ຍ້ອນ​ພະເຈົ້າ​ກຳນົດ​ໄວ້​ແລ້ວ. ຂ້ອຍ​ຈຶ່ງ​ສະຫຼຸບ​ວ່າ​ພະເຈົ້າ​ໃຈ​ດຳ​ແລະ​ບໍ່​ຍຸຕິທຳ. ເຫດຜົນ​ດຽວ​ທີ່​ຂ້ອຍ​ບໍ່​ຂ້າ​ໂຕ​ຕາຍ​ກໍ​ຍ້ອນ​ຂ້ອຍ​ບໍ່​ຮູ້​ວ່າ​ຈະ​ຂ້າ​ໂຕ​ຕາຍ​ໂດຍ​ວິທີ​ໃດ​ດີ.

ກາ​ນ​ເປັນ​ຄົນ​ຕາ​ບອດ​ເຮັດ​ໃຫ້​ຂ້ອຍ​ປ້ອງກັນ​ໂຕ​ເອງ​ບໍ່​ຄ່ອຍ​ໄດ້​ແລະ​ຈິດ​ໃຈ​ກໍ​ບອບ​ບາງ. ຕອນ​ເປັນ​ເດັກ​ນ້ອຍ ຂ້ອຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຢູ່​ຫຼາຍ​ເທື່ອ. ແຕ່​ຂ້ອຍ​ບໍ່​ເຄີຍ​ບອກ​ໃຜ ເພາະ​ຄິດ​ວ່າ​ຄື​ຊິ​ບໍ່​ມີ​ໃຜ​ສົນ​ໃຈ. ແຕ່​ລະ​ມື້​ກໍ​ບໍ່​ມີ​ໃຜ​ລົມ​ກັບ​ຂ້ອຍ ແລະ​ຂ້ອຍ​ກໍ​ບໍ່​ຄ່ອຍ​ລົມ​ກັບ​ໃຜ​ນຳ. ຂ້ອຍ​ຮູ້ສຶກ​ໂດດ​ດ່ຽວ​ແລະ​ສິ້ນ​ຫວັງ ແລະ​ບໍ່​ໄວ້​ໃຈ​ໃຜ​ທັງ​ນັ້ນ.

ຄຳ​ພີ​ໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວ​ໃດ:

ຕອນ​ເປັນ​ໄວ​ລຸ້ນ ມີ​ຜົວ​ເມຍ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ມາ​ຫາ​ຂ້ອຍ​ຢູ່​ໂຮງ​ຮຽນ​ຕອນ​ເລີກ​ຫຼິ້ນ. ເພາະ​ຄູ​ຄົນ​ໜຶ່ງ​ຮູ້ສຶກ​ອີ່ຕົນ​ຂ້ອຍ ຈຶ່ງ​ຂໍ​ໃຫ້​ພະຍານ​ມາ​ຢາມ​ຂ້ອຍ. ພະຍານ​ເລົ່າ​ໃຫ້​ຂ້ອຍ​ຟັງ​ເຖິງ​ຄຳ​ສັນຍາ​ໃນ​ຄຳ​ພີ​ໄບເບິນ​ວ່າ​ຄົນ​ຕາຍ​ຈະ​ໄດ້​ຮັບ​ການປຸກ​ໃຫ້​ກັບ​ມາ​ມີຊີ​ວິດ​ອີກ​ແລະ​ຈະ​ມີ​ມື້​ໜຶ່ງ​ທີ່​ຄົນ​ຕາ​ບອດ​ຈະ​ເບິ່ງ​ເຫັນ​ໄດ້. (ເອຊາອີ 35:5; ໂຢຮັນ 5:28, 29) ຂ້ອຍ​ມັກ​ສິ່ງ​ທີ່​ເຂົາເຈົ້າ​ສອນ ແຕ່​ມັນ​ກໍ​ຍາກ​ທີ່​ຈະ​ລົມ​ກັບ​ເຂົາເຈົ້າ ເພາະ​ຂ້ອຍ​ເວົ້າ​ບໍ່​ເກັ່ງ. ແຕ່​ເຖິງ​ວ່າ​ຂ້ອຍ​ຈະ​ບໍ່​ມັກ​ລົມ​ກັບ​ໃຜ ເຂົາເຈົ້າ​ກໍ​ຍັງ​ໃຈ​ດີ​ກັບ​ຂ້ອຍ​ຫຼາຍ​ແລະ​ອົດ​ທົນ​ແທ້ໆເພື່ອ​ຈະ​ມາ​ສອນ​ຄຳ​ພີ​ໄບເບິນ​ໃຫ້​ຂ້ອຍ. ທັງໆທີ່​ກວ່າ​ຈະ​ເດີນ​ທາງ​ມາ​ຮອດ​ເມືອງ​ທີ່​ຂ້ອຍ​ຢູ່​ເຂົາເຈົ້າ​ຕ້ອງ​ຍ່າງ​ຂ້າມ​ພູ​ເປັນ​ໄລຍະ​ທາງ​ເຖິງ 10 ກິໂລແມັດ.

ອ້າຍ​ຄົນ​ລະ​ແມ່​ເລົ່າ​ໃຫ້​ຂ້ອຍ​ຟັງ​ວ່າ​ພະຍານ​ຄູ່​ນີ້​ແຕ່ງ​ໂຕ​ຮຽບຮ້ອຍ​ແຕ່​ກໍ​ບໍ່​ແມ່ນ​ຄົນ​ມີ​ເງິນ. ເຖິງ​ຈະ​ເປັນ​ແນວ​ນັ້ນ ເຂົາເຈົ້າ​ກໍ​ສົນ​ໃຈ​ຂ້ອຍ​ແທ້ໆ ແລະ​ມັກ​ຈະ​ເອົາ​ສິ່ງ​ຂອງ​ເລັກໆນ້ອຍໆມາ​ຝາກ. ຂ້ອຍ​ຮູ້ສຶກ​ວ່າ​ມີ​ແຕ່​ຄລິດສະຕຽນ​ແທ້​ເທົ່າ​ນັ້ນ​ທີ່​ມີ​ນ້ຳໃຈ​ເສຍ​ສະລະ​ແບບ​ນີ້.

ຂ້ອຍ​ຮຽນ​ຄຳ​ພີ​ໄບເບິນ​ໂດຍ​ໃຊ້​ປຶ້ມ​ອັກສອນ​ເບວ. ເຖິງ​ວ່າ​ຂ້ອຍ​ຈະ​ເຂົ້າ​ໃຈ​ເລື່ອງ​ທີ່​ໄດ້​ຮຽນ​ຮູ້ ແຕ່​ກໍ​ມີ​ຫຍັງ​ບາງ​ຢ່າງ​ໃນ​ໃຈ​ທີ່​ເຮັດ​ໃຫ້​ຮູ້ສຶກ​ຍາກ​ທີ່​ຈະ​ຍອມ​ຮັບ. ຕົວຢ່າງ​ເຊັ່ນ ບໍ່​ງ່າຍ​ເລີຍ​ທີ່​ຈະ​ເຊື່ອ​ວ່າ​ພະເຈົ້າ​ຫ່ວງໃຍ​ຂ້ອຍ​ແທ້ໆແລະ​ເຊື່ອ​ວ່າ​ຄົນ​ອື່ນ​ຈະ​ຄິດ​ແລະ​ຮູ້ສຶກ​ຕໍ່​ຂ້ອຍ​ແບບ​ດຽວ​ກັບ​ພະເຈົ້າ. ຂ້ອຍ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ​ຮ້າຍ​ເກີດຂຶ້ນ ແຕ່​ກວ່າ​ຈະ​ຍອມ​ຮັບ​ວ່າ​ເພິ່ນ​ເປັນ​ພໍ່​ທີ່​ຮັກ​ຂ້ອຍ​ແທ້ໆກໍ​ຕ້ອງ​ໃຊ້​ເວລາ​ພໍ​ສົມຄວນ. *

ສິ່ງ​ທີ່​ຂ້ອຍ​ຮຽນ​ຈາກ​ພະ​ຄຳ​ພີ​ຄ່ອຍໆຊ່ວຍ​ໃຫ້​ຂ້ອຍ​ປ່ຽນ​ຄວາມ​ຄິດ. ຕົວຢ່າງ​ເຊັ່ນ ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ​ພະເຈົ້າ​ເຂົ້າ​ໃຈ​ແລະ​ເຫັນ​ໃຈ​ຄົນ​ທີ່​ຕົກ​ທຸກ​ໄດ້​ຍາກ. ເມື່ອ​ຜູ້​ນະມັດສະການ​ເພິ່ນ​ຖືກ​ຂົ່ມເຫງ ພະເຈົ້າ​ບອກ​ວ່າ: “ເຮົາ​ເຫັນ​ແລ້ວ​ວ່າ​ປະຊາຊົນ​ຂອງ​ເຮົາ . . . ກຳລັງ​ເຈິ​ກັບ​ຄວາມທຸກ​ຍາກ​ລຳບາກ . . . ເຮົາ​ຮູ້​ດີ​ວ່າ​ເຂົາເຈົ້າ​ເຈັບ​ປວດ​ສ່ຳ​ໃດ.” (ອົບພະຍົບ 3:7, ລ.ມ.) ເມື່ອ​ໄດ້​ມາ​ເຂົ້າ​ໃຈ​ຄຸນ​ລັກສະນະ​ທີ່​ອ່ອນ​ໂຍນ​ຂອງ​ພະ​ເຢໂຫວາ ໃນ​ປີ 1998 ຂ້ອຍ​ຈຶ່ງ​ຕັດສິນ​ໃຈ​ອຸທິດ​ຊີວິດ​ໃຫ້​ກັບ​ເພິ່ນ​ແລະ​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ.

ກັບ​ພີ່ນ້ອງ​ຊາຍ​ທີ່​ຂ້ອຍ​ໄປ​ຢູ່​ກັບ​ຄອບຄົວ​ລາວ

ປະມານ 1 ປີ​ຫຼັງ​ຈາກ​ຮັບ​ບັບເຕມາ ຂ້ອຍ​ກໍ​ໄປ​ຮຽນ​ຫຼັກ​ສູດ​ສຳລັບ​ຄົນ​ຕາ​ບອດ​ໃກ້ໆເມືອງ​ເອດສ໌ກວິນລາ. ຜູ້​ດູ​ແລ​ໃນ​ປະຊາຄົມ​ທ້ອງຖິ່ນ​ເຫັນ​ວ່າ​ຂ້ອຍ​ຄື​ຊິ​ໄປ​ປະຊຸມ​ລຳບາກ​ຖ້າ​ຍັງ​ຢູ່​ໃນ​ເມືອງ​ອາ​ຄູ. ເພາະ​ຖ້າ​ຈະ​ໄປ​ປະຊາຄົມ​ທີ່​ໃກ້​ເຮືອນ​ທີ່​ສຸດ ຂ້ອຍ​ກໍ​ຕ້ອງ​ຂ້າມ​ພູ​ໄປ​ຄື​ກັບ​ທີ່​ພີ່ນ້ອງ​ຄູ່​ນັ້ນ​ເດີນ​ທາງ​ມາ​ສອນ​ຂ້ອຍ ແລະ​ມັນ​ຍາກ​ຫຼາຍ​ທີ່​ຂ້ອຍ​ຈະ​ເດີນ​ທາງ​ແບບ​ນັ້ນ. ເພື່ອ​ຊ່ວຍ​ຂ້ອຍ ຜູ້​ດູ​ແລ​ຄົນ​ນັ້ນ​ຈຶ່ງ​ຫາ​ຄອບຄົວ​ພະຍານ​ຄອບຄົວ​ໜຶ່ງ​ໃນ​ເມືອງ​ເອດສ໌ກວິນລາ​ເຊິ່ງ​ຍິນດີ​ໃຫ້​ຂ້ອຍ​ໄປ​ຢູ່​ກັບ​ເຂົາເຈົ້າ​ແລະ​ພາ​ຂ້ອຍ​ໄປ​ປະຊຸມ. ຈົນ​ຮອດ​ຕອນ​ນີ້ ເຂົາເຈົ້າ​ກໍ​ຍັງ​ເບິ່ງ​ແຍງ​ຂ້ອຍ​ຄື​ສະມາຊິກ​ຄົນ​ໜຶ່ງ​ໃນ​ຄອບຄົວ.

ຖ້າ​ຈະ​ໃຫ້​ຂ້ອຍ​ເລົ່າ​ເລື່ອງ​ຄວາມ​ຮັກ​ແທ້​ທີ່​ພີ່ນ້ອງ​ໃນ​ປະຊາຄົມ​ມີ​ຕໍ່​ຂ້ອຍ ກໍ​ຍັງ​ເລົ່າ​ໄດ້​ອີກ​ຫຼາຍ. ແຕ່​ປະສົບການ​ທັງ​ໝົດ​ນີ້​ເຮັດ​ໃຫ້​ຂ້ອຍ​ເຊິ່ງ​ເປັນ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ໝັ້ນ​ໃຈ​ວ່າ ຂ້ອຍ​ຢູ່​ທ່າມກາງ​ຄລິດສະຕຽນ​ແທ້.—ໂຢຮັນ 13:34, 35

ປະໂຫຍດ​ທີ່​ໄດ້​ຮັບ:

ຂ້ອຍ​ບໍ່​ຮູ້ສຶກ​ວ່າ​ໂຕ​ເອງ​ບໍ່​ມີ​ຄ່າ​ແລະ​ໝົດ​ຫວັງ​ອີກ​ຕໍ່​ໄປ. ຕອນ​ນີ້​ຂ້ອຍ​ມີ​ເປົ້າ​ໝາຍ​ຫຼາຍ​ຢ່າງ​ໃນ​ຊີວິດ. ເນື່ອງ​ຈາກ​ຂ້ອຍ​ໃຊ້​ເວລາ​ສ່ວນ​ຫຼາຍ​ໄປ​ກັບ​ການສອນ​ຄຳ​ພີ​ໄບເບິນ​ທີ່​ພະຍານ​ພະ​ເຢໂຫວາ​ເຮັດ ແຕ່​ລະ​ມື້​ຂ້ອຍ​ຈຶ່ງ​ຄິດ​ແຕ່​ເລື່ອງ​ການສອນ​ຄົນ​ອື່ນ​ໃຫ້​ຮູ້​ຄວາມ​ຈິງ​ທີ່​ມີ​ຄ່າ​ຈາກ​ຄຳ​ພີ​ໄບເບິນ​ແທນ​ທີ່​ຈະ​ຄິດ​ເຖິງ​ຄວາມ​ພິການ​ຂອງ​ໂຕ​ເອງ. ນອກ​ຈາກ​ນີ້ ຂ້ອຍ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ດູ​ແລ​ໃນ​ປະຊາຄົມ​ແລະ​ໄດ້​ບັນຍາຍ​ໃນ​ປະຊາຄົມ​ຄລິດສະຕຽນ. ແລະ​ຂ້ອຍ​ຍັງ​ໄດ້​ຮັບ​ສິດທິ​ພິເສດ​ໃຫ້​ບັນຍາຍ​ໃນ​ການປະຊຸມ​ໃຫຍ່​ເຊິ່ງ​ເປັນ​ການບັນຍາຍ​ໂດຍ​ອາໄສ​ເນື້ອ​ຫາ​ໃນ​ພະ​ຄຳ​ພີ​ໃຫ້​ຜູ້​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ພັນໆຄົນ​ໄດ້​ຟັງ​ນຳ.

ໃຊ້​ພະ​ຄຳ​ພີ​ອັກສອນ​ເບວ​ໃນ​ການບັນຍາຍ

ໃນ​ປີ 2010 ຂ້ອຍ​ໄດ້​ເຂົ້າ​ໂຮງ​ຮຽນ​ຝຶກ​ອົບ​ຮົມ​ເພື່ອ​ການຮັບໃຊ້ (ປັດຈຸບັນ​ເອີ້ນ​ວ່າ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ) ທີ່​ຈັດ​ຂຶ້ນ​ໃນ​ປະເທດ​ເອວ​ຊານ​ວາ​ດໍ. ໂຮງ​ຮຽນ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ເຮັດ​ໜ້າ​ທີ່​ໃນ​ປະຊາຄົມ​ໄດ້​ດີ​ຂຶ້ນ. ການຝຶກ​ອົບຮົມ​ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ໂຕ​ເອງ​ມີ​ຄ່າ​ແລະ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຮັກ​ຂ້ອຍ ເພິ່ນ​ສາມາດ​ຝຶກ​ເຮົາ​ທຸກ​ຄົນ​ໃຫ້​ມີ​ຄຸນສົມບັດ​ທີ່​ຈະ​ເຮັດ​ວຽກ​ຂອງ​ເພິ່ນ​ໄດ້.

ພະ​ເຢຊູ​ບອກ​ວ່າ: “ການໃຫ້​ເຮັດ​ໃຫ້​ມີ​ຄວາມສຸກ​ຫຼາຍ​ກວ່າ​ການຮັບ.” (ກິດຈະການ 20:35) ທຸກ​ມື້​ນີ້ ຂ້ອຍ​ເວົ້າ​ໄດ້​ເຕັມ​ປາກ​ເລີຍ​ວ່າ​ຂ້ອຍ​ມີ​ຄວາມສຸກ​ແທ້ໆ ເຖິງ​ວ່າ​ແຕ່​ກ່ອນ​ຂ້ອຍ​ຄິດ​ວ່າ​ບໍ່​ມີ​ທາງ​ເປັນ​ໄປ​ໄດ້ ແຕ່​ຕອນ​ນີ້​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ກໍ​ຊ່ວຍ​ຄົນ​ອື່ນ​ໄດ້.

^ ຂໍ້ 13 ສຳລັບ​ຂໍ້​ມູນ​ກ່ຽວ​ກັບ​ເລື່ອງ​ທີ່​ວ່າ​ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ ຂໍ​ໃຫ້​ເບິ່ງ​ບົດທີ 11 ໃນ​ປຶ້ມ​ຮຽນ​ຄຳ​ພີ​ໄບເບິນ​ແລ້ວ​ໄດ້​ຫຍັງ? ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.