ຈາກປົກ | ຄຳພີໄບເບິນຢູ່ລອດມາເຖິງເຮົາໄດ້ແນວໃດ?
ຄຳພີໄບເບິນລອດຈາກການຍ່ອຍສະຫຼາຍ
ສາເຫດທີ່ສ່ຽງ: ພາໄພຣັດແລະແຜ່ນໜັງເປັນວັດສະດຸຫຼັກທີ່ໃຊ້ຂຽນແລະເຮັດສຳເນົາຄຳພີໄບເບິນ. * (2 ຕີໂມທຽວ 4:13) ວັດສະດຸເຫຼົ່ານີ້ເຮັດໃຫ້ຄຳພີໄບເບິນສ່ຽງຕໍ່ການຖືກທຳລາຍໄດ້ແນວໃດ?
ພາໄພຣັດຈີກຂາດໄດ້ງ່າຍ ປ່ຽນສີໄດ້ ແລະບອບບາງ. ຣິຊາດ ພາກິນສັນກັບສະຕີເວັນ ເຄວິກ ນັກເອຢິບວິທະຍາເວົ້າເຖິງພາໄພຣັດວ່າ “ແຜ່ນເຈ້ຍຈະຄ່ອຍໆຍ່ອຍສະຫຼາຍໄປເຫຼືອແຕ່ໂຄງເສັ້ນໃຍ ແລ້ວສຸດທ້າຍກໍເປັນຂີ້ຝຸ່ນ ເມື່ອຢູ່ໃນບ່ອນເກັບ ມ້ວນໜັງສືອາດຈະມີເຊື້ອລາແລະເປື່ອຍໄປຍ້ອນຄວາມຊຸ່ມ ແລະເມື່ອຖືກຝັງໄວ້ ມ້ວນໜັງສືກໍອາດຖືກໜູຫຼືໂຕແມງກັດກິນໂດຍສະເພາະມົດຂາວ.” ພາໄພຣັດບາງສະບັບ ຫຼັງຈາກຖືກຄົ້ນພົບແລ້ວກໍຈະເຈິກັບແສງແດດແລະຄວາມຊຸ່ມເຊິ່ງເຮັດໃຫ້ເກີດການຍ່ອຍສະຫຼາຍໄວຂຶ້ນ.
ແຜ່ນໜັງຢູ່ໄດ້ດົນກວ່າພາໄພຣັດ ແຕ່ກໍຍ່ອຍສະຫຼາຍໄດ້ຖ້າເກັບໄວ້ບໍ່ດີຫຼືຖ້າເຈິອາກາດຮ້ອນຫຼືເຢັນເກີນໄປ ລວມທັງຄວາມຊຸ່ມ ຫຼືແສງສະຫວ່າງ. * ແມງໄມ້ມັກກິນແຜ່ນໜັງນຳ. ປຶ້ມເອເວີຣີເດໄຣທິງອິນເດິກຣາເອໂຄ-ໂຣມັນອີດສ໌ (Everyday Writing in the Graeco-Roman East) ຈຶ່ງບອກວ່າ “ສຳເນົາເກົ່າແກ່ບູຮານມັກບໍ່ຄ່ອຍຢູ່ລອດຈົນຮອດຕອນນີ້.” ຖ້າຄຳພີໄບເບິນຍ່ອຍສະຫຼາຍໄປ ຂ່າວສານທີ່ຢູ່ໃນນັ້ນກໍສູນຫາຍໄປນຳ.
ຄຳພີໄບເບິນຢູ່ລອດມາໄດ້ແນວໃດ: ກົດໝາຍຂອງຄົນຢິວມີຂໍ້ກຳນົດໃຫ້ກະສັດທຸກຄົນ ‘ກ່າຍຄືນກົດໝາຍໃສ່ມ້ວນໜັງສືເພື່ອປະໂຫຍດຂອງໂຕເອງ’ ເຊິ່ງກໍຄືປຶ້ມຫ້າຫົວທຳອິດຂອງຄຳພີໄບເບິນ. (ພະບັນຍັດ 17:18, ລ.ມ.) ນອກຈາກນັ້ນ ຜູ້ກ່າຍຄືນທີ່ຊຳນານໄດ້ເຮັດສຳເນົາຄຳພີໄບເບິນໄວ້ເປັນຈຳນວນຫຼາຍ ຈົນເມື່ອເຖິງສະຕະວັດທຳອິດຂອງຄລິດຕະສັກກະຫຼາດ ມີການພົບສຳເນົາພະຄຳພີໃນບ່ອນປະຊຸມຂອງຄົນຢິວທົ່ວອິດສະຣາເອນຈົນເຖິງມາເກໂດເນຍ! (ລູກາ 4:16, 17; ກິດຈະການ 17:11) ສຳເນົາທີ່ເກົ່າແກ່ຫຼາຍຂອງຄຳພີໄບເບິນບາງສະບັບຢູ່ລອດມາຈົນຮອດປັດຈຸບັນໄດ້ແນວໃດ?
ຟີລິບ ດັບເບິນຢູ. ຄອມຝອດ ຜູ້ຊ່ຽວຊານດ້ານພະຄຳພີພາກພັນທະສັນຍາໃໝ່ບອກວ່າ “ເປັນທີ່ຮູ້ກັນວ່າຄົນຢິວຈະເກັບມ້ວນໜັງສືພະຄຳພີໄວ້ໃນໄຫຫຼືກະບອກດິນໜຽວເພື່ອເກັບຮັກສາໄວ້.” ຄລິດສະຕຽນກໍເຮັດຕາມທຳນຽມນັ້ນຄືກັນ. ດັ່ງນັ້ນ ມີການຄົ້ນພົບສຳເນົາຂອງຄຳພີໄບເບິນຍຸກຕົ້ນໆບາງສະບັບໃນກະບອກດິນໜຽວ ລວມທັງໃນຫ້ອງມືດໆແລະໃນຖ້ຳ ແລະໃນບ່ອນທີ່ແຫ້ງໆ.
ຜົນກໍຄື: ຊິ້ນສ່ວນສຳເນົາພະຄຳພີຫຼາຍພັນສະບັບ ບາງອັນມີອາຍຸຫຼາຍກວ່າ 2.000 ປີຢູ່ລອດມາໄດ້ຈົນຮອດທຸກມື້ນີ້. ບໍ່ມີຂໍ້ຄວາມໃດໃນສະໄໝບູຮານທີ່ມີສຳເນົາເຫຼືອຢູ່ເປັນຈຳນວນຫຼາຍເທົ່າກັບຄຳພີໄບເບິນ.
^ ຂໍ້ 3 ພາໄພຣັດແມ່ນວັດສະດຸທີ່ເຮັດມາຈາກພືດນ້ຳຊະນິດໜຶ່ງທີ່ຊື່ພາໄພຣັດ. ແຜ່ນໜັງເຮັດມາຈາກໜັງສັດ.
^ ຂໍ້ 5 ຕົວຢ່າງເຊັ່ນ ບັນທຶກລາຍເຊັນຂອງເຈົ້າໜ້າທີ່ໃນຄຳຖະແຫຼງປະກາດເອກະລາດຂອງສະຫະລັດອາເມຣິກາທີ່ຂຽນໄວ້ເທິງແຜ່ນໜັງ ຫຼັງຈາກນັ້ນບໍ່ຮອດ 250 ປີກໍຈາງຫາຍໄປຈົນອ່ານບໍ່ອອກ.